ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ພັນລະຍາທັງຫລາຍໃນໂລກນີ້ ແບ່ງອອກເປັນ 7 ປະເພດຄື

  1. ວະທະກະພັນລະຍາ ພັນລະຍາສະເຫມີດ້ວຍ ເພັດຊະຄາດ ຄືພັນລະຍາທີ່ຄິດລ້າງຜານຊີວິດສາມີ ພະຍາຍາມຂ້າສາມີ ຍິນດີໃນຊາຍອື່ນ ຕົບຕີປ້ອຍດ່າສາມີ
  2. ໂຈລີພະລິຍາ ພັນລະຍາສະເຫມີດ້ວຍໂຈນ ຄືພັນລະຍາທີ່ມັກລ້າງຜານຊັບສິນຂອງສາມີ ໃຊ້ຊັບບໍ່ເປັນແດ່ ຍັກຍອກຊັບເພື່ອຄວາມສຸກສ່ວນຕົວແດ່ ສ້າງຫນີ້ໃຫ້ໃຊ້ໃຫ້ແດ່
  3. ໄອຍະພະລິຍາ ພັນລະຍາສະເຫມີດ້ວຍນາຍ ຄືພັນລະຍາທີ່ມັກລ້າງຜານສັກສີຂອງສາມີ ບໍ່ສົນໃຈຊ່ວຍວຽກງານ ກຽດຄ້ານ ກິນຫລາຍ ປາກມາກ ປາກຮ້າຍ ກ່າວຄຳຫຍາບ ມັກຂົ່ມຂີ່ສາມີ ທີ່ດຸຫມັ່ນຂັນແຂງ ຄືກັບເຈົ້ານາຍຂົ່ມເຫັງຂີ້ຂ້າ ພູມໃຈທີ່ໄດ້ຂົ່ມເຫັງສາມີ
  4. ມາຕາພັນລະຍາ ພັນລະຍາສະເຫມີດ້ວຍພໍ່ແມ່ ຄືພັນລະຍາທີ່ມີຄວາມຮັກເມດຕາສາມີບໍ່ມີທີ່ສິ້ນສຸດ ຄືກັບມານດາຮັກບຸດ ເຊັ່ນ ສາມີຈະຕົກຕ່ຳຫມົດບຸນວາດສະຫນາ ຈະເຈັບປ່ວຍຈະພິການຕະຫລອດຊີວິດ ກໍບໍ່ປະຖິ້ມ ບໍ່ເວົ້າບໍ່ເຮັດໃຫ້ສະເທືອນໃຈ ເຖິງຈະຕາຍຈາກໄປແຕ່ຕົນຍັງສາວກໍບໍ່ຍອມມີສາມີໃຫມ່
  5. ພະຄິນີພະລິຍາ ພັນລະຍາສະເຫມີດ້ວຍນ້ອງສາວ ຄືພັນລະຍາທີ່ເຄົາລົບສາມີ ເປັນຄົນລະອາຍບາບ ມີຄວາມຮັກຢັ້ງຍືນ ແຕ່ມີຂັດໃຈກັນແດ່ ທັງດື້ ທັງງອນ ທັງມັກຢອກ ທັງຂີ້ໄຫ້ ຕ້ອງທັງຂູ່ທັງອອຍ ຈັກຫນ່ອຍຈະໄປທ່ຽວຈັກຫນ່ອຍຈະກິນ ຈະແຕ່ງຕົວ ແຕ່ກໍຊື່ສັດສຸຈະລິດ ຕໍ່ສາມີ
  6. ສະຂາພະລິຍາ ພັນລະຍາສະເຫມີດ້ວຍເພື່ອນ ຄືພັນລະຍາທີ່ມີລົດສະນິຍົມ ມີຄວາມມັກຄືກັນກັບສາມີ ຖືກຄໍກັນເປັນຄົນມີສິນລະທຳ ມີຄວາມປະພຶດດີ ແຕ່ມີຄວາມທະນົງຕົວຖືວ່າສະເຫມີຕົວ ຖືວ່າສະເຫມີກັນ ຫາກຝ່າຍກົງກັນຂ້າມຂາດເຫດຜົນ ກໍບໍ່ຍອມກັນ
  7. ທາສີພັນລະຍາ ພັນລະຍາສະເຫມີດ້ວຍຄົນໃຊ້ ຄືພັນລະຍາທີ່ເຮັດຄືກັນກັບຄົນໃຊ້ ເຖິງສາມີຈະຂ້ຽນຕີ ດ່າວ່າ ຂູ່ເຂັນກໍບໍ່ຄິດຢາກຮ້າຍຕອບສາມີອົດທົນຢູ່ໃນອຳນາດໄດ້

ຄັດຈາກ ມຸງຄຸນຊີວິດ ສະບັບເຍົາວະຊົນ ໂດຍ ພະມະຫາສົມຊາຍ ຖານະວຸດໂທ

ຊີວິດຄູ່ບໍ່ແມ່ນການສ່ຽງດວງ ສຸ່ມໄດ້ ສຶກສາກັນໃຫ້ດີ ໃຫ້ດົນ ບໍ່ຊັ້ນຈະເສຍແບບບໍ່ຄາດຄິດ

Delicious Digg Fark Twitter