ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2009 | ມີ 24 ຄຳເຫັນ ແລະ 0 trackback(s)

ຊົງຜົມທີ່ເຄີຍຕັດມາເປີດແມັກ ຈອນບາງ ຈອນທຳມະດາ ບລາ ບລາ.. ຊົງນັກຮຽນລ້ວນໆ.. ​ແລະ ຊົງປັດຈຸບັນ ສກິນເຮ.. ຫມູ່ຈົນຖາມ “​ເຮີ້ຍ.. ອົກຫັກຫວະສ່ຽວ” -_-" ​ເພາະປົກກະຕິຊົງຫົວ​​ຟູ ຮະຮະ.. ນິແຫລະເດັກສິລປ໌

 

ຂ້ອງໃຈ້ຂ້ອງໃຈ.. ​ເປັນຫຍັງລາວເຮົາຕ້ອງກີດກັນເລື່ອງຊົງຜົມນັກຮຽນຊາຍ..

ຖ້າຫາກເວົ້າຕາມຄວາມເປັນຈິງຊົງຜົນບໍ່ໄດ້ມີຜົນຫຍັງກັບການຮຽນເລີຍ..

ຈະຕັດເປີດແຕ່ບໍ່ຮຽນກະຄົງຈະບໍ່ໄດ້ຢູ່ດີ..

ແຕ່ກະບໍ່ວ່າກັນຮຽນເກັ່ງບໍ່ເກັ່ງບໍ່ແມ່ນປະເດັນຂອງຄວາມເປັນຄົນ

ມັນອາດຈະຢູ່ທີ່ດີຫລືບໍ່ດີຫລາຍກວ່າ

 

ເລື່ອງມີຢູ່ວ່າ.. ຂ້າພະເຈົ້າໄດ້ຮັບເງິນທຶນຂອງນາກາ​​ໂອະ.. ​ອະ​.. ​ແມ່ນລະຂອງຢີ່ປຸ່ນ.. ​ແຕ່ຄົນລາວເປັນຄົນເບີກເງິນ -_-'' ນິແຫລະບັນຫາກ່ອນທີ່ຈະໄດ້​​ເງິນຕ້ອງໄດ້ເອົາຫນັງສືສັນຍາ​​ໄປແລກກັບປີ້ນ້ອຍແລ້ວໄປເອົາເງິນທຶນອີກເທື່ອຫນຶ່ງ.. ຫມາຍຄວາມວ່າມີ 2 ດ່ານກ່ອນທີ່ຈະຮອດເງິນ..

            ຫມູ່ໄປເອົາມັນບອກວ່າ

            “ຜົມຍາວ ອາຈານບໍ່ເອົາປີ້ໃຫ້.. ​ເຖິງເອົາໃຫ້ກະບໍ່ຜ່ານດ່ານ​​ເບີກເງິນຄືເກົ່າ.. ຕ້ອງໄດ້ໄປຕັດກ່ອນ.. ​ເພາະຮ້ອນເງິນຊ່ວງນິ..” (ວະລີທາງຫລັງຫັ່ນບໍ່ກ່ຽວເດີ້ :P)

            ຄິດໃນໃຈ.. ຜົມມັນສັ້ນລະໄດ໋ຍັງບໍ່ຜ່ານຫວະ..

ໂອະ.. ຜົມເຮົາຂະຫນາດນີ້ (ມະໂນພາບ​​​ຈາກຄຳວ່າ ຂະຫນາດນີ້ເອົາເອງເດີ້ພີ່ນ້ອງ..) ບໍ່ຜ່ານແນ່ນອນ..

ໃກ້ຊິເສັງພໍດີ ຕັດສກິນເຮເລີຍຊະ.. ຈຶ່ງບໍ່ເສຍເວລາ.. ປະກົດວ່າ.. ຕັດແລ້ວຫນ້າຄືນິນຈາເຕົ່າເລີຍ.. ພີ່ນ້ອງ..

ພໍດີວານນີ້ (9 ກໍລະກົດ 2009 ) ​ເສັງເປັນມື້ສຸດທ້າຍເລີຍຊວນຫມູ່ໄປເອົາພ້ອມກັນເລີຍ..

ມັນກໍ່ບໍ່ນ້ອຍຫນ້າເຮົາ​.. ມັນຕັດແມັກ.. ນັກສຶກສາຕັດແມັກ -_-'' ພິດຈາກການກີດກັນ​ເລື່ອງຊົງຜົມ

 

ກ່ອນຫນ້ານີ້​​ເຂົ້າໄປຮ້ານຂາຍຫນັງສືຢູ່ ມຊປາກົດວ່າບໍ່ເຫັນມີຫນັງສືເລີຍພີ່ນ້ອງ.. ມີແຕ່ປື້.. ຮະຮະ.. ຍັງມີກະຈິດກະໃຈຫລິ້ນມຸກຢູ່.. ​ເຫັນຫນັງສືເຫລັ້ມຫນຶ່ງ.. ສອນ Dreamweaver ​ແຕ່ຕອນນັ້ນບໍ່ມີເງິນ ຕັ້ງໃຈວ່າຖ້າໄດ້ເງິນຕອນໃດຈະກັບມາຊື້ມັນໃຫ້ໄດ້.. ​ແລະກໍ່ຊື້ມັນມາແລ້ວມື້ນິ.. (10 ກໍລະກົດ 2009 ) ​ແວະຊື້ Promgram ມາພ້ອມ.. Dw CS4 ລົງບໍ່ໄດ້.. ມັນບອກວ່າມັນຕ້ອງການ RAM 512 MB ​ເອະ.. ຂອງເຮົາກະ 512 MB ບໍ່ສົນ click ຕໍ່.. ປາ​ກົດ​ວ່າ​ໄດ້.. ​ແຕ່ Serial ບໍ່ຜ່ານອີກບາດນິ..

ເວງກັງ.. ​ຈົ່ມຊະ.. ອື ຈົບ.. :P

 

ຫົວນີ້

V

v

alt

 

ແລະຕັ້ງໃຈຈະໃຊ້ຄູ່ກັບຫົວນີ້

 

V

v

alt

 

ຈະອອກມາເປັນແບບໃດຕົວເອງກະຍັງມະໂນພາບບໍ່ອອກ.. -_-"

 

 

 

Delicious Digg Fark Twitter