ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ເຫດການຕໍ່ໄປນີ້ອາດເປັນເຫດການທີ່ເຫລືອເຊື່ອ ແຕ່ມັນກະໄດ້ເກີດຂື້ນຈິງກັບຊິວິດຂ້ອຍ

             ຕອນສະໄຫມຂ້ອຍຍັງນ້ອຍ ຂ້ອຍເປັນຄົນທີ່ມັນນອນຕອນສວຍດົນໆໆໆໆໆໆຈົນອ້າຍກັບແມ່ບໍ່ຢາກໃຫ້ນອນ

 ມີມື້ຫນ່ືງ ຂ້ອຍນອນແຕ່ຕອນ1ໂມງຕອນສວຍ ຈົນຮອດ4ໂມງແລງ ແລະກໍ່ໄດ້ຍີນສຽງແມ່ມາເຄາະປະຕູປຸກເອົາ

ແຕ່ບໍ່ຮູ້ວ່າເປັນຫຍັງຂ້ອຍເຫນັງຕົນໂຕບໍ່ໄດ້ ມືນຕາກະບໍ່ຂື້ນ ແລະ ຮູ້ສືກວ່າໃຜມານັ່ງທັບເອິກ

ຂ້ອຍຢ້ານສຸດຂິດ ແລະ ນືກໄດ້ວ່າຕ້ອງແມ່ນຖືກຜີອຳແນ່ນອນ ເລີຍທ່ອງນະໂນ3ເທືອ

ແຕ່ກໍ່ບໍ່ໄດ້ຜົນ(ອາດຈະເປັນຍ້ອນຂ້ອຍທ່ອງຜິດຕິເບາະ55555+ເພາະຂ້ອຍທ່ອງບໍ່ເປັນ)

ຕໍ່ມາຂ້ອຍກໍ່ເອີ້ນຂໍຄວາມຊ່ວຍເຫລືອຈ່າກພໍ່ແມ່ ແລະ ສິງສັກສິດທັງຫລາຍ ທີ່ຂ້ອຍນືກອອກໃນຕອນນັ້ນ

ແຕ່ມັນກະບໍ່ໄດ້ຜົນຫຍັງ ຂ້ອຍຮູ້ສືກວ່າມັນເກີດຂື້ນດົນໆໆໆ

ສຸດທ້າຍຂ້ອຍເລີຍຕັດສີນໃຈເວົ້າຂື້ນດັງໆໆວ່າ  " " " ຊິຫນີບໍ່ ຊິເຊົາກວນບໍໍ່ ຖ້າບໍ່ເຊົາຂ້ອຍນອນຕໍ່ໃດນິ " " " "

ຈາກນັ້ນຂ້ອຍກ່ໍນອນຕໍ່ໍໍຊະ ຈົນຮອດ8ໂມງແລງພຸ້ນນະ

ແມ່ຂ້ອຍເລີຍໄຂປະຕູມາປຸກເອົາ ແລະ ກໍ່ຖືກຮ້າຍ  ເພາະນອນດົນໂພດ

...............

ມາຮອດປະຈຸບັນນີ້ຂ້ອຍຍັງບໍ່ຮູ້ວ່າມັນເກີດຫຍັງຂື້ນ

 

Delicious Digg Fark Twitter