ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ຕອນນີ້ວາງ2....ເລີຍຫາຫຍັງຂຽນຫລີ້ນ...ພໍມີຂ່າວແລະຮູບພາບໃຫ້ພີ່ນ້ອງພັນລາວເຮົາ.
ກັອບມາແຕ່ເວັບອ້າຍຫວຽດເພີ່ນ.....ປະມວນພາບທີ່ຄິດວ່າຫນ້າປະທັບໃຈຕະຫລອດອາທິດທີ່ຜ່ານ....ເຊີນຊົມໄດ້ເລີຍ+++
***ເລີ່ມຈາກພາບທີ່ກ່ຽວກັບຂ່າວຮັອດສຸດ2ຂອງໂລກຕອນນີ້ເລີຍເນາະ....

alt
ຢ້ານເປັນຫນິ້ວຫມາກໄຂ່ຫລັງ..ຍ້ອນນົມຜົງປົນສານmelamin.....ຂະນາດວ່າລີງອຸລາອຸຕັງຍັງຕອນຖືກຈັບໄປກວດເບີ່ງເລີຍ...

alt
ເກີບບິນ...ຂອງນາຍົກອິສລາເອລEhud Omert....ຕອນເປີດພິທີເຕະບານ.....ເສຍພາບພົດຫມົດເຍີຍ....ແຮະ222.

alt
ທ່ານJohn McCain-ຜູ້ສະມັກຊິກຕຳແຫນ່ງປະທານາທິບໍດີສະຫາລັດ....ກຳລັງຫາສຽງ(ຢ່າງກະຫາຍ)ໃນລັດPennsylvania.


alt

ທ່ານDmitry Medvedev-ປະທານາທິບໍດີລັດຊາຍ....ລົງຢ້ຽມຢາມຖານທັບເຮືອໃຕ້ນ້ຳຢູ່ຕາເວັນອອກໄກ.

alt
ຕ້ອງຂໍໂທດອ້າຍນ້ອງພັນລາວຫລາຍ2...ຮູບນີ້ບໍ່ຄ່ອຍຊັດ...ແຮະ222.
ນາງແບບມືນລົ້ມ...ຢູ່Milan(ອີຕາລີ)...ໂດຍກຳລັງເດີ້ນແບບໃຫ້ຍີຫໍ້ດັງPrada.....ຫນ້າ(ຈະ)ເຫັນອົກເຫັນໃຈເນາະ....ວ່າເບາະ.


alt
ແຄຣັອດ ກັບ ແອັປເປີ້ລ...ຈາກກຸ່ມGreenpeace....ກຳລັງຢືນປະທ້ວງຫນ້າປະຕູ ກະຊວງສຶກສາ ຂອງແມັກຊິໂກ....ເພື່ອຕໍ່ຕ້ານການຂາຍອາຫານກິນໄວ(fastfood)ໃນໂຮງຮຽນ.

alt
ບໍ່ແມ່ນແລ່ນຍາດເຈົ້າຂອງໄດອາລີ້ເດີ້....ບັນດາເຈົ້າສາວເຫລົ່ານີ້ກຳລັງແລ່ນເອົາເປັນເອົາຕາຍໃນງານແລ່ນຢູ່Minsk, Belarus.
ເຈົ້າສາວຜູ້ຊະນະຈະໄດ້ຮັບເງິນລາງວັນພ້ອມຄ່າໃຊ້ຈ່າຍທັງຫມົດຂອງງານແຕ່ງ(ຫນ້າຈະມາຈັດຢູ່ພັນລາວແນ່ເນາະ).


alt
ເຫັນ2ສອງຖົງຢາງກຳລັງຫວານຫວີ້ແບບນີ້....ແມ່ນຂອງນັກສຶກສາເກົາຫລີ...ເພື່ອປະຊາສຳພັນກ່ຽວກັບການມີເພດສຳພັນຢ່າງປອດໄພໃນງານວັດທະນະທຳsex ຢູ່ ມະຫາວິທະຍາໄລ Gyeongsang.

alt
ການສະແດງຂອງສາວZlata...ກໍ້ຮ່າງກາຍເຂົ້າຫນ່ວຍໂທລະທັດ..ທີ່ເຢຍລະມັນ....ເປັນຢ້ານກະດູກລາວຫັກທົບ.

ປິດທ້າຍດ້ວຍ....

alt
ຊຸດເຄື່ອງນຸ່ງພິເສດສະເພາະ...ໃຫ້ນ້ອງໄກ່Buffy...ຖືກຫລົກຂົນໄປປານນີ້...ຫນ້າສົງສານ...
ພໍຫອມປາກຫອມຄໍເນາະ....ທິດຫນ້າວ່າກັນໃຫມ່...ຖ້າມີຄຳເຫັນຫລາຍ...ແຮະ2222...
Delicious Digg Fark Twitter