ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໝູ່ຂອ້ຍມາຈົ່ມໃຫ້ຟັງວ່າ ແຟນຂອງລາວນອກໃຈ 

ເລື່ອງມີຢູ່ວ່າ ແຟນຂອງລາວໄປເຮັດວຽກຢູ່ໄກ ລາວກໍ່ບໍ່ເຄີຍລະແວງວ່າລາວຊິມີຄົນໃໝ່ ກໍ່ຍອ້ນວ່າຮັກເນາະເຂົາເວົ້າຫຍັງມາກະເຊື່ອໃຈໝົດ ແຕ່ທີ່ຈິງແລ້ວເຂົາມີຄົນໃໝ່ ແຕ່ວ່າຕະຫຼອດໄລຍະທີ່ເຂົາມີຄົນໃໝ່ຢູ່ນັ້ນເຂົາກໍ່ໂທມາຫາບໍ່ເຄີຍຂາດ ແລະ ມີວັນສຳຄັນຕ່າງໆລາວກໍ່ມາຫາທັງທີ່ຢູ່ໄກກັນ ລາວຢູ່ຕ່າງແຂວງ ລາວເວົ້າຫຍັງແຟນລາວກໍ່ຟັງ ມີມື້ນື່ງລາວກໍ່ຮູ້ວ່າແຟນລາວມີຄົນໃໝ່ ແຟນລາວໄດ້ບອກວ່າຂອ້ຍລົມຫຼີ້ນຊືໆບໍ່ມີຫຍັງຫຼາຍດອກ ແລ້ວລາວກໍ່ປະຕິບັດກັບແຟນລາວຄືເກົ່າຫັນລະໂທຫາທູກມື້ ມີຫຍັງກະເວົ້າໃຫ້ຟັງ ຊິໄປໃສ່ມາໃສ່ກະບອກ ແລ້ວລາວໄດ້ບອກແຟນລາວໃຫ້ເລີກກັບເຂົາສາ ແຕ່ແຟນລາວບອກວ່າຊິຄອ່ຍເສີຍໄປເອງບໍ່ຢາກບອກຢ້ານເຂົາເສຍໃຈວ່າຊັ້ນ (ຊິເປັນຕາເຊື່ອບໍ່ຫັນ) 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 12, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີມື້ນື່ງຂອ້ຍເຫັນໝູ່ຂອ້ຍກັບແຟນລາວຜິດກັນ

ລາວໃຫ້ຂອ້ຍຈະເປັນຄົນທີ່ໃຫ້ຄຳປືກສາໃຫ້ລາວກະຊິຈັງໃດເນາະຂອ້ຍກະບໍ່ເຄີຍມີແຟນນຳເຂົາລະໄດ້ແຕ່ເວົ້າວ່າຄັນບໍ່ດີກະເລີກກັນຊະ ອິອິອິເວົ້າຫຼີ້ນ

 ຂ້ອຍບອກໃຫ້ຂະເຈົ້າລົມກັນໃໝ່ຊາ ຈົນກ່ວາຊິຮັກກັນບໍ່ແມ່ນເລື່ອງງ່າຍໃດຈົນກ່ວາຊິຮູ້ໃຈກັນ ຂອ້ຍກະເວົ້າຫຼາຍຢ່າງຫັນລະໃຫ້ລາວຟັງໃນທີ່ສຸດລາວກະໃຈອອ່ນ

ແລະແຟນລາວກະໂທຫາຂອ້ຍເວົ້າໃຫ້ຂອ້ຍຟັງເລື່ອງທີ່ເຂົາບໍ່ເຂົ້າໃຈກັນຫັນລະ ຂອ້ຍກະບອກລາວຄືບອກແຟນລາວຫັນລະ ໃນທີ່ສຸດເຂົາກະເຂົ້າໃຈກັນບໍ່ດົນ

ກະຜິດກັນອີກລະ ລະກະດີກັນອີກ ຂອ້ຍລະເມື່ອຍນຳເຂົາ 

 

ຊ່ວຍຄິດເບີ່ງດູວ່າເຂົາຊິມີຄວາມສຸກບໍ່

ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2010 | ມີ 22 ຄຳເຫັນ ແລະ 0 trackback(s)

ມີຄືນນື່ງຂອ້ຍກັບໝູ່ໄດ້ຖືກເຂົ້າຍາມເວນເດິກເຊີງປະຈຳຢູ່ຕືກສຸກເສີນ ຕອນນັ້ນເວລາປະມານ 2ໂມງ ຂອ້ຍກັບໝູ່ຢາກກີນເຂົ້າກະເລີຍພາກັນຊິກີນໝີ່ແຕ່ວ່ານ້ຳຮອ້ນຢູ່ຕືກບໍ່ມີ ຂອ້ຍກັບໝູ່ກະເລີຍຍ່າງຊິໄປເອົານ້ຳຢູ່ຕືກພາຍນອກຕອນໄປບໍ່ມີຫຍັງເກີດຂື້ນ ແຕ່ຕອນມາພວກຂອ້ຍຍ່າງມາຮອດຕືກຜ່າຕັດ ພວກຂອ້ຍໄດ້ຍີນສຽງເດັກນອ້ຍໃຫ້ ເຊີງຫອ້ງຜ່າຕັດບໍ່ມີຄົນເຈັບ ເຊີງວ່າຢູ່ຫວ່າງກາງຕືກຈະແມ່ນສວນດອກໄມ້ ຕໍ່ນັ້ນຈະແມ່ນຕືກມໍລະສຸມ ພວກກໍ່ບໍ່ຢ້ານແຕ່ພໍຍ່າງມາຮອດສວນດອກໄມ້ກະໄດ້ຍີນອີກແຕ່ສຽງດັງຂື້ນກວ່າເກົ່າ ຂອ້ຍຄິດວ່າມີເດັກນອ້ຍຢູ່ຫອ້ງມໍລະສຸມ ແຕ່ກໍ່ປາກົດວ່າມັນບໍ່ມີຄົນເຈັບເດັກຈັກຄົນ ແລ້ວພວກຂອ້ຍຕັ້ງໃຈຟັງວ່າສຽງດັງມາຈາກໃສ່ແທ້ ປາກົດວ່າສຽງດັງມາແຕ່ສວນດອກໄມ້ ຂອ້ຍກັບໝູ່ຄິດໄວ້ແລ້ວວ່າຕອ້ງແມ່ນຜີແຕ່ເຮັດບໍ່ສົນໃຈ ແລ້ວສຽງກໍ່ມິດໄປ ຕອນເຊົ້າເວົ້າໃຫ້ລຸ້ນເອື້ອຍຟັງເຂົາເຈົ້າເວົ້າວ່າມີເດັກນອ້ຍຕາຍຢູ່ມໍລະສຸມຕອນ 9ໂມງ ຄືນນັ້ນແມ່ນມື້8ຄ່ຳພໍດີ ເຂົາເຈົ້າວ່າມັກໄດ້ຍີນຕະຫລອດໂດຍສະເພາະວັນສິນ ຜີຈະເລາະວ່າຊັ້ນ ອູ່ຍວ່າລະຂົນລຸກ