ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2009 | ມີ 19 ຄຳເຫັນ ແລະ 0 trackback(s)

ຮູບຂ້າງເທີງ - ພົນຕຳຫຼວດໂທ ກິດສະດາ ພັນຄົງຊື່ນ ຜູ້ບັນຊາການຕຳຫຼວດພູທອນ ພາກ 1 ຂອງໄທ

ຢ່າງລົມກັບຜູ້ທີ່ຖືກຈັບກຸມ

ທີ່ຖຶກຕຳຫຼວດຂອງໄທຫຼອກຈັບໄດ້ ເຊີງຜູ້ທີ່ຖືກຈັບບາງຄົນເຖີງກັບເຮັດໜ້າເຊັງໄປຕາມລະບຽບ

 

ຂ່າວຈາກ ASTVผู้จัดการออนไลน์

ຕຳຫຼວດໄທໄອເດຍບັນເຈີດ ສົ່ງຈົດໝາຍໄປຫາຄົນຮ້າຍຕາມທີ່ຢູ່ ໂດຍບອກວ່າ ແມ່ນຜູ້ໂຊກດີ

ໄດ້ຮັບເງີນ ແລະ ຊຸດໂຮມເທຍເຕີ ໃຫ້ມາຮັບລາງວັນດ້ວຍຕົນເອງ ກ່ອນຈັບໂຕໄດ້ຢ່າງງ່າຍ

ດ້ານຜູ້ທີ່ຖືກຈັບ ບອກວ່າ ດີໃຈຢ່າງຫຼາຍທີ່ໄດ້ລາງວັນ ແຕ່ພໍມາຖືກຈັບເຖີງກັບເຊັງ ບໍ່ຮູ້ວ່າ

ຕຳຫຼວດສິມີກົນອຸບາຍຫຼອກໄດ້ເຖີງປານນີ້

 

ເລື່ອງກໍມີຢູ່ວ່າ ເມື່ອເວລາ 13.30 ໂມງ ຂອງວັນນີ້(24 ທັນວາ 2009) ທີ່ກອງບັຊາການຕຳຫຼວດພູທອນ ພາກ 1

ພົນຕຳຫຼວດໂທ ກິດສະດາ ພັນຄົງຊື່ນ ຜູ້ບັນຊາການຕຳຫຼວດພູທອນ ພາກ 1 ຂອງໄທ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ

ພາຍຫຼັງຈາກການທີ່ຕຳຫຼວດຂອງໄທສາມາດຈັບກຸມຜູ້ຕ້ອງຫາຕາມໝາຍຈັບໃນຄະດີທີ່ຍັງຄົງຄັ່ງຄ້າງຢູ່ໃນພື້ນທີ່

ເຊັ່ນ ຄະດີຂະໂມຍ ຂົ່ມຂືນແມ່ຢິງ ເປັນຕົ້ນ ໂດຍສາມາດຈັບກຸມໄດ້ 14ຄົນ

ໂດຍການໃຫ້ສຳພາດຂອງ ພົນຕຳຫຼວດໂທ ກິດສະດາ ພັນຄົງຊື່ນ  ມີຄວາມວ່າໃນການຈັບກຸມໂຕຄັ້ງນີ້ ໄດ້ມີການວາງ

ແຜນໂດຍໃຊ້ວິທີການຂົດໝາຍໄປຍັງທີ່ຢູ່ຍັງຂອງຜູ້ຕ້ອງຫາຫຼາຍຄົນ ຕາມທີ່ມີໝາຍຈັບຢູ່ 100 ຄົນ ໂດຍເນື້ອ

ໃນຂອງຈົດໝາຍມີວ່າ ໃຫ້ຜູ້ທີ່ມີຊື່ຕາມໜ້າຊອງຈົດໝາຍທີ່ສົ່ງໄປນັ້ນ ແມ່ນຜູ້ໂຊກດີຈາກການສຸ່ມເບີໂທລະສັບມືຖື

ແລະໝາຍເລກປະຈຳໂຕປະຊາຊົນໃນທົ່ວປະເທດ  ເຊີ່ງເປັນໂຄງການສົ່ງຄວາມສຸກໃຫ້ປະຊາຊົນຂອງຕຳຫຼວດ

ໂດຍໃຫ້ເດີນທາງມາຮັບຂອງລາງວັນ ເຊັ່ນ ເງີນລາຄາ 8000 ບາທ ໂທລະພາບສີ ຕູ້ເຍັນ ຊຸດໂຮມເທຍເຕີ ໂດຍ

ໃຫ້ມາຮັບຂອງລາງວັນດ້ວຍຕົນເອງພາຍໃນວັນທີ່ 24 ທັນວາ 2009 ເທົ່ານັ້ນ

ພົນຕຳຫຼວດໂທ ກິດສະດາ ຍັງກ່າວຕື່ມວ່າ ໃນການຈັບກຸມຄັ້ງນີ້ແມ່ນຄະດີເກົ່າຕັ້ງແຕ່ຊ່ວງກ່ອນປີໃໝ່ ໃນຄັ້ງນີ້

ສິເຮັດໃຫ້ເກີດຜົນດີຫຼາຍຂຶ້ນ ເພາະຜູ້ທີ່ສິເຮັດຄວາມຜິດຈະໜ້ອຍລົງ ອີກທັງຍັງເຮັດໃຫ້ຜູ້ທີ່ຄຶດສິກໍ່ເຫດ ຮູ້ສຶກວ່າ

ເຮັດຄວາມຜິດແລ້ວ ກໍສິໂດນຈັບໄດ້ງ່າຍຂຶ້ນ ເພາະຕຳຫຼວດມີວິທີຈັບກຸມຢູ່ຫຼາຍວິທີ

ດ້ານ ທ້າວທີຣະຍຸດ ຈະເລີນສູງເນີນ ອາຍຸ 23 ປີ ຊາວຈັງຫວັດສຸລິນ ປະເທດໄທ ຜູ້ຕ້ອງຫາໃນຄະດີຂົ່ມຂືນເດັກ

ອາຍຸຕ່ຳກວ່າ 15 ປີ ກ່າວດ້ວຍສຽງທີ່ສຸດເຊັງວ່າ ຕົນໄດ້ເຮັດຄວາມຜິດທີ່ຈັງຫວັດສຸລິນ ແລ້ວໄດ້ໜີຄະດີມາທີ່

ບ້ານເກີດທີ່ສຸລິນ ແລ້ວເມື່ອ 2 ອາທິດທີ່ແລ້ວ ຕົນໄດ້ຮັບຈົດໝາຍວ່າເປັນຜູ້ໂຊກດີໄດ້ຮັບໂທລະພາບສີ 32 ນິ້ວ

ໂດຍໃຫ້ຕົນນຳບັດປະຊາຊົນມາຮັບທີ່ກຸງເທບ

ຕອນຫັ້ນຂ້ອຍດີໃຈຫຼາຍ ບໍ່ຄິດວ່າຕົນສິໂຊກດີຂະໜາດນີ້ເລີຍນຳເອກະສານ ແລະຫຼັກຖານຮີບເດີນທາງມາທີ່

ຈູດນັດໝາຍທັນທີ ແຕ່ພໍມາແລ້ວ ກະຖືກຕຳຫຼວດຈັບກຸມ ພ້ອມແຈ້ງຂໍ້ຫາ ແລະຄວບຄຸມໂຕໄວ້ ເຊີ້ງຂ້ອຍຄິດບໍ່ເຖີງ

ເລີຍວ່າຕຳຫຼວດສິມີກົນອຸບາຍຫຼອກຂ້ອຍໄດ້ຂະໜາດນີ້ ຂ້ອຍຕ້ອງຍອມອີຫຼີ  ທ້າວທີຣະຍຸດກ່າວ

 

ອ້າງອິງຈາກ http://www.manager.co.th/Crime/ViewNews.aspx?NewsID=9520000157958

 

 

 

 

 

 

Delicious Digg Fark Twitter