ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ກ່ອນອື່ນກໍຕ້ອງຂໍອະພັຍນຳຜູ່ທີ່ລູແລເວັປ

ຊື່ງຂໍ້ຂຽນດັ່ງຕໍ່ໃປນີ້ຈະປາກົດທັງໄດອະຣີແລະເວັປບອຣ໌ດ

 ທັງນີ້ກໍເພື່ອໃຫ້ນ້ອງໆ ແລະເພື່ອນໆສະມາຊິກ ຜູ່ທີ່ສົນໃຈໃນການຂຽນກາບກອນ

ໃຫ້ໃດ້ອ່ານແລະອອກຄຳເຫັນໃດ້ຢ່າງທົ່ວເຖີງ ແລະຄົນທີ່ອົດຈະກ່າວເຖີງບໍ່ໃດ້ກໍຄືນ້ອງພາສຸກ

ທີ່ໃຫ້ກຽດໃຫ້ຄວາມຮ່ວມມື ປະກອບສ່ວນໃນການສ້າງກະທູ້ນີ້ມີສີສັນສັນຂື້ນຕື່ມ.

                                           ຂໍຂອບໃຈມານະທີ່ນີ້ດ້ວຍ.

                                              ຮັກແພງ ( ຈຂກທ )

                   ກອນ(ນ້ອງ)ສາວພາສຸກ

                                      ໂດຍ: ເມັຽນອນ ມາອອນໄລນ໌

 ຂ້ອຍຊິກ່າວ     ເລື່ອງສາວພາສຸກ
     ຈັກແມ່ນລູກ      ສາວໃຜບຸນຄ້ຳ
     ງາມອ່ຳຖ່ຳ        ຜູ່ລ່າວລັກແຍງ
     ແກ້ມລາວແດງ     ປານໝາກຜິພ່ວນ ອິ ອິ
     ເວົ້າກໍມ່ວນ       ຮອຍຍີ້ມກໍຫວານ
     ປານນ້ຳຕານ     ມົດຕອມຍືດ
     ຄວາມປະພືດ     ຂອງລາວກໍດີ
     ມີມັຍຕຣີ         ນຳພີ່ນຳນ້ອງ
     ວາດງາມຄ່ອງ     ຕາມແບບສາວລາວ
     ແຕ່ລາວເຫງົາ     ຍ້ອນລາວຂາດຄູ່ ອິ ອິ
     ມີແຕ່ໝູ່          ຍັງບໍ່ມີແຟນ
     ບ່າວຕ່າງແດນ     ທຽວມາເວົ້າມ່າຍ
     ແລ້ວກໍລ່າຍ     ເຮັດໃຫ້ລາວເຫງົາ
     ບ່າວພັນລາວ     ປອບໃຈລາວແນ່ ອິ ອິ

 

                             *ຄຳຕິຊົມຂອງຄົນອ່ານ ຄືສຽວສວັນສຳລັບຄົນຂຽນ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

                                        ກອນເຍີ້ນ.
 " ກອນລຳ" ແບບນີ້ມີລັກສນະຄືກັນກັບກອນອ່ານ ຄືຕ້ອງແຕ່ງໃຫ້ຄົບທັງ ສີ່ວັກເປັນບົດນື່ງ
 ເວັ້ນແຕ່ບົດຂື້ນຕົ້ນ ແລະຕ້ອງໃຊ້ຄຳເອກ-ຄຳໂທ ປະຈຳບ່ອນໃຫ້ຖືກຕ້ອງຕາມຫຼັກ;
 ນອກຈາກນີ້ ກໍໄຊ້ຄຳບຸພບົດຕື່ມເຂົ້າໄດ້ຫຼາຍຄຳ ຕ້ອງໃຊ້ສຳຜັດນອກແລະສຳຜັດໃນໃຫ້ຕິດຕໍ່ກັນ
 ໃຫ້ຕິດຕໍ່ກັນໃປທຸກໆບົດ ຕົວຢ່າງດັ່ງນີ້ :
   
      ບົດຂື້ນຕົ້ນ...ວັກ3-ມາເຫັນໜ້າ                       ສາຍຕາຟ້າລ່ວງ
               ວັກ4-ເຈົ້າຜູ່ຂາວຍອດດ້ວງ                  ຄິງສ້ວຍເກີ່ງສວຍ

          ບົດທີ່1,ວັກ1-ຫຼຽວເບີ່ງນີ້ວແລບສ້ວຍ        ງາມສີ່ງທຽນສິງ
               ວັກ2-ນີ້ລະນໍແນວຍີງ                      ໜໍ່ພຣະອິນອົງຍ້ອງ
               ວັກ3-ຄໍກົມປ້ອງ                             ສອງຕາໄຫຼເລື່ອມ
               ວັກ4-ພໍປານຂຽນຂີດໄວ້                  ໃນແປ້ນແຜ່ນທອງ

          ບົດທີ່2,ວັກ1-ສອງຝ່າຍແກ້ມ             ອ່ວນຊ່ວນນວນຈັນ
               ວັກ2-ອອກເປັນມັນຍີຍັບ              ແຍກມາຫົວຍ້າມ
               ວັກ3-ງາມເຫຼືອລົ້ນ                    ເກີນຄົນໂລກລຸ່ມ
               ວັກ4-ຊຸມພວກເຮົາໝູ່ນີ້               ບໍ່ມີສ້ຽວຖ່ອງຂົນ
         
          ບົດທີ3,ວັກ1-ຫຼຽວເບີ່ງກົ້ນ                      ວາດຍ່າງກາງແຂນ
               ວັກ2-ປານມະຍຸຣາແພນ                   ແອ່ນຫາງເຟືອຟ້ອນ
               ວັກ3-ບາດນາງຊອນຕາສິ້ງ               ຫຼິງແລເຫຼືອດລ່ຳ
               ວັກ4-ຕຳຖືກໃຜແມ່ນລົ້ມ                 ຫຼົງຫຼົ້ມຫຼົ່ມນຳ

          ບົດທີ4,ວັກ1-ຈັ່ງແມ່ນນໍ ຈັ່ງແມ່ນທັມມະຊາດເຊື້ອ      ນ້ອຍໜໍ່ນາງມາທີ
                ວັກ2-ບຸນໃຜມີ ຈັ່ງໄດ້ນາງເປັນຜົວ                   ໝໍ່ນາງຄົນໂກ້
                ວັກ3-ແນວພຣະໂພທິຍານຍ້ອງ                   ຍີງງາມຕ້ອງສໂລກ (ແທນສຽງເອກ)
                ວັກ4-ໂຊກໃຜມີຈັ່ງພໍ້                               ບຸນນ້ອຍແມ່ນບໍ່ເຫັນ.
                                ໆລໆ

( ຄັດລອກອອກມາຈາກ ປື້ມໄວຍະກອນລາວ ພາກສີ່ )


*****ຈາກຜູ່ຂຽນ:  ການວາງສຽງເອກ-ສຽງໂທໃນໂຄງສ້າງຂອງກອນ" ເຍີ້ນ "

ໜ້າຈະອອກມາໃນລັກສນະແບບນີ້ ຫຼືວ່າທ່ານຜູ່ຮູ້ ຫາກຈະມີສີ່ງໃດທີ່ຢາກຈະແນະນຳ

ກໍຈະເປັນການດີ ແລະກໍຂໍຂອບໃຈມານະທີ່ນີ້ດ້ວຍ.

              x x x x 2     x 1 x x
            x x x x x     1 x x x 2
            x x x x 2     x x x x 1
            x x x 1 2     x 2 1 x


              *1 ໝາຍເຖີງສຽງ ເອກ
              *2 ໝາຍເຖີງສຽງ ໂທ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 6, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

                         ກອນລຳ.

   "ກອນລຳ" ໝາຍເອົາຄຳທີ່ລຳໃສ່ກັບແຄນ,ຄວາມຈິງຄຳກອນລາວທຸກປະເພດ
 ໄຊ້ລຳໃສ່ແຄນໄດ້ທັງມວນ ແຕ່ປະເພດທີ່ຮຽກວ່າ "ກອນລຳ" ນີ້ມີພິເສດກວ່າ
ເພາະໄຊ້ສຳລັບລຳໃສ່ແຄນໄດ້ດີກວ່າຄຳກອນປະເພດອື່ນໆ ດັ່ງນີ້ຈີ່ງຮຽກວ່າ "ກອນລຳ".
 ລັກສນະຂອງກອນລຳນີ້ມີ ສອງຢ່າງ ຄື: ກອນຕັດ ແລະ ກອນເຍີ້ນ.

       ແຕ່ວ່າມື້ນີ້ເຮົາມາທຳຄວາມຮູ້ຈັກກັບ "ກອນຕັດ" ກັນສາກ່ອນ
   ກ.ກອນຕັດ.
     ແມ່ນຄຳກອນປະເພດກອນກາບ (ຜູ່ທີ່ຍັງບໍ່ຮູ້ຈັກກອນກາບ

ກໍໃຫ້ໃປຄົ້ນເບີ່ງຢູ່ໃນເວັບບອຣ໌ດ ຫລືວ່າໃນໄດອະຣີທີ່ໂປຣໄຟລ໌ຂອງຜູ່ຂ້າ)

ນັ້ນເອງ ແຕ່ຫາກໄຊ້ສັມຜັດໃນຕິດຕໍ່ໜໍ່ເນືອງກັນຫຼາຍ
     ແລະຕື່ມຄຳບຸພບົດ ໄດ້ອີກຕາມໃຈ ຈົນເປັນວັກລະ 7ຄຳ 9ຄຳ 11ຄຳ 13ຄຳ ກໍໄດ້.
            
                               ຕົວຢ່າງ:

               ຟັງເດີເຈົ້າ             ເບົ້າລ່ຽນອິນຂຽນ
               ພີ່ມາວຽນ             ຈົນທາງເປັນໂສກ
               ທຽວຂ້າມໂຄກ        ຈົນຫົວເຂົ່າຄອນ
 ນັບແຕ່  ພີ່ມາວອນ               ມານ້ອມມາໜ່ຽວ
 ນາງກໍ    ເລີຍບໍ່ກ່ຽວ               ຄວາມໝັ້ນສັນຍາ
 ຕົວະໃຫ້  ເຄີກເວລາ               ມາເສັຽດາຍດອກ
ຄັນບໍ່ມັກ  ເປັນສັງນ້ອງບໍ່ບອກ    ນາແຕ່ຫົວທີ
ອັນນີ້ນາ  ເວົ້າກັນມາຕັ້ງປີ          ໝົດຢາຕັ້ງໝື່ນ
            ຈົນວ່າຂັ້ນໄດມື່ນ          ທຽວຂື້ນທຽວລົງ
            ເຊີນນ້ອງບອກກົງໆ      ເອົາບໍ່ຫຼືບໍ້
            ຄັນຊິເວົ້າວ່າບໍ່             ກໍໃຫ້ວ່າມາສາ
            ຊິໄດ້ໝົດສົງກາ          ຄວາມຊາຍໝາຍມາດ
            ເຊີນນ້ອງເວົ້າໃຫ້ຂາດ   ຕັດທ່ອນຮອນສີນ ໆລໆ 

*ຄັດລອກອອກມາຈາກປື້ມໄວຍະກອນລາວ ພາກສີ່ ສັນທະລັກສນະ

*ຄຳເຫັນຂອງຜູ່ຂຽນ:

"ກອນຕັດ"  ຜູ່ຂ້າຄິດວ່າຄືອັນດຽວກັນກັບ ກອນລຳຄູ່ລຳກອນນັ້ນເອງ.

ຄຳວ່າ  "ລຳ"  ກໍຄື  "ວັນນະກັມ"  ພື້ນບ້ານທີ່ມີປະຈຳແຕ່ລະທ້ອງຖີ່ນຂອງຊົນຊາວລາວ

ທີ່ໄດ້ສືບທອດກັນມາຕັ້ງແຕ່ບູຮານນະການເ ຮົາຄວນຊວ່ຍກັນຖນອມປົກປັກຮັກສາ

ພູມປັນຍາອັນປະເສີດຂອງບັນພະຊົນເຮົາ ໃຫ້ເປັນມໍຣະດົກຕົກທອດແກ່ຄົນລຸ້ນຫຼັງສືບຕໍ່ໆກັນໃປ.