ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 24, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

ຫຼາຍທ່ານຄົງລຶ້ງເຄີຍກັບການເປີດ​​ແອທັນທີທີ່ຂຶ້ນລົດເພື່ອບັນເທົາຄວາມຮ້ອນແລະ ສ້າງບັນຍາກາດໃຫ້ເຢັນສະບາຍ, ​ແຕ່ເຊື່ອບໍ່ວ່ານັ້ນເປັນວິທີທີ່ທຳລາຍສຸຂະພາບຕົວເອງໂດຍສະເພາະຢ່າງຍິ່ງ​​ເມື່ອເວລາທີ່ທ່ານຈອດລົດຕາກແດດໄວ້. ທາງທີ່ດີຄວນເປີດ​​ແວ່ນຫຼັງຈາກຂຶ້ນລົດເພື່ອລະບາຍຄວາມຮ້ອນແລະ ຢ່າເປີດແອທັນທີ, ຈາກຜົນການວິ​​ໄຈແຜງຄວບຄຸມການເດີນເຄື່ອງຂອງຈັກລົດ(Console), ​ເບາະນັ່ງແລະ ນ້ຳຫອມປັບອາກາດຈະສ້າງສາເບັນຊິນທີ່ເປັນສານກໍ່ມະເຮັງຂຶ້ນ. ນອກຈາກເປັນສາເຫດໃຫ້ເປັນມະເຮັງແລ້ວສານດັ່ງກ່າວຍັງເປັນພິດຕໍ່ກະດູກເຮັດ​​ໃຫ້ເກີດໂຣກເລືອດຈາງແລະ ຫຼຸດຈຳນວນເມັດເລືອດຂາວເຊິ່ງໃນໄລຍະຍາວອາດເຮັດໃຫ້ເປັນມະເລັງເມັດເລືອດຂາວ(Leukaemia) ​ແລະ ອາດເປັນອັນຕະລາຍຕໍ່ລູກໃນທ້ອງຂອງແມ່ໄດ້. ລະດັບຂອງສານເບັນຊິນທີ່ຍອມຮັບໄດ້ໃນອາຄານຫຼື​​ໃນລົດແມ່ນ 50 mg/ft2, ​ແຕ່ລະດັບຂອງສານເບັນຊິນໃນລົດທີ່ຈອດຢູ່ໃນບ່ອນຮົ່ມມີຄ່າຢູ່ 400 – 800 mg. ຫາກລົດຈອດຢູ່ກາງແຈ້ງທີ່ມີອຸນຫະພູມສູງເກີນກວ່າ 15.5˚c ລະດັບຂອງສານເບັນຊິນຈະສູງເຖິງ 2,000 – 4,000 mg ນັ້ນກໍ່ມາຍເຖິງສູງກວ່າລະດັບທີ່ຍອມຮັບໄດ້ເຖິງ 40 ເທົ່າ, ເຊິ່ງຄົນທີ່ຢູ່ໃນລົດຫາຍໃຈເອົາສານພິດທີ່ສູງເກີນມາດຕະຖານດັ່ງກ່າວເຂົ້າໄປຢ່າງຫຼີກລ່ຽງບໍ່ໄດ້. ສະນັ້ນ, ຄວນເປີດປະຕູ ແລະ ແວ່ນລົດໄວ້ຈັກໄລຍະໜຶ່ງເພື່ອໃຫ້ອາກາດຢູ່ໃນລົດອອກມາກ່ອນຈະເຂົ້າໄປນັ່ງ.

 

ໄປເຈິຢູ່ໜັງສືພິມ ປະຊາຊົນ ສະບັບວັນທີ 22 ມີນາ 2010, ຄໍລ້ຳສາລະໜ້າຮູ້

 

Delicious Digg Fark Twitter