ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ພຸທໂທ ແມ່ນ ຈິດທີ່ຮູ້ໄຕຍລັກ ຫລື ຮູ້ອະຣິຍະສັຈ.

ຮູ້ວ່າ  ຮ່າງກາຍເປັນຂອງປະຕິກູນບໍ່ສະອາດພຶງລັງກຽດ

ຮູ້ວ່າ  ຮ່າງກາຍເປັນທາດ ๔ ຄື ດິນ  ນ້ຳ  ລົມ  ໄຟ

ຮູ້ວ່າ  ສັງຂານທັງຫລາຍເປັນຂອງບໍ່ທ່ຽງ ເປັນທຸກ

ຮູ້ວ່າ  ທັມທັງປວງ ບໍ່ແມ່ນສັດ ບຸກຄົນ ຕົວຕົນ

ຮູ້ວ່າ  ເກິດ ແກ່ ເຈັບ ຕາຍ  ຄືທຸກ

ຮູ້ວ່າ  ຕັນຫາ ຄື ເຫດແຫ່ງທຸກ

ຮູ້ວ່າ  ກຳຈັດຕັນຫາໃຫ້ສິ້ນໄປ ຄືຄວາມດັບທຸກ

ຮູ້ວ່າ  ສິລ ສະມາທິ ປັນຍາ ຄື ຂໍ້ປະຕິບັດເຖິງຄວາມດັບທຸກ

ການຮູ້ຂອງຜູ້ປະຕິບັດ ຈະຮູ້ເຫັນໃນລັກສະນະທີ່ມີ ຜູ້ແນມກັບຜູ້ຖືກແນມ ຈື່ງຈະຍັງຜູ້ພາວະນາ ( ພຸທທານຸສະຕິ ) ເຫັນອາລົມໄດ້ຕາມຄວາມເປັນຈິງ

ມັນມີແຕ່ສະພາວະທັມ ມີແຕ່ສັຈະທຳເທົ່ານັ້ນ ຜູ້ມີສະຕິສະເຫມີຢູ່ທຸກເວລາ ໂອກາດບັນລຸທັມ ພ້ອມເກີດໄດ້ທຸກສະຖານທີ່

ພຸທທານຸສະຕິ ເມື່ອບຸກຄົນລະນຶກຢູ່ຢ່າງນີ້ ປິຕິຍ່ອມບັງເກີດຂື້ນ

ບຸກຄົນນັ້ນເລີ່ມຕັ້ງປິຕິນັ້ນໂດຍຄວາມສິ້ນໄປ ຍ່ອມບັນລຸຄວາມເປັນພຣະອໍຣະຫັນຕໄດ້

 ທີ່ມາ ຈາກຫນັງສື ພຣະພຸທທະເຈົ້າອົງຈິງ

ໂດຍ ອາປາສັນຕິ ລວບລວມລຽບລຽງ

 

Delicious Digg Fark Twitter