ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2010 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນິຍາມຄວາມຮັກ...

 

 

ຖ້າທ່ານຈະຮັກໃຜ ກໍ່ໃຫ້ຖາມໃຈໂຕເອງກອນວ່າ...ທ່ານເຊື່ອໃນຄວາມຮັກຫຼືບໍ່?

 

ຕົ້ນໄມ້ຢູ່ບໍ່ໄດ້ຖ້າຂາດນ້ຳ

ນົກຢູ່ບໍ່ໄດ້ຖ້າຂາດຟ້າ

ມົດຢູ່ບໍ່ໄດ້ຖ້າຂາດນ້ຳຕານ

ແລະ ຂ້ອຍຢູ່ບໍ່ໄດ້ຖ້າຂາດເຈົ້າ...

ຮັກ...ຄືຄວາມຊື່ສັດ ຖ້າບໍ່ມີຄວາມຊື່ສັດກໍ່ໄປນຳກັນບໍ່ໄດ້

ຮັກ...ຄືຄວາມເຂົ້າໃຈ ຖ້າບໍ່ເຂົ້າໃຈກັນກໍຈະເຮັດໃຫ້ຜິດກັນ

ຮັກ...ຄືອິດສະຫຼະ ຖ້າເຮົາບໍ່ໃຫ້ອິດສະຫຼະແກ່ຄົນທີ່ເຮົາຮັກ ເຂົາກໍຈະບໍ່ຮັກເຮົາ

ຮັກ...ຄືບຸເພສັນນິວາດ ເພາະຫຼາຍຄົນຄິດແບບນັ້ນ

ຮັກ...ຄືການເສຍສະຫຼະ ຖ້າເຮົາເສຍສະຫຼະແລ້ວເຮັດໃຫ້ຄົນຮັກມີຄວາມສຸກ ເຮົາກໍຕ້ອງເສຍສະຫຼະ

ຮັກ...ຄືການໃຫ້ ໃຫ້ໃນສິ່ງທີ່ຄິດວ່າເຂົາມີຄວາມສຸກ

ນີ້ລະຄືນິຍາມຂອງຄວາມຮັກ

ຮັກຄື...ແນມບໍ່ເຫັນ ສຳຜັດໄດ້ດ້ວຍໃຈ ແລະ ຕົວເອງ ຄົນທີ່ເຄີຍມີຄວາມຮັກຄືກັບໂລກນີ້ເປັນສີຊົມພູ

ທຸກຊີວິດຕ້ອງມີຄວາມຮັກ ຄວາມຈິງແລ້ວ ຮັກຄືຄວາມສຸກທີ່ຫາຫຍັງມາວັດບໍ່ໄດ້ວ່າ ຮັກຫຼາຍສ່ຳໃດ...

ເຮົາບໍ່ສາມາດຮູ້ໄດ້ເຖິງຕົວຕົນຂອງຄຳວ່າຮັກ ບໍ່ສາມາດຮູ້ໄດ້ເຖິງຜູ້ຄົ້ນພົບ ເພາະເຮົາຕ້ອງຄົ້ນພົບດ້ວຍຕົນເອງ...

ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

 

 

ຄວາມຮັກທີ່ແຄສສິໂອເປຍມີໃຫ້ດົງບັງຈະບໍ່ມີວັນປ່ຽນແປງ

ດົງບັງ: ພວກເຮົາເຮັດໃຫ້ທຸກຄົນຖ້າພວກເຮົາອີກແລ້ວຍ້ອນວ່າພວກເຮົາຮັກທຸກຄົນແມ່ນບໍ່?

ດົງບັງ: ທຸກຄົນຈະຍັງຢາກລໍຖ້າພວກເຮົາຢູ່ບໍ່?

ດົງບັງ: ຈົນລົມຫາຍໃຈສຸດທ້າຍແມ່ນບໍ່?

ດົງບັງ: ພວກເຮົາກໍ່ຈະເຊື່ອໝັ້ນທຸກຄົນເຊັ່ນກັນ.

 

ດົງບັງຊິນກິ, ພວກເຂົາເກັບຄວາມຮູ້ສຶກໄວ້

ດົງບັງຊິນກິ, ຜູ້ທີ່ເວົ້າຄຳຂອບໃຈທຸກຄັ້ງທີ່ຄວນຈະເຮັດຢ່າງອື່ນ

ດົງບັງຊິນກິ, ຜູ້ທີກົ້ມໃຫ້ພວກເຮົາທຸກຄັ້ງຫຼັງຈາກການເຮັດວຽກທີ່ໜັກ

ດົງບັງຊິນກິ, ຜູ້ທີ່ເກັບຄວາມເຈັບປວດໄວ້ຂ້າງໃນ ແລະ ຍິ້ມໃຫ້ພວກເຮົາທຸກຄັ້ງທີ່ຢູ່ເທິງເວທີ, ໂດຍທີ່ພວກເຮົາບໍ່ຮູ້ເລີຍວ່າ:...ຄວາມເຈັບປວດ, ຄວາມກັງວົນທີ່ມີທັງໝົດນັ້ນ...ພວກເຂົາເກັບມັນໄວ້

ດົງບັງຊິນກິ...ມັນຍາກຫຼາຍແມ່ນບໍ່ທີ່ຕ້ອງທົນເຮັດແບບນີ້...

ດົງບັງຊິນກິ...ເປັນຊື່ທີໜັກຫຼາຍທີ່ພວກເຂົາແບກໄວ້...ທຸກຄົນເບິ່ງພວກເຂົາວ່າໂດ່ງດັງ ແລະ ເວົ້າວ່າ...

ດົງບັງຊິນກິ ບໍ່ມີບັນຫາໃດເລີຍ, ທີ່ແທ້ຈິງແລ້ວຊີວິດພວກເຂົາໄດຖືກກຳນົດໄວ້ແລ້ວ...ແຕ່ເປັນຫຍັງທຸກຄົນຈິ່ງບໍ່ຮູ້

ພວກເຂົາໄດ້ພະຍາຍາມຝຶກຝົນຕົນເອງຕະຫຼອດເວລາ...

ແຕ່ເມື່ອຂ່າວການແຍກວົງໄດ້ກະຈາຍອອກໄປ...ຄວາມສັບສົນກໍ່ເກີດຂຶ້ນ

ຄວາມຈິງແລ້ວ...ພວກເຮົາທີ່ເປັນແຟນຄລັບເປັນມະນຸດ...

ທີ່ມີຄວາມເຈັບປວດຕໍ່ຄຳເວົ້າ...ເຈັບປວດຕໍ່ຄວາມບໍ່ຍຸດຕິທຳ...ພວກເຮົາທຸກຄົນເປັນຫ່ວງຫຼາຍ ແຕ່ວ່າພວກເຮົາກໍ່ຍັງເຊື່ອໝັ້ນ

ແຕ່ຄວາມຈິງແລ້ວ...ດົງບັງຊິນກິ ກໍ່ເປັນມະນຸດເຊັ່ນດຽວກັນ...ພວກເຂົາເຈັບປວດຕໍ່ຄຳເວົ້າ...ເຈັບປວດຕໍ່ຄວາມບໍ່ຍຸດຕິທຳ...

ພວກເຂົາເປັນກັງວົນ...ແຕ່ພວກເຂົາກໍ່ຍັງເຊື່ອໝັ້ນຕໍ່ແຟນຄລັບ

ຄວາມເຈັບປວດ ແລະ ຄວາມເຂົ້າໃຈຜິດທີ່ມີຢູ່...ແຕ່ພວກເຂົາກໍ່ຍິ້ມໃຫ້ແຟບຄລັບສະເໝີ...

ດົງບັງຊິນກິ ທີປົກປ້ອງແຟນເພງ ແລະ ຮັກພວກເຂົາສະເໝີ...

ດົງບັງຊິນກິ ທີ່ເອົາໃຈໃສ່ ແລະ ເຊື່ອໝັ້ນຕໍ່ແຟນເພງ...

ດົງບັງຊິນກິ ທີ່ເກັບຄວາມເຈັບປວດໄວ້ດ້ວຍຄວາມຫວັງທີ່ບໍ່ໃຫ້ແຟນເພງເປັນກັງວົນກັບພວກເຂົາ...

ດົງບັງຊິນກິຂອງພວກເຮົາ...ແຄສສິໂອເປຍ...

ເບິ່ງພວກເຂົາຄືຊິແຍກວົງແບບງ່າຍໆບໍ...

ຊາງມິນຂອງພວກເຮົາ...ໜ້າຮັກ ແລະ ແສນສະຫລາດ

ຈຸນຊູຂອງພວກເຮົາ...ຈິດໃຈີງາມ ແລະ ໄຮ້ດຽງສາ

ຢູຊອນຂອງພວກເຮົາ...ຮອບຄອບ ແລະ ເຂັ້ມແຂງ

ແຈຈຸງຂອງພວກເຮົາ...ເປັນທີ່ຮັກ ແລະ ອ່ອນຫວານ

ຢຸນໂຮຂອງພວກເຮົາ...ສຸພາບບຸລຸດ ແລະ ມີຄວາມເມດຕາ

"ພວກເຮົາທັງ 5 ຈະບໍ່ມີວັນແຍກກັນ"

ພວກເຂົາເຊື່ອໝັ້ນຕໍ່ພວກເຮົາ...

ພວກເຮົາກໍ່ເຊື່ອໝັ້້ນຕໍ່ພວກເຂົາເຊັ່ນກັນ...

AWAYS KEEP THE FAITH

HOPE TO THE END

FOREVER 5

ແປມາຈາກ: [TS]Always keep the faith

ນີ້ແມ່ນວີດີໂອລິ້ງແຄສຄົນໃດສົນໃຈກະເປີດເບິ່ງໄດ້ເດີ: www.youtube.com/watch