ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 13, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

໑໓ ເມສາ ໑໐໐໙ ຫນ້າປະຫວັດສາດຈາລຶກໄວ້ວ່າ ໄດ້ມີວິຫົກຕົວຫນຶ່ງ ກະທຳການທໍລະລາດ ຕໍ່ອານາບໍລິວານທີ່ມັນອາໄສຢູ່.. ໂອ້ຍ ເພີ້ເຈີ້.. ຄວາມຈິງຄື ມື້ນີ້ເປັນມື້ທີ່ເຮົາຫລິ້ນເນັດຢູ່ບ້ານຄົບ 365 ວັນ ຫລື 1 ປີ ພໍດີ ແລະ ເປັນມື້ດຽວກັບທີ່ຫລິ້ນພັນລາວ ມາເປັນເວລາ 1 ປີເຊັ່ນກັນ ຫມາຍຄວາມວ່າ ຫລິ້ນພັນລາວຕັ້ງແຕ່ມື້ທີ່ມີເນັດຫລິ້ນ..

1 ປີທີ່ຜ່ານມາ ກັບໂລກອິນເຕີເນັດ ໄດ້ຫຍັງແດ່ ? ບໍ່ໄດ້ຫຍັງເລີຍ.. ອື່ມມມ ໃຫ້ໄດ້ຊັ່ນລະ.. project ຕ່າງໆທີ່ຮ່າງໄວ້ ກໍຕິດຫລົ່ມໄປຕາມໆກັນ ແຕ່ວ່າ ອ່າອ່າອ່າອ່າ (echo) ຫລັງຈາກທີ່ຫລິ້ນເນັດ(ແບບຊ້າໆ ໄດ້ພ້າເຫລັ້ມງາມ) ມາເກືອບປີ ມີໂອກາດໄດ້ສ້າງເວັບຂຶ້ນມາເວັບຫນຶ່ງ (ຄວາມຈິງມັນຢາກໂຄສະນາເວັບມັນນີ້ເອງ) ດ້ວຍຄວາມຊ່ວຍເຫລືອເລື່ອງ web hosting ຈາກ au8ust ເວັບມາສຯພັນລາວເຮົານີ້ເອງ ເລີຍກໍ່ໃຫ້ເກີດ ເວັບໆນີ້ຂຶ້ນມາ ອ່າອ່າອ່າອ່າ (echo ອີກຮອບ)

http://graphicme.com/

ເປັນເວັບໄຊທ໌ທີ່ກ່ຽວກັບເລື່ອງລາວຂອງການອອກແບບ ໂດຍສະເພາະແມ່ນທາງດ້ານ graphic design ຕອນນີ້ມີສ່ວນທີ່ເປັນບລັອກ ແລະ ເວັບບອດ ໃຜມີຄວາມສົນໃຈ ກໍເຂົ້າໄປຈັບຈອງຊື່ກັນໄປໄດ້ ໄອ້ໄອ້ໄອ້...

ຈົບຂ່າວ.

Delicious Digg Fark Twitter