ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 28, 2010 | ມີ 19 ຄຳເຫັນ ແລະ 0 trackback(s)

 

 

 

ເວລາທີ່ຜູ້ຊາຍມີຄວາມສົນອົກສົນໃຈ ຕໍ່ຜູ້ຍິງຄົນໃດຄົນໜຶ່ງ ຈົນກ້າວໄປສູ່ການເກີດຄວາມຮັກໄດ້ນັ້ນ ເຮົາບໍ່ເຄີຍເບິ່ງເຫັນຄວາມຂີ້ຮ້າຍ ຫຼື ສິ່ງບໍ່ດີ ໃນຕົວຂອງນາງ ຈັກໜ້ອຍເລີຍ ແມ່ນບໍ ໝູ່ວ່າຂີ້ໝິ້ນໝໍ້ຕິດໜ້າເຂົາ ເຮົາກໍເຫັນເປັນຂີ້ແມງວັນ ໝູ່ທ້ວງນາງດັງແໝບ ເຮົາກໍຖຽງວ່າທຳມະຊາດຂອງຄົນງາມ ໝູ່ວ່ານາງເຕ້ຍໝາກຂາມຂໍ້ດຽວ ເຮົາກໍຢືນຢັນວ່າ ຂາຍາວຮຽວອາດຫຼາດດັ່ງງາຊ້າງ ໝູ່ວ່ານາງໜ້າແຫຼ້ ເຮົາກໍຍັງເຫັນວ່າ ໜ້ານາງນັ້ນຂາວນວນຜຸດຜ່ອງ ເໝືອນດັ່ງຍອງຝ້າຍ ໝູ່ວ່າທ້າຍລີບ ເຮົາກໍວ່າທ້າຍເຫວີ ປານທ້າຍເຮືອຊ່ວງ ໝູ່ວ່າລາວມີແຟນຫຼາຍຄົນແທ້ໆເດີ ! ເຮົາກໍຕອບວ່າ: ກໍຊ່າງລາວ... ຂໍພຽງມັກເຮົາຄົນດຽວກໍພໍ... ແນ໊ ! ເຫັນບໍ່ວ່າ ຄວາມຮັກພາໃຫ້ຄົນຕາບອດ ເບິ່ງຈັ່ງໃດກໍເປັນຄົນງາມສະເໝີ ໃນສາຍຕາຂອງພະເອກ ເຖິງວ່າຢູ່ອ້ອມຂ້າງແອວ ຈະມີຄົນງາມ ແລະ ຄົນດີ ຫຼວງຫຼາຍພາຍມາກ ແຕ່ສາຍຕາຂອງເຮົາ ກໍແນມບໍ່ສູ້ເຫັນ ຍ້ອນຄວາມຫຼົງ ແລະ ຮັກ ຈົນສຸດໝາກກະດອງໃຈ ເວົ້າອີກແນວໜຶ່ງ ສຳລັບນາງເອກ ໃນຫົວໃຈແລ້ວ ແນວໃດນາງກໍເປັນຜູ້ຍິງໃນຝັນ ພຽງຄົນດຽວ ໃນໂລກນີ້.

ຄຳວ່າ: ນາງເອກ ໝາຍເຖິງຜູ້ຍິງທີ່ເປັນໜຶ່ງ ຍິງທີ່ຍອດຢ້ຽມ ທຳມະຊາດສ້າງໃຫ້ຜູ້ຍິງ ເກີດມາມີຄວາມອ່ອນໂຍນ ໜ້າຮັກ ແລະ ຫວານຊຶ້ງ... ຈັບອົກຈັບໃຈ ສິ່ງສຳຄັນ ແນວໃດກໍຕາມ ຈະຕົກຢູ່ໃນສະຖານະການໃດໆກໍຊ່າງ ຕ້ອງຮັບຮູ້ວ່າ: ນາງຢາກເຫັນຄົນຮັກ ຕ້ອງການໃຫ້ມີຄົນເອົາອົກເອົາໃຈ ໃສ່ໃຈດູແລ ແລະ ປົກປ້ອງນາງຢູ່ຕະຫຼອດເວລາ ແມ່ນຢູ່ ! ຫຼາຍໆຄັ້ງ ເຖິງນາງຈະບໍ່ມີເຫດຜົນ ຜິດພາດແດ່ ແລະ ເຮັດໃຫ້ທ່ານບໍ່ພໍໃຈພຽງໃດ... ແຕ່ນາງກໍຢາກໃຫ້ຄົນຮັກ ງໍ້ ອອຍເອົາອົກເອົາໃຈ ເວົ້າດີນຳ ແລະ ຍົກຍ້ອງຢູ່ຕໍ່ໜ້າຄົນອື່ນ... ເພາະຄົນຮັກ ຄື ນາງເອກ ແລະ ຖືກສະເໝີ ສະນັ້ນ ຜູ້ຊາຍທີ່ວ່າຫົວໃຈຫີນ ກໍຍັງເປື່ອຍລະລາຍ ອົດໃຈບໍ່ຢາກຢູ່ ເມື່ອສຳຜັດກັບຄວາມດີ ແລະ ໜ້າຮັກຂອງນາງ ເຮັດໃຫ້ຫົວໃຈຂອງຜູ້ຊາຍ ທີ່ວ່າແຂງແກ່ນຄືເພັດນັ້ນ ເມື່ອມີນາງເອກສົ່ງສາຍຕາ ອ້ອນວອນມາຫາ ກໍຍັງເກີດຄວາມຫວັ່ນໄຫວ ໃຈຊິຫຼູດຊິຂາດ... ແຕ່ສິ່ງທີ່ຢາກນຳມາແລກປ່ຽນ ຮອດມື້ນີ້ ມື້ທີ່ນາງຕ້ອງລ້ຽງລູກຫຼາຍຄົນ ມີພາລະຫຼາຍຢ່າງ ນາງອາດເບິ່ງແຍງທ່ານບໍ່ທົ່ວເຖິງ ຫຼົງລືມແດ່ໃນບາງໂອກາດ ຈິດໃຈນາງກໍບໍ່ຄືເກົ່າ ອາດເຈົ້າອາລົມແດ່ ຫງຸດຫງິດງ່າຍ ບໍ່ສະາຍໃຈໃນຫຼາຍໆຢ່າງ ບາງທີ່ສາຍຕາຫ່ວງໃຍ ທີ່ທ່ານເຄີຍແນມດ້ວຍຄວາມຫຼົງໄຫຼ ຍົກຍ້ອງນາງດ້ວຍຄວາມເທີດທູນ ຄືດັ່ງຜ່ານມານັ້ນ ອາດຈະປ່ຽນແປງໄປ ເຮັດໃຫ້ນາງນ້ອຍໃຈ ຄິດວ່າຄວາມຮັກ ແລະ ຄວາມສົນອົກສົນໃຈຂອງທ່ານ ໜ້ອຍລົງ ເຖິງວ່າທ່ານບໍ່ໄດ້ເປັນຄືດັ່ງນາງຄິດສົງໄສ ແຕ່ກໍບໍ່ຄວນຖຽງ ຫຼື ມີຄຳອະທິບາຍແກ້ຕົວໃດໆ ຄວນຍອມຮັບ ປັບປຸງ ເພື່ອໃຫ້ນາງດີໃຈ ເຫັນວ່າຫົວໃຈຍັງບໍ່ຖືກແບ່ງປັນ ນາງບໍ່ແມ່ນຜູ້ສຳຮອງ ທີສອງ ທີສາມ ແລະ ທີ່ຍິ່ງໃຫຍ່ກ່ວານັ້ນ ນາງຄືຄົນທີ່ທ່ານແຫ່ຂັນໝາກໄປຂໍ... ຢາກໄດ້ ຢາກຢູ່ນຳນາງ ຄືແມ່ຂອງລູກ ທີ່ໜ້າຮັກໜ້າແພງ ແລະ ນາງກໍຄື ນາງເອກ ທີ່ພະເອກຕ້ອງປົກປ້ອງ ເບິ່ງແຍງດູແລ ແລະ ຫ່ວງໃຍໃນທຸກໆລົມຫາຍໃຈ.

ບໍ່ຍາກແມ່ນບໍ່ ທີ່ຕ້ອງຄອຍຕິດຕາມຄຽງຂ້າງນາງເອກ ຂໍພຽງສາຍຕາບໍ່ຫວັ່ນໄຫວ ຫົວໃຈບໍ່ຕົກເຮ່ຍ ບໍ່ທຳລາຍຍ່ອງຍີຄວາມດີໆຂອງນາງເອກ ຈົນເສຍນ້ຳຕາ ບອກຮັກນາງເອກ... ມອບຂອງຂວັນໃຫ້ແກ່ນາງເອກ ເລີ່ມຕົ້ນໃໝ່ ! ສິ່ງໃດບໍ່ດີກໍປະຖິ້ມມັນໄປ ໄຫຼລ່ອງນຳປີເກົ່າ ປີໃໝ່ໂຊກໃຫຍ່ ! ແຕ່ມີຮັກເກົ່າ.


Delicious Digg Fark Twitter