ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

 

 

 

ເພື່ອນຜູ້ອ່ານຂາປະຈຳ ຈາກກະຊວງຖະແຫຼງຂ່າວ-ວັດທະນະທຳເຮົານີ້ເອງ ສ່ອງແສງເລື່ອງການໃຊ້ແພບ່ຽງ ທີ່ບໍ່ຖືກຕ້ອງ ເຊິ່ງເກີດຈາກຄວາມບໍ່ເຂົ້າໃຈ ວ່າອັນໃດຖືກ ... ອັນໃດບໍ່ເໝາະສົມ ເພິ່ນວ່າແພບ່ຽງນັ້ນ ຈະເປັນລາຍແຕ່ບໍ່ມີຂອບ (ຂອບສອງເບື້ອງ) ເພາະຫາກມີຂອບ ນັ້ນແມ່ນຕີນສີ້ນ.

ຕາມວັດທະນະທຳ ຕາມຮີດຕາມຄອງ ຕາມປະເພນີລາວແລ້ວ ຕີນສີ້ນເພິ່ນຖືວ່າຢູ່ທີ່ຕ່ຳ ຄັນຫາກແມ່ນເຮົາບໍ່ຮູ້ຈັກ ເອົາມາໃຊ້ເປັນແພບ່ຽງ ເວລາເຂົ້າຮ່ວມພິທີກຳໃດໜຶ່ງ ກໍຖືວ່າບໍ່ສົມຄວນ ບໍ່ເໝາະສົມ ເພິ່ນກ່າວເນັ້ນຕື່ມອີກວ່າ: ດຽວນີ້ເຮົາສັບສົນ ເພາະຄວາມເອີ້ນລະຫວ່າງຜ້າກັບແພນັ້ນ ຄິດວ່າເປັນຄຳສັບອັນດຽວ ເຊິ່ງທີ່ຈິງບໍ່ແມ່ນຄຳວ່າ ຜ້ານັ້ນໝາຍເຖິງ ແຜ່ນແພທີ່ຕ່ຳດ້ວຍຝ້າຍ ຫຼື ໄໝ ສຳລັບໃຊ້ນຸ່ງຫົ່ມ ສ່ວນຄຳວ່າແພນັ້ນ ແມ່ນແຜ່ນທີ່ຕ່ຳດ້ວຍຝ້າຍ ຫຼື ໄໝ ທີ່ຍັງບໍ່ທັນໄດ້ໃຊ້ເປັນເຄື່ອງນຸ່ງຫົ່ມ.

ແນວລາວ ຍອມຮັບວ່າ ເລື່ອງນີ້ບໍ່ຄ່ອຍຮູ້ເລິກປານໃດ ສະນັ້ນ ຈຶ່ງລົງພິມເພື່ອຢາກໃຫ້ທ່ານຜູ້ຮູ້ທັງຫຼາຍ ມີຄຳເຫັນເຂົ້າມາຄໍລຳພວກເຮົາ ເພື່ອອະທິບາຍໃຫ້ສັງຄົມ ໄດ້ຮູ້ວ່າແພບ່ຽງທີ່ຖືກຕ້ອງ ແມ່ນແນວໃດ ຕີນສີ້ນ ແມ່ນແນວໃດ ການທີ່ເອົາຕີນສີ້ນໄປຕັດເສື້ອ ໄປນຳໃຊ້ແທນແພບ່ຽງນັ້ນ ເໝາະສົມບໍ່ ຄໍລຳພວກເຮົາ ມີໜ້າທີ່ຄືດັ່ງໄດ້ກ່າວໄວ້ ຫຼາຍຄັ້ງຫຼາຍຫົນແລ້ວວ່າ ເປັນເວທີຂອງໝົດທຸກຄົນ ໄດ້ສະແດງຄຳຄິດຄຳເຫັນ ທີ່ມີລັກສະນະສ້າງສັນ ພ້ອມກັນເຮັດໜ້າທີ່ຂອງພົນລະເມືອງດີ ເຮັດໜ້າທີ່ເປັນເຈົ້າຂອງປະເທດຊາດ ທີ່ແທ້ຈິງ.

ສ່ວນ ແນວລາວ ໃນຖານະຜູ້ຂຽນບົດລົງປະຈຳຄໍລຳນີ້ ກໍປະຕິບັດຕາມໜ້າທີ່ຂອງຕົນເອງ ຢ່າງເຄັ່ງຄັດຕາມກົດໝາຍກຳນົດ ຄື: ກົດໝາຍວ່າດ້ວຍສື່ມວນຊົນ ໃນກົດໝາຍໄດ້ກຳນົດຢ່າງລະອຽດ ກ່ຽວກັບໜ້າທີ່  ແລະ ສິດຂອງນັກຂ່າວ (ມາດຕາ 37) ພ້ອມກັນນັ້ນ ກົດໝາຍຍັງລະບຸເຖິງ ສິດເສລີພາບຂອງພົນລະເມືອງລາວ ດ້ານສື່ມວນຊົນ (ມາດຕາ 14,15,16,17).

ສຳລັບຄຳສັບນັກຂ່າວນັ້ນ ໝາຍເຖິງບຸກຄະລາກອນ ຂອງອົງການສື່ມວນຊົນ ທີ່ເຮັດໜ້າທີ່ຊອກເກັບກຳຂໍ້ມູນ ຂ່າວສານ ຢູ່ພາຍໃນ ແລະ ຕ່າງປະເທດ ແລ້ວແຕ່ງເປັນບົດ ຂ່າວ ແລະ ລາຍການສະໜອງ ໃຫ້ແກ່ພາຫະນະສື່ມວນຊົນ.

ຂໍຮຽກຮ້ອງ ແລະ ຊັກຊວນບັນດາທ່ານທັງຫຼາຍ ທີ່ຮູ້ກ່ຽວກັບວັດທະນະທຳ ການໃຊ້ແພບ່ຽງ ໄດ້ອອກຄຳເຫັນຊ່ວຍກັນ ວ່າອັນໃດສົມຄວນ ແລະ ເໝາະສົມ ຄຳເຫັນຂອງທ່ານ ຖືເປັນຄຳເຫັນທີ່ປະເສີດສຳລັບຜູ້ບໍ່ຮູ້ນໍ ?.

Delicious Digg Fark Twitter