ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

           ສິ່ງທີ່ຢາກຈະລືມ ແຕ່ກັບກາຍເປັນຈຳໄປຕະລອດຊີວິດ...

ບໍ່ເຄີຍຄາດຄິດມາກ່ອນເລີຍວ່າການທີ່ເຮົາຮັກໃຜຄົນຫນື່ງແບບຫມົດໃຈນັ້ນ

ມັນຈະລືມຍາກຂະຫນາດນີ້...ທັງໆທີ່ວ່າເຮົາກັບເຂົາກໍ່ເລີກກັນໄປຕັ້ງແຕ່ດົນແລ້ວ

ແຕ່ໃນຄວາມຊົງຈຳ ແລະ ຄວາມຮູ້ສຶກທີ່ເອີ້ນວ່າ *L.OV.E* ນັ້ນມັນຍັງມາວຽນວົນ

ຢູ່ໃນຫົວຕະລອດເວລາ...ບາງຄັ້ງຈົນຫລົງຄິດໄປເອງວ່າ ເຮົາກັບເຂົາຍັງຮັກກັນເຫມືອນເດີມ.

...ຄວາມຮັກຕອນເລີ່ມແລກຫວານຊື້ງກິນໃຈ ຈົນໃຜໆກໍ່ອິດສາ...ແຕ່ພໍເວລາມັນຜ່ານໄປໄດ້

ໄລຍະຫນື່ງຄວາມຫວານຊື້ງກິນໃຈເຫລົ່ານັ້ນກໍ່ຈືດຈາງລົງເພາະຄວາມຫ່າງໄກເຮັດໃຫ້ໃຈຂອງຄົນເຮົາ

ຜັນປ່ຽນ...ຂາດການຕິດຕໍ່ພົວພັນ...ຂາດການເທັກແຄຊື່ງກັນແລະກັນ...ສຸດທ້າຍກໍ່ກາຍເປັນໂສ້

ແກ່ດືງໃຫ້ຄວາມຮັກໄປສູ່ຈຸດຈົບ.ຕ່າງຄົນຕ່າງຄົບຫາກັບຄົນໃຫມ່...ແຕ່ສ່ວນເລິກໆໃນຫົວໃຈ

ຍັງມີກັນແລະກັນສະເຫມີມາ.

ມາວັນນີ້...ວັນທີ່ເຮົາຮູ້ວ່າເຂົາເປັນຝັ່ງເປັນຝາແລ້ວ...ມີຄອບຄົວທີ່ອົບອຸ່ນ...ມີຄົນທີ່ເທັກແຄເຂົາ

ແທນເຮົາໄດ້...ເຖິງຕອນນີ້ເຮົາຄວນລືມທຸກສິ່ງທຸກຢ່າງກ່ຽວກັບເຂົາໄດ້ແລ້ວ...ບອກກັບໃຈຕົວເອງ

ຕະລອດມາວ່າເຮົາຕ້ອງລືມເຂົາໃຫ້ໄດ້...ແຕ່ຍິ່ງບັງຄັບໃຈຕົວເອງເທົ່າໃດໃຈມັນຍິ່ງຈົດຈຳເຂົາຫລາຍຂື້ນ

ເທົ່ານັ້ນ...ປວດໃຈຫລາຍກັບເລື່ອງແບບນີ້...ແຕ່ກໍ່ມີຄວາມສຸກດີກັບການທີ່ໄດ້ມີເຂົາຢູ່ໃນໃຈ

ໄປຈົນວັນສິ້ນລົມຫາຍໃຈ.

  

 

 

Delicious Digg Fark Twitter