ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 12, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2010ແລະ ຕ້ອນຮັບປີໃໝ່ ຄ.ສ 2011ນີ້ ຖືເປັນໂອກາດດີອັນໜຶ່ງທີ່ທຸກຄົນ ໂດຍສະເພາະນັກຮຽນ-ນັກສຶກສາ ຄວນຫວນຄິດ ຕຶກຕອງ ສຳຫຼວດຕົນເອງຄືນໃໝ່ ວ່າປີຜ່ານມາ ຕົນເອງໄດ້ເຮັດຫຍັງແດ່ ສິ່ງທີ່ຕົນໄດ້ ເຮັດລົງໄປນັ້ນ ມີຄຸນປະໂຫຍດຫຍັງ ? ໃຫ້ກັບຕົນເອງ ບຸກຄົນອ້ອມຂ້າງ ຫຼື ສັງຄົມ ໂດຍສະເພາະ ໃນຄອບຄົວເຮືອນຊານຕົນເອງ ເປັນຄືແນວໃດ ? ຖ້າສິ່ງໃດທີ່ເຮັດໄປ ເຫັນວ່າມີຜົນດີ ມີຄຸນປະໂຫຍດ ກໍຄວນສືບ ຕໍ່ເສີມຂະຫຍາຍ ມູນເຊື້ອອັນດີ ງາມດັ່ງກ່າວ ແຕ່ຫາກສິ່ງໃດທີ່ກະທຳລົງໄປແລ້ວ ເຫັນວ່າບໍ່ດີບໍ່ມີຄຸນປະໂຫຍດແກ່ສັງຄົມ ກໍຄວນຫັນທິດ ປັບປຸງແກ້ໄຂ ຖືເປັນການສຳຫຼວດກວດຄືນ ຈຸດດີຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນປີເກົ່າຜ່ານມາ.

ການທີ່ຮູ້ຕົວເອງວ່າອັນໃດດີ ອັນໃດອ່ອນນັ້ນ ເປັນເລື່ອງທີ່ດີສົມເປັນຜູ້ທີ່ມີຄວາມຮູ້ ມີການສຶກສາສູງ ແລະ ຖືເອົາໂອກາດປີໃໝ່ 2011 ນີ້ ເປັນການເລີ່ມຕົ້ນໃນສິ່ງທີ່ດີ ສ່ວນນິໄສຄວາມຄິດ ຂີ້ຄ້ານ ມັກງ່າຍ ກໍປະລະໄປນຳປີເກົ່າ ມາເລີ່ມຕົ້ນໃໝ່ ຖືວ່າການເລີ່ມຕົ້ນເຮັດໃນສິ່ງທີ່ດີ ບໍ່ມີຄຳວ່າຊ້າເກີນໄປ.

ສຳລັບນັກຮຽນ-ນັກສຶກສາ ມາເຖິງປັດຈຸບັນ ກໍຖືວ່າຢູ່ໃນກາງພາກຮຽນ ສົກຮຽນ 2010-2011ແລ້ວໂອກາດທີ່ຈະປັບປຸງແກ້ໄຂ ກໍຍັງຖືວ່າມີໂອກາດຢູ່ ເພາະຜົນການ ຮຽນ ເຖິງແມ່ນວ່າຈະຜ່ານໄປເຄິ່ງສົກຮຽນແລ້ວ ແຕ່ຖ້າຫາກຈະບຸກບືນ ຄົ້ນຄ້ວາຮ່ຳຮຽນຂຶ້ນຕື່ມ ກໍຄົງຈະບໍ່ມີບັນຫາ ທີ່ສຳຄັນ ໄລຍະນັບຈາກນີ້ຕໍ່ໄປ ຄວນມີສະຕິ ຕັ້ງໜ້າ ເຕືອນຕົວເອງຕະຫຼອດ ເພາະບັນດາບຸນ ເທດສະການ ທັງພາຍໃນ ແລະ ສາກົນ ກໍນັບມື້ນັບຫຼາຍຂຶ້ນ ຖ້າຫາກຂາດສະຕິ ແລ່ນນຳແຕ່ການຫຼິ້ນການກິນ ມ່ວນຊື່ນແບບ ຟຸມເຟືອຍ ກັບເທດສະການຕ່າງໆ ໃນແຕ່ລະວັນ ຮັບຮອງວ່າ ການສຶກສາທີ່ຜ່ານມາ ກໍຄົງສູນຫາຍໄປ.

ອີກປະການໜຶ່ງ ບັນດານ້ອງນັກຮຽນ-ນັກສຶກສາ ລວມທັງຄູ-ອາຈານ ກໍຕ້ອງມີການຕິເຕືອນ ໃຫ້ຄຳແນະນຳ ຊີ້ທິດເຍືອງທາງ ຢ່າງເປັນປົກກະຕິ ຕໍ່ນັກຮຽນ-ນັກສຶກສາ ໃຫ້ ມີສະຕິຕໍ່ສັງຄົມ ຕໍ່ຮີດຄອງປະເພນີ ລວມເຖິງບຸນ ຫຼື ເທດສະການຕ່າງໆ ທີ່ຈະມີຂຶ້ນໃນຕໍ່ໜ້າ ເພາະສັງເກດເຫັນວ່າ ໃນປັດຈຸບັນ ສັງຄົມບ້ານເຮົາ ໃນກຸ່ມຂອງຊາວໜຸ່ມ ນັກຮຽນ-ນັກສຶກສາ ມັນຈະແລ່ນນຳກະແສຂອງສັງຄົມ ບໍ່ວ່າຈະເປັນການນຸ່ງຖື ການຫຼິ້ນກິນ ລວມໄປເຖິງພຶດຕິກຳບາງຢ່າງ ທີ່ປະກົດໃຫ້ເຫັນກັນໃນກຸ່ມຂອງໄວໜຸ່ມ ເຊິ່ງຈຳນວນຫຼວງຫຼາຍ ກໍຕົກຢູ່ໃນກຸ່ມຊາວໜຸ່ມ-ໄວໜຸ່ມນັກຮຽນ-ນັກສຶກສາ.

ດັ່ງນັ້ນ ຈົ່ງຖືເອົາໂອກາດປີໃໝ່ 2011ນີ້ ເປັນການຫັນແນວຄິດຈິດໃຈໃໝ່ ເພື່ອກ້າວໄປສູ່ຈຸດປະສົງ ຄວາມມຸ່ງມາດປາຖະໜາອັນແຮງກ້າ ຂອງການສຶກສາ ເຮັດແນວໃດ ເພື່ອໃຫ້ມີຄວາມຮູ້ ຄວາມສາມາດ ພຽບພ້ອມໄປດ້ວຍຄຸນສົມບັດ ສິນທຳປະຕິວັດ ສືບທອດພາລະກິດປະຕິວັດຂອງຊາດ ຕາມແນວທາງນະໂຍບາຍຂອງພັກ-ລັດ ວາງອອກ ໃຫ້ບັນລຸຜົນຕາມລະດັບຄາດໝາຍ.

ໂດຍ: ແວ່ນຂາວ


Delicious Digg Fark Twitter