ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2010 | ມີ 21 ຄຳເຫັນ ແລະ 0 trackback(s)

*ໃຫ້ເວລາທຳໃຈ 2 ວິນາທີ ກ່ອນອ່ານ.

10 ຂໍ້ເທັດຈິງ(ຕິເບາະ)ຂອງການສືກສາລາວ.

  1. ເມື່ອມີສຽງລົມກັນຈົນ ເຖິງຂັ້ນວົນແຊວ ຜູ້ໂຊກຮ້າຍທີ່ຮັບເຄາະມັກ ຈະເປັນແຖວຫລັງສະເຫມີ ເຖິງວ່າຄວາມຈິງຈະແຊວກັນ ທັງຫມົດຫ້ອງກໍຕາມ.
  2. ຖ້າເປັນຜູ້ຊາຍທີ່ໄປຖາມເລື່ອງບົດຮຽນ ມັກຈະບໍ່ໄດ້ຮັບຄວາມສົນໃຈ ຈາກອາຈານຜູ້ຊາຍດ້ວຍກັນພໍປານໃດ ແຕ່ຖ້າເປັນນັກຮຽນຍິງໄປຖາມ...ຄິດຕໍ່ເອງລະກັນ.
  3. ເວລາມີກວດກາຫລືສອບເສັງ ນັກຮຽນສ່ວນໃຫຍ່ ມີຄວາມຕ້ອງການຢາກຈະນັ່ງໃກ້ໆ ກັບຜູ້ທີ່ຈັດໄດ້ວ່າຮຽນເກັ່ງ ເຖິງຈະຮູ້ລ່ວງຫນ້າວ່າ ອາດຈະບໍ່ໄດ້ກ່າຍກໍຕາມ.
  4. ຮູບແບບການຕອບຂໍ້ສອບ ຂອງນັກຮຽນລາວ ທີ່ໄດ້ຮັບຄວາມນິຍົມສູງສຸດໃນປະເທດກໍຄື “ຕອບຕາມຄວາມເຂົ້າໃຈ”
  5. ບົດສະຫລຸບຜົນການຮ່ຳຮຽນປະຈຳອາທິດຂ ອງສິບເວນ ຂໍ້ເສຍທີ່ພົບປະຈຳມັກຈະເປັນ “ສ່ວນໃຫຍ່ຍັງວົນແຊວໃນຫ້ອງ ແລະ ອີກຈຳນວນຫນື່ງຍັງຜີດລະບຽບ” ໂດຍທີ່ບໍ່ມີອາທິດໃດເລີຍ ທີ່ບໍ່ມີຂໍ້ເສຍຕົວນີ້ ແລະ ກໍເປັນແບບນີ້ຕະຫລອດທັງປີ.
  6. ລາງວັນນັກຮຽນເກັ່ງປະຈຳແຕ່ລະເດືອນ ແມ່ນສຳລັບຜູ້ທີ່ເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ ຫມາຍຄວາມວ່າຕ່ຳສຸດຄື 7 ທຸກວິຊາ ເຊິ່ງວ່າຜູ້ທີ່ໄດ້ຄະແນນ 10 ຫມົດ ຍົກເວັ້ນວິຊາດຽວທີ່ໄດ້ 6 ຈະບໍ່ມີສິດໄດ້ລາງວັນນິ້.
  7. ນັກຮຽນເກັ່ງມັກຈະມີສະເຫນ່ສຸດໆ ຄືຊ່ວງໃກ້ຈະເສັງ ໂດຍສະເພາະແມ່ນເສັງພາກຮຽນ ແຕ່ພໍການສອບເສັງຈົບລົງ ກໍ..ຖືກແນມວ່າເປັນເດັກເນີດເຊັ່ນເຄີຍ.
  8. ວິຊາສ່ວນໃຫຍ່ໃນລະດັບປະຖົມ ແລະ ມັດທະຍົມຕອນຕົ້ນ ຫລືກະທັ້ງຕອນປາຍ ຍັງມີການອ່ານໃຫ້ຈົດ ທັ້ງໆທີ່ມີປື້ມແບບຮຽນໃຫ້ຊື້ມາອ່ານ ແລະ ຍິ່ງໄປກວ່ານັ້ນ ອັນທີ່ອ່ານໃຫ້ຈົດ ບໍ່ໄດ້ແຕກຕ່າງແມ້ແຕ່ອັກຂະຫລະດຽວ ກັບປຶ້ມອີກຕ່າງຫາກ.
  9. ອາຈານມັກຈະເອົາບັດເຊີນຜູ້ປົກຄອງ ໃນກໍລະນີຕ່າງໆເຊັ່ນ : ຂາດຮຽນເກີນ, ຂາດເສັງ, ຄະແນນຄຸນສົມບັດໃກ້ຫມົດ ເປັນຕົ້ນ ໃຫ້ກັບຕົວນັກສຶກສາເອງ ທັ້ງໆທີ່ຮູ້ວ່າບັດນັ້ນ ຈະໄປບໍ່ຮອດມືຜູ້ປົກຄອງຢ່າງແນ່ນອນ.
  10. ວິຊາທີ່ນັກຮຽນມັດທະຍົມບໍ່ມັກທີ່ສຸດຄືວິຊາ ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊິວະສາດ, ປະຫວັດສາດ, ພູມສາດ, ສືກສາພົນລະເມືອງ, ພາລະສືກສາ, ພາສາຕ່າງປະເທດ ແລະ ພາສາລາວ-ວັນນະຄະດີ !

ຈາກ laosci

Delicious Digg Fark Twitter