ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 16, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

                            ລົມຮ້ອນ.

                                           ໂດຍ: ເມັຽນອນ ມາອອນໄລນ໌


ອາກາດຮ້ອນອູດເອົ້າ        ໜັກໜ່ວງຊວງອົກ ແທ້ນໍ
ຕົກຢູ່ໃນເມືອງຄົນ          ເອົາແຕ່ໜາວກັບຮ້ອນ
ອອນຊອນຄົນລວຍໂກ້     ນອນຫ້ອງແອຣ໌ເຮືອນຫຼັງໃຫຍ່
ຄົນຈົນທຸກຍາກໄຮ້           ຢ່າງດີໄຊ້ແຕ່ພັດລົມ

ລົມນໍລົມພັດຜ້າຍ         ກາຍລ່ວງເມສາ
ພືສພາແຮງຊິອຸກ        ທຸກນຳວັຍລຸ້ນ
ໃປທ່ຽວບຸນຕາມບ້ານ       ອອກງານແຕ່ລະບ່ອນ
ໃສ່ເສື້ອຮັດອ້ອນຕ້ອນ       ເຂີນສັ້ນຈັ່ງແມ່ນໂຊວ໌

ສີ້ງຕາໃສ່ຈົນຮອງໂອ້          ຄິດຮ່ຳໆໃນໃຈ ຊັ້ນດອກວາ
ເນື້ອອ່ອນຂອງທາງໃນ          ນ້ອງພັດມາໂຊວ໌ຊ້ຳ
ອ້າຍຄືດນຳຈົນຕາສົ້ວ           ມືຢາກຄວານຳຈ່ອງ
ຮ່ອງເອິກຂາວອ້າຊ້າ              ຊິເປັນບ້າກໍເພາະ ົມ  ນີ້ແລ້ວ.

 

                                    ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 11, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

                       ສ.ຄ.ສ.

                           ໂດຍ: ເມັຽນອນ ມາອອນໄລນ໌

  ປີໃໝ່ວຽນມໍ່ເຂົ້າ                   ປີເກົ່າຊິລາໜີ
                       
  ຈົ່ງສຸຂີມີຊັຍ                          ຢູ່ສະບາຍຫາຍຮ້ອນ

  ວອນສິ່ງໃດສົມໃຈຕັ້ງ             ສຸກສົມຫວັງກັນເດີທ່ານ
                        
  ສຸກສຳລານເຖີດພີ່ນ້ອງ          ຄວາມໝອງເສົ້າຢ່າບຽດບຽນ                 

  ເປັນນັກຮຽນໃຫ້ທ່ານຮຽນກ້າວໜ້າ        ປັນຍາເກ່ງເກີນຄົນ

  ຜົນສອບສົມໃຈໝາຍ            ເກຣດດີ (ບໍ່ແມ່ນD) ອາຈານຍ້ອງ

  ໃຜຜຸ່ທຳງານແລ້ວ                  ໃຫ້ມີແນວໄດ້ເລື່ອນ

  ເງິນເດືອນສຸງຂ້າມຂັ້ນ                ຈະເລີນກ້າວໜ້າທີ່ການ                        

  ຫາກມີສຸກ ຂໍໃຫ້ສຸກຍິ່ງຂື້ນ            ເພີ້ມຕື່ມຄຸນທະວີ

  ໃຜຫາກມີຄວາມອຸກ                   ທຸກຈົ່ງຫາຍຄາຍຮ້ອນ

  ອ້າຍເມັຽນອນ ອວຍພອນໄວ້                   ໄດອະຣີສົ່ງຕໍ່

  ສ.ຄ.ສ ມອບໃຫ້                        ທຸກຊົນເຊື້ອເຜົ່າລາວ ຮຽມເອີຍ

 

                                *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

                        ສຣະ ື

                             ໂດຍ : ເມັຽນອນ ມາOnLine

       ອ້າຍນີ້ຄົນຂີ້ດື້          ສອນບໍ່ຈື່ຮຽນໜັງສື

       ໝູ່ນັກຮຽນເຂົາລື          ລໍ້ວ່າເຮົາເປັນຄົນບື້

        ໂຕກ່ະດຳພໍປານໝື້          ມືດປື໊ດປື໊ຕົນຂື້ນຊື່

          ຍາມເຫັນສາວອ້າຍຢາກຢື້     ເອົາມືຄວ້າຢ້ານເພີ່ນຖື


      ມີຢູ່ໃນນື່ງມື້           ຜູ່ສາວຊື່ແມ່ນຫຍັງຫື ?

       ຖ່າຍຮູບໂຊວ໋ສີບື          ບ່າວບຸນລືຕາລາຍອື້

        ແມ່ນມີເງີນເປັນຕື້           ບໍ່ເສັຽດາຍຍອມຍົກໃຫ້ຊື່ໆ

         ລົມອອກຫູວື່ໆ    ຊາຍກ່ຳດຳຂື້ຫຼື້   ຢາກນຳຮື້ເບີ່ງສີບື

 

                                  *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

                                               ສຣະເົາ

                                                                  ໂດຍ: ເມັຽນອນ ມາOnLine

 

                         ເຂົ້າພັນລາວແຕ່ເຊົ້າ               ມານັ່ງເຈົ່າຄອຍສາວ

                    ນັ່ງເຝົ້າຄອມຯຄອຍເຂົາ          ນັ່ງເຫງົາຈົນເບິດເຊົ້າ

                    ເຂົາບໍ່ມາເຮົາເສົ້າ                 ຄອຍໃປກໍດາຍເປົ່າ

 ຊິອອນໄລນ໌     ໃປຮອດມື້ອື່ນເຊົ້າ                  ຈົນເຫັນເຈົ້າຈັ່ງຊິເຊົາ


                    ເຂົາວ່າເຮົາຜູ່ເຖົ້າ             ຄືຂອງເກົ່າແມ່ນຄວາມເຂົາ

                    ແມ່ນຊິຂັດເປັນເງົາ             ກໍເກົ່າເກີນຄຳເວົ້າ

                   ແມ່ນຊິຫອມຄືເຂົ້າເໝົ້າ          ເຂົາບໍ່ເອົາກໍຕົກເໜົ່າ

                   ໄດໂນເສົາເລີຍນັ່ງເສົ້າ            ປານເມົາເຫຼົ້າໃດ້ແຕ່ຫາວ

 

 

                                                      *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2011 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຫັນວ່າມີບາງຄົນລໍຖ້າອ່ານກໍເລີຍຈັດໃຫ້ອີກ.

                  ສຣະ ີ

                                        ໂດຍ: ເມັຽນອນ  ມາອອນໄລນ໌


                  ຊິໄຂກອນບອກຊີ້        ເວົ້າກ່າວເລື່ອງລາວມີ
              ແມ່ປ້າສີພໍ່ລູງມີ             ຢູ່ກັນແຕ່ຄາວກີ້
              ບ້ານໜອງຮີໂຄກທີ້ລີ້     ລົມຫົວປີພັດວີ່ໆ
ຍາມເດືອນຈຽງເດືອນຍີ່   ນັ່ງຝີງໄຟຢູ່ແບບນີ້    ປີແລ້ວກໍເລົ່າປີ

ພໍ່ລູງມີ       ນັ່ງຈີ່ໃນໝາກມີ້        ເວົ້າຕໍ່ແມ່ປ້າສີ
               ໃນໝາກມີ້ຫາກຍັງມີ   ໃຫ້ເຈົ້າເອົາມາພີ້
              ເອົາມາໝົກທາງໜີ້      ໄຟກຳລັງແດງກີ່ຊີ່
ແມ່ປ້າສີ     ຫອບເອົາໃນໝາກມີ້   ນຳມາໃຫ້ຝ່າລະມີ

              ພໍ່ລູງມີນັ່ງຟາກນີ້   ໜ້າອ່ວຍໃສ່ປ້າສີ
              ໄຟກຳລັງແດງດີ   ນັ່ງຈີ່ແກ່ນໃນມີ້

ແມ່ປ້າສີ   ສັງວ່າເປັນແນວນີ້   ນັ່ງບໍ່ດີຕີນສີ້ນພີ່
              ມັນເຮັດໜ້າພີ້ວີ້       ດຳຂີ້ຫລີ້ສ່ຳວ່າໝີ

ຝ່າຍລູງມີ  ແນມເຫັນເປົ່າປາກຟີ້         ຕາຫລີ່ແນມເຫັນໝີ
                ໜ້າລາວແດງປານເຫັນຜີ   ຮ້າຍປ້າສີມືລາວຊີ້
ແມ່ປ້າສີ      ຫລຽວງວາກຫັ້ນງວາກໜີ້   ຢູ່ດີໆຜົວຕາຕີ່
ພໍ່ລູງມີ      ຄວາເອົາໃນໝາກມີ້            ດືກເຂົ້າໃສ່ໝີ.

 

 

ປລ:ບົດຂຽນໃນຂໍ້ຄວາມນີ້ ຜູ່ຂຽນບໍ່ເຈຕນາວ່າກ່າວພາດພີງເຖີງຜູ່ໃດຜູ່ນື່ງ

      ແລະບໍ່ມີເຈຕນາສໍ່ໃປທາງລາມົກອະນາຈານ ຂໍໃຫ້ທ່ານໃດ້ອ່ານ ໃນແງ່ຂອງຄວາມເພີດເພີນສນຸກສນານ

      ເປັນການຜ່ອນຄາຍໃນວັນທ້າຍສຸດສັປດາ .

                                                               ຂໍຂອບໃຈ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

                                                  ກອນສຣະ ເx.

                                                                ໂດຍ: ເມັຽນອນ ມາ OnLine

                             ອ້າຍນີ້ຄົນບໍ່ເທ້                 ສາວບໍ່ເຫຼ່ຊົງຜົມເພ

                       ວ່າເປັນກອນສະຣະເx          ເຈົ້າຢ່າເບະສົບເບ້

                       ກອນບໍ່ເກ໋ຄົນບໍ່ເທ້             ຢ່າຟ້າວພາກັນເຫ່

                       ເອົາແຕ່ນັ່ງເອ້ເຕ້               ຂຽນຄອມເມັ້ນໃຫ້ແນ່ເດ໋


                        ຢ່າປ່ອຍອ້າຍວ່າເວ້          ເຮັດເຊ່ເວ່ຊວນເຊ

                        ຄັນແມ່ນສາວໂອເຄ          ຊິທຸ້ມເທຈົນເບິດເປ້

                        ພຽງແຕ່ຂໍນຳເຈ້              ຢ່າຫວານພຽງຍີ້ມສເນ່

                        ອ້າຍອ້າປາກເຊ່ແວ່   ໃຈລະລາຍເອ້ເລ້   ຄົນບໍ່ເທ້ເຫຼ່ແນ່ເດ.

 

                                                                 ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 27, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ອັປເດດໃໝ່ ກໍເລີຍນຳມາໃຫ້ອ່ານ.

 

                                                     ສຣະ Xູ

                                                                     ໂດຍ : ເມັຽນອນ ມາOnLine

                                   ອ້າຍເປັນຄົນປັນຍາປູ້          ຢາກມີຄູ່ເປັນສາວຄູ

                            ສາວບໍ່ເຄີຍອິນດູ           ຕູ່ວ່າເຮົາເປັນຄວາຍຕູ້

          ຮັກສາວຄູ      ອ້າຍຊິອົດສາສູ້             ຈົນໃດ້ຊູໃປຮຽງຄູ່

                             ຄັນສາຍແນນສົ່ງຍູ້        ເຂົາຄວາຍຕູ້ຫາກຊິຟູ ດອກນາ


          ຄ່າດອງແພງ   ອ້າຍຊິຫາເງີນກູ້          ມາແຕ່ງໃຫ້ຄອຍດູ

                             ໝາຍປອງເອົາເປັນຄູ        ສ່ວນຕົວເພື່ອຮຽນຮູ້

                             ມາເປັນຄູຫົວໃຈອ້າຍ     ໄອເລີຟຢູລູກໄພ້ປູ່

  ຮັກສາວແກ້ມປຸຫລູ     ຈົ່ງອິນດູບັກອ້າຍ          ຊິຕາຍຍ້ອນເພາະຮັກຄູ ນີ້ແຫຼ໊ວ.

                                   
                           
                            
  ຢ້ານແຕ່ສາວຜູ່ຮູ້        ຊິອາຍໝູ່ອົດສູ
 
                            ຊື່ວ່າຄົນເປັນຄູ            ໃດ້ຄູ່ຄອງປັນຍາປູ້
    
                            ນາມວ່າຜັກອີ່ຄູ້             ຫອມບໍ່ໄກ  ຄືຈັ່ງຜັກອີ່ຕູ່

                             ວາສນາບັກຕູ້              ດ້ອຍຄວາມຮູ້ໄຝ່ຮັກຄູ


         ການເຮືອນ  ອ້າຍຊິຂັນອາສາສູ້          ຫາກໃດ້ຄູ່ຄືສາວຄູ
                      
                          ການບ້ານງານຂັດຖູ        ອ້າຍຊ່ອຍດັນຂັນຍູ້
 
                          ໜັກກໍບຸກທຸກກໍສູ້         ສອງນີ້ວຊູບໍ່ໃຫ້ນ້ອຍໜ້າໝູ່
                    
                          ເພື່ອສາວຄູຍອດຊູ້          ຍອມຂຸດໝົ້ນກົ່ນຮູ.

 

 

                                                          *ຄຳຕິຊົມຂອງຄົນອ່ານ ຄຶສຽງສວັນສຳລັບຄົນຂຽນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 15, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

 

                                            ກອນ ສຣະ xຳ

                                                      ໂດຍ : ເມັຽນອນ ມາonLine

                         ອ້າຍນີ້ທຸກຍາກລ້ຳ     ໜ້າກ່ຳໂຕດຳ

                    ໄຮ້ຊັບສິນເງີນຄຳ     ແມ່ນແຕ່ເກືອບໍ່ມີຈ້ຳ

ເຫັນສາວງາມ   ຂົ່ມໃຈຫ້າມ              ຄົນໂຕດຳສາວບໍ່ຫລ່ຳ

                     ຄວາມທຸກມາຕອກຢ້ຳ   ເວນຊ້ຳຈັ່ງແມ່ນກັມ


                     ຢາກມາຂໍຊ່ອຍຄ້ຳ    ຫວັງຮ່ວມຮຽງນຳ

                    ແຕ່ບໍ່ມີເງີນຄຳ       ຊິມັດຈຳສາວຊ້ຳ

                    ຄົນໂຕດຳໃຈປ້ຳ      ຊິຂາຍຮຳສີເຂົ້າກ່ຳ

ພໍມີເງີນມັດຈຳ  ຮຳອ້າຍດຳຂື້ຫລື້     ມີໃຜຊື້ແນ່ບໍ່ຮຳ.

 

                           *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.

                  

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                 ສຣະ ີ

                                                     ໂດຍ: ເມັຽນອນ  ມາອອນໄລນ໌


                  ຊິໄຂກອນບອກຊີ້        ເວົ້າກ່າວເລື່ອງລາວມີ
              ແມ່ປ້າສີພໍ່ລູງມີ             ຢູ່ກັນແຕ່ຄາວກີ້
              ບ້ານໜອງຮີໂຄກທີ້ລີ້     ລົມຫົວປີພັດວີ່ໆ
ຍາມເດືອນຈຽງເດືອນຍີ່   ນັ່ງຝີງໄຟຢູ່ແບບນີ້    ປີແລ້ວກໍເລົ່າປີ

ພໍ່ລູງມີ       ນັ່ງຈີ່ໃນໝາກມີ້        ເວົ້າຕໍ່ແມ່ປ້າສີ
               ໃນໝາກມີ້ຫາກຍັງມີ   ໃຫ້ເຈົ້າເອົາມາພີ້
              ເອົາມາໝົກທາງໜີ້      ໄຟກຳລັງແດງກີ່ຊີ່
ແມ່ປ້າສີ     ຫອບເອົາໃນໝາກມີ້   ນຳມາໃຫ້ຝ່າລະມີ

              ພໍ່ລູງມີນັ່ງຟາກນີ້   ໜ້າອ່ວຍໃສ່ປ້າສີ
              ໄຟກຳລັງແດງດີ   ນັ່ງຈີ່ແກນໃນມີ້

ແມ່ປ້າສີ   ສັງວ່າເປັນແນວນີ້   ນັ່ງບໍ່ດີຕີນສີ້ນພີ່
              ມັນເຮັດໜ້າພີ້ວີ້   ດຳຂີ້ຫລີ້ສ່ຳວ່າໝີ

ຝ່າຍລູງມີ  ແນມເຫັນເປົ່າປາກຟີ້   ຕາຫລີ່ແນມເຫັນໝີ
                ໜ້າລາວແດງປ່ຽນສີ   ຮ້າຍປ້າສີມືລາວຊີ້
ແມ່ປ້າສີ      ຫລຽວງວາກຫັ້ນງວາກໜີ້   ຢູ່ດີໆຜົວຕາຕີ່
ພໍ່ລູງມີ      ຄວາເອົາໃນໝາກມີ້   ດືກເຂົ້າໃສ່ໝີ

ປລ:ບົດຂຽນໃນຂໍ້ຄວາມນີ້ ຜູ່ຂຽນບໍ່ເຈຕນາວ່າກ່າວພາດພີງເຖີງຜູ່ໃດຜູ່ນື່ງ

      ແລະບໍ່ມີເຈຕນາສໍ່ໃປທາງລາມົກອະນາຈານ ຂໍໃຫ້ທ່ານໃດ້ອ່ານ ໃນແງ່ຂອງຄວາມເພີດເພີນສນຸກສນານ

      ເປັນການຜ່ອນຄາຍໃນວັນທ້າຍສຸດສັປດາ .

                                                               ຂໍຂອບໃຈ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

           ສະຣະ ໂx

                                  ໂດຍ: ເມັຽນອນ ມາອອນໄລນ໌


ອ້າຍເມັຽນອນຄົນໂກ້      ນັ່ງໂກ່ໂຊ່ເບິດແນວໂສ
ວ່າຊິຂຽນກອນໂຊວ໌       ພັດບໍ່ມີແນວໂມ້
ຂຽນແບບສຸດໂຂ້ໂຫລ້     ຢ່າຟ້າວພາກັນໂຮ່
ເກີດເປັນຄົນຜູ່ໂກ້         ແຕ່ໂຕຂ້ອຍໂງ່ພາໂລ

ບໍ່ໃດ້ເວົ້າໂຍກໂຍ້        ຂີ້ໄກ່ໂປ່ໃຫ້ເໝັນໂຕ
ປະຕິໂທຄວາມໂວ       ພັດວ່າໂຕຄົນໂກ້
ໂສຊິມີຄວາມໂມ້          ລືມໂຕເຮັດໂຈ່ໂລ່
ໃດ້ແຕ່ນັ່ງຢົ່ງໂຢ້          ໃຫ້ລົມໂຕ້ເປົ່າໃ່ໂຕ.

 

     *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

                                

                   ຄົນຂີ້ໃສ່ໃຈ

                                                  ໂດຍ: ເມັຽນອນ ມາອອນໄລນ໌

   *ໃຜຍ່າງນຳແຟນຂ້ອຍ     ຄືດຮ່ອຍໆຍ້ອນຄວາມຫວງ

     ເຫັນເຂົາຄວງເຕັມຕາ      ຄິດຂື້ນມາມັນກຸ້ມ

      ເຫັນຍ່າງຮຽງຫົວຍຸ້ມ       ໃຈຕົກຫລຸມຄ້ອຍວ່ຳໆ

       ອ້າຍຄິດນຳຢຸ່ແພ້ແວ້         ແມ່ນໃຜແທ້ຍ່າງນຳ



   *ຫລືວ່າຍາດພີ່ນ້້ອງ        ມາຢື້ຢອ່ງທຽວຢາມ ຊັ້ນບໍ

     ຢາກຊິຖາມຫາຍສົງໃສ    ແມ່ນຜຸ່ໃດ໋ເບ໊າະນ້ອງ

      ມອງເທື່ອໃດໃຈຂື້ນ           ໝືນກະໝືນແກມຫ່ວງ

       ຢ້ານຂອງຫວງບັກອ້າຍ      ປັນໃຈແກ້ງແບ່ງສອງ



   *ຄັນຊິຖາມຝ່າຍນ້ອງ       ຢ້ານໝອງຂຸ່ນໃຈນາງ

     ຊິເກີດຊັງໂຕເຮົາ            ຈື່ງແອບເຫງົາທົນລີ້

      ຫລືຊິລອງຖາມຈີ້             ແມ່ນອີ່ຫລີບອກວ່ານ່ວມ ພຸ້ນແລ້ວ

       ສ້ວມຖ່າຍມີທົ່ວບ້ານ          ສັງມາຂີ້ໃສ່ໃຈ .. ກັນແທ້ນໍ.

 

                                *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                                    

 

                                     ລົມປາກ.

                                     ໂດຍ: ເມັຽນອນ ມາ online


         ເຮີຣິເຄນ ພາຍຸຮ້າຍ         ລົມໄຕ້ຝຸ່ນ ທໍຣ໌ນາໂດ

         ໂຖມພັດເພພັງເຮືອນ       ເພີ່ນປ່າວເຕືອນຕຽມໄວ້

         ແລ້ວເຫດໃດຄາລົມເຈົ້າ     ພັດເບົາໆຍັງໃຈແກວ່ງ

         ແຮງກວ່າຫລາຍໝື່ນເທົ້າ    ບໍ່ເຫັນເຈົ້າກ່າວເຕືອນ

 

         ພັດເສືອນໃຈເທື່ອລະນ້ອຍ    ເປົ່າຄ່ອຍໆອ້າຍຍັງເຊ

         ຫວັ່ນໃຈເດລົມສາວ         ຊິພັດເຮົາເກີຍແກ້ງ

         ພາຍຸແຮງບໍ່ເຄີຍຢ້ານ       ຫວັ່ນຄຳຫວານເວົ້າມ່ອຍໆ

         ສົບບາງໆປາກນ້ອຍໆ       ຄາລົມຕ້ອຍໃຈແຫວ່ງນຳ.


                                 *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

 

                        ລົມໆແລ້ງໆ.

                                           ໂດຍ: ເມັຽນອນ ມາອອນໄລນ໌


  ລົມນໍລົມໜ້າແລ້ງ        ລົມພັດແກວ່ງບໍ່ມີຝົນ


    ຄືດກັງວົນນຳລົມສາວ     ພັດບໍ່ເຊົາກໍເລີຍແລ້ງ


     ພັດໃປຫລາຍກາຍເປັນແຫ້ງ    ນອນສະແຄງໃຫ້ລົມເປົ່າ


      ສາວພັນລາວລົມບໍ່ຕິດມິດຈ້ອຍ    ອ້າຍເລີຍມ້ອຍເມື່ອຍຊິລົມ.

 

                                                                            *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 31, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

                           ຄືນຝົນຮຳ

                                      ໂດຍ : ເມັຽນອນ ມາອອນໄລນ໌

  ຍິນສຽງຟ້າຮ້ອງຕື້ງ           ຄນືງຮ່ວນຄວນຈິດ
   ຄິດເຖີງຄົນເຄີຍຮັກ           ທີ່ພາກໄກໄລຮ້າງ
    ກິ່ນແກ້ມນາງມາເປັນສ້າວ    ລອຍເບົາໆຫອມຮິ່ນໆ
     ຄືນຝົນລິນຈົ້ນໆ                 ນ້ອງເຄີຍໝົ້ນອ້ອມແຂນ

  ແສນອາລັຍຈ້ອຍໆ         ຄືດຮ່ອຍໆວົນວຽນ
   ຟ້າປ່ຽນຝົນຫລາຍປີ        ບໍ່ອາດລືມຄືນນັ້ນ
    ຄຳສັນຍາເຄີຍເວົ້າ           ສັງມາເບົາພໍປານໜຸ່ນ
     ລືມອຸ່ນອາຍເກົ່າສ້ຽງ         ໃປຮຽງຊ້ອນເພີ່ນຜຸ່ໃດ

  ວານບອກຝົນໃຫ້ຮຸ້         ເຖີງຊຸ້ເກົ່າທາວຖາມ
   ຄິດຮອດຄືນຝົນຮຳ           ວ່າຈື່ຈຳບໍ່ນໍເຈົ້າ
    ຫລືວ່າລືມເບິດຈ້ອຍ          ບໍ່ເຫລືອຮອຍສຸນເສື່ອມ
     ຟ້າແຫລື້ອມແມບແປບສ້ວງ  ອ້າຍເຫງົາງ້ວງຫ່ວງຫາ.

 

                       *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ *

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 29, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

               ສຸຣາ ( ເມັຽໄລ່ ) ບໍ່ແມ່ນເມຣັຍ.

                                               ໂດຍ: ເມັຽນອນ ມາອອນໄລນ໌

ອັນສຸຣາ                        ເວົ້າມານ້ຳລາຍໃຫລ
    ຈອກນ້ອຍໃຫຍ່--------------ຫຍີ້ນມາບໍ່ເຄີຍຕິ
    ເຮົາມາຕຳ-------------------ຈອກຈັກຈອກຄົງຈະດີ
    ເອົາໃຫ້ສົມສັກສີ-------------ຂີ້ເມົາເອີຍ

    ຫຍີ້ນມາໂລດ-----------------ຊິຂໍຊົດສອງສາມເອືອກ
    ເມົາອີ່ລາກອີ່ເລືອ-------------ເມືອຕາມເຄີຍ
    ຍາມເຫັນເມັຽຂອງເຮົາ          ເຫລົ້າກໍເຫີຍ
    ເຊັງແທ້ເວີ້ຍ------------------ຢ້ານເມັຽຮ້າຍໃປກ່ອນເດີ.

 

                     *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

                 ຄິດຮອດກໍເລີຍມານັ່ງຈົ່ມ.

                                                ໂດຍ: ເມັຽນອນ ມາອອນໄລນ໌

ໃຈເອີຍໃຈ  ສັງມາຄືຄືດຍາກ         ລຳບາກຄັກແທ້ນໍໃຈ
               ອຸກອັ່ງໃນຊວງອົກ       ຍົກຈົນວ່າໜັກຕື້ງ
               ຄືງຈັ່ງໃດໃຈຍັງໂຫງ້ຍ   ໂຫຍຫາທຸກເຊົ້າຄ່ຳ
ຄົນເວົ້ານຳ ເຂົາກໍພຽງແຕ່ເພື່ອນ        ຢ່າເບືອນປີ້ນບອກວ່າແຟນ ບໍ່ດີນາ

                 ຍາມເມື່ອໃດ້ພົບພໍ້          ຈາຕໍ່ຊື່ນຫົວໃຈ
                 ຍາມເຂົາໃກໃຈມັນເຫງົາ   ເຝົ້າຄນືງຝັນເພີ້
                ນັ່ງລະເມີຢາກເຫັນໜ້າ      ໃຫ້ເຂົາມາເວົ້າຕໍ່
ຍາກແທ້ນໍ   ໃຈຄືເປັນຈັ່ງຊີ້                ໜີບໍ່ມົ້ມຮັກເຂົາ ຊັ້ນບໍ

              ເກີນວ່າອຸກອັ່ງເອົ້າ        ນັ່ງເຈົ່າຄະນິງຫາ
              ເຫັນໜ້າຕາກ່ະມີແຮງ    ລັກແຍງຍາມເຂົາເຊີ້
              ຍາມເຂົາເຜີຕາເຮົາສີ້ງ    ຫລີງແນມລັກເບີ່ງ
              ນີ້ກໍເຫີງແລ້ວນໍ້              ຍັງບໍ່ໃດ້ພົບກັນ .

 

                        *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*


ຂຽນເມື່ອ ຂຽນເມື່ອ: ສ.ຫ.. 18, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

           ຄຳຈົ່ມຂອງສາວໂສດ

                          ໂດຍ: ເມັຽນອນ ມາອອນໄລນ໌

  ນ້ອງນີ້ຍັງວ່າງໂສດ      ນອນຂົດຢຸ່ຄົນດຽວ
  ຊາຍບໍ່ມາແລຫລຽວ     ຊວນທ່ຽວນຳຫລືຕາມຕື້
  ທຸກມື້ຮວຍຮົນຮ້ອນ     ນອນກອດໝອນຈົນວ່າກິ່ວ
  ຝັນເຫັນງຸຍັງບໍ່ຄິ້ວ      ນ້ອງຂິວຊ້ຳຢ່າກ່າວມາ

  ທັງທີ່ເປັນໜ້າຮ້ອນ     ເນື້ອກາຍອ່ອນກະຍັງໜາວ
  ແນມເບີ່ງຊຸມດວງດາວ   ໄດ້ຄຸ່ຄຽງເດືອນເກີ້ງ
  ຍັງອີກເຫິງບໍ່ນໍຂ້ອຍ     ມີລາບລອຍເປັນເນື້ອຄຸ່
  ໝຸ່ເພິ່ນມີທົ່ວບ້ານ      ຄານທອງນັ້ນຍື່ນໃສ່ເຮົາ

  ຄິດຢາກມີຜຸ່ເວົ້າ         ເຊົ້າຄ່ຳມີຄົນອອຍ
  ໄຮ້ສ້ອຍແຫວນເງີນຄຳ   ບໍ່ຫ່ວງນຳດອກເດີອ້າຍ
  ຊິໃປຂໍວອນໃຫວ້        ຄວາມເຫັນໃຈກັບພໍ່ແມ່
  ຮ້ອງຄ່າດອງພຽງແຕ່    ສ່ຳອ້າຍພໍແຕ່ງໄດ້ ພຽງໃຈຕັ້ງຕໍ່ນາງ

 

                   *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2010 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                  ແຟນ ຫຼືວ່າ ພັດລົມຫວ໋າ ?

                                              ໂດຍ: ເມັຽນອນ ມາອອນໄລນ໌

ພັດລົມໃໝ່         ພັດໄດ້ໃຈ            ສຽງກໍງຽບ

     ນ໊ຽບກໍນ໊ຽບ         ຫຸ່ນງາມພຽບ          ດີເຫລືອຫລາຍ

     ສີກໍສົດ             ຣີໂໝດກົດ           ແສນສະບາຍ

     ບໍ່ວຸ້ນວາຍ          ມາຂັດໃຈ            ໃຫ້ລຳຄານ

 

     ພັດລົມເກົ່າ          ຫລືຈະເທົ່າ          ພັດລົມໃໝ່

     ທັງສະໄຕລ໌           ເຂົາດີໄຊນ໌          ແບບຫວານໆ

     ຫິ້ວໃປໂຊ            ໂອ້ໂຮ              ຄົນແນມກັນ

     ຫຸ່ນອວບອັ໋ນ          ເອົາມາແທນ        FANຮ້າງເອີຍ
.

                 *ຄຳຕຳໜິຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

            ໂລກແຫ່ງຄວາມຝັນ

                              ໂດຍ: ເມັຽນອນ ມາອອນໄລນ໌

  ເກີດມາໂຊກຕ່າງຫຼ້າງ      ເປັນຄົນຍ່າງສອງຂາ
  ປາຖນາຫາຮັກ               ໄດ້ແຕ່ຝັນລົມແລ້ງ
  ເຊົ້າສວາຍແລງຝັນເພີ້       ຄວນລະເມີຫົວໃຈແຜ່ວ
  ຮັກສາວໃດໄດ້ແຕ່ແຫ້ວ      ເຂົາມີແລ້ວຄູ່ຄວງ

  ເບິດສິດຫວງນັ່ງເຝົ້າ        ຄືໝາເຫົ່າປາກະປ໋ອງ
  ໄດ້ແຕ່ມອງເສັຽດາຍ        ຜ່ອງຢາກອາຍກະປານນັ້ນ
  ໃຊ້ຄວາມຝັນມາເພີ້ມ       ເຕີມເຕັມໃຈທີ່ຂາດແຫວ່ງ
  ແຕ້ມແຕ່ງຝັນເຂົ້າຂ້າງ      ວ່ານາງແລະອ້າຍຄູ່ຮັກກັນ

  ໂລກຄວາມຈິງບົ່ງຊີ້         ເຈົ້າມີຄູ່ຄວງແຂນ
  ຄົນເປັນແຟນກໍຄືເຂົາ       ຜຸ່ແອບເຫງົາກໍຄືອ້າຍ
  ໂລກແຫ່ງຄວາມຝັນນັ້ນ      ເຮົາມີໃຈກັນສອງຝ່າຍ
  ເປັນຕາໜ່າຍຊາຍຜູ່ນີ້       ໄດ້ມີເຈົ້າແຕ່ຢູ່ຝັນ..ຊັ້ນບໍ

               *ຄຳຕຳນິຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


                   "ອ້າຍບໍ່ເຫລືອ."

                                          ໂດຍ: ເມັຽນອນ ມາອອນໄລນ໌


   ໂປຣດຢ່າຖາມວ່າອ້າຍ       ນີ້ເຄີຍຮັກກັບໃຜ
   ເປັນຜູ່ໃດບໍ່ສຳຄັນ           ໃສ່ໃຈມັນອີ່ຫຍັງນ້ອງ
   ກອງຄວາມຫລັງຝັງສ້ຽງ     ມາຂໍຮຽງນຳເນື້ອອຸ່ນ
   ອະດີດຮັກແຕ່ກ່ອນພຸ້ນ      ຢ່າຊູນຊ້ຳໃຫ້ເກີດໜອງ

   ປອງໄຝ່ຮັກແຕ່ເຈົ້າ            ຂໍຢ່າກ່າວມາຈາກໃສ
   ພຽງເພື່ອໃຈເຮົາຮັກ           ຕໍ່ກັນດອມດ້ວຍ
   ລວຍຫລືຈົນທົນສູ້             ຫູຢ່າຟັງຄົນຊ່າ
   ອ້່າຍຮັກແຕ່ນ້ອງຫລ້າ        ບໍ່ມີມື້ເສື່ອມຖອຍ

   ຊິໃຫ້ປອດອ້ອຍຊ້ອຍ         ຄືດຈົນຈ່ອຍບໍ່ມີເຫລືອ
   ປຽບດັ່ງເສືອບໍ່ມີລາຍ         ກະສ່ຳເປັນໝານ້ອຍ
   ຮອຍອົກຫັກຊາກຄວາມເສົ້າ   ເຂົາຫັກເອົາຕັ້ງຫລາຍເທື່ອ
   ເຊື່ອຜູ່ຍິງຫລອກຕົ້ມ           ສົມແລ້ວອ້າຍບໍ່ເຫລືອ.

                     *ຄຳຕຳນິຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 11, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                              ຕາມຮອຍຂອງພໍ່.

                                            ໂດຍ: ເມັຽນອນ ມາອອນໄລນ໌

              ພໍ່ເພີ່ນຄືຜູ່ສ້າງ            ກໍາເນີດກໍ່ເຮົາມາ
                   ແພງພໍປານແກ່ນຕາ      ພໍ່ເພີ່ນນາພຽນລ້ຽງ
                   ພຽງເພື່ອເຮົາບານກ້າ     ພໍ່ສັນຫາບໍ່ເຄີຍຈົ່ມ
                   ງົມຖນອມລູກນ້ອຍ       ຄອຍລ້ຽງໃຫ້ໃຫຍ່ສູງ

                  ຮີ້ນຫຼືຍຸງມາມໍ່ໄກ້          ພໍ່ເພີ່ນໄລ່ວີພັດ
                  ໝັດມົດແມງໂຕໄຮ        ບໍ່ໃຫ້ມາແຕະຕ້ອງ
                  ສອງແຂນພໍ່ເຄີຍອຸ້ມ       ສອງມືກຸມພາລູກຍ່າງ
                  ແບບຢ່າງພໍ່ແຕ່ງແຕ້ມ    ໃຫ້ເຮົາກ້າວຍ່າງຕາມ

                  ຍາມເມື່ອລູກພາດພັ້ງ     ພໍ່ສອນສັ່ງບໍ່ເຄີຍຮິ
                  ຊົ່ວຫຼືດີພໍ່ບໍ່ເຄີຍວາງປະ  ຫ່ວງອາທອນສອນເວົ້າ
                  ສອນໃຫ້ເຮົາຖືໝັ້ນ      ຄົງຄວາມດີຢືດຕໍ່
                  ຄໍາພໍ່ສອນສັ່ງເວົ້າ        ທຸກແລງເຊົ້າກ່າວເຕືອນ

                 ດາວເດືອນເກື່ອນທ້ອງຟ້າ  ບໍ່ອາດກ່າວຄະນານັບ
                 ທຽບໃສ່ຄຸນບິດາບໍ່           ເຄີ່ງພຽງພໍກ້ອຍ
                 ພໍ່ຂີດຮອຍຂຽນເສັ້ນ        ໃຫ້ເຮົາເຫັນເປັນແບບຢ່າງ
                 ຊີວິດເຮົາພໍ່ເພີ່ນຄືຜູ່ສ້າງ    ໃຫ້ເຮົາກ້າວຍ່າງຕາມ.


                                         *ຄຳຕຳນິຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 6, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

......................................

.....................................

  ມືໃໝ່ຫັດຂຽນ...

               ໂດຍ: ເມັຽນອນ ມາອອນໄລນ໌
ສະບາຍດີ           ຍາດຕິພີ່ນ້ອງ
ຄົນມັກຍ້ອງ       ຫັດຂຽນກາບກອນ
ບໍ່ອອນຊອນ       ໃຫ້ອົດສາອ່ານ
ຊຸມພວກທ່ານ      ຢ່າຟ້າວເບະສົບ
ອ່ານໃຫ້ຈົບ       ຈັ່ງຂຽນຄອມເມັ້ນ
ບົດບໍ່ເດັ່ນ           ກ່ະຢ່າຟ້າວຕິ
ຫາກຊິດີ            ມື້ນື່ງຂ້າງໜ້າ
ຢ່າຟ້າວວ່າ         ຄໍາສົ້ມຄໍາຫວານ
ມີຫຼາຍອັນ         ຍັງບໍ່ທັນຄ່ອງ
ບໍ່ຖືກປ່ອງ          ຕາມກະຕິກາ
ເພີ່ນວ່າມາ          ແຕ່ກົກແຕ່ເຄົ້າ
ຄົນລຸ້ນເກົ່າ         ປະໃຫ້ລູກຫຼານ
ໃຫຍ່ບໍ່ທັນ         ຊອກຮຽນຂຽນອ່ານ
ພາກັບສືບ          ມູນເຄົ້າພາສາ
ພັທະນາ            ຄົນລາວລຸ້ນໃໝ່
ເອົາໃຈໃສ່         ວັທະນະທັມລາວ
ໃຫ້ຍືນຍາວ       ຮຸ່ງເຮືອງເມືອໜ້າ
ສົມຄໍາວ່າ         ລາວສິວິລັຍ
ຊ່າລືໄກ            ຮ້ອຍເອັດເຈັດຍ່ານ.

           ໆລ

*ຄຳຕຳນິຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                              ົມຮ້ອນ.(ຈົ່ມໃປຕາມເລື້ອງ)

                                                    ໂດຍ: ເມັຽນອນ ມາອອນໄລນ໌.


      ອາກາດຮ້ອນອູດເອົ້າ             ໜັກໜ່ວງຊວງອົກ ແທ້ນໍ
     ຕົກຢູ່ໃນເມືອງຄົນ                  ເອົາແຕ່ໜາວກັບຮ້ອນ
     ອອນຊອນຄົນລວຍໂກ້             ນອນຫ້ອງແອຣ໌ເຮືອນຫຼັງໃຫຍ່
     ຄົນຈົນທຸກຍາກໄຮ້                ຢ່າງດີໃຊ້ແຕ່ພັດລົມ

     ລົມນໍລົມພັດຜ້າຍ                    ກາຍລ່ວງເມສາ
     ພືສພາແຮງອຸກ                     ທຸກນຳວັຍລຸ້ນ
     ໃປທ່ຽວບຸນຕາມບ້ານ              ອອກງານແຕ່ລະບ່ອນ
     ໃສ່ເສື້ອຮັດອ້ອນຕ້ອນ              ເຂີນສັ້ນຈັ່ງແມ່ນໂຊວ໌

     ສີ້ງຕາໃສ່ຈົນຮ້ອງໂອ້               ຄິດຮ່ຳໃນໃຈ ຊັ້ນດອກວາ
     ເນື້ອອ່ອນຂອງທາງໃນ             ນ້ອງພັດມາໂຊວ໌ຊ້ຳ
     ອ້າຍຄືດນຳຈົນຕາສົ້ວ              ມືຢາກຄວານຳຈ່ອງ
     ຮ່ອງເອິກຂາວອ້າຊ້າ                ຊິເປັນບ້າກໍເພາະົມ ນີ້ແລ້ວ.

 

                         *ຄຳຕຳນິຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເນື່ອງໃນໂອກາດວັນແມ່ ( ທາງບ້ານຂ້ອຍຈະໄດ້ມີການຈັດງານໃນມື້ອື່ນນີ້ )

ກໍເລີຍຖືໂອກາດນຳເອົາກອນນີ້ມາລົງໃຫ້ອ້າຍເອື້ອຍນ້ອງເຮົາໄດ້ອ່ານອີກເທື່ອນື່ງ.

                ຜູ່ຍີງຄົນນັ້ນ.

                                  ໂດຍເມັຽນອນ ມາອອນໄລນ໌


  * ຍີງຄົນນັ້ນຮັກຂ້ອຍ      ຍີ່ງກວ່າຊີວາ
     ຄວາມຮັກໃນໂລກາ      ບໍ່ອາດປຸນປານໄດ້
      ເຂົາເອົາໃຈທົນສູ້         ພຽນຖນອມບາກບັ່ນ
        ທົນກັບຄວາມດື້ດ້ານ     ຂອງຂ້ອຍບໍ່ໜ່າຍໜີ

  * ແຕ່ຫາກວ່າຂ້ອຍນີ້         ເປັນຄົນຊົ່ວເຫລືອຕາຍ
      ມອງຜ່ານກາຍຄວາມດີ    ບໍ່ເຊື່ອຟັງຄຳເວົ້າ
       ເອົາແຕ່ໃຈໂຕເອງຕັ້ງ       ລາວກໍຍັງຮັກບໍ່ໜ່າຍ
        ຊາຍເອີຍຊາຍຈັ່ງຂ້ອຍ      ສ້າງຮອຍຄາບເປື້ອນນ້ຳຕາ ໃຫ້ແມ່ນໍ.

.....................................................

                                  *ຄຳຕຳນິຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ພ.ພ.. 21, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

...................................................

                            ລອງໃຈ.

                                                 ໂດຍ: ເມັຽນອນ ມາອອນໄລນ໌.

    ທັງໆທີ່ນ້ອງຮູ້                  ອ້າຍຮັກຍີ່ງເຫລືອຫລາຍ

         ມາລອງໃຈເຮັດຫຍັງນາງ      ຊ່າງບໍ່ວາງໃຈອ້າຍ

         ເບີດຫົວໃຈທູນຈົນສ້ຽງ        ເຫັນຄ່າພຽງບໍ່ເປັນເລື່ອງ

         ຫາແນວເຄືອງໃສ່ອ້າຍ        ວ່າຊາຍນັ້ນບໍ່ຫ່ວງນຳ

 

        ຫວງຄົນງາມກະດໍ້             ແຕ່ອ້າຍບໍ່ມີສິດ

         ນ້ອງຄິດປັນໃຈໜີ             ອ້າຍບໍ່ມີສິດທ້ວງ

         ຊວງຄົງຈຸກຈົນແໜ້ນ         ຄັນວ່າແຟນຫາກເປີດໜ່າຍ

         ອ້າຍຊິຢູ່ຈັ່ງໃດ  ວັນທີ່ອ້າຍຂາດນ້ອງ ລອງໃຈອ້າຍເຮັດຫຍັງ.

.....................................................

                       *ຄຳຕຳນິຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                                   "  ອີ່ພໍ່ "

                                                           ໂດຍ: ເມັຽນອນ ມາອອນໄລນ໌


                      ຊາຍຄົນນັ້ນຮັກຂ້ອຍ        ຍີ່ງກວ່າຊີວາ
                 ຄວາມຮັກໃນໂລກາ         ບໍ່ປຽບປຸນປານໃດ້
                 ເພີ່ນເອົາໃຈທົນສູ້            ພຽນຖນອມຈົນເຕີບໃຫຍ່
ຄວາມຜິດໃຈ  ເພີ່ນບໍ່ມີທໍ່ກ້ອຍ             ໃຫ້ເຄືອງຂຸ້ນຂຸ່ນໃຈ

 ລ້ຽງຂ້ອຍ      ຕັ້ງແຕ່ວັຍອ່ອນນ້ອຍ        ດ້ອຍແຫ່ງດຽງສາ
                  ເພີ່ນໝັ່ນຂົນຂວາຍບຸກ        ທຸກຈົນບໍ່ເຄີຍທໍ້
                   ລຳບາກນໍບໍ່ເຄີຍເວົ້າ          ໜັກເບົາເພີ່ນບໍ່ກ່ຽງ
                   ຫຼັງສູ້ຟ້າໜ້າເພີ່ນກົ້ມ         ງົມລ້ຽງຂ້ອຍໃຫຍ່ຊອນ

                   ຍາມເມື່ອໃດ້ຊີ້ນກ້ອນ         ເພີ່ນຈ້ອນແລ່ນຫາບຸດຕາ
                  ຍາມເມື່ອໃດ້ຕ່ອນປາ         ເພີ່ນຮີບເອົາມາຕ້ອນ
                 ເຖີງຍາມນອນເກົາຫຼັງໃຫ້      ໝັດໄຮບໍ່ໃຫ້ມໍ່
ຂ້ອຍເອີ້ນເພີ່ນວ່າ `ພໍ່` ລູກຂໍຍໍຍົກໄວ້        ທູນເກົ້າໃສ່ຫົວ ລູກນາ.

......................................

                                                                  *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ພ.ພ.. 10, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂໍມອບເປັນພີເສດແດ່ເອື້ອຍນ້ອງຝ່າຍຍີງ,... ບໍ່ຄວນພາດ .....

.............................................................................................

                  ຄົນດີທີ່ນ້ອງຮັກ?


     ຕານປ່ຽວເອີຍ             ຜູ່ຕົ້ນຕານປ່ຽວ
     ໃຜໄດ້ຜົວມັກທ່ຽວ       ມັນເຈັບປວດຫົວໃຈ
     ໃຜໄດ້ຜົວມັກໃປ         ໄດ້ນອນໃຊ້ສມອງ
     ໃຜໄດ້ຜົວຈອງຫອງ     ເສັຽເງີນທອງຂອງໃຊ້
     ໃຜໄດ້ຜົວຂີ້ໄພ້            ຊິບໍຮັ່ງບໍ່ມີ
     ໃຜໄດ້ຜົວໃຈດີ            ສ່ຳມີຄຳເປັນກ້ອນ
     ໃຜໄດ້ຜົວໃຈຮ້ອນ       ບໍ່ທົນອົດທົນອອຍ
     ໃຜໄດ້ຜົວມັກຝອຍ     ຂີ້ຄ້ານຟັງຄວາມເວົ້າ
     ໃຜໄດ້ຜົວຜູ່ເຖົ້າ         ເຝົ້າແຕ່ພັລຍາ
     ໃຜໄດ້ຜົວຂີ້ຊາ            ເຝົ້າແຕ່ກະບັ້ງປິດ
     ໃຜໄດ້ຜົວເປັນທິດ         ບໍ່ຈັກໝູບຈັກຄານ
     ໃຜໄດ້ຜົວເປັນຈານ       ພາວະນາຄ່ຳເຊົ້າ
     ໃຜໄດ້ຜົວຂີ້ເຫຼົ້າ           ເຝົ້າແຕ່ແກ້ວສຸຣາ
     ກັບທ່ຽວຫານາຣີ         ກິນໝົດປີບໍ່ມີເຊົາ
     ເມົາແລ້ວກໍຢາກທ່ຽວ    ຈົນລືມບ້ານ....
ລໆລ

*********************************

      *ຄັດອອກມາຈາກກອນລຳຂອງ ອາຈານຄຳໄພ ພັນສິລິ.

ເພື່ອມາປະກອບເຂົ້າບົດຮຽນ ໃນການຂຽນ "ກອນລຳ".

ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຖືວ່າເປັນຄັ້ງທຳອິດ ທີ່ຜູ່ຂ້າໄດ້ຝືກແອບຮຽນຂຽນ "ກາບ" ຜິດພາດປະການໃດ

ວອນທ່ານຜູ່ຮູ້ຊ່ອຍໃຫ້ຄຳແນະນຳ ຖືວ່າເປັນການແລກປ່ຽນຄຳຄິດຄຳເຫັນນຳກັນ

ສ່ວນກົດກະຕິກາແບບຂຽນ "ກາບ" ກໍໃຫ້ເບີ່ງເອົາຕາມຂ້າງລຸ່ມສຸດ.

               ມືໃໝ່ຫັດຂຽນ.

                                        ໂດຍ : ເມັຽນອນ ມາອອນໄລນ໌


        ຍາມເມັຽນອນ        ຂຽນກອນວອນກ່າວ
        ຢອກໝູ່ເຈົ້າ        ເວົ້າແຍ່ກວນໃຈ
        ຄັນມັກຫຼາຍ        ຊ່ອຍພາກັນຍ້ອງ
        ອ້າຍເອື້ອຍນ້ອງ        ຢ່າຟ້າວຫົວຂວັນ
        ດ໋ຽວຂ້ອຍຊວນ        ເມືອກີນຕົ້ມໄກ່
        ຫູບນ້ຳໄສ່         ອັດດ້ວຍເບຍລາວ
        ກຶ໊ກເຫຼົ້າຂາວ         ອີກຄົນລະຈອກ
        ຢ້ານແຕ່ຊອກ         ເລກບ້ານບໍ່ເຫັນ
        ຂຽນບໍ່ເປັນ         ເມັ້ນໃຫ້ຂ້ອຍແນ່
        ໃຫ້ເຫັນແກ່          ຄົນໜ້າຕາດີ
        ຢ່າຊິມີ               ຄຳດ່າຄຳປ້ອຍ
        ສາວສ່ຳນ້ອຍ           ຢ່າຫຼັບຕາຊັງ
        ຕົວຢ່າງກອນ           ຂ້ອຍຫັດຂຽນໃໝ່
        ຍັງບໍ່ໄນ່               ຂ້ອງໆຂັດໆ
        ຫາກໍ່ຫັດ               ແອບຂຽນມື້ນີ້
        ໄດອະຣີ                  ໃນເວັບພັນລາວ.

.............................................................

                  ວິທີຂຽນ "ກາບ"

1-ກອນວັກນື່ງ ໃຫ້ມີແຕ່ 7ຄຳ.
2-ຄຳສຸດທ້າຍຂອງວັກທີ່ນື່ງ ຫຼືຄຳທີ່7 ໃຫ້ສັມຜັດກັບຄຳທີ່ນື່ງ ຫຼືທີ່ສອງ ຫຼືທີ່ສາມ ໃນວັກທີ່ສອງ
3-ຄຳສຸດທ້າຍຂອງວັກທີ່ສອງ ໃຫ້ສຳຜັດກັບຄຳທີ່ນື່ງ ຫຼືທີ່ສອງ ຫຼືທີ່ສາມ ໃນວັກຖ້ວນສີ່.
ແລະວັກຕໍ່ໆໃປ ກໍໃຫ້ໄຊ້ສັມຜັດທຳນອງດຽວກັນນີ້.

***************************************************

***************************************************

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

...............................................

..............................................

                      ໂຟນແຟນເກົ່າ

                                       ໂດຍ: ເມັຽນອນ  ມາອອນໄລນ໌

   ໂທມາຫຍັງ         ອ້າຍເກືອບຝັງ           ລືມນ້ອງສິ້ນ

   ພໍໄດ້ຍິນ             ແຟນເກົ່າ                ເວົ້າຕາມສາຍ

   ໃນນ້ຳຄຳ            ວ່າເຈັບຊ້ຳ                ທັງຟຸມຟາຍ

   ຖືກເຂົາໜ່າຍ      ຢາກກັບຫວນ            ທວນຮັກຄືນ


   ກືນນ້ຳລາຍ              ຫົວໃຈ                ເຮົາເຕັ້ນຖີ່

   ຮັກເຄີຍມີ               ຕອນນີ້                 ກາຍເປັນໝືນ

   ພຽງເພາະເຫງົາ         ຫລືວ່າເຈົ້າ              ຢາກຫວນຄືນ

   ອ້າຍຍັງມືນ             ກັບຄວາມຊ້ຳ           ທີ່ຜ່ານມາ

 
   ເມມໂມຣີ               ຫົວໃຈ                  ອ້າຍມັນເສື່ອມ

   ສຸດຈະເອືອມ           ໃນຄຳຫວານ           ເຈົ້າໜັກໜາ

   ຢ່າໂທເຕືອນ            ໃຫ້ເບີເປື້ອນ           ຮອຍນ້ຳຕາ

   ຂໍເຖີດຢ່າ                ມາຮື້ຟື້ນ                ...... ຂໍຄືນດີ.

.............................................

                *ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

ຂຽນເມື່ອ ຂຽນເມື່ອ: ມ.ສ.. 29, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

..................................................................

...............................................................

                         ຕາມນາງທາງອິນເຕີເນັຕ.

                                                      ໂດຍ: ເມັຽນອນ ມາອອນໄລນ໌

 

  ຂໍ້ຄວາມ Comment ໄວ້        ຖ້ານ້ອງຕອບດ້ວຍຄວາມຫວັງ

  ຄອຍທາງມາ Online           ມິດຈ້ອຍຫາຍເລີຍນ້ອງ

  ຄອງແລ້ວຄອງຫລາຍມື້       ມາຄືເປັນລາຍຕ່າງ

  ມານັ່ງຖ້າຢຸ່ພໍ້ວໍ້                   ລໍຖ້າຢຸ່ຝ່າຍດຽວ


  ເລາະທ່ຽວຈອບໃຫ້ຮຸ້              ຫລື On ຢຸ່ໃນ Hi5

  LaoSmile ບໍ່ມີແວວ               ຊອກເລາະແຖວ LaoZaa

  LaoBuddy ກະໃປແລ້ວ          LaoKingdom ງຽບງົມໂຂ່ງ

  ກັບ 1000 ລາວຕ່າວໂຄ້ງ        ອ້າຍລໍຖ້າຢາກ Chat ນຳ


  ຊອກທາງຟາກຝ່າຍກ້ຳ         twitter ເລາະຈົນຈຸກ

  ໃນ facebook ບໍ່ເຫັນສາວ      ຂ່າວຄາວບໍ່ມີຈ້ອຍ

  ຄອຍສືບຖາມກ່ະບໍ່ມີໃຜຮູ້       youtube ທາວບໍ່ເຫັນອຸ່ນ

  ແກ້ມຈູ່ນພູ່ນບັກອ້າຍ          ບໍ່ມາຢ້ຽມສ່ອງແນມ...ອ້າຍແນ່ບໍ ?

 

         *ຄຳຕຳນິຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ*

....................................................................................................

......................................................................................................