ຂຽນເມື່ອ: ກ.ຍ.. 22, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ເບີ່ງວິດີໂອ...ກົດທີ່ນີ້
ແພ້ແມ່ຮ້າງ
ໂດຍ: ເມັຽນອນ ມາOnLine
ໃຈເໝືອນມີແນວ ມາຕຳ
ຮັກສາວຄົນງາມ ຊູ້ເກົ່າເພີ່ນ
ໄດ້ແຕ່ຈອບແນມ ສາວແກ້ມເປີ່ນເວີ່ນ
ຈັ່ງທຽວມາເຊີ່ນ ຍ້ອນມັກອີ່ຫລີ
ສເນ່ແກ້ມແດງ ແຮງຫຼາຍ
ມາບເຫັນຫົວໃຈ ໂອ໊ຍ..ເຕັ້ນຖີ່
ເຄີຍຜ່ານມືຊາຍ ອ້າຍກະບໍ່ຕິ
ໜຸ່ມໂສດຄົນນີ້ ມັກແຕ່ແມ່ຮ້າງ
R* ໃຈອ້າຍຖລຳ ທຽວນຳຈອບສ່ອງ
ຫວັງຮ່ວມກິນດອງ ຄຽງສອງຮ່ວມສ້າງ
ອ້າຍບໍ່ເຄີຍແຄຣ໌ ເຖີງເປັນແມ່ຮ້າງ
ຊິເອົາໃຈລ້າງ ໃຫ້ຫ່າງມົລທິນ
ບໍ່ຕ້ອງລະແວງ ແຄງໃຈ
ລອງໄດ້ຮັກໃຜ ໃຈຂາດດີ້ນ
ເປັນໜຸ່ມສາວຕອມ ເນື້ອຫອມຮິ໊ນຮີ່ນ
ແຕ່ດວງແລະຊິນ ແພ້ກີ່ນແມ່ຮ້າງ.
*ຄຳຕິຊົມຂອງຄົນອ່ານ ຄືສຽງສວັນສຳລັບຄົນຂຽນ