ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2013 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}<![endif]--><!--[if gte mso 9]><![endif]--><!--[if gte mso 9]><![endif]-->

ອະດິດຮັກບ້ານນາ

-ໂອນໍ ແລເຫັນຟ້າກໍ່າສິ້ວ.........ຕາເວັນລ່ວງລັບພູ

ວາໂຍພັດບາງເບົາ.................ສັກກຸນາໂຮຍຮ້ອງ

ພາໃຫ້ໃຈນາງນ້ອງ................ຄະນຶງຫາອະດິດກ່ອນ

ຄິດເຫັນຕອນມີພີ່ອ້າຍ............ຈັບມືຍ່າງຂ້າງທາງ  ແທ້ເດ

 

-ຮັກຫຼາຍປີເຮົາຝັ່ງແໜ້ນ...........ມິມີເຊື່ອມລາຫາຍ

ທັງກາຍ-ໃຈເຮົາຮັກ................ຊື່ຕົງຕໍ່ກັນແທ້

ຕາເວັນແດງສອງເຮົາພ້ອມ.......ພາກັນຮຽງເປັນຄູ່

ເລາະຊົມແຄມອູແມ່ນໍ້າ.............ຫົດຜັກພ້ອມບໍ່ເມື່ອຍກາຍ ແທ້ແລ້ວ

 

-ຍາມເມື່ອຕາເວັນຂຶ້ນ................ແສງສ່ອງປະກາຍໃສ

ສອງຄົນເຮົາພາກັນ..................ຍ່າງເດີນໃຮ່ນາກວ້າງ

ໄຖແລະຄາດໃນມືອ້າຍ..............ຈູງຄວາຍລົງກາງທົ່ງ

ນາງກໍລົງຍ່າງຍ້າຍ....................ຍໍຈອກນໍ້າຍື່ນໃສ່ມື     ອ້າຍນາ

 

-ແມ່ນໃຜເດມຸ່ງມ້າງ..................ຄວາມຮັກຄູ່ເຮົາສອງ

ຊາຍຈິງມາລາຫາຍ..................ບໍ່ຄະນຶງຫານາງນ້ອງ

ປະປ່ອຍໃຈນາງເສົ້າ.................ຂາດຄົນມາເປັນຄູ່

ໃຜເດນໍຊິຢັ່ງຮູ້.........................ມະໂນອ້າຍບໍ່ຊື່ຕົງ ນີ້ນາ

 

 

 

 

 

 

Delicious Digg Fark Twitter