ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 22, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

        ເວັບ​ໄຊ​ໂຊ​ຟອສ ຊຶ່ງ​ເປັນ​ບໍລິສັດ ຮັກສາ​ຄວາມ​ປອດ​ໄພຊອຟ​ແວ ​ແລະ ຮາດ​ແວ ​ເປີດ​ເຜີຍ​ວ່າ ພູມິພາກ​ອາຊີ ກາຍ​ເປັນພູມິ​ພາກ​ທີ່​​ແຜ່​ຂໍ້ຄວາມ​ຂີ້​ເຫຍື້ອ​ (ສະ​ແປ​ມ) ຫຼາຍ​ທີ່​ສຸດ​ໃນ​ໂລກ ຄິດ​​ເປັນ​ເຄິ່ງໜຶ່ງ​ຂອງ​ທັງ​ໝົດ ​ແລະ ຫຼາຍ​ກວ່າ​ສະຫະລັດ​ອາ​ເມ​ລິ​ກາ ຊຶ່ງ​ເປັນ​ປະ​ເທດ​ຕົ້ນ​ທາງ.

ຂະນະ​ທີ່​ເມື່ອ​ທຽບ​ກັບ​ຫຼາຍ​ປະ​ເທດ ພົບ​ວ່າ​ສະຫະລັດ​ອາ​ເມ​ລິ​ກາ ​ເປັນ​ປະ​ເທດ​ທີ່​ມີ​ອັດຕາ​ການ​ສົ່ງ​ຂໍ້ຄວາມ​ຂີ້​ເຫຍື້ອ​ຫຼາຍ​ທີ່​ສຸດ​ເຖິງ ຮ້ອຍ​ລະ 11,3 ຕາມ​ດ້ວຍ ສ.​ເກົາຫຼີ ຮ້ອຍ​ລະ 9,6 ອິນ​ເດຍ 8,8 ຣັດ​ເຊຍ ​ແລະ ບຣາຊິນ ​ໃນ​ອັດຕາຮ້ອຍ​ລະ 7,9 ​ແລະ 5,7 ຕາມ​ລຳດັບ.
​ໂດຍ​ອັນ​ດັບ 6 ຕົກ​ເປັນ​ຂອງ​ໄຕ້​ຫວັນ ຮ້ອຍ​ລະ 3,8 ຫວຽດນາມ 3,5 ອິນ​ໂດ​ເນ​ເຊຍ 3,3 ອູ​ແກຣນ 3,1 ຣູມາ​ນີ 2,8 ປາ​ກິດ​ສະຖານ 2,0 ​ແລະ ອີ​ຕາ​ລີ ​ໃນ​ອັນ​ດັບ 10 ທີ່ຮ້ອຍ​ລະ 1,9.
​ໂຊ​ຟອສ ລະບຸ​ໃນ​ລາຍ​ງານ​ໄຕ​ມາດ 3 ປີ 2011 ວ່າ ອັດຕາ​ສ່ວນ​ຂອງ​ສະ​ແປ​ມທີ່​ມີ​ຕົ້ນ​ກຳ​ເນີ​ດຈາກ​ອາຊີ ມີ​ຫຼາຍ​ເຖິງຮ້ອຍ​ລະ 50,1 ຂອງ​ສະ​ແປ​ມທົ່ວ​ໂລກ ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ຈາກຮ້ອຍ​ລະ 35,1 ​ໃນ​ໄຕ​ມາດ 3 ຂອງປີ​ກ່ອນ ຕາມ​ມາ​ດ້ວຍ​ເອີຣົບ ທີ່​ຮ້ອຍ​ລະ 21,4 ​ແລະ ອາ​ເມ​ລິ​ກາ​ເໜືອ ທີ່​ຮ້ອຍ​ລະ 12,2.
ເຖິ່ງ​ແມ່ນ​ສະຫະລັດ ຍັງ​ຄອງ​ຕຳ​ແໜ່​ງປະ​ເທດ​ສົ່ງສະ​ແປ​ມຫຼາຍ​ທີ່​ສຸດ​ໃນ​ໂລກ ​ແຕ່​ປະ​ເທດ​ໃນ​ອາຊີ​ສົ່ງສະ​ແປ​ມລວມກັນ​ຫຼາຍ​ທີ່​ສຸດ ຊຶ່ງ​ເປັນ​ສິ່ງ​ສະທ້ອນ​ວ່າ​ ຄົນ​ໃນ​ອາຊີ​ອອນ​ລາຍ​ຫຼາຍ​ຂຶ້ນ ​ແຕ່​ກັບ​ບໍ່ມີ​ມາດຕະການ​ທີ່​ເໝາະ​ສົມ​ໃນ​ການ​ປ້ອງ​ກັນ​ຄອມ​ພິວ​ເຕີບໍ່​ໃຫ້​ໄດ້​ຮັບ​ສະ​ແປ​ມ ຊຶ່ງ​ເກີດ​ຈາກ​ການ​ນຳ​ໃຊ້​ບອດ​ເນັດ​ຢ່າງ​ແຜ່​ຫຼາຍ.

       ສະ​ແປ​ມທີ່​ເຂົ້າ​ໄປ​ກໍ່ກວນ​ບັນຊີ​ອີ​ເມ​ວຂອງ​ຜູ້​ໃຊ້ ມີ​ຕັ້ງ​ແຕ່​ໂຄສະນາ ຈົນ​ເຖິງ​ການ​ໂຈມ​ຕີ​ຄອມ​ພິວ​ເຕີ​ຢ່າງ​ຮ້າຍ​​ແຮງ ກໍລະນີ​ຮ້າຍ​ທີ່​ສຸດ ສະ​ແປ​ມອາດ​ເຮັດ​​ໃຫ້​ເຄື່ອງ​ຄອມ​ພິວ​ເຕີ​ຕິດ​ໄວຣັດ​ໂທຣ​ຈັນ ຫຼື ​ເຂົ້າ​ໄປ​ລັກ​ຂໍ້​ມູນ​ບັນຊີ​ການ​ເງິນ​ໄດ້.

ຂໍ້ມູນຈາກ ໜັງສືພິມວຽງຈັນໃໝ່ ສະບັບວັນທີ 22 ພະຈິກ 2011 ໜ້າ 4 ໂດຍ: ຄົນສັງຄົມ (ທີ່ເອົາມາຈາກໜັງສືພິມມະຕິຊົນ ອີກຮອບໜຶ່ງ)

ປ.ລ: ບໍ່ຮູ້ຈະໃສ່ທີ່ມາຂໍ້ມູນ ເລີຍໃສ່ທັງສອງ ຜູ້ຮູ້ຊີ້ແນະແດ່ເດີ້. ຂອບໃຈ.

Delicious Digg Fark Twitter