ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ
ກອນ  ຖາມຂ່າວບ່າວທະຫານ

-ຍິນ​ຂ່າວ​ຊາຍ​ຈາກ​ບ້ານ.......      ​ໄປ​ຮໍ່າຮຽນການ​ທະຫານ

ນານຫຼາຍປີ​ຈິງ​ສໍາ​ເລັດ........      ຈັ່ງ​ຊິ​ຕ່າວ​ຄືນ​ບ້ານ

ກັບ​ຄືນ​ມາ​ຫາ​ນ້ອງ ..........        ດວງສະໝອນຜູ້​ຄອຍ​ຢູ່

ຄິດ​ເຖິງ​ຄໍາ​ພີ່​ກ່າວ​ເວົ້າ.........      ມະ​ໂນ​ນ້ອງ​ສຸດ​ຄະ​ນຶງ​ ແທ້ນາ

​-ເປັນ​ແນວ​ໃດ​ພີ່​ອ້າຍ   ...........   ຍັງ​ຄ່ອຍ​ສະບາຍ​ໃຈ    ຢູ່​ບໍ?

ຫຼືດວງ​ໃຈ​ມົວໝອງ ..........        ຄິດ​ແຕ່​ຄອງ​ຄືນ​ບ້ານ

​ເປັນ​ແນວ​ໃດ​ກາຍ​ເຈົ້າ.........      ຍັງ​ມີ​ແຮງ​ສານ​ຕໍ່  ຢູ່​ບໍ?

ຫຼືຊາຍ​ທົນ​ໂສກ​ເສົ້າ    ...........   ຂາດ​ຄົນ​ຊວ້ານ​ຊ່ວຍ​ຊູ  ຊາຍ​ເອີຍ

-ທຸກຫຼືສຸກ​ຈົ່ງ​ຜ່ານ​ພົ້ນ.........      ແລ​ເຫັນ​ປ່ອງ​ທາງ​ໄປ  ພີ່​ເນີ

ບິດາ-ມາດາ​ຍັງ​ລໍ​ຫວັງ........      ພີ່​ຊາຍ​ທະຫານ​ຜູ້​ໃຈ​ກ້າ

ນົງຄານ​ຍັງ​ຄອຍ​ຖ້າ    ..........   ສັນຍາ​ຮັກ​ຍັງ​ຈໍາ​ຈື່

ທໍາ​ຕາມ​ສຸພາສິດ​ກ່າວ​ໄວ້ ..........   ​ເກົ້າ​ອົດ​ເກົ້າ​ເຍື້ອນ

                          ຫາກ​ຊິ​ໄດ້​ທ່ອນ​ຄໍາ  ​ແທ້​ແລ້ວ

-ຂໍ​ຝາກ​ກອນ​ບາດ​ທ້າຍ........      ​ເປັນ​ແຫ່ງ​ແຮງ​ໃຈ

ຄົນ​ດີ​ຈົ່ງ​ມີ​ພະລັງ.............            ໝັ່ນສຶກສາຮຽນຮູ້

ທຸກ​ຍາກ​ພຽງ​ໃດ​ຈົ່ງ​ສູ້   ...........       ອຸປະສັກ​ມາກ​ມາຍ​ຕ້ອງ​ຜ່ານ​ຜ່າ

ຈໍາ​ສັນຍາ​ທີ່​ກ່າວ​ໄວ້    ..........        ​ໃຫ້​ເປັນ​ໄດ້​ດັ່ງ​ໃຈ​ຫວັງ  ​ແທ້​ເນີ

 

Delicious Digg Fark Twitter