ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ( ອົກຫັກດີກວ່າຮັກບໍ່ເປັນ ) ສຸພາສິດຍອດຮິດສຳລັບຄົນທີ່ພົບກັບຄວາມຜິດຫວັງໃນຄວາມຮັກ ແຕ່ຖ້າອົກຫັກເລື້ອຍ ໆ ມັນກະບໍ່ໄຫວຄືກັນເພາະມັນຊ່າງເຈັບຊ້ຳລະກຳຊວງ ຍີ່ງຄົນຫນຸ່ມສາວຍຸກໄອທີ ພົບກັນງ່າຍ

ມັກກັນງ່າຍ ເບື່ອກັນງ່າຍ ຊິເຮັດຈັງໃດດີ ບາງຄົນອົກຫັກວັນລະສາມເວລາຫລັງອາຫານ ເພາະເລາະຮັກຄົນນັ້ນຄົນນີ້ໄປທົ່ວ ບາງຄົນອົກຫັກຢ່າງເບາ ໆ ເພາະຮັກເຂົາຂ້າງດຽວ

ແຕ່ບາງຄົນອົກຫັກຢ່າງຊ້ຳຊອກເພາະຖືກຄົນຮັກປະຖິ້ມແບບບໍ່ໃຍດີ ບາງຄົນຮັກກັນມາໂດນ ..ດົນ ແຕ່ພາຍຫລັງຈຳຕ້ອງເລີກລາ ເພາະໄປດ້ວຍກັນບໍ່ໄດ້ ອັນນີ້ກໍ່ເຈັບຕົວທັງຄູ່ ສະຫລຸບແລ້ວ ອົກຫັກບໍ່ດີເລີຍເນາະ

                  ດັງນັ້ນບົດຄວາມໃນມື້ນີ້ຈຶ່ງຂໍສະເໜີເຕັກນິກທຳໃຈຍາມປະສົບຄວາມຜິດຫວັງໃນຄວາມຮັກ ເພື່ອເປັນປະໂຫຍດຕໍ່ຄົນຫນຸ່ມສາວໃນຍຸກໄອທີ ທີ່ພົບຮັກກັນງ່າຍ ໆ ທາງອອນໄລນ

ດ້ວຍຄວາມໄວເທົ່າແສງ ຫວັງເປັນຢ່າງຍິ່ງວ່າ ວິທີຄິດທັງ 4 ວິທີນີ້ ຄົງໄດ້ຊ່ອຍຮັກສາໃຈ ໃຫ້ທ່ານມີກຳລັງໃຈຮຽນຮູ້ຊີວິດກັນຕໍ່ໄປ  ຈົນກວ່າຈະປະສົບຄວາມສຳເລັດໃນຊີວິດຕາມປຣາດຖຫນາຂອງທຸກ ໆ ຄົນ

ຕໍ່ໄປນິ້ຂໍເຊີນຕິດຕາມໄດ້ເລີຍ.

1. ເຂົ້າໃຈທຳມະຊາດຂອງຄວາມຮັກ ຄວາມຮັກແບບຫນຸ່ມສາວ ເປັນຄວາມຮັກທີ່ມີລົດຫວານໃຜ ໆ ກໍ່ຄ້ຳຄວນປຣາດຖຫນາ ແຕ່ທຳມະຊາດຂອງຄວາມຮັກແບບນິ້ ມັນມາພ້ອມພິດສົງນຳ

ຄືຫາກບໍ່ສົມປຣາດຖຫນາເມື່ອໃດ ມັນກໍ່ຈະສະແດງຄວາມເຈັບປວດອອກມາທັນທີ ເຈັບຫລາຍ ເຈັບນ້ອຍ ແລ້ວແຕ່ວ່າເຮົາຢຶດຫມັ້ນທຸ້ມເທໃນຄວາມຮັກເທົ່າໃດ ຢຶດນ້ອຍກໍ່ເຈັບນ້ອຍ ຢິດຫລາຍກໍ່ເຈັບຫລາຍ

        ດັ່ງນັ້ນໃນຍາມໃດອົກຫັກ ໃຫ້ເຮົາບອກກັບຟຕເອງວ່າ ນີ້ເປັນທຳມະຊາດຊີວິດມັນສະແດງອາການຕາມທຳມະຊາດຂອງມັນເອງ ຖ້າເຮົາບໍ່ໄປຄິດກັບມັນຫລາຍ ແລ້ວມັນກໍ່ຈະຄ່ອຍ ໆ ທຸເລົາເບົາບາງໄປເອງ.

2. ມີຄວາມເມຕຕາກະຣຸນາຕໍ່ຕັວເອງ ເມື່ອໃດຕ້ອງພົບກັບຄວາມເຈັບປວດຈາກຄວາມຜິດຫວັງໃນຄວາມຮັກ ໃຫ້ຄິດເມຕຕາກະຣຸນາຕໍ່ຕົວເອງ ບໍ່ຄິດລົງໂທດຕົວເອງ ຫລື

ຄິດທຳລາຍຈິດໃຈຂອງຕົວເອງຊ້ຳເປັນດາບສອງຄົມລົງໄປອີກ  ແຕ່ໃຫ້ຫລຽວໄປທີ່ຄວາມເຈັບປວດ ທີ່ເກິດຂື້ນໃນໃຈດ້ວຍຄວາມກະຣຸນາ ຄືກັບວ່າເຮົາກຳລັງຮູ້ສຶກເມຕຕາສົງສານໃຜຈັກຄົນ

ປອບໃຈຂອງຕົວເອງຄືກັບເຮົາກຳລັງປອບຫມູ່ດ້ວຍຄວາມຮັກຄວາມເຂົ້າໃຈ

      ຍົກຕົວຢ່າງ ..ທຳໃຈໃຫ້ສະບາຍ..ໆ .ເດີ...ມັນເຈັບບໍ່ດົນດອກເທື່ອຫນ້າເຮົາຊິລະວັງໃຫ້ຫລາຍກວ່ານີ້ ຂໍໂທດເດີຫມູ່ເດີ ທີ່ເຮັດໃຫ້ໂຕຕ້ອງເຈັບ ໆລໆ

ຄືເບິ່ງຄວາມເຈັບປວດທີ່ເກິດຂື້ນດ້ວຍຄວາມເຫັນໃຈວ່ານີ້ເປັນຜົນພວງເກີດຈາກຄວາມຮັກແບບຫນຸ່ມສາວ (ເບິ່ງຂໍ້ 1)

3.ມອງໂລກໃນທາງທີ່ດີ ໃຫ້ຄິດວ່າຕົວເອງເປັນຜູ້ໂຊກດີທີ່ສຸດໃນໂລກ ດີແລ້ວທີ່ອົກຫັກ ເພາະຄົນທີ່ເຮົາຮັກຄົນນີ້ອາດຈະບໍ່ແມ່ນເນື້ອຄູ່ຂອງເຮົາກໍ່ໄດ້ ຫລື ໃຫ້ຄິດດີໃຈວ່າ ອົກຫັກເທື່ອນີ້ດີຫລາຍ

ເພາະເຮົາໄດ້ຕວາມຮູ້ໄຫມ່ ໆ ທີ່ເຮົາສາມາດນຳມາປັບປຸງຊີວິດຂອງເຮົາໃຫ້ພັດທະນາຂຶ້ນໄດ້ຫລາຍກວ່າເກົ່າ ເອີ້!..ຈັງຊີ້ຄົງຕ້ອງຂອບໃຈຄົນທີ່ຫັກອົກເຮົາແລ້ວໃດນິ..ຖ້າບໍ່ຈັງຊັ້ນຄືຊິເຊີ້ໄປອີກດົນ ຫລື

ຄິດວ່າ..ໂອ່..ໂຊກເຮົາຍັງດີເນາະ ທີ່ຜິດຫວັງເສຍກ່ອນ ຖ້າບໍ່ຈັງຊັ້ນເຮົາຖະຫລຳເລິກລົງໄປກວ່ານີ້ເຮົາກໍ່ຈະເຈັບສາຫັດກວ່ານີ້

       ການຄິດໃນແງ່ດີເຊັ່ນນີ້ ສາລະພັດທີ່ຈະຄິດໄດ້ຫລາຍຮູບແບບ ໃຜທີ່ຄິດຢ່າງນີ້ໄດ້ ຖືວ່າເປັນຄົນສະຫລາດຄິດເດີ..ເພາະສາມາດເອາປັນຫາມາສ້າງເປັນປັນຍາ ເອົາຄວາມທຸກມາແປເປັນຄວາມສຸກທີ່ເປັນກຸສົນ

ມອງໂລກໃນແງ່ດີຫລາຍ ໆ ແບບນີ້ ເຮັດໃຫ້ມີສຸຂະພາບຈິດດີຕະຫລອດຊີວິດເດີ...

4.ຝັນຫາກໍ່ຕື່ນ ສຳລັບຄູ່ຮັກທີ່ຮັກກັນມາດົນນານ ຫວານຊື່ນກັນມາໂດຍຕະຫລອດ ແຕ່ຕໍ່ມາພາຍຫລັງຕ້ອງມີອັນພັດພາກຈາກກັນ ເພາະໄປດ້ວຍກັນບໍ່ໄດ້ ຫລື ຂັດແຍ່ງບໍ່ເຂົ້າໃຈກັນ ຫລື

ອີກຝ່າຍບໍ່ຊື່ສັດເຮັດໃຫ້ມີອັນຕ້ອງແຍກທາງກັນ ຫລື ຖຶກຖິ້ມແບບບໍ່ໃຍດີ ປັນຫາເລົ່ານີ້ລ້ວນສ້າງຄວາມທຸກຍາກແສນສາຫັດໃຫ້ແກ່ຈິດໃຈຈົນຍາກທີ່ຈະຮັບໄວ້ໄດ້ ດັ່ງນັ້ນຈຶ່ງມີບາງຈົນເຖິງກັບຄິດສັ້ນ

ທຳລາຍຊີວິດຂອງຕົວເອງໄປເລີຍກໍ່ມີ

       ໃນກໍລະນີ ຫາກໃຊ້ 3 ວິທີຂ້າງຕົ້ນດັ່ງທີ່ແນະນຳໄປແລ້ວ ຍັງເອົາບໍ່ຢູ່ ຄືຍັງມີຕວາມລຳໄລລຳພັນອາໄລອາວອນຢູ່ເຊັ່ນເດີມ ຂໍແນະນຳໃຫ້ໃຊ້ວິທີ່ຄິດແບບ ( ຕັດໃຈ ) ຢ່າງເດັດຂາດໄປເລີຍ ນັ້ນຄື

ທຸກຄັ້ງທີ່ມີຄວາມຄິດຫວນອາໄລເກິດຂື້ນເມື່ອໃດ ໃຫ້ບອກກັບຕົວເອງທັນທີວ່າ ວັນທີ່ຊື່ນຄືນທີ່ສຸກເກົ່າ ໆ ນັ້ນມັນເປັນພຽງເຮົາຝັນໄປ ຕອນນີ້ເຮົາຕື່ນຂື້ນມາມື້ໄຫມ່ແລ້ວ ບໍ່ຕ້ອງຫວນຫາອາໄລມັນອີກຕໍ່ໄປ (

ຄວາມຝັນຄືມາຍາ ປັດຈຸບັນຄືຄວາມຈິງ ) ໃຫ້ມີຄວາມລືນເລິງໃນຊີວິດໄຫມ່ ສຳລັບຄວາມຮັບຜິດຊອບຕ່າງ ໆ  ທີ່ຕາມມາບອກກັບຕົວເອງໄປໄດ້ເລີຍວ່າ ( ເຮົາເຮັດໄດ້ດີຫລາຍ )

ການຢູ່ຄົນດຽວຖ້າຫາກຊີວິດມັນດີງາມ ມັນມີຄວາມສຸກດີຂື້ນຫລາຍ ເຮົາກໍ່ຈະດີໃຈ ບາງເທື່ອບໍ່ແນ່ ໃນອານາຄົດເຮົາອາດຈະພົບກັບຄົນດີທີ່ໄປດ້ວຍກັນກັບເຮົາໄດ້ກໍ່ອາດຈະເປັນໄດ້ເປັນຕົ້ນ

     ຂໍສະຫລຸບຊ້ຳອີກຄັ້ງວ່າ ທຸກຄັ້ງທີ່ຄິດອາໄລວັນວານນັງຫວານຊື່ນ ໃຫ້ເຮົາຕ້ອງບອກກັບໂຕເອງວ່າ ( ນັ້ນມັນຝັນມື້ຄືນນີ້ ຕອນນີ້ເຮົາຕື່ນແລ້ວ ເບິກບານແລ້ວ ໃຈສະຫວ່າງແລ້ວ ) ທຳຈິດໃຈໃຫ້ລື່ນເລີງ ໄດ້ເຊັ່ນນີ້

ເຮົາກໍ່ໄດ້ຂື້ນຊື່ວ່າ ເປັນຊາວພຸທລຸ້ນໄຫມ່ຢ່າງແທ້ຈິງ..

ຂໍຂອບໃຈ www.watkoh.com  

ແລະເວັບພຸທສາດສະຫນາ www.budpage.com

 

 

Delicious Digg Fark Twitter