ຂຽນເມື່ອ: ກ.ຍ.. 15, 2011
| ມີ
11 ຄຳເຫັນ
ແລະ
0 trackback(s)
ກອນ ສຣະ xຳ
ໂດຍ : ເມັຽນອນ ມາonLine
ອ້າຍນີ້ທຸກຍາກລ້ຳ ໜ້າກ່ຳໂຕດຳ
ໄຮ້ຊັບສິນເງີນຄຳ ແມ່ນແຕ່ເກືອບໍ່ມີຈ້ຳ
ເຫັນສາວງາມ ຂົ່ມໃຈຫ້າມ ຄົນໂຕດຳສາວບໍ່ຫລ່ຳ
ຄວາມທຸກມາຕອກຢ້ຳ ເວນຊ້ຳຈັ່ງແມ່ນກັມ
ຢາກມາຂໍຊ່ອຍຄ້ຳ ຫວັງຮ່ວມຮຽງນຳ
ແຕ່ບໍ່ມີເງີນຄຳ ຊິມັດຈຳສາວຊ້ຳ
ຄົນໂຕດຳໃຈປ້ຳ ຊິຂາຍຮຳສີເຂົ້າກ່ຳ
ພໍມີເງີນມັດຈຳ ຮຳອ້າຍດຳຂື້ຫລື້ ມີໃຜຊື້ແນ່ບໍ່ຮຳ.
*ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ.