ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2009 | ມີ 38 ຄຳເຫັນ ແລະ 0 trackback(s)

alt

ຊື່ເລື່ອງ : ຫົກບາບ

Name : Six sins

ບົດປະພັນ : ກັບຕັນນົກເຫລັກ ເດັກການບິນ

Story : Iron bird pilot, flying boy

 

 

ເປັນບົດເລື່ອງທີ່ຟີນິກຊ໌ຂຽນຂື້ນເອງ ຕັ້ງໃຈວ່າຈະເອົາໄປສ້າງໄປຫນັງສັ້ນ

ແຕ່ວ່າາາາາາາາາາາາາ... ບໍ່ກ້າຂໍອະນຸຍາດສະຖານທີ່ ແຮະແຮະ............

ກະເລີຍເປັນໄດ້ແຕ່ແຜ່ນເຈ້ຍ..  ທັງຫມົດນີ້ເປັນພຽງໂຄງເລື່ອງໂດຍລວມ..

 

 

 

...ມີ​ນັກ​ສຶກສາກຸ່ມຫນຶ່ງທີ່​ຮຽນຢູ່​ຫ້ອງ​ດຽວກັນ ຂອງ​ພາກ​ວິຊາ​ຫນຶ່ງ​ໃນ ມຊ ທັງ​ຫມົດ​ມີ​ດ້ວຍ​ກັນ7 ຄົນ.. ຄື ປັ້ອງ ອົ້ນ ກອນ ມົນ ສັນ ຕິກ ​ແລະ ຫົງ (ມົນ ​ແລະ ຕິກ​​ເປັນ​ຜູ້ຍິງ)..

            ມື້ຫນຶ່ງ​ທັງ 7 ຄົນ​ໄດ້​ໄປ​ຖ່າຍຮູບ​ນຳ​ກັນ​ທີ່​ຫນ້າ​ສະ​ໂມ​ສອນ​ໃຫຍ່​ໃນ ມຊ ​ແຕ່​ໃນ​ຮູບ​ນັ້ນມີ​ພຽງ6 ຄົນ​ເນຶ່ອງ​ຈາກ​ວ່າ​ຫົງ ​ເປັນ​ຄົນ​ລັ່ນ​ຊັຕເຕິຣ໌ຖ່າຍ​ພາບ ​ເລີຍ​ເຮັດ​ໃຫ້​ຫົງ​ບໍ່​ມີຫນ້າ​ໃນ​ຮູບ​ໃບ​ນັ້ນ..

            ພາຍຫລັງ​ທີ່​ຫົງ​ເອົາ​ຮູບ​ນັນ​ໄປ​ລ້າງ​ມາ​ໃຫ້​ຫມູ່​ໃນ​ຫ້ອງ​ໄດ້​ເບິ່ງ​ກັນ ຫົງ​ໄດ້​ສັງ​ເກດ​ເຫັນ​ບາງ​ຢ່າງໃນ​ພາບ ມັນ​ມີ​ລັກສະນະ​ຄ້າຍ​ເງົາ​ຄົນ ຫາກ​ແຕ່​ວ່າ​ມັນ​ເປັນ​ສີຂາວ ​ແລະ ກໍ່​ລອຍ​ຢູ່​ໃນ​ອາ​ກາດ.. ທັງ​ຫມົດ​ໄດ້​ໂອ້​ລົມ​ກັນ ຫລັງ​ຈາກ​ທີ່​ໄດ້​ເຫັນ​ພາບ​ອັນ​ຫນ້າ​ປະຫລາດ​ໃຈ​ໃບ​ນັ້ນ..

            ​ເນື່ອງ​ຈາກ​ວ່າ​ໄລຍະ​ນັ້ນ​ເປັນ​ຊ່ວງ​ທີ່​​ໃກ້​ຈະ​ເສັງ​ປິ​ດພາກຮຽນ.. ປັ້ອງ​ເລີຍ​ຈົ່ມ​ພາງໆ​ກັບ​ຫມູ່ວ່າ :

            “​​ເຮັດ​ຈັ່ງ​ໃດ​ຊິ​ເສັງ​ໄດ້​ວະ ? ”

          … ​ແລະ​ທັນ​ໃດ​ນັ້ນ ຕິກ​ກໍ່​ສະ​ເຫ​ນີຂຶ້ນວ່າ :

            “​ເປັນ​ຫຍັງ​ເຮົາ​ບໍ່​ລອງ​ຫລິ້ນຜີ​ຈອກ​ແກ້ວ​ເບິ່ງ ບາງທີ​ເຮົາ​ອາດ​ຈະ​ຂໍ​ຮູ້​ຂໍ້​ສອບ​ໄດ້

            ດ້ວຍ​ຄວາມ​ທີ່​ບໍ່​ຢາກ​ເບິ່ງ​ບົດຮຽນ ປັ້ອງຈຶ່ງ​ໄດ້ຊັກ​ຊວນ​ຫມູ່​ອີກ 5 ຄົນ​ໄປ​ຫລິ້ນຜີ​ຈອກ​ແກ້ວ​ນຳກັນ ​ແຕ່​ວ່າ​ມີ​ຄົນ​ຫນຶ່ງ​ທີ່​ປະຕິ​ເສດ​ການ​ໄປ​ຫລິ້ນຜີ​ຈອກ​ແກ້ວ​ໃນ​ຄັ້ງນີ້ ນັ້ນກໍ່​ຄື​ຫົງ ​ເພາະ​ຕອນ​ທີ່​ຫົງ​ນັ່ງ​ເບິ່ງພາບຕາມ​ລຳພັງ ພາບ​ນັ້ນປະກອບ​ດ້ວຍ ສັນ ມົນ ກອນ ອົ້ນ ປັ້ອງ ​ແລະ​ກໍ່ ຕິກ ​ ຢືນ​ຮຽງກັນ​ຕາມ​ລຳດັບ.. ຫົງ​ເຫັນ​ບາງ​ຢ່າງ​ຜິດ​ປົກກະຕິຄື  ຫົງ​ໄດ້​ແນມ​ເຫັນ​ຕິກ​ເຮັດ​ຫນ້າ​ບູດ ທັ້ງໆທີ່​ຕອນ​ຖ່າຍຮູບ​ນັ້ນຕິກ​ເອງ​ກໍ່​ໄດ້ຍິ້ມ​ເຫມືອນ​ກັບ​ເພື່ອນ​ຄົນ​ອື່ນ.. !?!? ​ແຕ່​ພໍ​ເອົາ​ມື​ສີ​ຕາ​ແລ້ວ​ເບິ່ງ​ອີກ​ຄັ້ງຫນຶ່ງ ຫົງ​ຈຶ່ງຮູ້​ວ່າ​ຕົນ​ເອງ​ຕາຝາດ​ໄປ​ເອງ..

            ​ແຕ່​ນັ້ນມັນ​ກໍ່​ພຽງພໍ​ທີ່​ຈະ​ເຮັດ​ໃຫ້​ຫົງ​ປະຕິ​ເສດ​ການ​ໄປ​ຫລິ້ນຜີ​ຈອກ​ແກ້ວ​ນຳ​ຫມູ່.. ຫລັງ​ຈາກ​ທີ່​ໄດ້​ນັດ​ກັນ​ເປັນ​ທີ່​ຄັກ​ແນ່​ແລ້ວ ທັງ​ຫົກ​ກໍ່​ໄດ້​ມາ​ພົບ​ກັນ​ທີ່​ສະ​ໂມ​ສອນ​ໃຫຍ່ ​ເປັນ​ເວລາ​ປະມານ 6 ​ໂມງ​ແລງ ​ແລະນັ້ນມັນ​ກໍ່​ມືດ​ພໍ​ສຳ​ຫລັບ​ຄວາມ​ຕ້ອງການ​ຢາກ​ຈະ​ຢັ່ງ​ຮູ້​ຂໍ້​ສອບ​ລ່ວງ​ຫນ້າ​ໂດຍ​ການ​ເພິ່ງ​ພາ​ອາ​ໄສ ​ໄສຍາ​ສາດ..

            ທັງ​ຫົກ​ຕັດສິນ​ໃຈ​ເລືອກ​​ເດີ່ນ​ກາງ​ສະ​ໂມ​ສອນ​ເປັນ​ບ່ອນ​ນັ່ງ​ຫລິ້ນຜີ​ຈອກ​ແກ້ວ​ໃນ​ມື້ນັ້ນ.. ພາຍຫລັງທີ່​ທັງ​ຫມົດ​ໄດ້​ເຮັດ​ພິທີ​​ເອີ້ນ​ຜີ​ເຂົ້າຈອກ​ແກ້ວ​ແລ້ວ ທຸກ​ຄົນ​ກໍ່ຕື່ນ​ເຕັ້ນທີ່​ເຫັນ​ຈອກ​ເລື່ອນ​ໄປ​ມາ​ຕາມ​ແຜ່ນ​ເຈ້ຍ ແລ້ວ​ປັ້ອງກໍ່​ເປັນ​ຄົນ​ທຳ​ອິດ​ທີ່​ຖາມ​ຂຶ້ນ​ວ່າ ຂໍ້​ສອບ​ຈະ​ອອກ​ທັງ​ຫົດ​ຈັກ​ຂໍ້..  ? ” ​ແລະ ຈອກ​ກໍ່​ເລື່ອນ​ໄປ​ທີ່​ເລກ 6… ປັ້ອງອຸທານ​ຂຶ້ນວ່າ :

            “ ປ່າ ! ຈັ່ງ​ໃດ​ຊິ​ໄດ້ວະ

            ຄົນ​ຕໍ່​ໄປ​ທີ່ຖາມ​ແມ່ນອົ້ນອົ້ນຖາມວ່າ ຂໍ​ສອບ​ມັນ​ຈະ​ອອກ​ເປັນ​ອັດຕາ​​ໄນ ຫລື ປາລະ​ໄນ.. ຈອກ​ໄດ້​ເລື່ອນ​ໄປ​ທີ່.. ບ.. າ.. ບ..

            ທັງ​ຫມົດ​ເຮັດ​ຫນ້າ​ງົງ ​ແລ້ວ​ສັນ​ກໍ່​ເວົ້າຂື້ນ​ວ່າ :

            “ບໍ່​ເຂົ້າ​ໃຈ

            ຈາກ​ນັ້ນຈອກ​ກໍ່​ໄດ້​ເລື່ອນ​ຕໍ່​ໄປ​ອີກ​ວ່າ….

 

 

ອ່ານ​ຕໍ່​ໄດ​ຫນ້າ ​ໄວໆນີ້…

ແຮະ ແຮະ.. ແວ້ບບບບບບບບບບບ

 


 

Delicious Digg Fark Twitter