ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

 


ເມົາຄ້າງ (Hang Over) ເປັນຄວັນຫລົງຂອງຄວາມມ່ວນຊື່ນຊົ່ວຂະນະ ທີ່ຕ້ອງຍົກໃຫ້ວ່າເປັນຄວາມທໍລະມານແບບສຸດໆ ເລີຍ ເພາະທັງມືນ, ທັງວິນ, ຫມົດສະພາບ, ທີ່ແນ່ໆ
ອາການພື້ນຖານທີ່ເວັ້ນບໍ່ໄດ້ ຄື: ຢາກຖ່າຍເທສິ່ງດື່ມເຂົ້າໄປເມື່ອຄືນນັ້ນ
ອອກມາເສຍໃຫ້ຫມົດ ອາການເມົາເກິດຂື້ນໄດ້ ກັບຄົນທີ່ດື່ມແອລກໍຮໍຫລາຍເກິນໄປ ເມື່ອເມົາແລ້ວແຕ່ລະຄົນຈະສະແດງອອກແຕກຕ່າງກັນໄປ ບາງຄົນເມົາແລ້ວມ່ວນເປັນພິເສດ, ບາງຄົນເມົາແລ້ວແສນທຸກ ແລະ ຈະທໍລະມານຫນັກຫລາຍຂື້ນໄປອີກຖ້າເມົາຄ້າງໃນມື້ເຊົ້າຕໍ່ມາ ໂອກາດທີ່ຈະເມົາຄ້າງຕາມມາ ບໍ່ແມ່ນເປັນກັບທຸກຄົນທີ່ດື່ມຫລາຍພຽງຢ່າງດຽວ ແຕ່ການທີ່ຈະເມົາໄວ ຫລື ເມົາຄ້າງນັ້ນ ມີປັດໄຈເສິມຢູ່ຄື: ກະເພາະອາຫານວ່າງກ່ອນດື່ມ, ອົດນອນມາກ່ອນ, ມີຄວາມຄຽດເປັນທຶນເກົ່າ ຫລື ຢູ່ໃນພາວະຂາດນ້ຳ ເປັນຕົ້ນ.
* ອາການເມົາເກິດຂື້ນໄດ້: ຈາກການດື່ມແອລກໍຮໍຫລາຍເກິນໄປ ຈົນເຮັດໃຫ້ເສຍດຸນຂອງຮໍໂມນ ເກິດການປ່ຽນແປງຂອງສານສົ່ງຜ່ານປະສາດ ແລະ ສານທາງຊີວະພາບອື່ນໆ ພາຍໃນຮ່າງກາຍ ຄົນເມົາຄ້າງຈຶ່ງປວດຫົວ, ປວດຮາກ, ທ້ອງລ້ວງ, ເບື່ອອາຫານ, ເຈັບກະເພາະ, ມືສັ່ນ, ເມື່ອຍ, ອ່ອນເພຍ, ຮູ້ສຶກບໍ່ສະບາຍຕ່າງໆ ການເມົາຄ້າງຍັງມີຜົນເຮັດໃຫ້ຫົວໃຈເຕັ້ນໄວຂື້ນ ເພາະເພິ່ມການເຮັດວຽກຂອງຫົວໃຈ ຈົນປະກົດວ່າຄົນທີ່ເປັນໂລກຫົວໃຈ ມີອັດຕາການຕາຍເພິ່ມຂື້ນຈາກການເມົາຄ້າງ ເຖິງວ່າທ່ານຈະເຊົາເມົາແລ້ວກໍ່ຕາມ ແຕ່ຜົນຈາກການເມົາກໍ່ຈະຍັງສົ່ງຜົນເສຍຕໍ່ລະບົບປະສາດ ໂດຍເຮັດໃຫ້ການແພ່ຂອງຄື້ນສະຫມອງຊ້າກວ່າປົກກະຕິ ເປັນເວລາຫລາຍຊົ່ວໂມງ ຫລັງຈາກຮ່າງກາຍກຳຈັດແອລກໍຮໍອອກໄປຫມົດແລ້ວ ການເຮັດວຽກຂອງກ້າມເນື້ອຮ່ວມປະສາດບົກພ່ອງເປັນເວລາດົນ ເຖິງວ່າຈະບໍ່ພົບເຫັນແອລກໍຮໍໃນເລືອດແລ້ວກໍ່ຕາມ. ແຕ່ຖ້າເມົາແລ້ວມີອາການຫນ້າເປັນຫ່ວງ ເຊັ່ນ: ປວດຫົວຮຸນແຮງ, ຄື້ນໄສ້ປວດຮາກຫລາຍ, ທ້ອງລ້ວງຮຸນແຮງຈົນເຮັດໃຫ້ເກິດພາວະຂາດນ້ຳ ແລະ ອ່ອນເພຍ ຫລື ເມົາຄ້າເກິນກວ່າ 1 ມື້, ເຫລົ່ານີ້ກໍ່ສົມຄວນແກ່ການໄປຫາທ່ານຫມໍແລ້ວ

ເຄັດລັບ ການຫລີກລ້ຽງ ແລະ ປ້ອງກັນການເມົາຄ້າງ
* ຄວນກິນຢາແກ້ປວດກຸ່ມ NSIDs ຫລື ໄອບູໂພຣເຟນກ່ອນດື່ມແອລກໍຮໍ ເພາະຢາຈະມີລິດຢັບຢັ້ງເອນໄຊມ໌ prostaglandin ທີ່ເຮັດໃຫ້ເກິດອາການປວດ ແຕ່ບໍ່ຄວນກິນປາຣາເຊຕາມອລໂດຍບໍ່ຈຳເປັນເວລາດື່ມ ຫລື ກ່ອນນອນຫລັງຈາກດື່ມ ເພາະທັງແອລກໍຮໍ ແລະ ພາຣາເຊຕາມອລມີອັນຕະລາຍຕໍ່ຕັບ ເມື່ອກິນພ້ອມກັນຈະອັນຕະລາຍຫລາຍຂື້ນ ຫລີກລ້ຽງການດື່ມເຄື່ອງດື່ມຕ່າງຊະນິດທີ່ປະສົມເຂົ້ານຳກັນ
* ບໍ່ຄວນດື່ມແອລກໍຮໍເວລາທ້ອງວ່າງ ເພາະອາຫານໃນກະເພາະຈະຊ່ວຍປ້ອງກັນບໍ່ໃຫ້ແອລກໍຮໍ ຖືກດູດຊືມເຂົ້າສູ່ກະແສເລືອດໄວເກິນໄປ ການກິນອາຫານຫລາຍລະຫວ່າງດື່ມແອລກໍຮໍ ຈະຍິ່ງຢັບຢັ້ງການເມົາໄດ້ຫລາຍຂື້ນ
* ຫລີກອາຫານປະເພດໄຂມັນແຕ່ຖ້າເມົາຄ້າງແລ້ວລອງປະຕິບັດຕາມຂໍ້ແນະນຳດ້ານລຸ່ມນີ້ ສົນໃຈແບບໃດກໍ່ລອງເບິ່ງໄດ້ເດີ້:
* ດື່ມນົມອຸ່ນໆ ເທື່ອດຽວໃຫ້ຫມົດຈອກ
* ດື່ມກາເຟດຳຮ້ອນໆ
* ດື່ມນ້ຳຊາແກ່ໆ ອຸ່ນໆ
* ດື່ມນ້ຳລ້າຫລາຍໆ
* ດື່ມນ້ຳຫມາກໄມ້ສົດໆ ຫລື ຫມາກໄມ້ສົດແຊ່ເຢັນ ເຊັ່ນ: ຫມາກໂມແຊ່ເຢັນ
* ດື່ມ Bloody Mary (ຄອກເທ໊ລຊະນິດຫນື່ງ) ຈັກຈອກ ຈະປ່ຽນທາງຄົດໂຄ້ງໃຫ້ເປັນເສັ້ນຊື່
* ຖ້າຍັງບໍ່ດີຂື້ນແນ່ນອນຕ້ອງເພິ່ງພາຢາຫອມປະສົມນ້ຳອຸ່ນ ຈະຢາດົມນຳກໍ່ໄດ້
* ໃຊ້ຜ້າຈຸ່ມນ້ຳເຢັນເຊັດບໍລິເວນໃບຫນ້າ ແລະ ຫົວ
* ສຸດທ້າຍຖ້າບໍ່ຢາກທໍລະມານຫລາຍກໍ່ໃຫ້ຫມູ່ເພື່ອນພາໄປຫາຫມໍເດີ້ ສະໄຫມນີ້ເພິ່ນມີຢາແກ້ hang over ກັນແລ້ວ ຄິດວ່າຄົງຈະໄດ້ຜົນພໍສົມຄວນ

Delicious Digg Fark Twitter