ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ບຸກຄົນໃດທີ່ມັກຂໍເບີສາວ ແລ້ວໄດ້ເບີມາ

ລະວັງເປັນເບີແຟນເຂົາເຈົ້າເດີ ດັ່ງກໍລະນີນີ້

ຫຼັງຈາກໄດ້ເບີສາວມາໃໝ່ ເລີຍຕັດສິນໃຈໂທໄປຫາ

ຂ້ອຍ: ຕຶດ. ຕຶດ. ຕຶດ. ຮາໂຫຼ ສະບາຍດີ (ພ້ອມລໍຖ້າສຽງຕອບຮັບ)

ລາວ: ເອີ ວ່າຈັ່ງໃດ (ເປັນສຽງຜູ້ຊາຍຕອບມາ)

ຂ້ອຍວາງສາຍໃນທັນທີ ອິອິອິ

ແລ້ວກະໂທກັບມາ

ລາວ: ຊິລົມກັນແມ່ນບໍ່

ຂ້ອຍ: ເອີ! ຄືວ່າ ໂທຜິດນະ ຂໍໂທດເດີ

ລາວ: ມຶງຢ່າມາອ້າງ ເບີແຟນກູເດີ ລະວັງໂຕໃຫ້ດີໃດ ຖ້າພໍ້ມຶງລະເຈັບໂຕແທ້ ແລະກະຢ່າໄປຂໍເບີໃຜທົ່ວທີບອີກເດີ

ຂ້ອຍ: ເອີ ຈັ່ງໃດມຶງກະຮູ້ລະ ກູຝາກຄວາມຄິດຮອດໄປຫາແຟນມຶງແດ່ເດີ (ພ້ອມດ້ວຍວາງສາຍ)

ເປັນອຸທາຫອນວ່າ ຄັນສິໄປຂໍເບີສາວໆ ໃຫ້ຖາມເຂົາເຈົ້າດີໆ ວ່າບໍ່ໄດ້ຂີ້ຕົວະ!!!

Delicious Digg Fark Twitter