ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2009 | ມີ 22 ຄຳເຫັນ ແລະ 0 trackback(s)

ໃນອະດີດຕະການ ດົນນານມາແລ້ວ ໄດ້ມີເຈົ້າເມືອງໆຫນຶ່ງເຊິ່ງມີພຶດຕິກຳແປກໆ ຄືເຈົ້າເມືອງຄົນນີ້ຈະມີຄວາມສຸກຫລາຍທີ່ໄດ້ເຫັນການເພີ່ນຂຶ້ນໃຫມ່ແລະການຂະຫຍາຍຕົວຂອງຕົວເລກ ບໍ່ວ່າຈະເປັນຕົວເລກຢູ່ໃສກໍຕາມ ທຸກໆຄັ້ງທີ່ຕົວເລກເພີ່ມຂຶ້ນເຈົ້າເມືອງຄົນນີ້ຈະຮູ້ສຶກປາບປື້ມປິຕິເປັນຢ່າງຫລາຍ..

ເຈົ້າເມືອງ : ຄືວ່າ.. ຕົວເຮົານັ້ນມີຄວາມສຸກຫລາຍທີ່ໄດ້ເຫັນຕົວເລກເຫລົ່ານັ້ນເພີ່ນຂຶ້ນ ໂດຍສະເພາະຕົວເລກທີ່ຢູ່ໃນພື້ນທີ່ເຂດແດງ ທ່ານອາຫມາດຝ່າຍຂວາມີຄວາມຄິດເຫັນເຊັ່ນໃດ ?

ອາຫມາດຝ່າຍຂວາ : ຖ້າຫາກວ່ານັ້ນຄືຄວາມປະສົງຂອງພະອົງທີ່ຈະເຫັນຕົວເລກເຫລົ່ານັ້ນເພີ່ມຂຶ້ນ ຂ້າພະອົງກໍເຫັນດີນຳ.

ເຈົ້າເມືອງ : ວ່າແຕ່.. ເຮົາຢ້ານຕົວເລກນັ້ນຫນ້ອຍລົງທຸກໆມື້ ແລ້ວເຮົາຈະບໍ່ມີຄວາມສຸກເຫມືອນແຕ່ກ່ອນຫັ່ນຕິລະ.

ອາຫມາດຝ່າຍຂວາ : ເລື່ອງນີ້ຂ້າພະອົງເຫັນວ່າບໍ່ເປັນປັນຫາຫຍັງໃຫຍ່ຫລວງ ພຽງແຕ່ພະອົງສ້າງກ່ອງຮອງຮັບຕົວເລກນັ້ນ ໃຫ້ຫລາຍເທົ່າທີ່ຈະຫລາຍໄດ້ ເທົ່ານີ້ພະອົງກໍຈະສາມາດທອດພະເນດຕົວເລກເຫລົ່ານັ້ນໄດ້ແບບສະບາຍ, ນອກຈາກຕົວເລກທຳມະດາແລ້ວ ບັນດາຕົວເລກໃນພື້ນທີ່ເຂດແດງກໍຍັງຈະເພີ່ມຂຶ້ນແບບເທົ່າທະວີຄູນໄດ້ໃນເວລາດຽວກັນອີກດ້ວຍ.

ອາຫມາດຝ່າຍຊ້າຍ : ຂ້າພະອົງຊົງເຫັນວ່າການນັ້ນມັນບໍ່ຄວນ ພະອົງທ່ານ, ການທີ່ເຮົາສ້າງກ່ອງຮອງຮັບເກີນຈຳນວນທີ່ເຄີຍປະຕິບັດກັນມາ ມັນຈະເຮັດໃຫ້ລາຊະດອນຄົນອື່ນໆເດືອດຮ້ອນໄປນຳ.

ອາຫມາດຝ່າຍຂວາ : ທີ່ທ່ານອາຫມາດຝ່າຍຊ້າຍ ກ່າວມານັ້ນມັນກໍຈິງຢູ່ ແຕ່ສຳຫລັບເຈົ້າເມືອງແລ້ວ ມັນກໍຄຸ້ມບໍ່ແມ່ນຫວາ ແລະ ອີກຢ່າງຫນື່ງການເສຍສະຫລະໃຫ້ກັບເຈົ້າເມືອງກໍຄົງບໍ່ແມ່ນເລື່ອງຍາກເກີນໄປ ລາຊະດອນຄົງຈະເສຍສະຫລະໃຫ້ໄດ້.

ອາຫມາດຝ່າຍຊ້າຍ : ເປັນຫຍັງເຮົາບໍ່ລອງຖາມໄຖ່ລາຊະດອນເບິ່ງກ່ອນລະທ່ານພະອົງ ?

ເຈົ້າເມືອງ : ອື່ມ... ທ່ານອາຫມາດຝ່າຍຂວາເວົ້າມີເຫດຜົນ ເລື່ອງສ່ຳນີ້ລາຊະດອນບໍ່ວ່າຫຍັງດອກທ່ານອາຫມາດຝ່າຍຊ້າຍ ອີກຢ່າງຖ້າຈະໄປຖາມໄຖ່ມັນກໍຈະເສຍເວລາເອົາຊື່ໆ ເຮົາວ່າອະນຸມັດສ້າງເລີຍດີກວ່າ.

ແລະໃນທີ່ສຸດເຈົ້າເມືອງກໍເລັ່ງສ້າງກ່ອງຮອງຮັບຕົວເລກຂຶ້ນເປັນຈຳນວນຫລວງຫລາຍ ຈົນລືມຄິດໄປວ່າ ມັນໄດ້ສ້າງຄວາມເດືອດຮ້ອນໃຫ້ກັບລາຊະດອນຄົນອື່ນໆ ແຕ່ຕົວເຈົ້າເມືອງເອງກັບມີຄວາມສຸກ ທີ່ໄດ້ເຫັນຕົວເລກເຫລົ່ານັ້ນເພີ່ມຂຶ້ນ ໂດຍສະເພາະຕົວເລກໃນພື້ນທີ່ເຂດແດງ ເມື່ອພະອົງຊົງເຫັນວ່າກ່ອງຮັບຕົວເລກຫລາຍເທົ່າໃດ ຍິ່ງເປັນການເພີ່ມໂອກາດທີ່ຈະໄດ້ຮັບຕົວເລກ ໃນເຂດພື້ນທີ່ສິແດງຫລາຍຂຶ້ນເທົ່ານັ້ນ ພະອົງກໍສັ່ງໃຫ້ສ້າງກ່ອງຮັບຕົວເລກເພີ່ມຂຶ້ນເທົ່າທີ່ກຳລັງພົນຕົວເອງຈະສາມາດເຮັດໄດ້ ແລະ ພະອົງກໍຄົງຍັງມີຄວາມສຸກກັບບັນດາຕົວເລກເຫລົ່ານັ້ນຢູ່ໃນຂະນະທີ່ລາຊະດອນໄດ້ຮັບຄວາມເດືອດຮ້ອນກັນທຸກຖ້ວນຫນ້າ.

ເນື່ອງຈາກມັນຫລາຍເກີນໄປ ແລະ ຍັງບໍ່ມີປະໂຫຍດອີກດ້ວຍ ໃນທີ່ສຸດລາຊະດອນກໍພາກັນເບື່ອຫນ່າຍເຈົ້າເມືອງ ແລະ ກໍບໍ່ໄປປ່ອນຕົວເລກລົງກ່ອງຮັບຕົວເລກຂອງເຈົ້າເມືອງອີກເລີຍ.

 


ແຕ່ງໂດຍ : a tiny bitting

ບົດເລື່ອງນີ້ໄດ້ຮັບລາງວັນ Nobited ສາຂາ Nocolor (No Bited-No Color)

Delicious Digg Fark Twitter