ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີຍີງຄົນໜື່ງໄດ້ຖາມຊາຍຄົນທີ່ລາວຮັກວ່າ

ຍິງ: ເຈົ້າວ່າຂ້ອຍໜ້າຮັກບໍ່?

ຊາຍ: ບໍ່

ຍິງ: ເຈົ້າຢາກໃຊ້ຊີວິດຢູ່ນຳຂ້ອຍບໍ່?

ຊາຍ: ບໍ່

ຍິງ: ເຈົ້າຈະໄຫ້ບໍ່ຖ້າຂ້ອຍຈາກເຈົ້າໄປ?

ຊາຍ: ບໍ່..

ເມື່ອໄດ້ຍິນດັ່ງນັ້ນລາວກໍ່ຮ້ອງໄຫ້ອອກມາ

ຊາຍຄົນນັ້ນກໍ່ເຂົາໄປກອດລາວໄວ້ແລ້ວເວົ້າໃຫ້ລາວຟັງວ່າ

ທີ່ບອກວ່າເຈົ້າບໍ່ໜ້າຮັກ ກໍ່ເພາະວ່າເຈົ້າງາມ

ທີ່ບອກວ່າບໍ່ຢາກໃຊ້ຊິວິດຢູ່ກັບເຈົ້າ ກໍ່ເພາະວ່າຂ້ອຍໃຊ້ຊີວິດຢູ່ເພື່ອເຈົ້າ

ແລະທີ່ບອກວ່າຈະບໍ່ໄຫ້ຖ້າເຈົ້າຈາກຂ້ອຍໄປ ເພາະຂ້ອຍຄົງຈະມີຊີວິດຢູ່ຕໍ່ໄປບໍ່ໄດ້ຖ້າບໍ່ມີເຈົ້າ

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່