ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 ໃຜທີ່ຕິດຕາມຂ່າວສານໃນຊ່ວງນີ້ ຄົງໄດ້ຍິນຄຳວ່າ" ດີເອັນເອ ( DNA ) " ຢູ່ເລື້ອຍໆ ເວລາທີ່ເກີດຄວາມສົງໄສວ່າ: ເດັກຄົນນີ້ກັບຜູ້ຊາຍຄົນນັ້ນ ເປັນພໍ່-ລູກກັນແທ້ຫຼືບໍ່ ຫຼື ໃນລະຄອນທີ່ມີການລັກລູກກັນໄປ ພໍໃຫຍ່ຂື້ນກໍ່ຕ້ອງມາກວດ DNA ເພື່ອພິສູດວ່າ ໃຜຄືທາຍາດຕົວຈິງກັນແທ້.

ມາຮອດນີ້ ຫຼາຍຄົນອາດຢາກຮູ້ວ່າ DNA ແມ່ນຫຍັງ? ດີເອັນເອ ( DNA ) ເປັນຊື່ຫຍໍ້ຂອງສານພັນທຸກຳ ແລະ ມີຊື່ເຕັມວ່າ: ( Deoxyribo Nucleic Acid ) ເຊິ່ງບັນຈຸຂໍ້ມູນທາງພັນທຸກຳຂອງສິ່ງມີຊີວິດຊະນິດນັ້ນໄວ້ ໂດຍການປະສົມປະສານລະຫວ່າງເຄິ່ງໜຶ່ງຂອງດີເອັນເອຂອງແມ່ ແລະ ອີກເຄິ່ງໜຶ່ງຂອງພໍ່ ລວມເປັນລັກສະນະຂອງເຮົາ ແລະ ຍັງສາມາດຖ່າຍທອດໄປຍັງລູກຫຼານ ( Offspring ) ໄດ້ທັງສີຜົມ , ໜ້າຕາ , ແຂນ , ຂາ ແລະ ໃບຫູ . DNA ພົບໃນເຊລ໌ຂອລສິ່ງມີຊີວິດທຸກຊະນິດ ໄດ້ແກ່: ຄົນ , ສັດ , ພືດ , ເຊື້ອລາ , ແບດທີເຣຍ , ໄວຣັສ ເປັນຕົ້ນ.

ຄວາມຈິງດີເອັນເອມາເກືອບ 140 ປີມາແລ້ວ , ຜູ້ຄົ້ນພົບດີເອັນເອ ຄື: ຟຣີດຣິຊ໌ ມີເຊີ ໃນປີ ພ.ສ 2412 ( ຄ.ສ 1869 ) ແຕ່ນັກວິທະຍາສາດສ່ວນໃຫຍ່ບໍ່ໃຫ້ຄວາມສຳຄັນກັບມັນ. DNA ກາຍມາເປັນທີ່ສົນໃຈໃນວົງກວ້າງຫຼາຍຂື້ນເມື່ອ 50 ປີທີ່ແລ້ວມານີ້ເອງ , ເມື່ອນັກວິທະຍາສາດໜູ່ມສອງຄົນໃນຂະນະນັ້ນຄື: ເຈມສ໌ ວັດສັນ ແລະ ຟຣານຊິສ ຄຣິກ ໄດ້ປະກາດການຄົ້ນພົບໂຄງສ້າງ DNA ວ່າເປັນສາຍຄູ່ທີ່ບິດພັບເປັນກຽວຄ້າຍຄືກັບຂັ້ນໄດວຽນ ແບບທີ່ຮຽກວ່າ: double helix , ໃນວາລະສານວິທະຍາສາດທີ່ເກັ່າແກ່ ແລະ ມີຊື່ສຽງໜຶ່ງຄື Nature ເມື່ອວັນທີ 25 ເມສາ 2496 ແລະ ສົ່ງຜົນໃຫ້ ວັດສັນ ແລະ ຄຣິກ ໄດ້ຮັບລາງວັນໂນເບລສາຂາການແພດ ຮ່ວມກັບນັກວິທະຍາສາດອີກທ່ານໜຶ່ງ ທີ່ມີຜົນງານກ່ຽວຂ້ອງກັນຢ່າງໃກ້ສິດ ຄື ມົວຣິສ ວິລຄິນສ໌ ໃນປີ 2505.

ການກວດດີເອັນເອ ເພື່ອພິສູດຄວາມເປັນບິດາ ອາດໃຊ້ວະທິກວດຈາກເລືອດ , ນ້ຳລາຍ , ກະດູກ , ຜົມ ຫຼື ກວດຈາກເຊລເຍື່ອບຸກະໂພງແກ້ມກໍ່ໄດ້ ໂດຍນຳສົ່ງໄປທີ່ຫ້ອງປະຕິບັດການ ເພື່ອທຳການສະກັດດີເອັນເອ ຜ່ານຂະບວນການກຳມະວິທີເຮັດໃຫ້ເປັນສານບໍລິສຸດ , ຈາກນັ້ນກຽມດີເອັນເອທີ່ສະກັດໄດ້ ນຳມາທຳການທົດສອບກັບຊຸດທົດສອບທີ່ຮຽກວ່າ: DNA markers ຈຳນວນ 16 ຊຸດ , ຜົນທີ່ໄດ້ຈະເປັນແບບແຜນສານພັນທຸກຳຂອງສິ່ງທີ່ໄດ້ສົ່ງກວດ ເມື່ອນຳແບບແຜນສານພັນທຸກຳຂອງສິ່ງກວດທັງໝົດມາປຽບທຽບກັນ ໃຊ້ການວິເຄາະທາງສະຕິຖິ ຄຳນວນຄວາມໜ້າຈະເປັນ ເຊິ່ງຮຽກວ່າ: Probaility of paternity.

ໃນທາງປະຕິບັດ ການແປຜົນການກວດດີເອັນເອເພື່ອພິສູດຄວາມເປັນບິດາ ບໍ່ຫຍຸ້ງຍາກແຕ່ຢ່າງໃດ ໃນກໍລະນີທີ່  Probaility of paternity ເປັນສູນ ກໍ່ສະແດງວ່າ: ເດັກຄົນນັ້ນບໍ່ແມ່ນລູກ ແລະ ໃນກໍລະນີທີ່  Probaility of paternity ເທົ່າກັບຮ້ອຍລະ 99.9 ສະແດງວ່າ: ເດັກຄົນນັ້ນເປັນລູກແນ່ນອນ.

ໂດຍທົ່ວໄປການກວດດີເອັນເອ ໃຊ້ເວລານານ 5-7 ວັນ , ໃນຕ່າງປະເທດຫ້ອງປະຕິບັດການກວດໄດ້ໄວທີ່ສຸດ ສາມາດຮູ້ຜົນກວດພາຍໃນ 3 ວັນ. ຢ່າງໃດກໍ່ຕາມ ການກວດດີເອັນເອນັ້ນ ມີຜົນຕໍ່ພາລະຜູກພັນຕາມກົດໝາຍ ເຊິ່ງເມື່ອກວດແລ້ວຕ້ອງມີການສ້າງເອກະສານຮັບຮອງບຸດດ້ວຍ , ແລະ ເມື່ອຕ້ອງການໃຫ້ເດັກເຮັດເອກະສານທາງກົດໝາຍໃດໆ ກໍ່ຕ້ອງມີການເຊັນຍິນຍອມຈາກຜູ້ເປັນພໍ່ສະເໝີ , ໃນກໍລະນີທີ່ແມ່ເປັນຝ່າຍລ້ຽງລູກຄົນດຽວ ກໍ່ຈະເກີດຄວາມບໍ່ຄ່ອງຕົວໃນຈຸດນີ້.

 

 

 

Delicious Digg Fark Twitter