ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກມີຢູ່ຫຼາກຫຼາຍຮູບແບບ ມື້ນີ້ຈະຍົກຂື້ນມາໃຫ້ຮູ້ໜື່ງຮູບແບບກ່ອນ

 ຮັກຄືການໃຫ້

ຮັກຄືການໃຫ້ໂດຍບໍ່ຫວັງຜົນຕອບແທນ ສ່ວນຫຼາຍຮັກແບບນີ້ມັກຈະພົບເຫັນຢ່າງຫຼວງຫຼາຍຢູ່ໃນຄອບຄົວຂອງເຮົາ ໂດຍສະເພາະແມ່ນຈາກຜູ້ທີ່ໃຫ້ກຳເນີດເຮົາຂື້ນມາ. ເລື່ອງນີ້ໃຜກໍ່ຄົງຈະຮູ້ຢູ່ແລ້ວ ແຕ່ທີ່ຂ້ອຍຈະນຳມາຂຽນນີ້ແມ່ນເລື່ອງນອກຄອບຄົວແລະເປັນເລື່ອງຈິງ ມັນເກີດຂື້ນຕອນທີ່ຂ້ອຍຮຽນຢູ່ ມໍ.6 ມີຄົນຮັກຄູ່ໜື່ງທີ່ຝ່າຍຊາຍຮັກຝ່າຍຍິງຫຼາຍ ເພາະເປັນຮັກຄັ້ງແລກຂອງລາວ ລາວເປັນຄົນທີ່ຍອມແຟນຫຼາຍ ເຂົາທັງ 2 ຄົບກັນມາ 4 ປີແລ້ວ ແຟນລາວຕ້ອງການສິ່ງໃດທີ່ລາວຫາມາໄດ້ ລາວກໍ່ຈະເອົາມາໃຫ້. ມີມື້ໜື່ງແຟນຂອງລາວມາບອກເລີກແລະຂໍໃຫ້ລາວໄປບອກກັບຊາຍອີກຄົນວ່າ ທັງສອງເປັນພຽງອ້າຍນ້ອງກັນເທົ່ານັ້ນ ລາວກໍ່ຍອມເຮັດໃຫ້ ຜ່ານໄປ 3 ເດືອນ. ແຟນຂອງລາວກໍ່ມາຂໍຄືນດີ ແລ້ວເຂົາທັງສອງກໍ່ກັບມາຄົບກັນອີກຄັ້ງ. ດຽວນີ້ຂ້ອຍຮຽນຢູ່ ປີ2 ແລ້ວ. ເລື່ອງແບບນັ້ນກໍ່ເກີດຂື້ນອີກຄັ້ງ ລາວກໍ່ຍອມໄປບອກກັບຄົນຮັກໃໝ່ຂອງແຟນລາວ ວ່າເປັນພຽງອ້າຍນ້ອງກັນ ຜ່ານໄປເດືອນເຄີ່ງແຟນລາວກັບມາອີກຄັ້ງ ເຂົາກໍ່ຄົບກັນອີກ

  • ເພື່ອນໆຄິດວ່າເປັນຫຍັງລາວຈື່ງຍອມ ຄວາມຮັກ, ຄວາມສົງສານ, ຄວາມໂງ່.... ຫຼືເພື່ອນໆເພື່ອນມີຄຳແນະນຳໃໝ່ໆ ດີໆ ທີ່ຈະແນະນຳລາວ ບອກຜ່ານຂ້ອຍກໍ່ໄດ້ ແລ້ວຂ້ອຍກໍ່ຈະແນະນຳລາວຕໍ່

ພົບກັນໃໝ່ໃນຄວາມຮັກແບບອື່ນໆເດີ (*_*)

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່