ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

+ລຸກເອົາຂັນຕັກນ້ຳ ++ຮິມປະຕູຮົດຫົວ

ລ້າງແນວຊັ່ວມັວໝອງ ++ໃຫ້ໄຫຼລ່ອງຢ່າຄ້າງ

+ແລ້ວຍ່າງວົນວຽນອ້ອມ++ທາດອິງຮັງອ່ອມອ່ອມ

ລວດລາຍຂອມແມ່ນແທ້++ແລຊູ່ຂ້າງແມ່ນເລີ້ຍ

+ຍ້ອນບໍ່ເຄີ້ຍຮຽນຣູ້++ຟັງຄຳຄູແຕ່ບໍ່ຈື່

ເບີ່ງຍັງກະຕື້ຕື້++ຊື່ຮູປນັ້ນບໍ່ຢູ່ຫົວ

+ຄືຈັ່ງບົວໃຕ້ນ້ຳ++ເປັນກ້ອນຄຳຂອງປາເຕົ່າ

ຄືຈັ່ງເປັນອຶ່ງເພົ້າ++ຫາງສັ້ນບໍ່ສູ້ໄຜ

+ກະເລີ້ຍໄປພົວຂ້ອງ++ສ່ຽງຊຽມຊີລອງເບີ່ງ

ທ່າບຸນເຖີ້ງກັມຍູ້++ຊິໄດ້ຮູ້ມື້ຕໍ່ໄປ

+ພໍແຕ່ໄມ້ຕົກພື້ນ++ຕື່ນຫຼາຍບໍ່ເຄີ້ຍເທື່

ສິໄດ້ກັບເມືບັານ++ສຸຂຫຼືເສົ້າເດ່ນໍ

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່