ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 ຈາກເຄັດບໍ່ລັບຂອງ ອ.ຈ ດຸດສະດີ ພະນົມຍົງ ບຸນທັດສະນະກຸນ ຜູ້ມີຂໍ້ແນະນຳວິທີການຟຶກຮ້ອງເພງດ້ວຍຕົນເອງງ່າຍໆດັ່ງນີ້.

 

1.ຝຶກການຫາຍໃຈປະກອບການຜ່ອນຄາຍກ້າມເນື້ອ ຂັ້ນຕອນການປະຕິບັດມີດັ່ງນິ້.

- ຢືນກົງ ສອງຕີນຫ່າງກັນເທົ່າຄວາມກວ້າງຂອງບ່າໄຫລ່

ຢຽດແຂນຂະຫນານກັນຂື້ນເຫນືອຫົວ ຫງາຍມືຂື້ນ..ພະຍາຍາມຢຽດແຂນຂື້ນໃຫ້ສຸດ ໃຫ້ແຂນທັງສອງຂ້າງເຄັງ.

- ຫາຍໃຈເຂົ້າຊ້າໆຫລືນັບໃນໃຈ 1 2 3 ພ້ອມກັບເຍັ່ງຕີນຂື້ນຊ້າໆນຳ.

- ກັ້ນຫາຍໃຈໄວ້ຊົ່ວຄາວໃນສະພາບເຍັ່ງຕີນ

- ຄ່ອຍໆປ່ອຍລົມຫາຍໃຈອອກຍາວໆນັບໃນໃຈ 1 2 3 4 5 6 ຊ້າໆພ້ອມກັບເອົາມືລົງແນບຂ້າງຕົວ ຢ່າງຊ້າໆພ້ອມກັບວ່າງສົ້ນຕີນລົງກັບພື້ນ.

ແບບຝຶກຫັດນີ້ ປະຕິບັດທຸກວັນ ວັນລະບໍ່ຕ່ຳກວ່າ 10 ເທື່ອ.

2.ຝຶກການເປັ່ງສຽງປະກອບການຫາຍໃຈ

- ຫາຍໃຈເຂົ້າຊ້າໆ ສະບາຍໆ ນັບ 1 2 3 ໄວ້ໃນໃຈ.

- ຄ່ອຍໆປ່ອຍລົມຫາຍໃຈອອກທາງດັງ ໂດຍອຸບປາກໄວ້ປ່ອຍສຽງອື່ມ.....(ເຮັດຄືສຽງຈົ່ມເວລາຄົນຢູ່ເຮືອນເຮັດຫຍັງບໍ່ຖືກໃຈ)

- ຫາຍໃຈເຂົ້າຊ້າໆອີກ

- ບາດນີ້ຈາກສຽງ ອື່ມສັ້ນໆປ່ຽນເປັນ ( ອື່... ) ຍາວໆພ້ອມປ່ອຍລົມຫາຍໃຈອອກ ນັບ 1 2 3 4 5 6 7 8 9 10 ຄົບແລ້ວຈື່ງຢຸດສຽງ ອື່

ປະຕິບັດຊ້ຳຢ່າງນິ້ມື້ລະບໍ່ຕ່ຳກວ່າ 8 ຄັ້ງ.

3.ຝຶກການຮ້ອງໃຫ້ຖືກຕາມທຳນອງແລະຈັງຫວະ.

- ຫາເພງທີ່ທ່ານມັກມາຟັງຫລາຍໆເທື່ອ.

- ລອງອື່ມຕາມທຳນອງເພງໃຫ້ຖືກເທິ່ງທຳນອງແລະຈັງຫວະ

- ຮ້ອງຄຳວ່າ (ລາ...) ຕາມຄວາມສູງຕ່ຳຂອງສຽງເພງຕະຫລອດເພງ

4. ຝຶກການຈື່ຈຳເນື້ອເພງໃຫ້ແນ່ນອນ.

- ນຳເພງບົດນັ້ນມາອ່ານເນື້ອຮ້ອງໃຫ້ລື້ງປາກກ່ອນ

- ພະຍາຍາມ ອອກສຽງພະຍັນສະນະ ແລະ ຕົວສະກົດຕ່າງໆໃຫ້ຖຶກຕ້ອງ ແລະ ຖືກວັກຕອນ.

- ເມື່ອຄັກໃຈແລ້ວກໍ່ທົດລອງຮ້ອງເບິ່ງ.

- ໃສ່ອາລົມ ຄວາມຮູ້ສຶກຕາມເນື້ອເພງນັ້ນໆ

(ແປມາຈາກ)

http://www.baanmaha.com/community/thread18180.html

ຫວັງວ່າທຸກທ່ານໄດ້ອ່ານແລ້ວຄົງຈະມີປະໂຫຍດບ່ຫລາຍກໍ່ນ້ອຍ

ຕົວຂ້ອຍເອງກໍ່ລອງປະຕິບັດແລ້ວໄດ້ຜົນ 99.99% ຍັງອີກ 00.01% ແມ່ນຍັງບໍ່ໄດ້ລົງປະຕິບັດຕົວຈິງແລະຕ້ອງປະຕິບັດຕະຫລອດສຸຂະພາບກະດີນຳອີກ.

 

 

Delicious Digg Fark Twitter