ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

+ 6 ບາບ # 1 + >>>>>>>>>>> punlao.com/PhoeniXTeN/diary/6154/

 

ຄວາມເດີມ..


            ທັງຫົກຕັດສິນໃຈເລືອກ​​ເດີ່ນກາງສະໂມສອນເປັນບ່ອນນັ່ງຫລິ້ນຜີຈອກແກ້ວໃນມື້ນັ້ນ.. ພາຍຫລັງທີ່ທັງຫມົດໄດ້ເຮັດພິທີ​​ເອີ້ນຜີເຂົ້າຈອກແກ້ວແລ້ວ ທຸກຄົນກໍ່ຕື່ນເຕັ້ນທີ່ເຫັນຈອກເລື່ອນໄປມາຕາມແຜ່ນເຈ້ຍ… ​ແລ້ວປັ້ອງກໍ່ເປັນຄົນທຳອິດທີ່ຖາມຂຶ້ນວ່າຂໍ້ສອບຈະອອກທັງຫົດຈັກຂໍ້..  ? ” ​ແລະ ຈອກກໍ່ເລື່ອນໄປທີ່ເລກ 6… ປັ້ອງອຸທານຂຶ້ນວ່າ :

            “ ປ່າ ! ຈັ່ງໃດຊິໄດ້ວະ

            ຄົນຕໍ່ໄປທີ່ຖາມແມ່ນອົ້ນອົ້ນຖາມວ່າຂໍສອບມັນຈະອອກເປັນອັດຕາ​​ໄນ ຫລື ປາລະໄນ.. ” ຈອກໄດ້ເລື່ອນໄປທີ່.. “ .. .. ..”

            ທັງຫມົດເຮັດຫນ້າງົງແລ້ວສັນກໍ່ເວົ້າຂື້ນວ່າ :

            “ບໍ່ເຂົ້າໃຈ..............................................................

            ..............................................................

 


            ຈາກນັ້ນຈອກກໍ່ໄດ້ເລື່ອນຕໍ່ໄປອີກວ່າ…. “…  ​...  …..” ​ແລະ ຈອກກໍ່ຢຸດເລື່ອນພ້ອມໆກັບໃບຫນ້າອັນມຶນງົງຂອງທັງຫົກຄົນບໍ່ພໍເທົ່າໃດ ຈອກກໍ່ເລື່ອນຕໍ່ໄປອີກວ່າ

…… ……..” !!!

            ທັງຫມົດຕົກໃຈ.. ມືຫລຸດອອກຈາກຈອກແລ້ວກໍ່ສະດຸ້ງຖອຍຫລັງ.. ​ສະຖານະການຝືດເຄືອງ ມິດງຽບກັນທັງຕຶກ.. ​​​ແລະເປັນຕິກທີ່ເວົ້າຂື້ນວ່າ.. :

            “​ເຮົາຢຸດພັກກ່ອນປະແລ້ວຄ່ອຍມາຫລິ້ນຕໍ່..”

            .. ມົນຕອບກັບ​​ວ່າ..

            “ຫັ່ນແຫລະ !! ” ​ດ້ວຍ​ໃບຫນ້າອັນ​ຊີດເຜືອກ “​ເຂົາລະໃຈຄໍບໍ່ດີປານໃດ..”

            “ກັບໄປ໋.. ” ກອນເວົ້າຂື້ນດ້ວຍຄວາມທີ່ບໍ່ຕ້ອງການຢູ່ໃນນັ້ນເປັນເວລາດົນ..

            “ບໍ່ຟ້າວດຸ..” ປັ້ອງຕອບກັບຢ່າງໄວວາພວກເຮົາບໍ່ທັນໄດ້ຂໍ້ສອບຊ້ຳ

            “ພັກກ່ອນຊະ..” ອົ້ນເວົ້າຂື້ນດ້ວຍສຽງອັນຫມົດພະລັງ.. “ປະເຈ້ຍໄວ້ນິແຫລະແລ້ວຄ່ອຍມາຫລິ້ນຕໍ່..”

            ຫລັງຈາກນັ້ນແຕ່ລະຄົນກໍ່ລຸກຂື້ນແລ້ວຍ່າງໄປນັ່ງພັກ..  ປັ້ອງອາໄສຄວາມທີ່ຕົນເອງເປັນຄົນເວົ້າຫລາຍ ສາທະຍາຍເລື່ອງລາວຕ່າງໆໃຫ້ຫມູ່ຟັງ ຕາງຂ້າຄວາມງຽບໄປໃນຕົວ.. ​ເພາະເວລານັ້ນບໍ່ມີໃຜເລີຍໃນຕຶກສະໂມສອນໃຫຍ່.. ມີພຽງແຕ່ກຸ່ມພວກເຂົາ​​ເຈົ້າເອງ..

            “ສູວ່າເຮົາກະຊິໄດ້ຂໍສອບຢູ່ຫວະ..” ປ້ັອງຖາມຫມູ່ດ້ວຍຄວາມຫວັງ..

            “ກູເລີ່ມບໍ່ແນ່ໃຈລະ.. ກູຫາກະເຄີຍຫລິ້ນເປັນເທື່ອທຳອິດນິ..” ກອນຕອບ

            “ຫວັງວ່າຄົງບໍ່ມີໃຜຍູ້ຈອກໄປເອງຕິ ກີ້ນິ..” ອົ້ນຖາມດ້ວຍຄວາມບໍ່ໄວ້ວາງໃຈສະຖານະການ..

            “ນັ້ນລະ.. ກູກະສົງ​​​ໃສຄືກັນ.. ມີໃຜຫລິ້ນຕະຫລົກຫວະ.. ກຸບໍ່ຂຳນຳເດີ້..” ສັນເວົ້າດ້ວຍນ້ຳສຽງອັນສັ່ງໄຫວ..

            “ບໍ່ມີໃຜເຮັດດອກ.. ​ເຂົາວ່ານະມົນຕອບ..

            “​​ເຂົາຄິດຄືມົນ..” ຕິກເວົ້າຂື້ນ “​ເຮົາຕັ້ງໃຈມາຫລິ້ນປານນີ້ລະ.. ຄັນມາຕົ່ວະກັນເອງກະບໍ່ເປັນຕີ້

            “​ແລ້ວມັນແມ່ນຫຍັງຄຳວ່າບາບຕ້ອງຕາຍຫັ່ນ..” ສັນຍັງງົງບໍ່ເລີກ..

            “ອ່າວມານຳກັນ ລະຊິມີໃຜຮູ້ກອນຕອບແບບກວນບາທາ..

            “ມັນຄ່ຳລະໄດ໋ນິ..” ອົ້ນຈົ່ມພຶມພຳ.. “ຕັ້ງວ່າ 8 ​ໂມງຍັງລະ

            “ຫັ່ນແຫລະ ມົວແຕ່ພາກັນລົມກັນນະ ບໍ່ລົງມືຫລິ້ນຈັກເທື່ອ..” ກອນຕອບກັບ “​ແຖມຫລິ້ນໄປໄດ້ຫນ້ອຍດຽວກະຕ້ອງໄດ້ພັກກ່ອນອີກແລ້ວຕົກລົງວ່າຊິແລ້ວຈັກໂມງນິ ??”

            “ຈົນກວ່າຈະໄດ້ຮູ້ຫົວບົດເສັງປັ້ອງຢືນຢັນຈຸດປະສົງ..

ມົນບອກຫມູ່ວ່າຢາກຈະໄປຫ້ອງນ້ຳ.. ​ເລີຍຊວນຕິກໄປເປັນເພື່ອນ..

            ທັງ 4 ​ໂອ້ລົມກັນຕໍ່ຕາມພາສາຜູ້ຊາຍ.. ດ້ວຍຄວາມທີ່ສັນກະຫາຍນ້ຳແຮງເລີຍຂໍຕົວອອກໄປດື່ມນ້ຳຢູ່ດ້ານນອກ..

ອອກໄປນອກແປັບຫນຶ່ງເດິ..” ສັນເວົ້າກ່ອນທີ່ຈະຍ່າງອອກໄປພຽງຄົນດຽວ..

ພໍແຕ່ຍ່າງອອກມາ ສັນກໍ່ໄດ້ຍິນສຽງກັ໊ອກແກັ໊ກຢູ່ແຈມຸມຂ້າງຝາເລີຍຢ່າງໄປເບິ່ງແລະແລ້ວກໍ່ເກີດເລື່ອງບໍ່ຄາດຄິດຂຶ້ນເມື່ອສັນເຮັດຫນ້າຕາຕື່ນ​​ຕົກໃຈເນື່ອງຈາກເຫັນບາງຢ່າງກຳລັງເຄື່ອນຕົວເຂົ້າມາໃກ້​.. ວິນາທີຕໍ່ມາສັນກໍ່ນອນຕາຍຈົມກອງເລືອດທີ່ໄຫລອອກຈາກຫົວ ພ້ອມກັບຮອຍຈີກ​ຂອງຫລອດລົມ..

ສັນເປັນຄົນທຳອິດທີ່ສັງເວີຍຊີວິດໃນຄືນນັ້ນ ທ່່າມກາງຄວາມ​​ເຢັນຂອງອາກາດອ້ອມຮອບຕຶກ..

ສຸລາເມ​​ໄລຍະມະສະປະມາເວລະມະນີສີຂາປະທັງສັມມາທິຍາມິ

 

            ຫລັງຈາກທີ່ມົນບອກໃຫ້ຕິກຖ້າຢູ່ດ້ານນອກ.. ຕໍ່ມາມົນເອງກໍ່ເປັນອີກຄົນທີ່ຕ້ອງຈົບຊີວິດລົງ.. ມົນນັ່ງຕາຍເລືອດນອງເຕັມຕົນຕົວເທິງຊັກ​​ໂຄກໃນຫ້ອງນ້ຳຊັ້ນເທິງແລະ ປາກກໍ່ມີຮອຍຈີກຂາດ ​​ເລືອດນອງ​​ເກື່ອນເຕັມພື້ນຫ້ອງນ້ຳ….

            ຄົນຕໍ່ມາກະຄືມົນທີ່ຕ້ອງຈາກໄປ.. ​ໃນຫ້ອງນ້ຳອັນເຕັມໄປດ້ວຍກິ່ນຄາວຂອງນ້ຳເລືອດ..

ມຸສາວາທານາເວລະມະນີສີຂາປະທັງສັມມາທິຍາມິ

 

            ກອນເຫັນວ່າສັນອອກໄປເຕີບເລີຍອີ່​ຍອອກ​ມາ​ວ່າ..

ດຽວອອກໄປຕາມສັນກ່ອນເດີ້ແລ້ວກໍ່ຍ່າງອອກໄປ​..

ກັບມາໄວໆເດີ້.. ” ອົ້ນຮ້ອງຕອບ..

ຄົນ​​ແຮ່ງຫນ້ອຍແຮ່ງພາກັນແຍກກັນຢູເນາະປັ້ອງລຳຶງ​ກັບອົ້ນພຽງສອງ​ຄົນ..

ພໍແຕ່ຍ່າງໄປຫວິດປະຕູກອນກໍ່ເຫັນຮອຍເລືອດເປືອຕາມທາງຍ່າງ.. ເລີຍນຳຮອຍເລືອດນັ້ນໄປ.. ພໍໄປຈົນສຸດທາງເລຶອດ ກອນກໍ່ໄດ້ພົບກັບບາງຢ່າງເຂົ້າແລະແລ້ວກອນກໍ່ຖືກບາງສິ່ງກະແທກໄປທີ່ຫນ້າຜາກແລະ ກໍ່ນອນຕາຍດ້ວຍຮອຍຈີກທີ່ຫນ້າເອິກ..​ ເລືອດເອິ່ຖ້ວມ​​​ເຕັມເດີ່ນດ້ານນອກ..

ກາເມສຸມິສາຈາລະເວລະມະນີສີຂາປະທັງສັມມາທິຍາມິ

 

            ປັ້ອງກໍ່ເຫັນວ່າຕິກກັບມົນໄປຫ້ອງນ້ຳດົນເກີນໄປເລີຍຄິດາກຊວນ​ອົ້ນຍ່າງຂື້ນໄປເບິ່ງ.. ​ແຕ່ອົ້ນຂໍຮ້ອງ​​ກັບປັ້ອງວ່າ :

ຖ້າຢູ່ນິແຫລະ ດຽວເຂົາເຈົ້າກະກັບມາ

            ປັ້ອງຢຸດຄິດສຽວຫນຶ່ງແລ້ວຕອບກັບວ່າອື.. ກະໄດ້

            ​ແຕ່​​ໃນໃຈປັ້ອງຍັງຄ້າງໆຄາໆ.. ​ເລີຍລັກຂຶ້ນໄປຕາມຕິກກັບມົນຕອນທີ່ອົ້ນກຳລັງລົມໂທລະສັບກັບຢູ່.. ພໍແຕ່ອົ້ນແນມກັບມາ​..

 

ອ່າວ.. ຫມົດຊະລະ....................

ຂໍອະໄພທີ່ເຮັດໃຫ້ຟິວຄ້າງ...........

ອິອິອິ..ອິອິ... ພໍດີຊ່ວງນີ້ໃກ້ຈະເສັງ.

ບໍ່ມີເວລາພິມຫລາຍປານໃດ..........

ອົດໃຈລໍອີກແປັບບບບບຫນຶ່ງ........

ໄດຫນ້ານິຈົບແນ່ນອນ.................

ເປັນສະບັບສົມບູນ.....................

ພ້ອມກັບ Unseen scenes........

ເບື້ອງຫລັງການຕາຍ..................

ແລະ characteristic ທັງ 7 ຄົນ

 

+++++++++++++++++++++++++++++++++++++++++++++++++++++++++++++++++
alt+++++++++++++++++++++++++++++++++++++++++++++++++++++++++++++++++

 

ມີໃຜຢາກເປັນໂຄນັນໄຂປິດສະຫນາບໍ່ ??

ກ່ອນທີ່ໄດ 6 ບາບຈົບຈະອອກ....................

 

Delicious Digg Fark Twitter