ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 25, 2010 | ມີ 20 ຄຳເຫັນ ແລະ 0 trackback(s)

ບົດນຳ

ມາລະຍາດເນັດ (netiquette) ແມ່ນຫຍັງ ? ເຂົ້າໃຈງ່າຍໆກໍຄືມາລະຍາດໃນການສື່ສານແບບເຄື່ອຂ່າຍ ຫລື ໂລກໄຊເບີຣ໌, ຄຳວ່າ “ມາລະຍາດ” ຫມາຍເຖິງ ອາການອັນພຶງປະພຶດ ໃນການຢູ່ຮ່ວມກັນ ຢ່າງສັນຕິໃນສັງຄົມ ດັ່ງນັ້ນມາລະຍາດເນັດ ກໍຫມາຍເຖິງວິທີປະຕິບັດທີ່ເຫມາະສົມເມື່ອທ່ານໃຊ້ອິນເຕີເນັດ.

ເມື່ອທ່ານຕ້ອງໄດ້ພົບກັບວັດທະນະທຳໃຫມ່ໆ ແລະ ໂລກໄຊເບີຣ໌ເອງກໍມີວັດທະນະທຳເປັນຂອງຕົນເອງ ທ່ານຕ້ອງຍອມຮັບວ່າອາດເຄີຍເຮັດຜິດພາດໄປ ເຊັ່ນໄປລະເມີດຜູ້ອື່ນໂດຍບໍ່ໄດ້ຕັ້ງໃຈ ຫລື ທ່ານອາດຈະເຂົ້າໃຈສິ່ງ ທີ່ຄົນອື່ນເວົ້າແບບຜິດໆ ແລະ ຕໍ່ວ່າບຸກຄົນນັ້ນໂດຍບໍ່ໄດ້ເຈດຕະນາ ສິ່ງທີ່ຊ້ຳຮ້າຍໄປກວ່ານັ້ນຄື ໂລກໄຊເບີຣ໌ມີລັກສະນະບາງຢ່າງ ທີ່ເຮັດໃຫ້ເຮົາລືມໄປວ່າ ເຮົາກຳລັງມີປະຕິສຳພັນ ກັບຄົນອີ່ຫລີ ບໍ່ແມ່ນພຽງແຕ່ຕົວອັກສອນທີ່ປະກົດເທິງຫນ້າຈໍ.

ດັ່ງນັ້ນຄົນໃຊ້ອິນເຕີເນັດ ໂດຍສະເພາະຜູ້ໃຊ້ລາຍໃຫມ່ທີ່ມີເຈດຕະນາດີ ກໍອາດຈະຜິດພາດໄດ້ຫລາຍຮູບແບບ ສ່ວນຫນຶ່ງເປັນເພາະລືມໄປວ່າກຳລັງສື່ສານກັບຄົນອີ່ຫລີ ອີກສ່ວນຫນຶ່ງ ເພາະບໍ່ຮູ້ທຳນຽມ ປະຕິບັດໃນໂລກໄຊເບີຣ໌.

ບົດຄວາມເລື່ອງມາລະຍາດເນັດນີ້ມີຈຸດປະສົງ 2 ສ່ວນຄື ເພື່ອຊ່ວຍຫລຸດຄວາມຜິດພາດທີ່ອາດເກີດຂຶ້ນຈາກ ຜູ້ຫລິ້ນອິນເຕີເນັດມືໃຫມ່ໃຫ້ເຫລືອຫນ້ອຍທີ່ສຸດ ແລະ ຊ່ວຍໃຫ້ຜູ້ທ່ອງອິນເຕີເນັດ ທີ່ມີປະສົບການ ຊ່ວຍຜູ້ຫລິ້ນມື້ໃຫມ່ໄດ້ ສົມມຸດຕິຖານນິ້ຄື ຄົນສ່ວນໃຫຍ່ຫນ້າຈະຢາກຫາຫມູ່ຫລາຍກວ່າ ຢາກຫາສັດຕູ ແລະ ຖ້າທ່ານເຮັດຕາມກົດພຶ້ນຖານ ບໍ່ເທົ່າໃດຂໍ້ຕໍ່ໄປນີ້ ທ່ານກໍຈະມີໂອກາດເຮັດຜິດແບບເສຍຫມູ່ ນັ້ນຫນ້ອຍລົງ.

ກົດຂໍ້ທີ 1 : ຢ່າລືມວ່າທ່ານກຳລັງຕິດຕໍ່ກັບຄົນທີ່ມີຕົວຕົນຢູ່ຈິງ

ຈົ່ງປະຕິບັດຕໍ່ຄົນອື່ນ ເຫມືອນກັບທີ່ທ່ານຢາກໃຫ້ຄົນອື່ນປະຕິບັດຕໍ່ຕົວທ່ານເອງ ຈິງຢູ່ທີ່ທ່ານຕ້ອງຫມັ້ນຄົງໃນຈຸດຢືນຂອງຕົວເອງ ແຕ່ໃນຂະນະດຽດກັນ ທ່ານກໍຕ້ອງບໍ່ທຳຮ້າຍຄວາມຮູ້ສຶກຂອງຄົນອື່ນ ອີກດ້ວຍ, ໃນໂລກໄຊເບີຣ໌ກົດຂໍ້ນີ້ ເປັນຫລາຍກວ່າທຳນຽມໄປແລ້ວ ເພາະເມື່ອທ່ານຕິດຕໍ່ສື່ສານທາງອິນເຕີເນັດ ສິ່ງດຽວທີ່ທ່ານເຫັນຄືຈໍຄອມພິວເຕີ ທ່ານບໍ່ມີໂອກາດສະແດງ ອອກທາງສິຫນ້າ ທ່າທາງ ແລະ ນ້ຳສຽງເພື່ອສື່ຄວາມຫມາຍ ທ່ານເຮັດໄດ້ພຽງແຕ່ພິມອອກໄປເທົ່ານັ້ນ.

ເມື່ອທ່ານຕິດຕໍ່ກັນທາງອອນໄລນ໌ບໍ່ວ່າດ້ວຍອີເມລ ຫລື ຈະໂຕ້ຕອບຜ່ານກະທູ້ ທ່ານອາດຈະເຂົ້າຄວາມຫມາຍຂອງຄົນ ທີ່ລົມນຳຜິດໄປ ແລະ ອາດລືມໄປວ່າ ພວກເຂົາກໍເປັນຄົນ ແລະ ມີຄວາມຮູ້ສືກ ເຫມືອນກັນກັບທ່ານ. ຈິງຢູ່ທີ່ເຮົາໃຊ້ອິນເຕິເນັດເພື່ອສື່ຄວາມຮູ້ສືກ ແລະ ຄວາມຄິດເຫັນຂອງເຮົາຢ່າງອິດສະຫລະ ອອກສຳຫລວດໂລກໃຫມ່ໆ ແລະ ໄປໃນບ່ອນທີ່ບໍ່ເຄີຍໄປມາກ່ອນ ແຕ່ຢ່າລືມກົດຂໍ້ສຳຄັນ ນັ້ນຄື ຄົນທີ່ທ່ານພົບໃນອິນເຕິເນັດນັ້ນ ກໍເປັນຄົນອີ່ຫລີເຫມືອນກັບຕົວທ່ານນັ້ນລະ.

ຖ້າຮັບຮູ້ຂໍ້ເທັດຈິງແບບນັ້ນແລ້ວ ເຮົາເອງຈະກ້າເວົ້າແບບນັ້ນຕົງໆຕໍ່ຫນ້າກັນ ແລະ ກັນຫລືບໍ່ ?

ມີແບບທົດສອບຫນື່ງ ໃຫ້ລອງເຮັດກ່ອນທີ່ຈະສົ່ງອີເມລ ຫລື ໂພສຂໍ້ຄວາມແບບຕ່າງໆເທິງອິນເຕີເນັດ ກ່ອນອື່ນທ່ານຕ້ອງຖາມຕົວເອງວ່າ ຖ້າພົບກັນຫນ້າເຊິ່ງຫນ້າ ທ່ານຈະກ້າເວົ້າແບບນັ້ນກັບລາວຫລືບໍ່ ? ຖ້າຄຳຕອບຄື “ບໍ່” ກໍຈົ່ງແກ້ໄຂຂໍ້ຄວາມນັ້ນແລ້ວອ່ານໃຫມ່ອີກຄັ້ງ ເຮັດແບບນີ້ຊ້ຳໆ ຈົນກວ່າທ່ານຈະຮູ້ສຶກວ່າ ບໍ່ລຳບາກໃຈທີ່ຈະເວົ້າແບບນີ້ກັບໃຜ ແລ້ວຈຶ່ງຄ່ອຍສົ່ງ.

ແຕ່ຖ້າທ່ານເປັນພວກທີ່ມັກເວົ້າຈາຫຍາບຄາຍ ຮຸນແຮງຕໍ່ຫນ້າຄົນອື່ນເພື່ອຄວາມສະໃຈ ກໍຄົງຕ້ອງໄປອ່ານຫນັງສືປະເພດ ມາລະຍາດທາງສັງຄົມ ຫລື ຄຸນສົມບັດຜູ້ດີ ເພາະມາລະຍາດເນັດຄົງຊ່ວຍອີ່ຫຍັງ ທ່ານບໍ່ໄດ້.

ເວລາທີ່ທ່ານຕິດຕໍ່ສື່ສານຜ່ານອິນເຕີເນັດ ບໍ່ວ່າຈະຜ່ານອີເມລ ຫລື ໂພສກະທູ້ ທ່ານຄວນຈະພິມສິ່ງທີ່ຢາກສື່ຄວາມຫມາຍລົງໄປ ແລະ ມັນມີໂອກາດທີ່ຈະມີຄົນ ຫລື ລະບົບບັນທຶກສິ່ງທີ່ທ່ານເຄີຍຂຽນເອົາໄວ້ ໂດຍທີ່ທ່ານບໍ່ສາມາດຄວບຄຸບໄດ້ ເວົ້າອີກຢ່າງຄື ສິ່ງທີ່ທ່ານຂຽນນັ້ນມີໂອກາດກັບມາຫລອກຫລອນທ່ານໄດ້ໃນອະນາຄົດ ດັ່ງນັ້ນຈົ່ງຢ່າພະຍາຍາມທຳຕົວຫ້ຽນ !

ກົດຂໍ້ທີ 2 : ການສື່ສານອອນໄລນ໌ ໃຫ້ຍຶດມາຕະຖານດຽວກັນການສື່ສານໃນຊີວິດຈິງ

ໃນຊີວິດຈິງ ຄົນສ່ວນໃຫຍ່ມັກຈະເຄົາລົບກົດຫມາຍ ບໍ່ວ່າຈະດ້ວຍນິໄສຫລືເພາະຢ້ານຖືກຈັບກໍຕາມ ແຕ່ໃນໂລກອິນເຕີເນັດ ໂອກາດທີ່ຈະຖືກຈັບນັ້ນມີຫນ້ອຍ ແລະບາງຄັ້ງ ເປັນເພາະຜູ້ໃຊ້ອິນເຕີເນັດລຶມໄປວ່າ ອີກຝ່າຍທີ່ກຳລັງລົມຢູ່ນັ້ນເປັນຄົນທີ່ມີຕົນຕົວຢູ່ຈິງ ກໍເລີຍປະຕິບັດຕໍ່ກັນ ໂດຍມີມາດຕະຖານທາງສິນລະທຳຕ່ຳກວ່າໃນໂລກຈິງ.

ຈົ່ງຢ່າໄປເຊື່ອເມື່ອມີຄົນບອກວ່າ “ສິນລະທຳຢ່າງດຽວທີ່ມີຈິງກໍຄື ແມ່ນຫຍັງກໍຕາມທີ່ທ່ານເຮັດແລ້ວບໍ່ມີໃຜເອົາເລື່ອງ” ປະໂຫຍກນີ້ກ່ຽວກັບເລື່ອງມາລະຍາດ ບໍ່ແມ່ນສິນລະທຳແຕ່ຢ່າງໃດ ແຕ່ຖ້າທ່ານຕ້ອງ ພົບກັບຂໍ້ຂັດແຍ່ງ ທາງສິນລະທຳໃນໂລກອິນເຕີເນັດແລ້ວ ທ່ານກໍຈົ່ງປະຕິບັດຕາມແບບແຜນ ທີ່ທ່ານຍຶດຖືໃນຊີວິດຈິງ.

ການແຫກກົດເປັນມາລະຍາດທີ່ໃຊ້ບໍ່ໄດ້

ນັ້ນເປັນຄູ່ມືມາລະຍາດ ບໍ່ແມ່ນຄູ່ມືທາງກົດຫມາຍ ແຕ່ມາລະຍາດເນັດກໍຮຽກຮ້ອງ ໃຫ້ຄົນປະຕິບັດຕໍ່ກັນແລະກັນຢ່າງດີທີ່ສຸດ ພາຍໃຕ້ກົດຫມາຍຂອງສັງຄົມ ແລະ ໂລກໄຊເບີຣ໌.

ການນຳໃຊ້ອິນເຕີເນັດຕົວຈິງເຮົາບໍ່ຈຳເປັນຈະຕ້ອງໄປສຶກສາກົດຫມາຍ ທີ່ແທ້ຈິງຢ່າງເລິກເຊິ່ງກໍໄດ້ ພຽງແຕ່ອ່ານກົດລະບຽບຂອງເວັບ ທີ່ເຮົານຳໃຊ້ຢູ່ແລ້ວປະຕິບັດຕາມນັ້ນ ກໍຖືວ່າໃຊ້ໄດ້ແລ້ວ, ແຕ່ລະ ເວັບໄຊທ໌ ໂດຍທົ່ວໄປກໍຈະມີກົດໃຫ້ສະມາຊິກ ຫລື ຜູ້ນຳໃຊ້ປະຕິບັດ ກໍເພື່ອທີ່ຈະໄດ້ເປັນລະບຽບ ແລະ ບໍ່ກໍໃຫ້ເກີດຄວາມເສຍຫາຍຕ່າງໆ, ຈິງຢູ່ທີ່ການບໍ່ມີກົດມາກຳນົດຈະເຮັດໃຫ້ບໍ່ອຶດອັດ ແລະ ຢາກຈະເຮັດຫຍັງກັບຄົນອື່ນກໍໄດ້ ຕາມໃຈມັກ ແຕ່ຢ່າລືມວ່າຄົນອື່ນກໍສາມາດ ເຮັດຫຍັງກັບທ່ານກໍໄດ້ເຊັ່ນກັນ ຖ້າຂາດກົດລະບຽບ.

ກົດຂໍ້ທີ 3 : ຮູ້ວ່າທ່ານຢູ່ສ່ວນໃດໃນໂລກໄຊເບີຣ໌

ມາລະຍາດເນັດໃນແຕ່ລະ “ພື້ນທີ່” ບໍ່ຄືກັນ

ການກະທຳຫຍັງກໍຕາມ ອາດເປັນເລື່ອງຍອມຮັບໄດ້ໃນບ່ອນຫນຶ່ງ ແຕ່ຖ້າເປັນບ່ອນອື່ນອາດຈະບໍ່ແມ່ນ ເຊັ່ນ ທ່ານອາດຈະຈົ່ມຂວັນນິນທາ ໄຮ້ສາລະໄດ້ເວລາໂພສກະທູ້ກ່ຽວກັບສິ່ງໃດຫນື່ງ ແຕ່ຖ້າທ່ານ ເຜີຍແຜ່ຂ່າວລື ທີ່ບໍ່ມີທີ່ໄປທີ່ມາ ທ່ານກໍອາດຈະເປັນຄົນທີ່ບໍ່ມີໃຜມັກຂີ້ຫນ້າເອົາຊື່ໆ ເນຶ່ອງຈາກມາລະຍາດເນັດໃນແຕ່ລະທີ່ແຕກຕ່າງກັນ ຈຶ່ງຈຳເປັນທີ່ທ່ານຈະຮູ້ວ່າທ່ານຢູ່ສ່ວນໃດຂອງໂລກອິນເຕີເນັດ ດັ່ງນັ້ນກົດທີ່ຕາມມາກໍຄື

ດັກຊຸ່ມກ່ອນເຂົ້າໄປຮ່ວມວົງ

ເມື່ອທ່ານເຂົ້າໄປໃນພື້ນທີ່ໃດໆທີ່ນັ້ນຖືເປັນທີ່ໃຫມ່ສຳຫລັບທ່ານ ດັ່ງນັ້ນລອງໃຊ້ເວລາສັງເກດການກ່ອນ ວ່າທີ່ນັ້ນພວກເຂົາລົມຫຍັງກັນ ປະຕິບັດຕໍ່ກັນແບບໃດ ຫລື ເຂົາໄປອ່ານຂໍ້ຄວາມເກົ່າໆ ຈາກນັ້ນ ຄ່ອຍເຂົ້າໄປມີສ່ວນຮ່ວມກັບພວກເຂົາເຫລົ່ານັ້ນ.

ກົດຂໍ້ທີ 4 : ເຄົາລົບເວລາ

ທ່ານບໍ່ແມ່ນສູນກາງຂອງໄຊເບີຣ໌ສະເປສ

ບາງທີ ຄຳເຕືອນຂໍ້ນີ້ ອາດຈະເບິ່ງບໍ່ຈຳເປັນສຳລັບຜູ້ອ່ານສ່ວນໃຫຍ່ ແຕ່ຄິດວ່າຄວນຕ້ອງເວົ້າເຖິງ ເພາະຍິ່ງເມື່ອທ່ານກຳລັງ ເຮັດລາຍງານ ຫລື ໂປຣເຈັກ ແລະ ກຳລັງຫມົກຫມຸ້ນກັບມັນຢ່າງໜັກ ທ່ານອາດ ຈະລືມຄິດໄປວ່າ ຄົນອື່ນກໍມີເລື່ອງອື່ນທີ່ຕ້ອງເຮັດນອກເລື່ອງຂອງທ່ານ ດັ່ງນັ້ນຢ່າຄາດຫວັງວ່າ ຄຳຖາມທຸກຄຳຖາມຂອງທ່ານຈະໄດ້ຮັບຄຳຕອບ ໃນທັນທີທັນໃດ ແລະ ຢ່າທຶກທັກເອົາເອງວ່າ ຜູ້ອ່ານ ທຸກຄົນຈະຕ້ອງເຫັນດີນຳ ຫລື ສົນໃຈຂໍ້ໂຕ້ແຍ້ງທີ່ກະຕືລືລົ້ນຂອງທ່ານ.

ກົດສຳລັບກະດານສົນທະນາ (discussion group)

ກົດຂໍ້ 4 ນີ້ມີໄນສຳລັບຜູ້ໃຊ້ກະດານສົນທະນາ ຫລື discussion group ຜູ້ທີ່ເຂົ້າມາອ່ານກະດານແບບນີ້ສ່ວນໃຫຍ່ນັ່ງແຊ່ໜ້າ ຈໍຄອມພິວເຕີດົນເກີນໄປຢູ່ແລ້ວ ດົນຈົນຄອບຄົວ ເພື່ອນຝູງ ຕ້ອງນັ່ງເຄາະນິ້ວ ລໍຖ້າວ່າປານໃດຈະມາກິນເຂົ້າຈັກເທຶ່ອ.

ນອກຈາກນັ້ນ ໂປຣແກຣມລາຍການຂ່າວຫລາຍໂປຣແກຣມກໍເຮັດວຽກໄດ້ຊ້າຫລາຍ ແລະ ຜູ້ອ່ານຍັງຕ້ອງເລາະອ່ານຫົວຂໍ້ທັງໝົດ ກວ່າທີ່ຈະໄປເຖິງເນື້ອຄວາມແທ້ ໆ ບໍ່ມີໃຜມັກດອກ ຖ້າຕ້ອງເສຍເວລາ ເຮັດທັງໝົດນັ້ນ ແລ້ວພົບວ່າ ມັນບໍ່ເຫັນຈະຄຸ້ມຄ່າກັບເວລາທີ່ເສຍໄປເລີຍ.

ຄວນສົ່ງອີເມລ ຫລື ຂໍ້ຄວາມໄປໃຫ້ໃຜແດ່ ?

ໃນອະດີດ ຄົນຄັດລອກເອກະສານໂດຍໃຊ້ເຈ້ຍຄາຣ໌ບອນ ຊຶ່ງຢ່າງຫລາຍກໍເຮັດສຳເນົາໄດ້ພຽງ 5 ເທື່ອ ດັ່ງນັ້ນເມື່ອທ່ານຈະສົ່ງສຳເນົາ 5 ເທື່ອ ທ່ານຈຶ່ງຕ້ອງໄດ້ຄິດຢ່າງໜັກ ແຕ່ປັດຈຸບັນການຄັດລອກ ຂໍ້ຄວາມ ແລະ ສົ່ງຕໍ່ໃຫ້ຄົນອື່ນ (CC ໃນອີເມລ) ນັ້ນເຮັດໄດ້ຢ່າງງ່າຍດາຍ ບາງເທື່ອເຮົາຈຶ່ງຄັດລອກອີເມລສົ່ງຕໍ່ກັນຈົນເປັນນິໄສ ໂດຍທົ່ວໄປ ນີ້ຖືເປັນເລື່ອງຂາດມາລະຍາດ.

ມື້ນີ້ຄົນມີເວລາຫນ້ອຍລົງກວ່າເມື່ອກ່ອນຫລາຍ ເພາະພວກພວກເຂົາມີຂໍ້ມູນທີ່ຕ້ອງຮັບຮູ້ຫລວງຫລາຍ ດັ່ງນັ້ນກ່ອນຈະສົ່ງເມລຕໍ່ໄປໃຫ້ໃຜ ໃຫ້ລອງຖາມຕົວເອງເບິ່ງກ່ອນວ່າ ພວກເຂົາຈຳເປັນຈະຕ້ອງ ຮູ້ເລື່ອງໃນອີເມລນັ້ນຫລືບໍ່ ? ຖ້າບໍ່ ກໍຢ່າສົ່ງ ຖ້າອາດຈະຢາກຮູ້ ກໍທົບທວນອີກເທື່ອກ່ອນສົ່ງ.

ກົດຂໍ້ທີ 5 : ເຮັດໃຫ້ຕົວເອງດູດີເວລາອອນໄລນ໌

ໃຊ້ປະໂຫຍດຈາກຄວາມເປັນນິລະນາມ

ບໍ່ຢາກຈະໃຫ້ຮູ້ສຶກວ່າ ອິນເຕີເນັດເປັນສະຖານທີ່ໂຫດຮ້າຍ ເຢັນຊາ ເຕັມໄປດ້ວຍຜູ້ຄົນທີ່ອົດໃຈລໍບໍ່ໄຫວທີ່ຈະດູຫມິ່ນຄົນອື່ນ, ແຕ່ໃນໂລກອິນເຕີເນັດ ກໍເໝືອນກັບໂລກຈິງ ຄົນທີ່ສື່ສານກັນໃນນັ້ນລ້ວນແລ້ວແຕ່ ຢາກໃຫ້ຄົນອື່ນມັກ ການຕິດຕໍ່ສື່ສານຜ່ານເຄືອຂ່າຍໂດຍສະເພາະຢ່າງຍິ່ງກະດານສົນທະນາ ເຮັດໃຫ້ທ່ານເຂົ້າເຖິງຄົນທີ່ທ່ານບໍ່ເຄີຍພົບເຈີ ແລະ ບໍ່ມີໃຜສາມາດເຈີທ່ານໄດ້ ທ່ານກໍບໍ່ຕ້ອງຖືກຕັດສິນດ້ວຍ ສີຜິວ, ສີຕາ, ສີຜົມ, ນ້ຳໜັກ, ອາຍຸ ຫລືການແຕ່ງຕົວຂອງທ່ານເອງ.

ຢ່າງໃດກໍຕາມ ທ່ານຈະຖືກຕັດສິນຜ່ານຄຸນະພາບຂອງສິ່ງທີ່ທ່ານຂຽນ ນິ້ເປັນຂໍ້ໄດ້ປຽບສຳລັບຄົນສ່ວນໃຫຍ່ທີ່ເລືອກຈະຕິດຕໍ່ອອນໄລນ໌ ເພາະຖ້າພວກເຂົາບໍ່ມ່ວນກັບການຂຽນຕົວຫນັງສື ກໍຄົງບໍ່ເຮັດຕໍ່ ດັ່ງນັ້ນ ການສະກົດຄຳໃຫ້ຖືກ ແລະ ຂຽນໃຫ້ກົງຕາມຫລັກໄວຍາກອນຈຶ່ງເປັນເລື່ອງສຳຄັນ.

ຮູ້ວ່າຕົວເອງກຳລັງເວົ້າຫຍັງຢູ່ ແລະ ເວົ້າຢ່າງມີເຫດມີຜົນ

ໃຫ້ຄວາມສົນໃຈ ກັບເນື້ອຫາຂອງສິ່ງທີ່ທ່ານຂຽນ ຈົ່ງແນ່ໃຈວ່າທ່ານຮູ້ວ່າຕົວເອງກຳລັງເວົ້າຫຍັງຢູ່ ເວລາທີ່ທ່ານຂຽນປະໂຍກ “ຂ້ອຍເຂົ້າໃຈວ່າ...” ຫລື “ຂ້ອຍເຊື່ອວ່າໃນກໍລະນີນີ້...” ໃຫ້ຖາມຕົວເອງວ່າ ທ່ານຢາກຈະໂພສຂໍ້ຄວາມນັ້ນກ່ອນທີ່ຈະກວດສອບຂໍ້ເທັດຈິງກ່ອນຫລືບໍ່ ?

ຂໍ້ມູນເສຍໆຫາຍໆ ລາມໃນໂລກອິນເຕີເນັດຢ່າງວ່ອງໄວບໍ່ຕ່າງກັບໄຟປ່າ ແລະ ເມື່ອມີການສົ່ງຕໍ່ໄປຊ້ຳໆ ທ່ານກໍຈະພົບວ່າມັນບິດເບືອນໄປເລື່ອຍໆ ເໝືອນເວລາຫລິ້ນເກມປາກຕໍ່ປາກໃນງານປາຣ໌ຕີ້ ທ່ານຈະຈຳເນື້ອຄວາມທີ່ຟັງມາຕອນທຳອິດບໍ່ໄດ້ທັງໝົດ ແລະ ເມື່ອເວົ້າຕໍ່ໄປ ມັນກໍຍ່ອມຈະບໍ່ເໝືອນທີ່ໄດ້ຟັງມາ (ແນ່ນອນ ທ່ານອາດຈະບອກວ່າ ນິ້ເປັນເຫດຜົນທີ່ທ່ານຈະບໍ່ໃສ່ໃຈ ເລື່ອງ ຄວາມຖືກຕ້ອງ ຂອງສິ່ງທີ່ທ່ານໂພສ ແຕ່ອັນທີ່ຈິງ ທ່ານຮັບຜິດຊອບສະເພາະສິ່ງທີ່ທ່ານໂພສເອງເທົ່ານັ້ນ ບໍ່ກ່ຽວກັບວ່າຄົນ ເອົາສິ່ງທີ່ທ່ານໂພສໄປເຮັດຫຍັງ)

ນອກຈາກນັ້ນ ຈົ່ງແນ່ໃຈວ່າຂໍ້ຄວາມຂອງທ່ານຊັດເຈນ ແລະ ມີເຫດຜົນ ການຂຽນ ທີ່ບໍ່ມີຂໍ້ຜິດພາດເລີຍທັງດ້ານໄວຍາກອນ ແລະ ການສະກົດຄຳນັ້ນ ເປັນໄປໄດ້ ແຕ່ຈະມີປະໂຫຍດຫຍັງ ຖ້າເນື້ອຄວາມມັນ ບໍ່ສົມເຫດສົມຜົນ ເລື່ອງນີ້ມັກຈະເກີດ ຂຶ້ນເວລາທີ່ທ່ານຢາກໃຊ້ຄຳຍາວໆ ຫລາຍຄຳທີ່ທ່ານເອງກໍບໍ່ເຂົ້າໃຈແທ້ໆ ພຽງເພື່ອໃຫ້ຄົນອ່ານຮືຮາ ເຊື່ອເຖາະວ່າທ່ານເຮັດບໍ່ໄດ້ດອກ ຂຽນໃຫ້ງ່າຍເຂົ້າໄວ້ດີກວ່າ.

ຢ່າໂພສກະທູ້ລໍ້ເປົ້າ

ສຸດທ້າຍ ທ່ານຄວນທຳຕົວເປັນມິດ ແລະ ສຸພາບ ຢ່າໃຊ້ຖ້ອຍຄຳຈອງຫອງ ແລະ ຢ່າຂຽນແບບຫາເລື່ອງພຽງເພາະວ່າທ່ານຢາກຈະມີເລື່ອງ.

ກົດຂໍ້ທີ 6 : ແບ່ງປັນຄວາມຮູ້ຂອງຜູ້ຊ່ຽວຊານ

ຄວາມມະຫາສານຄື ຈຸດແຂງຂອງໂລກໄຊເບີຣ໌ ມີຜູ້ຊ່ຽວຊານຫລວງຫລາຍທີ່ອ່ານຄຳຖາມເທິງອິນເຕີເນັດ ແລະ ເຖິງແມ່ນວ່າຈະມີສ່ວນຫນ້ອຍ ໃນຈຳນວນນັ້ນທີ່ຕອບຄຳຖາມ ແຕ່ຄວາມຮູ້ໂດຍລວມ ຂອງໂລກກໍເພີ່ມຂຶ້ນຢູ່ດີ ອິນເຕີເນັດເອງກໍກໍ່ຕັ້ງ ແລະ ເຕີບໂຕ ເພາະນັກວິທະຍາສາດຢາກຈະແບ່ງປັນ ຂໍ້ມູນຊຶ່ງກັນແລະກັນ ແລະ ພວກເຮົາທີ່ເຫລືອກໍຄ່ອຍໆ ເລີ່ມມີບົດບາດຫລັງຈາກນັ້ນ, ດັ່ງນັ້ນ ທ່ານກໍເຮັດໃນສ່ວນຂອງທ່ານໄປ ເຖິງວ່າມາລະຍາດເນັດຈະມີຂໍ້ຫ້າມຍາວຫຍຽດ ທ່ານກໍມີຄວາມຮູ້ທີ່ເປັນປະໂຫຍດກັບຄົນອື່ນ ຢ່າຢ້ານທີ່ຈະແບ່ງປັນໃນສິ່ງທີ່ທ່ານຮູ້.

ຖ້າທ່ານຄາດຫວັງວ່າຈະໄດ້ຄຳຕອບຫລາຍໆ ຫລື ຖ້າໂພສຄຳຖາມລົງໃນກະດານສົນທະນາທີ່ທ່ານບໍ່ໄດ້ເຂົ້າໄປເບິ່ງເລື້ອຍ ໆ ມັນເປັນທຳນຽມ ທີ່ທ່ານຈະຂໍໃຫ້ຄົນຕອບຄຳຖາມຜ່ານອີເມລຂອງທ່ານໂດຍກົງ ແລ້ວເມື່ອທ່ານໄດ້ຄຳຕອບຫລາຍພໍສົມຄວນແລ້ວ ທ່ານກໍຄວນລວບລວມຄຳຕອບ ແລ້ວເອົາໄປໂພສສະຫລຸບໄວ້ໃນກຸ່ມແລກປ່ຽນຄວາມຄິດເຫັນອີກເທື່ອຫນຶ່ງ ເມື່ອເຮັດແບບນັ້ນທຸກຄົນກໍຈະ ໄດ້ປະໂຫຍດ ຈາກຜູ້ຊ່ຽວຊານທີ່ສະລະເວລາມາຂຽນ ຕອບທ່ານ.

ຖ້າທ່ານເປັນຜູ້ຊ່ຽວຊານເອງ ທ່ານສາມາດເຮັດຫຍັງໄດ້ຫລາຍກວ່ານັ້ນ ຫລາຍຄົນຮູ້ສຶກວ່າສາມາດໂພສແຫລ່ງທີ່ມາ ແລະ ບັນນານຸກົມ ຕັ້ງແຕ່ລາຍການຈາກແຫລ່ງທີ່ມາຖືກກົດຫມາຍອອນໄລນ໌ ເຖິງລາຍການ ໃນຫນັງສື UNIX ຊຶ່ງເປັນທີ່ນິຍົມ ຖ້າທ່ານເປັນຄົນທີ່ມີສ່ວນຮ່ວມສູງໃນກຸ່ມແລກປ່ຽນຄວາມຄິດເຫັນທີ່ບໍ່ມີ FAQ (ຄຳຖາມທີ່ພົບເລື້ອຍໆ) ກໍຄວນຂຽນ FAQ ຂຶ້ນມາຊະ ຖ້າທ່ານກຳລັງວິໄຈ ໃນເລື່ອງທີ່ຄົນອື່ນອາດກຳລັງສົນໃຈຢູ່ເຊັ່ນກັນ ທ່ານກໍຄວນໂພສມັນລົງໄປນຳ.

ການແບ່ງປັນຄວາມຮູ້ເປັນເລື່ອງມ່ວນ ມັນເປັນທຳນຽມຂອງການໃຊ້ອິນເຕີເນັດມາຍາວນານ ນອກຈາກນັ້ນຍັງເຮັດໃຫ້ໂລກມີແງ່ດີເພີ່ມຂຶ້ນອີກດ້ວຍ.

ກົດຂໍ້ທີ 7 : ຊ່ວຍກັນຄວບຄຸມສົງຄາມການໃສ່ອາລົມ

ຄົນເຮົາມັກຈະເຮັດ “ສົງຄາມຫ້ຽນ” (flame wars) ຄືສົງຄາມອາລົມໃນເນັດ ເວລາທີ່ຕ້ອງການສະແດງຄວາມຄິດເຫັນ ຢ່າງຮຸນແຮງໂດຍບໍ່ຍັບຍັ້ງຊັ່ງໃຈ ຫລື ພະຍາຍາມຄວບຄຸມອາລົມ ມັກຈະມີ ປະໂຫຍກທ້າທາຍກັນ ເຊັ່ນ “ແນ່ຈິງກໍບອກມາແມ້ວ່າ***ແມ່ນໃຜກັນແທ້”

ແມ່ນຫລືບໍ່ວ່າ ມາລະຍາດເນັດຕໍ່ຕ້ານ “ຫ້ຽນ” ?... ບໍ່ແມ່ນເລີຍ ການເຮັດຕົວຫ້ຽນໃນອິນເຕີເນັດເປັນເລື່ອງທີ່ມີກັນມາຍາວນານ (ແລະ ມາລະຍາດເນັດກໍບໍ່ເຄີຍໄປຫຍຸ້ງກັບເລື່ອງນັ້ນ) ແລ້ວບາງເທື່ອ ມັນກໍເປັນເລື່ອງມ່ວນ ທັງຄົນອ່ານ ແລະ ຄົນຂຽນ ອີກທັງບາງທີ ບາງຄົນກໍສົມຄວນແລ້ວທີ່ຈະຖືກຫ້ຽນຄອບງຳ.

ແຕ່ມາລະຍາດເນັດຕໍ່ຕ້ານສົງຄາມຫ້ຽນທີ່ບໍ່ຮູ້ຈັກຈົບສິ້ນ ຖ້ອຍຄຳສະແດງຄວາມຮ້າຍກາດທີ່ມາເປັນຊຸດໆ ສ່ວນໃຫຍ່ມາຈາກຄົນສອງສາມຄົນທີ່ຕອບໂຕ້ກັນໄປມາ ແຕ່ອາດຄອບງຳໂທນຂອງທັງກະທູ້ ປຸກປັ່ນອາລົມ ແລະ ທຳລາຍມິດພາບດີໆ ຂອງຊຸມຊົນ ມັນບໍ່ຍຸດຕິທຳຕໍ່ສະມາຊິກຄົນອື່ນ ແລະ ເຖິງແມ່ນວ່າບາງທີສົງຄາມຫ້ຽນຈະກໍ່ໃຫ້ເກີດຄວາມຄຶກຄື້ນ ແຕ່ຄົນທີ່ບໍ່ກ່ຽວ ກໍຈະເບື່ອຢ່າງໄວ ນອກຈາກນັ້ນ ຍັງບໍ່ຍຸດຕິທຳທີ່ໃຜຈະໃຊ້ແບນວິດແບບຜູກຂາດກັນຢູ່ບໍ່ເທົ່າໃດຄົນ.

ກົດຂໍ້ທີ 8 : ເຄົາລົບຄວາມເປັນສ່ວນຕົວຂອງຜູ້ອື່ນ

ທ່ານຄົງບໍ່ເຄີຍຄິດທີ່ຈະໄປຮື້ຄົ້ນໂຕະເຮັດວຽກຂອງເພື່ອນຮ່ວມງານ ດັ່ງນັ້ນ ທ່ານກໍຄົງບໍ່ໄປເປີດອ່ານອີເມລຂອງຄົນອື່ນເຊັ່ນກັນ ແຕ່ໂຊກບໍ່ດີທີ່ຫລາຍຄົນເຮັດຢ່າງນັ້ນ ນິ້ເປັນເລື່ອງຍາວ ແຕ່ໂດຍສະຫລຸບ ຄືຢາກຈະເລົ່າເລື່ອງເຕືອນໃຈເລື່ອງໜຶ່ງທີ່ຕັ້ງຊື່ວ່າ “ກໍລະນີ ນັກຂ່າວຕ່າງປະເທດຊ່າງສອດຮູ້ສອດເຫັນ”

ໃນປີ 1993 ນັກຂ່າວຕ່າງປະເທດຜູ້ເປັນທີ່ເຄົາລົບນັບຖືຄົນໜຶ່ງໃນສຳນັກຂ່າວລອສແອງເຈລິສ ໄທມ໌ ສາຂາມອສໂຄວ໌ ຖືກຈັບ ຖານແອບອ່ານອີເມລ໌ຂອງເພື່ອນຮ່ວມງານ ເພື່ອນຮ່ວມງານເລີ່ມສົງໄສເຂົາ ຕັ້ງແຕ່ເຫັນລະບົບບັນທຶກວ່າມີຄົນລັອກອິນເຂົ້າມາ ກວດອີເມລຕອນທີ່ພວກເຂົາບໍ່ຢູ່ ດັ່ງນັ້ນພວກເຂົາຈຶ່ງຈັດສາກດັດຫລັງຂຶ້ນ ດ້ວຍການສົ່ງຂໍ້ມູນເທັດຜ່ານຂໍ້ຄວາມຈາກສຳນັກຂ່າວອີກແຫ່ງ ນັກຂ່າວຄົນນັ້ນ ເປີດອ່ານ ແລ້ວກໍໄປຖາມເພື່ອນກ່ຽວກັບຂໍ້ມູນເທັດ ເທົ່ານັ້ນລ່ະ ເຂົາກໍຖືກໂຍກຍ້າຍກັບລອສແອງເຈລິສທັນທີ.

ການບໍ່ເຄົາລົບຄວາມເປັນສ່ວນ ຕົວຂອງຜູ້ອື່ນບໍ່ໄດ້ເປັນແຕ່ມານຍາດເນັດທີ່ຊົວຊາມເທົ່ານັ້ນ ມັນຍັງອາດເຮັດໃຫ້ທ່ານເສຍງານອີກດ້ວຍ.

ກົດຂໍ້ທີ 9 : ຢ່າໃຊ້ອຳນາດໃນທາງທີ່ບໍ່ສ້າງສັນ

ບາງ ຄົນໃນໂລກໄຊເບີຣ໌ມີອຳນາດຫລາຍກວ່າຄົນອື່ນ, ເກມອອນໄລນ໌ທຸກເກມມີພໍ່ມົດ, ທຸກສຳນັກງານມີຜູ້ຊ່ຽວຊານ ແລະ ທຸກລະບົບມີຜູ້ເບິ່ງແຍງລະບົບ. ການຮູ້ຫລາຍກວ່າຄົນອື່ນ ຫລື ມີອຳນາດ ຫລາຍກວ່າ ບໍ່ໄດ້ແປວ່າທ່ານມີສິດທິທີ່ຈະເອົາປຽບຄົນອື່ນໄດ້ ເຊັ່ນ ຜູ້ເບິ່ງແຍງລະບົບບໍ່ຄວນ ອ່ານອີເມລສ່ວນຕົວຂອງຄົນອື່ນ.

ກົດຂໍ້ທີ 10 : ໃຫ້ອະໄພໃນຄວາມຜິດພາດຂອງຜູ້ອື່ນ

ທຸກຄົນເຄີຍເປັນມືໃໝ່ມາກ່ອນ ແລະ ບໍ່ແມ່ນທຸກຄົນທີ່ໄດ້ອ່ານບົດຄວາມນີ້ ດັ່ງນັ້ນບາງຄົນຈຶ່ງເຮັດຜິດພາດໃນແງ່ມາລະຍາດເນັດ ຕັ້ງແຕ່ຜິດພາດເລັກນ້ອຍ ຫລື ເລື່ອງຕົວສະກົດ, ຕັ້ງຄຳຖາມໂງ່ໆ ຫລື ຕອບຄຳຖາມຍາວໂດຍບໍ່ຈຳເປັນ ຈົ່ງໃຈເຢັນເຂົ້າໄວ້ ຖ້າໃຜເຮັດຜິດພາດເລັກນ້ອຍທີ່ພໍໃຫ້ອະໄພໄດ້ ທ່ານກໍບໍ່ຈຳເປັນຕ້ອງເວົ້າຫຍັງ ເຖິງວ່າທ່ານຈະຮູ້ສຶກບໍ່ດີ ກໍລອງຄິດໃຫ້ ດີກ່ອນ ຕອບໂຕ້ ການທີ່ທ່ານ ມີມາລະຍາດດີ ບໍ່ໄດ້ແປວ່າທ່ານມີສິດທິໄປໄລ່ຈັບຜິດຄົນອື່ນ.

ຖ້າທ່ານຕັດສິນໃຈຈະບອກຄົນທີ່ເຮັດຜິດມາລະຍາດເນັດ ກໍຈົ່ງບອກຢ່າງສຸພາບ ແລະ ເປັນສ່ວນຕົວ ດີກວ່າໄປທຽວປະກາດໃຫ້ຄົນອື່ນຮັບຮູ້ນຳ ຈົ່ງໃຫ້ໂອກາດໃນຄວາມບໍ່ຮູ້ຂອງຄົນ ແລະ ຢ່າຖືຕົວ ຫລື ຍິ່ງວ່າທ່ານຮູ້ດີກວ່າ ແນ່ນອນວ່າການເຮັດຜິດພາດເລື່ອງຕົວສະກົດຍ່ອມມີການສະກົດຜິດເປັນບາງຄັ້ງ ແຕ່ການປະນາມວ່າຜູ້ອື່ນວ່າບໍ່ມີມາລະຍາດກົງໆ ກໍມັກຈະເປັນຕົວຢ່າງຂອງມາລະຍາດທີ່ບໍ່ດີເຊັ່ນກັນ.

ບົດຄວາມຕົ້ນສະບັບຈາກ http://albion.com/ ຜ່ານ http://pantip.com/
ແປເປັນພາສາລາວໂດຍນົກສິບ

ປລ. ດ້ວຍຄວາມຍາວ ອາດຈະມີການພິມຜິດໄປບາງສ່ວນ ຊ່ວຍກັນກວດແກ້ນຳກໍດີ.

 

Delicious Digg Fark Twitter