ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

          ມື້ວານນີ້ລົດຂອງຄົນທີ່ເຮັດວຽກຫ້ອງການດຽວກັນເສຍ, ເປັນລົດ ເວບ 100 ສີແດງ, ທະບຽນ ຍນ 5552, ຈອດໄວ້ໜ້າຫ້ອງການ ແລ້ວນັ່ງເຮັດວຽກຢູ່ໃນຫ້ອງການ ປະຕູເປັນແກ້ວແວ່ນ ແຕ່ໂຈນກໍ່ຍັງໃຈກ້າ ແລະ ໄວກວ່າສາຍຕາພວກເຮົາ.

         ບັນຫານີ້ມັນປານໃດຈິ່ງຈະໝົດໄປຈາກປະເທດເຮົາ? ນັບມື້ມັນນັບຮຸນແຮງ ທັງລົດຈັກ ລົດໃຫຍ່ ກະຖືກລັກໄປໝົດ. ເປັນຫຍັງຍັງລັກກັນຢູ່?

     1. ເພາະຍັງມີຄົນຊື້? ເພາະລາຄາຖືກ ໂດຍບໍ່ສົນວ່າລົດມັນຈະມາຈາກໃສ ເຈົ້າຂອງເຂົາຫາເງິນກວ່າຈະໄດ້ລົດມາຍາກເທົ່າໃດກະບໍ່ສົນ ຂໍໃຫ້ຂ້ອຍໄດ້ລົດລາຄາຖືກ ?ເພາະບໍ່ມີເງິນພໍທີ່ຈະຊື້ລົດໃໝ່, ຫາເງິນເມື່ອຍແຕ່ເຈົ້າຫວ໋າ?

     2.ແຕ່ຖ້າຊື້ລົດລັກໄປ ບໍ່ມີເອກະສານລົດເດ? ເຮັດເອກະສານປອມຂຶ້ນມາ, ແລ້ວເອກະສານນັ້ນຕໍາຫຼວດຈະລາຈອນສາມາດແຍກອອກບໍ່ວ່າອັນໃດຂອງແທ້ຂອງປອມ? ຫຼື ເພາະເອກະສານປອມນັ້ນ ທີ່ຈິງມັນເປັນຂອງຄົນໃນເຮັດໃຫ້?

     3.ຄວນເຮັດນະໂຍບາຍແນວໃດກັບບັນຫານີ້? ປ່ອຍໄປ ຫຼື ຄວນອອກມາດຕະການເຂັ້ມງວດກັບຮ້ານຂາຍລົດມືສອງ ຫຼື ການຂຶ້ນທະບຽນລົດແນວໃດ?

......................................

ຫຼາຍໆຄຳຖາມມັນເກີດມາໃນສະໝອງ, ເຮົາຕ້ອງຢູ່ດ້ວຍຄວາມກັງວົນວ່າມື້ໃດເຮົາຈະຖືກ, ຂ່າວການລັກ, ປຸ້ນຈີ້... ທັງກາງເວັນ ແລະ ກາງຄືນ, ທັງຢູ່ຕາມຫົນທາງ ແລະ ຫ້າງຮ້ານ ບ້ານເຮືອນ, ມັນໃກ້ຕົວເຫຼືອເກີນ.

Delicious Digg Fark Twitter