ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ບໍ່ໄດ້ຂຽນເອງເດີ ແປມາຈາກ

http://achikochi1234.blogspot.com/2011/09/blog-post_16.html

ເຈົ້າເຄີຍຮູ້ສຶກເບື່ອກັບຈຸດອ່ອນຂອງຕົວເອງບໍ່?

ຄໍາວ່າ ຈຸດອ່ອນ ນັ້ນອາດຈະໝາຍເຖິງ ການທີ່ເວົ້າບໍ່ເກັ່ງ ເບີ່ງຕົນເອງເປັນຄົນຊື່ໆບໍ່ມີຈຸດໝາຍ ບໍ່ກ່າລິເລີ່ມ ຫຼືຂາດທັກສະຄວາມຮູ້ອີ່ຫຍັງຈັກຢ່າງ ທີ່ເຈົ້າຄິດວ່າມະນຸດຄົນໜຶ່ງຄວນຈະມີ

ເມື່ອທຽບຄົນອື່ນໆໃນແງ່ນີ້ແລ້ວ ເຈົ້າອາດຈະຄິດນ້ອຍໃຈ ໂທດສິ່ງແວດລ້ອມ ໂທດຄົນອ້ອມຂ້າງ ຮວມໄປເຖິງໂທດຕົນເອງໄປຕ່າງໆນາໆ ຄິດເຖິງສາເຫດທັງເໝິດເທົ່າທີ່ພໍຈະຄິດໄດ້ ທີ່ເຮັດໃຫ້ເຈົ້າເກີດມາເປັນແບບນີ້

ຈາກນັ້ນເຈົ້າກໍ່ເລີ່ມເຮັດທຸກຢ່າງທີ່ເຊື່ອວ່າມັນຈະຊ່ວຍເຈົ້າກໍາຈັດຈຸດອ່ອນໃນຕົວເອງໃຫ້ເໝິດໄປ ເຈົ້າເລີ່ມຊອກຫາຂໍ້ມູນ ຫາຜູ້ຊ່ຽວຊານທີ່ສຸດໃນສາຂາວິຊານັ້ນໆ ອ່ານທຸກຢ່າງທີ່ເຂົາເຈົ້າຂຽນ ຟັງທຸກຢ່າງທີ່ເຂາເຈົ້າເວົ້າ ລອງເຮົດຕາມວິທີທີ່ເຂົ້າເຈົ້ານໍາສະເໜີ ໄລຍະທໍາອິດເຈົ້າຈະຮູ້ສຶກດີຂຶ້ນໜ້ອຍໜຶ່ງ ແຕ່ຫຼັງຈາກທີ່ໄດ້ໃຊ້ຄວາມພະຍາຍາມຢ່າງເຕັມທີ່ ສຸດທ້າຍເຈົ້າກໍ່ພັບວ່າຕົນເອງບໍ່ໄດ້ປ່ຽນແປງຫຍັງຫຼາຍ ຍັງຄົງເປັນຄືເກົ່າຢູ່ ຖ້າແມ່ນຂ້ອຍເອງກໍ່ເປັນຄົນໜຶ່ງທີ່ບໍ່ຕ່າງຈາກເຈົ້າ ແຕ່ມື້ນີ້ຂ້ອຍມີອີກມຸມມອງໜຶ່ງຢາກນໍາສະເໜີ...

ຂ້ອຍຢາກໃຫ້ເຈົ້າລອງຈິນຕະນາການວ່າຕົວເອງກໍາລັງຢ່າງຢູ່ໃນສວນດອກໄມ້ແຫ່ງໜຶ່ງອ້ອມຮອບຕົວເຈົ້າເຕັມໄປດ້ວຍດອກໄມ້ຫຼາກຫຼາຍສີສັນ ຫຼາກຫຼາຍພັນທີ່ເບັ່ງບານຢ່າງສວຍງາມ ສົມມຸດວ່າເຈົ້າມີໂອກາດໄດ້ເລືອກດອກໄມ້ພຽວດອກດຽວໃນສວນແຫ່ງນັ້ນເພື່ອເປັນເຈົ້າຂອງດອກໄມ້ດອກໃດດອກໜຶ່ງ ເຈົ້າຄົງຮູ້ສຶກທໍາໃຈລໍາບາກ ແລະເລືອກບໍ່ຖືກແມ່ນບໍ່ ເພາະທຸກດອກຕ່າງກໍ່ເບີ່ງແລ້ວສວຍສົດງົດງາມແຕກຕ່າງກັນໄປແມ່ນບໍ່ລະ

ເບີ່ງຈາກມຸມມອງຂອງດອກໄມ້ ມັນກໍ່ບໍ່ຮູ້ດອກວ່າຕົວມັນເອງແຕກຕ່າງ ແລະສວຍງາມປານໃດ ໜ້າທີ່ຂອງມັນກໍ່ຄື ພຽງແຕ່ປົ່ງໃບ ຍືດກ້ານເພື່ອຮັບແສງ ມັນເຮັດໄປເພື່ອຄວາມເປັນຢູ່ ໂດຍບໍ່ຮູ້ວ່າເຈົ້າກໍາລັງຈ້ອງເບີ່ງມັນຢູ່.

ເຈົ້າຄິດຕຶກຕອງຢູ່ໄລຍະໜຶ່ງ ແຕ່ໃນທີ່ສຸດເຈົ້າກໍ່ເດັດດອກົມ້ດອກໜຶ່ງຈາກສວນແຫ່ງນັ້ນ ແລ້ວຍ່າງອອກມາດ້ວຍຮອຍຍິ້ມ ແລະຄວາມເບີກບານໃນໃຈ...

 

ສິ່ງທີ່ຂ້ອຍພະຍາຍາມຢາກບອກນັ້ນກໍ່ຄື ຄົນເຮົາປຽບເໝືອນດອກໄມ້ ເຮົາຄືເມັດກ້າທີ່ແຕກຕ່າງ ເຮົາເຕີບໃຫຍ່ຂຶ້ນພ້ອມໆກັນ ຕ່າງເບັ່ງບານ ແລະມີຄວາມສວຍງາມໃນແບບຂອງໃຜມັນ

 

ແຕ່ທີ່ເປັນຕາສົງໃສນັ້ນກໍ່ຄື ທັ້ງໆທີ່ເຮົາແຕກຕ່າງກັນກັນຢູ່ແລ້ວ ເປນຫຍັງຕ້ອງຢາກເປັນ ທີ1 ກັນອີກ?

ເມື່ອເຈົ້າ ເນັ້ນ ໄປທີ່ຈຸດອ່ອນຂອງເຈົ້າ ເຈົ້າຈຶ່ງກໍາລັງປຽບທຽບຕົນເອງກັບຈຸດແຂງທີ່ສຸດຂອງຄົນທີ່ເປັນ ທີ1 ໃນເລື່ອງນັ້ນໆ

ລອງເບີ່ງຈາກມຸມນີ້ອີກ...

 

 

Bill Gates ຜູ້ກໍ່ຕັ້ງບໍລິສັດ Microsoft ເຖິງແມ່ນວ່າຈະມີຜູ້ຄົນຍົກຍ້ອງລາວເປັນຈໍານວນຫຼາຍ ແຕ່ກໍ່ເຄີຍຖືກກ່າວຫາວ່າໃຊ້ອໍານາດ ແລະເຮັດທຸກວິທີທາງໃນການກີດກັ້ນຄູ່ແຂ່ງເພື່ອຜູກຂາດທຸລະກິດ Bill Gates ຄິດວ່າໄລຍະຊີວິດຫຼາຍສິບປີໃນການເຮັດວຽກ ລາວບໍ່ຄ່ອຍນຶກເຖິງເລື່ອງຄວາມບໍ່ເທົ່າທຽມຂອງໂລກໃບນີ້ ທຸກມື້ນີ້ Bill Gates ລາອອກ ແລະໃຊ້ເວລາສ່ວນໃຫຍ່ເຮັດວຽກເພື່ອສັງຄົມ ສ່ວນໜຶ່ງກໍ່ເພື່ອຊົດເຊີຍເລື່ອງລາວໃນອະດີດ.
 

Steve Jobs ຜູ້ກໍ່ຕັ້ງ Apple Computer ບໍລິສັດທີ່ມີມູນຄ່າມະຫາສານທີ່ສຸດໃນໂລກ ແລະຜະລິດຕະພັນ iPhone ທີ່ເຮົາຮູ້ຈັກກັນດີ ກໍ່ມີບຸກຄະລິກທີ່ຂັດແຍ່ງໃນຕົນເອງ Steve Jobs ເປັນຄົນທີ່ປະສົບຜົນສໍາເລັດຢ່າງຍິ່ງ ແຕ່ກໍ່ຖືກກ່າວຫາ ແລະຂຽນເຖິງ ຢ່າງຫຼາຍວ່າເປັນຄົນທີ່ມີບຸກຄະລິກ ຮຸນ ແລະເອົາແຕ່ໃຈຕົວເອງ ທຸກມື້ນີ້ລາວຍັງຕ້ອງຕໍ່ສູ້ກັບມະເຮັງໃນຕັບອ່ອນ

 

ຍ້ອນຍຸກໄປອີກຈັກໜ້ອຍໜຶ່ງ Albert Einstein ອັດສະຣິຍະ ເບີ1 ຂອງໂລກ ສັ່ງຕັດເຄື່ອງນຸ່ງແບບດຽວກັນ 7 ຊຸດ ໂດຍໃຫ້ເຫດຜົນວ່າ ລາວຈະໄດ້ບໍ່ຕ້ອງເປືອງສະໝອງມາເລືອກເຄື່ອງນຸ່ງວ່າຈະຕ້ອງໃສ່ໂຕໃດໃນແຕ່ລະມື້.

 

ເຫັນບໍ່ບາດນີ້... ມຸມມອງນີ້ Idol ຂອງເຈົ້າເອງເຂົາກໍ່ມີຈຸດອ່ອນ...

  

ດັ່ງນັ້ນ ວັນນີ້ ຫາກເຈົ້າຄືຄົນທີ່ເວົ້າບໍ່ເກັ່ງ ຈົ່ງປ່ອຍໃຫ້ຄົນທີ່ເວົ້າເກັ່ງທີ່ສຸດເວົ້າ ສ່ວນຕົວເຈົ້າເອງ ອາດເປັນນັກຟັງທີ່ດີ ຫຼືເປັນນັກອ່ານຕົວເອກ ແລ້ວວັນໜຶ່ງເມື່ອເຈົ້າຈັບສໍຂຶ້ນມາຂຽນ ເຈົ້າອາດຈະເປັນນັກຂຽນທີ່ເກັ່ງທີ່ສຸດ ກໍ່ອາດເປັນໄປໄດ້.

 
ຫາກເຈົ້າເບີ່ງຕົວເອງວ່າເປັນ ຄົນຊື່ໆກັບຊີວິດ ປ່ອຍໃຫ້ຄົນທີ່ຈິງຈັງກັບຊີວິດ ວັນໜຶ່ງຄວາມເປັນ ຄົນຊື່ໆກັບຊີວິດ ຂອງເຈົ້າອາດເຮັດໃຫ້ເຈົ້າຕັດສິນໃຈ ພາຍເປ້ ອອກທ່ອງທ່ຽວ ແລ້ວບໍ່ເທົ່າໃດປີ ເຈົ້າອາດຄົ້ນພົບຕົວເອງວ່າ ເປັນ Guide ນໍາທ່ຽວທີ່ມີລາຄາຄາໂຕແພງທີ່ສຸດ ໃນໂລກ...

 

ຫາກເຈົ້າເປັນຄົນບໍ່ກ້າ ລິເລີ່ມ ຈົງປ່ອຍໃຫ້ຄົນອື່ນ ລິເລີ່ມ ເຈົ້າອາດຈະເປັນນັກພັດທະນາຕໍ່ຍອດ ຈັບສິ່ງທີ່ມີຢູ່ແລ້ວ ມາຜະສົມຜະສານຈັນກາຍເປັນ ສິ່ງໃດສິ່ງໜຶ່ງທີ່ຄົນຈະປະຕິເສດມັນບໍ່ໄດ້.

ຫາກເຈົ້າຄິດວ່າຍັງຂາດທັກສະ ຫຼືຄວາມຮູ້ອີ່ຫຍັງບາງຢ່າງ ທີ່ຄົນອື່ນມີ ແຕ່ເຈົ້າບໍ່ມີ ກໍ່ຂໍໃຫ້ເຈົາຮູ້ໄວ້ວ່າຄົນອື່ນເຂົາເຈົ້າກໍ່ຕ້ອງການທັກສະ ຫຼືຄວາມຮູ້ໃນແບບທີ່ເຈົ້າມີ ແຕ່ເຂົາເຫຼົ່ານັ້ນບໍ່ມີ ເໝືອນກັນ.

 

ລອງເບີ່ງຕົວເຈົ້າເອງຈາກສິ່ງທີ່ເຈົ້າເປັນ ມັນບໍ່ມີຄໍາວ່າຈຸດອ່ອນ ທຸກຢ່າງມັນເປັນເລື່ອງຂອງມຸມມອງ ບໍ່ຕ້ອງປຽບທຽບ ເພາະເຈົ້າຄືຄົນທີ່ນັ່ງຢູ່ບ່ອນນີ້ ແລະດຽວນີ້.

ເຈົ້າຄືດອກໄມ້ ດອກດຽວໃນໂລກ ແລະຂ້ອຍຍາກຈະບອກກັບເຈົ້າວ່າຄວາມເປັນຕົວຂອງຕົວເຈົ້າເອງນັ້ນລະ ຄືຈຸດແຂງຂອງເຈົ້າ. ຈຸດອ່ອນຂອງເຈົ້າ ຄືຈຸດແຂງ ທີ່ໃຜໆໃນໂລກມາຍາດເອົາບໍ່ໄດ້.

Delicious Digg Fark Twitter