|
Punlao.com -- ພັນລາວ.ຄອມ ກໍ່ຕັ້ງຂຶ້ນໃນຕົ້ນປີ 2008 ດ້ວຍແນວຄິດທີ່ຈະເປັນຜູ້ໃຫ້ບໍລິການເວັບໄຊປະເພດ Social Networking ຂອງປະເທດລາວ ແລະຈະເປັນຊ່ອງທາງ ເພື່ອເຊື່ອມຕໍ່ຄົນລາວທີ່ອາໄສຢູ່ທົ່ວໂລກ ພ້ອມທີ່ຈະໃຫ້ສະມາຊິກແບ່ງປັນຄວາມຄິດເຫັນ ແລະເລື່ອງຕ່າງ ໆ ທີ່ຢາກບອກເລົ່າໄດ້ຜ່ານໄດອາຣີ່ ແລະອັລບັ້ມຮູບພາບ ແລະສົນທະນາກັນຜ່ານລະບົບສົນທະນາພາຍໃນເວັບພັນລາວ
ພັນລາວໃຊ້ເວລາເປີດໂຕບໍ່ຮອດສອງເດືອນ ກໍ່ມີສະມາຊິກເຂົ້າຮ່ວມຫລາຍກວ່າ 400 ຄົນ ສະຖິຕິໃນເດືອນທຳອິດຂອງການເປີດໂຕມີ Unique Visitors ສູງເຖິງ 5,416 ຄົນ ແລະ Page views ກວ່າ 71,198 ຄັ້ງ* (ນັບລວມຊ່ວງເວລາ Downtime) ອີກທັງມີແນວໂນ້ມຈະເພີ່ມຂຶ້ນເລື້ອຍ ໆ ໃນອະນາຄົດອັນໃກ້ນີ້
ສະຖິຕິປະຈຳເດືອນມີນາ ໒໕໕໑

ສະຖິຕິປະຈຳເດືອນເມສາ ໒໕໕໑

ສະຖິຕິປະຈຳເດືອນພຶດສະພາ ໒໕໕໑

ສະຖິຕິປະຈຳເດືອນມິຖຸນາ ໒໕໕໑

ກຸ່ມເປົ້າຫມາຍຂອງພັນລາວ ມີຕັ້ງແຕ່ນັກຮຽນ ນັກສຶກສາ (ມີອັດຕາສ່ວນກວ່າ 80% ຂອງສະມາຊິກທັງຫມົດ) ໄປຈົນຮອດລະດັບພະນັກງານ ຄອບຄຸມທັງຍິງ ແລະຊາຍ ເຫມາະສຳຫລັບການໂຄສະນາປະຊາສຳພັນກ່ຽວກັບຜະລິດຕະພັນ ຫຼືສິນຄ້າທີ່ມີກຸ່ມເປົ້າຫມາຍເປັນໄວລຸ້ນ
ເນື້ອຫາພາຍໃນເວັບໄຊພັນລາວ ໂດຍຫລັກແລ້ວຈະເປັນ User generated content ກ່າວຄືຜູ້ໃຊ້ງານເປັນຜູ້ຮ່ວມສ້າງສັນເນື້ອຫາດ້ວຍຕົນເອງ ບໍ່ວ່າຈະເປັນໄດອາຣີ່ ອັລບັ້ມພາບ ຄຳຄິດເຫັນຕ່າງ ໆ ເປັນຕົ້ນ ທີມງານພັນລາວຈະມີຫນ້າທີ່ກວດສອບຄວາມເປັນລະບຽບຮຽບຮ້ອຍ ແລະປັບປຸງການໃຊ້ງານຂອງລະບົບ ລວມເຖິງຈັດສັນຫມວດຫມູ່ໃຫມ່ ໆ ເພື່ອສ້າງປະສົບການທີ່ດີຕໍ່ຜູ້ໃຊ້ໃຫ້ດີຍິ່ງຂຶ້ນ
Punlao.com ມີຄວາມຍິນດີທີ່ຈະຮັບປະຊາສຳພັນຜະລິດຕະພັນ ແລະສິນຄ້າຂອງທ່ານໃຫ້ເປັນທີ່ຮູ້ຈັກໄດ້ໃນຮູບແບບຂອງ ໂຄສະນາ ຫຼືກິດຈະກຳພາຍໃນພັນລາວແຫ່ງນີ້ໄດ້
ອັດຕາຄ່າໂຄສະນາ
 (ຄລິກເພື່ອຂະຫຍາຍພາບ)
ໃນເວລານີ້ ພັນລາວໃຫ້ທ່ານສາມາດລົງໂຄສະນາສິນຄ້າ ຫຼືບໍລິການຂອງທ່ານໄດ້ 2 ຈຸດ ດັ່ງນີ້:
- ຫນ້າທຳອິດ ດ້ານຊ້າຍມື ຂະໜາດ 160x345 ລາຄາ $20 ຕໍ່ເດືອນ ຕໍ່ 1 ຕຳແຫນ່ງ
- ຫນ້າທຳອິດ ດ້ານເທິງ ຂະໜາດ 180x150 ລາຄາ $20 ຕໍ່ເດືອນ ຕໍ່ 1 ຕຳແຫນ່ງ
ຕິດຕໍ່ລົງໂຄສະນາ ຫຼືສອບຖາມຂໍ້ມູນເພີ່ມເຕີມ
- ໂທ 020 7771900 ຫຼື 020 5080577
- ອີເມລ webmaster@au8ust.org
*ໃຊ້ Google Analytics ເປັນໂຕນັບສະຖິຕິ
|