ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 29, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

......ເວລາແຫ່ງຄວາມສຸກມັນມັກຈະສັ້ນສຳລັບເຮົາສະເໝີ.

          ສ່ວນເວລາແຫ່ງຄວາມເຫງົາ ແລະ ຄວາມທຸກ

ມັນຊ່າງຍາວເຫລືອເກີນ.....

         ...ວັນນີ້ກໍ່ເປັນອີກວັນຫນື່ງທີ່ຄວາມເຫງົາມັນເດີນທາງມາຢ້ຽມຢາມຂ້ອຍ.

ທັງໆທີ່ຂ້ອຍບໍ່ໄດ້ພິມບັດເຊີນໃຫ້ມັນມາຫາເລີຍ.

...ຄົນທີ່ເຄີຍບອກວ່າຮັກເຮົາຫມົດໃຈ,ຄົນທີ່ເຄີຍບອກວ່າຈະມີເຮົາພຽງຜູ້ດຽວ,

ຄົນທີ່ເຄີຍໂທລົມສາຍ ແລ້ວເວົ້າຄຳຫວານໆກ່ອນນອນຕອນນີ້ບໍ່ຮູ້ວ່າເຂົາ

ຫ່າງຫາຍໄປໃສແລ້ວ...

...ຄວາມສຸກພຽງຊົ່ວຄາວມັນບໍ່ໄດ້ຍາວເຫມືອນກັບຄວາມເຫງົາທີ່ເຂົ້າມາຄອບງຳ

ເຮົາເລີຍ.

...ມັນບໍ່ຄຸ້ມຄ່າກັບການທີ່ເຮົາທຸ່ມເທຮັກໃຫ້ເຂົາໄປທັງໃຈເລີຍ.

ຜົນຕອບແທນທີ່ເຮົາໄດ້ຮັບຈາກເຂົາກໍ່ຄື: ຄວາມເສົ້າ,ເຫງົາ

ແລ້ວກໍ່ຄວາມເສຍໃຈ...

...ສະນັ້ນເມື່ອເຮົາຮັກໃຜກໍ່ຢ່າປ່ອຍໄປເຕັມ 100 ນະ.

ເພື່ອໃຈໄວ້ ຈັກ 10%ກໍ່ຍັງດີ

    ຈະໄດ້ເກັບໄວ້ທຳໃຈຕອນ ອົກຫັກ.

 

 

Delicious Digg Fark Twitter