ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

ຂ້ອຍໄດ້ແປ ແລະດັດແປງບົດຄວາມມາຈາກ  


http://www.sosuave.net/forum/showthread.php?s=&threadid=24243&highlight=no+pressure

 

ໂດຍ Santos ເດີ

 

ເຊີ່ງຂ້ອຍເອງ (ຜູ້ກໍາລັງແປລາວ) ກໍ່ມັກອ່ານເລື່ອງແບບນີ້ມາແຕ່ດົນເຫັນວ່າບົດຄວາມນີ້ມີເນື້ອຫາທີ່ໜ້າສົນໃຈດີ ເລີຍຢາກເອົາມາເຜີຍແພ່ຕໍ່ໃຫ້ ອ້າຍ ເອື້ອຍ ນ້ອງ ແລະໝູ່ເພື່ອນພັນລາວຂອງພວກເຮົາ ໄດ້ລອງອ່ານສຶກສາເບີ່ງ.

 

ເນື້ອຫາດັ່ງຕໍ່ໄປນີ້: ແປມາຈາພາສາໄທອີກຕໍ່ໜຶ່ງ   


ຂ້ອຍ (ຜູ້ກໍາລັງແປລາວ) ໄດ້ດັດແປງເນື້ອຫາບາງສ່ວນເພາະວ່າວັດທະນະທໍາຕ່າງຊາດ ແລະວັດທະນະທໍາຂອງເຮົາ ມັນແຕກຕ່າງກັນ ແລະບາງສໍານວນກໍ່ເຂົ້າໃຈໄດ້ຍາກ

 

ເລີ່ມກັນເລີຍເນາະ

 

ການມີແຟນ ບໍ່ໄດ້ເຮັດໃຫ້ຊີວິດເຈົ້າດີຂຶ້ນ

 

ລອງເບີ່ງເດີວ່າມີຈັກຂໍ້ຫຼືບໍ່? ທີ່ເຈົ້າເປັນຢູ່ໃນຂະນະນີ້

 

- ເຈົ້າຄິດວ່າຊີວິດນີ້ເຈົ້າຕ້ອງມີໃຜຈັກຄົນຢູ່ຄຽງຂ້າງ ເຈົ້າບໍ່ສາມາດມີຊີວິດຢູ່ຄົນດຽວໄດ້ໂດຍປາສະຈາກໃຜຈັກຄົນ

- ເຈົ້າບໍ່ມີແຟນ ແລະພະຍາຍາມດິ້ນຮົນທີ່ຈະມີແຟນໃຫ້ໄດ້ 

- ພະຍາຍາມທີ່ຈະມີແຟນແລ້ວ ແຕ່ຜົນສຸດທ້າຍ ບໍ່ເປັນໄປຕາມທີ່ເຈົ້າຕ້ອງການ ເຊິ່ງມັນເຮັດໃຫ້ ເໝິດຫວັງ ທໍ້ແທ້ ເມື່ອຍ ແລະຮູ້ສຶກຕົກຕໍ່າ

- ເຈົ້າຮູ້ສຶກຫົດຫູ່ ຮູ້ສຶກກົດດັນ ຮູ້ສຶກຕໍ່າຕ້ອຍ ທີ່ເຫັນຄົນອື່ນມີແຟນ ຫຼືສົມຫວັງໃນຄວາມຮັກ

- ເຈົ້າຄິດວ່າຊີວິດຈະດີຂຶ້ນຖ້າເຈົ້າມີແຟນ ຫຼືມີໃຜຈັກຄົນ

 

ຖ້າມີຈັກຂໍ້ທີ່ກົງ ຫຼືໄກ້ຄຽງກັບຄວາມຄິດຂອງເຈົ້າ ລອງອ່ານຄໍາແນະນໍາຕາມນີ້ເບິ່ງ 

ຂ້ອຍມີໝູ່ຄົນໜຶ່ງ ເປັນຄົນຮຽນເກັ່ງ ຄົບຫາໝູ່ເພື່ອນຢູ່ສະເໝີ ຮຽກໄດ້ວ່າໄປໃສໄປກັນ ເຫັນກັນຕະຫຼອດ ແຕ່ພໍມັນມີແຟນຊີວິດກໍ່ປ່ຽນໄປ ເຫັນໜ້າມັນໜ້ອຍເທື່ອລົງ ເພາະມັນເອົາເວລາສ່ວນໃຫຍ່ຂອງຊີວິດໄປໃຫ້ແຟນມັນ ພໍຮອດເວລາຮຽນກໍ່ບໍ່ຄ່ອຍມາຮຽນ ເພາະມັນເອົາຊີວິດສ່ວນໃຫຍ່ຂອງມັນໄປໃຫ້ແຟນມັນໝົດ ຈາກທີ່ເຄີຍເຕະບານນໍາກັນ ມັນກໍ່ບໍ່ມາ ຊວນໄປທ່ຽວນໍາກັນມັນກໍ່ປະຕິເສດ ພໍຮອດເວລາຮຽນກໍ່ບໍ່ມາ ແຕ່ພັດໄປນັ່ງເຝົ້າແຟນຕົວເອງ ນາງກາຍເປັນຊີວິດຂອງມັນໄປແລ້ວ ແລະແນ່ນອນວ່າຊີວິດມັນກໍ່ຕົກຕໍ່າລົງ ຄະແນນສະເລ່ຍຂອງການຮຽນກໍ່ຕົກຕໍ່າລົງ ເງິນກໍ່ບໍ່ພໍໃຊ້ ຕ້ອງໄດ້ໄປຍືມຄົນອື່ນ ເພາະເອົາເງິນໄປລ້ຽງແຟນ ຊື້ເຄື່ອງໃຫ້ຕາມແຕ່ນາງຢາກໄດ້.

ຖ້າເຈົ້າມີແຟນແລ້ວຊີວິດເຈົ້າຕ້ອງເປັນແບບນີ້ ຂ້ອຍວ່າຢ່າມີແຟນເລີຍດີກວ່າ.

ແນ່ນອນວ່າ ຜູ້ຍິງ ເຮົດໃຫ້ຊີວິດເຮົາມີສີສັນ ມີຊີວິດຊີວາ ຄຶກຄັກ ກໍ່ພຽງແຕ່ໄລຍະເວລາສັ້ນໆເທົ່ານັ້ນ ໃນໄລຍະເວລາທີ່ມີນາງ ຂ້ອຍບໍ່ຖຽງດອກວ່າ ມະນຸດເປັນສັດສັງຄົມ ເຮົາຕ້ອງເພິ່ງພາອາໃສເຊິ່ງກັນ ແລະກັນ ບໍ່ທາງກົງກໍ່ທາງອ້ອມ ບໍ່ທາງກາຍກໍ່ທາງໃຈ ເຮົາເພິ່ງພາຄົນອື່ນໄດ້ ແຕ່ຢ່າໃຫ້ມັນຫຼາຍເກີນໄປເດີ. ແຕ່ສ່ວນເພິ່ງພາຕົນເອງນັ້ນແມ່ນດີທີ່ສຸດ.

ເພາະສະນັ້ນຖ້າເຈົ້າເບື່ອຊີວິດ ເຈົ້າເມື່ອຍກັບຊີວິດ ເຈົ້າຮູ້ສຶກ ບໍ່ສະໜຸກສະໜານກັບການມີຊີວິດ ຖ້າເຈົ້າຄິດວ່າການມີແຟນນັ້ນມັນຊ່ວຍໃຫ້ເຈົ້າມີຄວາມສຸກ ເຈົ້າກໍ່ຈະໝົດຫວັງກັບຜູ່ຍິງທຸກຄົນທີ່ຜ່ານເຂົ້າມາໃນຊີວິດຂອງເຈົ້າ ເພາະວ່າເຈົ້າຄອງຄອຍແຕ່ຈະໄປເອົາຄວາມສຸກຈາກຜູ້ຍິງ ພຽງແຕ່ໄດ້ເຫັນໜ້ານາງເຈົ້າກໍ່ມີຄວາມສຸກແລ້ວຊັ້ນຫວາ ໂອ້! ຄັນຊັ້ນຖ້າເຈົ້າບໍ່ໄດ້ເຫັນໜ້ານາງ ເຈົ້າກະຄືສິບໍ່ມີຄວາມສຸກແມ່ນບໍ່? ພຽງແຕ່ໄດ້ເຫັນໜ້ານາງ ພຽງແຕ່ໄດ້ໄປທ່ຽວ ພຽງແຕ່ໄດ້ໂອ້ລົມກັບນາງ ເຈົ້າກໍ່ມີຄວາມສຸກແລ້ວ ແຕ່ຖ້າເປັນແບບນີ້ ໃນເມື່ອບໍ່ມີນາງ ຄວາມສຸກຂອງເຈົ້າມັນກໍ່ຫາຍໄປເໝິດ ແມ່ນບໍ່ລະ?

ຄົນເຮົາສາມາດສ້າງຄວາມສຸກໄດ້ດ້ວຍຕົນເອງໂດຍບໍ່ຕ້ອງເພິ່ງພາຄົນອື່ນ ລອງຫາຫຍັງເຮັດເບິ່ງຕິລະ ເຈົ້າມັກເຮັດອີ່ຫຍັງ ມັກເຕະບານ ກໍ່ເຕະບານ ມັກຫິ້ນເກມ ກໍ່ຫຼິ້ນເກມ ມັກຫຼິ້ນເນັດເບີ່ງຍູທູບ ກະເຮັດໄປ ຢາກໄປທ່ຽວເທັກ ກໍ່ໄປແຫຼະ ມັກເຮັດອີ່ຫຍັງກໍ່ເຮັດໃນສິ່ງທີ່ເຮົາມັກ ໃນໂລກນີ້ຍັງມີອີກຫຼາຍໆອັນທີ່ເຮັດແລ້ວມີຄວາມສຸກອີກຢ່າງຫຼວງຫຼາຍ ພຽງແຕ່ເຮົາມີຄວາມສຸກກັບຊີວິດ.

ຂ້ອຍຍອມຮັບເລີຍວ່າ ຂ້ອຍກະຢາກມີແຟນຄືກັນກັບຄົນອື່ນໆທົ່ວໄປ ແຕ່! ແຕ່! ແຕ່! ແຕ່ຂ້ອຍກໍ່ຕຶກຕອງໃນໃຈສະເໝີວ່າທີ່ຂ້ອຍຕ້ອງການແບບນີ້ ບໍ່ແມ່ນເພາະນາງເຮັດໃຫ້ເຮົາມີຄວາມສຸກ ຂ້ອຍຕ້ອງການແບບນີ້ເພາະມັນເປັນທໍາມະຊາດຂອງຂ້ອຍ ຄວາມສຸກຂອງຂ້ອຍບໍ່ຈໍາເປັນຕ້ອງລໍຖ້າຜູ້ຍິງມາຊ່ວຍ ຂ້ອຍສາມາດມີຄວາມສຸກໄດ້ດ້ວຍຕົວເອງ ເຖິງແມ່ນວ່າບໍ່ມີແຟນ.

 

ຂ້ອຍບໍ່ໄດ້ບອກເດີວ່າ ໃຫ້ເຊົາສົນໃຈຜູ້ຍິງ ແຕ່ການທີ່ເຈົ້າຄົບຫາກັບຜູ້ຍິງຄົນນັ້ນ ບໍ່ແມ່ນເພື່ອຈະຫາແຟນໃຫ້ໄດ້ ແຕ່ແມ່ນເພື່ອການພັດທະນາຕົນເອງ ພັດທະນາການເວົ້າຈາ ການໂອ້ລົມໃຫ້ເຂົ້າກັບສະຖານະການຕ່າງໆ ພັດທະນາໄຫວພິກປະຕິພານໃນການຮັບມືກັບເຫດການຕ່າງໆ ພັດທະ ນາຄວາມສາມາດໃນການຕິດຕໍ່ສື່ສານກັບຜູ້ອື່ນ ແລະທີ່ກໍາລັງເຮັດຢູ່ ຂ້ອຍກໍ່ຄິດວ່າມັນເປັນພຽງແຕ່ເລື່ອງມ່ວນໆເລື່ອງໜຶ່ງເທົ່ານັ້ນໃນຊີວິດຂອງຂ້ອຍ.

 

ເອົາລະບາດນີ້ມາຕໍ່ກັບເລື່ອງລາວທີ່ວ່າ ຖ້າບໍ່ມີແຟນແລ້ວຈະເປັນແນວໃດ

 

ຜູ້ຊາຍສ່ວນໃຫຍ່ຈະຮູ້ສຶກວ່າບໍ່ຄ່ອຍມີກໍາລັງໃຈ ບໍ່ຄ່ອຍມີແຮງຊຸກຍູ້ ບໍ່ມີແຮງກະຕຸ້ນ ພຽງເພາະວ່າຄໍາວ່າບໍ່ມີແຟນ.  

ລອງຄິດເບິ່ງວ່າ: ຖ້າເຈົ້າມີແຟນແລ້ວມັນຈະມີອີ່ຫຍັງດີຂຶ້ນແດ່ລະ! ຜູ້ຍິງສ່ວນໃຫຍ່ກະບໍ່ໄດ້ດີເລີດປະເສີດສີອີ່ຫຍັງດອກ! ການມີແຟນນັ້ນຕ້ອງເສຍເວລາ ໄປຮັບ-ໄປສົ່ງ, ຊວນກັນໄປກິນເຂົ້າ ໄປຫັ້ນໄປນີ້, ຕ້ອງລົມໂທລະສັບ, ແລະແນ່ນອນທຸກຄັ້ງທີ່ລົມກັນ ເສຍເງິນນໍາອີກ, ອາດຈະມີການຜິດຖຽງກັນ ບາງຄົນອາດໄດ້ແຟນດີ ບໍ່ມີປັນຫາຫຍັງກໍ່ຖືວ່າໂຊກດີໄປ ແຕ່ຖ້າບໍ່ລະ ມີແຕ່ຈະເຮັດໃຫ້ວຸ້ນວາຍຊີວິດທາງກາຍ ແລະຈິດໃຈ ແລະສິ່ງອື່ນໆອີກ ແລ້ວແຕ່ຜູ້ທີ່ເຄີຍມີແຟນຈະໄດ້ປະສົບມາດ້ວຍຕົນເອງ.

 

ທີ່ຂ້ອຍຈະສື່ນັ້ນກໍ່ຄື ຈົງມີຄວາມສຸກກັບຊີວິດໂສດທີ່ເປັນຢູ່


-          - ພໍໃຈໃນສິ່ງທີ່ມີຢູ່ຕອນນີ້

-          - ຢ່າໄປເສຍໃຈ ບໍ່ສະບາຍກັບສິ່ງທີ່ຍັງບໍ່ທັນເກີດຂຶ້ນ

-          - ຢ່າໄປທຸກກັບມັນໃນສິ່ງທີ່ຍັງບໍ່ໄດ້ມາ

 - ຖ້າຜູ້ຍິງເຮັດໃຫ້ຊີວິດເຈົ້າດີຂຶ້ນ

 

ມັນເປັນເລື່ອງທີ່ຂ້ອນຂ້າງຈະອັບອາຍ ແລະໜ້າສົງສານຢ່າງຍີງ ເພາະເຈົ້າເພິ່ງພາຜູ້ຍິງ ເຈົ້າຕ້ອງໃຫ້ນາງມາເພິ່ງພາເຮົາຕ່າງຫາກແມ້ ເຮັາເປັນຜູ້ຊາຍ ເຮົາເປັນຜູ້ນໍາ ເຮົາຄືເສົາຫຼັກຂອງຄອບຄົວ ເຮົາຄືພະລະກໍາລັງ ໃຫ້ນາງເປັນຜູ້ຊ່ວຍເຮົາຫັ້ນໄດ້ ແຕ່ຢ່າຫຼາຍເກີນ ນັ້ນແມ່ນມັນໝາຍຄວາມວ່າ ຖ້າບໍ່ມີນາງ ຊີວິດຂອງເຮົາກໍ່ຈະດີຂຶ້ນໄດ້ດ້ວຍຕົວເຮົາເອງ ບໍ່ແມ່ນວ່າພໍຂາດນາງໄປ ຊີວິດຂອງເຮົາກໍ່ຕົກຕໍ່າລົງ ບໍ່ດີເລີຍ ບໍ່ດີຢ່າປ່ອຍໃຫ້ເປັນແບບນັ້ນ

 

ຂໍ້ສັງເກດ:

- ເວລາເຈົ້າເຫັນຄົນອື່ນກິນອາຫານ ເຈົ້າເບີ່ງໄປທີ່ປາກເຂົາເຈົ້າບໍ່?

- ເຈົ້າເຫັນເຂົາກິນແລ້ວ ເຈົ້າຮູ້ສຶກຢາກກິນນໍາ ແບບເຂົາກິນ ຫຼືບໍ່?

 

  ຖ້າເຈົ້າຢາກ ເຈົ້າກໍ່ຄົງຈະຮູ້ສຶກຫິວ ຢາກກິນແບບນັ້ນ

 

  ແຕ່ຖ້າເຈົ້າບໍ່ຫິວເດ້! ເຈົ້າກໍ່ຄົງຈະຮູ້ສຶກທໍາມະດາ ແມ່ນບໍ່ລະ!

 

ແລ້ວເວລາເຈົ້າເຫັນຄົນອື່ນ ເຫັນຄູ່ຮັກຍິງ-ຊາຍ ມີຄວາມສຸກກັນ ຈັບມືກັນ ຢອກໃຍກັນ ເວລາເຈົ້າໄປເບີ່ງໜັງຄົນດຽວ ເຫັນຄູ່ຊາຍ-ຍິງ ນັ່ງກອດກັນຢ່າງດູດດື່ມ ເຈົ້າຈ້ອງເບີ່ງດ້ວຍສາຍຕາອິດສາ ພາຍໃນຈິດໃຈຄິດຢາກຈະມີຄວາມສຸກແບບເຂົາເຫຼົ່ານັ້ນຫຼືບໍ່?

 

ຂ້ອຍຂໍຖາມເຈົ້າວ່າ ເຈົ້າຫິວຄວາມຮັກຂະໜາດນັ້ນຫວາ ເຈົ້າໂຫຍຫາຄວາມຮັກຂະໜາດນັ້ນພຸ້ນເລີຍຫວາ ເກີນໄປແລ້ວຂ້ອຍວ່າ!

 

ຈື່ໄວ້ວ່າເຫັນໃຜກິນ ຢ່າໄປເບີ່ງປາກເຂົາ ມັນບໍ່ດີດອກ ດຽວເຂົາຫາວ່າເຈົ້າມັນບໍ່ສຸພາບ! ຈັກໜ່ອຍຖືກຂໍ້ຫາວ່າເປັນໂລກຈິດ ອິອິອິ!!!

Delicious Digg Fark Twitter