ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ເພດທີ3......ຄິດແນວໃດກັບຄົນກຸ່ມນີ້.
ສ້າງເມື່ອ ສ.ຫ.. 16, 2008 38 ຄົນໂຫວດ, 30 ຄຳເຫັນ, ອ່ານ 1074 ເທື່ອ
ກ່ອນອື່ນຕ້ອງຂໍບອກກ່ອນວ່າ..ບໍ່ໄດ້ອອກມາຕໍ່ຕ້ານຫລືບໍ່ມັກກຸ່ມຄົນກຸ່ມນີ້ເດີ...ເຂົ້າເລື່ອງເລີຍເນາະ.
ໃນສັງຄົມປະຈຸບັນບໍ່ວ່າທົ່ວໂລກກໍ່ຄືໃນລາວເຮົາ,ເພດທີ3ໄດ້ມີແລະກໍ່ນັບມື້ຍິ່ງຫລາຍຂື້ນ.ກຸ່ມຄົນປະເພດນີ້ໂດຍລວມໆລະປະກອບມີ:
ກະເທີຍ,ຕຸດ,ແຕ໋ວ(ຊາຍຢາກເປັນຍິງ),ເກ,ໄບ(ຊາຍຮັກຊາຍ),ທອມ,ດີ້,ເລສ(ຍິງຢາກເປັນຊາຍ,ຍິງຮັກຍິງ)...ຫລາຍໆຊື່ທີ່ເອີ້ນສະເພາະ.
ເວົ້າສະເພາະທີ່ ຂພຈ ເຫັນບໍ່ວ່າໄປທາງໃດກໍ່ເຫັນມີທຸກບ້ານທຸກຖະນົນ,ທຸກໂຮງຮຽນ...ທຸກຫ້ອງນຳອີກ(ຢ່າງຫນ້ອຍກໍ່ບໍ່ລຸດລະ1ຄົນ)...ເກືອບວ່າມີຫມົດທຸກບ່ອນ.
ແລະ ຂພຈ ກໍ່ເຊື່ອແນ່ວ່າທຸກທ່ານທີ່ເຂົ້າມາອ່ານກະທູ້ນີ້ແນວໃດກໍ່ຕ້ອງມີລະຄົນທີ່ຮູ້ຈັກເປັນຄົນກຸ່ມນີ້(ບາງທີ່ກໍ່ແມ່ນກະໂຕທ່ານເອງກໍ່ໄດ້).
ເລີຍຢາກຖາມສຳຫລວດບັນດາຫມູ່ຄູ່ພັນລາວນຳກັນ....ຄິດເຫັນແນວໃດກັບ*ເພດທີ3*ນີ້ທີ່ມີໃນສັງຄົມເຮົາລະກໍ່ຕອນນີ້ກໍ່ເລີ່ມເພິ່ມຂື້ນຕະຫລອດອີກ.
****ໂວດແລ້ວລະກໍ່ຢ່າລືມອອກຄຳເຫັນນຳແນ່ເນີ້...ກັບຜົນໂວດໂຕເອງ****.