ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 20, 2010 | ມີ 17 ຄຳເຫັນ ແລະ 0 trackback(s)

 

 

ຄວາມຮັກທີ່ແຄສສິໂອເປຍມີໃຫ້ດົງບັງຈະບໍ່ມີວັນປ່ຽນແປງ

ດົງບັງ: ພວກເຮົາເຮັດໃຫ້ທຸກຄົນຖ້າພວກເຮົາອີກແລ້ວຍ້ອນວ່າພວກເຮົາຮັກທຸກຄົນແມ່ນບໍ່?

ດົງບັງ: ທຸກຄົນຈະຍັງຢາກລໍຖ້າພວກເຮົາຢູ່ບໍ່?

ດົງບັງ: ຈົນລົມຫາຍໃຈສຸດທ້າຍແມ່ນບໍ່?

ດົງບັງ: ພວກເຮົາກໍ່ຈະເຊື່ອໝັ້ນທຸກຄົນເຊັ່ນກັນ.

 

ດົງບັງຊິນກິ, ພວກເຂົາເກັບຄວາມຮູ້ສຶກໄວ້

ດົງບັງຊິນກິ, ຜູ້ທີ່ເວົ້າຄຳຂອບໃຈທຸກຄັ້ງທີ່ຄວນຈະເຮັດຢ່າງອື່ນ

ດົງບັງຊິນກິ, ຜູ້ທີກົ້ມໃຫ້ພວກເຮົາທຸກຄັ້ງຫຼັງຈາກການເຮັດວຽກທີ່ໜັກ

ດົງບັງຊິນກິ, ຜູ້ທີ່ເກັບຄວາມເຈັບປວດໄວ້ຂ້າງໃນ ແລະ ຍິ້ມໃຫ້ພວກເຮົາທຸກຄັ້ງທີ່ຢູ່ເທິງເວທີ, ໂດຍທີ່ພວກເຮົາບໍ່ຮູ້ເລີຍວ່າ:...ຄວາມເຈັບປວດ, ຄວາມກັງວົນທີ່ມີທັງໝົດນັ້ນ...ພວກເຂົາເກັບມັນໄວ້

ດົງບັງຊິນກິ...ມັນຍາກຫຼາຍແມ່ນບໍ່ທີ່ຕ້ອງທົນເຮັດແບບນີ້...

ດົງບັງຊິນກິ...ເປັນຊື່ທີໜັກຫຼາຍທີ່ພວກເຂົາແບກໄວ້...ທຸກຄົນເບິ່ງພວກເຂົາວ່າໂດ່ງດັງ ແລະ ເວົ້າວ່າ...

ດົງບັງຊິນກິ ບໍ່ມີບັນຫາໃດເລີຍ, ທີ່ແທ້ຈິງແລ້ວຊີວິດພວກເຂົາໄດຖືກກຳນົດໄວ້ແລ້ວ...ແຕ່ເປັນຫຍັງທຸກຄົນຈິ່ງບໍ່ຮູ້

ພວກເຂົາໄດ້ພະຍາຍາມຝຶກຝົນຕົນເອງຕະຫຼອດເວລາ...

ແຕ່ເມື່ອຂ່າວການແຍກວົງໄດ້ກະຈາຍອອກໄປ...ຄວາມສັບສົນກໍ່ເກີດຂຶ້ນ

ຄວາມຈິງແລ້ວ...ພວກເຮົາທີ່ເປັນແຟນຄລັບເປັນມະນຸດ...

ທີ່ມີຄວາມເຈັບປວດຕໍ່ຄຳເວົ້າ...ເຈັບປວດຕໍ່ຄວາມບໍ່ຍຸດຕິທຳ...ພວກເຮົາທຸກຄົນເປັນຫ່ວງຫຼາຍ ແຕ່ວ່າພວກເຮົາກໍ່ຍັງເຊື່ອໝັ້ນ

ແຕ່ຄວາມຈິງແລ້ວ...ດົງບັງຊິນກິ ກໍ່ເປັນມະນຸດເຊັ່ນດຽວກັນ...ພວກເຂົາເຈັບປວດຕໍ່ຄຳເວົ້າ...ເຈັບປວດຕໍ່ຄວາມບໍ່ຍຸດຕິທຳ...

ພວກເຂົາເປັນກັງວົນ...ແຕ່ພວກເຂົາກໍ່ຍັງເຊື່ອໝັ້ນຕໍ່ແຟນຄລັບ

ຄວາມເຈັບປວດ ແລະ ຄວາມເຂົ້າໃຈຜິດທີ່ມີຢູ່...ແຕ່ພວກເຂົາກໍ່ຍິ້ມໃຫ້ແຟບຄລັບສະເໝີ...

ດົງບັງຊິນກິ ທີປົກປ້ອງແຟນເພງ ແລະ ຮັກພວກເຂົາສະເໝີ...

ດົງບັງຊິນກິ ທີ່ເອົາໃຈໃສ່ ແລະ ເຊື່ອໝັ້ນຕໍ່ແຟນເພງ...

ດົງບັງຊິນກິ ທີ່ເກັບຄວາມເຈັບປວດໄວ້ດ້ວຍຄວາມຫວັງທີ່ບໍ່ໃຫ້ແຟນເພງເປັນກັງວົນກັບພວກເຂົາ...

ດົງບັງຊິນກິຂອງພວກເຮົາ...ແຄສສິໂອເປຍ...

ເບິ່ງພວກເຂົາຄືຊິແຍກວົງແບບງ່າຍໆບໍ...

ຊາງມິນຂອງພວກເຮົາ...ໜ້າຮັກ ແລະ ແສນສະຫລາດ

ຈຸນຊູຂອງພວກເຮົາ...ຈິດໃຈີງາມ ແລະ ໄຮ້ດຽງສາ

ຢູຊອນຂອງພວກເຮົາ...ຮອບຄອບ ແລະ ເຂັ້ມແຂງ

ແຈຈຸງຂອງພວກເຮົາ...ເປັນທີ່ຮັກ ແລະ ອ່ອນຫວານ

ຢຸນໂຮຂອງພວກເຮົາ...ສຸພາບບຸລຸດ ແລະ ມີຄວາມເມດຕາ

"ພວກເຮົາທັງ 5 ຈະບໍ່ມີວັນແຍກກັນ"

ພວກເຂົາເຊື່ອໝັ້ນຕໍ່ພວກເຮົາ...

ພວກເຮົາກໍ່ເຊື່ອໝັ້້ນຕໍ່ພວກເຂົາເຊັ່ນກັນ...

AWAYS KEEP THE FAITH

HOPE TO THE END

FOREVER 5

ແປມາຈາກ: [TS]Always keep the faith

ນີ້ແມ່ນວີດີໂອລິ້ງແຄສຄົນໃດສົນໃຈກະເປີດເບິ່ງໄດ້ເດີ: www.youtube.com/watch

 

Delicious Digg Fark Twitter