ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2015 | ມີ 0 ຄຳເຫັນ ແລະ 0 trackback(s)

ທີ່ວຽງທອງ,ບໍລິຄຳໄຊ:

 ອາດກາດຕອນ 00 ໂມງ 12 ອົງສາ ຕອນທ່ຽງ 12 ໂມງ 26 ອົງສາ

ທຸກສາຂາອາຊີບ ຕະຫຼອດນັກຮຽນ 14 ປີກໍ່ສະຫຼອງປີໃໝ່( ສະເພາະເທດສະບານເມືອງ)

ອຸປະຕິເຫດລົດຈັກຕຳລົດໃຫຍ່ 1 ຄັ້ງ ຕາຍ 1 ລາຍ, ເຈັບຂາຫັກ 2 ລາຍນຳສົ່ງໂໝໍວຽງຈັນ

ລົດຈັກລົ້ມເອງ 1 ຕາຍລາຍ ໃນເວລງນຳສົ່ງໂຮງໝໍ, ເລັກໆນ້ອຍໆ ບໍ່ໄດ້ເກັບກຳ

ຄຶນວັນທິ່ 31-1-2 ຖືວ່າເກືອບຫົວໃຈວາຍເພາະສະນັ່ນຫວັ່ນໄຫວນຳສຽງໝາກກະໂພກ,

ຜູ້ຈູດແມ່ນນັກສະຫຼອງປີໃໝ່ທັງຫຼາຍ,ມີທັງພະນັກງານ,ທະຫານຕຳຫຼວດ,ຊາວຄ້າຂາຍ....ໃນວັດກໍ່ຍັງມີ:

ເລື່ອງນີ້ໃຜກໍ່ຍອມແລ້ວ ເວົ້າກັນບໍ່ໄດ້,ເວົ້າມາກໍ່ຄາຕາມໆກັນໄປ ທີແຕ່ທຳໃຈໄປເລື່ອຍໆ

ເບິ່ງແລ້ວກໍ່ຄືກັບວ່າບໍ່ມີຄວາມສະຫງົບ

ຕ່າງຈາກເຂດນາຫິນ,ເມືອງຄຸນຄຳແຂວງຄຳມ່ວນ,ບໍ່ປະກົດເຫັນການສະຫຼອງແບບວຽງທອງ.

 

ເຂດບ້ານອື່ນເປັນແນວໃດມາແລກປ່ຽນແດ່

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2015 | ມີ 3 ຄຳເຫັນ ແລະ 0 trackback(s)

ດັ່ງທີ່ຫຼາຍໆ,,,,ທ່ານຮັບຊາບນຳກັນແລ້ວວ່າ: ຍຸກປະຈຸບັນເປັນຍຸກແຫ່ງຂໍ້ມູນຂ່າວສານໄຮ້ພົມແດນ,ມັນເອື້ອຍອຳນວຍທັງດ້ານບວກ ແລະດ້ານລົບ. ມະນຸດເຮົາສ່ວນໜຶ່ງໄດ້ນຳໃໍຊ້ໂອກາດ ແລະຈັ່ງຫວະນັ້ນຂູດຫິດສໍ້ໂກງ,ຍັກຍອກຫຼອກລວງທຸກຮູບແບບຍາມຄົນອື່ນເພີໂຕ ຖ້າເຮົາບໍ່ມີສະຕິໄຕ່ຕອງກໍ່ຈະຕົກເປັນເຫຍື່ອຂອງການຫຼອກລວງ ແຕ່ຖ້າເຮົາຫາກມີສະຕິ ເບິ່ງໃນແງ່ໜຶ່ງອີກ ກໍ່ຖືວ່າສິ່ງເຫຼົ່ານັ້ນແມ່ນບົດຮຽນຊີວິດ.

ເໝືອນດັ່ງກະທູ້ນີ້ ທີ່ພົດລົງໃນເວັບໄຊ ເບິ່ງແລ້ວບໍ່ເຫັນມີເນື້ອຫາຍັງ

ແຕ່ພໍອ່ານເຂົ້າໄປກໍ່ມີແຕ່ຄຳວ່າ: ຫຼອກລວງ,ຫຼອກລວງ,ຫຼອກລວງ,ຫຼອກລວງ,,,,,,,,,,,,ກະຈັ່ງວ່າຫຼອກລວງ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2014 | ມີ 3 ຄຳເຫັນ ແລະ 0 trackback(s)

ຂໍຕັ້ງຫົວຂໍ້ນີ້ໄວ້ ເພື່ອໃຫ້ບັນດາທ່ານໄດ້ປະກອບຄຳຄິດເຫັນ ແນໃສ່ຫາບົດສະຫຼຸບເພື່ອໃຫ້ໄດ້ຄຳວ່າ ສື່ມວນຊົນ ແລະຈິນຕະນາ

 

ຂ້າພະເຈົ້າຈະສະເໜີບາງຂໍ້ມູນທີ່ພົວພັນກັບສື່ ແລະຈິນຕະນາໃນຄວາມເປັນສື່ ແຕ່ບັນດາຂໍມູນແນ່ນອນວ່າບໍ່ຄົບຖ້ວນ,ຜິດຜ້ຽນ ຫຼືອາດແຕະຕ້ອງສື່ບາງຂະແໜງ,ບາງສ່ວນ ກໍ່ຕ້ອງຂໍອະໄພລ່ວງໜ້າ.

ຕອນທີ່ 1 ອຳນາດຂອງສື່

ໃນໂລກປະຈຸບັນທີ່ປົກຄອງດ້ວຍລະບອບປະຊາທິປະໄຕເຕັມຮູບແບບຈະປະກອບມີ 4 ອຳນາດຄື:

1 ອຳນາດນິຕິບັນຍັດ(ສະພາ)

2 ອຳນາດຕຸລາການ(ສານ)

3 ອຳນາດບໍລິຫານ(ກົງຈັກບໍລິຫານ ຫຼື ລັຖະບານ ມີນາຍົກເປັນຫົວໜ້າ)

4 ອຳນາດສື່ມວນຊົນ.

ລັກສະນະອຳນາດຂອງສື່ມີຄື:

- ເປັນຜູ້ອອກໜ້າ (ກ່ອນຈະເຮັດຫຍັງຕ້ອງຖະແຫຼງຂ່າວຜ່ານສື່ ຫຼື ສະເໜີຂໍ້ມູນນັ້ນນັ້ນຜ່ານສື່ໃຫ້ມວນຊົນໄດ້ຊາບ)

- ເປັນຜູ້ກວດກາ (ໃນເວລາທີ່ກຳລັງຈັດຕັ້ງປະຕິບັດຢູ່ນັ້ນ ສື່ມີໜ້າທີ່ແຈ້ງລາຍລະອຽດຂັ້ນຕອນ,ຮູບແບບ ແລະການດຳເນີນງານໃຫ້ມວນຊົນຊາບ)

- ເປັນຜູ້ສະຫຼຸບ(ພາຍຫຼັງສຳເລັດ ຫຼື ຈົບລົງ ສື່ເປັນຜູ້ສະເໜີໃຫ້ມວນຊົນຊາບວ່າ ໂຄງການ,ບັນຫາ,ໜັາວຽກ ນັ້ນັ້ນ ເປັນແນວໃດ ? ດີ ຫຼື ບໍ່ດີ ?

ເອົາລະເທົ່ານື້ກ່ອນ ຕອນຕໍ່ໄປຈະສະເໜີໃຫ້ຊາບວ່າເປັນຫຍັງຈິ່ງມອບອຳນາດໃຫ້ກັບສື່ ?ຫາກບໍ່ມອບຈະເປັນຫຍັງ? ແລະຂໍ້ມູນອື່ນອີກ

ທ່ານມີຂໍ້ຄິດເຫັນແນວໃດປະກອບຕື່ມໄດ້

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 20, 2013 | ມີ 10 ຄຳເຫັນ ແລະ 0 trackback(s)

 ໃນໂລກມະນຸດເຮົານັບແຕ່ອະດີດ,ປະຈຸບັນ ແລະອະນາຄົດ ເຊື່ອວ່າມີຄົນຈຳນວນຫຼວງຫຼາຍຕ່າງກໍ່ມີຄວາມຫວັງ,ມີການຕໍ່ສູ້ເພື່ອແຍ່ງຊິງ ແລະກຳອຳນາດ.

 

ແຕ່ຜ່ານມາບັນດາທ່ານທີ່ກຳອຳນາດໄດຍາວນານເຫຼົ່ານັ້ນລ້ວນແຕ່ມີຄວາມແຕກຕ່າງກັນທາງດ້ານຮູບຮ່າງລັກຊະນະ,ພູມລຳເນົາ,ວັທະນະທຳ,ຄວາມຮູ້ຄວາມສາມາດ,ສະຕິປັນຍາ.

 

 

ມີສິ່ງດຽວທີ່ຄ້າຍຄືກັນເກືອບໝົດທຸກຄົນ ນັ້ນຄື: ປັຊະຍາປະຈຳໃຈ (ຄົນຫຼັກເປັນທາດ-ຄົນສະຫຼາດເປັນຂ້ອຍຂ້າ)

 

ຈາກປັຊະຍາຂອງເພີ່ນໄດ້ສະທ້ອນໃຫ້ເຫັນໃນການຂະຫຍາຍຕົວຂອງມວນມະນຸດບໍ່ວ່າຍຸກໃດກໍ່ຕາມ ຄົນຮັບໃຊ້ເຈົ້ານາຍລ້ວນແຕ່ເປັນຄົນສະຫຼາດ-ຫຼັກແຫຼມ

 

ຕົວຢ່າງລະຄອນເປົາບຸ່ນຈີ່ນ ຢູ່ລອດກໍ່ຕ້ອງມີອົງຄະລັກຈັນ,ກົງຊຸນ.

 

ຍຸກປະຈຸບັນກໍ່ມີຫຼາຍ,ພວກຜະລິດອາວຸດທຳລາຍລ້າງຜານໄດທຸກຢ່າງ ແຕ່ບໍ່ໄດ້ກຳອຳນາດ

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 7, 2013 | ມີ 9 ຄຳເຫັນ ແລະ 0 trackback(s)

 ສະໄໝກ່ອນມີແຕ່ຜູ້ບ່າວຈີບສາວ ແຕ່ມາດຽວນີ້ຜູ້ສາວຈີບຜູ້ບ່າວກໍ່ມີຫຼາຍ

 

ແລະຄວາມໄດ້ຄວາມເສຍກໍ່ເກືອບເທົ່າໆກັນ ແຕ່ເຖິງຢ່າງໃດກໍ່ຕາມຝ່າຍຍິງຍັງມີໂອກາດເສຍປຽບຫຼາຍກວ່າ.

 

ໃນວົງເຫຼົ້າແຫ່ງໜຶ່ງທີ່ປາກຊັນ,ມີຊາຍຄົນໜຶ່ງເວົ້າປະໂຫຍກໜຶ່ງອອກມາ:

 

ປາສູດກິນເບັດເຫຼື້ອມ ເພາະຄ້າຍຄື:

 

ໃນສັງຄົມບ້ານເຮົາມີນັກເລງຈີບສາວນຳໃຊ້ທິດສະດີນີ້ຢ່າງຫຼວງຫຼາຍ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

 ຈົ່ງງັບປາກລົງໃຫ້ແຈບ ແລ້ວມຶນຕາຂຶ້ນໃຫ້ກ້ວາງ

ໝາຍວ່າ:  ໄລຍະນີ້ບໍ່ໃຫ້ເວົ້າກັນ ເຫັນເຂົາເຮັດຫຍັງໄດ້ດີຮີບເຮັດນຳເຂົາ

( ບໍ່ສົນໃຈເລື່ອງຜິດ,ເລື່ອງຖືກ ຂໍແຕ່ເຮົາມີຄືເຂົາກໍ່ພໍ )

ພາບຂອງນາງ ຕາມົນ ຢູ່ບ້ານນ້ຳຢ້າງ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 1, 2013 | ມີ 10 ຄຳເຫັນ ແລະ 0 trackback(s)

 ເຊື່ອກັນວ່າ: ໂທລະພາບລ້ວນແຕ່ຊ່ອງແສງເຖິງດິຖີຊີວິດ ແລະ ນິໄສໃຈຄໍຂອງສັງຄົມແຕ່ລະກຸ່ມຄົນ,ແຕ່ລະຂົງເຂດຂອງສັງຄົມ.

ໂທລະພາບລາວປະຈຸບັນມີລາຍການບັນເທິງກວມເປີເຊັນຫຼາຍອັນດັບໜຶ່່ງຂອງລາຍການໂທລະພາບລາວ,ຮອງມາແມ່ນການເຜີຍແຜ່ມູນເຊື້ອການຕໍ່ສູ້ໃນອະດິດ,ສ່ວນຂ່າວ ແລະສາລະກວມບໍ່ເຖິງ 10%

 ຜ່ານການເບິ່ງໂທລະພາບລາວກໍ່ສາມາດຊ່ອງແສງໃຫ້ເຫັນເຖິງນິໄສຂອງຄົນລາວຢ່າງລະອຽດ,ບໍ່ບອກ ແຕ່ຫຼາຍທ່ານກໍ່ຄົງຮູ້ດີວ່າ: ຄົນລາວມັກມ່ວນມັກຄວາມບັນເທິງ,ມັກດື່ມ,ມັກຮ້ອງເພັງເຕັ້ນລຳເປັນສ່ວນໃຫຍ່, ຮອງລົງມາແມ່ນການຈົມເລິກຢູ່ກັບອະດີດທີ່ມີແຕ່ຄວາມຄຽດແຄ້ນອາຄາດບາດໝາງ,

ໃນຄະນະທີ່ບັນດາປະເທດໃກ້ຄຽງເຂົາພັດໃຊ້ເວລາຄົ້ນຄິດ,ຄົ້ນຄວ້າ,ປະດິດສ້າງ ແລະຍາດແຍ່ງສິ່ງດີຈາກຄົນອື່ນດ້ວຍການເປີດໃຈຮັບເອົາເພື່ອມິດຮ່ວມຄິດຮ່ວມສ້າງຢ່າງບໍ່ມີຂອບເຂດຈຳກັດ.

 

ເບິ່ງໂທລະພາບລາວແລ້ວເໝືອນກັບວ່າ: ຄົນລາວບໍ່ຄິດ,ບໍ່ເຮັດບໍ່ສ້າງຫຍັງ ມີແຕ່ກິນ,ຟ້ອນລຳທຳເພັງ ແລະກຽມພ້ອມຈະສົກກັບຄົນອື່່ນຢູ່ສະເໝີ

 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

 ຄຳວ່າ: ຮັກແທ້ມີພຽງແຕ່ 12 ເດືອນ ຍິນຄຳນີ້ແລ້ວຟັງບໍ່ຂຶ້ນ,ຫຼາຍທ່ານກໍ່ໂຕ້ຖຽງກັນໄປມາວ່າບໍ່ເປັນຄວາມຈິງ ຮັກແທ້ຕ້ອງຊົ່ວນິລັນດອນ.

ແຕ່ທ່ານ ຄູວ່າງ ເປັນອາຈານສອນວິຊາເຕັກນິກບໍລິຫານ ໄດ້ຍົກເຫດຜົນວ່າ: ຄົນເຮົາຕອນຮັກກັນທຳອິດແມ່ນເສຍສະລະທຸກຢ່າງ,ເອົາໃຈ,ລະມູນລະໄມ,ຄອຍຊ່ວຍເຫຼືອທຸກປະການ ນັບທັງການເຢັນນ້ຳໃຫ້ກັນຫຼັງກິນເຂົ້າ,ໄປຕ້ອນຮັບຈັບຂອງຊ່ວຍເວລາກັບແຕ່ຕະຫຼາດ ຫຼື ແມ່ນແຕ່ສະແດງຄວາມຮ່ວງໄຍເມື່ອຢູ່ງຫ່າງໄກ.

 

ແຕ່ພໍເມືອແຕ່ງດອງໄປໄດ້ 12 ເດືອນ ສິ່ງທີ່ເຄີຍປະຕິບັດຜ່ານໆມາ ກໍ່ເລີ່ມຫ່າງຫາຍໄປກັບການເວລາເທື່ອລະນ້ອຍ,ຈົນເຖິງຂັ້ນນອກໃຈກັນໄປຫາຄົນ,ລົດຮັກທີ່ເປັນຮັກແທ້ນັ້ນກໍ່ຄ່ອຍຈືງຈາງໄປຕາມການເວລາ,

 

ທິດສະດີຈູງໃຈຂອງທ່ານ: ມາສະໂລ( abraham H.MASLOW ) ຂຽນໄວ້ດັ່ງນີ້:

1. ຄົນທຸກຄົນລ້ວນແຕ່ມີຄວາມຕ້ອງການ,ຄວາມຕ້ອງການນີ້ຈະມີຢູ່ຕະລອດເວລາ ແລະບໍ່ມີມື້ສິ້ນສຸດນັບແຕ່ມື້ເກີດຈົນຮອດມື້ຕາຍ.

2. ຄວາມຕ້ອງການທີ່ໄດ້ຮັບການຕອບສະໜອງແລ້ວຈະບໍ່ແມ່ນສິ່ງທີ່ຈະຈູງໃຈຕໍ່ພຶກຕິກຳໄດ້ອີກ ໝາຍວ່າຄວາມຕ້ອງການຈະມີອິດທິພົນຕໍ່ພຶດຕິກຳ ຈະຕ້ອງເປັນຄວາມຕ້ອງການທີ່ບໍ່ທັນໄດ້ຮັບການຕອບສະໜອງ,ຄວາມຕ້ອງການໃດໆ ຫາກໄດ້ຮັບການຕອບສະໜອງແລ້ວກໍ່ຈະບໍ່ມີຄວາມໝາຍສຳລັບບຸກຄົນນັ້ນອີກ ແລະຄວາມຕ້ອງການອັນດັບຕໍ່ໄປເທົ່ານັ້ນຈິ່ງຈະມີອິດທິພົນຕໍ່ບຸກຄົນດັ່ງກ່າວ.

3. ຄວາມຕ້ອງການຂອງຄົນຈະມີລັກສະນະເປັນລຳດັບຂັ້ນຈາກຕ່ຳໄປຫາສູງ, ເມື່ອຄວາມຕ້ອງການລະດັບຕ່ຳໄດ້ຮັບການຕອບສະໜອງແລ້ວ ຄວາມຕ້ອງການທີ່ສູງຂຶ້ນໄປກໍ່ຈະຕິດຕາມມາ

 

ສຳລັບທ່ານເດ່ ແຕ່ງດອງດົນແລ້ວບໍ່? ຄັນຄົບ 12 ເດືອນເມື່ອໃດຢ່າລືມຄິດເຖິງຂໍ້ທີ່ 3 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ທ່ານ ພັນຕຳຫຼວດໂທ ດຣ ທັກສິນ ຊິນນະວັດ ເຄີຍເວົ້າຕະຫຼອດວ່າ: (ຄິດໃໝ່ທຳ,ທຳໃໝ່)

 

ຄຳເວົ້ານັ້ນມັນຊ່ອງແສງເຖິງຈິນຕະນາການຂອງມະນຸດເຮົາ,

ໝາຍວ່າ: ເຖິງເວລາແລ້ວທີ່ທຸກຄົນຄວນປ່ຽນແປງໃໝ່,ຢ່າຢຶດຕິດກັບແນວຄິດ ແລະການກະທຳແບບເກົ່າໆ

ທີ່ຊັກຊ້າ,ຫຼ້າຫຼັງ,ຝືນກົດເກນຂອງມະນຸດ

 

ເວົ້າງ່າຍ ຕ້ອງປ່ຽນແນວຄິດແບບອະນຸລັກນິຍົມ ຫັນໄປຮັບຮູ້ແນວຄິດພັດທະນາ

ຕາມກົດເກນການຂະຫຍາຍຕົວຂອງມວນມະນຸດ

ເພື່ອປະເທດຊາດບ້ານເມືອງຈະໄດ້ຈະເລີນໄວ

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 16, 2012 | ມີ 23 ຄຳເຫັນ ແລະ 0 trackback(s)

 ຫຼາຍໆຄົນຄິດວ່າ: ອ້າຍເຂີຍ ກັບນ້ອງເມຍແມ່ນພີ່ນ້ອງກັນ,

ບາງຄົນກໍ່ເວົ້າວ່າ:ນ້ອງເມຍຄືນ້ອງເຮົາ, ອ້າຍເຂີຍຄືອ້າຍເຮົາ.

ນີ້ເປັນການເຂົ້າໃຈຜິດ  ແລະບໍ່ຄວນເຊື່ອ.

ຄວາມຈິງແລ້ວອ້າຍເຂີຍ ແລະນ້ອງເມຍບໍ່ແມ່ນພີ່ນ້ອງກັນ,ຫາກທ່ານໃດບໍ່ເຊື່ອກໍ່ລອງໄປເຊັກເບິ່ງນາມສະກຸນຂອງເຂົາໂລດສ່ວນໃຫຍ່ນາມສະກຸນຈະແຕກຕ່າງກັນ

ເຫດການບໍ່ໜ້າເຊື່ອນີ້ເກີດຂຶ້ນໃນຊ່ວງສົງການເມື່ອປີກາຍ.

ອ້າຍ ບົວພາ...(ນາມສົມມຸດວ່າຈິງ) ລາວເລົ່າສູ່ຟັງຕອນສົງການນີ້ວ່າ: ສົງການປີຜ່ານມາບໍ່ມວນເພາະຄອບຄົວຂອງໝູ່ເກີດຄວາມວຸ້ນວາຍຢູ່ໃນເວລາວົງຊຸມແຊວກັນ (ລະວ່າງ ໝູ່ກັບ ເມຍໝູ່ ແລະນ້ອງເມຍໝູ່),

ໂດຍຜູ້ເປັນເມຍຈັບມີດໄລ່ແທ່ງຜົວ ແລະນ້ອງເມຍເພາະຄົນທັງສອງມີຫຍັງນຳກັນແບບລັບໆໆລີ້ໆ.

ໃຄແດ່ແຕ່ມີໝູ່ຫຼາຍຄົນຊ່ວຍປົກປ້ອງ ແລະເອົາຄົນທັງສອງໄປເຊື້ອງໄວ້ບ່ອນປອດໄພ.

ຕາມທີ່ອ້າຍບົວພາຮູ້ ເລື່ອງມັນເກີດຂຶ້ນໄດ້ຈັງຊີ້

 

ຜູ້ເປັນນ້າສາວອາຍຸປະມານ 16 ປີ ,ນາງເປັນຄົນງາມຕິຕາພວກຜີພົງ,ເປັນຄົນບໍ່ຄ່ຽມປານໃດ,ບໍ່ຄ່ອຍຈົ່ງຈຽມອ້າຍເຂີຍ,ມີມື້ໜຶ່ງນ້າສາວນອນບໍ່ລະມັດລະວັງ,ບໍ່ຫົມຜ້າ,ປະຕິນສິ້ນ

,ຜູ້ເປັນອ້າຍເຂີຍກໍ່ເລີຍເອົາບິກແດງແຕ້ມແຕ່ປີແຂງຂຶ້ນຈົນຈຳກົກຂາບ່ອນສຸດໆ,

ພໍຕື່ນມື້ໃໝ່ມາອ້າຍເຂີຍກໍ່ຫຼອກວ່າ: ມື້ຄືນນີ້ຂ້ອຍນອນກັບເຈົ້າ,ມີຫຍັງກັບເຈົ້າສຳເລັດຮຽບຮ້ອຍ ເຈົ້າຮູ້ສຶກຫຍັງບໍ່?,ຄັນບໍ່ເຊື່ອລອງເປີດເບິ່ງແມ່.

ນ້ອງເມຍກໍ່ຕົກໃຈ,ຟ້າວເຂົ້າເປີດເບິ່່ງຢູ່ບ່ອນນອນກໍ່ເຫັນຮອຍນັ້ນຈິງ,ຄິດວ່າເປັນຄວາມຈິງ

ໃນທີ່ສຸດນ້ອງເມຍຈິ່ງຕົກລົງໃຫ້ອ້າຍເຂີຍລອງອີກຄັ້ງ ເພາະອ້າຍເຂີຍເຍາະອອຍຫຼາຍເລື່ອງ ຄິດວ່າຈັ່ງໃດມັນກໍ່ເສຍໄປແລ້ວ ແລະຕົນເອງກໍ່ຍັງບໍ່ຮູ້ລົດຊາດເລື່ອງເຊັກວ່າເປັນຊັ້ນໃດຊ້ຳ.

ຜ່ານການລອງນັ້ນນີ້ມັນເປັນການລອງຕົວຈິງ,ຮູ້ໄດ້ລົດຊາດ,ມັນກາຍເປັນຈຸດເລີມໃຫ້ອ້າຍເຂີຍ ແລະນ້ອງເມຍມີຄວາມສຳພັນກັນຫຼາຍຂຶ້ນ ແລະກໍ່ແປນອອກຈົນຊາວບ້ານຂ້າງນອກກໍ່ຮູ້ເຫັນ,

ຜູ້ເປັນເມຍກໍ່ເລີ່ມຕິດຕາມ ແລະກໍ່ຈັບຄາໜັງຄາເຂົາ,ຈິງເກີດເລືອງຂຶ້ນໃນມື້ນັ້ນ

ສ່ວນການແກ້ໄຂນັ້ນເພີ່ນບໍ່ເລົ່າມາເລີຍ ບອກພຽງແຕ່ວ່າໄດ້ເອົາໝູ່ໄປເຊື່ອງໄວ້ຄັນບໍ່ຊັ້ນແມ່ນໄດ້ຝັງຄົນຄັກໆ

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ເມືອງວຽງທອງມີໂຮງງານເຝີນີເຈີຄົບວົງຈອນ 10 ແຫ່ງ ແຕ່ຂ້ອຍບໍ່ເຂົ້າໃຈຄຳວ່າ ໂຮງງານເຝີນີເຈີຄົບວົງຈອນ ແມ່ນແນວໃດ?

ເຫັນແຕ່ເຂົາຂຸດຄົ້ນ,ແປຮູບໄມຂະໜາດຍັກ ແລະສົ່ງອອກຕ່າງປະເທດ,

ຜະລິຕະພັນທີ່ບັນດາໂຮງານຕອບສະໜອງສັງຄົມພາຍໃນເມືອງມີແຕ່ໄມ້ເສດ,

  ໝອກໄມ້ແຕ້ຮໍ 800,000 ກີບຕໍ່ແມັດກ້ອນ

  ໜອກໄມ້ຮຳ 1,200,000 ກີບ

  ໝອກໄມ້ແຄນ 2,500,000 ກີບ

  ຖ່ານ 20.000 ກີບໍຕໍ່ເປົາ

ແລະກໍ່ມີພຽງບາງໂຮງງານເທົ່ານັ້ນທີ່ມີຂາຍບາງຄັ້ງຄາວ(ບໍ່ມີສະເໝີໄປ),

ບາງໂຮງງານສະໜອງໄດ້ແຕ່ຂີ້ເລື່ອຍ

 

ສ່ວນຜະລິດຕະພັນອຶ່ນບໍ່ມີຫຍັງ,ມີແຕ່ພວກເຝີນິເຈີນ້ອຍໆໃນເມື່ອກ່ອນເຂົ້າໄປແປະປອມໜັງສື ແລະເຮັດວົງກົບ,ບານປະຕູ

ເລື່ອງການປູກປ່າແຮ່ງບໍ່ຄິດເຖິງເລີຍ,ບາງໂຮງານມີໂຄຕ່າ 500 ຄີວແຕ່ຕັດໄມ 3 ໂນນພູ,ໃຊ້ເວລາ 3 ປີຍັງວ່າໄມ້ຕົກຄ້າງສະໜາມ

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ເຫັນຫຼາຍຄົນໄປຊື້ເຄື່ອງຕາມຕະຫຼາດບໍ່ວ່າຈະເປັນຮ້ານຂອງຄົນຮູ້ຈັກລື້ງເຄີຍ ຫຼື ບໍ່ກໍ່ຕາມ,ມັກເວົ້າວ່າ: ຂໍຊື້ໄປໃຊ້ຈັກອັນ - ຈັກສອງ ເພາະມີຄວາມຈຳເປັນແນວນັ້ນແນວນີ້,ຫຼາຍທ່ານອາດຄິດວ່າເປັນການອ້ອນວອນໃຫ້ຜູ້ຂາຍລຸດລາຄາຕາມເຫັນຜົນອັນສົມຄວນ, ແຕ່ໃນຕົວຈິງແລ້ວເປັນການເຂົ້າໃຈຜິດ,ການເວົ້າແບບນັ້ນຍິ່ງເຮັດໃຫ້ຄົນຂາຍໄດ້ປຽບ,ເຂົາຈະຕີລາຄາວ່າ ເວລານັ້ນແມ່ນທ່ານຈຳເປັນ,ຈະຖືກ ຫຼື ແພງທ່ານກໍ່ຕ້ອງຊື້ຢູ່ແລ້ວ,ຄົນຂາຍເຂົາຍິ່ງເພີມເລ່ລຽມ,ຍົກເຫດຜົນອື່ນທີ່ດີໆມາຍົນໃສ່ທ່ານ,ຈົນທ່ານຍອມຈ່າຍເງິນໃນລາທີ່ສູງກວ່າປົກະຕິ.

            ຫາກຕ້ອງການຊື້ເຄື່ອງໃນລາຄາຖືກກວ່າເຮົາຕ້ອງ:

ຫາກວ່າຮ້ານທີ່ບໍ່ລື້ງກັນ:

ເຮົາຄວນວາງໂຕແບບວ່າເປັນແມ່ຄ້າ ຫຼື ພໍ່ຄ້າຄົນໜຶ່ງ ແລະເຮົາຕ້ອງເວົ້າວ່າ: ມີລູກຄ້າສັ່ງ,ເຮົາຈະຊຶື້ໄປຂາຍຕໍ່,ຈະຈົ່ງໄວ້ໃຫ້ຂ້ອຍກິນເທົ່າໃດ?,ຄິດລາຄາສົ່ງເທົ່າໃດ ຫຼື ລາຄາຊ່າງເທົ່າໃດ?.(ຖ້າເປັນປະເພດອາໄລາ)

- ເລລານັ້ນເຂົາຈະລຸດລົງຕາມທີ່ເຂົາເຄີຍຂາຍສົ່ງທັນທີ,

2. ຫາກເຂົາຖາມເຖິງທີ່ຢູ່:

ເຮົາຄວນຕອບວ່າຢູ່ອ່າວໄກແດ່,ເພາະນັກການຕະຫຼາດທັງຫຼາຍຈະເອົາໃຈໃສ່ລູກຄ້າໜ້າໃໝ່ ແລະຢູ່ໄກໆເພື່ອດູດລູກຄ້າ.(ແລ້ວເຂົາຈະແນະນຳສິນຄ້າຂອງເຂົາ,ພ້ອມລຸດລາຄາພິເສດ)

            3. ຫາກເປັນຮ້ານທີ່ເຂົາຮູ້ຈັກ:

ເຂົາຮູ້ແລ້ວວ່າເຮົາບໍ່ໄດ້ເປັນແມ່ຄ້າ ຫຼື ພໍ່ຄ້າແຕ່ຢ່າງໃດ,ເຮົາຕ້ອງເວົ້າຖາມລາຄາຂອງທີ່ຮ້ານຈັກ 2-3 ລາຍການພໍໃຫ້ຮູ້ລາຄາ ພ້ອມທັງປະມານເບິ່ງວ່າຖືກ ຫຼື ແພງກວ່າຮ້ານອື່ນ,ເຮົາຈະຊື້ໄດ້ສ່ຳໃດ?

 ແລ້ວຕ້ອງເວົ້າວ່າ: ຄົນອື່ນຝາກເງິນມາພຽງແຕ່ນ້ອຍດຽວເທົ່ານີ້.....(ເວົ້າໃສ່ຕາມລາຄາທີ່ເຮົາຈະຊື້ໄດ້).

- ເວາລນັ້ນເຂົາຈະບອກເຈົ້າວ່າເອົາສາ,ຂາຍໃຫ້ພິເສດເດີ່.

ການນຸ່ງຖືເຂົ້າຮ້ານເຂົ້າຮ້ານ:

ສຳລັບຮ້າຍຂາຍເຄື່ອງຍ່ອຍ,ເສື້ອຜ້າ.....ປະເພດລາຄາບໍ່ສູງ

ກ.ລາຄາເຄື່ອງບໍ່ສູງ ແຕ່ຖ້າຊື້ຫຼາຍມູນຄ່າມັນກໍ່ສູງ, ເຮົາຄວນນຸ່ງຖືທຳມະດາ,ບໍ່ໂກ້ເກ້ໄຮໂຊປານໃດ,ເພາະຄົນຂາຍຈະສັງເກດອອກວ່າເຮົາຈະຊື້ໄປຂາຍ ຫຼື ໄປໃຊ້.(ຄົນທີ່ຊື້ໄປຂາຍເຂົາມັກນຸ່ງທຳມະດາ ຫຼື ຊຸດນຸ່ງອອກແຮງານທຳນອງນີ້.

ແຕ່ຫາກເຮົາຊື້ໄປໃຊ້ຄວນນຸ່ງເຄືອງງາມແດ່,ເພາະຖ້ານຸ່ງບໍ່ງາມເກີນໄປ,ຄົນຂາຍອາດຄິດວ່າເຮົາບໍ່ເຄີຍຊື້ເຄື່ອງ,ບໍ່ຮູ້ລາຄາ ຫຼື ເອີ້ນວ່າ ເຫງິກ

 

ສຳລັບຮ້ານຂາຍເຄື່ອງລາຄາສູງ:

ເປັນປະເພດລົດ,ໃຫຍ່,ລົດຈັກ,ຕູ້ເຢັນ,ໂທລະພາບ,ເຄື່ອງສຽງ.........ແນວລາຄາສູງ,

ເຮົາຄວນນຸ່ງເຄື່ອງສຸພາບ(ບໍ່ແມ່ນຊຸດອອກແຮງງານ ແຕ່ກໍ່ບໍ່ໂກ້ເກີນໄປ).

ເພາະຄົນຂາຍຈະສັງເກດອອກວ່າ: ຄົນຊື້ໃນລະດັບນີ້ສ່ວນໃຫຍ່ຈະບໍ່ອອກແຮງງານດ້ວຍຕົນເອງ(ມີຄົນຊ່ວຍ),

ແຕ່ຖ້ານຸ່ງເຄື່ອງໂກ້ເກເກີນໄປ ຄົນຂາຍຈະອ່ານວ່າເປັນພວກມີເງິນ ຫຼື ຫາເງິນງ່າຍໆ ແລະຈຳພວກນີ້ຈະຈ່າຍເງິນບໍ່ຄ່ອຍສົນລາຄາ.

ຂໍ້ຫ້ມາສຳລັບຜູ້ຊາຍ:

ເວລາຕັ້ງໃຈຈະຊື້ເຄື່ອງຫ້າມເດີນໃກ້ຜູ້ຍິງທີ່ໄປກັບເຮົາ,ຄວນຢ່າງໄກໆພໍແມນເຫັນ, ຖ້າທ່ານຢ່າງໃກ້ຜູ້ຍິງ ທ່ານຈະໄດ້ຈ່າຍໃນຈຳນວນຫຼາຍ ແລະລາຄາສູງຜິດປົກະຕິ, ເພາະຜູ້ຂາຍຮູ້ວ່າຜູ້ຊາຍບໍ່ກ້າຕໍ່ລາຄາ,ຈັງໃດກໍ່ຕ້ອງໄດ້ຊື້ເພາະເກັງໃຈຄົນທີ່ຢ່າງທຽມຂ້າງ.(ອິດສາເດ)

ແຕ່ຢ່າລືມຕ້ອງເອົາເງິນໃຫ້ຜູ້ຍິງ,ຢາກໄດ້ຫຍັງເຂົາຊື້ເອງ,ຫາກບໍ່ພໍຈິ່ງມາຕື່ມໃຫ້ເຂົາ.

(ເຮັດແບບນີ້ຈະໄດ້ເຄື່ອງຂອງລາຄາຖືກ)

 ໂດຍ: ພັນທະຫົວໃຈ 

 ບົດນີ້ບໍ່ແນ່ນອນສະເໝີໄປທີ່ສຳຄັນຂຶ້ນກັບເຕັກນິກການຊື້ຂາຍຂອງໃຜມັນ

ຫາກໃຜມີຂໍມູນດີໆກໍ່ປະກອບຕື່ມ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ຄວາມໝາຍ ການສ້າງລັດແຫ່ງກົດໝາຍ

ຄັດຈາກ ເອກສານຄົ້ນຄວ້າເຊື່ອມຊຶມມະຕິ IX

(ສຳລັບການນຳ)

 

ສ້າງລັດແຫ່ງກົດໝາຍຂອງປະຊາຊົນ,ໂດຍປະຊາຊົນ

 

ແລະ ເພື່ອປະຊາຊົນ,ເສີມຂະຫຍາຍປະຊາທິປະໄຕໃນສັງຄົມ.

ລັດແຫ່ງກົດໝາຍ ແມ່ນລັດທີ່ຖືກົດໝາຍເປັນສິ່ງສູງສຸດ; ພົນລະເມືອງທຸກຄົນມີຄວາມສະເໝີພາບຕໍ່ໜ້າກົດໝາຍ,ດຳລົງຊີວິດ ແລະ ເຄື່ອນໄຫວຕາມກົດໝາຍຢ່າງເຄັ່ງຄັດ.

ລັດແຫ່ງກົດໝາຍ ແມ່ນເພື່ອດັດສົມຜົນປະໂຫຍດຂອງສະມະຊິກສັງຄົມໃຫ້ກົມກຽວ, ແມ່ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງທຸກຄົນດ້ວຍການຈຳກັດການລ່ວງອຳນາດຂອງຜູ້ປົກຄອງ ແລະ ໃຫ້ຜູ້ປົກຄອງເຮັດແຕ່ແນວສິ່ງໃນສິ່ງທີ່ກົດໝາຍກຳນົດໄວ້ທໍ່ນັ້ນ,ສ່ວນພົນລະເມືອງແມ່ນສາມາດເຮັດໄດ້ທຸກຢ່າງທີ່ກົດໝາຍບໍ່ຫ້າມ.

ລັດແຫ່ງກົດໝາຍເວລາໃດກໍ່ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕຂອງພົນລະເມືອງ,ຖືປະຊາຊົນເປັນຜູ້ມີອຳນາດສູງສຸດ,ການຳພົວພັນລະວ່າງລັດ ແລະ ພະນັກງານຂອງລັດ ກັບພົນລະເມືອງ ຕ້ອງເປັນໄປຕາທີ່ກຳນົດໄວ້ໃນກົດໝາຍ; ໝາຍຄວາມວ່າ ການເຄື່ອໄຫວຂອງລັດແມ່ນມີຂອບຈຳກັດ,ລັດຈະເຮັດໄດ້ແຕ່ໃນສິ່ງທີ່ລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້ທໍ່ນັ້ນ; ສ່ວນພົນລະເມືອງ ແລະ ສັງຄົມແມ່ນເຮັດໄດ້ທຸກຢ່າງທີ່ກົດໝາຍບໍ່ຫ້າມ,ອັນນີ້ເອີ້ນວ່າ ‘’ ລັດແຄບ, ສັງຄົມກ້ວາງ ‘’ ອັນນີ້ແມ່ນການເສີມຂະຫຍາຍສິດເປັນເຈົ້າ, ແມ່ນການສົ່ງເສີມການມີສ່ວນຮ່ວມໃຫ້ນັບມື້ນັບກວ້າງຂວາງຂອງປະຊາຊົນພົນລະເມືອງເຂົ້າໃນຊີວິດສັງຄົມກໍ່ຄືການເຄື່ອນໄຫວຂອງລັດ.

ສະນັ້ນ ພວກເຮົາຕ້ອງເອົາໃສ່ຕື່ມອີກ ຕໍ່ການເສີມຂະຫຍາຍພາຍໃນພັກ ແລະ ພາຍໃນສັງຄົມ,ໂດຍດຳເນີນຢ່າງມີຈຸດສູມ ແນໃສ່ເສີມສ້າງຄວາມໝັ້ນຄົງຂອງລະບອບການເມືອງພວກເຮົາ; ຕ້ອງເສີມຂະຫຍາຍປະຊາທິປະໄຕເພື່ອເປັນເຄຶ່ອງມືຕໍ່ສູ້ເອົາຊະນະບັນຫາການສໍ້ລາດບັງຫຼວງ,ພະຍາດອາດຍາສິດ,ການລ່ວງອຳນາດອແລະ ບັນຫາຄວາມບໍ່ຢຸດຕິທຳໃນສັງຄົມ...ຕ້ອງເສີມຂະຫຍາຍປະຊາທິປະໄຕເພື່ອເປັນເງຶ່່ນໄຂສົ່ງເສີມຄວາມຄິດປະດິດສ້າງ ແລະ ທັງເປັນປັດໃຈພື້ນຖານອັນໜຶ່ງ ໃນການກະຕຸກຊຸກຍູ້ການພັດຖະນາ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 ໃນ​ສັງຄົມ​ບ້ານ​ເຮົາ​ການ​ນະ​ໂຍບາຍ​ຖື​ວ່າ​ເປັນ​ເລື່ອງ​ດີ,ມີ​ປະ​ໂຫຍ​ດຫຼວງຫຼາຍ​ຕໍ່ກັ​ການ​ປົກ​ຮັກສາ​ປະ​ເທດ​ຊາດ,ສ້າງ​ເສດ​ທະ​ກິດ ​ແລະ ຂະຫຍາຍ​ວັດທະນະທຳ​ສັງຄົມ​ໃນ​ປະ​ເທດ​ເຮົາ.

 

ດັ່ງນັ້ນ​:ໃນ​ໄລຍະ​ຜ່ານພັກ​ເຮົາ​ຈິງ​ຖື​ເອົາ​ວຽກ​ງານ​ນະ​ໂຍບາຍ​ເປັນ​ວຽກ​ງານ​ທີ່​ສຳຄັນ ແລະ ລະອຽດ​ອ່ອນທີ່​ສຸດ,ຖ້າ​​ເຮັດ​ວຽນະ​ໂບາຍ​ໄດ້​ດີ​,ຖືກຕ້ອງ​ ທຸກ​ຢ່າງ​ກໍ່​ຖື​ວ່າ​ໄປ​ໄດ້​ດີ ແຕ່​ກົງກັນຂ້າມ​ຖ້າ​ເຮັດ​ວຽກ​ນະ​ໂຍບາຍ​ບໍ່​ຖືກຕ້ອງ​ມັນ​ຈະ​ກາຍ​ເປັນ​ຂໍ້​ຂັດ​ແຍ່ງ​ຕ່າງ​ຕາມ​ມາ.

 

​​ທ່ານ​ທັງຫຼາຍກໍ່​ເຂົ້າ​ໃຈ​ເຖິງ​ດ້ານ​ດີ​ຂອງ​ການ​ນະ​ໂຍບາຍ ​ແຕ່​ຄຽງ​ຄູ່​ກັບ​ດ້ານ​ດີ​ນັ້ນການ​ນະ​ໂຍບາຍ​ກໍ່​ຍັງ​ມີ​ຈຸດ​ເສຍ​ບໍ່​ນ້ອຍ​ເກາະ​ຫ້ອຍ​ແອບ​ແຝງ​ຢູ່​ນຳ​ເຊິ່ງບາງ​ທ່ານ​ອາດ​ຄິດ​ບໍ່​ເຖິງ​ກໍ່​ເປັນ​ໄດ້.

ນັ້ນກໍ່​ຄື: ຜູ້​ທີ່​ຖື​ກນະ​ໂຍບາຍນັ້ນລ້ວນ​ແຕ່​ມີ​ການ​ປະພຶດ ຫຼື ເຄື່ອນ​ໄຫວຜິດພາດ​ຕໍ່​ລະບຽບ​ຫຼັການ,ຮີດຄອງປະເພນີ,ກົດໝາຍບ້ານເມືອງ ​ແລະ ອື່ນໆ​ຢ່າງ​ໃດ​ຢ່າງ​ໜຶ່ງ ຫຼື ບໍ່​ດັ່ງນັ້ນກໍ່​ເປັນ​ຄົນ​ອ່ອນ​ແອ,ອ່ອນ​ເພຍ​ບໍ່​ເຂັ້ມ​ແຂງ​ສົມ​ບຸນພຽງພໍ ທາງ​ດ້ານ​ຮ່າງກາຍ ​ແລະ ສະຕິ​ປັນຍາ.

 

​ເຊື່ອ​ວ່າການ​ຮັບ​ນະ​ໂຍບາຍ​ຈາກ​ຜູ້​ອື່ນນັ້ນມີ​ປະ​ໂຫຍ​ດສູງ ​ແຕ່​ມັນ​ກໍ່​ສະ​ແດງ​ໃຫ້​ຄົນ​ອື່ນ​ເຫັນ​ຢ່າງ​ຈະ​ແຈ້ງວ່າ​ຜູ້​ທີ່​ຖືກ​ນະ​ໂຍບາຍ​ຕ້ອງ​​ເປັນ​ຄົນອ່ອນ​ແອ​ດ້ານ​ໃດ​ດ້ານ​ໜຶ່ງ​ກວ່າ​ຜູ້​ທີ່​ໃຫ້ການ​ນະ​ໂຍບາຍຢູ່​ສະ​ເໝີ.

 

ນອກຈາກ​ນັ້ນບາງ​ກໍລະນີການ​ນະ​ໂຍບາຍຍັງ​ເປັນ​ການ​ຍຸຍົງ​ສົ່ງ​ເສີມ​ໃຫ້​ສັງຄົມ​ຖື​ເບົາ,ປະ​ມາດ​ເລີ່ນເລີ້,ຂາດ​ສະຕິ​ຕໍ່​ລະບຽບ​ຫຼັກການ,ຮີດຄອງ​ປະ​ເພນີ, ກ້າວໄປເຖິງການຜ່າຝຶນກົດໝາຍ​ບ້ານ​ເມືອງ...ອີກດ້ວຍ

 

ຫາກ​ພວກ​ເຮົາ​ຢາກ​ປ່ຽນ​ແປງ​ໄດ້​ເຮົາ​ຄວນ​ເລີ່​ມປ່ຽນ​ແຕ່​ຈຸດ​ນ້ອຍໆ​ທີ່​ທຸກ​ຄົນເຄີຍ​ພົບ​​ໃນ​ຊີວິດປະຈຳ​ວັນ​ສາກ່ອນເຊັ່ນ:

ການ​ຜິດ​ກົດ​ຈາລະ​ຈອນ, ການຜ່າ​ຝຶນລະບຽບ​ບ້ານ, ລະບຽບ​ທາງ​ການ, ການ​ປະກອບ​ເອກະສານ​ຕ່າງໆ ທີ່ເຄີຍນະໂຍບາຍກັນມາເປັນປະຈຳ ແລະ ຊ້ຳສາກກັນຫຼາຍເທື່ອນັ້ນໃຫ້ໝົດເທື່ອລະນ້ອຍ.

 

ບັນຫາ​ເວົ້າມາ ຫາກ​ເຮົາ​ເລີ່​ມປ່ຽນ​ຈາກ​ຈຸດ​ນີ້​ໄດ້​ອາດ​ກ້າວ​ໄປ​ເຖິງ​ການສ້າງຄວາມ​ເປັນ​ລະບຽບ​ຮຽບຮ້ອຍ,ສ້າງ​ຄວາມ​ເຂັ້ມ​ແຂງ​ ແລະ ຮອບຄອບ ໃຫ້ແກ່ກຸ່ມ​ຄົນໃນສັງຄົມພວກເຮົາ.

 

ບົດ​ນີ້ຂຽນ​ຂຶ້ນມາ​ຈາກ​ຄວາມ​ຜິດພາດ​ຂອງ​ຕົນ​ເອງ​ຄື: ຕອນ​ແລງ​ຂອງ​ວັນທີ່ 19.8.11ຜ່ານມາຂ້ອຍ​​ແລ່ນ​ເງິນ​ໃຫ້​ເຂົາ,​ເອກ​ະສານ​ຂອງ​ຂ້ອຍ​​ໄດ້ແປງ​ບ່ອນ​ໜຶ່ງ​,​ພາຍຫຼັງ​ໄດ້ເງິນ,ນັບ​ເງິນ​ແລ້ວ​ເສັດ​ເຂົາ​​ບອກ​ຂ້​ອຍ​ວ່າ: ​ເທື່ອ​ນີ້ນະ​ໂຍບາຍ​ເຈົ້າ​ເດີ່ ຖ້າ​ເປັນ​ຜູ້​ອື່ນ​ບໍ່​ໄດ້​ແທ້ໆ.

 

ຂ້ອຍ​ຮູ້ສຶກ​ເຈັບ​ໃຈ​ເຕັມທີກັບຄຳວ່າ: ນະໂຍບາຍ,ບໍ່ຕ່າງຫຍັງກັບເຂົາດ່າປັນຍາ​ອ່ອນ ແຕ່ຖືກຄວາມເຂົາ.

ຂ້ອຍຈິ່ງ​ມາ​ລະບາຍ​ສູ່​ທ່ານ​ຟັງ​ເພື່ອ​ເປັນ​ບົດຮຽນ​ນຳ​ກັນ.

 

ຂ້ອຍບໍ່ຢາກໄດ້ຍິນຄຳວ່າ: ນະໂຍບາຍອີກແລ້ວ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 

ດ້ວຍຄວາມສົນໃຈກ່ຽວກັບສື່ມວນຊົນ ຂ້ອຍຈິ່ງພະຍາຍາມຄົ້ນຫາຂໍ້ມູນຕ່າງໆທີ່ກ່ຽວພັນກັບສື່ ຈາກບັນດາເພຶ່ອນທຸກບ່ອນ, ໃນທີ່ສຸດກໍ່ມີເພື່ອນທີ່ຊື້: ດາວຕົກ (ດາວສະເດັດ)

ໄດ້ສົ່ງປື້ມມາໃຫ້ອ່ານຕັ້ງຫຼາຍຫົວ ແຕ່ອ່ານບໍ່ທັນຈົບເທື່ອເພາະມັນຫຼາຍໂພດ.

ໄດ້ອ່ານໃນປຶ້ມທີ່່ມີຊື່ວ່າ: ຄູ່ມືນັກຂາວ ເຊິ່ງຈັດພິມໂດຍສະຖາບັນສື່ມວນຊົນ ແລະ ວັດທະນະທຳ,ພີມລຳເລັດປີ 2009 

ອ່ານພົບບາງປະໂຫຍກໃນໜ້າທີ່ 1 ທີ່ອະທິບາຍຄວາມໝາຍກ່ຽວກັບສື່ວ່າ:

ສື່ມວນຊົນແມ່ນພາຫະນະປຸກລະດົມ, ໂຄສະນາລວມໝູ່, ຈັດຕັ້ງລວມໝູ, ເປັນເຄື່ອງມືຂອງພັກ-ລັດ ເພື່ອນຳພາ ມະຫາຊົນເປັນອາວຸທີ່ແຫລມຄົມໃນການຕໍ່ສູ້ຊົນຊັ້ນ, ໃນການຕ້ານສັດຕູ ແລະ ກໍ່ສ້າງຊີວິດໃໝ່,.

ຄັນ​ເຮົາ​ແປ​ຕາມ​ປະ​ໂຫຍ​ກຄື: ເປັນເຄື່ອງມືຂອງພັກ-ລັດ ເພື່ອນຳພາ ມະຫາຊົນເປັນອາວຸທີ່ແຫລມຄົມໃນການຕໍ່ສູ້ຊົນຊັ້ນ,  

ກໍ່​ຖື​ວ່າ​ມີ່​ແຕ່​(ພັກ​ ແລະ ລັດ​)ເທົ່າ​ນັ້ນທີ່ສາມາດ​ນຳ​ໃຊ້​ເຄື່ອງມື​ເຫຼົ່ານີ້​ໄດ້,ສ່ວນ​ປະຊາຊົນ​(ມະ​ຫາ​ຊົນ)ກໍ່​ບໍ່​ສາມາດນຳ​ໃຊ້​ໄດ້​ເພາະ​ສື່ບໍ່​ແມ່​ນເຄື່ອງມື​ຂອງ​​ປະຊາຊົນ.

​​​​ແຕ່​ເຮົາ​ມາ​ເບິ່ງ​ກົດໝາຍ​ສື່​ມວນ​ຊົນ 4 ມາ​ຕານນີ້ລຸ່ມ​ແລ້ວ​ເຫັນ​ວ່າ​ປະຊາຊົນພົນລະ​ເມືອງ​ລາວ​ກໍ່​ສາມາດ​ນຳ​ໃຊ້​ສື່​ໄດ້.

ສຳລັບທ່ານເຂົ້າໃຈແນວໃດ?ມັນຂັດກັນຫຼືບໍ່?

ມາດຕາ 14.   ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ລາວ​ດ້ານ​ ສື່​ມວນ​ຊົນ.

     ພົນລະ​ເມືອງ​ລາວ​ມີ​ສິດ​ເສລີພາບ ດ້ານ​ສື່​ມວນ​ຊົນ​ດ້ວຍ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ, ສະ​ແດງ​ທັດສະນະ​ທີ່​ບໍ່ຂັດ​ກັບ​ລະບຽບກົດໝາຍ, ສິດຜົນປະ​ໂຫຍ​ດຂອງ​ຊາດ, ຂອງ​ປະຊາຊົນ ແລະ ການ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ກ່ຽວກັບ​ສະພາບ​ການ​ພາຍ​ໃນ ແລະ ຕ່າງປະ​ເທດ, ສາລະ​ຄວາມ​ຮູ້, ສາລະ​ບັນ​ເທີ​ງ ​ແລະ ບັນຫາ​ອື່ນໆທີ່​ເປັນ​ປະ​ໂຫຍ​ດ.

ມາດຕາ 15. ສິດ​ເສລີພາບ​ຂອງ​ຜົນລະ​ເມື​ອງລາວ ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ.

        ພົນລະ​ເມືອງ​ລາວ​ມີ​ສິດ​ເສລີພາບ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ​ກ່ຽວ​ກັບ :

<!--ການ​ສ້າງ ​ແລະ ຈັດຕັ້ງປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບກົດໝາຍຂອງ​ລັດ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ.

<!-ທັດສະນະ​ຕໍ່ສະພາບ​ການ​ພາຍ​ໃນ ແລະ ຕ່າງປະ​ເທດ.

<!--ການ​ຕຳ​ນິຕິ​ຊົມ​ແບບ​ສ້າງສັນ ຕໍ່ບຸກຄົນ ​ແລະ ການຈັດຕັ້ງ.

ມາດຕາ 16. ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ລາວ ກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ.

       ພົນລະ​ເມືອງ​ລາວ​ ​ມີ​ສິດ​ເສລີ​ພາບ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ​ຜ່ານ​ສື່​ມວນ​ຊົນ​ດັ່ງນີ້ :

<!--ເຂົ້າເຖິງ ແລະ ໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບສະພາບການພາຍໃນ ແລະ ຕ່າງປະເທດ, ສາລະຄວາມຮູ້, ສາລະບັນເທີງ ແລະ ອື່ນໆ.

<!-ສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນຢ່າງຖືກຕ້ອງ, ຊັດເຈນ, ທັນການ ແລະ ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບ ເນື້ອໃນຂໍ້ມູນຂ່າວສານນັ້ນ.

ມາດຕາ 17. ປະຕິບັດສິດເສລີພາບຂອງພົນລະເມືອງລາວ.

       ພົນລະເມືອງລາວໄດ້ຮັບການປະຕິບັດສິດເສລີພາບ ຂອງຕົນຜ່ານສື່ມວນຊົນ ດ້ວຍການລົງ ຫລື ກະຈາຍ ຂ່າວ, ບົດ, ຄຳເຫັນ, ກະຈາຍພາບ, ຕອບຂໍ້ສະເໜີ, ຂໍ້ຂ້ອງໃຈຂອງຕົນໂດຍສື່ມວນຊົນເອງ ຫລື ການຈັດຕັ້ງ ແລະ ບຸກຄົນທີ່ກ່ຽວຂ້ອງ. ໃນ​ກໍລະນີ​ທີ່​ບໍ່ສາມາດ​ລົງ​ພິມ, ກະຈາຍ ຫລື ຕອບ​ໄດ້​ນັ້ນ ສື່​ມວນ​ຊົນ​ຕ້ອງ​ແຈ້ງ​ເຫດຜົນ​ໃຫ້​ພົນລະ​ເມືອງ​ຮັບ​ຊາຍ​ຢ່າງ​ເປັນ​ທາງ​ການ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

1.​ເປັນ​ຫຍັງ​ຈິ່ງ​ວິຈານ?

      ອາດ​ເປັນ​ນຳ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້ອຍ​ຕໍ່​ກັບ​ຄຳ​ວ່າ: ວິຈານ ແຕກ​ຕ່າງ​ຈາກ​ຄົນ​ອື່ນ.

ຕອນ​ຂ້ອຍ​ຮຽນ​ (ມ3) ອາຈານ​ຖາມ​ສໍ້​ຂ້ອຍວ່າ: ​ເປົ້າໝາຍ​ຂອງ​ການ​ວິຈານ​ແມ່ນ​ຫຍັງ?​ແຕ່​ທຸກ​ຄົນ​ໃນ​ຫ້ອງ​ 26 ຄົນໃຜໆກໍ່​ຕອບ​ບໍ່​ໄດ້​ ຈົນ​ເພີ່ນ​ໄດ້​ສະ​ເລີຍ​ຄຳ​ຖາມ​ເອງ,​ເພີ່ນ​ບອກ​ວ່າ: ວິຈານ​ສິ່ງ​ທີ່​ກ້າ​ໜ້າ ​ແລະ ຫຼ້າຫຼັງ ຫຼື ວິຈານ​ສິ່ງທີ່​ຖຶກຕ້ອງ ​ແລະ ຜິດພາດ ຫຼື ວິຈານ​ສີ່​ງດີ ແລະ ຊົ່ວ.

ຄຳ ​ວ່າ: ວິຈານ ເພີ່ນບອກ​ວ່າ​ບໍ່​ແມ່ນ​ຄຳ​ສັບ​ທີ່​ຊົ່ວ​ຮ້າຍ ຫຼື ວ່າ​ບໍ່​ດີ​ແຕ່​ປະການ​ໃດ ຫຼື ໜ້າລ້າງກຽດຢ້ານກົວແຕ່ຢ່າງໃດເລີຍ,​ມັນ​ໝາຍ​ເຖິງ​ການ​ຊ່ອງ​ແສງ​​ເຫດ​ຫານນັ້ນ​ເອງ,​ເຊິ່ງປະ​ກອບ​ດ້ວຍ​ການ​ອະທິບາຍ,ພິສູດ ​ແລະ ວິ​ເຄາະ...

ຈາກ​ນັ້ນມາ​ຂ້ອຍ​ເຂົ້າ​ໃຈ​ວ່າ​ເປັນ​ຄຳ​ສັບ​ທຳມະ​ດາ​ໃຊ້​ໄດ້ທົ່ວ​ໄປ.

2. ເປັນຫຍັງ​​ຈິ່ງ​ຟຸ່ງ​ເປົ້າ​ໄປ​ທີ່​ສື່ ?

​-     ສື່ ​ແມ່ນຕົວ​ແບບ​ຂອງ​ສັງຄົມ,ສື່​ເປັນ​ຜູ້​ອອກ​ໜ້າ​ກ່ອນໝູ່​ໃນ​ສັງຄົມ,ສື່​ເປັນ​ຜູ້​ເວົ້າ,​ເປັນ​ຜູ້ສັ່ງສອນ,​ເປັນ​ຫູ​ເປນຕາ​ໃຫ້​ສັງຄົມ,(ຮູ້​ທຸກ​ບັນຫາ,ຍິນ​ທຸກ​ສຽງ​ສະທ້ອນ ແລະ ​ເຫັນ​ທຸກ​ເຫດການ) ,ສື່​ເປັນ​ທັງ​ຜູ້​ອອກ​ໜ້າ,​ເປັນ​ທັງ​ຜູ້​ກວດກາ ​ແລະ ​ເປັນ​ທັງ​ຜູ້​ສະຫຼຸບ.

-     ກ່ອນ​ຈະ​ຕຳ​ນິຄົນ​ອື່ນ ກ່ອນ​ອື່ນ​ໝົດ​ເຮົາຕ້ອງ​ຕຳນິ​ິຜູ້ທີ່ເປັນຕົວ​ແບບ​ນຳພາ​ສາກ່ອນ,ຖ້າ​ຜູ້​ເປັນ​ຕົວ​ແບບ​ນຳພາ​ເຮັດ​ບໍ່​ໄດ້​ຄົນ​ອື່ນ​ເຂົາ​ກໍ່​ຈະ​ບໍ່​ເຊື່ອ​ຟັງ ​ແລະ ບໍ່​ປະຕິບັດ​ຕາມ.

-     ສື່ ກໍ່​ເປັນ​ມະນຸດ(ຄົນ)ຄົນກິນ​ເຂົ້າຄື​ກັນ​ກັບພວກ​ເຮົາ,ສາມາດ​ເກີດ​ຂໍ້​ຜິ ດ​ພາດ​ໄດ້ສະ​ເໝີ​ຄື​ກັນ​ກັບ​ພວກ​ເຮົາ ​ແລະ ຄວາມ​ຜິດພາດ​ນັ້ນຫາກ​ພວກ​ເຮົາ​ບໍ່​ທັກ​ທ້ວງ​​ ເຂົາ​ກໍ່​ບໍ່​ຮູ້​ຈຸດ​ຜິດ(ບູຮານ​ເວົ້າວ່າ​ຂີ້ໝິນໝໍ້​ຕິ​ດໜ້າ​ພາກຕົນ​ເອງ ຄັນ​ຜູ້​ອື່ນ​ບໍ່​ບອກ​ກໍ່​ບໍ່​ຮູ້).

3. ເປັນ​ຫຍັງ​ວິຈານ​ບໍ່​ຄົບ,​ເນັ່ນທີ່​ຈຸດ​ຜິດພາດ​ຫຼາຍ​ກວ່າ?

-     ​ເບື້ອງຜົນງານ​ຂອງ​ສື່​ນັ້ນ​ເຮົາ​ເຄີຍ​ຮູ້,​ເຄີຍເຫັນ ແລະ ​ເຄີຍ​ຝັງແລ້ວ ຈາກ​ການ​ເບິ່ງ​ໂທລະພາບ,ຟັງ​ວິທະຍຸ ​ແລະ ໜັງສື​ພີ​ມຕ່າງໆ..​ແຕ່​ດ້ານ​ອ່ອນ,ຂໍ້ຄົງຄ້າງ ​ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ຂອງ​ສື່ນັ້ນ ບໍ່ຄ່ອຍ​ເຫັນ​ສື່​ຍົກ​ມາ ຫຼື ຍົກ​ມາ​ກໍ່​ຍັງ​ບໍ່​ໄຈ້​ແຍກ​ເຖິງ​ບັນຫາ,ປະກົດ​ການ

-     ​ດ້ານ​ຜົນງານ​ເຖິງ​ວ່າ​ສຳຄັນ​ຫຼາຍ​ກໍ່​ຈິງ ​ແຕ່​ມັນ​ກໍ່​ບໍ່​ແມ່ນ​ເລື່ອງອັນຕະລາຍ​ເປັນຕາ​ຍຂອງ​ຊີວິດ​ມະນຸດ​ເຮົາ​,ສ່ວນຄວາມ​ຜິດພາດມັນເປັນ​ບົດຮຽນ​ຊີວິດ(​ບາງ​ທິດ​ສະ​ດີບ​ອກວ່າ: ຄວາມ​ຜິດພາດ​ຄື​ຄວາມ​ຕາຍ)

-     ຖ້າ​ຍົກ​ດ້ານ​ຜົນງານ​ຂອງ​ສື່ໃນ​ທີ່​ພັນ​ລາວ ມັນ​ອາດ​ຊ້ຳ​ກັນ​ກັບ​ບັນດາ​ສື່​ອື່ນ,​ບົດ​ຈະ​ຍາວ ​ແລະ ຄຳ​ຄານ​ແກ່​ຜູ້​ອ່ານ.

(ນີ້ເປັນເຫດຜົນສ່ວນຕົວຂອງຜູ້ຂຽນເທົ່ານັ້ນ ສ່ວນທ່ານອື່ນມີເຫດຜົນແນວໃດກໍ່ເພີ່ມເຕີມດ້ວຍນະ ຂໍຂອບໃຈ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ກົດໝາຍ​ສະບັບ​ນີ້​ມີ 11 ໝວດ ແລະ 67 ມາຕາແຕ່ໃນນັ້ນ 4 ມາຕາເຫັນ​ວ່າ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ກັບ​ຊີ​ວິການ​ເຄື່ອນ​ໄຫວ​ຂອງ​ພວກ​ເຮົາ​ໃນ​ຍຸກ​ແຫ່ງ​ຂໍ້​ມູນ​ຂ່າ​ນສານ​ໄຮ້​ພົມ​ແດນ​ຄື​ປະຈຸ​ບັນ(ເອີ້ນວ່າຕັບບີຂອງກົດໝາຍສະບັບນີ້).

ກົດໝາຍ​ສະບັບ​ນີ້ບໍ່​ແມ່​ນປົກ​ປ້ອງ​ພຽງ​ແຕ່​ສື່​ມວນ​ຊົນ​ເທົ່າ​ນັ້ນ ​ແຕ່​ມັນ​ຍັງ​ປົກ​ປ້ອງ​ພົນລະ​ເມືອງ​ລາວ​ທຸກ​ຄົນ,ຜ່ານ​ມາຍ້ອນ​ພວກ​ເຮົາ​ບໍ່​ເຂົ້າ​ໃຈ​ເຖິງ​ກົດໝາຍ​ລະອຽດ ພວກ​ເຮົາ​ຈິງ​ຢ້ານ​ກົວ,ຢ້ານ​ແຕ່​ຜິດ​ກົດໝາຍ,ບໍ່​ກ້າ​ແຈ້ງ​ຂໍ້​ມູນ​ຂ່າວ​ຜ່ານ​ສື່,​ແມ່ນ​ແຕ່​ການ​ອອກ​ຄຳ​ເຫັນ​ ຫຼື ມີ​ເຫດການ​ເກີດ​ຂຶ້ນກໍ່​ບໍ່​ມີ​ໃຜ​ໂທ​ຫາ​ສື່​ເລີຍ,ບາດນີ້​ເຮົາ​ຄວນ​ເຂົ້າ​ໃຈ​ວ່າ​ສື່​ແມ່ນ​ທີ່​ເພີ່ງ​ຂອງ​ພວກ​ເຮົາ,ຫາກ​ມີ​ອັນ​ໃດ​ເກີດຂ​ຶ້ນຕ້ອງ​ໂທ​ຫາ​ສື່,ຖ້າ​ສື່​ບໍ່​ເຮັດ​ວຽກ​ ​ເຮົາ​ກໍ່​ສາມາດ​ຟ້ອງ​ສື່​ໄດ້​ຕາມມາ​ຕາ​ຕ່າງໆ​ໄດ້​ດ້ານ​ລຸ່ມນີ້ ເຊິ່ງເປັນໝາກຫົວໃຈຂອງກົດໝາຍສື່ທີ່ພົນລະເມືອງລາວຄວນຈຳ

ໝວດທີ III

ສິດ​ເສລີພາບ​ຂອງ​ຜົນລະ​ເມືອງ​ລາວ​ດ້ານ​ສື່​ມວນ​ຊົນ

ມາດຕາ 14.   ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ລາວ​ດ້ານ​ ສື່​ມວນ​ຊົນ.

     ພົນລະ​ເມືອງ​ລາວ​ມີ​ສິດ​ເສລີພາບ ດ້ານ​ສື່​ມວນ​ຊົນ​ດ້ວຍ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ, ສະ​ແດງ​ທັດສະນະ​ທີ່​ບໍ່ຂັດ​ກັບ​ລະບຽບກົດໝາຍ, ສິດຜົນປະ​ໂຫຍ​ດຂອງ​ຊາດ, ຂອງ​ປະຊາຊົນ ແລະ ການ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ກ່ຽວກັບ​ສະພາບ​ການ​ພາຍ​ໃນ ແລະ ຕ່າງປະ​ເທດ, ສາລະ​ຄວາມ​ຮູ້, ສາລະ​ບັນ​ເທີ​ງ ​ແລະ ບັນຫາ​ອື່ນໆທີ່​ເປັນ​ປະ​ໂຫຍ​ດ.

ມາດຕາ 15. ສິດ​ເສລີພາບ​ຂອງ​ຜົນລະ​ເມື​ອງລາວ ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ.

        ພົນລະ​ເມືອງ​ລາວ​ມີ​ສິດ​ເສລີພາບ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ​ກ່ຽວ​ກັບ :

1.   ການ​ສ້າງ ​ແລະ ຈັດຕັ້ງປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບກົດໝາຍຂອງ​ລັດ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ.

2.   ທັດສະນະ​ຕໍ່ສະພາບ​ການ​ພາຍ​ໃນ ແລະ ຕ່າງປະ​ເທດ.

3.   ການ​ຕຳ​ນິຕິ​ຊົມ​ແບບ​ສ້າງສັນ ຕໍ່ບຸກຄົນ ​ແລະ ການຈັດຕັ້ງ.

ມາດຕາ 16. ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ລາວ ກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ.

       ພົນລະ​ເມືອງ​ລາວ​ ​ມີ​ສິດ​ເສລີ​ພາບ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ​ຜ່ານ​ສື່​ມວນ​ຊົນ​ດັ່ງນີ້ :

1.   ເຂົ້າເຖິງ ແລະ ໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບສະພາບການພາຍໃນ ແລະ ຕ່າງປະເທດ, ສາລະຄວາມຮູ້, ສາລະບັນເທີງ ແລະ ອື່ນໆ.

2.   ສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນຢ່າງຖືກຕ້ອງ, ຊັດເຈນ, ທັນການ ແລະ ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບ ເນື້ອໃນຂໍ້ມູນຂ່າວສານນັ້ນ.

ມາດຕາ 17. ປະຕິບັດສິດເສລີພາບຂອງພົນລະເມືອງລາວ.

       ພົນລະເມືອງລາວໄດ້ຮັບການປະຕິບັດສິດເສລີພາບ ຂອງຕົນຜ່ານສື່ມວນຊົນ ດ້ວຍການລົງ ຫລື ກະຈາຍ ຂ່າວ, ບົດ, ຄຳເຫັນ, ກະຈາຍພາບ, ຕອບຂໍ້ສະເໜີ, ຂໍ້ຂ້ອງໃຈຂອງຕົນໂດຍສື່ມວນຊົນເອງ ຫລື ການຈັດຕັ້ງ ແລະ ບຸກຄົນທີ່ກ່ຽວຂ້ອງ. ໃນ​ກໍລະນີ​ທີ່​ບໍ່ສາມາດ​ລົງ​ພິມ, ກະຈາຍ ຫລື ຕອບ​ໄດ້​ນັ້ນ ສື່​ມວນ​ຊົນ​ຕ້ອງ​ແຈ້ງ​ເຫດຜົນ​ໃຫ້​ພົນລະ​ເມືອງ​ຮັບ​ຊາຍ​ຢ່າງ​ເປັນ​ທາງ​ການ.

ອ່ານທັງໝົດຂອງກົດໝາຍສະບັບນີ້ໄດ້ທີ່

www.na.gov.la/docs/lao/laws/soc_cult/media121108.pdf

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 

ນິຍາມ​ຕົວ​ຈິງ​ຂອງ​ກົດໝາຍ​ເຮົາ​ເອງ​ກໍ່​ບໍ່​ຮູ້​ຄື​ກັນ ຫາກ​ໃຜ​ຮູ້​ກໍ່​ບອກ​ແດ່. ແຕ່​ເຮົາ​ເຂົ້າ​ໃຈ​ວ່າ: ກົດໝາຍ​ປຽບ​ເໝືອນ “​ຫ້ອງ​ນອນທີ່​ໄດ້​ມາ​ຕະຖານ” ໝາຍ​ຄວາມ​ວ່າຝາ​ຫ້ອງ​ຕ້ອງ​ແໜ້ນໜາ,ປະຕູ​ມີ​ໄລ​ກອນ​ສຳລັບ​ລັອກ,​ໃນ​ຫ້ອງ​ປະກອບ​ມີ​ເຄື່ອງ​ບ່ອນ​ນອນ​ຄົບ​ຊຸດ​ເຊັ່ນ: ຕຽງ​ນອນ,​ເຊື່ອ​ປູ,ຜ້າ​ປູ,ຜ້າ​ຫົ່ມ,ໜອນ​ໝູນ ແລະ ມຸ້ງ ຫາກ​ທ່ານ​ໃດ​ໄດ້​ເຂົ້າ​ໄປ​​ໃນ​ຫ້ອງ,ສຳ​ພັດ​ສິ່ງ​ເຫຼົ່ານັ້ນ​ແລ້ວ​ຈະ​ຮູ້ສຶກ​ສະບາຍ,ປອດ​ໄພ ​ແລະ ມີ​ຄວາມສຸກ​ທີ່​ສຸດ.

ໄລຍະ​ຜ່ານ​ມາ​ການ​ເຜີຍ​ແຜ່​ກົດໝາຍ​ຢູ່​ໃນ​ປະ​ເທດ​ລາວ​ເຮົາ​ຍັງ​ບໍ່​ທັນ​ກວ້າງຂວາງ,​ເລິກ​ເຊິ່ງ​ເຖິງ​ຖອງ ຈິ່ງ​ເຮັດ​ໃຫ້​ປະຊາຊົນ​ພວກ​ເຮົາ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ກົດໝາຍ​ບ້ານ​ເມືອງ,​ເຫັນ​ກົດໝາຍ​ເປັນ​ເລື່ອງ​ຄໍ​ຂາດ​ບາດຕາ​ຍ,​ກາຍ​ເປັນ​ສີ່​ງຢ້ານ​ກົວ ​ເຊິ່ງມັນ​ໄດ​ສະ​ແດ​ງອອກ​ຢູ່​ບ່ອນ​ວ່າ: ປະຊາຊົນ​ລາວ​ພວກ​ເຮົາ​ບໍ່​ກ້າ​ເຂົ້າ​ໃກ້,​ບໍ່​ກ້າແຕະຕ້ອງ​ສຳ​ພັດ​ກັບ​ກົດໝາຍ​ເລີຍ,​ເຮັດ​ໃຫ້​ພວກ​ເຮົາ​ຫ່າງ​ເຫີ​ນຈາກ​ກົດ​ໝາດ,ບໍ່​ສະ​ແວງ​ສຶກສາ​ຮຽນ​ຮູ້​ກ່ຽວ​ກັບ​ກົດໝາຍ ​ເມື່ອ​ເປັນເຊັ້ນນັ້ນຈິ່ງ​ເຮັດ​ໃຫ້​ພວກ​ທີ່ສວຍ​ໂອກາດ​ຫຼອກ​ລວງ,ສໍ້​ໂກງ,​ເອົາ​ລັດ​ເອົາ​ປຽບ ​ແລະ ສ້າງ​ຄວາມ​ບໍ່​ຍຸຕິ​ທຳ​ຢູ່​ໃນ​ສັງຄົມ​ລາວ​ຂອງ​ພວກ​ເຮົາ ​ເປັນຕົ້ນ​ແມ່ນ​ເກີດ​ມີ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ​ເພີ່ມ​ຂຶ້ນ​ເລື່ອຍໆ​ແຕ່​ໄກ້​ໄຂ​ບໍ່​ຕົກ.

ສະນັ້ນ: ມັນ​ເຖິງ​ເວລາ​ແລ້ວ​ທີ່​ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ໄດ້​ປ່ຽນ​ຄວາມ​ຮູ້ສຶກ​ອັນ​ເກົ່າ​ນັ້ນຫັນມາ​ໃຊ້​ຄວາມ​ຮູ້ສຶກ​ອັນ​ໃໝ່,ກົດໝາຍມັນ​ຄື: “​ຫ້ອງ​ນອນທີ່​ໄດ້​ມາ​ຕະຖານ” ດ້ວຍ​ການ​ເຂົ້າ​ໄປ​ສຳ​ພັກ​ກົດໝາຍ,​ສຶກສາ​ຮຽນ​ຮູ້​ກົດໝາຍ​​ ​ແລະ ນຳ​ໃຊ້ມັນໃຫ້​ຫຼາຍ​ຂຶ້ນ.

ຫາກພວກເ​ຮົາໝົດ​ທຸກ​ຄົນ​ໃນ​ສັງຄົມ​ ​​ເຮັດ​ໄດ້​ຄື​ແນວ​ນັ້ນ​ເຊື່ອ​ວ່າ ພວກ​ເຮົາຈະ​ຮູ້​ທັນ,ຮູ້​ກັນ,ຮູ້​ແກ້ ຕໍ່​ບັນຫາ​ບັນ​ຕ່າໆ​ທີ່​​ເກີດ​ຂຶ້ນກັບ​ພວກ​ເຮົາ​ໃນ​ໄລຍະ​ຜ່ານ​ມາ,ປະຈຸ​ບັນ ແລະ ​ໃນຕໍ່ໜ້າ.

​ເອົາລະ​ເວົ້າສ່ຳ​ນີ້ກ່ອນ ບົດ​ໜ້າ​ຈະ​ນຳ​ເອົາ​ກົດໝາ​ຍບາງ​ສະບັບ​ທີ່​ເຫັນ​ວ່າ​ສຳ​ຄັນຈຳ​ເປັນຕໍ່​ກັບ​ການ​ເຄື່ອນ​ໄຫວ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ພວກ​ເຮົາ​ມາສະ​ເໜີ.ໃຜຮູ້ອັນໃດກໍ່ນຳມາແລກກັນເນາະ?

ຂໍຂອບໃຈ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

ສຳນັກງານ​ປົກຄອງ​ເມືອງ​ຫຼັງ​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ​ລາວ

ຕັ້ງຢູ່ໃນເທດສະບານເມືອງທອງແຂວງບໍລິຄຳໄຊ

ຫ່າງຈາກເທດສະບານແຂວງໄປທາງທິດຕາເວັນອອກປະມານ 200 ກວ່າໂກໂລແມັດ

ຕັ້ງປິ່ນໜ້າໄປສູ່ທິດຕາເວັນອອກ ,ຢູ່ຕໍ່ໜ້າຕຶກໄດ້ຕັດພູປັບເປັນເດີ່ນກ້າງຂວາງ

ແລະ ມີອະນຸສະຖານໄກສອນພົມວິຫານຕັ້ງຢູ່ເທິງພູູນ້ອຍທີ່ຕິດກັບເດີ່ນ

 

 

ຕຶກຫຼັງ​ນີ້ມີ​ຂະໜາດ​ກ້ວາງ,ຍາວ 35 x 80 ແມັດ,ສູງ 3 ຊັ້ນ

 

ປະກອບ​ມີ 76 ຫ້ອງ​ໃຊ້​ເປັນ​ຫ້ອງການ, 1 ສະ​ໂມ​ສອນ(ຫ້ອງ​ປະຊຸມ​ໃຫຍ່) ແລະ 1 ຫ້ອງ​ປະຊຸມ​ນ້ອຍ

ພາຍ​ໃນ​ຫ້ອງ​ປະກອບ​ເຄື່ອງ​ເຟີ​ນີ​ເຈີຄົບ​ຊຸດ,ມີຜ້າກັ້ງຫຼູຫຼາລາຄາ​ແພງ​ມູນ​ຄ່າ​ຂອງ​ຜ້າກັ້ງບໍ່​ຕ່ຳ​ກວ່າ ລ້ານ​ບາດ

ຕິດປິດ​ເປີດຕາມ​ປະຕູ ແລະ ປ່ອງຢ້ຽມທຸກຫ້ອງ, ມີລະບົ​ບໄຟ້າ​ຄົບ​ຖ້ວນ

ບັນດາ​ຫ້ອງການ​ຕ່າງໆ​ໂຂງ​ເຂດ​ປົກຄອງ​ອ້ອມ​ຂ້າງ​ເມືອງ ນອກຈາ​ສຶກສາ,ສາທາ ​

ແລະ ​ໂຍທາ​ທິການ​ແລ້ວ​ແມ່ນເຂົ້າ​ປະຈຳການ​ທີ່​ຕຶກ​ຫຼັງ​ນີ້ໝົດ​ເລີຍ

ຕຶກ​ຫຼັງ​ນີ້ອອກ​ແບບ ​ແລະ ກໍ່ສ້າງ​ໂດຍ​ວິຊາ​ວະ​ກອນ ​ແລະ ຄົນ​ງານ​ຊາວ​ຫວຽດມານ

​ໃຊ້​ເວລາ​ສຳ​ຫຼວດອອກ​ແບບ 1 ປີ,ບຸກ​ເບີກ​ສະຖານ​ທີ່ 1 ປີ ​ແລະ​ ກໍ່ສ້າງ 3 ປີ ມອບ​ຮັບ​ໃນ ປີ 2005

ມີມູນຄ່າ 6.400 ກ່ວາລ້ານກີບ(ຫົກຕື້ສີ່ຮ້ຽກວ່າລ້ານກີບ)

​ເມື່ອປີ 2009 ໃນໄລຍະກະກຽມເປີດກອງປະຊຸມໃຫຍ່ຄັ້ງທີ່ v ອົງຄະນະພັຫເມືອງວຽງທອງ

ຕຶກ​ຫຼັງ​ນີ້​ໄດ້​ມີ​ການ​ສ້ອມ​ແຊມ​ໃໝ່​ເປັນຕົ້ນລະບົບ​ໄຟຟ້າ,ຕິດ​ກະ​ໂລ​ບາງ​ບ່ອນ​ທີ່​ແຕກ​ຂຸ​,ຕາບ​ຈູ​ນເພດານ

 ແລະ ຫຼັງຄາ​ບ່ອນ​ທີ່​ຮົ້ວ​ຊືມ,ທາສີຄືນໃໝ່ ມູນຄ່າ 100  ກວ່າ​ລ້ານ

ປະຈຸ​ບັນ​ອັນ​ອື່ນ​ກໍ່​ປົກກະຕິ​ທຳ​ມະ​ດາ ​ຕ່າງ​ແຕ່​ວ່າ​ຫ້ອງ​ນ້ຳ​ບໍ່​ມີ​ນ້ຳ​ເກືອບ ​3 ປີ​ມາ​ແລ້ວ

 

 

ແນ່ນອນ​ຕ້ອງ​ມີ​ຄວາມ​ຫຍຸ້ງຍາກ​ແກ່​ຜູ້​​ເຂົ້າປະຈຳການ​ທັງ​ປົກກະຕິ

ແລະ ບັນດາ​ແຂກ​ຄົນທີ່ມາ​ພົວພັນ​ວຽກ

 

 ຕະລອດ​ຮອດ​ບັນດາ​ແຂກ​ທີ່​ເຂົ້າຮ່ວມ​ປະຊຸມ ຫຼື ມາຝຶກ​ອົບຮົມຊົ່ວຄາວທີ່ຕຶກຫຼັງນີ້.

ປະທານ​ໂຮ່ຈິ​ມິນ​ເວົ້າວ່າ: ຢາກ​ກວດກາ​ຄວາມ​ສະອາດ,​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ຄົນ​

ກ່ອນ​ອື່ນ​ຕ້ອງກວດກາ​ທີ່​ຫ້ອງ​ນ້ຳ,ຖ້າ​ຫ້ອງ​ນ້ຳ​ສະອາດ​ແລ້ວ​ຖື​ວ່າ​ທຸກ​ຢ່າງກໍ່​ຈະ​ດີ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ບາງທ່ານອາດຍັງສົນໃຈກັບຄຳເວົ້າທີ່ວ່າ:

ກິນເຫຼົ້າກັບຄົນໄທຈອກດຽວກໍ່ເມົາ ແຕ່ກິນກັບຄົນຫວຽດໝົດມື້ບໍ່ເມົາ

ເຊິ່ງບາງຄຳເຫັນກໍ່ຕີຄວາມໝາຍໄປຫຼາຍໆຢ່າງ.

ແຕ່ຄວາມໝາຍທີ່ແທ້ຈິງຂອງຄຳນັ້ນກໍ່ຄືວ່າ:


ປະເພນີໃນການກິນເຫຼົ້າຂອງຄົນຫວຽດມັກຈະລີນໃສ່ຈອກດຽວຈົນເຕັມ

ແລ້ວກໍ່ໂຈມສອກຍື້ນໃຫ້ກັນໄປ ຈະກິນຫຼາຍ,ໜ້ອຍ ຫຼື ບໍ່ກິນກໍ່ຕາມໃຈຂອງຜູ້ຮັບຈອກ.

ແລ້ວສົ່ງຈອກຕໍ່ໆໄປ

ຖ້າເຮົາບໍ່ຕັ້ງໃຈໃຫ້ເມົາກໍ່ຖືວ່າກິນໝົດມື້ກໍ່ບໍ່ເມົາ

 

ສ່ວນປະເພນີການກິນເຫຼົ້າຂອງຄົນໄທກໍ່ຄືກັນກັບຄົນລາວ,

ຈະລີນລົງເທົ່າໃດກໍ່ຕາມຜູ້ຮັບຈອກຕ້ອງໄດ້ກິນໃຫ້ໝົດ

ຖ້າລີນເຕັມຈອກກໍ່ຕ້ອງກິນໝົດບາດດຽວ

 

ສະນັ້ນ: ຖ້າກິນແບບນິ້ກິນພຽງຈອກດຽວກໍ່ເມົາໄດ້

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

ທ່ານຊ່ວຍຕີຄວາມໝາຍນີ້ແດ່

ເຄີຍຍີນຫຼາຍຄົນເວົ້າກັນວ່າ :

ກິນເຫຼົ້າກັບຄົນໄທຈອກດຽວກໍ່ເມົາແລ້ວ ແຕ່ຖ້າກິນກັບຄົນຫວຽດ

ກິນໝົດມື້ຍັງບໍ່ເມົາ

ຄຳນີ້ມີຄວາມໝາຍແນວໃດຊ່ວຍຕີຄວາມດ້ວຍນະ

ໃນງານປີໃໝ່(ເດດ)ຫວຽດນາມ   20111 ທີ່ເມືອງເຕື່ອງເຢື່ອງ

ຜູ້ຍິງແມ່ນ

ປະທານສະມະຄົມຊາວນາ,ເມືອງເຕື່ອງເຢື່ອງ,ແຂວງເງ້ອານ,

ສສ ຫວຽດນາມ

ແລະ

ຄະນະຫ້ອງການສົ່ງເສີມກະສິກຳປ່າໄມ້ເມືອງວຽງທອງ,

ແຂວງບໍລິຄຳໄຊ,ສປປ ລາວ

ມິຕະພາບລາວ-ຫວຽດ

ທີຊາວໂລກຍາກທີ່ຈະອະທິບາຍໄດ້

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 20, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 

ໃນການເດີນທາງທີ່ມີພຽງຈຸດໝາຍແຕ່ໄຮ້ປາຍທາງຂອງຂ້ອຍຄື:ຮູ້ວ່າໄປຫາເງິນ

ແຕ່ບໍ່ຮູ້ວ່າໄປຮອດໃສ?,ປານໃດຈຈິງກັບຄຶນ?

ມີມື້ໜຶ່ງໃນຕົ້ນເດືອນ 12 ປີ.2010 ຜ່ານມາ ໄດ້້ພັກເຊົາທີ່ບ້ານນ້ຳອໍລັອດ,ເມຶອງວຽງທອງ,ແຂວງບໍລິຄຳໄຊ

ເປັນບ້ານຊົນເຜົ່າມົ້ງອາໃສຢູູ່ບໍ່ຮອດ 10 ຄອບຄົວ,ເປັນບ້ານນ້ອຍຫຼືເອີ້ນວ່າສະນຳໄຮ່ຕາມສັບທ້ອງຖິ່ນ,

ພັກກິນເຂົ້າສວາຍທີ່ນັ້ນ 1 ຊົ່ວໂມງ, ໄດ້ລົມກັບຜູ້ເຖົ້າທ່ານໜຶ່ງ,ເພີ່ນບອກວ່າ ຫຼານຊາຍຢູ່ເຮຶອນເໜືອນີ້

ໄປຊອກເມຍໄດ້ 3 ມື້ແລ້ວ, ຫາກໍ່ມາຮອດມື້ຄືນນີ້,ລັກໄດ້ເມຍຜູ້ໜຶ່ງຢູ່ບ້ານ

ຫິນໂງ່ນ,ເມືອງວຽທອງນັ້ນລະ ແຕ່ພໍລັກມາຮອດເຮືອນແລ້ວພັດຍັງມີຜູ້ສາວທີ່ຫຼານຊາຍ

ເຄີຍມັກຮັກກັນມາກ່ອນໜ້ານັ້ນກໍ່ເກີດບໍ່ພໍໃຈ

ທີ່ຜູ້ບາວໄປເອົາເມຍປະ,ຈິ່ງມາເວົ້ານຳພໍ່ແມ່ຂອງຜູ້ບ່າວວ່າ: ຖ້າຜູ້ບ່າວບໍ່ເອົາຈະ

ກິນຢາຕາຍໃນທີ່ສຸດຫຼານຊາຍຄົນນັ້ນກໍ່ຮັບເອົາທັງສອງຄົນ ຖືວ່າມື້ດຽວກັນໄດ້ເມຍ 2 ຄົນເລີຍ,

ເວົ້າບໍ່ທັນສຸດຄວາມ ຍິງທັງສອງຄົນທີ່ເປັນຫຼານໄພກໍ່ຢ່າງກາຍໜ້າເຮືອນບ່ອນຂ້ອຍພັກເຊົາ,

ຜູ້ເຖົ້າທ່ານນັ້ນກໍຊີ້ມືໃຫ້ເບິ່ງ, ຍິງທັງສອງຢ່າງລົງທ່ານ້ຳນຳກັນທັງຄູ່ຄືກັບເອື້ອຍນ້ອງກັນ

ໃນໃຈຂອງຂ້ອຍຄິດ

ເວລາອຶ່ນບໍ່ເປັນຫ່ວງແຕ່ເວລານອນເພີນນອນແບບໃດຫວະ?

ເທົ່ານີ້ກ່ອນ: ເທື່ອໜ້າຈະເລົ່າສູ່ຟັງຄວາມຮູ້ສຶກຂອງເຜົ່າມົ້ງຜູ້ທີ່ເປັນເຖົ້າແກ່,ຜູ້ເອົາເມຍຫຼາຍຄົນ,

ຜູ້ເປັນເມຍຫຼວງ,ເມຍນ້ອຍ 2, 3, 4...ແລະບາງຢ່າງທີ່ຄວນລະວັງໃນການຂັບຂີ່ຢູ່ເຂດຊົນະນົດ

(ທີ່ບໍ່ນອນຢູ່ໃນກົດຈາລະຈອນ)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 

 

ຕ້ອງຂໍໂທດກ່ອນເພາະຮູ້ວ່າມີຜູ້ໃສ່ເພັງລໍສາຍຢູ່ແລ້ວ

 ແລະ ບໍ່ໃຫ້ຄິດໄປໄກ

ອັນນີ້ກໍ່ເປັນສິດທິຂອງບຸກຄົນໃນການສະແດງຄວາມຄິດເຫັນ

 ຄືກັນກັບການໃສ່ເພັງລໍສາຍເປັນສິດທິຂອງບຸກຄົນ

ຂ້ອຍຄິດວ່າ

ການໃສ່ເພັງລໍສາຍຖ້າຫາກວ່າຜູ້ທີ່ໃສ່ເພັງ

ເປັນຜູ້ໄດ້ຟັງແມ່ນຖຶກຕ້ອງທີ່ສຸດ ແຕ່ອັນນີ້ມັນກົງກັນຂ້າມ

ກາຍມາເປັນຄົນອື່ນທີ່ບໍ່ໄດ້ໃສ່,ບໍ່ໄດ້ຢາກຟັງຈັກນ້ອຍໆເປັນຜູ້ໄດ້ຟັງ

ຕາມທຳມະດາແລ້ວຄົນທີ່ມີວັດທະນະທຳດີ

ມັນສະແດງອອກທາງ ກາຍ,ວາຈາ,ໃຈ

ແຕ່ຖ້າວ່າເຮົາໃສ່ເພງລໍສາຍແລ້ວສ້າງຄວາມເດຶອດຮ້ອນໃຫ້ກັບຄົນອື່ນ

 ເຂົາຊິບໍ່ເວົ້າວ່າຂາດວັດທະນະທຳບໍ່ລະ?

ທີ່ເວົ້າມາບໍ່ໝາຍວ່າຜູ້ໃສ່ເພັງເປັນຜູ້ຜິດຫຼືຂາດວັດທະນະທຳແຕ່ຢ່າງໃດ

 ແຕ່ແມ່ນລະບົບຂອງເຄື່ອຄ່າຍຕ່າງຫາກເປັນຜູ້ຜິດ,

ເພາະເຂົາເຮັດໃຫ້ຜູ້ໃສ່ເພງຕ້ອງການຢາກຟັງແຕ່ບໍ່ໄດ້ຟັງ,

ສ່ວນຜູ້ບໍ່ໄດ້ໃສ່,ບໍ່ຢາກຟັງແຕ່ຊ້ຳພັດໃຫ້ຟັງ

ມັນເປັນເລື່ອງກົງກັນຂ້າມແລ້ວ ແລະ ພວກເຮົາຄວນໄດ້ສຶກສານຳກັນຄຶນໃໝ່

ວ່າມັນເຂົ້າຄ່າຍຜິດກົດໝາຍຫຼືບໍ່? ນິີ້ມັນແມ່ນການບັງຄັບໃຈກັນ

ໂດຍທາງອ້ອມ ແລະ ສ້າງຄວາມເດຶອດຮ້ອນທາງຈິດໃຈໃຫ້ກັບຄົນອື່ນ

ແລະ ເປັນການລະເມິດສິດຂອງລູກຄ້າທີ່ໄດ້ຈ່າຍເງິນຄ່າບໍລິການແຕ່ລະເດຶອ

ແຕ່ບໍ່ໄດ້ຟັງເພງຕາມທີ່ເລືອກ

ທາງທີ່ດີຄວນປ່ຽນແປງລະບົບໂດຍແປງໃຫ້ເປັນຜູ້ທີ່ໃສ່ເພງ

ເວລາເຂົາໂທຫາຄົນອື່ນ

ຕ້ອງໃຫ້ໄດ້ຟັງເພງທີ່ເຂົາເລືອກໄວ້

ສ່ວນຜູ້ອື່ນທີ່ບໍ່ໄດ້ເລືອກກໍ່ບໍ່ຄວນໃຫ້ຟັງ

ທ່ານຄິດວ່າແນວໃດ?

ຂຽນເມື່ອ ຂຽນເມື່ອ: ມ.ກ.. 22, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຕາມທີ່ໄດ້ຄົ້ນຫານາມມະຍົດຂອງສື່ຜ່ານມາ ຂ້ອຍຍັງບໍ່ທັນພົບເຫັນວ່າ

ນາມມະຍົດອັນແທ້ຈິງຂອງສື່....ເພີ່ນເອີ້ນວ່າແນວໃດກັນແທ້?,

ຫຼືຂ້ອຍຄົ້ນຍັງບໍ່ທັນເຖິງຕິບໍ່?ຈິງບໍ່ທັນພົບເຫັນ,ຫາກມີໃຜຮູ້ກໍ່ຊ່ວຍບອກແດ່

ເພາະຂ້ອຍບໍ່ຮູ້ແທ້ໆ. ທີ່ເຄີຍພົບເຫັນໃນຜ່ານມາກໍ່ເຫັນແຕ່ນິຍາມ,

ບາງທ່ານໃຫ້ນິຍາມສື່ຫຼາຍໆຢ່າງບໍ່ເປັນເອກະພາບແຕ່ສະຫຼຸບແລ້ວ

ກໍ່ມີຄວາມໝາຍຄ້າຍຄືກັນເຊັ່ນ:

 ສື່ມວນຊົນເປັນຫູເປັນຕາໃຫ້ສັງຄມ,ສື່ເປັນນັກຮົບແນວຄິດ,

ສື່ເປັນກະບອກສຽງອັນແຫຼມຄົມຂອງພັກ ແລະ ອື່ນໆ

ແລ້ວກັບມາຊອກຫາບຸກຄົນທີ່ເຄີຍມີສື່ສຽງໃນວົງການສື່ນັບທັງເມື່ອກອ່ນ

 ແລະ ປະຈຸບັນກໍ່ຍັງບໍ່ພົບນາມມະຍົດເຊັ່ນ:  ຈະເລີນໄຍະພອນ,

ຈູມມາ ຈັນທະລັງສີ,  ປອງໄຕ ຈະເລີນສຸກ..., ບັນດານັກຂີດຂຽນ,

ນັກປະພັນຕ່າງເຊັ້່ນ: ຫຼວງໄຊຫຼວງພະສີ,ດາວວຽງ ບຸດນາໂຄ

ແລະ ຜູ້ອື່ນໆທີ່ບໍ່ໄດ້ເອີ່ຍຊື່ກໍ່ບໍ່ເຫັນມີ,ເຫັນພຽງແຕ່ຄຳວ່າ:

 ‘’ ເອັກ ‘’, ຍິ່ງໃຫຍ່, ດີເລີດ ເທົ່ານັ້ນ ເປັນຕົ້ນວ່າ: ນັກຂ່າວເອກ,ນັກຂຽນເອກ,

ນັກປະພັນເອກ... ຫຼືວ່າອັນນັ້ນບໍ່ແມ່ນນາມມະຍົດທີ່ແທ້ຈິງຂອງເພີ່ນ?.

ເວົ້າຕາມພາສາຄົນບໍ່ຮູ້ ຕາມທຳມະດາແລ້ວ

ກ່ອນຈະມີ (ເອກ) ກໍ່ຕ້ອງມີ ( ຕີ ) , ມີ ( ໂທ )  ສາກ່ອນຈິ່ງຮອດເອກ

ແຕ່ວ່າໜ້າແປກຄືກັນ ບັນດາສື່ພັດວ່າມີເອກບາດດຽວໂລດ,

ຄຳວ່າເອກນັ້ນແມ່ນໄດ້ມາຈາກໃສ?, ເອົາຫຍັງມາວັດແທກ?,

ແລະ ມີຄ່າວັດແທກເທົ່າໃດ?,ຫົວໜ່ວຍວັດແມ່ນຫຍັງ?, ມີຄຸນຄ່າພິເສດກັບຕົວຂອງເຂົາແນວໃດ?

ໃນຄຳວ່າ ເປັນເອກ,...

ຜູ້ທີ່ມີຄ່າວັດແທກລຸດກວ່າເອກນ້ອຍໜຶ່ງຄືບໍ່ເອີ້ນວ່າ (ໂທ)

ຫຼືເອີ້ນວ່າ (ຕີ) ໃຫ້ເຂົາ?

ຫຼືວ່າພວກສື່ບໍ່ມີນາມມະຍົດຫຍັງບໍ່?

ບັນດາຄຳຖາມນີ້ຂ້ອຍຍັງລໍຄຳຕອບຈາກເພື່ອນພັນລາວ

ມັນເປັນສີ່ງໜ້າຄິດ, ທີ່ຄົນເຮັດວຽກເອົາຈິງເອົາຈັງ,

ເສຍສະຫຼະຫຼາຍຢ່າງນັບທັງຊີວິດຈິດໃຈໃຫ້ກັບສັງຄົມ

ຈົນບາງຄົນໃຫ້ນິຍາມວ່ານັກຮົບແນວຄິດ...

ຖ້າສົມທຽມໃສ່ຄົນເຮັດອາຊີບອື່ນເຂົາກໍ່ຍັງມີ

ເຊັ່ນ:  ພູວຽງ ວາດທະລີສັກ ຍັງໃຫ້ນາມມະຍົດວ່າ: ລາຊະນີເພງບ້ານນາ,

ແຕ່ດາວວຽງ ບຸດນາໂຄ ນັກປະພັນເພງແທ້ໆບໍ່ຮູ້ວ່ານາມມະຍົດເພີ່ນແມ່ນຫຍັງ?,

ຫຼືຜູ້ອື່ນໆອີກ. ສົມມຸດເປັນທະຫານຊັ້ນຕ່ຳຖ້າເຮັດໄດ້ ກໍ່ຈະເປັນວິລະຊົນ,

ລຸດລົງມາກໍ່ເປັນນັກຮົບແຂ່ງຂັນ...ຫຼືນັກກິລາ,ດາຣາ...

ກໍ່ຍັງເອີ້ນວ່າ: ດາວນັ້ນດາວນີ້,ຊຸບເປີນັ້ນຊຸບເປີນີ້ຕາມຄວາມເໝາະສົມ

ແຕ່ສື່...ຕິລະ  ? ..... ຖ້າສົມມຸດຮຽນຈົບພຽງມໍປາຍແຕ່ອິງໃສ່ປະສົບການຫຼາຍປີ,

ມີພອນສະຫວັນ,ຄວາມສາມາດສະເພາະຕົວພິເສດ,ເຮັດວຽກໃນວົງການສື່...

ໄດ້ເກັ່ງກວ່າຜູ້ຈົບວິຊາສະເພາະຊັ້ນສູງຕັ້ງຫຼາຍເທົ່າຈະໃຫ້ຫຍັງແກ່ເຂົາ?

 ຫຼືຈະໃຫ້ແຕ່ຫຼຽນໄຊ,ຫຼຽນກາ,ໃບຍ້ອງຍໍຈາລຶກບຸນຄຸນຢ່າງດຽວບໍ່?

ແບບນັ້ນກໍ່ຖຶກຕ້ອງຢູ່ ແຕ່ວ່າ 20 ໃບຍ້ອງຍໍກໍ່ຕາມ

ຊັ້ນເງິນຂອງເຂົາກໍ່ບໍ່ສາມມາດເລື່ອນຂ້າມໄດ້,ເງິນເດຶອນຍັງຄືເກົ່າ.

ແລະສິ່ງເຫຼົ່ານັ້ນເປັນພຽງການຈາລຶກບຸນຄຸນຂອງຄົນດີເດັ່ນທົ່ວໄປ,

ມີຫຼາຍຄົນເຮັດໄດ້,ຍັງບໍ່ແມ່ນຜູ້ພິເສດເທື່ອ

ເບິ່ງແລ້ວຄືກັບວ່າສື່ບໍ່ມີຈຸດໝາຍສູ້ຊົນທີ່ຍີ່ງໃຫຍ່ຄືເຂົາຄົນອື່ນ

ຕາມແນວຄິດນ້ອຍຂອງຂ້ອຍ ຖ້າສ້າງຈຸດໝາຍທີ່ຍິ່ງໃຫຍ່ໄວ້ຂ້າງໜ້າໃຫ້ແກ່

ເຂົາຫຼາຍກ່ວານີ້ ບາງເທື່ອອາດຈະເປັນແຮງໃຈໃຫ້ເຂົາເຈົ້າ ຫຼາຍກວ່ານີ້

ໃນຄວາມພະຍາຍາມເຮັດໜ້າທີ່ເພື່ອຄວ້າຝັນຂອງເຂົາເຈົ້າ

(ໃຫ້ຄຳແນະນຳດ້ວຍນະເພາະບໍ່ເຂົ້າໃຈວ່ານາມມະຍົດຄວນໃຫ້ແກ່ໃຜ)

ຂອບໃຈລ້ວງໜ້າ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຂອບໃຈ

ຂໍກາບຂອບພະຄຸນເປັນຢ່າງຍິ່ງທີ່່ບັນດາທ່ານອົດສາອ່ານ ແລະ

 ມີຄຳເຫັນກ່ຽວກັບກະທູ້ຂອງຂ້ອຍທີ່ມີຫົວຂໍ້ວ່າ 20 ມັງກອນ

ລຸ້ນ 20 ລາງວັນ. ນີ້ກໍ່ສະແດງວ່າພີ່ນ້ອງພັນລາວທຸກທ່ານລ້ວນແຕ່ໄດ້ລະນຶກ

ເຖິງບຸນຄຸນຂອງກອງທັບໂດຍບໍ່ໄດ້ຫວັງຜົນຢ່າງອື່ນ ເຊິ່ງສະແດງອອກ

ບ່ອນວ່າທ່ານໄດ້ຕອບຕາມຄວາມເຂົ້າໃຈ,ບໍ່ໄດ້ຕັ້ງເປົ້າວ່າໃຫ້ຖຶກຢ່າງດຽວ,

ບາງທ່ານກໍ່ສົ່ງແຕ່ຮູບພາບສັນຍາລັກມາບອກ ນັ້ນກໍ່ເປັນການດີຫຼາຍ

ດີກວ່າທີ່ບໍ່ໄດ້ອ່ານຜ່ານສາຍຕາເພາະຢ່າງນ້ອຍຄິດວ່າ: ຄຳຖາມ,ຄຳຕອບ ແລະ

ມູນເຊື້ອຂອງກອງທັບປະຊາຊົນລາວຍັງຕິດຕົວໄປກັບທ່ານນານໆ

(ໄດ້ເວລາພໍ່ດີ ຂອຍຈິງຂໍສະເຫລີຍຄຳຖາມ)

ເຖິງວ່າບໍ່ໄດ້ບອກທີ່ມາ

ຂອງຄຳຖາມ,ຄຳຕອບລະອຽດ ແຕ່ກໍ່ມີເຫດຜົນພໍໃຫ້ພີ່ນ້ອງໄດ້ພິຈາລະນາ

ນຳກັນຫາກເຫັນວ່າຄຳຕອບຍັງມີບ່ອນຄ້າງຄາກໍ່ຂໍອະໄພ

ແລະ ຢ່າລືມສົ່ງຂໍ້ຄວາມຫຼັງໄມເພື່ອແລກປ່ຽນເນາະ?

ຫາກທ່ານໃດ,ມີຄຳຕອບແບບນີ້ໃນ ໄດອາຣິ່ ຫົວຂໍ້ 20 ມັງກອນ ເຊີນລຸ້ນ 20 ລາງວັນ

ໃຫ້ແຈ້ງເບີໂທລະສັບມືຖືແບບຕື່ມມູນຄ່າໂທ ໃນເຄືອຄ່າຍ

( ອີທີແອວ, ເອັມໂຟນ ແລະ ສະຕາໂຟນ )

ມາທາງຂໍຄວາມຫຼັງໄມເພື່ອສະດວກໃນການໂອນມູນຄ່າໄມ

 

ຄຳຕອບທີ່ 1

ຕົ້ນກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ

ມີ 4 ໄລຍະແລະປ່ຽນຊື່ເອີ້ນມາ 4 ຊື່ແລ້ວ ຄື:

1.      ໄລຍະຕົ້ນກຳເນີດເອີ້ນວ່າ: ’ ກອງລາວປະລໍ (ລາວປະລໍ) ເຊິ່ງໄລຍະນີ້ມີທະຫານ

ພຽງ 25 ຄົນ, ຢຸດທະສາດໃນເວລານີ້ຄືການໂຄສະນາ ແລະ ສະແດງກຳລັງ

ໂດຍໃຊ້ທະຫານພຽງ 25 ຄົນນີ້  ປະລໍບ່ອນນັ້ນປະລໍບ່ອນນີ້,

ບ່ອນລະ 2-3 ຄົນ ຢູ່ຕາມທ້ອງຖິ່ນຕະລອດເວລາ ເພື່ອໃຫ້ທຸກທ້ອງຖີ່ນຮັບຮູ້ ແລະ

ໂຄສະນາຕໍ່ໆກັນໄປວ່າ ມີກຳລັງທະຫານຢ່າງຫຼວງຫຼາຍ,ມີຄວາມໝັ້ນໃຈ

ພ້ອມທີ່ຈະຕໍ່ສູ້ເອົາຊະນະກັບສັດຕູໄດ້

2.      ລຍະສ້າງຕັ້ງເປັນກອງທັບເອີ້ນວ່າ: ‘’ກອງລາດຊະວົງ ‘’ໄລຍະນີ້

ເຖິງວ່າມີທະຫານພຽງ 25 ຄົນ ແຕ່ບົດບາດອິທິພົນ,ຊື່ສຽງຂອງກອງທັບ

ໄດ້ເລີ່ມແພ່ຂະຫຍາຍກວ້າງຂວາງ

3.      ໄລຍະຕໍ່ສູ້ປົດປ່ອຍຊາດເອີ້ນວ່າ:’’ ກອງທັບປົດປ່ອຍປະຊາຊົນລາວ’’

4.      ໄລຍະປະຈຸບັນເອີ້ນວ່າ: ‘’ກອງທັບປະຊາຊົນລາວ’’

 

 ຄຳຕອບທີ່ 2

ບັ້ນຮົບທີ່ນຳເຂົ້າຄົ້ນຄ້ວາເພື່ອຄັດເອົາເປັນບັ້ນຮົບຕັດສິນໄຊຊະນະ

ຂອງລາວເຮົາມີ 3 ບັ້ນຮົບໃຫຍ່ຄື:

1.     ບັ້ນຮົບ ‘’ ກອງພັນທີ່ສອງຜ່າວົງປິລ້ອມ ‘’ ທີ່ທົ່ງໄຫຫິນ

ເຊິ່ງໄດ້ເຮັດໃຫ້ພວກຈັກະພັດສັດຕູງຶດງໍ້ອັດສະຈັນ,ຕົກສະເງີ້,

ສະທ້ານຢ້ານກົວຕໍ່ດິດເດດຂອງກອງທັບເຮົາຈົນບໍ່ກ້າປະເສີນໜ້າ

ກັບກອງພັນທີ່ສອງ,ກາຍເປັນປະຫວັດສາດການທະຫານຂອງໂລກ

2.     ບັ້ນຮົບ ‘’ ນ້ໍາບາກ ‘’ ດັບສູນ ແລະ ຈັບສະເລີຍສິກໄດ້ 3.200 ກວ່າຄົນ,

ປົດປ່ອຍເຂດປົກຄອງຂອງສັດຕູໄດ້ຫຼາຍທີ່ສຸດ,ເຮັດໃຫ້ທຸກກຳລັງ

ຂອງສັດຕູຢູ່ລາວອອ່ນເພຍເປ້ຍລ່ອຍ, ກົງກັນຂ້າມມັນໄດ້ກາຍເປັນ

ສຽງເພງປຸກລະດົມໃຫ້ປວງຊົນລາວທັງຊາດລຸກຂຶ້ນຕໍ່ສູ້ປົດປ່ອຍຊາດ

ແລະ ເປັນບັ້ນຮົບທີ່ນັກວິທະຍາສາດການທະຫານຕ້ອງໄດ້ນຳໄປຄົ້ນຄິດ

3.     ບັ້ນຮົບ ‘’ ລາມ-ເຊີ່ນ 719 ‘’ ເປັນບັ້ນຮົບທີ່ຍີ່ງໃຫຍ່,ສັດຕູໃຊ້ກຳລັງ

ຫຼວງຫຼາຍທີ່ສຸດ ທະຫານຫຸ່ນໄຊງ່ອນ 50 ກວ່າກອງພັນ,

ທະຫານໄທຮັບຈ້າງຫຼາຍກອງພັນ...ອາວຸດສົງຄາມທັນສະໄໝທີ່ສຸດ,

ເຮືອບິນ,ລົດຕັງ ລົດຫຸ້ມເກາະ,ປຶນໃຫຍ່.

ເປັນບັ້ນຮົບທົດສອບ,ທ້າທາຍຄັ້ງຍິ່ງໃຫຍ່

ແລະ ສຸດທ້າຍຂອງພວກຈັກກະພັດຜູ້ຮຸກຮານຫວັງຈະດັບມອດກອງທັບເຮົາ

ທັງ 3 ບັ້ນຮົບນີ້ລ່ວນແຕ່ເປັນໄຊຊະນະອັນຍິ່ງໃຫຍ່ຂອງກອງທັບປະຊາຊົນລາວ

ແລະ ຍັງພວມກຳລັງຄົ້ນຄວ້າເພື່ອຄັດເອົາພຽງ 1 ບັ້ບຮົບ

ໃຫ້ເປັນບັ້ນຮົບຕັດສິນໄຊຊະນະສຸດຍອດ

ສ່ວນຜົນການຕັດສິນນັ້ນຍັງຕ້ອງລໍຕໍ່ໄປເພາະປະຈຸບັນບໍ່ທັນຮັບຊາບ

 

ຄຳຕອບທີ່ 3

ບັ້ນຮົບທີ່ໄດ້ຍອມຮັບວ່າເປັນບັ້ນຮົບຕັດສິນໄຊຊະນະອັນສຸດຍອດ

ຂອງວຽດນາມໄດ້ແກ່

‘’​ ບັ້ນຮົບປົດປ່ອຍພາກໃຕ້ວຽດນາມ ‘’

ເຫດຜົນກໍ່ຄືວ່າ: ບັ້ນຮົບນີ້ໄດ້ປົດປ່ອຍທັງສັດຕູ ແລະ ປະຊາຊົນພ້ອມໆກັນ,

ສາມາດທ້ອນໂຮມທັງສອງພາກຂອງວຽດນາມ ພາກໃຕ້ ແລະ ພາກເໜຶອ

ເຂົ້າເປັນໜຶ່ງດຽວຄື: ເປັນປະເທດ ສສ ວຽດນາມ

ແລະໄດ້ແຈ້ງຜົນການຕັດສິນນີ້ໃນປີ 2008  ນີ້ເອງ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2011 | ມີ 13 ຄຳເຫັນ ແລະ 0 trackback(s)


ຜ່ານການສຳຫຼວດໃນເວບພັນລາວກ່ຽວກັບຕົ້ນເຫດທີ່ແທ້ຈິງຂອງໂສເພນີ,

(ຍິງໃຫ້ບໍລິການທາງເພດ)

ມີຄົນໂຫວດເຂົ້າມາສະແດງຂໍ້ຄິດເຫັນຄິດເປັນສ່ວນຮ້ອຍດັ່ງນີ້

55% ຕອບວ່າ ຜູ້ຍິງເປັນຕົ້ນເຫດ

40% ຕອບວ່າ ຜູ້ປົກຄອງເປັນຕົ້ນເຫດ

5% ຕອບວ່າ ຜູ້ຊາຍເປັນຕົ້ນເຫດ

ເມື່ອຮູ້ຕົ້ນເຫດແລ້ວການຊອກຫາທາງອອກມັນຄົງບໍ່ຍາກແມ່ນບໍ່ທ່ານ?

ຈັ່ງຊັ້ນເຮົາມາຫາທາງອອກຊ່ວຍກັນເພື່ອໃຫ້ມັນດີ

ເພາະວ່າໂສເພນີຮູ້ວ່າບໍ່ດີຢູ່ແລ້ວ

ໃຫ້ທ່ານຕັ້ງຂໍ້ສົມມຸດກັບຕົວຂອງທ່ານເຖິງ 3 ປະການຄື້:

ສົມມຸດທ່ານເປັນຍິງໂສເພນີ,ເປັນຜູ້ປົກຄອງ ແລະ ເປັນຜູ້ຊາຍມີຄວາມພ້ອມທຸກຢ່າງ.

ໃນສະພາບສັງຄົມປະຈຸບັນນີ້ຖ້າສົມຸດທ່ານຕົກຢູ່ໃນສະພາບແວດລ້ອມ

ທີ່ຄືກັນກັບຄົນທັງ 3 ຄົນທີ່ກ່າວມານັ້ນເຊັ່ນ: ຄວາມຮູ້ຄວາມສາມາດ,

ສະຕິປັນຍາ,ຖານະເງິນຄຳ ແລະ ສະພາບອື່ນໆລ້ວນແຕ່ຄືກັນ

 ທ່ານຈະມີວິທີແກ້ໄຂແນວໃດທີ່ເປັນທາງອອກໃນຕໍ່ໜ້າ?

ໃຫ້ຄຳເຫັນທັງ 3 ຂໍດ້ວຍນະ

1.      ສົມມຸດເປັນຍິງຂາຍບໍລິການປະເພນີ  ທ່ານ ຈະແກ້ແນວໃດ?

ແລະ ຂໍຫຍັງຈາກຄົນອື່ນ?

2.      ສົມມຸດເປັນຜູ້ປົກຄອງ ທ່ານຈະແກ້ແນວໃດ? ແລະ ຂໍຫຍັງຈາກຄົນອື່ນ?

3.      ສົມມຸດເປັນຜູ້ຊາຍພຽບພ້ອມທຸກຢ່າງແຕ່ຊື້ປະເພນີ

ທ່ານ ຈະແກ້ແນວໃດ? ແລະ ຂໍຫຍັງຈາກຄົນອື່ນ?

ຂໍມີຄຳເຫັນກ່ອນນະ

Eeee ຊິວ່າແນວໃດຫວະນີ່ ຢ້ານແຕ່ເພີ່ນອາຍໂຕ eeee

ສຳລັບຂ້ອຍເອງຖ້າສະພາບສັງຄົມເປັນດັ່ງປະຈຸບັນ

ຂໍ້ທີ່ 1 ສົມມຸດຂ້ອຍເປັນຍິງຂາຍບໍລິການປະເພນີ  ຂ້ອຍຈະພັດທະນາເຕັກການນິກການບໍລິການ

ໃຫ້ດີຂຶ້ນກວ່າເກົ່າ,ແນໃສ່ຮັບໃຊ້ສັງຄົມຕາມໜ້າທີ່ຂອງຕົນ

ເພາະປະຈຸບັນສັງຄົມສ່ວນໜຶ່ງຍັງຮຽກຮ້ອງແລະສົ່ງເສີມໃຫ້ມີການພັດທະນາຂຶ້ນເລື່ອຍໆ

-         ຂໍຜູ້ຊາຍຢ່າຕໍ່ລາຄາຫຼາຍເພາະສິນຄ້າທຸກຢ່າງມັນກໍ່ແພງ

- ຂໍໃຫ້ຜູ້ຊາຍທັງຫຼາຍບໍລິຈາກເງິນຂອງຕົນ 10% ໃນຮ່ວງລາຍຈ່າຍຊື້ບໍລິການໂສເພນີນັ້ນ

ສົ່ງເສີມໃຫ້ແມ່ຍິງມີການສຶກສາສູງ,

ສົ່ງເສີມດ້ານສີລະປະວັນນະຄະດີຂອງບັນດາເຜົ່າ,ເພາະວ່າຍິງໂສເພນີປະມານ 90%

ບໍ່ມີການສຶກສາສູງ,ຖ້າເຮັດໄດ້ສັງຄົມໂລກຄົງຈະມີຄວາມສີວິໄລທາງດ້ານຈິດໃຈກວ່ານີ້

-         ຂໍໃຫ້ໃສ່ຖົງຢາງອະນາໄມທຸກຄັ້ງຫາກມີເຊັກກັບຂ້ອຍ

ຂໍ້ທີ່ 2 ສົມມຸດຂ້ອຍເປັນຜູ້ປົກຄອງ:

 ໄດ້ແຕ່ພາວັນນາຂໍວອນສິ່ງສັກສິດທັງຫຼາຍທັງປວງ

ມາປົກປ້ອງຄຸ້ມຄອງລູກທີ່ເປັນຫົວອົກຂອງຕົນ

ຈົ່ງຕະຫຼອດປອດໄພທຸກປະການ

-         ຂໍໃຫ້ລູກໄດ້ດີຄືຄົນອື່ນ ແລ້ວກັບມາກູ້ກຽດສັກສີຂອງຕະກຸນເຮົາ

ຄຶນສູ່ປົກະຕິໃນໄວໆ

ຂໍ້ທີ່ 3 ສົມມຸດຂ້ອຍເປັນຜູ້ຊາຍທີ່ມີຄວາມພ້ອມທຸກຢ່າງ.

ມີທັງປັນຍາ,ຄວາມຮູ້ຄວາມສາມາດ ແລະ ເງິນຄຳ

ຂ້ອຍຈະຫັກເອົາ 10 % ຂອງລາຍຈ່າຍທີ່ໄດ້ສູນເສຍຈາກທານທູ່ມເທ

ເພື່ອຊື້ປະເພນີ້ໃນທາງກົງແລະທາງອ້ອມເຫຼົ່ານັ້ນ

ແລ້ວໄປປະກອບສ່ວນເຂົ້າໃນບັນດາໂຄງການສຸກຍູ້ສົ່ງເສີມເດັກ,

ເຍົາວະຊົນ ແລະ ຊາວໝຸ່ມ ໃຫ້ເຂົາມີໂອກາດໄດ້ຮັບການສຶກສາທີ່ສູງ,

ສົ່ງເສີມສີລະປະວັນນະຄະດີ

-         ຂໍຢ່າເວົ້າສູ່ເມຍຟັງ,ຢ່າໂທມາໃນຍາມນອນກັບເມຍ

-         ຂໍໃຫ້ຄິດເອົາແຕ່ເງິນຢ່າຄິດເອົາຜົວຄົນອື່ນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 17, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຂ້ານ້ອຍຜູ້ຂຽນ ໄດອາຣິ່ ເມື່ອວັນທີ່ 3 ມັງກອນ 2011 ໃນຫົວຂໍ້ 20 ມັງກອນລຸ້ນຮັບ 20 ລາງວັນ

ຂໍແຈ້ງການປ່ຽນແປງກະຕິກາບາງຢ່າງໃຫ້ຊາບ ທັງນີ້ເພື່ອຕອບສະໜອງຕາມຄຳສະເໜີຂອງເພື່ອນໆ

ຄື:ບໍ່ຈຳກັນລາງວັນ.ລາຍລະອຽດດັ່ງນີ້

1 ຈະຕອບພຽງໜຶ່ງຄຳຖາມຫຼືຕອບໝົດທຸກຄຳຖາມກໍ່ໄດ້,ຖ້າຕອບຖຶກພຽງໜຶ່ງຄຳຖາມ

ກໍ່ຈະໄດ້ຮັບພຽງໜຶ່ງລາງວັນ,ຖ້າຕອບຖຶກທັງໝົດກໍ່ຈະໄດ້ຮັບ 3 ລາງວັນ

2 ແຕ່ລະລາງວັນມີມູນຄ່າໂທ 10.000 ກີບ

3  ແຈກສະເພາະຜູ້ໃຊ້ໂທລະສັບມືຖືລະບົບຕື່ມເງິນ,ເຄືອຄ່າຍ( ອີທີແອວ, ເອັມໂຟນ ແລະ ສະຕາໂຟນ)

ສ່ວນຜູ້ໃຊ້ລະບົບອື່ນ,ເຄືອຄ່າຍອື່ນ ຕ້ອງໃຫ້ຄົນອື່ນຮັບແທນ

4 ທ່ານຈະຕອບຄືຄໍາຕອບຂອງຄົນອື່ນ ຫຼື ຕ່າງຈາກຄົນອື່ນກໍ່ໄດ້,

ຖ້າມີຄົນຕອບຖຶກຄົບ 3 ຄໍາຖາມພຽງ 1 ຄົນຈະໄດ້ຮັບມູນຄ່າໂທ 200.000 ກີບ

 ສ່ວນລາງວັນທີ່ຕອບຖຶກຈະໂອນມູນຄ່າໂທໃສ່ເລກໝາຍໂທລະສັບຂອງທ່ານ ແລະ

ຈະຕິດຕໍ່ທາງຂໍ້ຄວາມຫຼັງໄມຫາກທ່ານຕອບຖຶກ ທ່ານສາມາດປ່ຽນຄຳຕອບໃໝ່ໄດ້ຈົນກວ່າຈະປະກາດຄຳຕອບອອກມາ (ຊ່ວຍແນະນຳເພື່ອນຂອງທ່ານຮ່ວມສະນຸກນຳກັນ ຂໍຂອບໃຈ)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

          ເລນິນເວົ້າວ່າ: ຄະນະສືີ່ມວນຊົນປະຊາທິປະໄຕ ຍາມໃດກໍ່ເປັນຕາເປັນຫູໃຫ້ສັງຄົມ,ເຫັນໄດ້ທຸກປະກົດການ,

ຮູ້ໄດ້ທຸກບັນຫາ ແລະ ໄປເຖິງທຸກບ່ອນ.

ຕະຫຼອດໄລຍະຜ່ານມາບັນດາສື່ມວນຊົນລາວທັງຫຼາຍກໍ່ໄດ້ເຮັດໜ້າທີ່ຂອງຕົນດ້ວຍຄວາມຕັ້ງໜ້າເຊັ່ນ: ໄດ້ຕອບສະໜອງຂໍ້ມູນຂ່າວສານ,ສາລະໜ້າຮູ້,ສາລະບັນເທິງ,ປຸກໃຫ້ສັງຄົມລຸກຂຶ້ນມາພັດທະນາຕົນເອງ,ກ້າວໄປຂ້າງໜ້າເລື່ອຍໆ ແລະ ຖຶກຕ້ອງຕາມແນວທາງນະໂຍບາຍຂອງພັກເຮົາວາງອອກ ເວົ້າຫຍໍ້ໆແລ້ວບັນດາໝາກຜົນຂອງການປະຕິວັດປະເທດເຮົາແຕ່ລະໄລຍະແມ່ນສື່ມີສ່ວນຮ່ວມໂດຍກົງໃນຖານະເປັນຜູ້ອອກໜ້າ,

ເປັນທັງຜູ້ກວດກາ ແລະເປັນທັງຜູ້ສະຫຼຸບ ບັນດາຜົນງານເຫຼົ່ານັ້ນຫຼວງຫຼາຍບໍ່ສາມາດພັນລະນາໄດ້

ແຕ່ຄຽງຄູ່ກັບຜົນງານດ້ານດີນັ້ນຍັງເຫັນບາງຈຸດທີ່ສື່ເຮັດບໍ່ທັນໄດ້ ຫຼືວ່າເຮັດໄດ້ແຕ່ກໍ່ຍັງບໍ່ທັນຫຼາຍ, ບໍ່ທັນສົມກັບຖານະຂອງຕົວເອງທີ່ເປັນຜູ້ອອກໜ້າ,ກວດກາ ແລະ ສະຫຼຸບ ນັ້ນກໍ່ຄື: ສື່ບໍ່ຕໍານິວິຈານຕົວເອງ ຫຼື ຕຳນິວິຈານລະຫວ່າງສື່ດ້ວຍກັນ ເຊິ່ງມັນສະແດງອອກຢູ່ບ່ອນວ່າຢູ່ໃນໂຂງເຂດຖະແຫຼງຂ່າວວັດທະນະທຳ(ໂຂງເຂດສື່ມວນຊົນ)ກໍ່ມີປະກົດການຫຼາຍອັນທີ່ເປັນອັນອ່ອນ ເຊັ່ນ: ບັນດາໂຄງການກໍ່ສ້າງຈະເປັນສະຖານນີວິທະຍຸ -ໂທລະພາບ,ອາຄານສະຖານທີ່ຕ່າງໆທີ່ກ່ຽວພັນກັບໂຂງເຂດນີ້ ມີບາງໂຄງການກໍ່ຊັກຊ້າ,ມີບາງອັນບໍ່ຖືກຕ້ອງຕາມປະລັ່ງເດີວີ່,ບໍ່ໄດ້ມາດຖານຕາມເຕັກນິກ; ບັນຫາການໃຊ້ຈ່າຍເງິນຄຳຟູມເຟືອຍຕິດໜີ້ຕິດສິນແກ່ຍາວ; ບັນຫາການຫຼີ້ນເສັ້ນສາຍພັກພວກເອົາລັດເອົາປຽບ,ການຮັບເອົາພະນັກງານທີ່ຂາດຄຸນນະພາບ; ບັນຫາສື່ຂາດຄຸນະພາບ,ຂາດສີສັນ,ຂາດເນື້ອໃນ,ບໍ່ທັນສະພາບການ,ສື່ຂາດຈັນຍາບັນຮຽກຮ້ອງຄ່າຈ້າງລ້າງວັນທາງກົງ ແລະ ທາງອອ້ມໃນການສະເໜີຂ່າວ; ບັນຫາສັງຄົມເຂົ້າຮ້ານນ້ອຍ,ຮ້ານກາງ,ຮ້ານໃຫຍ່,ເຂົ້າຫ້ອງມືດຫ້ອງມົວ...ໃນໂຂງເຂດນີ້ກໍ່ມີຄືກັນກັບໂຂງເຂດອື່ນໆ ແຕ່ບໍ່ປະກົດເຫັນສື່ໃດໆບໍ່ວ່າຈະເປັນໜັງສືພີມ,ວິທະຍຸ ແລະ ໂທລະພາບກໍ່ຕາມ ບໍ່ມີຈັກເທື່ອວ່າຂຸດຄົ້ນມາວິເຄາະວິໃຈຕຳນິວິຈານຫຼືນຳມາສະເໜີຜ່ານສື່ມວນຊົນເພື່ອໃຫ້ສັງຄົມໄດ້ຖອດຖອນບົດຮຽນ,

ທັງເປັນການປັບປຸງບັນດາສື່ໃຫ້ມີຄຸນນະພາບ,ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຫຼືມີກໍ່ຍັງເປັນລັກສະນະລວມໆ,ບໍ່ຍົກຂຶ້ນມາສະເພາະເຈາະຈົງລົງເລິກຄືກັບຈຸດອ່ອນຂອງພາກສ່ວນອ່ືນໆ,

ເຮັດບໍ່ທັນໄດ້ສົມກັບຖານະຂອງຕົນທີ່ເປັນຜູ້ອອກໜ້າ,ເປັນຜູ້ກວດກາ ແລະ ເປັນຜູ້ສະຫຼຸບ. ຜ່ານມາສື່ໄດ້ຖະແຫຼງແປງວາດບໍ່ແມ່ນທໍາມະດາ ບຸດລະ ຄຸນສົມບັດຂອງປະທານໄກສອນ,ປະທານສຸພາ,ປະທານໜູຮັກ,ບຸດລະມະຕິນັ້ນມະຕິນີ້,ລຳລັດນັ້ນຂໍ້ຕົກລົງນີ້,ບຸດລະຜູ້ນັ້ນດີຜູ້ນີ້ອ່ອນ ເອົາຢູ່ພໍປານນັ້ນ ແຕ່ບໍ່ຮູ້ວ່າໂຂງເຂດສື່ເອງນັ້ນປະຕິບັດໄດ້ຈັກສ່ວນຮ້ອຍແລ້ວໃນຄວາມເປັນແບບຢ່າງເລົ່ານັ້ນ ຫຼືວ່າໄດ້ຮ້ອຍສ່ວນຮ້ອຍແລ້ວບໍ? ຈິງບໍ່ເຫັນມີໃຜເວົ້າຫຍັງອອກມາ

ເມື່ອເປັນແບບນີ້ ຖ້າສົມມຸດວ່າສື່ເປັນຕາເປັນຫູຂອງສັງຄົມກໍ່ຖືວ່າໃຊ້ການໄດ້ແຕ່ພຽງເບື້ອງດຽວ ສ່ວນອີກເບື້ອງໜຶ່ງຄັນຕາບໍ່ບອດກໍ່ຖືວ່າຕາຟາງ ເບິ່ງເຫັນໄດ້ແຕ່ຮອບຕົວຂອງຄົນອື່ນ ແຕ່ເບິ່ງມິນໝໍ້ຕິດໜ້າພາກຫຼືກາງຫຼັງຂອງຕົນເອງບໍ່ໄດ້,ຄັນເປັນຫູກໍ່ຖືວ່າໜວກເບື້ອງໜຶ່ງ ຫຼືວ່າຫູອື້ງ,ຫູກາຍ. ບໍ່ສາມາດດຟັງສຽງຮອບຕົວຂອງຕົນໄດ້ທຸກຂ້າງ. ສົມມຸດມີຄຳຖາມວ່າ ‘’ ໃຜຈະເປັນຜູ້ວິຈານສື່? ‘’ ສໍາລັບຂ້ອຍຄົງຕອບວ່າ ຖ້າບໍ່ແມ່ນສື່ວິຈານສື່ ແລ້ວແມ່ນຈະໃຜອີກລະ?  ຫຼືວ່າຖ້າໃຫ້ຄົນອື່ນເປັນຜູ້ວິຈານ ເຂົາກໍ່ຈະຮູ້ໄດ້ພຽງແຕ່ວິຈານຢູ່ໃນວົງເຫຼົ້າວົງຢາ,ສະພາກາເຟເທົ່ານັ້ນ ຖ້າວິຈານແບບນີ້ຍິ່ງເຮັດໃຫ້ວົງການສື່ເສຍຫາຍໃນຄວາມເປັນແບບຢ່າງ,ເສຍຮູບການໂຄສະນາ ແລະ ສື່ກໍ່ບໍ່ຮູ້ສຶກວ່າຕົນເອງຍັງຂາດອັນໃດ,ຂາດບ່ອນໃດແດ່?

ຍຸກປະຈຸບັນນີ້ສື່ຍິ່ງມີຄວາມສໍາຄັນຫຼາຍ ປະທານໄກສອນພົມວິຫານ ຜູ້ນໍາທີ່ແສນເຄົ້າລົບຮັກຂອງພວກເຮົາເຄີຍເວົ້າວ່າ: ປະເທດເຮົາຫາກໍ່ມີສັນຕິພາບ,ໄດ້ເອກະລາດ ສ່ວນປະຊາທິປະໄຕນັ້ນຍັງເຮັດບໍ່ທັນໄດ້ພໍເທົ່າໃດ

ຕາມທັດສະນະຂອງຜູ້ຂຽນທີ່ຮູ້ບໍ່ຫຼາຍຄິດວ່າ ສື່ມີສ່ວນຮ່ວມໂດຍກົງໃນການສ້າງປະຊາທິປະໄຕ ແລະ ມັນຄົງເຖິງເວລາແລ້ວທີ່ບັນດາສື່ມວນຊົນລາວທັງຫຼາຍ ຄວນຕັດສິນໃຈອັນໃດຈັກຢ່າງ, ສະແດງຄວາມກ້າຫານໃນການຕຳນິວິຈານຕົວເອງ ແລະ ຄົນອື່ນໃຫ້ຫຼາຍກວ່າເກົ່າ ໃຫ້ສົມກັບຖານະບົດບາດຂອງຕົນເອງທີ່ເປັນຜູ້ອອກໜ້າ,ກວດກາ,ເປັນຜູ້ສະຫຼຸບ ແລະ ເປັນຕາເປັນຫູໃຫ້ສັງຄົມ, ທັງເປັນຕົວແບບໃນການໃຊ້ສິດປະຊາທິໄຕອັນເຕັມສ່ວນຕາມລະບອບປະຊາທິປະໄຕປະຊາຊົນ

ໃນໂອກາດປີໃໝ່ 2011 ນີ້ຂໍຝາກຄຳຖາມ(ໃຜຈະເປັນຜູ້ວິຈານສື່?)ໃຫ້ກັບສື່ທຸກຄົນ,ທຸກຂະ

ແໜງ ແທນຄໍາອວຍພອນ ຈົ່ງນໍາບົດນີ້ໄປປັບປຸງໃຫ້ເໝາະສົມແລ້ວສະເໜີຜ່ານສື່ອື່ນໃຫ້ແດ່

~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~~

ຜິດພາດຂໍອະໄພ,ບໍ່ເຄີຍຂຽນ,ບໍ່ມີຜູ້ໃດບອກໃຫ້ຂຽນ ແຕ່ມີຜູ້ຊີ້ນຳຄື:

ກົດໝາຍສື່ມວນຊົນມາຕາທີ່ 14, 15, 16, 17 ສິດເສລີພາບຂອງພົນລະເມືອງລາວ  ແລະ ມາດຕາ 37

(ຂໍຂອບໃຈ)

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

ກ່ອນຈະຕອບຄຳຖາມຕ້ອງອ່ານກະຕິກາກ່ອນ

ກະຕິກາ ແລະ ລາງວັນແມ່ນຜູ້ຂຽນເປັນຜູ້ວາງເອງ

     ກະຕິກາ

ຂ້ານ້ອຍຜູ້ຂຽນ ໄດອາຣິ່ ເມື່ອວັນທີ່ 3 ມັງກອນ 2011 ໃນຫົວຂໍ້ 20 ມັງກອນລຸ້ນຮັບ 20 ລາງວັນ

ຂໍແຈ້ງການປ່ຽນແປງກະຕິກາບາງຢ່າງໃຫ້ຊາບ ທັງນີ້ເພື່ອຕອບສະໜອງຕາມຄຳສະເໜີຂອງເພື່ອນໆ

ຄື:ບໍ່ຈຳກັນລາງວັນ.ລາຍລະອຽດດັ່ງນີ້

1 ຈະຕອບພຽງໜຶ່ງຄຳຖາມຫຼືຕອບໝົດທຸກຄຳຖາມກໍ່ໄດ້,ຖ້າຕອບຖຶກພຽງໜຶ່ງຄຳຖາມ

ກໍ່ຈະໄດ້ຮັບພຽງໜຶ່ງລາງວັນ,ຖ້າຕອບຖຶກທັງໝົດກໍ່ຈະໄດ້ຮັບ 3 ລາງວັນ

2 ແຕ່ລະລາງວັນມີມູນຄ່າໂທ 10.000 ກີບ

3  ແຈກສະເພາະຜູ້ໃຊ້ໂທລະສັບມືຖືລະບົບຕື່ມເງິນ,ເຄືອຄ່າຍ( ອີທີແອວ, ເອັມໂຟນ ແລະ ສະຕາໂຟນ)

ສ່ວນຜູ້ໃຊ້ລະບົບອື່ນ,ເຄືອຄ່າຍອື່ນ ຕ້ອງໃຫ້ຄົນອື່ນຮັບແທນ

4 ທ່ານຈະຕອບຄືຄໍາຕອບຂອງຄົນອື່ນ ຫຼື ຕ່າງຈາກຄົນອື່ນກໍ່ໄດ້,

ຖ້າມີຄົນຕອບຖຶກຄົບ 3 ຄໍາຖາມພຽງ 1 ຄົນຈະໄດ້ຮັບມູນຄ່າໂທ 200.000 ກີບ

 ສ່ວນລາງວັນທີ່ຕອບຖຶກຈະໂອນມູນຄ່າໂທໃສ່ເລກໝາຍໂທລະສັບຂອງທ່ານ ແລະ

ຈະຕິດຕໍ່ທາງຂໍ້ຄວາມຫຼັງໄມຫາກທ່ານຕອບຖຶກ ທ່ານສາມາດປ່ຽນຄຳຕອບໃໝ່ໄດ້ຈົນກວ່າຈະປະກາດຄຳຕອບອອກມາ

 

ບໍ່ມີຈຸດປະສົງອື່ນ ນອກຈາກເປັນການ ລະນຶກເຖິງມູນເຊື້້ອຂອງກອງທັບປະຊາຊົນລາວ  ແລະ ສ້າງຄວາມສະນຸກສະໝາມໃນພັນລາວ ຫວັງວ່າຈະບໍ່ຜິດກົດຂອງພັນລາວທີ່ບໍ່ໄດ້ປະສານງານກ່ອນ

ຄຳຖາມມີດັ່ງນີ້້:

ໃນການກຳເນີດ,ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບສອງຊາດ ລາວ ແລະ ວຽດນາມ ໄດ້ສ້າງວິລະກຳອັນລ້ຳເລີດທີ່ເປັນມູນເຊື້ອປະຫວັດສາດໄວ້ ດ້ວຍການເອົາຊະນະສັດຕູຫຼາຍບັ້ນຮົບ ແລະ ກໍ່ປ່ຽນຊື່ຕາມໄລຍະມາຕະຫຼອດ ຢາກຖາມວ່າ:

1 ຕົ້ນກຳເນີດຂອງກອງທັບປະຊາຊົນລາວເອີ້ນວ່າແນວໃດ?,ແລະ

ມາຮອດປະຈຸບັນໄດ້ປ່ຽນຊື້ຈັກຊື່ແລ້ວ? ແຕ່ລະຊື່ເອີ້ນວ່າແນວໃດແດ່?

2 ໃນການຕໍ່ສູ້ປົດປ່ອຍຊາດ ກອງທັບເຮົາໄດ້ຮັບໄຊຊະນະສັດຕູຫຼາຍບັ້ນຮົບໃຫຍ່ທີ່ເປັນປະຫວັດສາດຫຼາຍໆບັ້ນຮົບ ແຕ່ວ່າມີບັ້ນຮົບໃດແດ່ ທີ່ມີຊື້່ີເຂົ້າຮ່ວມຄັດເລືອກ (ບໍ່ທັນແມ່ນຜົນຂອງການຕັດສິນ)

ເພຶອຈະຄັດເອົາພຽງໜຶ່ງບັ້ນຮົບໃຫ້ເປັນຮັ້ບຮົບຕັດສິນໄຊຊະນະອັນສຸດຍອດຂອງປະເທດເຮົາ?

3 ການຕໍ່ສູ້ປົດປ່ອຍຊາດຂອງກອງທັບວຽດນາມມີຫຼາຍບັ້ນຮົບທີ່ເປັນມູນເຊື້ອ

ປະຫວັດສາດຂອງກອງທັບວຽດນາມ ໃນນັ້ນແມ່ນຮັ້ບຮົບໃດ? ທີ່ຖຶກຍອມຮັບວ່າເປັນຮັ້ບຮົບຕັດສິນແຫ່ງໄຊຊະນະອັນສຸດຍອດຂອງປະເທດຊາດວຽດນາມ?

(ຂໍໃຫ້ທ່ານໂຊກດີ ແລະ ຊ່ວຍບອກເພື່ອນຂອງທ່ານມາຮ່ວມສະນຸກນຳກັນ)

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2010 | ມີ 30 ຄຳເຫັນ ແລະ 0 trackback(s)

ກ່ອນຈະຕອບຄຳຖາມຕ້ອງອ່ານກະຕິກາກ່ອນ

ກະຕິກາ ແລະ ລາງວັນແມ່ນຜູ້ຂຽນເປັນຜູ້ຕັ້ງຂຶ້ນເອງ ແລະ ໃຫ້ລາງວັນເອງ

     ກະຕິກາ

1 ໃຫ້ຕອບໄດ້ 1 ຄົນ ຕໍ່ 1 ຄຳຕອບ(ບໍ່ໃຫ້ຕອບຫຼາຍຄຳຕອບ)

2 ຈະຕອບຄຶຄຳຕອບຂອງຄົນອື່ນ ຫຼື ຕ່າງຈາກຄົນອື່ນກໍ່ໄດ້

3 ຜູ້ທີ່ຕອບຖຶກ 5 ຄົນທຳອິດຈະໄດ້ຮັບບັດຕື່ເງິນ 10.000 ກີບຕໍ່ 1 ຄົນ

4 ຫາກມີຜູ້ຕອບຖຶກພຽງ 1 ຄົນຈະໄດ້ຮັບບັດຕື່ມເງິນມູນຄ່າ 50.000 ກີບ

5 ທ່ານສາມາດປ່ຽນຄຳຕອບທີ່ຕອບໄປແລ້ວນັ້ນ ຫາກຄິດວ່າຄຳຕອບກ່ອນບໍ່ໝັ້ນໃຈ

 ສ່ວນລາງວັນທີ່ຕອບຖຶກ 5 ຄົນທຳອິດຈະສົ່ງຕາມຂໍ້ຄວາມຫຼັງໄມເປັນລະຫັດບັດຕື່ມເງິນ (ETL)

ຫາກມີຜູ້ຕອບຖຶກເກິນ 5 ຄົນແມ່ນຈະເລືອກເອົາຜູ້ທີ່ຕອບຖຶກກ່ອນໂດຍອິງຕາມເວລາທີ່ທ່ານສົ່ງຄຳຕອບເປັນຕົວວັດ

ວັນສະເຫຼີຍຄຳຖາມແມ່ນວັນທີ່ 2 ທັນວາ 2010 ຖ້າຫາກຍັງບໍ່ມີຄົນຕອບຖຶກຈະເລຶ່ອນການສະເຫຼີຍໄປອິກ(ສັນຍາວ່າບໍ່ຂີ້ກົງດອກ)

ບໍ່ມີຈຸດປະສົງອື່ນ ນອກຈາກການສ້າງຄວາມສະນຸກສະໝາມໃນພັນລາວ ແລະ ໃນໂອກາດວັນສະຖາປະນາປະເທດ ສປປ ລາວ   ຫວັງວ່າຈະບໍ່ຜິດກົດຂອງພັນລາວທີ່ບໍ່ໄດ້ປະສານງານກ່ອນ

ຄຳຖາມທີ່ຈະຖາມ ແມ່ນເປັນຄຳທວາຍ ຂອງທ່ານ ພູມີ  ວົງວິຈິດ ອະດີດຜູ້ນຳຂອງລາວເຮົາ

ເພີ່ນໄດ້ທວາຍໄວ້ແຕ່ປີ 1974 ກ່ອນການສະຖາປະນາ ສປປ ລາວ

ຄຳຖາມມີດັ່ງນີ້:

ທ່ານ ພູມີ  ວົງວິຈິດ ທວາຍວ່າ:

'' ເດຶອນຂຶ້ນຊ້າງຕາຍ    ເດຶອນຫງາຍຊ້າງຕົກ ''     ຄຳເວົ້າປະໂຫຍກນີ້ແປວ່າແນວໃດ? ຫຼື ເພີ່ນໝາຍຄວາມວ່າແນວໃດ? (ອະທິບາຍດ້ວຍນະພໍໃຫ້ເຂົ້າໃຈເຫດຜົນ)




 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ເວົ້າເລື່ອງຄວາມຫຍຸ້ງຍາກຢູ່ໃນໂລກນີ້ກໍ່ມີຫຼວຍອັນ

ບໍ່ສາມາດພັນລະນາໃຫ້ຄົບຖ້ວນໄດ້

ແຕ່ສຳຫຼັບຂອ້ຍຄິດວ່າ:

ຍາກທີ່ສຸດໃນໂລກແມ່ນ  '' ການໂຄສະນາ  '' ໝາຍເຖິງການໂຄສະນາຊວນເຊື່ອນັ້ນເອງ

 ຖ້າເຮົາເບິ່ງທົ່ວໄປແລ້ວການໂຄສະນາຊວນເຊື້ອຄືວ່າບໍ່ຍາກມັນເປັນເລື້່ອງທຳມະດາ ແລະ ກໍ່ຄິດວ່າມີຫຼາຍຄົນກໍ່ເຮັດມາເປັນປະຈຳກັນຢູ່

ແຕ່ຖ້າເຮົາເບິ່ງເລິກໆເຂົ້າໄປກໍ່ຄືວ່າເປັນເລື່ອງຫຍຸ້ງຍາກ ແລະ ຈຳເປັນທີ່ສຸດຂອງມະນຸດເຮົາ  ສົມມຸດຫາກມີໃຜຄົນໃດໜຶ່ງມີຄວາມສາມາດໂຄສະນາຊວນເຊື່ຶອ ເຮັດໃຫ້ມະນຸດໝົດທຸກຄົນໃນໂລກນີ້ເຊຶ້ອ ແລະ ປະຕິບັດຕາມທິດສະດີຊີ້ນຳຂອງຕົນໄດ້ ມະນຸດຄົນນັ້ນກໍ່ກາຍເປັນຜູ້ນຳຂອງໂລກ ແລະ ຊາວໂລກກໍ່ຈະເຄົາລົບນັບຖືຢ່າງລົ້ນເຫຼືອ ຫຼືວ່າຢູ່ລະດັບປະເທດ,ແຂວງ,ເມືອງ,ບ້ານ ແລະ ລະດັບຄອບຄົວກໍ່ຄືກັນ ຖ້າມີຄວາມສາມາດໂຄສະນາຊວນເຊື່ອໄດ້ໃນລະດັບໃດກໍ່ຈະກາຍເປັນຜູ້ນຳໃນລະດັບນັ້ນຢ່າງແນ່ນອນ ແຕ່ສຳລັບຜູ້ຂຽນແລ້ວໂຄໃຫ້ລູກຊາຍຮຽນໜັງສືຕອນຄ່ຳທຸກໆມື້ກໍ່ຍັງຍາກແລ້ວ ຖືວ່າເປັນຜູ້ນຳຂອງຄອບຄົວກໍ່ຍັງບໍ່ທັນໄດ້ເທື່ອ%

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ສຳຫຼັບຂ້ອຍຄິດວ່າ    ' ຢ້ານແຕ່ອົດບໍ່ໄດ້ເທ່ານັ້ນ ' ຂ້ອຍເຄີຍຖາມຊາຍຄົນໜຶ່ງ ຊາຍຄົນນັ້ນເຂົາມີຄອຍຄົວແລ້ວແຕ່ເຂົາຍັງມີຮັກຮ່ວມເພດກັບຍິງຄົນໜຶ່ງເຊິງເປັນຄົນເຮຶອນໃກ້ກັນກັບເຂົາຈົນເຖິງຂັ້ນຍິງຄົນນັ້ນມີລູກ ແລະກໍ່ເປັນເລື່ອງເປັນລາວເດຶອດຮ້ອນເຖິງຫຼາຍຄົນໃນເຄືອຍາດທັງສອ

ຖ້າສົມທຽບໃສກັນແລ້ວ ຊາຍຄົນນັ້ນກັບຍິງຄົນນັ້ນແມ່ນຫ່າງກັນທຸກເລື່ອງ(ຊາຍມີດີກວ່າຫຼາຍເທົ່າ)  ພໍຂ້ອຍຖາມລາວວ່າເປັນຫຍັງຈິງເປັນແນວນັ້ນ? ລາວກໍ່ຕອບວ່າ''  ອົດບໍ່ໄດ້''

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ລະເບີດລູກຫວ່ານເປັນອາວຸດສົງຄາມສາມາດທຳລາຍທຸກສີ່ງທີ່ຢູ່ອອ້ມຂ້າງມັນຫາກມັນລະເບີດຂຶ້ນແຕ່ເປົ້າໝາຍຂອງລະເບິດລູກຫວ່ານແມ່ນທຳລາຍມະນຸດຢ່າງດຽວ,ຜູ້ຜະລິດລະເບີດລູກຫວານນີ້ແມ່ນກຳມະກອນ,ຜູ້ອອກແບບແມ່ນນັກວິຊາວະກອນ,ຜູ້ສັ່ງຜະລິດແມ່ນນາຍທຶນ,ຜູ້ສັ່ງນຳໃ້ແມ່ນລັຖະບານຜູ້ທີ່ກຳອຳນາດສູງສຸດຂອງຊາດໃດໜຶ່ງເຊິ່ງຜູ້ກຳອຳນາດຜູ້ນັ້ນມີຈິດໃຈໂຫດຮ້າຍປ່າເຖຶ່ອນ,ເຖິງວ່າເຂົາຈະຮຽນສູງແຕ່ໂງ້ຈ້າທີ່ສຸດໃນໂລກກໍ່ວ່າໄດ້