ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2010 | ມີ 22 ຄຳເຫັນ ແລະ 0 trackback(s)

ມີຄືນນື່ງຂອ້ຍກັບໝູ່ໄດ້ຖືກເຂົ້າຍາມເວນເດິກເຊີງປະຈຳຢູ່ຕືກສຸກເສີນ ຕອນນັ້ນເວລາປະມານ 2ໂມງ ຂອ້ຍກັບໝູ່ຢາກກີນເຂົ້າກະເລີຍພາກັນຊິກີນໝີ່ແຕ່ວ່ານ້ຳຮອ້ນຢູ່ຕືກບໍ່ມີ ຂອ້ຍກັບໝູ່ກະເລີຍຍ່າງຊິໄປເອົານ້ຳຢູ່ຕືກພາຍນອກຕອນໄປບໍ່ມີຫຍັງເກີດຂື້ນ ແຕ່ຕອນມາພວກຂອ້ຍຍ່າງມາຮອດຕືກຜ່າຕັດ ພວກຂອ້ຍໄດ້ຍີນສຽງເດັກນອ້ຍໃຫ້ ເຊີງຫອ້ງຜ່າຕັດບໍ່ມີຄົນເຈັບ ເຊີງວ່າຢູ່ຫວ່າງກາງຕືກຈະແມ່ນສວນດອກໄມ້ ຕໍ່ນັ້ນຈະແມ່ນຕືກມໍລະສຸມ ພວກກໍ່ບໍ່ຢ້ານແຕ່ພໍຍ່າງມາຮອດສວນດອກໄມ້ກະໄດ້ຍີນອີກແຕ່ສຽງດັງຂື້ນກວ່າເກົ່າ ຂອ້ຍຄິດວ່າມີເດັກນອ້ຍຢູ່ຫອ້ງມໍລະສຸມ ແຕ່ກໍ່ປາກົດວ່າມັນບໍ່ມີຄົນເຈັບເດັກຈັກຄົນ ແລ້ວພວກຂອ້ຍຕັ້ງໃຈຟັງວ່າສຽງດັງມາຈາກໃສ່ແທ້ ປາກົດວ່າສຽງດັງມາແຕ່ສວນດອກໄມ້ ຂອ້ຍກັບໝູ່ຄິດໄວ້ແລ້ວວ່າຕອ້ງແມ່ນຜີແຕ່ເຮັດບໍ່ສົນໃຈ ແລ້ວສຽງກໍ່ມິດໄປ ຕອນເຊົ້າເວົ້າໃຫ້ລຸ້ນເອື້ອຍຟັງເຂົາເຈົ້າເວົ້າວ່າມີເດັກນອ້ຍຕາຍຢູ່ມໍລະສຸມຕອນ 9ໂມງ ຄືນນັ້ນແມ່ນມື້8ຄ່ຳພໍດີ ເຂົາເຈົ້າວ່າມັກໄດ້ຍີນຕະຫລອດໂດຍສະເພາະວັນສິນ ຜີຈະເລາະວ່າຊັ້ນ ອູ່ຍວ່າລະຂົນລຸກ