ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 17, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

 

 

 

 

ມີຊາຍ ຍິງຄູ່ໜຶ່ງຮັກກັນຫຼາຍ ຄົບກັນມາໄດ້ 3 ປີ ທັງສອງຕົກລົງຈະ

ແຕ່ງງານກັນ, ເມື່ອກຳນົດວັນຮຽບຮ້ອຍແລ້ວ ຝ່າຍຊາຍເອງກະລໍຄອຍວັນທີ່ຈະແຕ່ງງານ ຕໍ່ມາບໍ່ດົນຝ່າຍຊາຍຮູ້ຂ່າວວ່າ ຄູ່ຮັກຂອງຕົນ ແຕ່ງງານກັບຄົນອື່ນຢ່າງກະທັນຫັນ ໂດຍຝ່າຍຍິງເອງກໍ່ເຕັມໃຈ ແລະ ບໍ່ໄດ້ຖືກບັງຄັບແຕ່ຢ່າງໃດເລຍ.

ເມື່ອໄດ້ຮູ້ຂ່າວ ເຂົາທັງງົງ ແລະ ເສຍໃຈຫຼາຍ

ຮ້ອງໃຫ້ບໍ່ເປັນອັນກິນອັນນອນ  ບໍ່ດົນຊາຍຄົນນີ້ກໍ່ປ່ວຍໜັກເພາະຕຣອມໃຈ, ເວລາຜ່ານໄປ ຝ່າຍຊາຍປ່ວຍໜັກຂື້ນເລື້ອຍໆ ໄປຫາໝໍເທົ່າໃດ ກໍ່ບໍ່ດີຂື້ນ

ຂະນະນອນໂຊມຢູ່ທີ່ບ້ານນັ້ນ ມີພຣະອາຈານ ອົງແກ່ໆ ອົງໜຶ່ງຜ່ານມາ

 

ເມື່ອມາເຖິງ ພຣະອົງດັ່ງກ່າວ ກໍ່ຢຸດຢູ່ທີ່ໜ້າບ້ານ ແລ້ວຫຼຽວເຂົ້າໄປໃນບ້ານຂອງຊາຍທີ່ນອນປ່ວຍຢູ່ນັ້ນ ຈຶ່ງໄດ້ເຄາະປະຕູ ເດັກຮັບໃຊ້ຄົນໜຶ່ງອອກມາເປີດປະຕູພົບວ່າເປັນພຣະ ເດັກຄົນນັ້ນຈຶ່ງໄດ້ບອກວ່າ'' ບໍ່ໄດ້ເຮັດບຸນ ນິມົນອາຈານໄປທາງໜ້າເລີຍ''
ພຣະອາຈານກໍ່ຍິ້ມຢ່າງມີເມດ ຕາ ແລ້ວພຣະອາຈານອົງນັ້ນກໍ່ໄດ້ກ່າວວ່າ '' ອາຕະມາ ບໍ່ໄດ້ມາບິນທະບາດດອກ ໃນເຮືອນນີ້ມີຄົນປ່ວຍຢູ່ແມ່ນບໍ່ ອາຕະມາພໍມີຄວາມຮູ້ທາງດ້ານການແພດເລັກນ້ອຍ ບໍ່ຮູ້ຊິພໍຊ່ວຍໄດ້ບໍ່ ''

ເດັກຮັບໃຊ້ພໍໄດ້ຍິນກໍ່ ຢືນງຶດອື້ງຢູ່ ແຕ່ບໍ່ກ້າຕັດສິນໃຈເອງ ຕ້ອງໄດ້ເຂົ້າໄປຖາມເຈົ້ານາຍກ່ອນ ເດັກຮັບໃຊ້ຍ່າງເຂົ້າໄປຖາມເຈົ້ານາຍ, ເຈົ້ານາຍເລີຍຕອບຢ່າງຕັດລຳຄານໄປວ່າ ຢາກເຂົ້າມາກະເຂົ້າມາໂລດ!

ເມື່ອພຣະອາຈານເຂົ້າໄປພົບທີ່ຫ້ອງນອນພົບວ່າ ຊາຍຄົນດັ່ງກ່າວນອນຢ່າງໝົດອາໄລຕາຍຢາກຢູ່ເທິງຕຽງ, ສີໜ້າຊີດເຫຼືອງ, ຮ່າງກາຍຈ່ອຍຜອມບໍ່ຕ່າງຫຍັງກັບເຄິ່ງຄົນເຄິ່ງຜີ, ເດັກຮັບໃຊ້ໄດ້ນຳນ້ຳມາຖວາຍພຣະອາຈານ ພ້ອມທັງຈັດບ່ອນນັ່ງໄວ້ຂ້າງໆຕຽງຂອງຊາຍຄົນນັ້ນ  ພຣະອາຈານຍິ້ມ ແລ້ວເວົ້າວ່າ''ອາການໜັກເລຍເນາະ''

 ຊາຍຄົນນັ້ນນອນນິ້ງງຽບບໍ່ສົນໃຈສິ່ງທີ່ອາຈານເວົ້າ, ອາຈານ ກໍ່ເລີຍກວດອາການພໍເປັນພິທີແລ້ວກ່າວວ່າ '' ອາການຊຸຸດໂຊມຫຼາຍເລີຍເນາະ'' ຊາຍຄົນນັ້ນບໍ່ສົນໃຈ ອາຈານຈຶ່ງບອກວ່າ '' ບໍ່ເຊື່ອລອງແນມໄປເບິ່ງທີ່ກະຈົກນັ້ນເບິ່ງແມ້ '' ຊາຍຄົນນັ້ນກໍ່ບໍ່ສົນໃຈ ແຕ່ຂະນະທີ່ໃຊ້ຫາງຕາເຫຼືອດມອງໄປທີ່ກະຈົກແຕ່ງໂຕໃນຫ້ອງນອນ ເຂົາເບິ່ງເຫັນພາບຂອງຄົນທີ່ຮັກຢູ່ໃນນັ້ນ ບໍ່ດົນພາບຂອງຄົນຮັກກໍ່ຄ່ອຍໆ ຈາງຫາຍໄປ ກາຍເປັນພາບທິວທັດທຳມະຊາດແຄມທະເລ, ທີ່ແຄມທະເລແຫ່ງນັ້ນງຽບສະຫງົບບໍ່ມີຄົນຜ່ານໄປມາ ຂະນະທີ່ຊາຍຄົນທີ່ນອນປ່ວຍເບິ່ງພາບໃນກະຈົກດ້ວຍຄວາມສົນໃຈຢູ່ນັ້ນ ເຂົາພົບວ່າ ມີສົບຍິງສາວນອນເປືອຍກາຍຢູ່ທີ່ຊາຍຫາດ ມີເວຜ່ານໄປຈັກບຶດ ກະມີຊາຍຄົນໜຶ່ງຍ່າງຜ່ານມາ ເຂົາເບິ່ງເຫັນສົບຍິງຄົນນັ້ນດ້ວຍຄວາມລັງກຽດ ແລ້ວກໍ່ຍ່າງຜ່ານໄປຢ່າງໄວ ຕໍ່ມາອີກຄາວໜຶ່ງ ມີຊາຍຄົນໜຶ່ງຜ່ານມາ ເຂົາເບິ່ງເຫັນສົບນັ້ນດ້ວຍຄວາມສົງສານ ເຂົາຈຶ່ງແກ້ເສື້ອນອກອອກມາຄຸມຮ່າງກາຍຂອງຍິງຄົນນັ້ນ ແລ້ວກໍ່ເດິນຈາກໄປ,

ຕໍ່ມາອີກໄລຍະໜຶ່ງ ກໍ່ມີຊາຍຄົນໜຶ່ງຍ່າງຜ່ານມາເຊັ່ນກັນ  ເຂົາພົບວ່າປະກົດມີຄົນນອນມີຜ້າຄຸມຢູ່ ຈຶ່ງເປິດອອກເບິ່ງພົບວ່າເປັນສົບຄົນຕາຍ ດ້ວຍໃຈສົງສານຈຶ່ງຄິດຈະຝັງສົບໃຫ້ຮຽບຮ້ອຍ ແຕ່ກໍ່ບໍ່ມີເຄື່ອງມືຈະຂຸດ ເຂົາຈຶ່ງຕັດສິນໃຈໃຊ້ມືທັງສອງ ຄ່ອຍໆ ກອບຊາຍຂື້ນມາ ເຂົາເຮັດແບບນີ້ໄປເລື້ອຍໆ ຈົນຄ້ອຍແລງ ພໍໄດ້ຫລຸມໃຫຍ່ພໍສົມຄວນ ຈຶ່ງໄດ້ຝັງສົບຍິງຄົນນັ້ນຮຽບຮ້ອຍແລ້ວກໍ່ຈາກໄປ.

 ຈາກນັ້ນພາບໃນກະຈົກ ກໍ່ປ່ຽນເປັນພາບສົບຍິງຄົນນັ້ນ ແລະ ຄ່ອຍໆ ປ່ຽນເປັນພາບຍິງຄົນຮັກ ເຂົາໄດ້ເຫັນກໍ່ຕົກໃຈ ພໍຈັກບຶດ ກໍ່ປະກົດເປັນພາບຊາຍຄົນທີສອງ ແລ້ວກໍ່ຄ່ອຍໆ ຈາງຫາຍໄປເຫຼືອແຕ່ເງົາໂຕເອງໃນກະຈົກ, ທັນໃດນັ້ນອາຈານກໍ່ເວົ້າຂື້ນວ່າ ນີ້ແລ້ວເຂົ້າໃຈຫຼືຍັງ ສົບນັ້ນຄືຄູ່ຮັກຂອງໂຍມເອງ ຊາຍຄົນທີ່ຊ່ວຍຝັງສົບ ແມ່ນຄົນທີ່ຜູກວາດສະໜາກັບຍິງຄົນນີ້ໜຶ່ງຊາດ

ຊາດນີ້ລາວເລີຍແຕ່ງງານກັບເຂົາ ສ່ວນໂຍມເອງຊ່ວຍຄຸມສົບຂອງລາວຈຶ່ງຜູກວາດສະໜາພຽງແຕ່ 3 ປີ ຕອນນີ້ຄົບ 3 ປີ ວາດສະໜາສິ້ນສຸດແລ້ວກໍ່ຕ້ອງຈາກກັນ
ເມື່ອຊາຍຄົນນັ້ນຟັງສຸດກໍ່ຮາກເລືອດອອກມາ ເດັກຮັບໃຊ້ຕົກໃຈຫຼາຍ ພຣະອາຈານຍິ້ມອອກ ແລ້ວບອກວ່າ ''​ ໂຍມລອດແລ້ວ ວ່າງກີ້ນີ້ໂຍມໄດ້ຮາກເອົາເລືອດເສີຍອອກມາແລ້ວ '' ຕໍ່ມາບໍ່ດົນຊາຍຄົນນັ້ນກໍ່ໄດ້ອອກບວດໃນທີ່ສຸດ.

ຄົນເຈິກັນ ບໍ່ແມ່ນເລື່ອງບັງເອີນ ຄວາມສຳພັນພໍ່,ແມ່,ອ້າຍ,ເອື້ອຍ,ນ້ອງ,ຍາດຕິພີ່ນ້ອງ,ເພື່ອນ,ສັດຕູ ແມ້ແຕ່ຄົນຮັກ ມັນບໍ່ແມ່ນຂອງເລື່ອນລອຍ

ເມື່ອມີວາດສະໜາ ບໍ່ຕ້ອງຮຽກຮ້ອງ ເຖິງເວລາກໍ່ມາເຈິກັນ

ເມື່ອສິ້ນວາດສະໜາກໍ່ຕ້ອງຈາກກັນ ຊິລັ້ງໄວ້ເທົ່າໃດກະບໍ່ຢູ່ ໃນຕອນທີ່ຍັງບໍ່ໄດ້ຈາກກັນ ບໍ່ວ່າເຈົ້າຊິມີເງິນຄຳ ຫຼື ອຳນາດລົ້ນຟ້າ ກໍ່ຮຽກຮ້ອງມັນກັບຄືນມາບໍ່ໄດ້

ທຳດີຕໍ່ກັນໄວ້ດີກວ່າ ເພາະບໍ່ມີໃຜຮູ້ວ່າ ເຮົາຈະຕ້ອງຈາກກັນເມື່ອໃດ.

 

 

 


 

 

 

 

 

 

 

 

 

 

 

 

 


 

Delicious Digg Fark Twitter