ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ໃນຄວາມຈິງແລ້ວໃນໝາກໄມ້ກໍ່ສາມາດໃຫ້ສານອາຫານຫຼົກໄດ້ຄືກັນເຊັ່ນ: ທາດເຫຼັກ,ໂປຣຕີນ ລວມທັງກົດອາມິໂນຈຳເປັນຕ່າງໆໄດ້ ເຊັ່ນດຽວກັນກັບອາຫານໝວດເຂົ້າ, ແປ້ງ ແລະ ໄຂມັນ. ມາເບິ່ງກັນເລີຍ ວ່າໝາກໄມ້ທີ່ດີຕໍ່ຈຸລັງເມັດເລືອດແດງຂອງເຮົາມີຫຍັງແດ່....

1. ໝາກພິລາ: ສາມາດປິ່ນປົວຄົນເຈັບທີ່ເປັນພະຍາດເບົາຫວານ ໂດຍມີຄຸນສົມບັດທີ່ຊວ່ຍເກັບຮັກສາຈຸລັງເມັດເລືອດແດງ ຖ້າຄົນທີ່ບໍ່ເປັນເບົາຫວານດື່ມນ້ຳໝາກພິລາ ມື້ລະ 1ຈອກ ເປັນເວລາ 3 ເດືອນຜົນໄດ້ຮັບກໍ່ຄືຮ່າງກາຍມີລະດັບຂອງອິນຊູລີນໃນກະແສເລືອດຫຼຸດລົງ, ລະບົບໄຫຼວຽນຂອງເລືອດເປັນປົກກະຕິ, ອາການມຶນຊາອ່ອນເພຍ ແລະ ຜົມຫຼົ່ນຫຼຸດລົງ ພ້ອມມີຜິວທີ່ຊຸ່ມຊື່ນກວ່າເກົ່າ....

2. ໝາກມັງກອນ: ອຸດົມໄປດ້ວຍໂປຮຕີນທີ່ຊວ່ມຕື່ມຮ່ອງຮອຍຜົວໃຫ້ເຄັ່ງຕຶງ. ໝາກມັງກອນສີແດງແມ່ນດີຕໍ່ລະບົບໄຫຼວຽນຂອງເລືອດ ແລະ ມີທາດເຫຼັກຢູ່ໃນປະລິມານທີ່ເໝາະສົມ ສຳລັບການສ້າງຈຸລັງເມັດເລືອດ.

3. ໝາກສະຕໍເບີຣີ: ອຸດົມໄປດ້ວຍວິຕາມິນຊີ ທີ່ຊວ່ຍບຳລຸງຈຸລັງເມັດເລືອດແດງ,  ເມັດນ້ອຍໆທີ່ໃນໝາກສະຕໍເບີຣີຍັງຊ່ຍລຳລຽງເອົາອົກຊີໃນຂະບວນການກຳຈັດເລືອດເປື້ອນ. ຜູ້ທີ່ບໍລິໂພກໝາກໄມ້ດັ່ງກ່າວສົດທຸກມື້ ມື້ລະ 2 ຖ້ວຍນ້ອຍ ຕິດຕໍ່ກັນ 1ເດືອນ ພົບວ່າຈຸລັງເມັດເລືອດແດງເພີ່ມຂຶ້ນ 4,8,12,16 ຈຸລັງເຮັດໃຫ້ຜິວໜັງເບິ່ງຄືເຄັ່ງຕຶງມີນ້ຳມີນວນຂຶ້ນ.

4. ໝາກກ້ວຍ: ແມ່ນອຸດົມໄປດ້ວຍແຮ່ທາດແມັກນີຊຽມຊວ່ຍບຳລຸງຜິວທີ່ຂາວຊີດ ໃຫ້ກັບມາເຄັ່ງຕຶງມີເລືອດຝາດ, ການກິນກ້ວຍເປັນປະຈຳທຸກມື້ ຈະສົ່ງຜົນຕໍ່ເລືອດຄື:

- ຊວ່ຍຫຼຸດຜ່ອນການເປັນພະຍາດລູຄີເມຍ( ມະເລັງເມັດເລືອດຂາວ ) ໂດຍສະເພາະເດັກນ້ອຍ ອາຍຸແຕ່ 0-2ປີ.

5. ໝາກແຕງໂມ: ຖ້ກິນໝາກແຕງໂມໄດ້ເຄິ່ງໜວ່ຍຕໍ່ມື້ ຈະດີຕໍ່ລະບົບໄຫຼວຽນຂອງເລືອດ ເພາະວ່າກົດອາມິໂນອາຈີໂນທີ່ຮ່າງກາຍປ່ຽນໃຫ້ເປັນສານໄນຕຣິກອອກໄຊ ເຮັດໃຫ້ເມັດເລືອດສົມບູນ ຮ້ອຍລະ 22 ຈຶ່ງຊວ່ຍປ້ອງກັນພະວະກ້າມຊີ້ນຫົວໃຈຕາຍ ແລະ ພາວະຫຼອດເລືອດແຂງຕົວ.

ຂໍ້ມູນຈາກ ໜັງສືພິມ ເສດຖະກິດ ການຄ້ນ ສະບັບວັນທີ່ 24/12/2012

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ດີດອກ ຄຳວິເສດ, ໃນພາສາລາວມັກໃຊ້ໃນພາສາເວົ້າ ຫຼາຍກວ່າເພາະເປັນຄຳສັບພື້ນ ທີ່ໃຊ້ຕາມທ້ອງຖິ່ນ.  ເມື່ອໄດ້ຍິນ ຫຼື ໄດ້ຟັງ ແລ້ວ ເຫັນເຖິງຄວາມງ່າຍດາຍ, ທຳມະດາ ບໍ່ພິຖີພິຖັນ ບາງເທື່ອພາໃຫ້ມີອາລົມມ່ວນຊື່ນໄປນຳ.

ດີດອກ ເປັນຄຳດຽວ ສອງພະຍາງ ຈະແຍກ ຈະປ່ຽນບ່ອນ ຫຼື ເພີ່ມຄຳອື່ນເຂົ້າຕື່ມກໍ່ບໍ່ໄດ້ ເພາະຈະບໍ່ມີຄວາມໝາຍ.

ດີດອກ ແປວ່າ ລ້າໆ, ຊື່ໆ.......ພຽງຢ່າງດຽວ ບໍ່ມີແນວປົນນຳ ຈະໃຊ້ສຳລັບການກິນດື່ມ ແບບງ່າຍໆ ທຳມະດາ.............

ຕົວຢ່າງ: - ລາວກິນເຂົ້າໜຽວ ດີດອກ

               - ເຮົາມັກກິນ ວີດສກີ ດີດອກ ມັນຈຶ່ງຕຶກຕັກໄວ

               - ຍ່າກິນຊີ້ນ ດີດອກ ຫຼາຍເດີ ຢ້ານເປັນພາງໃດ....

ຂັດມາຈາກໜັງສືພິມວຽງຈັນໃໝ່ ສະບັບວັນທີ່ 21/12/2012

ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ຄຳວ່າລິຂະສິດ ເຮົາຮູ້ຄວາມໝາຍທີ່ແທ້ຈິງໜ້ອຍຫຼາຍປານໃດ

ມາແບ່ງປັນຄວາມຮູ້ຄວາມເຂົ້າໃຈ ກັນໄດ້ທີ່ນີ້ເດີ.........

 

 

 

ຂອບໃຈ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ກິດຈະກຳຂອງໂຄງການ ໄດ້ຮວ່ມມືກັບບັນດາບໍລິສັດໄໝມ້ອນຊັ້ນນຳ ເພື່ອສະໜັບສະໜູນ ການປູກມອນລ້ຽງມ້ອນທີ່ມີຢູ່ແລ້ວໃນເຂດຊົນນະບົດ ໂດຍມີເປົ້າໝາຍປັບປຸລຄຸນະພາບ ແລະ ເພີ່ມປະລິມານ ການຜະລິດໃຫ້ຫຼາຍຂຶ້ນ. ໂຄງການຈະສະໜອງທຶນໃຫ້ແກ່ບໍລິສັດ ເພື່ອໃຫ້ບໍລິສັດນຳໄປຈັດຊື້ວັດຖຸອຸປະກອນທີ່ຈຳເປັນສຳລັບການປູກມອນ-ລ້ຽງມ້ອນ.

ໂຄງການຕອບສະໜອງວັດຖຸອຸປະກອນທີ່ຈຳເປັນເພື່ອຊວ່ຍໃຫ້ບັນດາບໍລິສັດໄໝມ້ອນຂະຫຍາຍການປູກມອນ - ລ້ຽງມ້ອນ ການຊວ່ຍເຫຼືອຂອງໂຄງການມີດັ່ງນີ້:

1. ຊວ່ຍໃນການສ້າງແຜນທຸລະກິດໃຫ້ແກ່ບໍລິສັດ ເພື່ອເຮັດໃຫ້ການຮວ່ມມືການຜະລິດໄໝມ້ອນລະຫວ່າງບໍລິສັດ ແລະ ຊາວກະສິກອນເປັນໄປຢ່ງປປອດໃສ ແລະ ທ່ຽງທຳ.

2. ຕອບສະໜອງປັດໄຈການຜະລິດທີ່ຈຳເປັນເຊັ່ນ: ເຫຼັກໝາມ ແລະ ວັດຖຸການສ້າງເຮືອນລ້ຽງມ້ອນໃຫ້ແກ່ຄອບຄົວທີ່ເຂົ້າຮວ່ມໂຄງການນຳບໍລິສັດ.

3. ຊວ່ຍເຫຼືອທຶນຈຳນວນໜຶ່ງໃນການຊື້ເບ້ຍມອນໃຫ້ແກ່ຊາວກະສິກອນເພື່ອເລີ່ມຕົ້ນສ້າງສວນມອນຂອງເຂົາເຈົ້າ.

4. ຝຶກອົບຮົມດ້ານເຕັກນິກການປູກມອນ-ລ້ຽງມ້ອນ ເພື່ອຮັບປະກັນການຜະລິດທີ່ມີຄຸນະພາບ.

5.ການສ້າງກຸ່ມຜູ້ຜະລິດໄໝ ເພື່ອຮັບປະກັນຄວາມຍືນຍົງຂອງວຽກງານການປູກມອນ-ລ້ຽງມ້ອນໃນເຂດຊົນນະບົດ.

 

ເປັນຄວາມຮູ້ເພີ່ມເຕີມ....ໃຜສົນໃຈກໍ່ອ່ານໄດ້

WTO
ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ອົງການການຄ້າໂລກ ( WTO ) ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ່ 1/1/1995 ຊຶ່ງແມ່ນໝາກຜົນຂອງການເຈລະຈາການຄ້າ ໃນຮອບອູຣູກວາຍ ໂດຍປ່ຽນແທນ ກອງເລຂາ (GATT) ທີ່ໄດ້ຖືກສ້າງຂຶ້ນໃນປີ 1947. ອົງການການຄ້າໂລກ ມີການຂະຫຍາຍຂົງເຂດການຄຸ້ມຄອງດ້ານລະບຽບການຄ້າລະຫວ່າງປະເທດກວ້າງຂວາງຂຶ້ນ ຊຶ່ງບໍ່ໄດ້ກວມເອົາສະເພາະແຕ່ດ້ານສິນຄ້າເທົ່ານັ້ນ ແຕ່ ຍັງກວມເອົາການຄ້າດ້ານ ການບໍລິການ ແລພ ຊັບສິນທາງປັນຍາຕື່ມອີກ. ແລະ ມີສະມາຊິກ ເພີ່ມຂຶນ ຈາກ81 ໃນມື້ກໍ່ຕັ້ງເປັນ 155 ປະເທດ. ໃນນັ້ນ ສປປ ລາວ ກໍ່ໄດ້ສະໝັກເຂົ້າເປັນສະມາຊິກ ໃນ 07/1997 ແລະ ໄດ້ເຂົ້້າຮວ່ມເຈລະຈາ ເປັນເວລາ 15ປີ. ຈົນໃນທີ່ສຸດ ສປປ ລາວກໍຖືກຮອງຮັບເຂົ້າເປັນສະມາຊິກ ອົງການການຄ້າໂລກ ( WTO ). ໃນ ເດືອນ ທັນວາ 2012ນີ້້.

ຜ່ານການເອົາໃຈໃສ່ ແລະ ຄົ້ນຄວ້າຂອງພາກສ່ວນທີ່ກ່ຽວຂ້ອງ ຢາກຮູ້ວ່າປະຊາຊົນໄດ້ຮັບຂໍ້ມູນຂ່າວສານໜ້ອຍຫຼາຍພຽງໃດ ເລີຍຕັ້ງແບບສຳຫຼວດສະບັບນີ້ຂຶ້້ນມາ. ໃຜທີ່ຮູ້ ກໍ່ຊວ່ຍສະແດງຄວາມຄິດເຫັນ ແລະ ໃຜທີ່ຍັງບໍ່ທັນຮູ້ ກໍ່ສາມາດສອບຖາມມາໄດ້ ຕາມຄວາມມສະດວກ.

 

 

 

ທຸກຄຳຕອບສາມາດຊວ່ຍໃຫ້ກຳລັງທຸກໆພາກສ່ວນທີ່ໄດ້ທຸ່ມເທ ເຈລະຈາ ຈົນໄດ້ຮັບຄວາມສຳເລັດດ້ວຍດີ....