ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 10, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກົດເກນຕ່າງໆໃນຊີວິດປະຈຳວັນມີຢ່າງຫຼວງຫຼາຍ ແຕ່ pepsiຈະມາສະເໜີກົດເກນທີ່ສຳຄັນຂອງ ສາສະດາຈານທັງ5ຄົນ ດັ່ງນີ້:

1. ສຈ.ຕຸ້ຍ alt ໃຫ້ກົດເກນວ່າ:

- ຖ້າເຮົາແກວ່ງກ້ອນຫີນໄປຢ່າງບໍ່ມີຈຸດໝາຍ ມັນຈະໄປກະທົບກັບວັດຖຸທີ່ມີຄ່າ ຢ່າງແນ່ນອນ.

2.ສຈ.ດາວ alt ໃຫ້ກົດເກນວ່າ:

- ຖ້າເຮົາມ້າງອຸປະກອນເຄື່ອງຈັກ ຫຼື ເຄື່ອງເອເລັກໂຕນິກ ເມື່ອປະກອບມັນຄືນ ຈະມີນັອດ ເຫຼືອ ຢ່າງແນ່ນອນ.

3.ສຈ.ພົງ ເວົ້າວ່າ:

- ເຄື່ອງທີ່ເຮົາພົບເຫັນຢູ່ທຸກໆມື້ ມັນຈະຫາຍໄປ ເມື່ອເວລາ ທີ່ເຮົາຕ້ອງການຈະໃຊ້ມັນ alt.

4.ສຈ.ຊ້າງ ກ່າວວ່າ:

- ເວລາໄປດູມໍ ໝໍດູຈະທຳນາຍເລື່ອງຕ່າງໆ ທັງດີ ທັງຮ້າຍ ແຕ່ເລື່ອງທີ່ໝໍດູທຳນາຍຖືກທີ່ສຸດແມ່ນ ເລື່ອງທີ່ຮ້າຍທີ່ສຸດ.

5.ສຈ.ວົງ ສະເໜີວ່າ:

-  ຂໍ້1 ຜູ້ໃຫຍ່ເຮັດຫຍັງບໍ່ເຄີຍຜິດ

   ຂໍ້2 ຖ້າຜູ້ໃຫຍ່ເຮັດຜິດແທ້ໆ ໃຫ້ກັບຄືນໄປເບ່ງຂໍ້ທີ1

 

ເປັນແນວໃດໝູ່ໆຜູ້ອ່ານ ຄົງເຄີຍພົບກັບບັນຫາທີ່ຄືກັບກົດເກນຂອງ ສຈ ທັງ5 ແລ້ວແມ່ນບໍ່?? alt

Delicious Digg Fark Twitter