ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 27, 2009 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຊ່ວງຫລັງໆນີ້ ມັກຈະເຫັນພາກັນຕັ້ງກະທູ້ຜິດຫ້ອງກັນເປັນຈຳນວນຫລາຍ ແລະ ຫ້ອງທີ່ຂາຍດີທີ່ສຸດກໍຄືຫ້ອງ ລົມໄປເລື້ອຍ ~
ຈະບໍ່ກ່າວເຖິງວ່າເປັນຫຍັງຈຶ່ງຢາກໃຫ້ຕັ້ງໃຫ້ຖືກຫ້ອງ ເພາະເຫັນວ່າເປັນປັນຍາຊົນກັນກັນທຸກໆຄົນ
ຄືຢາກໃຫ້ອ່ານຄຳອະທິບາຍຂອງຫ້ອງກະທູ້ຫລາຍກວ່າການອ່ານພຽງແຕ່ຊື່ຫ້ອງແລ້ວຕິຄວາມຫມາຍໄປເອງ
ເພາະໃນແຕ່ລະຫ້ອງເກັບກະທູ້ນັ້ນຈະມີຄຳອະທິບາຍບອກໄວ້ພ້ອມ (ຢ່າບອກໄດ໊ຄົນດີ ! ວ່າບໍ່ເຫັນ)


ເຊັ່ນ :

ຫ້ອງ  ການສຶກສາບ້ານເຮົາ
ຄຳອະທິບາຍ : ລົມເລື່ອງກ່ຽວກັບການຮຽນບ້ານເຮົາເຊັ່ນ ຜົນການສອບເສັງ, ການເຂົ້າຮຽນ ແລະສະຖານສຶກສາຕ່າງ ໆ

ຫ້ອງ ສີຫອມ
ຄຳອະທິບາຍ : ເລື່ອງຂອງໄວລຸ້ນ ການຮຽນ ຄວາມຮັກ ຄວາມຮູ້ ດາລາ ນັກຮ້ອງ ແລະດົນຕີ

ຫ້ອງ ຈະລາຈອນ
ຄຳອະທິບາຍ : ເວົ້າກັນເລື່ອງການສັນຈອນດ້ວຍວິທີຕ່າງ ໆ ເຊັ່ນ ລົດ, ຍົນ ຫຼືເຮືອ ຮວມເຖິງເລື່ອງກ່ຽວກັບພາຫະນະເຊັ່ນ
ລົດຈັກ ລົດໃຫຍ່ ເປັນຕົ້ນ

ແລະຫ້ອງອື່ນໆ ຈະມີຄຳອະທິບາຍກຳກັບໄວ້ທຸກໆຫ້ອງ.

ກ່ອນການຕັ້ງກະທູ້ ຢາກໃຫ້ລືບຄຳວ່າ ລົມໄປເລື້ອຍ ~   ອອກຈາກຄວາມຊົງຈຳໄປກ່ອນ ແລ້ວຊອກຫາວ່າຫ້ອງໃດເຫມາະ
ສົມກັບເລື່ອງທີ່ເຮົາຈະເອົາມາຕັ້ງກະທູ້ ຖ້າວ່າມັນເປັນໄປໄດ້ຫລາຍຫ້ອງ ກໍໃຫ້ເລືອກເອົາຫ້ອງໃດຫ້ອງຫນຶ່ງ (ອ່ານຄຳອະ
ທີບາຍກຳກັບໄວ້ຈະຊ່ວຍໄດ້ຫລາຍ) ຖ້າເບິ່ງດີແລ້ວ ບໍ່ມີຫ້ອງໃດເຫມາະສົມ ຈຶ່ງຫັນໄປຊົບເອິກຫ້ອງ ລົມໄປເລື້ອຍ ~
ຕາມປະເພນີ.

ຂໍຈົບຂ່າວພາຍໃນແຕ່ພຽງເທົ່ານີ້ ສະບາຍດີ.

Delicious Digg Fark Twitter