ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

 

 

 

 

ເຄີຍໂງ່ບໍ່

 

 

ໂງ່ທີ່ຄິດວ່າຄວາມພະຍາຍາມຢູ່ບ່ອນໃດ,ຄວາມສຳເລັດຢູ່ບ່ອນຫັ້ນ

 

 

ໂງ່ທີ່ຄິດວ່າຄົນໆຫນື່ງໃຫ້ຄວາມສຳຄັນກັບຕົວເຮົາຫລາຍກວ່າຄົນອື່ນ

 

ໂງ່ທີ່ຄິດວ່າຄົນທີ່ເຮົາຮັກເຂົາຈະຮັກເຮົາຄົນດຽວ

 

ໂງ່ທີ່ຄິດວ່າເຮົາສຳຄັນກັບຄົນໆຫນື່ງຈົນເຂົາຂາດເຮົາບໍ່ໄດ້

 

ໂງ່ທີ່ຄິດວ່າຄຳຫວານໆນັ້ນຈະເປັນຫ່ວງເຮົາແທ້

 

ໂງ່ທີ່ຄິດວ່າເວລາເຮົາຕ້ອງການເຂົາໆຈະຢູ່ນຳເຮົາສະເຫມີ

 

 

 

ຢາກສະຫລາດທີ່ຈະເຂົ້າໃຈວ່າ ຄວາມພະຍາຍາມບາງເທື່ອ ມັນກະເປັນແຕ່ຄວາມພະຍາຍາມ

 

ບໍ່ມີທາງທີ່ໃຜຈະເຫັນເຮົາສຳຄັນໄປກວ່າຕົວເຂົາເຈົ້າເອງ

 

ຄຳຫວານທີ່ເຂົາເວົ້ານຳເຮົາ ເຂົາກະເວົ້າກັບຄົນອື່ນຄືກັນ ແລະມັນກະເປັນພຽງຄຳຫວານເທົ່ານັ້ນ

 

ແລະເວລາທີ່ເຮົາຕ້ອງການເຂົາທີ່ສຸດ ໃນເວລານັ້ນເຂົາຄົງຈະຢູ່ນຳຄົນອື່ນ

 

 

 

*ແລະສິ່ງທີ່ຂ້ອຍຄິດວ່າຂ້ອຍສະຫລາດມາຕະຫລອດ ສຸດທ້າຍກະແມ່ນສິ່ງທີ່ຂ້ອຍໂງ່ມາຕະຫລອດ ແລະ

ຂອບໃຈທີ່ເຮັດໃຫ້ຂ້ອຍຮູ້ວ່າຮັກແທ້ບໍ່ມີໃນໂລກ ຮັກໃດໆກະບໍ່ເທົ່າສຶ່ງທີ່ພໍ່ກັບແມ່ຂ້ອຍໃຫ້ມາ:'[

 

Delicious Digg Fark Twitter