ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

 ໃນສະໄໝນາຍົກບົວສອນ ບຸຜາວັນ ບໍລິຫານບ້ານເມືອງ. ສັງຄົມກວ່າຂານວ່າ:ການຕັ້ງດ່ານກວດກາຢູ່ຕາມເສັ້ນທາງເຂົ້າ-ອອກເມືອງຕ່າງມັນເປັນການເອື້ອຍອຳນວຍໃຫ້ແກ່ພະນັກງານຂອງລັດສວຍໃຊ້ສິດອຳນາດ,ໜ້າທີ່ຕຳແໜ່ງສໍ້ລາດບັງຫຼວງ,ເປັນການອັດຕັນ,ກົດໜ່ວງທ່ວງດືງການຂະຫຍາຍໂຕຂອງເສດຖະກິດ.

 

ຕົກມາໃນສະໄໝນາຍົກ ທອງສິງ ທຳມະວົງ ບໍລິຫານບ້ານເມືອງ. ມີການປັບປຸງໃໝ່ຕາມທິດນຳຂອງພັກ,ບລິການຜ່ານປະຕູດຽວ,ຍົກເລີກບັນດາດ່ານກວດກາ,ຢຸດຕິການເກັບຄ່າຜ່ານຂົວແຕ່ລະແຫ່ງ.ເຮັດໃຫ້ເກີດມີຄວາມແຕກຕ່າງບາງຢ່າງເດັ່ນຊັດ.ຍົກເລີກດ່ານກວດກາ  ແຕ່ເພີ່ມໜ່ວຍສະເພາະກິດຂຶ້ນ,ເຮັດໃຫ້ການກວດກາຂອງເຈົ້າໜ້າທີ່ລັດເພີ່ມທຸກຢ່າງຂຶ້ນ,ນັບທັງປະລິມານ ແລະຄຸນນະພາບ.(ມີໂອກາດ,ແນບນຽນ ແລະຫຼາຍກວ່າເກົ່າ)

 

ເມື່ອກ່ອນຕາມສາຍທາງເລກ 8 ອາ  ແຕ່ທາງແບ່ງບ້ານເລົ່າ - ທາງແບ່ງປ່າຄາ(ແຂວງບໍລິຄຳໄຊ)ໄລຍະທາງປະມານ 100 ກວ່າກິໂລແມັດ ມີດ່ານກວດສອງບ່ອນຄື: ທາງແບ່ງບ້ານເລົ່າ ແລະນາຫິນ.

ແຕ່ພາຍຫຼັງຍົກເລີກບັນດາດ່່ານດັ່ງກ່າວແລ້ວພັດມີໜ່ວຍສະເພາະກິດເພີ່ມຂຶ້ນ 4 ຈຸດ ຄື: ກາຍທາງແບ່ງເຂົ້າມາປະມານ 6 ກິໂລແມັດ, ຫຼັກ 27 ,ນາຫິນ ແລະໜອງກອກ.( 4 ຈຸດນີ້ມີໜ່ວຍງານປະຈຳການຕະຫຼວດ 24 ຊົວໂມງ,ຕັ້ງໃຈກວດເປັນປະຈຳຄືກັບດ່ານກວດ )ຕາມທຳມະດາແລ້ວໜ່ວຍສະເພາະກິດກວດກາເປັນບາງຄັ້ງຄາວທີ່ມີຂ່າວ,ຄຳສັ່ງແຈ້ງມາ(ບໍ່ໄດ້ປະຈຳທີ່)

ນອກຈາກຈຸດທີ່ກ່າວມາແລ້ວໜ່ວຍສະເພາະກິດຍັງມີສິດກວດໄດ້ທຸກບ່ອນ ແລະໃນທີມງານນັ້ນກໍ່ປະກອບຄົບທຸກພາກສ່ວນນັບທັງທະຫານ,ຕຳຫຼວດ.

(ທຳມະດາແລ້ວທະຫານບໍ່ຄວນມາຫຍຸ້ງກັບວຽກເສດຖະກິດ,ຖ້າຈະເອົາແທ້ກໍ່ຄວນເປັນກອງຫຼອນບ້ານ,ຕຳຫຼວດບ້ານ ຊາວໂລກເບິ່ງຄືຊິງາມຕາກວ່າ)

ແຂວງອື່ນໆເປັນແນວໃດບັນດາທ່ານອອກຄຳເຫັນເບິ່ງດູ່? , 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ຫຼາຍມື້ຜ່ານໄປແມ່ເຖົ້າໄດ້ແຕ່ຄິດນຳແຕ່ເລື່ອງຂອງລູກເຂີຍ,ລູກສາວ ເພາະນັບແຕ່ມື້ເກີດເຫດ

ເປັນຕົ້ນມາທັງສອງບໍ່ໄດ້ຢູ່ກິນນຳກັນອີກເລີຍ ແລະຕ່າງຄົນກໍ່ຢືນຢັນວ່າຈະບໍ່ຍອມຄຶນດີຫາກັນ,

ທຸກມື້ນີ້ອາມອນບໍ່ໄດ້ນອນທີ່ຮ້ານນຳເມຍຄືແຕ່ກ່ອນ,

ເຂົາຂຶ້ນໄປນອນຢູ່ເທິງເຮຶອນໃຫຍ່ ເຊິ່ງເມື່ອກ່ອນຍັງມີນ້ອງເມຍ ແລະແມ່ເຖົ້າ.

ແຕ່ຕອນນີ້ນ້ອງເມຍໄປຮຽນທີ່ວຽງຈັນຍັງເຫືອພຽງແມ່ເຖົ້າຄົນດຽວ.

 

            ແມ່ເຖົ້າຫາວິທີປອບໃຈລູກເຂີຍເພື່ອໃຫ້ຄືນດີກັບລູກສາວດ້ວຍຫຼາຍວິທີນັບທັງການລົມນ້ອຍລົມໃຫຍ່,

ຮ່ວມເຮັດວຽກໃນບ້ານ,ນອກບ້ານ ແລະບາງມື້ກໍ່ຊື້ເບຍມາກິນໃນພາເຂົ້າແລງເພື່ອພະຍາຍາມຢັ່ງເບິ່ງຈິດໃຈ

ຂອງລູກເຂີຍວ່າພໍຈະຄືນດີກັບລູກສາວຕົນເອງໄດ້ ຫຼືບໍ່?

            ສ່ວນອາມອນກໍ່ຍິ່ງຄິດໄປໄກ ເຂົາຄິດວ່າແມ່ເຖົ້າໄດ້ຫ່າງເຫິນຈາກພໍ່ເຖົ້າມາສິບກວ່າປີແລ້ວແນ່ນອນວ່າ

ມີຄວາມຕ້ອງການຜູ້ຊາຍເປັນຂອງທຳມະດາ, ສະນັ້ນອາມອນຈິ່ງພະຍາຍາມຊອກຫາວິທີຢັ່ງເບິ່ງໃຈແມ່ເຖົ້າ

ນັບທັງການເວົ້າຕະລົກ ແລະການກະທຳທີ່ແປກໆ,ບາງຄັ້ງອາມອນມັກເອົາໂສ້ງຊອນໃນໄປຕາກທັບໃສ່ກັບໂສ້ງຂອງແມ່ເຖົ້າ,

ຫຼາຍຄັ້ງຜ່ານມາແມ່ເຖົ້າແປກໃຈຈິ່ງຖາມລູກເຂີຍວ່າ:

ເຂີຍ..ເປັນຫຍັງເຈົ້າຕາກໂສ້ງແບບນັ້ນ ?

ເຮັດໃຫ້ມັນລື້ງກັນ..(ອາມອນຕອບ)

ຈາກນັ້ນແມ່ເຖົ້າເລີ່ມຄິດສົງໄສໜັກ ແລະບາງຄັ້ງກໍ່ຈົ່ມໃນໃຈ

ບັກລູກເຂີຍມັນຄິດແນວໃດແທ້ກັບກູ?

ຫຼື ວ່າມັນເປັນຄືອີ່ສອນ ລູກສາວກົກເວົ້າມາແທ້ບໍ່?

ອີ່ ຄອນ ລູກສາວຫຼ້າກູ ບໍ່ແມ່ນມັນງັບແລ້ວບໍ່?

ບາດນີ້ມັນຊິມາງັບກູຕື່ມອີກຕີ່ ຫຼືແນວໃດ?.

ມັນຈະລົງມືໄດ້ຕອນໃດຫວາ ? ກູກໍ່ລະວັງຕົວຕະຫຼອດເວາລາປານນີ້.

ຄຶນໜຶ່ງຝົນຕົກລິນ,ອາກາດເຍືອກເຢັນ,ບັນຍາກາດໃນເຮືອນຍີ່ງງຽບກວ່າທຸກໆມື້ຜ່ານມາ,

ອາມອນ ແລະແມ່ເຖົ້າຮ່ວມພາເຂົ້ານຳກັນສອງຄົນເໝືອນເດີມຕ່າງແຕ່ວ່າມື້ນີ້ແມ່ນລູກເຂີຍເປັນຜູ້ຊື້ເບຍ ແລະກໍ່ຊື້ມາຕັ້ງ 6 ກວດ,ຫຼາຍກວ່າທຸກມື້.

ຕາຍຊື້ມາຫຼາຍແທ້ເຂີຍເຮັດແນວໃດຊິກິນໝົດ

ກິນບໍ່ໝົດກໍ່ແຊ້ໄວ້ມື້ໃໝ່ຈິ່ງກິນ,ກະເທີນໄດ້ຊື້ແລ້ວ. ລູກເຂີຍຕອບ.

ລູກເຂີຍ ແລະແມ່ເຖົ້າລິນໄປ-ລິນມາໝົດເບຍພຽງ 4 ກວດ,ແມ່ເຖົ້າຮູ້ສຶກວ່າເມົາກວ່າທຸກມື້,ຫົວໃຈເຕັ້ນແຮງຜິດປົກກະຕິ,ແນວຄິດເລີ່ມເລື່ອນລອຍ,

ບາງຄັ້ງກໍ່ຄິດເຖິງຜົວເກົ່າທີ່ຈາກໄປຍ້ອນລູກຜູ້ຍິງດ້ວຍກັນມາຍາດແຍ້ງແກ້ງດຶງໄປຈາກຕົນ,ຫາກມີເຂົາຢູ່ມື້ນີ້ຄົງມີຄວາມສຸກ,

ຄິດມາແລ້ວແສນເຈັບໃຈ,ຫາກມື້ໃດມີໂອກາດກູຊິດຶງເອົາຜົວຄົນອື່ນຄຶນມາຄືກັນ. ແມ່ເຖົ້າຈົ່ມໃນໃຈ.

ພາເຂັ້າແລງມື້ນັ້ນລູກເຂິຍເປັນຄົນມ້ຽນ,ສ່ວນແມ່ເຖົ້າເຊຊັດເຂົ້າໃສ່ຕຽງນອນ,ປະຕູຫ້ອງກໍ່ບໍ່ອັດເລີຍເພາະຮູ້ສຶກວ່າເມົາແຮງ,

ພໍຫົວປັກໃສ່ບ່ອນນອນກໍ່ສ່ຳກັບວ່າຄົນໝົດສະຕິ,ບໍ່ຮູ້ກົ້ນຮູ້ຫົວ,ບາງຄັ້ງໄດ້ຍິນສຽງຄາງອອກມາເບົາໆ ໂອຍ..ເມົາ...

.....................................................................................................................................................................................................................................................................................................

ອາມອນເອີ່ຍ..,ເອົານ້ຳມາໃຫ້ແມ່ກິນແດ່..,ແມ່ລຸກບໍ່ໄດ້..

ອາມອນບໍ່ລໍຊ້າ ຟ້າວໄຂຕູ້ເອົານ້ຳດຶ່ມເຢັນໆພ້ອມຈອກແລ່ນເຂົ້າຫາແມ່ເຖົ້າທີ່ນອນເມົາຢູ່ໃນຫ້ອງ,ຄ່ອຍນັ່ງລົງຕຽງ,ໃຊ້ແຂນສອດເຂົາໃຕ້ຄໍແມ່ເຖົ້າ,

ງັດເອົາຫົວໃຫ້ຕັ້ງຂຶ້ນ,ມືໜຶ່ງຈັບຈອກນ້ຳຍົກໃສ່ປາກທ່າມກາງຄວາມມືດສະລົວ,ແມ່ເຖົ້າກຶກນ້ຳສົມຢາກໝົດຈອກທີ່ໜຶ່ງຍັງບອກເອົາອີກ,

ໃສ່ຈອກທີ່ສອງໝົດກ້ຽງຈິ່ງຮູ້ສຶກພໍດີ,ອາມອນ ວາງຄີງແມ່ເຖົ້າລົງແທດກັບໝອນ ແລ້ວເອົາແພຈູ່ມນ້ຳເຢັນມາເຊັດຕາມໃບໜ້າຢ່າງລະມຸນລະໄມ,

ແມ່ເຖົ້າຮູ້ສຶກເຢັນ ແລະມີແຮງຂຶ້ນ,ອາມອນ ສືບຕໍ່ເຊັດລົງຕາມຄໍ,ວ່າງເອິກ,ບີບນວດຕາມແຂນ,ພ້ອມທັງສັງເກດເບິ່ງທ່າທີ,

ສ່ວນແມ່ເຖົ້າພໍຮູ້ເມືອຄີງຢູ່ກໍ່ຈິງ ແຕ່ຍ້ອນພິດເບຍບັງຂັບເຮັດໃຫ້ລ່ອຍໄປໝົດທັງຕົວ,ແຂນຂາຍົກບໍ່ຂຶ້ນ.

ຕາຍແທ້ເປັນແບບນີ້ຄັນບັກລູກເຂີຍເກີດຂີ້ຖ່ອຍຂຶ້ນມາ ເຮົາເສັດແທ້ໆ.(ຄິດໃນໃຈ).

ທັນໃດນັ້ນມັນກໍ່ເປັນຄືດັ່ງຄິດອີ່ຫຼີ,ມັນຄ່ອຍໆປົດກະດູມເສື້ອອອກພ້ອມທັງຈົ່ມທີ່ປາກມັນວ່າ:

‘’ ແມ່ເຖົ້າເອີ່ຍ..ແກ້ອອກສາເສື້ອນີ້ນາ ມັນຮ້ອນໂພດ ,ເຊັດເຫື່ອຍາກ’’.

ມັນແກ້ເສື້ອໃຫຍ່ອອກແລ້ວກໍ່ສືບຕໍ່ແກ້ເສື້ອຊ້ອນໃນອອກ,ຍັງບໍ່ພໍສືບຕໍ່ປົດກະດູມສິ້ນແລ້ວດຶງຖອດອອກທາງປາຍຕິນ.

ບໍ່ວ່າຕີ່ແກ້ໝົດແລ້ວມັນຊິເປີດດອກໄຟ.

ທັນໃດນັ້ນມັນກໍ່ຍື້ມືໄປກົດສະວິດດອກໄຟນິອອນທີ່ຕັ້ງຢູ່ຫົວບ່ອນນອນຮຸ່ງມາບຂຶ້ນ

ປ່າໂທ..ຕາຍ..ໝົດເລີຍ..(ແມ່ເຖົ້າຄິດໃນໃຈ ແຕ່ເຮັດຫຍັງບໍ່ໄດ້,ຟ້າວດືງຟ້າມາປົກກໍ່ຫົ້ມໄດ້ແຕ່ພາກສ່ວນແອວເທົ່ານັ້ນ).

 

ໂອໂຫ...ພີ່ນ້ອງເອີ່ຍ, ເອີ້ນວ່າເປັນແມ່ເຖົ້າກໍ່ຈິງ ແຕ່ແມ່ເຖົ້າຄົນນີ້ອາຍຸ ສາມສິບກວ່າປີ,ແຍກທາງກັບຜົວໄດ້ສິບກວ່າປີ,ຮູບຮ່າງຊ່າງຕຶງຕັງ

ຂາວນວນປານໄຂ່ປອກ,ລຳຂາທັງສອງກົມສ້ວຍອູດລູດ,ນົມສອງເຕົ້າຕັ້ງຈູ່ນພູ່ນ,ສະທ້ອນກັບແສງໄຟສີຊົມພູຊ່າງຂາວນວນ...ບໍ່ຮູ້ພັນລະນາເລີຍ

ໃຜບໍ່ທັນໄດ້ເຫັນຢ່າຟ້າວຕາຍ,ຫາກຕາຍໄປກໍ່ຍັງກິນແໜງຕະຫຼອດຊາດໜ້າ.

                                                      ເມື່ອເຫັນສະພາບແມ່ເຖົ້າເມົາ ອາມອນຍິ່ງສືບຕໍ່ບົວລະບັດ,ມັນເອົາແພຈູມນ້ຳເຢັນປັ້ນແຫ້ງພໍປະມານມາເຊັດແຕ່ໜ້າພາກ,ຄໍ,ແຂນ,ໝາກແອັບເປິ່ນທັງສອງໜ່ວຍ,

ຫຼັງບ່າໄລ່,ລົງຮອດໄສ້ບື ທັງໜວດທັງຫຼູບພິກໄປພິກມາຢ່າງພິຖີພິຖັນ,ປານນັ້ນຍັງບໍ່ພໍ,ມັນດຶງຝຶດຜ້າທີ່ປົກສ່ວນແອວນັ້ນອອກພ້ອມໆ

ກັບສຽງເວົ້າໜັກແໜ້ນ’’ ອື່..ອັນນີ້ກໍ່ເອົາອອກມັນຄຸງ’’, ແລ້ວມັນສືບຕໍ່ເຊັດຖູລົງສ່ວນລຸ່ມ,ເຊັດຮອດບ່ອນໃດມັນໃຊ້ຄາງທີ່ມີໜວດຄາຍຖູເບົາໆໄປຕາມ

ແລະບາງຄັ້ງໃຊ້ປາຍມືສາມດີ້ວຕີແປະເບົາບາງວ່າແພງໄດ້ນ້ອຍໄດ້ 3 ເດື່ອ ຈົນເຮັດໃຫ້ເຮົາອຶດອັດໃຈນຳ.

                                                      ຜ່ານການເຊັດຖູ,ນວດໄປມາດ້ວຍແພ້ເຢັນເຮັດໃຫ້ແມ່ເຖົ້າສົດຊື່ນ,ຫາຍເມົາ ແລະມີແຮງຂຶ້ນ

ແຕ່ແມ່ເຖົ້າກໍ່ຍັງທຳທ່າເມົາບໍ່ຮູ້ເມື່ອຄີງເໝືອນເດີມເພາະຢ້ານລູກເຂີຍຮູ້ຈັກແລ້ວມັນຊິປ່ຽນແປງພຶດຕິກຳ.ຖ້າເບິ່ງມັນຈະກ້າແທ້ ຫຼືບໍ່?

 

                                                      ນຶກບໍ່ພໍຄາວ ມັນກໍ່ດຳເນີນໄປຕາມຄິດບໍ່ມີຜິດຈັກຢ່າງ,ທຳອິດມັນເອົາຮ່າງຄີງເຕັງໄວ້ເທິງເອິກ,ຈັບແຂນທັງສອງຂອງເຮົາວາອອກ,

ໃຊ້ເຂົາເບື້ອງຊ້າຍຜ່າລົງວ່າງຂາ ເພື່ອແຍກຂາອອກເຮົາໃຫ້ກວ້າງ,ມັນຄ່ອຍໆຖອດທ່ອນດາບມາວາງໄວ້ວ່າງຂາ,ແລ້ວເຖືອໄປເຖືອມາຕັ້ງຫຼາຍບ່ອນ,

ຫຼາຍຮອບ,ມືສັງສອງມານວດທີ່ນົມສອງເຕົ້າ,ປາກຄາບ,ດູດແລະກັດເບົາໆແຕ່ໜ້າພາກຮອດໜ້າທອງ,

ບາດມັນຊິແທງແທ້ໆມັນຍົກຂາເຮົາຂຶ້ນເບື້ອງໜຶ່ງແລ້ວດັນເຂົ້າຢ່າງແຮງເຮັດໃຫ້ເຮົາຕຶ່ນຫຍຸບສະທ້ອນຮອດໄສ້ອ່ອນ,

ມັນເລີ່ມໂຍບໂຕຂຶ້ນລົງເປັນບາດຊ້າໆພ້ອມກັບສຽງນັບແຕ່ 1-0 ເບົາໆ,ຍານໆ..ແລ້ວຈິງປ່ຽນທ່າອື່ນ,ປ່ຽນທ່າເທືອໃດມັນເຮັດທຳທ່າວ່າດາບລຸດເອັງ,

ລຸ່ດເທື່ອທຳອິດມັນຍັງຈັບໃສ່,ແຕ່ເທື່ອຕໍ່ໆມາມັນເສີຍ,ມັນລໍ້ໄປລໍ້ມາຈົນວ່າເຮົາໄດ້ຈັບໃສ່ເອງ,

ທ່າໃດກໍ່ອອນຊອນພໍທ່ານັ້ນຈົນບໍ່ຈຳໄດ້ລາຍລະອຽດວ່າມີຈັກທ້າແທ້,ບາດທ່າສຸດທ້າຍມັນໃຊ້ສອງຕິນມັນຄີບໄວ້ທີ່ໂປ້ຕີນຂອງເຮົາສີກກວ້າງອອກ,

ເຮົາກໍ່ງໍປາຍຕີນທັງສອງຂຶ້ນແຂງໆເພື່ອໃຫ້ມັນຢັນໄດ້ແຮງ ແລະບໍ່ລຸດງ່າຍ,ມືເບື້ອງຂວາຂອງມັນສອດລົງໃຕ້ແຂນເຮົາກ້ຽວມາຈັບທີ່ບ່າໄລ່ເບຶ້ອງຂວາຂອງເຮົາ,

ອີກເບື້ອງໜຶ່ງຈັບເຕົ້ານົມໄວ້ແໜ້ນໆບໍ່ປະ,ປາກມັນຄາບດູດແຮງໆ,ເຮົາກໍ່ບໍ່ຫຼາຍເລື້ອງ,

ໃຊ້ສອງມືເຮົາຊວານໃສ່ຕຸ່ນກົ້ນຂອງມັນ,ດຶງຫຶດ.ໆ.ໆ. ໆ ແຮງໆ ແລະຖີ່ເຂົ້າ,ບຸດໜຶ່ງມັນກໍ່ດິ້ນຈັງຂຶ້ນພ້ອມໆກັນກັບເຮົາ,

ມັນໃຊ້ຂາທັງສອງກອດຫຸບຂັດກັບຂາຂອງເຮົາເຂົ້າກັນ ແລ້ວຕັ້ງຫົວຂຶ້ນເພື່ອໃຫ້ສ່ວນທ້າຍຕູດເຂົ້າຫາກັນໃຫ້ຈຳດີ.

ພ້ອມທັງກັດແຂ້ວອອກປາກອອກສຽງ: ໂອຍ..ເຊັດແລ້ວ..ຕາຍແລ້ວ..ຕາຍແທ້.ໆ.ໆ.ໆ...

ສ່ວນເຮົາກໍ່ກັດແຂ້ວ ແລະອອກປາກ: ບັກລູກເຂີຍ..ບັກຮ່າດາບໃຫຍ່..ມຶງແທງກູ..

ແທງກູໆ.ໆ.ໆ...

 

 

 

ຮູ້ສຶກເຢັນໆທີ່ຫວ່າງຂາ ແມ່ເຖົ້າສວາດຮູ້ເມື່ອຄີງຂຶ້ນມາ,ຟ້າວຈົກລົງທີ່ຫວ່າງຂາ.

ປ່າໂທ່..ປຽກໝົດລເລີຍ,ກູຝັນໄປຕີ່ນີ້ນາ,ໂອ..ຝັນຄືຄວາມຈີງແທ້ໆ,ແບບນີ້ຝັນທຸກຄຶນກໍ່ໄດ້,ຖ້າເບິ່ງມື້ໃໝ່ຍັງຝັນຄືເກົ່າ ຫຼືບໍ່? ຖ້າຍັງຝັນຄືເກົ່າບໍ່ຕ້ອງເອົາຜົວອີກກໍ່ໄດ້.

ແລ້ວແມ່ເຖົ້າກໍ່ສືບຕໍ່ທົບທວນກັບລາງຝັນ ຜ່ານມາເຄີຍຢູ່ກັບຜົວເກົ່າຍັງບໍ່ມີຄັ້ງໃດທີ່ຄັກເທົ່າກັບລາງຝັງນີ້,

ຫຼືວ່າເປັນນຳເຮົາຂາດເຕັກນິກດ້ານນີ້ບໍ່ຜົວເກົ່າເຮົາຈິ່ງປະໄປຫາຍິງອື່ນ,ແມ່ເຖົ້າຈົ່ມພືມພຳ.

 

ເຊີນທ່ານແຕ່ງຕໍ່ເລີຍ: ຕອນລາງຝັນຂອງຜົວເກົ່າ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ່ 18 ພະຈິກ 2011 ຢູ່ທີສະໂມສອງຂອງກອງບັນຊາການ ປກສ ເມືອງວຽງທອງ,ແຂວງບໍລິຄຳໄຊ.

ໃນພິທີນັ້ນໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະງົບ ອອກເມືອວັນທີ່ 25 ຕຸລາ 2011 ລົງລາຍເຊັນໂດຍທ່ານ ດຣ ທອງບັນ ແສງອາພອນ,ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບວ່າດ້ວຍການຍົກຍ້າຍ ແລະແຕ່ງຕັ້ງພະນັງານຈຳນວນສອງສະບັບຄື: ຂໍຕົກລົງເລກທີ່ 1321/ປກສ.ຕົກລົງຍົກຍ້າຍທ່ານພັ/ຕ ທະນົງສັກ ສີວົງດາວ,ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງຄົນຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ແລະຂໍ້ຕົກລົງເລກທີ່ 1322/ປກສ,ຕົກລົງແຕ່ງຕັ້ງທ່ານ ພັ/ຕ ບຸນມີໄຊ ຈັນທະວົງ ເປັນຫົວໜ້າ ປກສ ເມືອງວຽງທອງຜູ້ໃໝ່. ເຫດຜົນຂອງການຍົກແມ່ນຍ້ອນຄວາມເຮຍກຮ້ອງຕ້ອງການຂອງໜ້າທີ່ວຽກງານ.

ເຂົ້າຮ່ວມໃນພິທີນັ້ນມີທ່ານ ພັ/ທ ຄຳໃບ ສຸວັນນະຄົດ, ຮອງຫວົໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ພ້ອມດ້ວຍຜູ້ເກ່ຍວຂ້ອງ ແລະບັນດາພະນັກງານພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມເພຍງ.

 

 ພາບການເຄື່ອນໄຫວຂອງທ່ານພັ/ຕທະນົງສັກ ສີວົງດາວ,ຫົວໜ້າ ປກສ ເມືອງຜູ້ເກົ່າ,ຢືນໂອ້ລົມກັບອ້າຍນ້ອງ

 

 

ບົດ: ວາທີ ລຳແກ້ວ

ພາບ: ພັນທະຫົວໃຈ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 

 

ກົດເກນອັນເປັນທຳມະຊາດການຂະຫຍາຍຕົວຂອງມວນມະນຸດເພີ່ນກຳນົດວ່າມີ 5 ລະບອບຄື: ສະຫະຊີບປະຖມົບູຮານ,

ຂ້າທາດ,ສັກດີນາ,ນາຍທຶນ ແລະສັງຄົມນິຍົມ.

ທາດແທ້ຂອງລະບອບສັກດີນາແມ່ນເຈົ້າຂອງທີ່ດິນເປັນຜູ້ມີອຳນາດ,ຂູດຮີດປະຊາຊົນຜູ້ບໍ່ມີທີ່ດິນ(ທີ່ດິນມີບົດບາດສຳຄັນ).

ສ່ວນທາດແທ້ຂອງລະບອບນາຍທຶນແມ່ນເຈົ້າຂອງໂຮງງານກຳອຳນາດ,ຂູດຮິດແຮງງານກຳມະກອນ,(ເງິນມີບົດບາດສຳຄັນ).ນາຍທຶນບໍ່ເປັນຫ່ວງວ່າຈະມີດິນເປັນຂອງຕົນເອງຫຼືບໍ່,ເຂົາມັກຈະເຊົ່າທີ່ດິນຄົນອື່ນເພື່ອເຮັດທຸລະກິດຂອງເຂົາ.

 

ລາວເຮົາກໍ່ໄດ້ຜ່ານລະບອບສັກດີນາພຽງໄລຍະຕົ້ນເທົ່ານັ້ນ ແລ້ວກໍ່ກະໂດດຂ້າມໄປສູ່ລະບອບໃໝ່ ເອີ້ນກັນວ່າ:

ລະບອຍປະຊາທິປະໄຕປະຊາຊົນ ຄືໃນປະຈຸບັນນີ້ເອງເມື່ອ ປີ1975, ຖ້າທຽບໃສ່ຊາດອື່ນຖືວ່າ ລະບອບສັກດີນາ

ຂະຫຍາຍຕົວຢູ່ລາວໜ້ອຍທີ່ສຸດ(ບໍ່ທັນເຕັມອີ່່ມ)

ສະນັ້ນແນວຄິດສັກດີນາກໍ່ຍັງສືບຕໍ່ຂະຫຍາຍຕົວ ຫຼືຊຶມຊັບຢູ່ໃນກະດູກຂອງຄົນທຸກຄົນຕໍ່ໆມາ ແລະມີແນວໂນ້ມຈະຂະຫຍາຍຕໍ່ໆໄປ,

ບໍ່ພຽງແຕ່ຝັງໃນກະດູດເທົ່ານັ້ນ ແນວຄິດສັກດີນາມັນຍັງຊຶມຊັບເຂົ້າເຖິງສະໝອງ ແລະສາຍເລຶອດຂອງຜູ້ເປັນການນຳ.

ເຊິ່ງມັນສະແດງອອກຢູ່ບ່ອນວ່າ: ນິໄສຂອງຄົນລາວມັກຈັບຈອງທີ່ດິນໄວ້ຫຼາຍຕອນ ບໍ່ວ່າຈະເປັນດິນປຸສ້າງ,ດິນທຳການຜະລິດ

ແລະ ດິນເປົ່າວ່າງ...

ສະເພາະຜູ້ເປັນການນຳແຮ່ງຮ້າຍ,ສ່ວນຫຼາຍແລ້ວມັກເຮັດສວນຢາຍຢູ່ແຕ່ລະແຂວງ,ແຕ່ລະເມືອງບໍ່ແມ່ນໜ້ອຍຕອນ,

ເຫດຜົນທີສັງຄົມເຄີຍນຳມາອ້າງຄື:

1.ຫວັງວ່າຖ້າການນຳມີສວນຢູ່ເຂດໃດ ເພີ່ນມັກຈະທຽວໄປຢາມ,ຕາງໄປເບິ່ງສວນເລີຍ,ເພີນເຫັນຄວາມຫຍຸ້ງຍາກ ແລ້ວເພີ່ນຈະອະນຸມັດທຶນໄປສ້າງເຂດນັ້ນ,

2. ຫວັງວ່າຈະມີການຈ້າງງານ,ກະຈາຍລາຍໄດ້ໃນເຂດນັ້ນ

3. ຫວັງວ່າຈະມີລາຍໄດ້ຜະລິດຕະພັນຈາກສວນນັ້ນ,ພື້ນຖານເຂດນັ້ນເປັນຜູ້ໄດ້ຮັບຜົນປະໂຫຍດ,ເພາະວ່າໂຕການນຳແທ້ໆເພີ່ນກໍ່ບໍ່ໄດ້ນຳໃຊ້.

ຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊຕາມສາຍທາງເລກ 1D ມີສວນຂອງການນຳຂັ້ນຕ່າງໆຫຼາຍໆຕອນ,ສ່ວນເຫຼົ່ານັ້ນໄດ້ມາຈາກ 3 ພາກສ່ວນຄື:

ບໍລິສັດເອກະຊົນຊື້ຈາກປະຊາຊົນມອບໃຫ້,ແຂວງຊື້ໃຫ້ ແລະເມືອງເປັນຜູ້ເຮັດໃຫ້,ເພື່ອໃຫ້ເກີດເປັນສວນຕອນໜຶ່ງຕ້ອງໃຊ້ງົບປະມານ

ຕ່ຳສຸດ 200 ລ້ານ ແລະສູງສຸດ 2.000 ກວ່າລ້ານກີບ,ແຕ່ລະປີທາງແຂວງ,ເມືອງກໍ່ຍັງໄດ້ໃຊ້ງົບປະມານສ່ວນໜຶ່ງເຂົາໃນການບົວລະບັດຮັກສາ ແລະຂະຫຍາຍຕຶ່ມເປັນປະຈຳ,ນອນັ້ນຍັງລະດົມແຮງງານພະນັກງານ,ປະຊາຊົນບ້ານອ້ອມຂ້າງ ເຂົ້າໃນກິດຈະການດັ່ງກາວ ປີລະ 1-2 ຄັ້ງ(ໂດຍບໍ່ມີຄ່າຈ້າງ)

ຜົນປະໂຫຍດທີ່ເຫັນກັບຕາມີແຕ່ພາກສ່ວນທີ່ໄດ້ຂາຍສວນນັ້ນ,ສ່ວນຢ່າງອື່ນບໍ່ທັນມີຫຍັງ ຫຼື ວ່າບໍ່ເຖິງເວລາຕີ່ບໍ່.

ສ່ວນຜົນເສຍທີ່ພໍເບິ່ງເຫັນນັ້ນແມ່ນເນື້ອທີ່ທຳການຜະລິດຂອງປະຊາຊົນຈຳກັດເຂົ້າ,ກາຍເປັນຂໍ້ອ້າງໃຫ້ປະຊາຊົນບຸກລຸກປ່າດົງໃຫຍ່,

ພູສູງ,ລ່ວງລ້ຳເຂດປ່າສະຫງວນບາງບ່ອນເພື່ອທຳການຜະລິດ.

ເຊື່ອວ່າໝົດລຸ້ນນີ້ແລ້ວຍັງຕ້ອງມີຕະກຸນຂອງບັນດາການນຳມາສືບຕໍ່ເປັນເຈົ້າຂອງສວນ,ກາຍເປັນອັນບົ່ງບອກໃຫ້ທຸກຄົນຮູ້ວ່າ:

ແນວຄິດສັດດີນາໄດ້ຊຶມຊັບເຂົ້າກະດູກຂອງຄົນລາວ,ໂດຍສະເພາະການນຳຍິ່ງຊຶມຊັບເຂົ້າຮອກສະໝອງ ແລະສາຍເລືອດ.

 


ຢືນຢູ່ຕໍ່ໜ້າສຳນັກຫ້ອງວ່າການປົກຄອງເມືອງວຽງ

ຫຼຽວໄປທາງຫຼັງຫ້ອງວ່າການຈະເຫັນພູແຄນ,ເມື່ອກ່ອນໜາແໜ້ນດວ້ຍໄມ້ແຄນ,ແຕ່ຕອນນີ້

ໄມ້ແຄນໝົດແລ້ວ,ກາຍເປັນປ່າເລົ່າ

 

ທີ່ເຫັນເຫຼືອໆເທິງພູນັ້ນແມ່ນເຂົ້າຂອງປະຊາຊົນພວມເກັບກ່ຽວ


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 

ອ້າຍຈ່ອຍລາວເປັນຜູ້ຮັບຜິດຊອບວິທະຍຸຊຸມຊົນເມືອງວຽງທອງ,ແຂວງບໍລິຄຳໄຊ.ລາວເວົ້າວ່າ: ປົກກະຕິຄ່າໄຟຟ້າຂອງສະຖານີ /

ແຕ່ລະເດຶອນປະມານ 3 ແສນປ້າຍນ້ອຍໜຶ່ງ,

ພໍຕົກມາໃນເດືອນ 7/11 ໄດ້ຈ່າຍເກືອບ 6 ແສນ,

ເນື່ອງຈາກຕົວເລກຂອງໝໍ້ນັບໄຟເພີ່ມຂຶ້ນ,ພາກັນກວກາຫາສາຍເຫດກໍ່ບໍ່ພົບ,ຄິດວ່າເປັນນຳໝໍ້ນັບໄຟຈິ່ງປ່ຽນໜ່ວຍໃໝ່,

ເບື້ອງຕົນໄດ້ຜົນຄ່າໄຟລົງມາທີ່ເດີມ, ແຕ່ຕົກມາຮອດເດຶອນ 10/11 ຄ່າໄຟເພີ່ມຂຶ້ນຢ່າງບໍ່ໜ້າເຊື່ອ 1.550.000 ກີບ,

ລາວໂທຫາພະນັກງານສູນໄຟຟ້າໄປກວດກາ,ເບຶຶ້ອງຕົ້ນບໍ່ພົບຫຍັງຕ່າງແຕ່ວ່າເວລາສັບແບຼກເກີເຂົ້າໄປ

ໝໍ້ນັບໄຟຈະປິ່ນທັນທີໂລດ,ສະແດງວ່າໄຟຟ້າສັອດ,ການກວດກາຕ້ອງລະອຽດຕາມຂັ້ນຕອນໂດຍຕັດສາຍທາງແຕ່ລະກະດານ

ໃນສະຖານີອອກເທື່ອລະເສັ້ນ,ໃນທີ່ສຸດກໍ່ພົບຕົວກິນໄກ່ (ເຄື່ອງກັນຟ້າຜ່າໃນຫ້ອງສົ່ງ ມັນສັອດ).

 

ສັບເຕັກນິກບໍ່ຮູ້ວ່າເອີ້ນແນວໃດ,ຮູ້ແຕ່ວ່າມັນເປັນຕົວລໍ້ຟ້າ,ໃຊ້ຕິດກັບລະບົບໄຟ 220 ວົນ

ແລະອີກສາຍໜຶ່ງຕໍ່ລົງກາວ(ສາຍດິນ),ປ້ອງກັນເວລາຟ້າຜ່າຕາຄ່າຍ 22 ກິໂລວົນ ເຄື່ອງຕົວນີ້ຈະສ້າງຄຶ້ນ

ແລະຄວາມຖີ່ດຽວກັນກັບກະແສນັ້ນອອກມາດູດເອົາໄຟທີ່ເກີນນັ້ນລົງກາວທັນທີ.

 

      ຫາກໃຜໃຊ້ເຄື່ອງກັນຟ້າຜ່າແບບນີ້ຄວນລະວັງ,ເຄຶ່ອງຕົວນີ້ຫາກມັນສັອດຂັ້ນບໍ່ຮ້າຍແຮງ

ມັນຈະບໍ່ສະແດງອາການໃດໆໃຫ້ເຫັນ,ບໍ່ມີຮອຍໄໝ້,ດອກໄຟເຕຶອນປົກກະຕິ.ແຕ່ມັນຈະດູດເອົາກະແສໄຟລົງດິນ,ເຮັດໃຫ້ຕົວເລກໝໍ້ນັບໄຟສູງຜິດປົກະຕິ

ແລະເຮົາຄວນສັງເກດຢູ່ທີ່ວ່າ ມັນສົ່ງກິນຂີວໄໝ້ອອກມາເລັກນ້ອຍ,ຫາກເປັນແບບນັ້ນຮີບແຈ້ງຊ່າງເອເລັກໂຕນິກມາເບິ່ງ

ໃຫ້ບໍ່ດັ່ງນັ້ນອາດເຈັບຫົວປານຟ້າຜ່າແລ້ງ   

ເຄື່ອງຕົວນີ້ປົກະຕິບໍ່ສັອດງ່າຍເພາະມັນບໍ່ກິນໄຟພໍເທົ່າໃດ,ທາງບໍລິສັດຕິດຕັ້ງວິທະຍຸກໍ່ເວົ້າວ່າ:ເຄີຍຕິດຕັ້ງວິທະຍຸມາແຕ່ປີ 2006

ແລະຕັ້ງມາຫຼາຍແຫ່ງແລ້ວບໍ່ເຄີຍເຫັນພາກສ່ວນໃດແຈ້ງບັນຫາແບບນີ້ມາຈັກເທື່ອ ແລະຍັງຢຶນຢັນບໍ່ໄດ້ວ່າມັນເກີດສາຍເຫດອັນໃດ?

ປະຈຸບັນວິທະຍຸແຫ່ງນັ້ນຍັງປິດຢູ່,ແຟນລາຍການຕ່າງກໍ່ໂທໄປຖາມວ່າ: ຢ້ານຟ້າຜ່າແລ້ງບໍ່ຈິ່ງບໍ່ເປີດ?.

 

 

 

ອ້າຍຈ່ອຍລາວວ່າຫາຊື້ຍາກໆ,ບາງຄົນເວົ້າວ່າຕ້ອງສັ່ງຊື້ຈາກອາເມລິກາ ແລະຕ້ອງຊື້ 5 ຕົວຂຶ້ນໄປເພີ່ນຈິ່ງຂາຍວ່າຊັ້ນ,ຈັກແມ່ນແທ້ຫຼືບໍ່?.

      ຕອນນີ້ລາວຍັງຫາຊື້ຢູ່ ຫາກຜູ້ໃດຮູ້ບ່ອນຂາຍໃນລາວຊ່ວຍໃຫ້ຂໍ້ມູນລະອຽດດ້ວຍນະ.ຂອບໃຈ

     

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2011 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ເຖິງພີ່ນ້ອງຊາວໄທ - ຊາວລາວຊາບ ແລະຂໍຄວາມຊ່ວຍເຫຼືອ

 

ພໍ່ເຖົ້າ ທ້າວສົມ,ພ້ອມດ້ວຍຍາດພີ່ນ້ອງ ຢູ່ບ້ານວັງມາກ,ເມືອງວຽງທອງ,ແຂວງບໍລິຄຳໄຊ.ໄດ້ມາແຈ້ງຕໍ່ຂ້ອຍວ່າ:

ລູກສາວຂອງເພີ່ນຊື່ນາງ: ໄສ. ອາຍຸ 13 ປີ ແລະຫຼານສາວຊື່ນາງ:ວັນລີ (ດາວ) ອາຍຸ 15

ປີ.ທັງສອງຄົນໄດ້ອອກຈາກບ້ານຕັ້ງແຕ່ເດືອນ 6/11

ບໍ່ເຫັນກັບ້ານຫຼາຍເດືອນແລ້ວ,ຕອນອອກຈາກບ້ານທັງສອງບອກວ່າຈະໄປຫາເງິນທີ່ປະເທດໄທ,

ໂດຍແມ່ນໝູ່ລຸ້ນເອື້ອຍ ສອງຄົນທີ່ເປັນຄົນບ້ານດຽວກັນພາໄປ ເພາະເຊື່ອໃຈວ່າເປັນຄົນບ້ານດຽວກັນ

ແລະສອງຄົນນັ້ນກໍ່ເຄີຍໄປມາແລ້ວ,

 

ປະຈຸບັນຍັງບໍ່ຊາບຂ່າວຄ່າວສະຕາກຳຂອງເດັກທັງສອງ,ຍາດພີ່ນ້ອງເປັນຫ່ວງຫາຫຼາຍແຕ່ກໍ່ບໍ່ຮູ້ວ່າຈະຊອກຫາວິທີໃດ,

ຈິ່ງມາຫາຂ້ອຍແຈ້ງ,ຫາກຜູ້ໃດພົບເຫັນເດັກທັງສອງກະລຸນາສົ່ງຂ່າວເຖິງຍາດພີ່ນ້ອງດ້ວຍຕາມໝາຍເລກໂທລະສັບ

( 856)20 22339552,( 856)20 55335777

 

 

ສ່ວນສອງຄົນທີ່ພາໄປກໍ່ຫາຍໜ້າໄປ ແລະມີຂ່າວບໍ່ເປັນທາງການວ່າ:

ມີຄົນພົບເຫັນເດັກທີ່ຄ້າຍຄືເດັກທັງສອງຄົນນັ້ນທີ່ຮ້ານແຫ່ງໜຶ່ງໃນກຸງເທບ(ປະເທດໄທ)

ແຕ່ພວກເຂົາບໍ່ສາມາດຕິດຕໍ່ຫາໃຜໄດ້ເນື່ອງຈາກເຈົ້າຂອງຮ້ານຈຳກັດສິດຫຼາຍຢ່າງນັບທັງການເຄື່ອນໄຫວໄປມາ,

ໂທລະສັບ.ເພາະເດັກທັງສອງຖືກຊື້ມາຮັບໃຊ້ວຽກຂາດໂຕແລ້ວ

 

ຜູ້ໃຫ້ປະກາດ: ພໍ່ທ້າວສົມ 

(ບ້ານວັງໝາກ,ເມືອງວຽງທອງ,ແຂວງບໍລິຄຳໄຊ)

ນາງ ໄສ

ນາງ ວັນລີ

ຫຼື ນາງ  ດາວ  (ຊື້ທີ່ຕັ້ງໃໝ່ເວລາໄປຮອດປະເທດໄທ)

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

 ຜູ້ໃຊ້ຂ້ອງໃຈກັບຄຳວ່າ ໃຫ້ຫຼາຍກ່ວາ ຂອງໂທລະສັບເຄືອຂ່າຍໄກ່ນ້ອຍ

ວັນທີ 25 ຕຸລາ 2011 - ເວລາ 09:58:56 Divider

ໃນ​ຍຸກ​ທີ່​ສັງ­ຄົມ​ມີ​ຄວາມ​ຟ້າວ​ຟັ່ງ​ໃນ​ການ​ແຂ່ງ­ຂັນ​ໃນ​ຫຼາຍໆ​ດ້ານ​ນີ້ ຍອມ­ຮັບ​ວ່າ­ການ​ຕິດ­ຕໍ່​ສື່­ສານ​ຜ່ານ​ໂທລະ­ສັບ​ມີ​ຄວາມ​ຈຳ­ເປັນ​ຫຼາຍ ລັດ­ຖະ­ບານ​ມີ​ການ​ເປີດ​ໂອ­ກາດ​ໃຫ້​ຫຼາຍ​ພາກ­ສ່ວນ ດຳ­ເນີນ​ການ​ບໍ­ລິ­ການ​ດ້ານ​ເຄືອ​ຂ່າຍ​ໂທລະ​ຄົມ­ມະ­ນາ­ຄົມ ທັງ​ບໍ­ລິ­ສັດ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ທີ່​ເຂົ້າ​ມາ​ດຳ­ເນີນ​ທຸ­ລະ​ກິດ​ດ້ານ​ນີ້ ແລະ ກໍ​ມີ​ກົນ­ລະ­ຍຸດ​ໃນ​ການ​ບໍ­ລິ­ການ​ຮຽກ​ລູກ​ຄ້າ​ກັນ​ແບບ​ຫຼາຍ​ຮູບ​ຫຼາຍ​ສີ ຖື​ວ່າ​ຄຶກ­ຄັກ​ວ່າ​ຊັ້ນ​ສາ ແນ່­ນອນ​ມັນ​ເປັນ​ເລື່ອງ​ດີ ທີ່​ເປີດ​ໂອ­ກາດ​ໃຫ້​ຫຼາຍໆ​ພາກ­ສ່ວນ ດຳ­ເນີນ​ທຸ­ລະ​ກິດ​ສາ­ຂາ​ນີ້ ດີ​ກ່ວ​າ​ຈະ​ຜູກ­ຂາດ​ກັນ​ຢູ່​ແຕ່​ເຈົ້າ​ດຽວ ຄື​ວ່າ​ນັ້ນ​ລະ ສັງ­ຄົມ​ສູ່​ມື້­ນີ້​ມັນ​ຕ້ອງ​ໄດ້​ອາ­ໄສ​ເຕັກ​ໂນ​ໂລ​ຊີ​ການ​ສື່­ສານ​ອັນ​ທັນ​ສະ­ໄໝ ການ​ທີ່​ຈະ​ລົມ​ວຽກ​ລົມ​ງານ​ກັນ ພຽງ​ແຕ່​ຍົກ​ໂທລະ­ສັບ​ຂຶ້ນ ກໍ​ແມ່ນ​ສຳ­ເລັດ​ໄປ​ແລ້ວ​ເຄິ່ງ​ໜຶ່ງ ແຕ່​ການ​ທີ່​ຜູ້​ໃຊ້​ຈະ​ເລືອກ​ໃຊ້​ເຄືອ​ຂ່າຍ​ໃດ​ນັ້ນ ກໍ​ແນ່­ນອນ​ຂຶ້ນ​ຢູ່​ກັບ​ຄວາມ​ພໍ­ໃຈ​ໃນ​ການ​ຜູ້​ໃຫ້​ບໍ­ລິ­ການ​ທີ່​ດີ​ກ່ວ​າ ຫຼື ໄວ້​ວາງ­ໃຈ​ຕໍ່​ເຄືອ​ຂ່າຍ​ນັ້ນໆ​ຈຶ່ງ​ໃຊ້ ຄົງ​ບໍ່​ມີ​ໃຜ​ບັງ­ຄັບ​ໃຜ ຫຼື ຟັງ​ຄຳ​ຊີ້​ແນະ​ຈາກ​ໃຜ​ໃຫ້​ຕ້ອງ​ໃຊ້​ເຄືອ​ຂ່າຍ​ໃດ​ໜຶ່ງ​ໄດ້​ດອກ.

ໃນ​ຍຸກ​ທີ່​ການ​ແຂ່ງ­ຂັນ​ກັນ​ຄຶກ­ຄັກ ຂອງ​ຜູ້​ປະ­ກອບ​ການ​ເຄືອ​ຂ່າຍ​ໂທລະ­ສັບ​ມື​ຖື ການ​ປ່ຽນ­ແປງ ຫຼື ເກີດ​ຂຶ້ນ​ຂອງ​ເຄືອ​ຂ່າຍ​ໄກ່​ນ້ອຍ (Beeline) ຖື​ວ່າ​ກຳ­ລັງ​ໄດ້​ຮັບ​ຄວາມ​ສົນ­ໃຈ​ຂອງ​ຜູ້​ຊົມ­ໃຊ້ ດ້ວຍ​ຄຳ​ຂວັນ​ທີ່​ເພິ່ນ​ຕັ້ງ​ໄວ້ ພາຍ­ຫຼັງ​ທີ່​ປ່ຽນ​ຈາກ​ຊື່​ເກົ່າ​ມາ​ເປັນ​ຊື່​ໃໝ່ ເພິ່ນ​ເວົ້າ​ວ່າ: ທີ​ໂກ້​ໃຫ້​ທ່ານ​ຫຼາຍ​ເທົ່າ­ໃດ... ບີ​ລາຍ​ໃຫ້​ຫຼາຍ​ກ່ວ​າ ຟັງ​ເບິ່ງ​ແລ້ວ​ກໍ​ໜ້າ​ຟັງ​ແທ້ ຖື​ວ່າ​ໜ້າ​ສົນ­ໃຈ​ແຮງ ຫຼາຍ​ທ່ານ​ທີ່​ໃຊ້​ເຄືອ​ຂ່າຍ​ນີ້​ມາ​ແຕ່​ຕົ້ນ ປ່ຽນ​ຊື່​ມາ​ແລ້ວ 3 ຊື່​ກະ​ຍັງ​ໃຊ້​ຢູ່ ເພາະ​ຜ່ານ​ມາ ກະ​ບໍ່​ເຫັນ​ມີ​ບັນ­ຫາ​ຫຍັງ ສັນ­ຍານ​ກະ​ຖື​ວ່າ ໂອ​ເຄ ທີ່​ສຳ­ຄັນ​ສຸດ ກໍ​ຂຶ້ນ​ກັບ​ວຽກ​ທີ່​ເຮັດ​ຢູ່ ມັນ​ຕ້ອງ​ມີ​ການ​ຕິດ­ຕໍ່​ພົວ­ພັນ​ກັບ​ສັງ­ຄົມ​ຫຼາຍ ການ​ຈະ​ໃຫ້​ປ່ຽນ​ເບີ​ປ່ຽນ​ເຄືອ​ຂ່າຍ​ເລື້ອຍໆ​ຄື​ໄວ​ລຸ້ນ ກໍ​ບໍ່­ຫ່ອນ​ເປັນ.

ແຕ່​ເບິ່ງ​ຄື​ວ່າ ຈາກ​ການ​ເປີດ​ຕົວ​ທີ່​ຍິ່ງ​ໃຫຍ່​ຂອງ​ເຄືອ​ຂ່າຍ​ໄກ່​ນ້ອຍ​ເພິ່ນ​ນີ້ ຈະ​ມາ​ພ້ອມໆ​ກັບ​ຄວາມ​ບໍ່​ໂສ­ພາ​ປານ­ໃດ ໃນ​ໜຶ່ງ​ອາ­ທິດ​ຜ່ານ​ມາ ຜູ້​ຂ້າ​ໄດ້​ຮັບ​ສຽງ​ຮ້ອງ­ທຸກ​ຂອງ​ຜູ້​ຊົມ­ໃຊ້​ເຄືອ​ຂ່າຍ​ນີ້​ເຂົ້າ​ມາ​ໜາ​ຫູ ເພື່ອ​ຢາກ​ໃຫ້​ເປັນ​ຂົວ​ຕໍ່​ໄປ​ຍັງ​ພາກ­ສ່ວນ​ກ່ຽວ­ຂ້ອງ ກໍ​ຄື​ຜູ້​ໃຫ້​ບໍ­ລິ­ການ ເພື່ອ​ຂໍ​ຄຳ​ຕອບ​ທີ່​ຊັດ​ເຈນ ນັບ​ແຕ່​ມື້​ບຸນ­ຊ່ວງ­ເຮືອ​ທ່າ​ວັດ​ຈັນ​ພຸ້ນ​ມາ ທີ່​ຜູ້​ໃຊ້​ເຄືອ​ຂ່າຍ​ໄກ່​ນ້ອຍ​ເພິ່ນ​ນີ້ ບໍ່​ສາ­ມາດ​ໂທ​ຕິດ­ຕໍ່​ພົວ­ພັນ​ວຽກ​ກັບ​ເບີ​ໂທ​ຂອງ​ເຄືອ​ຂ່າຍ​ອື່ນ​ໄດ້ ແລະ ເບີ​ເຄືອ​ຂ່າຍ​ອື່ນ​ກໍ​ບໍ່​ສາ­ມາດ​ໂທ​ເຂົ້າ​ຫາ​ໄດ້ ຖື​ວ່າ​ເດືອດ­ຮ້ອນ​ກັນ​ໃຫຍ່​ວ່າ​ຊັ້ນ​ສາ ອັນ​ນີ້​ຜູ້​ຂ້າ​ເອງ​ກໍ​ພົບ​ບັນ­ຫາ ແລະ ກໍ​ລໍ­ຖ້າ​ການ​ອອກ​ມາ​ຊີ້​ແຈງ​ຈາກ​ເຈົ້າ​ຂອງ​ຜູ້​ໃຫ້​ບໍ­ລິ­ການ​ຢູ່ ແຕ່​ກໍ​ມິດ​ງຽບ​ປານ​ຫອຍ​ໄຂ້ ໂທ​ເຊັກ​ຄຳ​ຕອບ​ກໍ​ບໍ່​ຊັດ​ເຈນ ບີບ​ໂທລະ­ສັບ​ອອກ​ຍາມ​ໃດ ກໍ​ໄດ້​ຍິນ​ແຕ່​ຄຳ​ວ່າ ຮຽນ​ເຖິງ​ບັນ­ດາ​ລູກ​ຄ້າ​ບີ​ລາຍ​ທຸກ​ທ່ານ ເນື່ອງ​ຈາກ​ພວກ​ເຮົາ​ມີ​ບັນ­ຫາ​ຂັດ­ຂ້ອງ​ທາງ​ດ້ານ​ເຕັກ­ນິກ​ທີ່​ຄວບ​ຄຸມ​ບໍ່​ໄດ້ ຈຶ່ງ​ເຮັດ​ໃຫ້​ທຸກ​ທ່ານ​ບໍ່​ສາ­ມາດ​ໂທ​ຫາ​ເຄືອ​ຂ່າຍ​ອື່ນໆ ແລະ ເນັ້ນ​ວ່າ​ຈະ​ແກ້​ໄຂ​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ບາດ​ທ້າຍ​ຍັງ​ຝາກ​ຄຳ​ຂອບ­ໃຈ​ໄວ້​ອີກ ທີ່​ໃຊ້​ເຄືອ​ຂ່າຍ​ເພິ່ນ ນີ້​ກໍ​ຜ່ານ​ໄປ​ໜຶ່ງ​ອາ­ທິດ​ແລ້ວ ກໍ​ຍັງ​ບໍ່​ເຫັນ​ມີ​ຫຍັງ​ໄດ້​ຮັບ​ການ​ແກ້​ໄຂ​ໃດໆ​ເທື່ອ ຄຳ​ທີ່​ວ່າ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ນີ້ ເອົາ​ຫຍັງ​ມາ​ເປັນ​ຂອບ​ເຂດ ຫຼື ກຳ­ນົດ​ເອົາ​ຕາມ​ລຳ­ພັງ​ໃຈ ຖ້າ​ເປັນ​ແບບ​ນີ້ ຜົນ​ເສຍ​ທີ່​ເກີດ​ຂຶ້ນ​ກັບ​ຜູ້​ບໍ­ລິ­ໂພກ ຫຼື ຜູ້​ຊົມ­ໃຊ້​ໃຜ​ຈະ​ຮັບ­ຜິດ­ຊອບ ? ຫຼື ຄຳ​ຂວັນ​ທີ່​ວ່າ: ໃຊ້​ຊີ­ວິດ​ຢ່າງ​ເຕັມ­ທີ່ຂອງ ບີ​ລາຍ ນັ້ນ​ຈະ​ໝາຍ​ຄວາມ​ວ່າ: ໃຜ​ທີ່​ໃຊ້​ຈະ​ມີ​ໂອ­ກາດ​ຮັບ​ໂທລະ­ສັບ​ໜ້ອຍ​ລົງ ເພາະ​ເຄືອ​ຂ່າຍ​ອື່ນ​ໂທ​ເຂົ້າ​ຫາ​ບໍ່​ໄດ້ ເລີຍ​ໄດ້​ໃຊ້​ຊີ­ວິດ​ຢ່າງ​ເຕັມ­ທີ່ ເພາະ​ສຽງ​ລົບ​ກວນ​ຈາກ​ໂທລະ­ສັບ​ໜ້ອຍ​ລົງ ?.

ມັນ​ເປັນ​ຄຳ​ຖາມ​ທີ່​ຫຼາຍໆ​ຄົນ​ຢາກ​ໃຫ້​ຜູ້​ບໍ­ລິ­ຫານ​ເຄືອ​ຂ່າຍ​ນີ້ ອອກ​ມາ​ໃຫ້​ລາຍ​ລະ­ອຽດ ເປັນ​ຫຍັງ ຍ້ອນ​ຫຍັງ ກໍ​ຄວນ​ຈະ​ອອກ​ມາ​ເວົ້າ​ມາ​ກ່າວ​ກັນ​ກົງໆ ບໍ່​ແມ່ນ​ມິດ​ງຽບ​ແລ້ວ​ອັດ​ສຽງ​ສຳ­ເລັດ​ຮູບ ແຈ້ງ​ຕໍ່​ລູກ​ຄ້າ​ແຕ່​ທໍ່​ນັ້ນ ຮູ້­ສຶກ​ວ່າ​ມັນ​ບໍ່​ຍຸ­ຕິ​ທຳ​ປານ­ໃດ ເບິ່ງ​ຄື​ຈັ່ງ​ວ່າ ບໍ່​ຖື​ລູກ​ຄ້າ​ສຳ​ຄັນ­ວ່າ​ຊັ້ນ​ສາ ຊິ​ເຮັດ​ແນວ­ໃດ ຊິ​ແກ້​ໄຂ​ໄດ້​ມື້​ໃດ ກໍ​ຄວນ​ບອກ​ກ່າວ ຊ້າ​ໄວ​ພໍ​ຊິ​ໄດ້​ຮູ້ ຫຼື ປ່ຽນ​ໄປ​ໃຊ້​ເຄືອ​ຂ່າຍ​ໃໝ່ ອັນ​ນີ້​ກໍ​ຂໍ​ຝາກ​ໄວ້​ນໍ ເຊື່ອ​ຢູ່​ດອກ​ວ່າ ທາງ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເພິ່ນ​ຄົງ​ສຸມ​ໃສ່​ການ​ແກ້​ໄຂ​ຢ່າງ​ຂະ​ໝັກ​ຂະ​ເມັ້ນ ແຕ່​ເຮັດ​ແບບ​ມິດ​ຢູ່​ກະ​ບໍ່​ມີ​ໃຜ​ຮູ້​ນຳ ! ໃນ​ຂະ­ນະ​ທີ່​ຄວາມ​ເດືອດ­ຮ້ອນ​ຜູ້​ຊົມ­ໃຊ້​ຮັບ​ໄປ​ເຕັມໆ​ແບບ​ນີ້ ຈະ​ໃຫ້​ໂທ​ຫາ​ແຕ່​ເຄືອ​ຂ່າຍ​ດຽວ ມັນ​ບໍ່­ຫ່ອນ​ເປັນ ຍິ່ງ​ໃນ​ສັງ­ຄົມ​ທີ່​ມີ​ການ​ແຂ່ງ­ຂັນ​ສູງ​ຂອງ​ເຕັກ​ໂນ​ໂລ​ຊີ​ໂທລະ​ຄົມ­ນາ­ຄົມ​ແບບ​ນີ້ ໂລກ​ເຂົາ​ໄປ​ຮອດ​ໃສ​ກັນ​ແລ້ວ ... ນີ້​ຄື​ສຽງ​ສະ­ທ້ອນ​ຈາກ​ສັງ­ຄົມ ໃນ​ນາມ​ເປັນ​ສື່​ກາງ​ນຳ​ມາ​ສະ­ເໜີ ແລະ ຝາກ​ຜ່ານ​ໄປ​ຍັງ​ພາກ­ສ່ວນ​ກ່ຽວ­ຂ້ອງ ເພື່ອ​ມີ​ຄຳ​ຕອບ​ໃຫ້​ກັບ​ສັງ­ຄົມ ກົດ­ໝາຍ​ສື່​ມວນ​ຊົນ​ລະ­ບຸ​ໄວ້​ໃນ​ມາດ­ຕາ 22 ວ່າ: ສື່​ມວນ​ຊົນ​ມີ​ສິດ​ສະ­ເໜີ​ໃຫ້​ການ­ຈັດ­ຕັ້ງ ຫຼື ບຸກ­ຄົນ​ທີ່​ກ່ຽວ­ຂ້ອງ​ກັບ​ບັນ­ຫາ ທີ່​ພົນ­ລະ­ເມືອງ​ລາວ ຫຼື ອົງ​ການ­ຈັດ­ຕັ້ງ​ຕ່າງໆ​ຂໍ​ຄວາມ​ກະ­ຈ່າງ​ແຈ້ງ ເມື່ອ​ອົງ​ການ­ຈັດ­ຕັ້ງ ແລະ ບຸກ­ຄົນ​ໄດ້​ຮັບ​ຄຳ​ສະ­ເໜີ​ດັ່ງ­ກ່າວ​ແລ້ວ ກໍ​ຕ້ອງ​ຕອບ​ຢ່າງ​ທັນ​ການ ແລະ ດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ກໍ​ຫວັງ​ວ່າ​ສັງ­ຄົມ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃນ​ໄວໆນີ້ນໍ ? ຍາມ​ເສຍ​ຄ່າ​ບໍ­ລິ­ການ​ບໍ່​ເຫັນ​ມີ​ຈັກ​ເທື່ອ ຈະ​ໄດ້​ຍິນ​ຄຳ​ວ່າ ເຄືອ​ຂ່າຍ​ຂັດ­ຂ້ອງ ທ່ານ​ບໍ່​ໄດ້​ຮັບ​ຄວາມ​ສະ­ດວກ ພວກ​ເຮົາ​ບໍ່​ເອົາ​ເງິນ​ຈາກ​ທ່ານ.

ເມ​ໄຣ ສີ​ອຳ​ພັນ

 
 
Divider
ຄຳເຫັນຂອງທ່ານຜູ້ອ່ານ ຄຳເຫັນຂອງທ່ານຜູ້ອ່ານ
cat 2 ມື້ຜ່ານມາ 183.182.127.xxx
ໜ້າຈະໃຫ້ໜ່ວຍງານທີ່ກ່ຽວຂ້ອງເຂົ້າມາແກ້ໄຂ ບໍ່ແມ່ນຈະໃຫ້ບໍລິສັດເຮັດໃສ່ກັນແບບນີ້ ຜົນເສຍກະແມ່ນຜູ້ໃຊ້ບໍລິການ
ລາວແທ້ໄກບ້ານ 2 ມື້ຜ່ານມາ 70.178.65.xxx
ມາອ່ານຂ່າວກະພໍໄດ້ຮູ້ແລ້ວເຂົ້າໃຈແຈ້ງຫລາຍເຕີບ ສະນັ້ນ ພວກເຮົາເຈົ້າຂ້ອຍຄວນສ່ົງເສີມບໍລີສັດທີ່ຢູຄຽງຂ້າງປະຊາຊົນ ເຮັດເພືອຜົນປະໂຫຍດຂອງປະຊາຊົນ ແລະ ດີໃຈອີກຄວາມເຫັນຫນື່ງທີ່ເພີນ ຂຽນວ່າ ຫລາຍບໍລິສັດຜູ້ໃຫ້ບໍລີການຍິ່ງດີລູກຄ້າມີຫລາຍທາງເລືອກ ຖ້າບໍລິສັດດຽວຍິງຜູກຂາດແລະເອົາປຽບລູກຄ້າ ສະນັ້ນກະ ດີຖ້າອັນ ໄດມັນອັນດຽວແລ້ວປະຊາຊົນເສຍປຽບກະປ່ຽນໃຫ້ມີຫລາຍທາງເລືອກແດ່ລະ ທ່ານຜູ້ສະຫລາດທັງຫລາຍ ຢ່າເຂົ້າກະທໍຍໍຕົວເອງວ່າສະຫລາດສ່ອງໃສຫລາຍ
ສາໂທ ແກ້ວພິ 3 ມື້ຜ່ານມາ 202.137.156.xxx
ອ່ານແລ້ວງົງ ຄົນຂຽນຂ່າວນີ້ ສົງໃສຍັງຢູ່ໃນຖໍ້າ ບໍ່ຮູ້ວ່າ ຂໍ້ມູນທີ່ແທ້ຈິງເປັນແນວໃດ ຄວນໄປຫາຂ່າວ ມາອ່ານປະດັບແລະເພີ່ມຄວາມຮູ້ຕື່ມແດ່ເດີ້
ຫຼ້ານ້ອຍ 4 ມື້ຜ່ານມາ 183.182.127.xxx
ເປັນຍ້ອນໃຜສັງຄົມອາດບໍ່ເຂົ້າໃຈ,ແຕ່ມີບັນຫາກໍຄວນແກ້ໄຂ,ບໍ່ແມ່ນປະ ປ່ອຍໃຫ້ມີຜົນສະທ້ອນ,ສຳຄັນຜູ້ທີ່ມີຄວາມຮັບຜິດຊອບຄວນເປັນເຈົ້າການ ແກ້ໄຂ ໂດຍມີຫຼາຍຝ່າຍເຂົ້າຮ່ວມ,ຄິດວ່ານີ້ແມ່ນທາງອອກທີ່ດີທີ່ສຸດ
ຄົນຊວຍ 6 ມື້ຜ່ານມາ 183.182.127.xxx
ຄວນຈະມີ ປຸ່ມກົດ Like and unlike ນະ ຄົງຈະດີ
ຄົນຊວຍ 6 ມື້ຜ່ານມາ 183.182.127.xxx
ສົງໃສຄົນຂຽນຂ່າວນີ້ແມ່ບໍ່ຕິດຕາມຂ່າວສານຈາກສຳນັກອື່ີນເລີຍຕິ໊ເບາະ !
ຄິມວົງສາ 6 ມື້ຜ່ານມາ 202.136.242.xxx
ຂ້າພະເຈົ້າເຫັນດີນຳໃນການເປີດເສລີທາງດ້ານການແຂ່ງຂັນການຕະ ຫລາດເພາະມັນຈະສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການໄດ້ໃຊ້ຄວາມຮູ້ຄວາມສາມາດຢ່າງແທ້ຈິງບໍ່ແມ່ນວ່າລໍຖ້າພຽງແຕ່ເອົາຜົນປະໂຫຍດຢ່າງດຽວແຕ່ບໍ່ຄຳນຶງເຖິງປະໂຫຍດລູກຄ້າການເຮັດການໂຄສະນາການຕະຫລາດມີ promotion ດີດີ ໃຫ້ກັບລູກຄ້າການ ເຮັດທຸລະກິດ ຢ່າລືມ ວ່າລູກຄ້າຄືໝາກຫົວໃຈ ອັນສຳຄັນ ຄືເພິ່ນວ່າ ລູກຄ້າ ຄື ພະເຈົ້າຫັ້ນລະ ມີການແຂ່ງຂັນຈຶ່ງມີການພັດທະນາ ດັ່ງພັກ-ລັດເພິ່ນໃຫ້ປະຕິບັດ 4 ບຸກທະລຸ, ເພື່ອກ້າວສູ່ສະຫະສະວັດ 4 ບຸກທະລຸ ໃນນັ້ນ ມີຄຳວ່າບຸກທະລຸດ້ານ ຈິນຕະນາການ ຄືຄວາມຄິດ ໃຫ້ມີຄວາມຄິດສ້າງສັນ ພັດທະນາແຂ່ງຂັນກັນຊອກຫາ ສິ່ງດີດີ ເພື່ອສັງຄົມ ບຸກທະລຸ ອີກຢ່າງໜຶ່ງ ກໍ່ຄື ບຸກທະລຸ ລະບຽບ ລະບອບລະບົບຂອງການບໍຫານຄຸ້ມຄອງ ການເຮັດວຽກງານ ຕ້ອງມີຈຸດສຸມເປົ້າໝາຍມີຫລັກການເພື່ອໃຫ້ເກີດຜົນປະໂຫຍດສ່ວນ ລວມ ກໍ່ຄືສັງຄົມ ຜູ້ຊົມໃຊ້, ສະນັ້ນແລ້ວບັນດາບໍລິສັດ ທັງຫລາຍ ຄວນນຳໄປຄິດຄົ້ນເບິ່ງວ່າ ທ່ານຄິດແນວໃດ ກັບລູກຄ້າ ຫວັງແຕ່ ຈະເອົາຜົນປະໂຫຍດຢ່າງດຽວ ຫລື ຍັງເຫັນລູກຄ້າ ແມ່ນ ບຸກຄົນສຳຄັນຂອງທ່ານ.....ຂອບໃຈ
ບໍ່ປະສົງອອກນາມ 1 ອາທິດຜ່ານມາ 114.129.28.xxx
ຂ້າພະເຈົ້າເຫັນດີນໍາ ທີ່ວ່າ ມີຫຼາຍເຄືອຂ່າຍຍິ່ງດີ ເພາະຈະກະຕຸ້ນໃຫ້ ແຕ່ລະເຄື່ອຂ່າຍມີ ຄວາມກະຕືລືລົ້ນ ໃນການໃຫ້ບໍລິການທີ່ດີ ວ່ອງໄວທັນໃຈ ແລະ ລາຄາເປັນທໍາແກ່ຜູ້ຊົມໃຊ້ ຖ້າຜູກຂາດແຕ່ຜູ້ດຽວ ແນ່ນອນ ຜູ້ໃຊ້ ກໍ່ຈະໜ້ອຍລົງເພາະຄ່າໂທແພງ ແລະເທື່ອລະໜ້ອຍ ຄົນຢູ່ຊົນນະບົດກໍ່ອາດບໍ່ມີຄວາມສາມາດ ຊໍາລະຄ່າໂທໄດ້ ແລະ ກໍ່ຈະຢຸດໃຊ້ໄປເອງ ແລະ ກໍ່ອາດກັບໄປສູ່ ການສົ່ງຈ ມ ທາງໄປສະນີແທນ ໃນການຕິດຕໍ່ພົວພັນ ຂໍອະໄພ ນໍາບັນດາທ່ານ ທີ່ປະກອບຄໍາເຫັນແບບນີ້ ເພາະເປັນຫ່ວງຕໍ່ການບໍລິການ ທີ່ນອກຈາກສ້າງກໍາໄລແລ້ວແກ່ບໍລິສັດແລ້ວ ແຕ່ຍັງຈໍາກັດການບໍລິການແກ່ ຜູ້ຄົນ ແລະ ສະຖານະການ ເວລາ ບໍ່ສາມາດເຕີມເງິນ ຫຼື ຢູ່ຫ່າງໄກສອກຫຼີກ ເຊັ່ນວ່າຄົນຢູ່ຊົນນະບົດ ກໍລະນີຂັບຂັນສຸກເສີນ ບໍ່ມີເງິນເຕີມ ຊໍ້າພັດສົ່ງຂໍ້ຄວາມຂໍຄວາມຊ່ວຍເຫຼືອບໍ່ໄດ້ ເພາະ ໝົດມູນຄ່າໂທ.
ຄິມ ສ່ອງແສງ 1 ອາທິດຜ່ານມາ 202.137.136.xxx
ຢາກຖາມພາກສ່ວນທີ່ກ່ຽວຂ້ອງວ່າ: ເປັນຫຍັງຈຶ່ງຫງົດ ບໍ່ໃຫ້ບັນດາບໍລິສັດໂທລະຄົມ ມີການແຂ່ງຂັນກັນດ້ານການໂຄສະນາສົ່ງເສີມການຂາຍເຊັ່ນ: ໂທຟຼີ ທັງໆທີ່ວ່າມັນເປັນຜົນດີຕໍ່ລູກຄ້າ ຫຼືວ່າ ບາງບໍລິສັດມີຄວາມຢ້ານ ວ່າຈະເອົາຊະນະຄູ່ແຂ່ງຂອງຕົນບໍ່ໄດ້
ອຳພາພອນ ໄຊຍະເສນ 1 ອາທິດຜ່ານມາ 115.84.92.xxx
ເຖິງຜູ້ຂຽນຂ່າວ ກ່ອນອື່ນຕ້ອງຂໍຂອບໃຈທີ່ອອກມາເປັນປາກເປັນສຽງໃຫ້ແກ່ຜູ້ບໍລິໂພກ. ຂ້າພະເຈົ້າກໍ່ແມ່ນຜູ້ໜຶ່ງທີ່ໄດ້ຮັບຜົນກະທົບ ແລະ ກໍ່ໄດ້ມີການປ່ຽນເຄືອຂ່າຍຊົ່ວຄາວ. ເຖິງແນວໃດກໍ່ຕາມ, ຕາມທັດສະນະສ່ວນຕົວແລ້ວ ຄິດວ່າເນື້ອໃນຂອງບົດຂ່າວນີ້ ແມ່ນມີລັກສະນະບໍ່ເປີດກ້ວາງທາງດ້ານຈິດໃຈ ຕໍ່ກັບບີລາຍປານໃດ. ຕາມທີ່ໄດ້ຕິດຕາມຂ່າວຈາກໜັງສືພິມຫລາຍໆແຫລ່ງ ແລະ ຫລາຍໆສະບັບ (ໂດຍສະເພາະແມ່ນ VientianeTimes) ເຫັນວ່າ ສາເຫດທີ່ເຄື່ອຂ່າຍອື່ນບໍ່ສາມາດໂທເຂົ້າຫາບີລາຍ ຫລື ບີລາຍບໍ່ສາມາດໂທເຂົ້າຫາເຄືອຂ່າຍອື່ນແມ່ນຍ້ອນ ບໍລິສັດອື່ນເປັນຜູ້ block (ກີດກັ້ນ) ເຄືອຂ່າຍ ບີລາຍ. ເຖິງແມ່ນວ່າສາເຫດຂອງການ block ແມ່ນຍ້ອນບີລາຍບໍ່ປະຕິບັດຕາມສັນຍາ (ຕາມທັດສະນະແລ້ວ ສັນຍາດັ່ງກ່າວກໍ່ບໍ່ໄດ້ໃຫ້ປະໂຫຍດແກ່ຜູ້ບໍລິໂພກປານໃດດອກ) ກໍ່ຕາມ ແຕ່ສາມບໍລິສັດກໍ່ບໍ່ຄວນລົງໂທດບີລາຍດ້ວຍການສ້າງຄວາມຫຍຸ້ງຍາກແກ່ຜູ້ບໍລິໂພກ ອາດຈະໃຊ້ວິທີອື່ນ. ສ່ວນຂໍ້ຮຽກຮ້ອງທີ່ທາງຜູ້ຂຽນຂ່າວຢາກໃຫ້ ບີລາຍອອກມາຖະແຫລງຕໍ່ສາທາລະນະນັ້ນ ຢາກໃຫ້ທາງຜູ້ຂຽນຄິດເຫັນໃຈ ບີລາຍແດ່ ເພາະຖ້າສົມມຸດ ບີລາຍອອກມາເວົ້າຄວາມຈິງ (ກໍ່ຄື ການຖືກ block ຈາກສາມບໍລິສັດໃຫຍ່ ເນື່ອງຈາກບໍ່ເຮັດຕາມສັນຍາທີ່ໄດ້ເຊັນ ໂດຍສັນຍາດັ່ງກ່າວແມ່ນສັນຍາທີ່ ບໍ່ສ້າງຜົນປະໂຫຍດໃຫ້ຜູ້ຊົມໃຊ້) ແລະ ບີລາຍຍິ່ງສິບໍ່ຖືກຕຳໜິຈາກບໍລິສັດອື່ນໆບໍ? ແລະ ບັນຫາຍິ່ງສິບໍ່ແກ່ຍາວຕື່ມບໍ? ຂ້າພະເຈົ້າຄິດວ່າ ບີລາຍແຈ້ງຕໍ່ກັບລູກຄ້າໃນເນື້ອໃນທີ່ສົມເຫດສົມຜົນ. ອີກຢ່າງໜຶ່ງ, ຂ້າພະເຈົ້າກໍ່ຄິດແປກໃຈວ່າ ເປັນຫຍັງທ່ານຄື ບໍ່ຮຽກຮ້ອງໃຫ້ບໍລິສັດອື່ນໆມາຊີ້ແຈງວ່າເປັນຫຍັງ ເບີຈາກເຄືອຂ່າຍເຫລົ່ານັ້ນ ຈຶ່ງບໍ່ສາມາດໂທເຂົ້າບີລາຍໄດ້ ເປັນຫຍັງຈິ່ງຢາກໃຫ້ບີລາຍອອກມາຖະແຫລງພຽງແຕ່ຝ່າຍດຽວ. ດ້ວຍຄວາມຈິງໃຈ, ອຳພາພອນ
buk noi 1 ອາທິດຜ່ານມາ 202.137.156.xxx
ຟ້າເອີຍ...​ ຜູ້ຂຽນນີ້ຄືຊິບໍ່ໄດ້ອ່ານໜັງສືພີມ Vientianetimes ແນ່ບໍ່ ອັນສາເຫດ ທີ່ Beeline ຕິດຕໍ່ຫາຜູ້ອື່ນບໍ່ໄດ້ຍ້ອນຖືກ ອີກ 3 ບໍລິສັດ ບອກສ ໄວ ຍ້ອນ Beeline ຍັງຖືເອົາຜົນປະໂຫຍດຂອງຜູ້ຊົມໃຊ້ເປັນ ຫຼັກ ກໍ່ຄື ຍັງຄົງຮັກສາໄວ້ເຊີ່ງ Promotion ຕ່າງໆ ເຮັດໃຫ້ອີກ 3 ເຄືອຄ້າຍບໍ່ພໍໃຈ ແລະ ສັງຕັດຂາດສັນຍານກັບ Beeline ຈົນກວ່າ Beeline ຈະຍົກເລີກ Promotion ເຊີ່ງມັນບໍ່ເປັນການດີຕໍ່ຜູ້ບໍລິໂພກເລີຍ...​ ຂ້າພະເຈົ້າບໍ່ໄດ້ເຂົ້າຂ້າງບໍລິສັດໃດໜື່ງ..​ ທຸກມືນີ້ກໍ່ໃຊ້ 2 ເບີ... ຜູ້ຂຽນຄວນຈະສືກສາຂໍ້ມູນ ແລະ ຄວາມເປັນຈິງໃຫ້ຫຼາຍກ່ອນຈະຂຽນ...
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ທ່ານ ພັນໂທ ຫວ້ຽນ ຫົວໜ້າຂຸດຄົ້ນອັດຖິກະດູກທະຫານອາສາສະມັກຊາວຫວຽດ ປະຈຳຊົ່ວຄາວຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊ ເວົ້າໃນຮ້ານກາເຟນ້ອຍໆແຫ່ງໜຶ່ງວ່າ: ຊາຍຊາວຫວຽດນາມມັກເວົ້າຢອກກັນເປັນປະຈຳ, ການເຂົ້າບຳນານຂອງພະນັກງານຊາຍຊາວຫວຽດມີ 5 ບຳນານຄື:

<!--1. ບຳນານໝາ. ເຂົ້າບຳນານແລ້ວເຝົ້າແຕ່ເຮືອ,ບໍ່ເຮັດວຽກຫຍັງ,ບໍ່ຊ່ວຍຄອບຄົວ,ຂີ້ຄານ,ປ່ອຍໃຫ້ເປັນພາລະຂອງຄອບຄົວທັງໝົດ.

<!2.ບຳນານໝູ. ບຳນານແບບນີ້ເຮັດຫຍັງບໍ່ເປັນ,ມີແຕ່ກິນແລ້ວນອນ,ບໍ່ມີຫົວຄິດປະດິດສ້າງ,ສຸກະພາບບໍ່ແຂງແຮງ.

<!--3.  ບຳນານຄວາຍ. ແບບນີ້ແມ່ນເຄີຍສ້າງໜີ້ສິນໄວ້ກ່ອນແຕ່ຕອນບໍ່ທັນໄດ້ເຂົ້າບຳນານເຊັ່ນ,ໜີ້ຊື້ລົດ,ຊື້ເຮືອນ ແລະກູ້ເງິນ,ເມື່ອເຂົ້າບຳນານແລ້ວຕ້ອງໄດ້ອອກແຮງຫາເງິນໃຊ້ໜີ້ເພີ່ນຕະຫຼອດໄປ

<!--4. ບຳນານແບ້. ບຳນານແບ້ນີ້ແມ່ນກິນຕະຫຼອດ,ຫຼີ້ນຕະຫຼອດ,ເງິນເດືອນອອກມາເດືອນໃດບໍ່ເຫຼືອ,ໄປຈ່າຍໃຫ້ແຕ່ສາວນ້ອຍ,ບໍ່ຮູ້ປະຫຍັດຊ່ວຍຄອບຄົວ.

<!--5. ບຳນານແທ້. ບຳນານແທ້ແມ່ນຜູ້ສົມບູນທັງສຸກະພາບ ແລະບົດຮຽນທີ່ສະສົມມາ,ຍັງມີການສ້າງສາ,ຮ່ວມວຽກບ້ານການເມືອງ ແລະເປັນຫຼັກແຫຼ່ງແກ່ນສານໃຫ້ລູກຫຼານ.

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ທີ່ຕັ້ງ ແລະພາລະບົດບາດຂອງສະພາແຫ່ງຊາດ​

ສະພາ ​ແຫ່ງ​ຊາດ​ ແມ່ນ​ອົງ​ການ​ຕົວ​ແທນ​ແຫ່ງ​ສິດ​ ແລະຜົນປະໂຫຍດຂອງ​ປະ​ຊາ​ຊົນ​ບັນ​ດາເຜົ່າ​, ເປັນ​ອົງ​ການ​ອໍາ​ນາດ​ແຫ່ງລັດ ທັງເປັນອົງການນິຕິບັນຍັດ ​ທີ່​ມີ​ສິດ​ຕົກ​ລົງ​ບັນ​ດາ​ບັນ​ຫາ​ພື້ນ​ຖານຂອງ​ປະ​ເທດ​ຊາດ​, ​ຕິດ​ຕາມ​ກ​ວດ​ກາການ​ເຄື່ອນ​ໄຫວ​ ຂອງ​ອົງ​ການ​ບໍ​ລິ​ຫານ, ສານປະຊາຊົນ ແລະ​ອົງ​ການໄອຍະການປະຊາຊົນ.

ຖ້າສະພາແຫ່ງຊາດຂີ່ລົດປ້າຍສີຟ້າສັງຄົມກໍ່ເຂົ້າໃຈວ່າແມ່ນລົດຂອງອົງການບໍລິຫານຊື້ໃຫ້(ນາຍົກ,ເຈົ້າແຂວງຊື້ໃຫ້) ເພາະອົງການບໍລິຫານເພີ່ນຂີ່ລົດປ້າຍສີຟ້າຢູ່ແລ້ວ

ຫາກເປັນແບບນັ້ນ ການກວດກາກໍ່ບໍ່ມີປະສິດທິພາບ ເພາະວ່າອາດຖືກອົງການບໍລິຫານຊື້ຈ້າງ(ໃຫ້ລາງວັນ),ການກວດກາກໍ່ຈະບໍ່ໄປບໍ່ມາຫຍັງຄືດັ່ງທຸມື້ນີ້ລະ,ມີສະພາເປັນຜູ້ກວດ ແຕ່ບັນຫາທີ່ບໍ່ຄວນເກີດກໍ່ຍັງເກີດ,ບັນຫາທີ່ຄວນແກ້ກໍ່ບໍ່ແກ້,ແລ້ວຜູ້ກວດເປັນຫຍັງບໍ່ກວດ?, ຫຼື ກວດເປັນຫຍັງແກ້ບໍ່ໄດ້ ?.

ອີກອັນໜຶ່ງກໍ່ເພື່ອຈຳແນກຕາມຄວາມແຕກຕ່າງຂອງທີ່ຕັ້ງ,ພາລະບົດບາດ,ສິດໜ້າທີ່ຢ່າງຈະແຈ້ງເຕັມຕົວ,ສົມກັບວ່າເປັນຜູ້ກວດກາສັງຄົມແທ້ຈິງ.

ສະພາຄວນໃສ່ປ້າຍລົດສີອື່ນທີ່ຕ່າງຈາກອົງການອື່ນໆ

ແລະພ້ອມນັ້ນສະພາຄວນກຳນົດບັນດາລົດປະຈຳຕຳແໜ່ງຂອງອົກການບໍລິຫານ ໃຫ້ເປັນລະບົລະບຽບຮຽບຮ້ອຍ,ເປັນແບບຢ່າງທີ່ດີຂອງສັງຄົມ ແລະປະຫຍັດເງິນຂອງປະຊາຊົນໃນການສິ້ນເປຶອງຊື້ລົດ.(ບໍ່ແມ່ນມາອອກກົດລະບຽບໃສ່ແຕ່ປະຊາຊົນຝ່າຍດຽວ,ສ່ວນອົງບໍລິຫານທີ່ເປັນລູກຈ້າງຂອງປະຊາຊົນແທ້ໆພັດຂີ່ລົດດີລື່ນນາຍຈ້າງຕາມໃຈໂຕເອງ)

ກຳນົດຂະໜາດຄວາມແຮງ,ກຳນົດລາຄາ,ກຳນົດນົດສີປ້າຍ ແລະກຳນົດຈຳນວນລົດປະຈຳຕຳແໜ່ງ ແຕ່ລະຂັ້ນໃຫ້ຈະແຈ້ງ ແລະບັງຂັບໃຊ້ ທັງກວດກາໄປພ້ອມ

(ນາຍົກຂີ່ແບບໃດ,ລັຖະມົນຕີຂີ່ແບບໃດ,ເຈົ້າແຂວງ,ເຈົ້າເມືອງ,ຫົວໜ້າຂະແໜງຂີ່ແນວໃດ)

ອັນນີ້ເອົາແຕ່ຜູ້ຊີຊື້ບາງເຈົ້າເມືອງກໍ່ຂີ່ລົດຄືກັບລັຖະມົນຕີ,ບາງລັຖະມົນຕີຂີລົດລາຄາແສນກວ່າດອນລ່າ ແລະບາງທ່ານມີຫຼາຍໆຄັນ ແບບນີ້ປະຊາຊົາທຸກແທ້,ທຸກບໍ່ມີເງິນສ້າງສາບ້ານເມືອງ(ເສັ້ນທາງ,ໄຟຟ້າ,ຄອງເໝືອງຫຼາຍແຫ່ງຍັງລໍການກໍ່ສ້າງ)

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

 ຢູນີເທວ 3G: ອີນເຕີເນັດແບບບໍ່ມີສາຍ-​ບໍ່ຈຳກັດ

ການປະກົດຕົວຂອງຢູນີເທວ 3G ​ໄດ້ກາຍເປັນຂະບວນການຟົດຟື້ນຍ້ອນວ່າມີ​​ຜົນປະໂຫຍດຫຼາຍຢ່າງທີ່ເຕັກໂລໂນຊີ
ນີ້ນຳມາ. ​ໃນມໍ່ໆນີ້ຢູນີເທວ ໄດ້ໃຫ້ບໍລິການອີນເຕີເນັດ 3G ​ແບບບໍ່ມີສາຍຜ່ານ USB 3G ​ແບບບໍ່ຈຳກັດດ້ວຍລາຄາທີ່ປະຢັດ
ພຽງແຕ່ 5.000 ກີບ/ມື້

ເລີ່ແຕ່ວັນທີ 10/10/2011 ຢູນີເທວໄດ້ໃຫ້ບໍລິການອີນເຕີເນັດສຳລັບ USB 3 G (ອຸປະກອນເຊື່ອມຕໍ່ອີນເຕີເນັດແບບບໍ່ມີ
ສາຍດ້ວຍເຕັກໂນໂລຊີ 3G) ປະຢັດຄ່າໃຊ້ຈ່າຍ ແລະ ຍັງຊ່ວຍໃຫ້ລູກຄ້າສາມາດຄວບຄຸມຄ່າໃຊ້ຈ່າຍໃນການນຳໃຊ້ອີນເຕີເນັດ
ໃນແຕ່ລະວັນໄດ້ອີກ, ​ແພັກເກັດໃໝ່ນຳໃຊ້ອີນເຕີເນັດແບບບໍ່ຈຳກັດລາຄາ 5.000 ກີບ/ມື້​. ​ໃນກໍລະນີທີ່ເງິນໃນບັນຊີບໍ່ພຽງພໍ
ລູກຄ້າຈະບໍ່ສາມາດນຳໃຊ້ບໍລິການນີ້ໄດ້ຈົນຮອດເວລາທີ່ຕຶ່ມເງິນ.

ເພື່ອລົງທະບຽນນຳໃຊ້ແພັກເກັດໃໝ່ຫຼັງຈາກ​​ເປີດນຳໃຊ້ຊີມ 3G ຕາມປົກກະຕິລູກຄ້າພິມ LT5 ສົ່ງ 209, ​ແພັກເກັດອື່ນໆ
ສາມາດປ່ຽນມານຳໃຊ້ແພັກເກັດ​​ໃໝ່ນີ້ໄດ້ດ້ວຍວິທີພິມ LT5 ສົ່ງ 209. ພິເສດຖ້າລູກຄ້າຊື້ USB3G ຈະໄດ້ນຳໃຊ້ລ້າໆ 
1.500 Mb ​ເປັນເວລາ 03 ​ເດືອນ.

ທ່ານ ຟານ ແທ້ງຊ້າງ ຜູ້ອຳນວຍການໃຫຍ່ ບໍລິສັດ ຢູນີເທວ​ ກ່າວວ່າ: ​ແພັກເກັດອີນເຕີເນັດ ແບບບໍ່ຈຳກັດຂອງຢູນີເທວ ນີ້
ເປັນການຕອບສະໜອງຄວາມຕ້ອງການໃນການນຳໃຊ້ອີນເຕີເນັດທີ່ນັບມື້ນັບເພີ່ມຂື້ນຂອງປະຊາຊົນລາວດ້ວຍລາຄາ 5.000 
ກີບ/ມື້ພວກເຮົາຫວັງວ່າ 3G ຈະກາເປັນທີ່ນິຍົມ ແລະ ເປັນການບໍລິການແບບທົ່ວໄປສຳລັບທຸກໆຄົນ. ​ໃຜໆກໍ່ສາມາດນຳໃຊ້
ອີນເຕີເນັດ 3G ​ໄດ້ ແລະ ບໍ່ຕ້ອງ​​ເປັນ​ຫ່ວງກ່ຽວກັບຄ່າໃຊ້ຈ່າຍອີກຕໍ່ໄປ.

ປະຈຸບັນນີ້ຢູນີເທວ ແມ່ນບໍລິສັດທີ່ມີ​​ເຄືອຂ່າຍ 3G ​ໃຫຍ່​​ທັງ​ມີສັນຍານຄວບຄຸມທົ່ວທຸກພື້ນທີ່ບໍລິສັດນີ້ກຳລັງຈະສຶບຕໍ່ລົງທຶນເພື່ອ
ພັດທະນາພື້ນຖານໂຄງລ່າງສັນຍານຄວບຄຸ້ມໄດ້ 100% ຂອງຜົນລະເມືອງລາວເພື່ອຈະມີໂອກາດນຳໃຊ້ບໍລິການທາງດ້ານໂທ
ລະຄົມພື້ນຖານ, ​ໃນນັ້ນພິເສດກໍ່ແມ່ນອີນເຕີເນັດແບບບໍ່ມີສາຍ.

ຂໍ້ມູນຈາກ   www.pasaxon.org.la/

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

 

ລາວ-ກຳປູເຈັ່ຍມີຄວາມສຳພັນກັນຢ່າງສະນິດແໜ້ນມາແຕ່ດຶກດຳບັນ

 

ໃນປະຫວັດສາດຂອງລາວກ່າວໄວ້ວ່າ: ເຈົ້າຟ້າງຸ່ມ ວິລະກະສັດຄົນທຳອິດຂອງລາວ ປະສູດອອມາແລ້ວຖຶກຖິ້ມໃສ່ແພໄຫຼນ້ຳ,ພະພິຂຸຮັບໄວ້ແລ້ວນຳໄປສົ່ງໃຫ້ເຈົ້າຊີວິດກຳປູເຈ່ຍລ້ຽງໃຫຍ່ຢູ່ກຳປູເຈັ່ຍ,ສອນວິຊາອາຄົມໃຫ້ກ້າ,ມອບລູກສາວໃຫ້ເປັນເມຍ ແລະຈານັ້ນຈິ່ງຂຶ້ນມາທ້ອນໂຮມອານາຈັກລ້ານຊ້າງໃຫ້ເປັນໜຶ່ງດຽວໄດ້.

ນອກນັ້ນປະຫວັດສາດລາວ-ກຳປູເຈັ່ຍກໍ່ບໍ່ເຄີຍຮຸກຮານກັນ,ຖ້າທຽບໃສ່ບັນດາປະເທດອ້ອມຂ້າງລາວເຊັ່ນ: ໄທ,ພະມ້າ,ຈິນ ແລະຫວຽດນາມ, ລາວເຮົາລ້ວນແຕ່ໄດ້ເສຍດິນແດນໃຫ້ເຂົາເຈົ້າໝົດ.

ພາຍຫຼັງປົດປ່ອຍໃໝ່ເອກະສານບາງຢ່າງກໍ່ຍັງບັນທຶກໄວ້ວ່າ:ຄວາມສາມມັກຄີແບບພິເສດສາມອ້າຍນ້ອງ ລາວ-ຫວຽດ-ຂະແມ.

ນັກສຶກສາລາວຫຼາຍທ່ານ,ຫຼາຍລຸ້ນທີ່ໄປສຶກສາຢູ່ຕ່າງປະເທດຢູ່ຮ່ວມກັນຫຼາຍໆຊາດ,ພວກເຂົາກັບມາກໍ່ບອກວ່າ: ຄົນລາວ ແລະກຳປູເຈັ່ຍຖືກຕ້ອງກັນດີຮັກແພງກັນເໝືອນຄົນຊາດດຽວກັນ.

ແຕ່ຕົກມາເຖິງປະຈຸບັນນີ້ສັງຄົມລາວບໍ່ເຄີຍເອີ່ຍເຖິງ ກຳປູເຈັ່ຍ ຫຼື ເອີ່ຍກໍ່ຫ່າງໆ ຖ້າທຽບໃສ່ ຫວຽດນາມ,ຈີນ ແລະໄທ.

 

ປະເທດລາວຂອງພວກເຮົາບໍ່ຄ່ອຍມີຄົນກຳປູເຈ່ຍມາດຳລົງຊີວິດ,ຄ້າຂາຍ,ທຳມາຫາກິນນຳກັນ ແລະບັນດາການນຳກໍ່ບໍ່ຄ່ອຍຢ້ຽມຢາມກັນຄືກັບ ຫວຽດນາມ,ຈີນ ແລະໄທ

(ແມ່ນແຕ່ຄວາມສຳພັນລາວ-ໄທ ເມື່ອກ່ອນຂັດແຍ່ງກັນ ແຕ່ປະຈຸບັນໄດ້ປັບປຸງສາຍສຳພັນດີຂຶ້ນຫຼາຍ,ສັງເກດເບິ່ງການສະເໜີຂ່າວຂອງສື່)

ຄົນລາວເຮົາໜ້າຈະກັບມາທົບທວນປະຫວັດສາດອີກ ແລະເພີ່ມມິຕະພາບອັນດູດດຶ່ມທີ່ເຄີຍມີມາແຕ່ດຶກດຳບັນນັ້ນຄືນໃໝ່

ຫຼື ມັນຮອດຕອນທີ່ບູຮານເຄີຍກ່າວໄວ້ວ່າ: “ ແລ້ວນາຂ້າຄວາຍເຖິກ   -ແລ້ວເສິກຂ້າຄົນຫານ “

“ ກິນແລ້ວລືມໜີ້-ຂີ້ແລ້ວລືມຄຸນ

 

`

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 ການເກັບລາຍຮັບໄດ້ດີຂຶ້ນ ແຕ່ເງິນຮົ່ວກໍ່ຍັງເກີດຂຶ້ນຫລາຍ

 

ໂດຍ: ພະ­ນອມ​ໄພ

   ປະ­ຈຸ​ບັນ ສະ­ພາບ​ການ​ຮົ່ວໄຫລ, ເກັບ​ລາຍ​ຮັບ​ບໍ່​ຄົບ​ຖ້ວນ, ການ​ຍົກ­ເວັ້ນ ແລະ ຫລຸດ­ຜ່ອນພາ­ສີ-ອາ­ກອນ​ນຳ​ເຂົ້າ​ຍັງ​ເກີດ​ມີຫລາຍ​ເປັນ​ເຫດ​ເຮັດ​ໃຫ້​ລາຍ​ຮັບ ສ່ວນ​ຫນຶ່ງ​ຂອງ​ລັດ​ທີ່​ຄວນ​ໄດ້ຕ້ອງ​ເສຍ​ໄປ.

   ເຖິງ​ແມ່ນ​ວ່າ­ການ​ເກັບ​ລາຍຮັບ​ໃນ 10 ເດືອນ​ສົກ​ປີ 2010-2011 ຂອງ​ລັດ­ຖະ­ບານ​ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ຕາມ​ກົດ­ເກນ​ປົກ­ກະ­ຕິ​ກໍ່​ຕາມ. ແຕ່​ເມື່ອ​ບໍ່​ດົນ​ມາ​ນີ້ ຂະ­ແຫນງ­ການ​ເງິນ​ຍອມ­ ຮັບ​ວ່າ: ສະ­ພາບ​ການ​ຮົ່ວ​ໄຫລ ແລະ ການ​ເກັບ​ລາຍ​ຮັບ​ບໍ່​ຄົບ​ຖ້ວນ ຕາມ​ລະ­ບຽບ​ກົດ­ຫມາຍ​ກຳ­ນົດຍັງ​ມີ​ຢູ່; ນອກ​ນັ້ນ​ການ​ຍົກ­ເວັ້ນ ແລະ ການ​ຫລຸດ­ຜ່ອນ​ພາ­ສີ-ອາກອນ​ຈາ​ການ​ນຳ​ເຂົ້າ​ພາ­ ຫະ­ນະ, ນ້ຳ­ມັນ​ເຊື້ອ​ໄຟ ແລະ ວັດ​ສະ​ດຸ​ກໍ່ສ້າງ ເພື່ອ​ໃຊ້​ໂຄງ­ການ ແລະ ວຽກ​ງານ​ຕ່າງໆ​ກໍ່​ຍັງ​ມີ​ຫລາຍສົມ­ຄວນ ເຮັດ​ໃຫ້​ສ່ວນ​ຫນຶ່ງ​ຂອງລາຍ​ຮັບ​ພາ­ສີ-ອາ­ກອນ​ສູນ​ເສຍໄປ.

   ພ້ອມ​ນັ້ນ ​ລາຍ​ຮັບ​ພາຍ​ໃນຂອງ​ງົບ­ປະ­ມານ​ຍັງ​ຕິດ​ພັນ​ກັບການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳມະ​ຊາດ​ເປັນ­ຕົ້ນ​ຕໍ, ຂະ­ນະ​ທີ່​ລາຍຮັບ​ດ້ານ​ວິ­ຊາ​ການ​ຍັງ​ບໍ່​ປະ­ຕິ­ບັດຫລັກ­ການ​ຄຸ້ມ​ຄອງ​ລວມ​ສູນ ຕາມ​ທີ່​ກົດ­ຫມາຍ​ງົບ­ປະ­ມານກຳ­ນົດ. ສະ­ແດງ​ອອກ​ໃນ​ຂໍ້​ດັດແກ້​ລາຍ​ຮັບ ແລະ ລາຍ​ຈ່າຍ​ຄ່າ​ບໍລິ​ການ​ດ້ານ​ວິ­ຊາ​ການ​ມີ​ຈຳ­ນວນເຖິງ 105 ຕື້​ກີບ.

   ສຳ­ລັບ​ລາຍ​ຮັບ​ໃນ 10 ເດືອນສົກ​ປີ 2010-2011, ຂະ­ແຫນງ ການ​ເງິນ​ເປີດ­ເຜີຍ​ວ່າ: ສາ­ມາດຈັດ​ຕັ້ງ​ປະ­ຕິ­ບັດ​ງົບ­ປະ­ມານ​ລວມ ທັງ​ຫມົດ 10,6 ພັນ​ຕື້​ກວ່າ​ກີບ ເທົ່າ​ກັບ 81,22% ຂອງ​ແຜນການ​ປີ​ໃນ​ນັ້ນ​ລາຍ​ຮັບ​ສູນ​ກາງປະ­ຕິ­ບັດ​ໄດ້ 9,03 ພັນ​ຕື້​ກວ່າ​ກີບ ເທົ່າ​ກັບ 78,63% ແຜນ​ປີ ແລະ ລາຍ​ຮັບ​ທ້ອງ­ຖິ່ນ 1,6 ພັນ​ຕື້​ກວ່າກີບ​ເທົ່າ​ກັບ 99,14% ຂອງ​ແຜນການ​ປີ.

   ສະ­ເພາະ​ລາຍ​ຮັບ​ພາຍ​ໃນ​ປະຕິ​ບັດ​ໄດ້ 8,5 ພັນ​ຕື້​ກວ່າ​ກີບ​ເທົ່າ ກັບ 88,29% ຂອງ​ແຜນ­ການ​ປີ ໃນ​ນັ້ນ​ສ່ວຍ​ສາ​ອາ­ກອນ​ປະ­ຕິບັດ​ໄດ້ 4,06 ພັນ​ຕື້​ກວ່າ​ກີບ, ພາສີ​ເຂົ້າŒຂາ​ອອກ 2,5 ພັນ​ຕື້​ກວ່າກີບ, ຊັບ​ສິນ​ຂອງ​ລັດ 996,5 ຕື້ກວ່າ​ກີບ, ທີ່​ດິນ 116,6 ຕື້​ກວ່າ ກີບ​ຄຸ້ມ​ຄອງ​ເງິນ​ລັດ​ວິ​ສະ­ຫະ​ກິດ 672 ຕື້​ກວ່າ​ກີບ ແລະ ລາຍ​ຮັບອື່ນໆ.

   ດ້ານ​ລາຍ​ຮັບ​ຈາກ​ການ​ຊ່ວຍເຫລືອ​ຂອງ​ຕ່າງ­ປະ­ເທດ​ປະ­ຕິ­ບັດໄດ້ 2,1 ພັນ​ຕື້​ກວ່າ​ກີບ​ເທົ່າ​ກັບ 61,77% ຂອງ​ແຜນ­ການ​ປີ​ ໃນນັ້ນ ​ຊ່ວຍ­ເຫລືອ​ລ້າ​ຈາກ​ຕ່າງ​ປະເທດ​ເປັນ​ໂຄງ­ການ​ທີ່​ກະ­ຊວງການ​ເງິນ​ຄຸ້ມ​ຄອງ​ປະ­ຕິ­ບັດ​ໄດ້ 673,9 ຕື້​ກວ່າ​ກີບ, ຊ່ວຍ​ລ້າ​ທີ່ກະ­ຊວງ​ແຜນ­ການ ແລະ ການ​ລົງທຶນ​ຄຸ້ມ​ຄອງ 1,2 ພັນ​ຕື້​ກວ່າ​ກີບ, ຊ່ວຍ­ເຫລືອ​ດັດ­ແກ້​ມະ­ຫາ​ພາກ 199,7 ຕື້​ກວ່າ​ກີບ ແລະ ການຊ່ວຍ­ເຫລືອ​ນອກ​ໂຄງ­ການ​ຍີ່­ປຸ່ນປະ­ຕິ­ບັດ​ໄດ້ 30 ຕື້​ກີບ​ເທົ່າ​ກັບ 42,86% ຂອງ​ແຜນ­ການ​ປີ.

   ຂະ­ແຫນງ­ການ​ເງິນ​ໃຫ້​ຮູ້​ຕື່ມອີ​ກວ່າ: ສ່ວນ​ການ​ປະ­ຕິ­ບັດ​ລາຍຮັບ​ຂອງ​ບັນ­ດາ​ທ້ອງ­ຖິ່ນ​ໃນ 10 ເດືອນ 9 ແຂວງປະ­ຕິ­ບັດ​ໄດ້​ເກີນແຜນ­ການ​ປີ​ປະ­ກອບ​ມີແຂວງ​ບໍ່ແກ້ວ​ປະ­ຕິ­ບັດ​ໄດ້ 34,5 ຕື້​ກວ່າກີບ​ເທົ່າ​ກັບ 123,61%, ສາ­ລະ ວັນ 43,7 ຕື້​ກວ່າ​ກີບ​ເທົ່າ​ກັບ 110,99%, ອຸ­ດົມ​ໄຊ 32,5 ຕື້ກວ່າ​ກີບ​ເທົ່າ​ກັບ 109,03%, ຊຽງ​ຂວາງ 43,3 ຕື້​ກວ່າ​ກີບ​ເທົ່າກັບ 130,72%, ຫົວ­ພັນ 23,9 ຕື້​ກວ່າ​ກີບ​ເທົ່າ​ກັບ 104,69%,ວຽງ​ຈັນ 135,8 ຕື້​ກວ່າ​ກີບ ເທົ່າ​ກັບ 101,44%, ບໍ​ລິ​ຄຳ​ໄຊ 62,07 ຕື້​ກວ່າ​ກີບ​ເທົ່າ​ກັບ 116,99%, ຈຳ­ປາ​ສັກ 303,1 ຕື້​ກວ່າ​ກີບ​ເທົ່າ​ກັບ 107,82% ແລະ ແຂວງ​ອັດ​ຕະ​ປື​ປະ­ຕິ­ບັດ​ໄດ້ 49,6 ຕື້​ກວ່າ​ກີບ​ເທົ່າ​ກັບ 129,71%.

   ຂະ­ນະ​ທີ່​ແຂວງ​ຫລວງ​ນ້ຳ​ທາຄາດ​ຄະ­ເນ​ເກັບ​ລາຍ​ຮັບ​ຫມົດ​ປີ ອາດ​ບໍ່​ບັນ­ລຸ​ຕາມ​ແຜນ­ການ​ທີ່ວາງ​ໄວ້ ຫລື ໄດ້​ປະ­ມານ 33,6 ຕື້​ກວ່າ​ກີບ​ເທົ່າ​ກັບ 91,28% ຂອງ​ແຜນ­ການ​ປີ ເຊິ່ງ​ໃນ 10 ເດືອນ​ປະ­ຕິ­ບັດ​ໄດ້​ພຽງ 30,3 ຕື້ກວ່າ​ກີບ​ເທົ່າ​ກັບ 82,2% ຂອງແຜນ­ການ​ປີ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

 ຊາດລາວເຮົາເປັນຊາດນ້ອຍ ພົນລະ ເມືອງບໍ່ຫຼາຍ.

ໃນປະຫວັດສາດກ່າວໄວ້ວ່າຊາດລາວມີປະຫວັດສາດແຫ່ງການຕໍ່ສູ້ອັນຍືດເຍື່້ອຍາວນານ.

 

ປະເທດລາວອຸດົມສົມບຸນດ້ວຍຊັບໃນດິນສິນໃນນ້ຳ,ປ່າໄມ້,ແມ່ນ້ຳລຳເຊທີ່ເປັນແຫຼ່ງພະລັງງານໄຟຟ້າ,ບໍ່ແຮ່ທາດ,ອາກາດຮ້ອນຊຸ່ມສົດຊື່ນດີ.

ຄົນລາວເປັນຄົນນິໄສດີ,ດຸໝັ່ນຂະຫຍັນ,ສາມັກຄີປອງດອງ,ໂອບເອື້ອອາລີ.

ເປັນຊາດໜຶ່ງທີ່ມີຄວາມສະບາຍທີ່ສຸດ,ບໍ່ມີແຜ່ນດິນໄຫວ,ພູໄຟລະເບີດ,ເຖິງຈະແລ້ງ ແລະຖ້ວມຄົນລາວກໍ່ຍັງສະບາຍ,ບໍ່ເຄີຍວຸ້ນວາຍຄືຊາດອື່ນ.

ສະພາບເສດຖະກິດຂອງເຮົາຕອນນີ້ຍັງອ່ອນນ້ອຍແຕ່ກໍ່ພູມໃຈແລ້ວ ເພາະຊີວິດຈິງຂອງຄົນລາວບໍ່ເຄີຍລ້ຳບາກຈົນເຖິງຂັ້ນກິນບໍ່ໄດ້ນອນບໍ່ລັບ,  ຫຼື ຕາຍຍ້ອຍຂາດອາຫານ.

ເຖິງວ່າຊາດອື່ນຈະດູມິ່ນປະມາດຊາດລາວກໍ່ຕາມ ພວກເຮົາເປັນຄົນລາວຕ້ອງພູມໃຈໃນຄວາມເປັນລາວ.

ຊ່ວຍກັນຄິດຊ່ວຍກັນສ້າງ,ວັນໜຶ່ງຂ້າງໜ້າຈະດີຂຶ້ນ,ພວກເຮົາບໍ່ຄວນເພີ່ງພາຊາດອື່ນ, ບໍ່ຄວນສໍ້ກົງກັນຫຼາຍ,ບໍ່ຄວນເຮົາລັດເອົາປຽບຄົນລາວດ້ວຍກັນ,ຄົນລາວເຮົາມີຄວາມສຸກພໍແຮງ ຖ້າເຮົາດີ້ນຮົນເກີນໄປມັນຈະເປັນທຸກແກ່ພວກເອງ

ຄວາມສຸກຂອງຄົນລາວຢູ່ບໍ່ໄກຫາກຄົນລາວເຮົາຮູ້ດຶງເອົາມັນມານຳໃຊ້

(ບໍ່ມີໃຜຮັກລາວ ເໝືອນລາວຮັກລາວ)   

   

 

                

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2011 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ເຫັນໜັງສືພິມສະບັບໜຶ່ງທີ່ເປັນສື່ຂອງລັດລົງໂຄສະນາເບຍຍີ້ຫໍ້ໜຶ່ງ.

ຖ້າ​ອິງ​ຕາມ​ກົດ​ໝາ​ສື່​ມວນ​ຊົນ​ມາຕາ 50 ​ທ່ານເຫັນ​ວ່າ​ທຳ​ຜິດ​ກົດໝາຍ ຫຼື ບໍ່ ? ​ຖ້າຜິດກົດໝາຍຈະ​ໃຫ້​ໃຜ​ເປັນ​ຜູ້ຣ້ອງຟ້ອງ?

ທ່ານຄິດວ່າສົມຄວນ ຫຼື ບໍ່ທີ່ສື່ມວນຊົນທີ່ເປັນຕົວແບບຂອງສັງຄົມຕ້ອງເຮັດແບບນີ້

ນອກຈາກໜັງສືພິມແລ້ວຍັງມີວິທະຍຸບາງແຫ່ງ ແລະອົງກອນອຶ່ນທີ່ເປັນຂອງລັດເຮັດຜິດກົດໝາຍໂອກາດໜ້າຈິ່ງນຳມາສະເໜີ

 

ໜວດທີ່ V||

¢Ó-¹É¾´

´¾©ª¾ 50. ¢Ó-¹É¾´-¦¿ìñ®-ºö¤¡¾­-ນ¦ˆ-´¸­ນ-§ö­ນ

ມີ 9 ຂໍ້ຫາມສຳສັບສື່ມວນຊົນ.

 

 

 

 

ຂໍ້ທີ່ 7. ຫ້າມໂຄສະນາສົ່ງເສີມສິ່ງມຶນເມົາ,ການເຊື່ອຖືງົມງວາຍ ແລະສິ່ງຫຍໍ້ທໍ້ອຶ່ນໆ.

ລາຍລະອຽດຂອງກົດໝາຍ www.na.gov.la/docs/lao/laws/soc_cult/media121108.pdf

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

       ເຈົ້າໜ້າທີ່ເມຶອງວຽງທອງ,ແຂວງບໍລິຄຳໄຊ. ໄດ້ພົບສົບຊາຍສອງຄົນທີ່ຖືກ

ຄົນຮ້າຍຄາດຕະກຳຢ່າງໂຫດຫ້ຽມ ແລະຝັງລົງໃນຂຸມດຽວກັນ,ຢູ່ຫ່າງຈາກເທດສະບານເມືອງວຽງທອງ

ໄປທາງທິດຕາເວັນອອກປະມານ 14 ກິໂລແມັດ .

     ສະພາບສົບເນົ່າເບັງເຕັມທີ,ອາດເສຍຊີວິດມາໄດ້ 4 ມື້ແລ້ວ, ທີ່ຕົວຂອງຜູ້ຕາຍທັງສອງ

ຖືກຍິງດ້ວຍອາວຸດປຶນ,ຜູ້ທີ່ໜຶ່ງຖືກຍິງທາງໜ້າ 3 ນັດລູກປຶນຖືກໃຕ້ຫົວເຂົ່າແຂ່ງຫັກ,ອີກສອງລູກເຂົ້າ

ທີ່ເໜືອເຕົ້ານົມເບື້ອງຂວາ ທະລຸອອກກາງຫຼັງ,ທີ່ຄໍມີຮອຍແຜໃຫຍ່ເລິກ ອາດຖືກແທງດ້ວຍຂອງແຂງແຫຼມຄົມ;

ຜູ້ທີ່ສອງລູກປຶນເຂົ້າທີ່ກະໂພກຂວາໜຶ່ງລູກ,ຖືກບັກແອວຂວາທະລຸໜ້າຊ້າຍສອງລູກ,ທີ່ຊ້ວງບາງຂວາ

ມີຮອຍແຜກວ້າງ 10 .ຊັງຕີ.

      ທີ່ເກີດເຫດບໍ່ມີຮ່ອງຮອຍຂອງການຕໍ່ສູ້ໃດໆ,ຢູ່ຫ່າງຈາກຂຸມຝັງສົບປະມານ 5 ແມັດມີຮອຍຊວານເສາະເອົາ

ດິນເພື່ອປົກຖົມກອງເລືອດສອງຈຸດ, ແຕ່ລະຈຸດຫ່າງກັນບໍ່ເກີນ 1 ແມັດ,

ບໍລິເວັນັ້ນຍັງພົກກະສອບປຶນ AK ສອງອັນ ແລະຫົວແຫຼມລູກປຶນ ໜຶ່ງລູກ ນອກນັ້ນຄົນຮ້າຍຍັງຕັດຟົດໄມ້

ປົກຮ່ອງຮອຍ ແລະຂຸມສົບເພື່ອອຳພາງ.

     ຢູ່ບ່ອນປາກທາງນ້ອຍປ່ອງໃສ່ທາງໃຫຍ່ບ່ອນເກີດເຫດມີຮ່ອງຮອຍຄົນນັ່ງຍາມສອງຈຸດ,ຄາດວ່າຄົນຮ້າຍບໍ່ຕ່ຳກວ່າ 6 ຄົນ

ແລະກໍ່ມີການວາງແຜນມາຫຼາຍວັນແລ້ວກ່ອນລົງມື.

       ຜູ້ຕາຍຜູ້ທີ່ໜຶ່ງຊື່ ທ້າວ ສອນໄລ ອາຍຸ 39 ປີ, ນັກທຸລະກິດ,ຢູ່ບ້ານນ້ຳຢ້າງ; ຜູ້ທີ່ສອງຊື່

ພໍ່ຄຳຕາ(ທ້າວທອງ),ອາຊີບຄ້າຂາຍ,ຢູ່ບ້ານນ້ຳງອມ,ເມືອງວຽງທອງ,ແຂວງບໍລິຄຳໄຊ.

        ນາງ ໄມພ່ຽນ ພັນລະຍາຂອງທ້າວ ສອນໄລ ເວົ້າວ່າ: ໃນຕອນເຊົ້າຂອງວັນທີ່ 5/10/11

ມີຊາຍແປກໜ້າຜູ້ໜຶ່ງມາວົນວຽນ,ຕໍ່ລາຄາເຄື່ອງຢູ່ຮ້ານຂອງຕົນທີ່ຕະຫຼາດບ້ານນ້ຳຢ້າງ ຄ້າຍກັບວ່າຈະຊື້ແຕ່ບໍ່ຊື້ຫຍັງຈັກຢ່າງ,

ຈົນຮອດ 16 ໂມງແລງຈິ່ງເຫັນຜົວຂອງຕົນມາແຕ່ເຮຶອນ ແລະຖາມຫາຊາຍຄົນນັ້ນ,ພວກເຂົາລົມກັນຢູ່ໄລຍະໜຶ່ງແລ້ວກໍ່ພາກັນອອກໄປພ້ອມໆກັນ,

ກ່ອນໄປໄດ້ຖາມເອົາເງິນນຳຕົນ 3.100 ດອນລ່າ, 20.500 ບາດ, 1.900.000 ກີບໂດຍບອກວ່າຈະໄຊື້ເຄື່ອງນຳຊາຍແປກໜ້າຄົນນັ້ນ

ແລະຜົວຂອງນາງຍັງໃສ່ປະລັກແຂນ,ສາຍສ້ອຍຄໍຄຳໜັກລວມ 13.5 ບາດຕິດຕົວໄປນຳ.

          ສ່ວນນາງ ໄມ ຜູ້ເປັນພັນລະຍາຂອງພໍ່ຄຳຕາກໍ່ເວົ້າວ່າ: ຜົວຂອງຕົນຫາຍໄປໃນວັນຕອນດຽວກັນ,

ກ່ອນໄປໄດ້ຖາມເງິນນຳເມຍ 15 ລ້ານກີບ, 2.000 ດອນລ່າ,ໂດຍຜົວບອກວ່າໄປຊື້ເຄື່ອງທີ່ຄູ່ຄ້າມາສົ່ງຢູ່ກາງປ່າ

ລະຫວ່າງບ້ານວັງຫິນ ແລະບ້າສົບສໍ້ປະມານ 1 ຊົ່ວໂມງກໍ່ຈະກັບ,ແຕ່ພໍຫາຍໄປມື້ໃໝ່ກໍ່ບໍ່ກັບມາຕົນຈິ່ງແຈ້ງເຈົ້າໜ້າທີ່

ແລະວານພີ່ນ້ອງ 20 ກວ່າຄົນອອກຄົ້ນຫາຕາມຈຸດທີ່ມີຂໍ້ມູນ ແລະສົງໃສ, ຈົນຮອດ 16 ໂມງຂອງວັນທີ່ 9/10/11

ຈິ່ງພົບສົບທັງສອງຝັງຢູໃນຂຸມດຽວກັນ,ຢູ່ລະຫວ່າງບ້ານວັງຫີນ-ສົບສໍ້,ຫ່າງຈາບ້ານວັງຫີນ 8 ກິໂລແມັດ

ແລະຈາກທາງໃຫຍ່ເຂົ້າໄປທາງສອຍນ້ອຍປະມານ 30 ແມັດ.

       ສ່ວນສາຍເຫດຕຳຫຼວດຕັ້ງໄວ້ຄື: ປະເດັນທີ່ໜຶ່ງແມ່ນຍ້ອນການຂັດແຍ່ງຄ້າຂາຍ ຫຼື ໜີ້ສິນ,

ເພາະຜ່ານມາຜູ້ຕາຍໜຶ່ງໃນສອງມີການພົວພັນຄ້າຂາຍກັບຄົນຊົນເຜົ່່າ ແລະມັກມີຄົນແປກໜ້າມາຫາທີ່ເຮືອນ,

ບາງຄັ້ງກໍ່ສະແດງຄວາມບໍ່ພໍໃຈຕໍ່ກັນ,

ປະເດັນສອງແມ່ນຂ້າຊີງຊັບເພາະຜູ້ຕາຍອີກຄົບເຖິງວ່າມີອາຊີບຄ້າຂາຍເຊັ້ນກັນແຕ່ບໍ່ເຄີຍມີປະກົດການແບບນີ້

ແລະເງິນຄຳພ້ອມລົດຈັກສອງຄັນຂອງຜູ້ຕາຍທັງສອງຂີ່ໄປນັ້ນກໍ່ຫາຍໄປພ້ອມໆກັນ, ຕອນນີ້ເຈົ້າໜ້າທີ່ຍັງພວມຄົ້ນຫາ

ຕົວຄົນຮ້າຍມາດຳເນີນຄະດີໃຫ້ໄດ້.

ຄຳເຕືອນ: 

ຂໍໂທດນະ

 

ຂ້າງລຸ່ມມີຮູບຜູ້ເຄາະຮ້າຍໃນສະພາບບໍ່ເໝາະ

ແຕ່ຂ້ອຍບໍ່ສາມາດໃຊ້ເຊັ່ນເຊີບັງໄດ້(ຖ່າຍໄດ້ແຕ່ເບິ່ງບໍ່ໄດ້)

 

v

v

v

v

v

v

v

v

v

v

v

v

 

 

 

 

 

 

 

 

 

 

 

....................................................................................................................................................................................................................................................................................................

 

 

 

 

 

..........................................................................................................................................................................................................................................................................................................ກ

 

     

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 ໃນຊ່ວງຜ່ານມາປະກົດວ່າບັນດາສື່ຫຼາຍສຳນັກ ຈະເປັນໜັງສືພິມ,ວິທະຍຸ ແລະ ໂທລະພາບໄດ້ນຳສະເໜີຂ່າວຄາວ

ການຈັດຕັ້ງເຊື່ອມຊຶມມະຕິ IX ຢ່າງເປັນຂະບວນກວ້າງຂວາງ,ມາຮອດປະຈຸບັນຄິດວ່າໜ້າກວມເອົາປະລິນມານ

ສ່ວນໃຫຍ່ຂອງໜ່ວຍພັກທົ່ວປະເທດແລ້ວ, ນີ້ແມ່ນຄວາມພະຍາຍາມຂອງພັກປະຊາຊົນປະຕິວັດລາວ

ເລັ່ງດ່ວນໃຫ້ການປະຕິບັດນະໂຍບາຍຂອງຕົນທີ່ໄດ້ຖະແຫຼງຕໍ່ປະຊາຊົນ ໃຫ້ບັນລຸເປັນຈິງໃນປີ 2015 . (ຂໍຊົມເຊີຍຫຼາຍໆ).

                      ແຕ່ຜ່ານການສະເໜີຂ່າວຂອງບັນດາສື່ຜ່ານມານັ້ນເຮັດໃຫ້ຜູ້ບໍລິໂພກຂ່າວຕັ້ງຄຳຖາມຂຶ້ນມາວ່າ:

ມີໃຜ?, ໄດ້ຫຍັງແດ່?, ຈາກການເຊື່ອມຊຶມມະຕິ IX

                      ຕາມທຳມະດາແລ້ວການເຊື່ອມຊຶມກໍ່ຕ້ອງໄດ້ຄວາມຮູ້,ຄວາມເຂົ້າໃຈອັນໃໝ່ບໍ່ຫຼາຍກໍ່ນ້ອຍ.

ເພາະວ່າທຸກດານເຊື່ອມຊຶມຕ້ອງມີການຜ່ານເອກະສານ, ແບ່ງເປັນຈຸ ຫຼື ໜ່ວຍ,ມີການຄົ້ຄວ້າ,ມີການຖາມ,ຕອບ,ປະກອບຄຳເຫັນ ຕາມຄວາມເຂົ້າໃຈຂອງແຕ່ລະຄົນ,ຕອນສຸດທ້າຍປະທານຈິງແກ້ຂໍ້ຂ້ອງໃຈ,ອະທິບາຍບັນຫາ,ຄຳສັບໃນບົດ ແລ້ວຈິ່ງສະຫຼຸບບັນຫາຕີລາຄາຄວາມເຂົ້າໃຈຂອງຜູ່ເຂົ້າຮ່ວມວ່າເຂົ້າໃຈລະດັບໃດຕໍ່ກັບເນື້ອໃນເອກະສານ.

                         ທີ່ຜ່ານມາການສະເໜີຂ່າວຂອງບັນດາສື່ບໍ່ໄດ້ບົ່ງບອກ ຫຼື ສະແດງພິລຸດໃດໆໃຫ້ສັງຄົມເຫັນວ່າ

ຜູ້ເຂົ້າຮ່ວມກອງປະຊຸມເຂົ້າໃຈຫຍັງ? ເຖິງເນື້ອເອກະສານ, ທຸກຂ່າວຂອງສື່ບອກພຽງແຕ່ເວລາ,ສະຖານທີ່,ຜູ້ເຂົ້າຮ່ວມ,ຫົວຂໍ້ເອກະສານ ແລະບາງຂ່າວກໍ່ກ່າວເຖິງຈຸດປະສົງແລ້ວກໍ່ຈົບ,ທຸກຂ່າວເປັນແບບດຽວກັນນີ້,ຄຳເວົ້າດຽວກັນໝົດ,ຊ້ຳສາກກັນຫຼາຍໆຄັ້ງ ,ບາງຄັ້ງຊ້ຳໃນໄລຍະດຽວກັນກໍ່ມີເປັນຕົ້ນລາຍການຂ່າວຕາມເຫດການຂອງວິທະຍຸແຫ່ງຊາດ ເວລາ 6 ໂມງຫາ 6,30 ບາງມື້ຊ້ຳກັນ 2-3 ຄັ້ງ,ເນື້ອໃນດຽວກັນ,ວັນເວລາກໍ່ແມ່ນອັນດຽວກັນ,ຈະຕ່າງກໍ່ພຽງແຕ່ສະຖານທີ່,ຜູ້ເຂົ້າຮ່ວມ; ຟັງແລ້ວບໍ່ສາມາດສະຫຼຸບໄດ້ວ່າມີໃຜ?,ໄດ້ຫຍັງ?

           ຄັນຢາກໃຫ້ສັງຄົມຮັບຮູ້ນຳວ່າໃຜ?ໄດ້ຫຍັງ? ຈາກການເຊື່ອມຊຶມ ນັກຂ່າວຕ້ອງຈັບເອົາຂໍ້ຄິດເຫັນຂອງຜູ້ເຂົ້າຮ່ວມ

ຈະເປັນຕາງໜ້າເພດໄວ,ຈຸໜ່ວຍ ຫຼື ພາກສ່ວນຕ່າງໆທີ່ເຂົ້າຮ່ວມກໍ່ໄດ້, ອອກເປີດເຜີຍໃຫັສັງຄົມໄດ້ຮັບຊາບນຳວ່າ ແຕ່ລະທ່ານເວົ້າແນວໃດ?,ເພື່ອໃຫ້ຜູ້ບໍລິໂພກຂ່າວໄດ້ຮູ້ນຳ,ເຂົ້າໃຈນຳວ່າແຕ່ລະເອກກະສານເພີ່ນເຈົ້າໃຈແນວໃດ? ແລະເຮົາຄວນເຂົ້າໃຈແນວໃດ?

                      ຄຳວ່າ: ບຸກທະລຸ 4 ດ້ານ ສື່ເປັນຜູ້ເວົ້າກ່ອນ ແຕ່ບົດຂ່າວຂອງສື່ຕີ່ລະ? ມັນຍັງເປັນ ເນື້ອຂ່າວໃນສະໄໝ ເກົ່າເໝືອນເດີມ.

                      ທ່ານຜູ້ອ່ານທີ່ນັບຖືບໍ່ແມ່ນຂ້ອຍຕັ້ງຍ້ອງສື່ຕ່າງຊາດ ແຕ່ສິ່ງໃດດີເຮົາກໍ່ຄວນນຳມາເປັນບົດຮຽນ,ສື່ຂອງເຂົາສາມາດເປັນຄົນກາງໃຫ້ສັງຄົມ,ສາມາດໄກ່ເກ່ຍຂໍ້ຂັດແຍ່ງຊ່ວຍສັງຄົມ,

ສາມາດຕອບໂຈດສັງຄົມໄດ້ດີ,ດ້ວຍການຈັບເອົາຄູ່ຂັດແຍ່ງສອງຝ່າຍມາຊ່ອງໜ້າ,ຕັ້ງກະທູ້ຖາມຕອບດ້ວຍເຫດຜົນ ແລະ ຫຼັກການຂອງແຕ່ລະຝ່າຍ,ສາມາດເຮັດໃຫ້ສອງຝ່າຍເຂົ້າໃຈເຊິ່ງກັນແລະກັນ,ເຂົ້າໃຈແຫຼກແຫຼວຕໍ່ບັນຫາ,ຍິນຍອມລົງຄຳເຫັນໃນທາງດຽວກັນ,

ເຮັດໃຫ້ສັງຄົມປະຫຍັດເວລາ,ປະຫຍັດວັດຖຸ ແລະຜ່ອນຄາຍຄວາມເຄັ່ງຕຶງ...ໄດ້

                      ບົດຂຽນນີ້ບໍ່ແມ່ນວ່າສື່ເຮົາບໍ່ດີ ແຕ່ຢາກໃຫ້ສື່ເຮົາເພີ່ມບາງຢ່າງຕື່ມ,ເປັນຕົ້ນດ້ານເຕັກນິກ ແລະຄວາມກ້າຫານ ເພາະສອງດ້ານນັ້ນເຮັດໄດ້ງ່າຍ ແລະບໍ່ໄດ້ລົງທຶນຫຼາຍ,ພຽງແຕ່ປ່ຽນແປງໃຫ້ໄດ້ຕາມ 4 ບຸກທະລຸ (ກ້າຄິດ,ກ້າເຮັດ,ກ້າຮັບຜິດຊອບ)ນັ້ນກໍ່ພຽງພໍແລ້ວ. ທັງນີ້ກໍ່ເພື່ອເພີ່ມສີສັນດືງດູດ,ເຮັດໃຫ້ຜູ້ບໍລິໂພກຂ່າວເຫັນຜົນໄດ້ຮັບຂອງການບໍລິໂພກຂ່າວ.

ທ່ານ: ເລນິນ ຂຽນໄວ້ວ່າ ‘’ ການອອກຂ່າວເປີດເຜີຍແມ່ນຄົມດາບອັນໜຶ່ງ ມັນສາມາດປົວບາດແຜທີ່ມັນເອງກໍ່ຂຶ້ນ ‘’ (1)

 

ບົດຮຽນ​ທີ່​ສື່ນຳ​ມາສະ​ເໜີລວມມີ 5 ບົດ​ໄດ້​ແກ່: ການ​ສ້າງ​ສັງຄົມ​ນິຍົມ, ປະຊາຊົນ​ຮັ່ງມີ​ຜາ​ສຸກ, ປະ​ເທດ​ຊາດ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ສັງຄົມ​ສາມັກຄີ​ປອງ​ດອງ, ປະຊາທິປະ​ໄຕ​ຍຸຕິ​ທຳ ​ແລະ ສີວິ​

ໄລ; ບົດຮຽນ​ການ​ສ້າງ​ບາດ ກ້າວ​ບຸກທະລຸທັງ 4 ດ້ານ​ໃຫ້​ເປັນ​ຍິງ; ບົດຮຽນ​ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ສ້າງ​ເສດຖະກິດ​ ຕະຫລາດ​ຕາມ​ທິດ​ສັງຄົມ​ນິຍົມ; ບົດຮຽນ​ການ​ສ້າງ​ຄວາມ​ໝັນ​ຄົງ

​ໃຫ້​ແກ່​ລັດ​ປະຊາທິປະ​ໄຕ ປະຊາຊົນ, ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວ ໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ, ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດ ທະນາ ​ແລະ ບົດຮຽນການ​ເພີ່ມ​ທະວີ​

ບົດບາດການ​ນຳ, ຍົກ​ສູງ​ຄວາມ​ສາມາດ​ກຳ​ອຳນາດ​ຂອງ​ພັກ./.

 

                      ຫາກທ່ານໃດມີຄວາມເຂົ້າໃຈແນວໃດ? ຕໍ່ເອກະສານທີ່ສື່ສະເໜີຜ່ານໆມາກໍ່ຊ່ວຍອະທິບາຍແດ່ຕາມຄວາມເຂົ້າໃຈຂອງທ່ານເອງ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ການ​ປະ­ຕິ­ບັດ​ລາຍ​ຈ່າຍເງິນ​ແຮ ແລະ ເງິນ​ສະ​ສົມ​ຂອງລັດ­ຖະ­ບານ 10 ເດືອນ​ສົກ​ນີ້​ຖືກໃຊ້​ບໍ່​ສອດ­ຄ່ອງ​ກັບ​ເປົ້າ​ຫມາຍເປັນ​ເຫດ​ໃຫ້​ເງິນ​ແຮ​ຫມົດ​ກ່ອນສົກ​ປີ​ງົບ­ປະ­ມານ.

   ຂະ­ແຫນງ­ການ​ເງິນ​ເຜີຍ​ສາເຫດ ແລະ ເຫດ­ຜົນ​ວ່າ: ແມ່ນ​ຍ້ອນວຽກ​ງານ​ຄວາມ​ຈຳ­ເປັນ ແລະ ບັງ­ເອີນ​ທີ່​ບໍ່​ໄດ້​ຂຶ້ນ​ແຜນ​ໄວ້​ກ່ອນເກີດ​ຂຶ້ນ​ໃນ​ປີ​ຫລາຍ​ສົມ­ຄວນຈິ່ງ​ເຮັດ​ໃຫ້­ການ​ນຳ​ໃຊ້​ເງິນ​ແຮ​ລັດ­ຖະ­ບານ​ຫມົດ​ກ່ອນ​ສົກ​ປີ​ງົບ­ປະ­ມານ. ສ່ວນ​ເງິນ​ສະ​ສົມ​ແຫ່ງລັດ​ທີ່​ຂຶ້ນ​ແຜນ​ໄວ້​ໃນ​ສົກ​ປີ 2010Œ2011 ກໍ່​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ທາງ​ດ້ານ​ການ​ເງິນ​ໃຫ້​ບໍ­ລິ­ສັດ​ທີ່​ໄດ້​ລົງ­ທຶນ​ກ່ອນ ແລະ ນຳ​ໃຊ້​ເຂົ້າໃນ​ວຽກ​ງານ​ສຸກ​ເສີນ​ທີ່​ໄດ້​ຮັບຜົນ​ກະ­ທົບ​ຈາກ​ໄພ​ທຳ​ມະ​ຊາດ (ນ້ຳ​ຖ້ວມ).

   ສຳ­ລັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ລາຍ​ຈ່າຍ​ງົບ­ປະ­ມານ 10 ເດືອນ ສົກ​ປີ 2010-Œ2011 ມີ​ທັງ​ຫມົດ 11 ພັນ​ຕື້​ກວ່າ​ກີບ​ເທົ່າ​ກັບ 70% ຂອງ​ແຜນ­ການ​ປີ ໃນ​ນັ້ນ​ລາຍຈ່າຍ​ສູນ​ກາງ​ປະ­ຕິ­ບັດ​ໄດ້ 8,4 ພັນ​ຕື້​ກວ່າ​ກີບ ແລະ ລາຍ​ຈ່າຍທ້ອງ­ຖິ່ນ 2,6 ພັນ​ຕື້​ກວ່າ​ກີບ.

   ໃນ​ນີ້ ​ຈ່າຍ​ເງິນ­ເດືອນ​ປະ­ຕິ­ບັດ ໄດ້ 2,3 ພັນ​ຕື້​ກວ່າ​ກີບ; ອຸດ​ຫນູນ 493 ຕື້​ກວ່າ​ກີບ; ບໍ­ລິ­ຫານ​ຊື້ໃຫມ່ 1,03 ພັນ​ຕື້​ກວ່າ​ກີບ;ດັດ ສົມ 617,7 ຕື້​ກວ່າ​ກີບ; ເງິນ​ແຮ 209,1 ຕື້​ກວ່າ​ກີບ, ເງິນ​ບຳ­ລຸງອົງ​ການ­ຈັດ­ຕັ້ງ​ສາ­ກົນ 12,2 ຕື້ ກວ່າ​ກີບ; ຫນີ້​ສິນ​ຕ່າງ­ປະ­ເທດ ແລະ ພາຍ​ໃນ 1,7 ພັນ​ຕື້​ກວ່າ​ກີບ ແລະ ຈ່າຍ​ເຂົ້າ​ໃນ​ການ​ລົງ­ທຶນ 4,6 ພັນ​ຕື້​ກວ່າ​ກີບ.

   ຢ່າງ­ໃດ​ກໍ່​ຕາມ ຂະ­ແຫນງ ການ​ເງິນ​ຕີ​ລາ­ຄາ​ສະ­ພາບ​ການ ປະ­ຕິ­ບັດ​ລາຍ​ຈ່າຍ​ເຫັນ​ວ່າ: ໃນຕົ້ນ​ປີ​ນີ້​ມີ​ລາຍ​ຈ່າຍ​ທີ່​ຈຳ­ເປັນແລະ ຮີບ​ດ່ວນ​ຫລາຍ​ຢ່າງ​ເກີດຂຶ້ນ​ເປັນ­ຕົ້ນ​ແມ່ນ​ລາຍ​ຈ່າຍ​ກິດ ຈະ​ກຳ​ຕ່າງໆ​ຂອງ​ລັດ­ຖະ­ບານ ເຊິ່ງ​ເປັນ​ລາຍ​ຈ່າຍ​ເງິນ​ຈຳ­ນວນຫລາຍ​ອອກ​ໃນ​ໄລ­ຍະ​ສັ້ນ ແຕ່ໂດຍ​ລວມ​ແມ່ນ​ສາ­ມາດ​ສະຫນອງ​ລາຍ​ຈ່າຍ​ໃຫ້​ວຽກ​ງານດັ່ງ­ກ່າວ ​ໄດ້​ຕາມ​ແຜນ­ການ​ວາງໄວ້ ແລະ ສາ­ມາດ​ຮັບ­ປະ­ກັນ​ລາຍ ຈ່າຍ​ໄດ້​ເປັນ​ປົກ­ກະ­ຕິ​ເປັນ­ຕົ້ນແມ່ນ​ໄດ້​ໃຫ້​ບຸ­ລິ­ມະ­ສິດ​ຈ່າຍ​ເງິນເດືອນ, ເງິນ​ອຸດ​ຫນູນ​ເປັນ​ລາຍຈ່າຍ​ບຸ­ລິ­ມະ­ສິດ​ອັນ​ດັບ​ຫນຶ່ງ, ລາຍ​ຈ່າຍ​ບໍ­ລິ­ຫານ ແລະ ການ​ຊຳ ລະ​ຫນີ້​ສິນ​ຕ່າງ­ປະ­ເທດ ແລະ ເງິນ​ແຮ​ລັດ­ຖະ­ບານ ສ່ວນ​ລາຍ​ຈ່າຍ​ຮ່ວງ​ອື່ນໆ​ກໍ່​ໄດ້​ປະ­ຕິ­ບັດ​ໄປ​ຕາມ​ຈັງ­ຫວະ​ການ​ເກັບ​ລາຍ​ຮັບພາຍ​ໃນ.

   ແຕ່​ສິ່ງ​ທີ່​ສຳ­ຄັນ​ລັດ­ຖະ­ບານໄດ້​ເອົາ­ໃຈ­ໃສ່​ການ​ລະ­ດົມ​ທຶນຊ່ວຍ­ເຫລືອ​ລ້າ ແລະ ການ​ກູ້​ຢືມດອກ​ເບ້ຍ​ຕ່ຳ​ແບບ​ບໍ່​ມີ​ເງື່ອນ­ໄຂ​ຜູກ​ມັດ​ຈາກ​ຕ່າງ­ປະ­ເທດ ເພື່ອມາ​ດຸນ​ດ່ຽງ​ລາຍ​ຈ່າຍ​ງົບ​ປະມານ​ໃຫ້​ໄປ​ຕາມ​ແຜນ­ການ​ວາງໄວ້ ແລະ ຊ່ວຍ​ສະ­ຫນອງ​ທຶນ ຮອນ​ເຂົ້າ​ໃນ​ການ​ພັດ­ທະ­ນາ ເພື່ອກະ​ຕຸ້ນ​ເສດ­ຖະ­ກິດ​ໃຫ້​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ.

   ແນວ­ໃດ​ກໍ່​ດີ ອັນ​ພົ້ນ​ເດັ່ນ​ດ້ານລາຍ​ຈ່າຍ​ຂະ­ແຫນງ­ການ​ເງິນເຜີຍ​ວ່າ: ໃນ 10 ເດືອນ​ຜ່ານ​ມາ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ສັງ​ລວມ​ບັນ­ຊີ​ເງິນ​ຝາກ​ຂອງ​ຫົວ­ຫນ່ວຍ​ງົບ­ປະ­ມານ​ທີ່​ເປີດ​ໄວ້​ຢູ່​ທະ­ນາ­ ຄານເຂົ້າ​ສູ່​ການ​ຄຸ້ມ​ຄອງ​ຢູ່​ໃນ​ລະ­ບົບຄັງ​ເງິນ​ແຫ່ງ​ຊາດ, ສາ­ມາດ​ສັງ​ລວມ​ເງິນ​ທີ່​ໄດ້​ຈາກ​ລາຍ​ຈ່າຍ​ວິຊາ​ການ, ກອງ​ທຶນ​ລັດ​ເຂົ້າ​ລວມສູນ​ໄວ້​ໃນ​ລະ­ບົບ​ຄັງ​ເງິນ​ເຮັດ​ໃຫ້ຄັງ​ເງິນ​ແຫ່ງ​ຊາດ​ມີ​ຄວາມ​ຄ່ອງຕົວ​ໃນ​ການ​ບໍ­ລິ­ຫານ​ເງິນ ພ້ອມກັນ​ນັ້ນ ​ກໍ່​ໄດ້​ປັບ­ປຸງ ແລະ ຂະຫຍາຍ​ການ​ປະ­ຕິ­ບັດ​ທຸ­ລະ​ກຳ​ທີ່ຕິດ​ພັນ​ກັບ​ລາຍ​ຮັບŒຈ່າຍ​ງົບ​ປະມານ​ຜ່ານ​ລະ­ບົບ​ທະ­ນາ­ຄານ​ໃຫ້​ກວ້າງ­ຂວາງ​ອອກ​ຕື່ມ.

   ຢ່າງ­ໃດ​ກໍ່​ຕາມ ເບື້ອງ​ລາຍຈ່າຍ​ຂະ­ແຫນງ­ການ​ເງິນ​ກໍ່​ຍັງ​ບໍ່ທັນ​ມີ​ຄວາມ​ເຂັ້ມ​ງວດ​ຕໍ່​ລະ­ບຽບວິ­ໄນ​ການ​ເງິນ, ຍັງ​ມີ​ການ​ຈ່າຍ ນອກ​ແຜນ, ເກີນ​ແຜນ, ບໍ່​ໄປ​ຕາມເປົ້າ ແລະ ຍັງ​ຖື​ເບົາ​ຕໍ່​ການ​ປະ­ຢັດມັດ­ທະ­ຍັດ.

   ສ່ວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ລາຍ​ຈ່າຍ​ງົບ­ປະ­ມານ 2 ເດືອນທ້າຍ​ປີ​ຄາດ​ຄະ­ເນ​ຈະ​ປະ­ຕິ­ບັດ​ໄດ້ທັງ​ຫມົດ 4,4 ພັນ​ຕື້​ກວ່າ​ກີບ, ຂະ­ແຫນງ­ການ​ເງິນ​ລະ­ບຸ.

ຂໍ້ມູນຈາກ: www.ecom.org.la

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

 ລັດ­ຖະ­ບານ​ໄດ້​ປັບ​ຂຶ້ນ ເງິນ­ເດືອນ​ລັດ­ຖະ­ກອນ 500 ກີບຕໍ່​ດັດ­ຊະ­ນີ ຂະ­ນະ​ທີ່​ນັກ​ການທູດ​ເພີ່ມ 50% ຂອງ​ເງິນ­ເດືອນພື້ນ­ຖານ, ການ​ເງິນ​ຄາດ​ລາຍຈ່າຍ​ດ້ານ​ເງິນ­ເດືອນ​ໃນ​ງົບ​ປີ​ນີ້ ອາດ​ເພີ່ມ​ຂຶ້ນ​ເຖິງ 20%.

   ຫລັງ​ມີ​ການ​ຮັບ­ຮອງ​ຈາກກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລືກຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VII ທີ່​ຈັດ​ຂຶ້ນ​ເມື່ອ​ເດືອນ​ມິ­ຖຸ­ນາ​ຜ່ານມາ, ກະ­ຊວງ​ການ​ເງິນ​ໄດ້​ຂຶ້ນ ແຜນ​ກຽມ​ຈ່າຍ​ເພີ່ມ​ເງິນ­ເດືອນ ຂອງ​ພະ­ນັກ­ງານ​ລັດ­ຖະ­ກອນ​ໃນສົກ​ງົບ­ປະ­ມານ​ນີ້ ໂດຍ​ຈະ​ເລີ່ມປະ­ຕິ­ບັດ​ນັບ​ແຕ່​ເດືອນ​ຕຸ­ລາ​ນີ້ເປັນ­ຕົ້ນ​ໄປ.

   ກະ­ຊວງ​ການ​ເງິນ​ເປີດ­ເຜີຍວ່າ: ການ​ຂຶ້ນ​ເງິນ­ເດືອນ​ຂອງ​ພະນັກ​ງານ​ລັດ­ຖະ­ກອນ​ແມ່ນ​ຈະ​ຈັດຕັ້ງ​ປະ­ຕິ­ບັດ​ໄປ​ພ້ອມໆ​ກັນ​ໃນຂອບ​ເຂດ​ທົ່ວ​ປະ­ເທດ​ຈາກ 3.000 ກີບຕໍ່​ດັດ­ຊະ­ນີ​ເປັນ 3.500 ກີບ​ຕໍ່​ດັດຊະ­ນີ; ພິ­ເສດ​ສຳ­ລັບ​ບັນ­ດາ​ທູດລາວ​ທີ່​ໄປ​ເຮັດ​ຫນ້າ­ທີ່​ຢູ່​ປະ­ເທດຕ່າງໆ​ເພີ່ມ​ຂຶ້ນ​ປະ­ມານ 50% ຂອງ​ເງິນ­ເດືອນ​ພື້ນ­ຖານ.

   ໃນ​ໄລ­ຍະ​ຜ່ານ​ມາ​ພະ­ນັກງານ​ລັດ­ຖະ­ກອນ​ລາວ​ເຮົາ​ໄດ້ຮັບ​ເງິນ­ເດືອນ​ຕ່ຳ​ສຸດ​ທີ່​ລະ­ດັບ 405.000 ກີບ ແລະ ສູງ​ສຸດ 2.100.000 ກີບ ແຕ່​ຖ້າ​ມາ​ຄິດໄລ່​ເງິນ­ເດືອນ​ໃນ​ຈຳ­ນວນ 3.500 ກີບ​ຕໍ່​ດັດ­ຊະ­ນີ​ຜູ້​ທີ່​ໄດ້​ຮັບຕ່ຳ​ສຸດ​ກໍ່​ຖືກ​ປະ­ມານ 472.500 ກີບ ແລະ ສູງ​ສຸດ​ທີ່​ລະ­ດັບ 2.450.000 ກີບ.

   ຢ່າງ­ໃດ​ກໍ່​ຕາມ ກະ­ຊວງ​ການເງິນ​ເຜີຍ​ຕື່ມ​ອີ​ກວ່າ: ການ​ຂຶ້ນເງິນ­ເດືອນ​ລັດ­ຖະ­ກອນ​ຄັ້ງ​ນີ້​ ຈະເຮັດ​ໃຫ້​ລາຍ​ຈ່າຍ​ລັດ­ຖະ­ບານດ້ານ​ເງິນ­ເດືອນ​ໃນ​ສົກ​ງົບ​ປະມານ​ນີ້​ເພີ່ມ​ຂຶ້ນ​ເຖິງ 20,63% ໃນ​ຈຳ­ນວນ​ເງິນ​ທີ່​ຈະ​ຕ້ອງ​ຈ່າຍທັງ​ຫມົດ 3,4 ພັນ​ຕື້​ກວ່າ​ກີບ.

ຂໍ້ມູນຈາກ www.ecom.org.la

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 

   ທ່ານສັງເກດເບິ່ງບ່ອນໝາຍສີເຫຼືອງ

ບົດຂ່າວນີ້ລົງໃນເວັບໄຊໜັງສີພິມປະຊາຊົນ

ແລະຂ່າວສານປະເທດລາວ

http://www.pasaxon.org.la/conten/26-9-11/3.htm

http://www.kplnet.net/lao/news/dnl%203.htm

 

 ຜົນ​ຂອງ​ກອງ​ປະຊຸມ​ລັດຖະບານ​

ສະ​ໄໝສາມັນ​ປະຈຳ​ເດືອນ​ກັນຍາ 2011

ກອງປະຊຸມລັດຖະບານສະໄຫມສາມັນປະຈຳເດືອນກັນຍາ ປີ 2011 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 22-23 
ກັນຍາ 2011 ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໂດຍມີບັນດາທ່ານສະມາຊິກ
ລັດຖະບານຄົບຄະນະເຂົ້າຮ່ວມຢ່າງພ້ອມພຽງ
ກອງປະຊຸມຄັ້ງນີ້ແມ່ນໄດ້ພ້ອມກັນພິຈາລະນາ ແລະ ຕົກລົງບັນຫາສຳຄັນ
ເລັ່ງດ່ວນຈຳນວນຫນຶ່ງ ຄືດັ່ງນີ້
:

1. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາແຜນຟື້ນຟູຜົນເສຍຫາຍຈາກໄພທຳມະຊາດ ນ້ຳຖ້ວມທີ່ ກີດຈາກ
ອິດທິພົນພາຍຸຮາຍມາ ແລະ ພາຍຸນົກເຕັນຜ່ານມາຊຶ່ງສະເຫນີໂດຍຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ແລະ ບັນ
ດາກະຊວງ
ຂະແຫນງການກ່ຽວຂ້ອງໃນນັ້ນລວມມີແຜນການຜະລິດລະດູແລ້ງການຟື້ນຟູປົວແປງລະບົບຊົນລະປະທານ
ບັນດາເສັ້ນທາງ ແລະ ພື້ນຖານໂຄງລ່າງທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມສະພາບຄວາມເສຍຫາຍໄດ້ກະທົບຢູ່ບັນ
ດາແຂວງທາງພາກເຫນືອ
ກາງ ແລະ ພາກໃຕ້ ລວມທັງຫມົດ 12 ແຂວງໃນນັ້ນໄດ້ຮັບຜົນກະທົບໂດຍກົງ 96 ເມືອງ
1.790 
ບ້ານ ແລະ ມີ 429.954 ຄົນເສຍຊີວິດ 30 ຄົນເນື້ອທີ່ທຳການຜະລິດ 64.472 ເຮັກຕາເສັ້ນທາງຄົມມະນາ
ຄົມເປ່ເພ 
323 ເສັ້ນຂົວ 42 ແຫ່ງໂຮງຮຽນໂຮງຫມໍສຸກສາລາໄຟຟ້ານ້ຳ ະປາສະຖານທີ່ທ່ອງທ່ຽວ ແລະ ພື້ນ
ຖານອຸດສາຫະກຳ 
ການຄ້າ ກໍ່ໄດ້ຮັບຄວາມເສຍຫາຍບໍ່ຫນ້ອຍ ຊຶ່ງປະເມີນຄວາມເສຍາຍທັງຫມົດປະມານ ຕື້ກວ່າກີບ
ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ບັນດາກະຊວງຂະແຫນງການອົງການປົກຄອງທ້ອງຖິ່ນທຸກຂັ້ນ ທຸກພາກສ່ວນ
ທີ່ໄດ້ສຸມກຳລັງເຫື່ອແຮງທັງວັດຖຸ 
ປັດໄຈຕ່າງໆແກ້ໄຂຊ່ວຍເຫລືອສຸກເສີນໃນຜ່ານມາ ເຮັດໃຫ້ຜົນກະທົບຜ່ອນຄາຍລົງ
ປະຈຸບັນທາງລັດຖະບານໄດ້ໃຫ້ການຊ່ວຍເຫລືອແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບໄປແລ້ວລວມເປັນເງິນ ແລະ ວັດຖຸຈຳນວນ
ທັງຫມົດ 
984.396.000 ກີບ.

ກອງປະຊຸມໄດ້ຊີ້ນຳໃຫ້ຄະນະຄຸ້ມຄອງໄພພິບັດແຫ່ງຊາດ ກໍ່ຄືຂະແຫນງການກ່ຽວຂ້ອງສືບຕໍ່ຕິດຕາມສະພາບດິນຟ້າອາກາດ
ຢ່າງໃກ້ຊິດໃຫ້ຂໍ້ມູນຂ່າວສານເຕືອນໄພລ່ວງຫນ້າໃຫ້ແກ່ປະຊາຊົນທີ່ມີຄວາມສ່ຽງໃຫ້ຮັບຮູ້ໄວ
ສືບຕໍ່ປຸກລະດົມເອົາການຊ່ວຍເຫຼືອ 
ຈາກທຸກພາກສ່ວນ
ທຸກຊັ້ນຄົນໃນສັງຄົມອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດເພີ່ມທະວີຍົກລະດັບຄວາມ
ສາມາດໃຫ້ແກ່ແຂວງ
ເມືອງ ແລະ ບ້ານໃນການກຽມພ້ອມຮັບມືກັບໄພພິບັດທີ່ເກີດຂຶ້ນຢ່າງມີປະສິດທິພາບນຳໃຊ້ແຫລ່ງທຶນ
ທີ່ມີຢູ່ໃນປະຈຸບັນເພື່ອຊ່ວຍເຫລືອບັນເທົາທຸກ ແລະ ຟື້ນຟູຄືນຫລັງນ້ຳຖ້ວມ
.

ສຳລັບການຟື້ນຟູບັນດາພື້ນຖານໂຄງລ່າງທີ່ໄດ້ຮັບຄວາມເສຍຫາຍນັ້ນ ກອງປະຊຸມໄດ້ຊີ້ນຳດັ່ງນີ້:

ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການຮີບຮ້ອນລົງໄປສົມທົບກັບອຳນາດການປົກຄອງທ້ອງຖິ່ນຂະແຫນງ
ການເພື່ອເກັບກຳຜົນເສຍຫາຍ ຕໍ່ລະບົບໂຄງລ່າງພື້ນຖານການຜະລິດ ເພື່ອສ້າງແຜນຍຸດທະສາດ ແລະ ແຜນການຮັບມືສຸກ
ເສີນ ທັງສະເພາະຫນ້າ ແລະ ຍາວນານ ເຊັ່ນ
ສ້ອມແປງຊົນລະປະທານຈັດຊື້ແນວພັນເຂົ້າພືດ ແລະ ແນວພັນສັດ
ຝຸ່ນປຸ໋ຍຢາປາບສັດຕູພືດເຄື່ອງມືສັດຕະວະແພດວັກແຊັງປ້ອງກັນ ແລະ ປິ່ນປົວພະຍາດສັດ.

ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງລົງສົມທົບກັບແຂວງເກັບກຳປະເມີນ ແລະ ຂຶ້ນແຜນຟື້ນຟູສ້ອມແປງບັນດາເສັ້ນ
ທາງ
ຂົວການປ້ອງກັນຕາຝັ່ງເຈື່ອນລະບົບນ້ຳປະປາ ແລະ ອື່ນໆຢ່າງທັນການ.

2. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາຈຳນວນລັດຖະກອນໃຫມ່ ປະຈຳສົກປີ 2011-2012 ທີ່ສະເຫນີ
ໂດຍກະຊວງພາຍໃນ
ການສະເຫນີຂໍອະນຸມັດຈຳນວນໂກຕາລັດຖະກອນໃຫມ່ ຈຳນວນ 15.340 ຄົນນີ້ແມ່ນອີງໃສ່ຄວາມຕ້ອງ
ການລັດຖະກອນຂອງບັນດາກະຊວງ 
ອົງການ ແລະ ທ້ອງຖິ່ນທີ່ມີການປັບປຸງ ແລະ ສ້າງຕັ້ງຂຶ້ນໃຫມ່ ແລະ ເພື່ອສະຫນອງ
ຕອບໃຫ້ພຽງພໍກັບຫນ້າທີ່ວຽກງານໃນໄລຍະໃຫມ່ ແລະ ອີງໃສ່ຄວາມສາມາດສະຫນອງຕອບທາງດ້ານງົບປະມານ
ກອງປະຊຸມ 
ໄດ້ມອບໃຫ້ກະຊວງພາຍໃນ ປັບປຸງຮ່າງຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດຈຳນວນຕົວເລກລັດຖະກອນໃຫມ່ 
ໃນສົກ 
2011-​2012 ຕາມການປະກອບຄວາມເຫັນຂອງກອງປະຊຸມແລ້ວນຳສະເຫນີທ່ານນາຍົກລັດຖະມົນຕີ ລົງລາຍເຊັນແລ້ວ 
ຈຶ່ງຈັດສົ່ງຈຳນວນໃຫ້ແຕ່ລະບ່ອນຈັດຕັ້ງປະຕິບັດ
.

3. ກອງປະຊຸມໄດ້ຮັບຟັງການລາຍງານຂອງທ່ານລັດຖະມົນຕີຫ້ອງວ່າການລັດຖະບານ ກ່ຽວກັບແຜນດຳເນີນງານຂອງ
ລັດຖະບານຊຸດທີ 
VII ໃນໄລຍະ ປີ (2011-2015) ໂດຍພື້ນຖານກອງປະຊຸມເຫັນດີຮັບຮອງເອົາແຜນດຳເນີນງານສະບັບ
ດັ່ງກ່າວ
ແຜນດຳເນີນງານສະບັບນີ້ ວາງອອກເພື່ອຮັບປະກັນເຮັດໃຫ້ຄາດຫມາຍສູ້ຊົນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ IX 
ຂອງພັກມະຕິຕົກລົງຂອງສະພາແຫ່ງຊາດກົດຫມາຍວ່າດ້ວຍລັດຖະບານແຫ່ງ ສປປ ລາວ ແລະ ຄຳເຫັນຊີ້ນຳຂອງສະຫາຍ
ເລຂາທິການໃຫຍ່
ປະທານປະເທດໄດ້ຮັບການຈັດຕັ້ງປະຕິບັດບົນຈິດໃຈ ເພີ່ມທະວີຄວາມສັກສິດ ແລະ ປະສິດທິຜົນໃນການ
ບໍລິຫານ ແລະ ຄຸ້ມຄອງລັດ 
ຄຸ້ມຄອງສັງຄົມສ້າງບາດກ້າວບຸກທະລຸອັນຫນັກແຫນ້ນ ໃນການນຳພາປະເທດຊາດໃຫ້ຫລຸດ
ພົ້ນອອກຈາກສະຖານະພາບຂອງປະເທດດ້ອຍພັດທະນາໃນປີ 
2020, ສຳເລັດເປົ້າຫມາຍສະຫັດສະວັດດ້ານການພັດທະນາ 
(MDGsໃນປີ 2015 ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ປີ ຄັ້ງທີ VII ຢ່າງມີໄຊ” 
ແລະ ເພື່ອຮັບປະກັນໃຫ້ການເຄື່ອນໄຫວຂອງຄະນະລັດຖະບານ ເປັນໄປຢ່າງເປັນລະບົບເປັນແຜນມີຄວາມຮັບຜິດຊອບ
ເປັນບ່ອນອີງໃຫ້ກະຊວງ ອົງການທຽບເທົ່າ ແລະ ທ້ອງຖິ່ນປະຕິບັດທັງເປັນມາດຖານໃນການຕິດຕາມກວດກາ ແລະ 
ຕີລາຄາປະເມີນຜົນການຈັດຕັ້ງປະຕິບັດຫນ້າທີ່ຂອງຄະນະລັດຖະບານ ກໍ່ຄືບັນດາກະຊວງ 
ອົງການລັດຖະບານ ແລະ 
ທ້ອງຖິ່ນ
ກອງປະຊຸມໄດ້ມອບໃຫ້ຫ້ອງວ່າການລັດຖະບານປັບປຸງຕື່ມບາງຈຸດຕາມການປະກອບຄຳເຫັນຂອງກອງປະຊຸມ 
ແລ້ວຈຶ່ງນຳສະເຫນີທ່ານນາຍົກລັດຖະມົນຕີຮັບຮອງ
.

4. ກອງປະຊຸມໄດ້ພິຈາລະນາ ແລະ ເປັນເອກະພາບເຫັນດີຮັບຮອງເອົາການກຳນົດເຂດທຸກຍາກທຸລະກັນດານຫ່າງໄກ
ສອກຫລີກ ໃນທົ່ວປະເທດ ທີ່ສະເຫນີໂດຍກະຊວງພາຍໃນ
ການຈັດລະດັບກຳນົດເຂດທຸກຍາກທຸລະກັນດານ ຫ່າງໄກສອກ
ຫລີກ ໃນທົ່ວປະເທດນີ້ ແມ່ນເປັນການຈັດຕັ້ງຜັນຂະຫຍາຍດຳລັດສະບັບເລກທີ 
468/ນຍລົງວັນທີ 10 ພະຈິກ 2011 ຂອງ
ນາຍົກລັດຖະມົນຕີ ວ່າດ້ວຍການກຳນົດນະໂຍບາຍຕໍ່ພະນັກງານ
-ລັດຖະກອນ ທີ່ປະຕິບັດຫນ້າທີ່ຢູ່ຫ່າງໄກສອກຫລີກທຸລະກັນ 
ດານ ເພື່ອຊຸກຍູ້ສົ່ງເສີມໃຫ້ພະນັກງານ 
ລັດຖະກອນມີຄວາມຕື່ນຕົວໄປປະຕິບັດຫນ້າທີ່ຢູ່ເຂດດັ່ງກ່າວປະກອບສ່ວນເຂົ້າໃນ
ການພັດທະນາ
ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ແລະ ກ້າວໄປເຖິງການຫລຸດຜ່ອນຄວາມທຸກຍາກ
ເທື່ອລະກ້າວ
ກອງປະຊຸມໄດ້ມອບໃຫ້ກະຊວງພາຍໃນສືບຕໍ່ປັບປຸງແຜນກຳນົດເຂດທຸກຍາກດັ່ງກ່າວ ຕາມການປະກອບຄວາມ 
ເຫັນຂອງສະມາຊິກລັດຖະບານແລ້ວຈຶ່ງນຳສະເຫນີທ່ານນາຍົກລັດຖະມົນຕີຮັບຮອງເອົາ
.

5. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາບັນດາທິດທາງ ແລະ ມາດຕະການ ການແກ້ໄຂຫນີ້ສິນຂອງ
ພາກລັດ ທີ່ສະເຫນີໂດຍກະຊວງແຜນການ ແລະ ການລົງທຶນ
ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ
ການວາງບັນດາທິດທາງ ແລະ ມາດຕະການຕ່າງໆໃນການແກ້ໄຂບັນຫາຫນີ້ສິນຂອງພາກລັດນີ້ ແມ່ນເພື່ອຫລຸດຜ່ອນຄວາມກົດ
ດັນຕໍ່ສະເຖຍລະພາບທາງດ້ານການເງິນ 
ເງິນຕາ ໃນລະດັບມະຫາພາກ ແລະ ແກ້ໄຂຖານະການເງິນຂອງບັນດາບໍລິສັດ
ວິສາຫະກິດ ທີ່ມີສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນໃຫ້ເຂັ້ມແຂງຂຶ້ນຮັບປະກັນຄວາມຄ່ອງຕົວຂອງງົບປະມານແຫ່ງ 
ລັດ
ຮັບປະກັນທາງດ້ານເສດຖະກິດມະຫາພາກ ແລະ ຮັບປະກັນການປະຕິບັດຫລັກການລວມສູນງົບປະມານຕາມທີ່ກົດຫມາຍ
ໄດ້ກຳນົດໄວ້
ສາມາດປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຢ່າງຕັ້ງຫນ້າ ແລະ ຈະສາມາດແກ້ໄຂບັນຫາຫນີ້ເສຍ
ໃນລະບົບທະນາຄານອີກດ້ວຍ
ກອງປະຊຸມໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນສົມທົບກັບກະຊວງການເງິນ 
ແລະ ພາກສ່ວນກ່ຽວຂ້ອງປັບປຸງຕື່ມບາງຈຸດຕາມການປະກອບຄຳເຫັນຂອງທີ່ປະຊຸມ ເພື່ອໃຫ້ແທດຕົວຈິງແລ້ວຈຶ່ງນຳສະເຫນີ
ທ່ານນາຍົກລັດຖະມົນຕີຮັບຮອງ
.

ໃນກອງປະຊຸມຄັ້ງນີ້ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວເນັ້ນຫນັກໃຫ້ບັນດາກະຊວງຂະແຫນງການ ແລະ ທ້ອງຖິ່ນ 
ເອົາໃຈໃສ່ປະຕິບັດບັນດາວຽກງານຈຸດສຸມໃນເດືອນຕຸລາປີ 
2011 ຄື:

1). ໃຫ້ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ແຂງແຮງກວ່າເກົ່າ ເປັນຕົ້ນແມ່ນຈັດຕັ້ງ
ຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມແກ້ໄຂປະກົດການຫຍໍ້ທໍ້ໃນທົ່ວປະເທດໃນວັນທີ 
12 ກັນຍາ 2011 ທີ່ຜ່ານມານີ້
ໃຫ້ເປັນແຜນງານລະອຽດ ເພື່ອສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ ທີ່ພວມເກີດຂຶ້ນຢູ່ໃນສັງຄົມລາວເຮົາໃນປະຈຸບັນເວົ້າລວມ ແລະ 
ຢູ່ໃນນະຄອນຫລວງວຽງຈັນ ເວົ້າສະເພາະໃຫ້ນັບມື້ນັບຫລຸດລົງຢ່າງຈະແຈ້ງ
.

2). ໃຫ້ເອົາໃຈໃສ່ຊຸກຍູ້ການສ້ອມແປງ ແລະ ຟື້ນຟູບູລະນະພື້ນຖານໂຄງລ່າງທີ່ຖືກເປ່ເພເສຍຫຍຈາກໄພທຳມະຊາດ 
(ພາຍຸໄຮມາ ແລະ ນົກເຕັນ ຢູ່ບາງແຂວງໃຫ້ກັບຄືນສູ່ສະພາບປົກກະຕິໄປຄຽງຄູ່ກັບການບົວລະບັດຮັກສາ ແລະ ເກັບກ່ຽວ
ເຂົ້ານາປີໃຫ້ໄດ້ຮັບຜົນດີ
ຄວບຄຸມພະຍາດລະບາດ ແລະ ພະຍາດຕິດຕໍ່ອື່ນໆທີ່ອາດຈະເກີດຂຶ້ນໃນຂອບເຂດທົ່ວປະເທດ
ພ້ອມກັນນີ້ກໍ່ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ ແລະ ມາດຕະການແກ້ໄຂສະພາບໄພເງິນເຟີ້ທີ່ຍັງສູງໃນປະຈຸບັນ 
(7,6%), ການເຫນັງຕີງຂອງຄ່າເງິນກີບ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ ບໍລິໂພກ ຢູ່ໃນທ້ອງຕະຫລາດ 
ໃຫ້ມີຄວາມສະຫງົບເປັນປົກກະຕິ
.

3. ໃຫ້ບັນດາກະຊວງອົງການລັດຖະບານນະຄອນຫລວງວຽງຈັນ ແລະ ບັນດາແຂວງເພີ່ມທະວີຄວາມເປັນເຈົ້າການ
ໃນການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານງວດ 
ຂອງສົກປີ 2011​-​2012 ໂດຍເລີ່ມແຕ່ວັນທີ ຕຸລາ 2011 
ນີ້ໃຫ້ໄດ້ຮັບຜົນດີພ້ອມກັນນັ້ນກໍ່ໃຫ້ກະກຽມສະຫລຸບການຈັດຕັ້ງປະຕິບັດແຜນການ ແລະ ແຜນງົບປະມານໃນ ປີຜ່ານມາ 
(ສະຫລຸບຕົວເລກຂາດຕົວ).

4. ໃຫ້ສືບຕໍ່ສ້າງຂະບວນການອັນຟົດຟື້ນ ເພື່ອຂ່ຳນັບຮັບຕ້ອນວັນຄູແຫ່ງຊາດວັນປະກາດເອກະລາດ ແລະ ກະກຽມ
ເງື່ອນໄຂຕ່າງໆໃຫ້ຮອບດ້ານ ເພື່ອຮັບປະກັນການຈັດງານບຸນປະເພນີຕ່າງໆຂອງຊາດ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ 
ຈົບງາມ ແລະ ມີຄວາມປອດໄພສູງ ເປັນຕົ້ນບຸນອອກພັນສາ ແລະ ບຸນຊ່ວງເຮືອປະເພນີຢູ່ທ່າວັດຈັນ ນະຄອນຫລວງວຽງຈັນ
.

5. ຜັນຂະຫຍາຍຜົນສຳເລັດຂອງການເດີນທາງໄປຢ້ຽມຢາມ ສປ ຈີນ ແລະ ສປປ ເກົາຫລີ ຢ່າງເປັນທາງການຂອງ
ສະຫາຍເລຂາທິການໃຫຍ່
ປະທານປະເທດຜົນສຳເລັດຂອງການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ
ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ
ພ້ອມກັນນັ້ນກໍ່ກະກຽມໃຫ້ການ
ນຳເດີນທາງໄປຢ້ຽມຢາມຕ່າງປະເທດ ແລະ ຕ້ອນຮັບແຂກຕ່າງປະເທດທີ່ເດີນທາງມາຢ້ຽມຢາມລາວ
.

6. ກະກຽມກອງປະຊຸມສູນກາງຄົບຄະນະກອງປະຊຸມວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແຫ່ງ
ຊາດ
ກະກຽມເອກະສານຕ່າງໆທີ່ຈະລາຍງານໃຫ້ກົມການເມືອງກະກຽມກອງປະຊຸມລັດຖະບານຮ່ວມກັບເຈົ້າແຂວງ ແລະ 
ເຈົ້າຄອງນະຄອນຫລວງວຽງຈັນ
.

ກອງປະຊຸມລັດຖະບານສະໄຫມສາມັນປະຈຳເດືອນກັນຍາ 2011 ນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ດ້ວຍຄວາມ
ຮັບຜິດຊອບສູງຂອງບັນດາທ່ານສະມາຊິກລັດຖະບານ ແລະ ອັດລົງດ້ວຍຜົນສຳເລັດຕາມຄາດຫມາຍທີ່ວາງໄວ້
.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ຄວາມໝາຍ ການສ້າງລັດແຫ່ງກົດໝາຍ

ຄັດຈາກ ເອກສານຄົ້ນຄວ້າເຊື່ອມຊຶມມະຕິ IX

(ສຳລັບການນຳ)

 

ສ້າງລັດແຫ່ງກົດໝາຍຂອງປະຊາຊົນ,ໂດຍປະຊາຊົນ

 

ແລະ ເພື່ອປະຊາຊົນ,ເສີມຂະຫຍາຍປະຊາທິປະໄຕໃນສັງຄົມ.

ລັດແຫ່ງກົດໝາຍ ແມ່ນລັດທີ່ຖືກົດໝາຍເປັນສິ່ງສູງສຸດ; ພົນລະເມືອງທຸກຄົນມີຄວາມສະເໝີພາບຕໍ່ໜ້າກົດໝາຍ,ດຳລົງຊີວິດ ແລະ ເຄື່ອນໄຫວຕາມກົດໝາຍຢ່າງເຄັ່ງຄັດ.

ລັດແຫ່ງກົດໝາຍ ແມ່ນເພື່ອດັດສົມຜົນປະໂຫຍດຂອງສະມະຊິກສັງຄົມໃຫ້ກົມກຽວ, ແມ່ນເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງທຸກຄົນດ້ວຍການຈຳກັດການລ່ວງອຳນາດຂອງຜູ້ປົກຄອງ ແລະ ໃຫ້ຜູ້ປົກຄອງເຮັດແຕ່ແນວສິ່ງໃນສິ່ງທີ່ກົດໝາຍກຳນົດໄວ້ທໍ່ນັ້ນ,ສ່ວນພົນລະເມືອງແມ່ນສາມາດເຮັດໄດ້ທຸກຢ່າງທີ່ກົດໝາຍບໍ່ຫ້າມ.

ລັດແຫ່ງກົດໝາຍເວລາໃດກໍ່ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕຂອງພົນລະເມືອງ,ຖືປະຊາຊົນເປັນຜູ້ມີອຳນາດສູງສຸດ,ການຳພົວພັນລະວ່າງລັດ ແລະ ພະນັກງານຂອງລັດ ກັບພົນລະເມືອງ ຕ້ອງເປັນໄປຕາທີ່ກຳນົດໄວ້ໃນກົດໝາຍ; ໝາຍຄວາມວ່າ ການເຄື່ອໄຫວຂອງລັດແມ່ນມີຂອບຈຳກັດ,ລັດຈະເຮັດໄດ້ແຕ່ໃນສິ່ງທີ່ລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້ທໍ່ນັ້ນ; ສ່ວນພົນລະເມືອງ ແລະ ສັງຄົມແມ່ນເຮັດໄດ້ທຸກຢ່າງທີ່ກົດໝາຍບໍ່ຫ້າມ,ອັນນີ້ເອີ້ນວ່າ ‘’ ລັດແຄບ, ສັງຄົມກ້ວາງ ‘’ ອັນນີ້ແມ່ນການເສີມຂະຫຍາຍສິດເປັນເຈົ້າ, ແມ່ນການສົ່ງເສີມການມີສ່ວນຮ່ວມໃຫ້ນັບມື້ນັບກວ້າງຂວາງຂອງປະຊາຊົນພົນລະເມືອງເຂົ້າໃນຊີວິດສັງຄົມກໍ່ຄືການເຄື່ອນໄຫວຂອງລັດ.

ສະນັ້ນ ພວກເຮົາຕ້ອງເອົາໃສ່ຕື່ມອີກ ຕໍ່ການເສີມຂະຫຍາຍພາຍໃນພັກ ແລະ ພາຍໃນສັງຄົມ,ໂດຍດຳເນີນຢ່າງມີຈຸດສູມ ແນໃສ່ເສີມສ້າງຄວາມໝັ້ນຄົງຂອງລະບອບການເມືອງພວກເຮົາ; ຕ້ອງເສີມຂະຫຍາຍປະຊາທິປະໄຕເພື່ອເປັນເຄຶ່ອງມືຕໍ່ສູ້ເອົາຊະນະບັນຫາການສໍ້ລາດບັງຫຼວງ,ພະຍາດອາດຍາສິດ,ການລ່ວງອຳນາດອແລະ ບັນຫາຄວາມບໍ່ຢຸດຕິທຳໃນສັງຄົມ...ຕ້ອງເສີມຂະຫຍາຍປະຊາທິປະໄຕເພື່ອເປັນເງຶ່່ນໄຂສົ່ງເສີມຄວາມຄິດປະດິດສ້າງ ແລະ ທັງເປັນປັດໃຈພື້ນຖານອັນໜຶ່ງ ໃນການກະຕຸກຊຸກຍູ້ການພັດຖະນາ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 13, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ພົບເຫັນບັດເອັມໂຟນບໍ່ມີຕົວເລກລະຫັດບັດເພື່ອຕື່ມເງິນ,ພາຍຫຼັງທີ່ຂູດອອກມາແລ້ວມັນຈະເປັນສີຂ່າວມົ່ນ,ມົວໆໄປຊື່ງ,ສັງເກດແນວໃດກໍ່ບໍ່ເຫັນຕົວເລກລະຫັດທີ່ໃຫ້ເຮົາຕື່ມມູນຄ່າໂທ,

ມັນຕ່າງຈາກບັດອື່ນໆທີ່ຂູດມາແລ້ວມີເລກໃຫ້ເຮົາກົດຕື່ມເງິນ,ສ່ວນລັກສະນະ,ສີສັນ ແລະ ເລກຊີເລວຂອງບັດກໍ່ມີປົກກະຕິຄືບັດຂາຍທົ່ວໄປ,ແຕ່ມັນຜິດປົກກະຕິຢູ່ທີ່ວ່າ

ບ່ອນທີ່ເຮົາຂູດຫາຕົວເລກ(ທາສີມົ່ນໆ)ນັ້ນມັນກວ້າງກວ່າບັດລຸ່ນອື່ນ,ປະຈຸບັນບໍ່ທັນຢັ້ນຢື້ນໄດ້ວ່າມັນເກີດຫຍັງຂຶ້ນ.

ເຫດເກີດຂຶ້ນກັບນາງ ວັນ ເຈົ້າຂອງຮ້ານຂາຍຍ່ອຍ,ຢູ່ບ້ານນ້ຳງອມ,ເມືອງວຽງທອງ,ແຂວງບໍລິຄຳໄຊ. ນາງ ວັນ ເວົ້າວ່າ ວັນທີ່ 11/0911 ມີລູກຄ້າຊື້ບັດໄປຄາລາ 10.000 ກີບ, ແລ້ວກັບມາຕໍ່ວ່າຂໍສົ່ງບັດທີ່ຊື້ໄປນັ້ນພ້ອມຂໍເງິນຄຶນເພາະວ່າບັດທີ່ຂູດອອກມາບໍ່ມີຕົວເລກ ແຕ່ນາງບໍ່ເຊື້ອຈິ່ງມາລອງຂູດບັດໂຕໃໝ່ພ້ອມທັງຈະແນະນຳວິທີຂູດໃຫ້ລູກຄ້າເພື່ອຫຼີກເວັ້ນບໍ່ໃຫ້ຕົວເລກລະຫັດຂາດຫາຍ,ພໍຂູດອອກໄປຈົນໝົດເຄືອບທີ່ເພີນເຮັດໃຫ້ຂູດນັ້ນກໍ່ບໍ່ພົບຕົວເລກເລີຍ,

ນາງວັນຍັງບໍ່ໝັ້ນໃຈຈິງເອົາບັດໃໝ່ໃບທີ່ສອງມາຂູດອີກແຕ່ກໍ່ບໍ່ພົບຄືກັນອີກ,ເມື່ອເປັນແບບນັ້ນນາງວັນຈິ່ງສົ່ງເງິນໃຫ້ລູກຄ້າແລ້ວນຳບັດທັງໝົດທີ່ຢູ່ໃນແຜ່ນດຽວກັນນັ້ນ ເຊິ່ງມີບັດທີ່ຂູດແລ້ວສາມໃບ,ບັດຍັງບໍ່ທັນໄດ້ຂູດອີກສີ່ໃບໄປສົ່ງຄຶນໃຫ້ນາງ ວອນ ຜູ້ເປັນເຈົ້າຂອງຮ້ານຂາຍສົ່ງຢູ່ຕະຫຼາດບ້ານນ້ຳຢ້າງເມືອງວຽທອງ,ນາງ ວອນ ກໍ່ຂູດລອງອີກ 1 ໃບກໍ່ເປັນຄືກັນ.

ນາງວອນເວົ້າວ່າບັດນີ້ຊື້ມາຈາກສູນ ຫຼັກ20 ແລະ ບໍ່ໄດ້ໄປຮັບບັດດ້ວຍຕົນເອງ,ທາງສູນຝາກໃຫ້ຕາມການແນະນຳຂອງຕົນ,ສ່ວນບັນຫານີ້ໄດ້ແຈ້ງໃຫ້ທາງສູນຊາບແລ້ວ,ສູນຕອບມາວ່າຕ້ອງສົ່ງບັດໄປຫາສູນກວດສອບກ່ອນ ເພາະກໍລະນີແບບນີ້ບໍ່ເຄີຍພົບເຫັນມາກ່ອນ,ຕອນນີ້ຍັງສະຫຼຸບໍ່ໄດ້ວ່າມັນເກີດຫຍັງຂຶ້ນ ແລະ ແນະນຳລູກຄ້າຫາກທ່ານໃດພົບເຫັນກໍລະນີແບບນີ້ໃຫ້ແຈ້ງສູນເອັມໂຟນທຸກສາ ຫຼື 101 ກໍ່ໄດ້.

 

ນາງ ວັນ ເຈົ້າຂອງຮ້ານຂາຍຍ່ອຍ

ນາງ ວອນ ເຈົ້າຂອງຮ້ານຂາຍສົ່ງ

 

ລັກສະນະບັດທີ່ຂູດ

ຂໍສະຫງວຍເລກທ້າຍຊີເລວໄວ້ກ່ອນ

ແບບ,ສີສັນຂອງລຸ້ນຜະລິດ

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

ເຄີຍເຫັນໂທລະພາບລາຍງານ,ຟັງໃນວິທະຍຸ,ໄດ້ອ່ານໃນໜັງສືພິມ,ວາລະສານ,ຂຽນໄວ້ໃນປື້ມຕຳລາຄູ່ມືຂອງນັກຂ່າວ

ແລະ ເຄີຍຍິນຜູ້ນຳພັກ-ລັດຫຼາຍທ່ານເວົ້າເປັນປະຈຳຈົນກາຍເປັນນິຍາມກໍ່ວ່າໄດ້:

’’ ສື່ມວນຊົນເປັນເຄື່ອງມືຂອງພັກ-ລັດ’’ 

‘’ ສື່ມວນຊົນເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ’’

ຂໍ້ຄິດທີ່ 1

ຟັງແລ້ວນິຍາມນີ້ມ່ວນຫຼາຍມີເຫດຜົນດີ ແລະ

ຜ່ານມາສັງເກດເບິ່ງການສະເໜີຂ່າວຂອງສື່ກໍ່ເຮັດໄດ້ດີ,ສາມາດປະຕິບັດຕາມນິຍາມຂອງຕົນຢ່າງໜັກແໜ້ນ,

ເນັ້ນໄປທີ່ເນື້ອໃນຢ່າງດຽວ,ບໍ່ກ້າເຮັດຫຍັງເພາະຢ້ານຜິດກັບນິຍາມ,ເລີຍປະປ່ອຍລັກສະນະມະຫາຊົນ,ເຊິ່ງໝາຍເຖິງສື່ລາວຍັງຂາດສີສັນ

ຂາດຄວາມດຶງດູດ,ເຮັດໃຫ້ມະຫາຊົນບໍ່ສົນໃຈກັບສື່ ເພາະເຂົາຄິດວ່າບໍ່ແມ່ນຂອງເຂົາ,ບໍ່ສົນໃຈ,ບໍ່ເບິ່ງ,ບໍ່ຟັງ,ບໍ່ອ່ານ ແລະ

ບໍ່ມີສ່ວນຫຍັງກັບສື່ລາວ,ເຊິ່ງບັນຫານີ້ຫຼາຍໆຄົນໃນສັງຄົມກໍ່ເຄີຍຕັ້ງຄຳຖາມຂຶ້ນມາຕະຫຼອດວ່າ:

 ເປັນຫຍັງຄົນລາວຈິ່ງໄປບໍລິໂພກສຶ່ຕ່າງຊາດຫຼາຍກວ່າສື່ລາວ?.

ບັນຫານີ້ພັກ-ລັດຈະແກ້ແນວໃດ?.

ຂໍ້ຄິດທີ່ 2

ຍົກສື່ສານທັນສະໄໝ,ເຊື່ອມໂຍງກັບສາກົນ,ທຸກຢ່າງຖືກຈັບໄປເປັນຄູ່ແຂ່ງໂດຍອັຕະໂນມັດ,

ໂດຍສະເພາະວົງການສື່ຍິ່ງຖືກເປັນຕົວນຳໜ້າໃນການລົງສະໜາມແຂ່ງ ຖືວ່າເປັນນັດເປີດສະໜາມຂອງເລີຍ.

ການແຂ່ງຂັນໃນເກມສື່ແມ່ນຫວັງເອົາຊະນະທາງຈິດໃຈ ( ນັ້ນຄືໄຊຊະນະອັນສຸດຍອດຂອງເກມສື່)

ແຕ່ສຳຄັນຢູ່ທີ່ວ່າກະຕິກາຂອງສື່ລາວເຮົາບາງຢ່າງມັນຕ່າງກັບສື່ສາກົນ,

ເຮົາຈະລົງແຂ່ງຮ່ວມເຂົາໄດ້ບໍ່?,ຈະຊະນະເຂົາບໍ່?

ຂ້ອຍຄິດວ່າ:

ເກມໃດກໍ່ຕາມຫາກທີມຄູ່ແຂ່ງມີກະຕິກາແຕກຕ່າງກັນແລ້ວຄົງເປັນໄປບໍ່ໄດ້

ທີ່ຈະມາແຂ່ງຮ່ວມກັນໄດ້.(ມີແຕ່ແຂ່ງຜູ້ດຽວ, ເອົາທີ່ 1 ຕະຫຼອດ).

ກະຕິກາບາງຢ່າງຂອງສື່ສາກົນ

ຈັນຍາບັນສື່ສາກົນມີ 23 ຂໍ້ໃນນັ້ນມີຂໍ້ໜຶ່ງເວົ້າວ່າ: ສື່ມວນຊົນບໍ່ສາມາດສັງກັດພັກການເມືອງໃດໜຶ່ງ.

ນິຍາມຂອງສື່ສາກົນ: ສື່ມວນຊົນເປັນເປັນຂອງມະຫາຊົນ,ເປັນຂອງປະຊາຊົນ.

ກະຕິກາບາງຢ່າງຂອງລາວ.

ນິຍາມສື່

‘’ ສື່ມວນຊົນເປັນເຄື່ອງມືຂອງພັກ-ລັດ’’ 

‘’ ສື່ມວນຊົນເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ’’

ຈັນຍາບັນສື່ມວນຊົນລາວມີ 10 ຂໍ້ໃນນັ້ນຂໍ້ໜຶ່ງຂຽນວ່າ:

ຈຸດໝາຍສູງສຸດຂອງສື່ມວນຊົນລາວແມ່ນຮັບໃຊ້ພາລະກິດສ້າງສາ ແລະ ປົກປັກສັກສາປະເທດລາວ,ສັນຕິພາບ,

ເອກະລາດ,ເອກະພາບ ແລະ ວັດທະນະຖາວອນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ

ບໍ່ວ່າຈະຢູ່ໃນຂົງເຂດໃດສະພາບແວດລ້ອມໃດນັກຂ່າວເຄື່ອນໄຫວມຸ້ງມັ້ນສູ່ຈຸດໝາບສູງສຸດນັ້ນ.

ຂໍ້ຄິດທີ່ 3

ເມື່ອພັກເຂົ້ານັ່ງບັນຊາໂດຍກົງຢ່າງອອກໜ້າອອກຕາແບບນີ້.

ບັນດາຂໍ້ຜິດພາດໃນການເຮັດໜ້າທີ່ຂອງສື່ ແລະ ປະກົດການຫຍໍ້ທໍ້ທີ່ເກີດໃນວົງການຂອງສື່ຖືວ່າເປັນຄວາມຜິດໂດຍກົງ

ຂອງພັກຜູ້ດຽວ ແລະ ຈະເຊື່ອມເສຍບົດບາດການນຳພາຂອງພັກ.

ຂໍ້ຄິດທີ່ 4

ຕາມຄວາມໝາຍຂອງນິຍາມເຫັນວ່າຍັງບໍ່ກວ້າງຂວາງ,ຍັງຈຳກັດຮັດແຄບເກີນໄປ,ເຮັດໃຫັປະຊາຊົນສັບສົນ,

ບໍ່ກ້າສະແດງຂໍ້ຄິດເຫັນໃດໆກ່ຽວກັບສື່,ຈະຖືກຈະຜິດກໍ່ຕ້ອງປະຕິບັດຢ່າງດຽວ,ເຮັດໃຫ້ສັງຄົມເກີດຄວາມລຳຄານ,

ເບື່ອໜ່າຍຕໍ່ການຜິດພາດ,ການບໍ່ປັບປຸງ,ປ່ຽນແປງແຂ່ງຂັນ ໃນການເຄື່ອນໄຫວຂອງສື່  ແລະ ໃນທີ່ສຸດກໍ່ບໍ່ຢາກສົນໃຈກັບສື່ເລີຍ.

ອີກຢ່າງໜຶ່ງໃນນິຍາມສັ້ນໆ ແລະ ບໍ່ກ້ວງຂວາງນັ້ນມັນຄ້າຍກັບວ່າຂັດກັບກົດໝາຍສື່ມວນຊົນໃນ

 ´¾©ª¾ 15. ¦ò©-À¦ìó²¾®-¢º¤-°ö­ນì½-À´õ-º¤ì¾¸ -íນ-¡¾­-ນ¯½¡º®-£¿-£ò©-£¿-À¹ນñ­.

ແລະ

´¾©ª¾ 17. ¯½ªò®ñ©¦ò©À¦ìó²¾®¢º¤²ö­ນì½À´õº¤ì¾¸.

ໃນຍຸກນີ້,ພັກ ຫັນເອົາລັດ ເປັນລັດແຫ່ງກົດໝາຍ,ຄຳເວົ້າໃດກໍ່ຕາມຫາກບໍ່ວິເຄາະວິໃຈ

ເຖິງຜົນກະທົດ,ຈຸດໄດ້ຈຸດເສຍຢ່າງຮອບຄອບແລ້ວ ຈະກາຍເປັນແປ້ນອັດປາກຢ່າງອັຕະໂນມັດ.

       ສະນັ້ນ: ໃນທັສະນະຂອງຜູ້ຂຽນ ຕໍ່ນິຍາມສື່ຂ້າງເທິງເຫັນວ່າ ເປັນນິຍາມທີ່ສັ້ນ,ເຈາະຈົງເກີນໄປ ແລະ

ເໝາະໃນຍຸກຕໍ່ສູ້ກູ້ຊາດພຸ້ນ, ເມື່ອມາຮອດຍຸກສະໄໝເປີດກວ້າງນີ້ເຫັນວ່າຄວນປັງປຸງໄປຕາມສະພາບຕົວຈິງ.

ຫຼືຢ່າງນ້ອຍຢາກໃຫ້ຕື່ມປະໂຫຍກ( ແລະ ປະຊາຊົນ) ໃສ່ທາງທ້າຍເພື່ອເຮັດໃຫ້ຄວາມໝາຍຈະແຈ້ງຊັດເຈັນຂຶ້ນຕຶ່ມ.

ທ່ານອື່ນມີຄຳເຫັນແນວໃດຊ່ວຍປະກອບແດ່,ເພາະສິ່ງທີ່ຜູ້ຂຽນເວົ້າມາເປັນພຽງຂໍ້ຄິດບໍ່ຮູ້ວ່າຜິດຫຼືຖືກ,ຫາກຜິດພາດປະການໃດຂໍອະໄພ

ແລະ ສົ່ງຂ່າວມາໄດ້ຕາມຂໍ້ຄວາມຫຼັງໄມ.

(ຂໍຂອບໃຈ)

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 ກອງປະຊຸມຄັ້ງທີ່ IX ໄດ້ສຳເລັດແຕ່ກາງເດືອນ 3/2011 ມາຮອດປະຈຸບັນກິນເວລາໄປແລ້ວ 6 ເດືອນ ແຕ່ການເຊື່ອມຊຶມມະຕິ IX ຫາກໍ່ດຳເນີນໄປຮອດຂັ້ນເມືອງ(ຕາມການສະເໜີຂ່າວຂອງສື່),

ເພື່ອຈະໃຫ້ທົ່ວເຖິງທຸກໜ່ວຍພັກຮາກຖານຍັງຈະໃຊ້ເວລາເທົ່າໃດບໍ່ຮູ້, ປະຈຸບັນພັກຍັງເຫຼືອເວລາເຮັດວຽກ 4 ປີກັບ 6 ເດືອນເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງຕົນໄດ້ກຳນົດອອກໃນມະຕິ IX,

ໃນເວລາທີເຫຼືອຍນັ້ນຍັງຕ້ອງສືບຕໍ່ເຊື່ອມຊຶມໃຫ້ທົ່ວເຖິງທຸກທ້ອງຖິ່ນ,ສ້າງແຜນ(ແຜນງານ,ແຜນຄົນ ແລະ ແຜນເງິນ),ຈາກນັ້ນຈິ່ງຈັດຕັ້ງປະຕິບັດ ແລະ ການຈັດຕັ້ງປະຕິບັດນັ້ນຍັງຕ້ອງມີການຖອດຖອນບົດຮຽນບາງໜ້າວຽກນຳອີກ ແລ້ວຈິ່ງກັບໄປສືບຕໍ່ປະຕິບັດໃຫ້ເກີດຜົນເປັນຈິງທຸກຢ່າງໃນປີ 2015 ຫຼື ອີກ 4 ປີກັບ 6 ເດືອນຂ້າງໜ້າ.

      ອັນນີ້ມະຫາຊົນພວກເຮົາເປັນຫ່ວງ ແລະ ໜັກໃຈວ່າມັນຈະເກີດຜົນສຳເລັດເປັນຈິງແທ້ຫຼືບໍ່?,ຫາກມັນສຳເລັດຕາມຄຳຖະແຫຼງໄວ້ກໍ່ເປັນຄວາມພາກພູມໃຈຂອງປວງຊົນທັງຊາດທີ່ກຳລັງ

ຄອງຄອຍ; ສະແດງເຖິງຄວາມປີຊາສາມາດຢ່າງສູງຂອງພັກໃນຖານະເປັນຜູ້ກຳອຳນາດ ແລະ ເປັນຜູ້ນຳພາ.

ແຕ່ຖ້າຫາກມັນບໍ່ສຳເລັດຕາມນະໂຍບາຍທີ່ໄດ້ຖະແຫຼງ ມັນກໍ່ສະແດງເຖິງຄວາມຜິດພາດໃນການວາງແນວທາງ ແລະ ຈັດຕັ້ງປະຕິບັດນະໂຍບາຍຂອງຜູ້ກຳອຳນາດ ແລະ ນຳພາ.

          ໃນທີ່ນີ້ພວກເຮົາເປັນມະຫາຊົນບໍ່ໝາຍວ່າບໍ່ເຊື້ອໝັນຕໍ່ແນວທາງ,  ແຕ່ໝາຍວ່າພວກເຮົາຢ້ານວ່າກະໂຕບັນດາສະມະຊິກພັກ-ພະນັກງານຂອງລັດນັ້ນ ປະຕິບັດ 4 ບຸກທະລຸນັ້ນໄດ້.

ເພາະສັງເກດເຫັນໄດ້ວ່າ:

ບັນຫາທີ່ໜຶ່ງ: ການເຊື່ອມຊຶມມະຕິ IX ຂອງພັກຊັກຊ້າ ແລະ ໝົດສົກປີ 2011 ແລ້ວ ການເຊື່ອມຊຶມຍັງບໍ່ສຳເລັດທົ່ວເຖິງ.

 ບັນຫາທີ່ສອງ: ນະໂຍບາຍທີ່ພັກຖະແຫຼງ ຫຼື ແຜນການວາງໄວ້ບາງໜ້າວຽກຈະເລີ່ມປະຕິບັດໃຫ້ເກີດຜົນໃນງວດ I ຂອງສົກງົບປະມານ 2011-2012 ນີ້ ແລະ ນະໂຍບາຍອື່ນອີກ

ປະຈຸບັນບໍ່ທັນມີຄວາມຊັດເຈັນຈັກຢ່າງ ແລະ ກໍ່ບໍ່ຮູ້ວ່າອີກດົນປານໃດຈິ່ງຈະມີຄວາມຊັດເຈັນ?

        ສະນັ້ນຈິ່ງຂໍວິ່ງວອນມາຍັງທ່ານຜູ່ນຳພັກຈົ່ງຂຸ້ນຂ້ຽວກວດກາເບິ່ງບັນດານະໂຍບາຍທີ່ໄດ້ກຳນົດໄວ້ໃນມະຕິ  IX ຂອງພັກນັ້ນກຳນົດແຜນງານອັນລະອຽດຊັດເຈັນວ່າ: ມີແຜນງານໃດແດ່?,ແຕ່ລະແຜນງານຈະເລີ່ມລົງມືເມື່ອໃດ?,ໃຫ້ສຳເລັດເມື່ອໃດ? ແລະ ອີງໃສ່ກົນໄກອັນໃດມາຂັບເຄື່ອນຈິ່ງມີຄວາມຊັດເຈັນວ່າເປັນໄປໄດ້ແທ້ຈິງ.

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 9, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 

ທ່ານຈົ່ງສັງເກດເບິ່ງບ່ອນໝາຍສີເຫຼືອງໃນບົດຂ່າວນີ້

ບົດນີ້ລົງໃນເວັບໄຊໜັງສືພິມຂ່າວສານປະເທດລາວ

http://www.kplnet.net/lao/news/dnl%204.htm

ຄະນະນຳຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່າງປະເທດ 

 

ໄວ້ອາໄລເຖິງການນຳຂັ້ນສູງ ຂອງ ພັກກອມມູນິດກູບາ

ເຄ

*(ຂປລ)ໃນຕອນແລງຂອງວັນທີ 6 ກັນຍາ 2011, ສະຫາຍນາງສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນ ກາງພັກ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດແຫ່ງ ສປປ ລາວ, ໄດ້ຕາງໜ້າຄະນະນຳຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງ ການຕ່າງປະເທດ ພ້ອມດ້ວຍພະນັກງານຂັ້ນກົມຕ່າງໆຂອງ ຄຕພ ແລະ ກະຊວງໄດ້ໄປວາງພວງມະໄລຢູ່ສະເອກອັກຄະລັດຖະທູດ ສ.ກູບາ ປະຈຳສປປ ລາວ ເພື່ອ ໄຫວ້ອາໄລເຖິງດວງວິນຍານສະຫາຍຈູລີໂອກາສັສຣິເກວໂຣ (ComradeJulioCasasRegueiro), ກຳມະການກົມການເມືອງສູນກາງພັກ, ຮອງປະ ທານສະພາແຫ່ງລັດ, ລັດຖະມົນຕີວ່າການກະຊວງ ກອງກຳລັງປະກອບອາວຸດ ປະຕິວັດກູບາ.

ເນື້ອໃນຂຽນວ່າໃນນາມຄະນະນຳຂອງຂະແໜງການຕ່າງປະເທດຂອງລາວຂໍສະແດງ ຄວາມໄຫວ້ອາໄລອາວອນຢ່າງສຸດຊຶ້ງ ເຖິງການຈາກໄປຂອງ ສະຫາຍ ຈູລີໂອ ກາສັສ ຣິເກວໂຣ, ກຳມະການກົມການເມືອງສູນກາງພັກ, ຮອງປະທານສະພາແຫ່ງລັດ, ລັດຖະມົນຕີວ່າ ການກະຊວງກອງກຳລັງປະກອບອາວຸດ ປະຕິວັດກູບາ, ສະຫາຍຈູລີໂອ ກາສັສ ຣິເກວໂຣ, ເປັນວິລະຊົນກຳລັງປະກອບອາວຸດປະຕິວັດກູບາ, ນັກຮົບປະຕິວັດຜູ້ອົງອາດກ້າແກ່ນເດັດດ່ຽວ, ຈົງຮັກພັກ ດີຕໍ່ປະເທດຊາດ. ຕະຫລອດຊີວິດສະຫາຍໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຢ່າງບໍ່ຮູ້ອິດຮູ້ເມື່ອຍ, ໃຫ້ແກ່ພາລະກິດ ປະຕິວັດຂອງກູບາ. ການຈາກໄປຂອງ ສະຫາຍຈູລີໂອກາສັສຣິເກວໂຣ, ບໍ່ພຽງແຕ່ເປັນການສູນ ເສຍອັນ ໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງເທົ່ານັ້ນ ແຕ່ຍັງເປັນການສູນເສຍ ເພື່ອນ ມິດສະຫາຍຮ່ວມອຸດົມ ການທີ່ໃກ້ຊິດຂອງພັກ, ລັດ ແລະ ປະຊາຊົນລາວນຳອີກ.

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 

ທ່ານຈົ່່ງສັງເກດບ່ອນໝາຍສີເຫຼືອງໃນບົດ
ເວັບໄຊໜັງສືພິມ ວຽງຈັນໃໝ່ລົງ ວັນທີ 05 ກັນຍາ 2011 - ເວລາ 15:29:47
 
ທຸກກພາກສ່ວນຕ້ອງເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

Divider
ທຸກພາກສ່ວນຕ້ອງເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ

ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໄດ້​ຈັດ​ກອງ​ປະ­ຊຸມ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ຂອງ​ສັງ­ຄົມ ປີ 2011 ໃນ​ລະ­ຫວ່າງ​ວັນ​ທີ 1-2 ກັນ­ຍາ 2011 ທີ່​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ດຣ.ທອງ​ບັນ ແສງ​ອາ­ພອນ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ເຊິ່ງ​ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ​ວ່າ­ການ ເຈົ້າ­ແຂວງ ແລະ ໜ່ວຍ​ງານ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 

ໂອ­ກາດ​ນີ້ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ກ່ຽວ​ກັບ​ສະ­ພາບ​ການ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ຢູ່​ໃນ​ສັງ­ຄົມ ໂດຍ​ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ສະ­ພາບ​ການ​ຄຸ້ມ​ຄອງ​ວັດ­ທະ­ນະ­ທຳ ການ​ຄຸ້ມ​ຄອງ​ໂຮງ­ແຮມ-ເຮືອນ​ພັກ-ສະ­ຖານ­ທີ່​ບັນ­ເທີງ ສະ­ພາບ​ປະ­ກົດ​ການ​ຫຍໍ້­ທໍ້​ຢູ່​ແຂວງ​ຈຳ­ປາ​ສັກ ສະ­ພາບ​ການ​ຄຸ້ມ​ຄອງ​ປ່າ­ໄມ້ ສະ­ພາບ​ການ​ຄຸ້ມ​ຄອງ​ການ​ສັນ­ຈອນ ແລະ ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ຕາມ​ທ້ອງ​ຖະ­ໜົນ ວິ­ທີ​ການ​ສະ­ກັດ​ກັ້ນ ແລະ ແກ້​ໄຂ​ຢາ​ເສບ​ຕິດ ໃນ​ຕອນ​ບ່າຍ​ວັນ​ທີ 2 ກັນ­ຍາ 2011 ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ໂອ້​ລົມ​ຕໍ່​ກອງ​ປະ­ຊຸມ​ດັ່ງ­ກ່າວ ຊຶ່ງ​ທ່ານ​ໄດ້​ເນັ້ນ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ຫຼາຍ​ບັນ­ຫາ​ສຳ­ຄັນ ເຊັ່ນ: ເພີ່ມ​ທະ­ວີ​ການ​ຫັນ​ລົງ​ກໍ່­ສ້າງ​ຮາກ​ຖານ​ການ­ເມືອງ ພັດ­ທະ­ນາ​ຊົນ­ນະ­ບົດ​ຮອບ­ດ້ານ ຕາມ 4 ເນື້ອ​ໃນ 4 ຄາດ­ໝາຍ​ຂອງ​ຄຳ​ສັ່ງ​ເລກ​ທີ 09 ກົມ​ການ­ເມືອງ​ສູນ​ກາງ​ພັກ ໂດຍ​ທຸກ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຕ້ອງ​ຫັນ​ເອົາ​ພະ­ນັກ­ງານ​ຂອງ​ຕົນ​ລົງ​ສູ່​ຮາກ​ຖານ​ບ້ານ-ກຸ່ມ​ບ້ານ ເພື່ອ​ເຜີຍ­ແຜ່​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ໃຫ້​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ ບັນ­ດາ​ກະ­ຊວງ ແລະ ອົງ­ການ​ກ່ຽວ­ຂ້ອງ​ຕ້ອງ​ຄົ້ນ​ຄ້ວ​າ ແລະ ອອກ​ລະ­ບຽບ​ການ​ຄຸ້ມ​ຄອງ​ແຮງ​ງານ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຢ່າງ​ເປັນ​ລະ­ບົບ ຂະ­ແໜງ­ການ​ກ່ຽວ­ຂ້ອງ​ຕ້ອງ​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ຄົ້ນ​ຄ້ວ​າ​ຊອກ​ຫາ​ວິ­ທີ​ແກ້​ໄຂ​ປະ­ກົດ​ການ​ໄພ​ວ່າງ​ງານ ປັບ­ປຸງ​ດ້ານ​ທັດ­ສະ­ນະ ແລະ ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຄະ­ນະ​ພັກ ໃນ​ການ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ແລະ ເພີ່ມ​ທະ­ວີ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ­ຫງົບ ຕ້ອງ​ສືບ­ຕໍ່​ສະ­ກັດ​ກັ້ນ ແລະ ດຳ­ເນີນ​ການ​ແກ້​ໄຂ​ບັນ­ດາ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ຢ່າງ​ເລິກ­ເຊິ່ງ ແລະ ເດັດ­ຂາດ.

ຄຳ​ສັ່ງ​ເລກ​ທີ 09 ກົມ​ການ­ເມືອງ​ສູນ​ກາງ​ພັກ ເພີ່ນບໍ່ໃຊ້ແລ້ວ, ເພີ່ນອອກຄຳສັ່ງ 03 ກົມການເມືອງສູນກາງພັກແທນແລ້ວ, ແຕ່ສື່ຍັງນຳມາລົງຂ່າວວ່າອີງໃສ່ 09 ຄືເກົ່າຢູ່, ແບບນີ້ຈະເຮັດໃຫ້ສັງຄົມສັບສົນກັບນິຕິກຳສອງສະບັບນັ້ນຈະເອົາອັນໃດແທ້ລະຫວ່າງ 09/ກມສພ ແລະ 03ກມສພ,

 03/ກມສພ ລົງແຕ່ວັນທີ່ 30/ພຶດສະພາ/11 ເປັນເວລາ 3 ເດືອນແລ້ວຍັງບໍ່ເຜີຍແຜ່ທົວເຖິງ ແມ່ນແຕ່ສື່ມວນຊົນທີ່ເປັນກະບອກສຽງ ແລະ ເປັນເຄື່ອງມືຂອງພັກແທ້ໆກໍ່ຍັງບໍ່ຮູ້ເທື່ອ ກໍລະນີແບບນີ້ຖືວ່າຂາດຄວາມຮັບຜິດຊອບຫຼືບໍ່?

ສຳລັບຂ້ອຍຄິດວ່າຂາດຄວາມຮັບຜິດຊອບທັງສອງ ແລະ ກໍ່ບໍ່ໜ້າຈະເກີດຂຶ້ນເລີຍ

ຄຳສັ່ງ 03/ກມສພ http://www.kplnet.net/lao/record/June%20o6/03.06.2011/dnl%204.htm

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ຜ່ານມາລັຖະບານໄດ້ສູມໃສ່ປະຕິບັດຕາມແນວທາງນະໂຍບາຍຂອງພັກວ່າງອອກເພື່ອເລັ່ງແກ້ໄຂບັນຫາຕ່າງໆໃຫ້ສຳເລັດຕາມຈຸດໝາຍ

ທີ່ໄດ້ກຳນົດໄວ້,ໃນນັ້ນບາງຈຸດພົ້ນເດັ່ນຄືພາກລັດໄດ້ເລີ່ມສຳຫຼວດການເພີ່ມເງິນອຸດໜຸນໃຫ້ພະນັກງານຜູ້ທີ່ປະຈຳການຢູ່ເຂດຫ່າງໄກຊອກຫຼີກ 30%,40%, 50% ຂອງເງິນເດຶອນຕາມເງຶ່ອນໄຂ,ກຽມເພີ່ມດັດສະນີເງິນເດຶອນພະນັກງານ-ລັຖະກອນຈາກ 3.000 ມາເປັນ 3.500 ກີບຕໍ່ດັດສະນີ,ນະໂຍບາຍກວດພະຍາດ ແລະ ປິ່ນປົວບໍ່ເສຍຄ່າຕໍ່ແມ່ມານ ແລະ ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ແລະ ຈະເລີມປະຕິບັດໃນງວດທີ່  / ຂອງສົກງົບປະມານ 2011-2012

ແຕ່ເຖິງຢ່າງໃດກໍ່ຕາມຖ້າເບິ່ງໄປອີກດ້ານໜຶ່ງແລ້ວການເຮັດວຽກຂອງລັຖະບານຍັງມີບາງດ້ານຍັງສັກຊ້າ,ບໍ່ມີມາຕຕະການ,ແຜນການ ແລະ ກຳນົດເວລາໃນການປະຕິບັດທີ່ຮັດກຸມເຊັ່ນ:

ການຈັດຕັ້ງປະຕິບັດມະຕິຕົງລົງເລກທີ່ 03/ລບ(ລັຖະບານ) ລົງວັນທີ່ 16/03/11 ກ່ຽວກັບ​ທິດ​ທາງ ​ແລະ ວິທີ​ການ​ແກ້​ໄຂ​ບັນຫາ ​ຊາວ​ຕ່າງປະ​ເທດ ທີ່​ມາ​ທຳມາຫາກິນ,ຄ້າຂາຍ,ອອກ​ແຮງ​ງານ​ຮັບຈ້າງ​ຢູ່ ສ​ປປ ລາວ ແລະ ຄຳສັ່ງແນະນຳເລກທີ່ 03/ກມສພ ລົງວັນທີ່ 30/ ພຶດສະພາ /11 ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ,ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ.

+ ການ​ແກ້​ໄຂ​ບັນຫາ ​ຊາວ​ຕ່າງປະ​ເທດ ທີ່​ມາ​ ທຳມາຫາກິນ,ຄ້າຂາຍ ແລະອອກ​ແຮງ​ງານ​ຮັບຈ້າງ​ຢູ່ ສ​ປປ ລາວ.

+ ຕອບ​ສະໜອງ​ທຶນ (​ເປັນ​ເງິນ, ​ເປັນ​ສັດລ້ຽງ, ​ແນວ​ພັນ​ພືດ ຫລື ວັດຖຸ​ອື່ນໆ) ​ໂດຍ​ມີ​ການ​ອະທິບາຍ​ແນະນຳ​ໃຫ້​ລະອຽດ​ຈະ​ແຈ້ງ ກ່ຽວ​ກັບ​ວິທີ​ການ​ນຳ​ໃຊ້​ຄຸ້ມ​ຄອງ, ​ແຕ່​ບໍ່​ມີ​ເງື່ອນ​ໄຂ​ຜູກ​ມັດ​ຫລາຍ.

+ ​ໃຫ້​ຈັດ​ສັນພື້ນທີ່​ທຳ​ການ​ຜະລິດ ​ແລະ ຕັ້ງຖິ່ນ​ຖານ​ພູມລຳ​ເນົາ​ຄົງ​ທີ່ ​ໃຫ້​ແກ່​ປະຊາຊົນ, ກ່ອນ​ອື່ນ​ແມ່ນ​ຜູ້​ບໍ່​ມີ​ບ່ອນ​ທຳ​ມາ​ຫາ​ກິນ ​ແລະ ບໍ່​ມີ​ຖິ່ນຖານ​ຖາວອນ, ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ພັດທະນາ​ຕ່າງໆ ຜູ້​ທີ່​ເຮັດ​ໄຮ່​ເລື່ອນລອຍ, ຜູ້​ທີ່​ປະສົບ​ກັບ​ໄພພິບັດ​ທາງ​ທຳ​ມະ​ຊາດ ​ແລະ ອື່ນໆ ​ເພື່ອ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ສະພາບ​ການ​ເຄື່ອນ​ຍ້າຍ​ແບບ​ຊະຊາຍ ຂອງ​ພົນລະ​ເມືອງ​ໃຫ້​ຕົກ​ໄປ ​ໃຫ້​ປະຊາຊົນ​ມີ​ຄວາມ​ອຸ່ນ​ອ່ຽງ ​ໃນ​ການ​ທຳ​ມາ​ຫາ​ກິນ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ສ້າງ​ຄວາມຢູ່​ດີ​ກິນ​ດີ ​ໃຫ້​ແກ່​ຄອບຄົວ ບົນ​ພື້ນຖານ​ການ​ມີ​ດິນ​ເປັນ​ຂອງ​ຕົນ​ເອງ....

ເຊິ່ງນະໂຍບາຍດັ່ງກ່າວໄດ້ກຳນົດຊັດເຈນໃນມະຕິ 03 ຂອງລັຖະບານ ແລະ ຄຳສັ່່ງ 03 ກົມການເມືອງສູນກາງພັກ, ປະຈຸບັນກໍ່ຄົບວລະ 6 ເດືອນ, 3 ເດືອນແລ້ວ ແຕ່ຍັງບໍ່ທັນມີຄວາມຄືບໜ້າໃດໆເລີຍ ແລະ ທ່ານ ນາຍົກກໍ່ບໍ່ອອກມາຖະແຫຼງຕໍ່ສື່ມວນຊົນເພື່ອຊີ້ແຈງໃຫ້ປະຊາຊົນຊາບວ່າ: ມາຮອດປະຈຸບັນລັຖະບານໄດ້ເລີ່ມລົງມືຫຍັງແດ່ແລ້ວ?,ຍັງຄາບັນຫາໃດແດ່?,ຈະສືບຕໍ່ປະຕິບັດໃຫ້ເກີດຜົນໃນໄລຍະໃດ? ແລະ ຈະໃຊ້ມາດຕະການອັນໃດມາຂັບເຄື່ອນ?. ທັ້ງໆທີ່ສິ່ງກ່າວມາເປັນບັນຫາສຳຄັນກວ່າເລື່ອງເງິນເດືອນຂອງພະນັກງານ-ລັຖະກອນ ເພາະວ່າຖ້າເຮົາໄປເນັ້ນທີ່ຈຸດເງິນເດຶອນນັ້ນກ່ອນ, ບໍ່ເບິ່ງເບື້ອງຊີວິດຈິງຂອງປະຊາຊົນຈະເຮັດໃຫ້ລາຍຈ່າຍເພີ່ມຂຶ້ນ ແຕ່ລາຍຮັບເທົ່າເດີມເພາະລາຍຮັບຂອງປະຊາຊົນຍັງເທົ່າເດີມ(ບໍ່ຖືກກະຕຸ້ນ).

            ປະຈຸບັນບາງທ້ອງຖິ່ນຍັງບໍ່ທັນໄດ້ຮັບເອກະສານເຫຼົ່ານັ້ນຊ້ຳເປັນຕົ້ນຢູ່ເມືອງວຽງທອງແຂວງບໍລິຄຳໄຊ. ຜ່ານການໃຫ້ສຳພາດຂອງບັນດາທ່ານທີ່ມີການປະຕິບັດວຽກງານກ່ຽວພັນກັບເອກສານສອງສະບັບດັ່ງກ່າວໃນວັນທີ່ 31 ສິງຫາ 2011ນີ້ຕ່າງຄົນກໍ່ເວົ້າຄືກັນ.

ທ່ານ ບົວໄລ ຫົວໜ້າຫ້ອງການຊົນນະບົດເມືອງວຽງທອງ ແຂວງບໍລິຄຳໄຊ ກ່າວ ວ່າ: ເອກະສານຄຳສັ່ງ 03/ກມສພ ພວກເຮົາຍັງບໍ່ເຫັນເທຶ່່ອ,ທາງສາຍຕັ້ງ ກໍ່ບໍ່ເຫັນເວົ້າເຖິງ 03/ກມສພ ເລີຍ,ການເຮັດວຽກໃນປະຈຸບັນແມ່ນອີງໃສ່ຄຳສັ່ງເພີ່ມເຕີມເລກທີ່ 3/ນຍ ລົວວັນທີ່ 09/06/2008 ກ່ຽວກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນະ ແລະ ດຳລັດ 285/ນຍ ວ່າດ້ວຍມາດຕະຖານຄວາມທຸກຍາ ແລະ ມາຕະຖານພັດທະນາ(ເຊິ່ງເປັນສະໄໝລັຖະບານຂອງທ່ານ  ບົວສອນ ບຸຜາວັນ).

 

ທ່ານ ຄຳສີບານທະວົງໄຊ ຫົວໜ້າຫ້ອງການແຮງງານສະຫວັດດີການສັງຄົມເມືອງກໍ່ເວົ້າວ່າ: ມະຕິ 03/ລບ ນັ້ນຍັງບໍ່ເຄີຍເຫັນເລີຍ,ໃນວັນທີ່ 23-24/06/2011 ຜ່ານນີ້ກໍ່ໄດ້ສົ່ງວິຊາການເຂົ້າຝຶກອົບຮົມກ່ຽວກັບການກວດກາແຮງານ ເຊິ່ງຈັດຂຶ້ນທີ່ປາກຊັນ(ບໍລິຄຳໄຊ) ກໍ່ບໍ່ໄດ້ພາດຫົວຂໍ້ເຖິງມະຕິ 03/ລບ ເລີຍ, ຜ່ານມາການເຮັດວຽກທີ່ກ່ຽວພັນກັບຄົນຕ່າງປະເທດແມ່ນອີງໃສ່ 5418/ຮສສ ແລະ ເອກະສານອຶ່ນຈຳນວນໜຶ່ງ.

ທ່ານ ພິມ ແກ້ວໄຊຍະວົງ ຮອງໜ່ວຍງານປ້ອງກັນພາຍໃນເມືອງວຽງທອງ ແຈ້ງວ່າ:

ໃນ 6 ເດຶອນຕົ້ນປີ 2011 ມີຊາວຕ່າງປະເທດເຂົ້າມາເມືອງວຽງທອງທັງໝົດ 555 ຄົນ,ຍິງ 32 ຄົນ ສ່ວນໃຫຍ່ສັນຊາດຫວຽດນາມ,ຈີນ ແລະ ອາເມລິກາເຊື້ອຊາດລາວຈຳນວນໜຶ່ງ,ຈຸດປະສົງສ່ວນໃຫຍ່ແມ່ນມາອອກແຮງງານ,ທຳທຸລະກິດຄ້າຂາຍ ແລະ ຍ້ຽມຢາມຍາດພີ່ນ້ອງ.

ເມື່ອຖາມວ່າ: ການຄຸ້ມຄອງຄົນຕ່າງປະເທດເປັນໄປຕາມມະຕິ 03/ລບ ຫຼືບໍ່?

ທ່ານຕອບວ່າ:ຜ່ານມາແມ່ນໄດ້ໝູນໃຊ້ລະບຽບຫຼັກການທີ່ກະຊວງ ແລະ ແຂວງວາງອອກໂດຍອີງສະພາບເປັນຈິງຂອງເມືອງ ແລະ ນະໂຍບາຍພິເສດຂອງປະເທດເພຶ່ອນບ້ານທີ່ມີຊາຍແດນຕິດຈອດກັນ,ສ່ວນມະຕິ  03/ລບ​  (2011)ຍັງບໍ່ທັນແຈ້ງມາຮອດ.

ຈາກນິຕິກຳ ແລະ ສະພາບການຈັດຕັ້ງປະຕິບັດດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ: ການທຳງານຂອງລັຖະບານຊັກຊ້າ,ບໍ່ມີມາດຕະການອັນແນ່ນອນ ແລະ ຮັດກຸມ,ຫາກຍັງເປັນແບບນີ້ ການປະຕິບັດມະຕິ 09 ທີ່ພັກປະຊາຊົນປະຕິວັດລາວວາງອອກໃນ 5 ປີຕໍ່ໜ້າ 2015 ໃຫ້ປະກົດເປັນຈິ່ງທຸກຢ່າງນັ້ນຍັງຢູ່ໄກສຸດຂອບຟ້າບໍ່ທັນມອງເຫັນແມ່ນແຕ່ເງົາ.

ສະນັ້ນ ເພື່ອບັນລຸຕາມຄາດໝາຍ 2015 ໃຫ້ເປັນຈິງຈິ່ງຂໍຮ້ອງມາຍັງລັຖະບານຈົ່ງເລັ່ງມືຊີແຈງ,ເຊື່ອມຊຶມບັນດານິຕິກຳຕ່າງໆທີ່ພັກ,ລັຖະບານວາງອອກນັ້ນໃຫ້ທົ່ວເຖິງທຸກໂຂງເຂດ,ທ້ອງຖິ່ນ ແລະ ພ້ອມທັງເລັ່ງຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຮູບປະທຳຕົວຈິງເທຶ່ອລະກ້າວໂດຍໄວຄື: ບັນລຸລວມຍອດ​ມູນ​ຄ່າ​ຜະລິດ​ຕະພັນ (GDP) ​ເພີ່ມຂຶ້ນ 8% ຂຶ້ນ​ໄປ​ໃນ​ແຕ່ລະ​ປີ,ສະ​ເລ່ຍຕໍ່​ຫົວ​ຄົນ​ 1.700 ​ ໂດ​ລາ​ສະຫະລັດ,ທຸກ​ຍາກ​ຍັງ​ເຫລືອ​ບໍ່​ເກີນ 10% ,ບັນລຸ​ເປົ້າຫມາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ (MDGs),ພົນ​ເມືອງ​ສ່ວນ​ໃຫຍ່ ມີ​ລະດັບ​ການ​ສຶກສາ​ຈົບ​ມັດທະ​ຍົມ​ຕອນ​ຕົ້ນ ​ແລະ ມີ​ອາຍຸ​ຍືນ​ສະ​ເລ່ຍ 68,3 ປີ,ຄົງ​ຄຸນຄ່າ​ອັນ​ດີງາມ ແລະ ສາມາດ​ເຂົ້າ​ຮ່ວມ​ໃນ​ຂະ​ບວນວິວັດ​​ແຫ່ງການ​ເຊື່ອມໂຍງ​ພາກ​ພື້ນ ​ແລະ ສາກົນ ​ໄດ້​ຢ່າງ​ເປັນ​ເຈົ້າ​ການໃຫ້ສົມກັບຄຳເວົ້າທີ່ວ່າ: ບຸກທະລຸ 4 ດ້ານ.​

 

 

ຂຽຍໂດຍ: ພັນທະຫົວໃຈ

ຜິດພາດປະການໃດເພື່ອນໆຢ່າລືມສົ່ງຂ່າວມາໄດ້ດ້ວຍຄຳເຫັນ,ຂໍ້ຄວາມຫຼັງໄມ

 ຫຼື salak200@sanook.com

ຂໍໃຊ້ສິດຕາມກົດໝາຍສື່ມວນຊົນ:

 

ມາຕາທີ່ 15:

ພົນລະເມືອງລາວມີສິດເສລີພາບໃນການປະກອບຄຳຄິດຄຳເຫັນຜ່ານສື່ມວນຊົນກ່ຽວກັບ:

1. ການສ້າງ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ,

ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນແຜນງົບປະມານແຫ່ງລັດ.

2. ທັດສະນະຕໍ່ສະພາບການພາຍໃນ ແລະ ຕ່າງປະເທດ.

3. ການຕຳນິຕິຊົມແບບສ້າງສັນຕໍ່ບຸກຄົນ ແລະ ການຈັດຕັ້ງ,

 

ມະຕິ 03/ລບ ແລະ ຄຳສັ່ງ 03/ກມສພ ເປັນເອກະສານທີ່ລະບຸແຜນງາຍລາຍລະອຽດຄົບຖ້ວນ,ເໝາະແກ່ການສຶກສາຄົ້ນຄ້ວາ ແລະ ນຳໄປຈັດຕັ້ງປະຕິບັດໃນທຸກໂຂງເຂດວຽກງານ,ຕະລອດຮອດການດຳລົງຊີວິດປະຈຳວັນ,ເປັນບອ່ນອີງໃຫ້ພວກເຮົາເພື່ອກວດກາການທຳງານຂອງລລັຖະບານ

ຫາກທ່ານໃດຕ້ອງການເຮົາຈະແຈກໃຫ້ລ້າໆ ຫຼືກົດເອົາຕາມລີ້ງລຸ່ມນີ້:

ມະຕິ 03/ລບ http://www.kplnet.net/lao/record/April%20o4.2011/5.4.2011/dnl%206.htm

ຄຳສັ່ງ 03/ກມສພ http://www.kplnet.net/lao/record/June%20o6/03.06.2011/dnl%204.htm

ມະຕິ IX http://www.kplnet.net/lao/record/march%2003.2011/22.3.2011/dnl%203.htm

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 

ທ່ານນາຍົກລັດຖະມົນຕີ ​ເນັ້ນໃຫ້ເຈົ້າໜ້າທີ່​​ ເອົາ​ໃຈ​ໃສ່ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້

* (ຂປລ): ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 2 ກັນຍາ 2011, ທ່ານ ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ​ໄດ້​ເປັນກຽດພົບ​ປະ ​ໂອ້​ລົມ​ຕົວ​ແທນ​ເຈົ້າໜ້າທີ່​ຕຳ ຫລວດ​ທົ່ວ​ປະ​ເທດ ​ໃຫ້​ເອົາໃຈ​ໃສ່​ສືບຕໍ່ການຕ້ານ, ສະກັດ​ກັ້ນ ແລະ ແກ້​ໄຂບັນຫາ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມ ​ເປັນຕົ້ນ: ​ເພີ່ມ​ທະວີ​ການ​ລົງ​ກໍ່ສ້າງ​ຮາກ​ ຖານ​ການ​ເມືອງ ​ແລະ ພັດທະນາ​ຊົນນະບົດ​ຮອບດ້ານ ຕາມ 4 ​ເນື້ອ​ໃນ 4 ຄາດໝາຍຂອງ​ພັກ ​ໂດຍ​ທຸກ​ພາກສ່ວນ​ຕ້ອງ​ເພີ່ມ​ທະວີ​ການ​ສຶກສາ​ອົບຮົມ​ແຕ່ລະຄົນ, ​ແຕ່​ລະ​ຄອບຄົວ, ​ແຕ່​ລະຊັ້ນຄົນ ລວມ​ເຖິງ​ຫົວໜ່ວຍການ​ຜະລິດ, ທຸລະ​ກິດ, ​ໂຮງຮຽນ,​ແລະ ​ໂຮງຈັກ​ໂຮງງານ ​ໃຫ້​ຊາບ​ຊຶມ​ກຳ​ແໜ້ນ​ແນວທາງ ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ ​ແລະ ລະບຽບກົດໝາຍຂອງ​ລັດ​ຢ່າງ​ທົ່ວ​ເຖິງ.

​ທ່ານໄດ້ກ່າວວ່າ: ເຈົ້າໜ້າທີ່​ຕຳຫລວດ ຕ້ອງ​ເປັນ​ເຈົ້າການ​ໃນ​ວຽກງານ ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕໍ່​ເນື້ອງ, ອະທິບາຍ​ຊີ້​ແຈງ ​ໃຫ້​ປະຊາຊົນ​ໄດ້​ຮັບ​ຊາບ ​ເຖິງ​ໄພ​ອັນຕະ ລາຍ​ຂອງ​ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ ​ແລະ ການ​ຈຳກັດ​ແກ້​ໄຂ, ບັນຫາ​ອຸບັດເຫດ ​ແລະ ບັນຫາ​ຍໍ້​ທໍ້​ອື່ນໆ. ​ໃຫ້​ ສືບຕໍ່ຄົ້ນ​ຄວ້າ​ອອກ​ລະບຽບການ​ຄຸ້ມ​ຄອງ​ແຮງ​ງານ, ຄຸ້ມ​ຄອງ​ຜູ້​ປະກອບ​ການ​ ຂອງ​ນັກທຸລະກິດ​ຕ່າງປະ​ເທດ ໃນ​ກິດຈະກຳ​ຄ້າຂາຍ ບໍລິການ​ຕ່າງໆ​ໃຫ້​ເຂັ້ມງວດ ​ແລະ ມີ​ປະສິດທິ​ຜົນ​ຕົວ​ຈິງ, ປັບປຸງ​ລະບຽບການ​ຄຸ້ມ​ຄອງ​ເຮືອນພັກ, ​ໂຮງ​ແຮມ, ຮ້ານ​ບັນ​ເທີ​ງ, ບ່ອນ​ຫລິ້ນ​ເກ​ມ, ຮ້ານ​ຂາຍ​ແຜ່ນ​ຊີ​ດີ ​ແລະ ອື່ນໆ ຊຶ່ງ​ເປັນສາ​ເຫດ​ ໃຫ້​ໄວໜຸມມົ້ວ​ສຸມ​ຢາ, ຄ້າຂາຍ ​ແລະ ​ເສບ​ຢາ​ເສບ​ຕິດ, ​ໂສ​ເພນີ, ປຸ້ນ​ຈີ້, ຂີ້ລັກ, ກຸ່ມ​ແກ້ງ​ອັນ​ຕະພານ​ກວນ​ເມືອງ ​ໃຫ້​ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ດີກ​ວ່າ​ເກົ່າ. ​ເອົາ​ໃຈ​ໃສ່​ແກ້​ໄຂ​ໄພ​ຫວ່າງ​ງານ, ສ້າງ​​ໂຮງຮຽນ​ວິຊາ​ຊີບ ​ເພື່ອ​ພັດ ທະນາ​ສື​ມື​ແຮງ​ງານ, ຍົກ​ສູງ​ຄວາມ​ຮັບຜິດ​ໃຫ້​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ ໃນການຕ້ານສະກັດ​ກັ້ນ ​ແລະ ແກ້​ໄຂ ບັນຫາ​ປະກົດ​ການ​ຫຍໍ້​ທໍ້​ໃນ​ສັງຄົມຢ່າງ​ເດັດຂາດ​ ເປັນຕົ້ນ ​ແມ່ນ​ບັນຫາ​ພຶດຕິ​ກຳ​ທີ່​ບໍ່ດີ, ການ​ສວຍ​ໃຊ້ໜ້າທີ່​ຕຳ​ແໜ່ງ, ການ​ສໍ້​ລາດ​ບັງ​ຫລວງ, ​ແກ້​ໄຂ​ພວກ​ປຸ້ນ​ຈີ້, ລັກ​ຊັບ​ພົນລະ​ເມືອງ, ກຸ່ມ​ແຂ່ງ​ລົດ​ກວນ​ເມືອງ, ຕົ້ມ​ຕຸ​໋ນ, ຄ້າ ຂາຍ​ເຖື່ອນ ​ແລະ ອື່ນໆ. ​ນອກ​ນີ້ ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ປ່າ​ໄມ້​ໃຫຍ່, ປ່າ​ສະ ຫງວນ ​ແລະ ຢຸດຕິ​ການ​ຂຸດ​ຄົ້ນ​ເຄື່ອນ​ຍ້າຍ​ໄມ້ ​ໂດຍ​ສະ​ເພາະ ​ແມ່ນ​ໄມ້​ປະ​ເພດ​ຫວງ​ຫ້າມ​ຢ່າງ​ຊິ້ນ​ເຊີງ ​ແລະ ດຳ​ເນີນ​ຄະດີ​ຢ່າງ​ເຂັ້ມງວດ​ຕໍ່ຜູ້​ລະ​ເມີດ ລວມ​ທັງ​ ພະນັກງານ​ທີ່​ມີ​ສວ່ນກ່ຽວຂ້ອງ ​ໃນ​ເຫດການ​ດັ່ງກ່າວ.

ທ່ານ​ນາຍົກລັດຖະມົນຕີ ຍັງ​ໄດ້​ຢ້ຳ​ໃຫ້​ເຈົ້າໜ້າທີ່​ເອົາ​ໃຈ​ໃສ່​ກວດກາ ​ແລະ ​ແກ້​ໄຂ​ການ​ລັກລອບ​ນຳ​ເຂົ້າ​ລົດ​ເຖື່ອນ, ລວມທັງ​ຮ້ານ​ສ້ອມ​ແປງ​ທີ່​ມີ​ສ່ວນ​ພົວພັນ ລົດ​ເຖື່ອນ, ປະຕິບັດ​ໂຄງການ​ຫລຸດຜ່ອນ​ອຸບັດເຫດ ​ໃຫ້​ມີ​ປະສິດທິ​ຜົນ, ປັບປຸງ​ລະບຽບການ​ສັນຈອນ, ປ້າຍ​ເຕືອນ​ຕ່າງໆ, ​ໄຟ​ອຳນາດ ​ແລະ ການ​ລະບາຍ ​ລົດ​ໃຫ້​ຖືກ ຕ້ອງ, ​​ໃນ​ຂະນະ​ດຽວກັນ ​ເຈົ້າໜ້າທີ່​ຈະລາຈອນ ຕ້ອງ​ມີ​ຄວາມສັດຊື່​ ແລະ ອົດທົນ ​​ໃນ​ການ​ບໍລິການ​ປະຊາຊົນ. ສິ່ງທີ່​ຕ້ອງ​ເອົາ​ໃຈ​ໃສ່​ອີກອັນໜຶ່ງ ​ແມ່ນ​ໃຫ້​ເລັ່ງ​ແກ້​ໄຂ ​ແລະ ຢຸດຕິ​ຢ່າງ​ຊິ້ນ​ເຊີງ ຕໍ່ການ​ຂຸດ​ຄົ້ນ​ແຮ່-ຄຳ​ຕົກ​ຂ້ອນ​ຊະຊາຍ, ການ​ຊື້ຂາຍ ​ແລະ ຈັບຈອງບຸກ​ເບີກ​ທີ່​ດິນບໍ່ຖືກຕ້ອງ, ​ເຂັ້ມງວດ​ໃນ​ ການ​ຄຸ້ມ​ຄອງ​ຄົນ​ຕ່າງປະ​ເທດ, ລວມທັງ​ພົນລະ​ເມືອງ​ລາວ ທີ່​ເຄື່ອນຍ້າຍ​ຖິ່ນ​ຖານ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ. ທຸກ​ປະກົດ​ການ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນ ມອບ​ໃຫ້​ເຈົ້າໜ້າ ທີ່​ດຳ​ເນີນ​ການ ​ຕາມ​ຫລັກ​ວິຊາ​ສະ​ເພາະ ​ຕາມ​ຂັ້ນຕອນຂອງ​ກົດໝາຍ, ຫາກ​ພົບ​ເຫັນການ​ປະຕິ ບັດໜ້າທີ່​ບໍ່ຖືກຕ້ອງ​ຕາມ​ຂັ້ນຕອນ​, ບໍ່​ເປັນ​ທຳ ກໍ​ສາມາດ​ອຸ ທອນ​ໄດ້ ຫລື ກວດກາ​ຄືນ​ໃໝ່ ຫາກ​ພົບ​ເຫັນ​ຄວາມ​ຜິດ ຫລື ພຶດຕິ​ກຳ​ບໍ່​ໂປ່​ງ​ໃສ​ຂອງ​ເຈົ້າໜ້າທີ່ ກໍ​ສາມາດ​ດຳ​ເນີນ​ຄະດີ​ຕາມ​ຄວາມ​ເປັນ​ຈິງ.

ທ່ານນາຍົກລັດຖະມົນຕີ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຕື່ມ​ວ່າ:ປະກົດ​ການ​ຫຍໍ້​ທໍ້​ໄດ້​ເກີດ​ຂຶ້ນຢ່າງ​ພາວະ​ວິ​ໄສ ຕາມ​ກົດ​ເກນ​ການ​ຂະຫຍາຍຕົວ​ ຂອງ​ເສດຖະກິດ​ຕະຫລາດ ທີ່​ສັງຄົມ​ຫລີກ​ລຽງບໍ່​ໄດ້, ພ້ອມ​ນັ້ນ ກໍ​ມີ​ກຸ່ມ​ຄົນ​ບໍ່ດີ​ເຄື່ອນ​ໄຫວ​ດ້ວຍ​ຫລາຍ​ຮູບ​ການ ​ໂດຍ​ສະ​ເພາະ​ການ​ລັກລອບ​ຄ້າຂາຍຢາ​ເສບ​ຕິດ, ກໍ່ອາດຊະຍາ​ກຳ ​ແລະ ການນຳ​ເອົາ​ວັດທະນະທຳ​ຕາ​ເວັນ​ຕົກ ​ເຂົ້າ​ມາ​ໃນ​ປະ​ເທດ​ເຮົາ ອັນ​ໄດ້​ກໍ່​ໃຫ້​ເກີດ​ປະກົດ​ການ​ຫຍໍ້​ທໍ້​ຫລາຍ​ດ້ານ ​ໃນ​ສັງຄົມ​ລາວ​ ປະຈຸ​ບັນ ຊຶ່ງ ​ພັກ-ລັດຖະບານ ​ໄດ້​ແກ້​ໄຂ​ຢ່າງ​​ເດັດຂາດ ​ແລະ ຕໍ່​ເນື່ອງ, ຖ້າວ່າ​ເຈົ້າໜ້າທີ່ ບໍ່​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ ​ແລະ ມາດ​ຕະການ​ທີ່​ເດັດຂາດ ກໍ​ຈະ​ສົງ​ຜົນ​ກະທົບ​ ​ແລະ ​ເປັນ​ອຸປະສັກ ຕໍ່ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ ​ໃນ​ສະ​ເພາະໜ້າ ​ແລະ ຍາວ​ນານ./.

ຂໍມູນ http://www.kplnet.net/lao/news/dnl%200.htm

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຍົກ​ເວັ້ນວີ​ຊາສຳລັບ ພົນລະ​ເມືອງ​ທີ່​ຖື​ໜັງສືຜ່ານ​ແດນ​ທຳ​ມະ​ດາ ລະຫວ່າງ ​ສປປ ລາວ ​ແລະ ສ ອິນ​ໂດ​ເນ​ເຊຍ

*(ຂປລ) ສັນຍາ ລັດຖະບານ ສປປ ລາວ ​ແລະ ລັດຖະບານ ສ ອິນ​ໂດ​ເນ​ເຊຍ ວ່າດ້ວຍ ການ​ຍົກ​ເວັ້ນວີ​ຊາ​ສຳລັບ​ຜູ້ ທີ່​ຖື​ໜັງສື ຜ່ານ​ແດນ​ທຳ​ມະ​ດາ ​ແລະ ຈະ​ມີຜົນ​ສັກສິດ ​ເລີ່​ມ​ແຕ່ 23 ກັນຍາ 2011​ເປັນຕົ້ນ​ໄປ.

ສະນັ້ນ, ​ເລີ່​ມ​ແຕ່ ວັນ​ທີ 23 ກັນຍາ 2011 ​ເປັນຕົ້ນ​ໄປ ພົນລະ​ເມືອງ​ລາວ ທີ່​ຖື​ໜັງສືຜ່ານ​ແດນ ທຳ​ມະ​ດາ​ມີ​ອາຍຸ​ນຳ​ໃຊ້ ​ແຕ່ 6 ​ເດືອນ​ຂື້ນ​ໄປ ສາມາດ​ເດີນທາງ​ເຂົ້າ, ຜ່ານ ​ແລະ ພັກ​ເຊົ່າ​ຢູ່ປະ​ເທດ​ອິນ​ໂດ​ເນ​ເຊຍ ພາຍ​ໃນ 30 ວັນ​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ວີ​ຊ່າ

ຂໍ້ມູນ http://www.kplnet.net

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

*(ຂປລ): ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ (ຄພລຕ)

ໄດ້ຈັດກອງ ປະຊຸມຄົບ ຄະນະຄັ້ງທີ 5 ຂຶ້ນທີ່ກະຊວງການຕ່າງປະເທດ ນະຄອນ

ຫລວງວຽງຈັນ. ໃນວັນທີ 6 ກໍລະກົດ 2011 ໂດຍໄດ້ມີການແລກປ່ຽນຄຳຄິດເຫັນກ່ຽວກັບການ ຈັດຕັ້ງປະຕິບັດວຽກງານ

ພົວ ພັນຄົນເຊື້ອຊາດລາວຢູ່ຕ່າງປະ

ເທດ ໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2011.

ພ້ອມນີ້ກໍໄດ້ປະກອບຄຳຄິດເຫັນໃສ່ຮ່າງແຜນ

ຍຸດທະ ສາດໄລຍະ 5 ປີ(2011-2015) ກ່ຽວກັບວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ

ບາງວຽກສຳຄັນຈຳນວນໜຶ່ງໃນຕໍ່ໜ້າ ແນໃສ່

ອຳນວຍ ຄວາມສະດວກ ໃຫ້ພີ່ນ້ອງຊາວລາວເຮົາ ຢູ່ຕ່າງປະເທດ.

ພ້ອມທັງຜູ້ເກີດໃໝ່ໃຫຍ່ລຸນໃຫ້ອວ່າຍໜ້າກັບຄືນສຸ່ບ້ານເກີດເມືອງນອນ ປະກອບສ່ວນ ທາງດ້ານ ທຶນຮອນ,

ຄວາມຮູ້ ແລະ ສະຕິປັນຍາເຂົ້າໃນການສ້າງສາພັດທະນາ ປະເທດຊາດ.

 

ກອງປະຊຸມຄັ້ງນີ້ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກ ລັດຖະມົນຕີ,

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທັງເປັນ

ຜູ້ຊີ້ນຳ ຄພລຕ ຊຶ່ງ​ທີ່​ປະຊຸມ ຍັງໄດ້ເປັນ ເອກະພາບກັນສະເໜີລັດຖະບານ ໃຫ້ສ້າງນະໂຍບາຍສະເພາະຈຳນວນໜຶ່ງເຊັ່ນ:

ການເຂົ້າ-ອອກປະທດ, ການຢ້ຽມ

ຢາມຍາດຕິພີ່ນ້ອງ, ການນຳໃຊ້ທີ່ດິນ, ການແຕ່ງດອງ. ໃນບໍ່ດົນນີ້ລັດ ຖະບານກໍຈະອອກດຳລັດ

ວ່າດ້ວຍການຂໍມາຢູ່ ສປປ ລາວ ຢ່າງຖາວອນ ຂອງຄົນເຊື້ອ

ລາວຢູ່ຕ່າງປະ​ເທດ. ​ໂອກາດ​ນີ້ ທ່ານ ດຣ.ທອງລຸນ ສີສຸລິດ ກໍໄດ້ໂອ້ລົມຕໍ່ກອງປະຊຸມ

ເຊິ່ງໄດ້ສະແດງ ຄວາມຊົມເຊີຍຕໍ່ໝາກຜົນທີ່ຍາດມາໄດ້

ເຮັດໃຫ້ຊາວ

ຢູ່ຕ່າງປະເທດໄດ້ຮັບຮູ້ສະພາບຄວາມ ຈິງນັບມື້ນັບຫລາຍຂຶ້ນເປັນຕົ້ນ ການສ້າງສາພັດທະນາປະເທດ,

ບົດບາດອິດທິພົນຂອງລາວ ໃນເວທີສາກົນ ແລະ ພາກ

ພື້ນ. ທ່ານຍັງໄດ້ກ່າວຕື່ມອີກວ່າ ວຽກງານພົວພັນກັບຊາວລາວເຮົາຢູ່ຕ່າງປະເທດ ແມ່ນ

ມີຄວາມສຳຄັນຫລາຍ ​ແລະ ພັກ-​ລັດຖະບານໄດ້​ວາງນະໂຍບາຍ

ທີ່ຖືກຕ້ອງ, ສະນັ້ນຈຶ່ງສະເໜີໃຫ້ ຄະນະກຳມະການ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງປະສານງານ

ແລະ ຮ່ວມມືກັນ ເພື່ອປະຕິບັດ ແຜນຍຸດທະສາດ 5 ປີ

ຕໍ່ໜ້າໃຫ້ມີໝາກຜົນສູງ./.

ຂໍ້ມູນhttp://www.kplnet.net/lao/record/July%2007/06.07.2011/dnl%206.htm

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2011 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຮູບພາບໃນໜ້າປົກວາລະສານນີ້ສາມາດ

ບົ່ງບອກວ່າ: ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ສປປ ລາວກຳລັງປາໄສ

ໃນງານສຳຄັນ ແລະ  ມີແຂກ,ຜູ້ແທນທີ່ໄດ້ເຊີນເຂົ້າຢ່າງພ້ອມພຽງ

ໃນຄະນະທ່ານກຳລັງປາໄສ ແລະ ສັງເກດເບິ່ງບ່ອນໝາຍລູກສອນສີຂຽວ

ທ່ານຈູມມະລີ ໄຊຍະສອນ ປະທານປະເທດອີກຄົນ ປະກົດຕົວນັ່ງຮຽງກັບທ່ານ ທອງສິງ ທຳມະວົງ ນາຍົກ

 

ຮູບພາບນີ້

ຍັງບົ່ງບອກວ່າທ່ານຈູມມະລີ ໄຊຍະສອນ ປະທານປະເທດ ສປປລາວຄົນປະຈຸບັນສາມາດແຍກຮ່າງໄດ້

ເຊິ່ງເປັນທັງຜູ້ປາໄສ ແລະ ສາມາດມານັ່ງຟັງການປາໄສໃນເວລາອັນດຽວກັນໄດ້

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

 ໃນ​ສັງຄົມ​ບ້ານ​ເຮົາ​ການ​ນະ​ໂຍບາຍ​ຖື​ວ່າ​ເປັນ​ເລື່ອງ​ດີ,ມີ​ປະ​ໂຫຍ​ດຫຼວງຫຼາຍ​ຕໍ່ກັ​ການ​ປົກ​ຮັກສາ​ປະ​ເທດ​ຊາດ,ສ້າງ​ເສດ​ທະ​ກິດ ​ແລະ ຂະຫຍາຍ​ວັດທະນະທຳ​ສັງຄົມ​ໃນ​ປະ​ເທດ​ເຮົາ.

 

ດັ່ງນັ້ນ​:ໃນ​ໄລຍະ​ຜ່ານພັກ​ເຮົາ​ຈິງ​ຖື​ເອົາ​ວຽກ​ງານ​ນະ​ໂຍບາຍ​ເປັນ​ວຽກ​ງານ​ທີ່​ສຳຄັນ ແລະ ລະອຽດ​ອ່ອນທີ່​ສຸດ,ຖ້າ​​ເຮັດ​ວຽນະ​ໂບາຍ​ໄດ້​ດີ​,ຖືກຕ້ອງ​ ທຸກ​ຢ່າງ​ກໍ່​ຖື​ວ່າ​ໄປ​ໄດ້​ດີ ແຕ່​ກົງກັນຂ້າມ​ຖ້າ​ເຮັດ​ວຽກ​ນະ​ໂຍບາຍ​ບໍ່​ຖືກຕ້ອງ​ມັນ​ຈະ​ກາຍ​ເປັນ​ຂໍ້​ຂັດ​ແຍ່ງ​ຕ່າງ​ຕາມ​ມາ.

 

​​ທ່ານ​ທັງຫຼາຍກໍ່​ເຂົ້າ​ໃຈ​ເຖິງ​ດ້ານ​ດີ​ຂອງ​ການ​ນະ​ໂຍບາຍ ​ແຕ່​ຄຽງ​ຄູ່​ກັບ​ດ້ານ​ດີ​ນັ້ນການ​ນະ​ໂຍບາຍ​ກໍ່​ຍັງ​ມີ​ຈຸດ​ເສຍ​ບໍ່​ນ້ອຍ​ເກາະ​ຫ້ອຍ​ແອບ​ແຝງ​ຢູ່​ນຳ​ເຊິ່ງບາງ​ທ່ານ​ອາດ​ຄິດ​ບໍ່​ເຖິງ​ກໍ່​ເປັນ​ໄດ້.

ນັ້ນກໍ່​ຄື: ຜູ້​ທີ່​ຖື​ກນະ​ໂຍບາຍນັ້ນລ້ວນ​ແຕ່​ມີ​ການ​ປະພຶດ ຫຼື ເຄື່ອນ​ໄຫວຜິດພາດ​ຕໍ່​ລະບຽບ​ຫຼັການ,ຮີດຄອງປະເພນີ,ກົດໝາຍບ້ານເມືອງ ​ແລະ ອື່ນໆ​ຢ່າງ​ໃດ​ຢ່າງ​ໜຶ່ງ ຫຼື ບໍ່​ດັ່ງນັ້ນກໍ່​ເປັນ​ຄົນ​ອ່ອນ​ແອ,ອ່ອນ​ເພຍ​ບໍ່​ເຂັ້ມ​ແຂງ​ສົມ​ບຸນພຽງພໍ ທາງ​ດ້ານ​ຮ່າງກາຍ ​ແລະ ສະຕິ​ປັນຍາ.

 

​ເຊື່ອ​ວ່າການ​ຮັບ​ນະ​ໂຍບາຍ​ຈາກ​ຜູ້​ອື່ນນັ້ນມີ​ປະ​ໂຫຍ​ດສູງ ​ແຕ່​ມັນ​ກໍ່​ສະ​ແດງ​ໃຫ້​ຄົນ​ອື່ນ​ເຫັນ​ຢ່າງ​ຈະ​ແຈ້ງວ່າ​ຜູ້​ທີ່​ຖືກ​ນະ​ໂຍບາຍ​ຕ້ອງ​​ເປັນ​ຄົນອ່ອນ​ແອ​ດ້ານ​ໃດ​ດ້ານ​ໜຶ່ງ​ກວ່າ​ຜູ້​ທີ່​ໃຫ້ການ​ນະ​ໂຍບາຍຢູ່​ສະ​ເໝີ.

 

ນອກຈາກ​ນັ້ນບາງ​ກໍລະນີການ​ນະ​ໂຍບາຍຍັງ​ເປັນ​ການ​ຍຸຍົງ​ສົ່ງ​ເສີມ​ໃຫ້​ສັງຄົມ​ຖື​ເບົາ,ປະ​ມາດ​ເລີ່ນເລີ້,ຂາດ​ສະຕິ​ຕໍ່​ລະບຽບ​ຫຼັກການ,ຮີດຄອງ​ປະ​ເພນີ, ກ້າວໄປເຖິງການຜ່າຝຶນກົດໝາຍ​ບ້ານ​ເມືອງ...ອີກດ້ວຍ

 

ຫາກ​ພວກ​ເຮົາ​ຢາກ​ປ່ຽນ​ແປງ​ໄດ້​ເຮົາ​ຄວນ​ເລີ່​ມປ່ຽນ​ແຕ່​ຈຸດ​ນ້ອຍໆ​ທີ່​ທຸກ​ຄົນເຄີຍ​ພົບ​​ໃນ​ຊີວິດປະຈຳ​ວັນ​ສາກ່ອນເຊັ່ນ:

ການ​ຜິດ​ກົດ​ຈາລະ​ຈອນ, ການຜ່າ​ຝຶນລະບຽບ​ບ້ານ, ລະບຽບ​ທາງ​ການ, ການ​ປະກອບ​ເອກະສານ​ຕ່າງໆ ທີ່ເຄີຍນະໂຍບາຍກັນມາເປັນປະຈຳ ແລະ ຊ້ຳສາກກັນຫຼາຍເທື່ອນັ້ນໃຫ້ໝົດເທື່ອລະນ້ອຍ.

 

ບັນຫາ​ເວົ້າມາ ຫາກ​ເຮົາ​ເລີ່​ມປ່ຽນ​ຈາກ​ຈຸດ​ນີ້​ໄດ້​ອາດ​ກ້າວ​ໄປ​ເຖິງ​ການສ້າງຄວາມ​ເປັນ​ລະບຽບ​ຮຽບຮ້ອຍ,ສ້າງ​ຄວາມ​ເຂັ້ມ​ແຂງ​ ແລະ ຮອບຄອບ ໃຫ້ແກ່ກຸ່ມ​ຄົນໃນສັງຄົມພວກເຮົາ.

 

ບົດ​ນີ້ຂຽນ​ຂຶ້ນມາ​ຈາກ​ຄວາມ​ຜິດພາດ​ຂອງ​ຕົນ​ເອງ​ຄື: ຕອນ​ແລງ​ຂອງ​ວັນທີ່ 19.8.11ຜ່ານມາຂ້ອຍ​​ແລ່ນ​ເງິນ​ໃຫ້​ເຂົາ,​ເອກ​ະສານ​ຂອງ​ຂ້ອຍ​​ໄດ້ແປງ​ບ່ອນ​ໜຶ່ງ​,​ພາຍຫຼັງ​ໄດ້ເງິນ,ນັບ​ເງິນ​ແລ້ວ​ເສັດ​ເຂົາ​​ບອກ​ຂ້​ອຍ​ວ່າ: ​ເທື່ອ​ນີ້ນະ​ໂຍບາຍ​ເຈົ້າ​ເດີ່ ຖ້າ​ເປັນ​ຜູ້​ອື່ນ​ບໍ່​ໄດ້​ແທ້ໆ.

 

ຂ້ອຍ​ຮູ້ສຶກ​ເຈັບ​ໃຈ​ເຕັມທີກັບຄຳວ່າ: ນະໂຍບາຍ,ບໍ່ຕ່າງຫຍັງກັບເຂົາດ່າປັນຍາ​ອ່ອນ ແຕ່ຖືກຄວາມເຂົາ.

ຂ້ອຍຈິ່ງ​ມາ​ລະບາຍ​ສູ່​ທ່ານ​ຟັງ​ເພື່ອ​ເປັນ​ບົດຮຽນ​ນຳ​ກັນ.

 

ຂ້ອຍບໍ່ຢາກໄດ້ຍິນຄຳວ່າ: ນະໂຍບາຍອີກແລ້ວ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 

ດ້ວຍຄວາມສົນໃຈກ່ຽວກັບສື່ມວນຊົນ ຂ້ອຍຈິ່ງພະຍາຍາມຄົ້ນຫາຂໍ້ມູນຕ່າງໆທີ່ກ່ຽວພັນກັບສື່ ຈາກບັນດາເພຶ່ອນທຸກບ່ອນ, ໃນທີ່ສຸດກໍ່ມີເພື່ອນທີ່ຊື້: ດາວຕົກ (ດາວສະເດັດ)

ໄດ້ສົ່ງປື້ມມາໃຫ້ອ່ານຕັ້ງຫຼາຍຫົວ ແຕ່ອ່ານບໍ່ທັນຈົບເທື່ອເພາະມັນຫຼາຍໂພດ.

ໄດ້ອ່ານໃນປຶ້ມທີ່່ມີຊື່ວ່າ: ຄູ່ມືນັກຂາວ ເຊິ່ງຈັດພິມໂດຍສະຖາບັນສື່ມວນຊົນ ແລະ ວັດທະນະທຳ,ພີມລຳເລັດປີ 2009 

ອ່ານພົບບາງປະໂຫຍກໃນໜ້າທີ່ 1 ທີ່ອະທິບາຍຄວາມໝາຍກ່ຽວກັບສື່ວ່າ:

ສື່ມວນຊົນແມ່ນພາຫະນະປຸກລະດົມ, ໂຄສະນາລວມໝູ່, ຈັດຕັ້ງລວມໝູ, ເປັນເຄື່ອງມືຂອງພັກ-ລັດ ເພື່ອນຳພາ ມະຫາຊົນເປັນອາວຸທີ່ແຫລມຄົມໃນການຕໍ່ສູ້ຊົນຊັ້ນ, ໃນການຕ້ານສັດຕູ ແລະ ກໍ່ສ້າງຊີວິດໃໝ່,.

ຄັນ​ເຮົາ​ແປ​ຕາມ​ປະ​ໂຫຍ​ກຄື: ເປັນເຄື່ອງມືຂອງພັກ-ລັດ ເພື່ອນຳພາ ມະຫາຊົນເປັນອາວຸທີ່ແຫລມຄົມໃນການຕໍ່ສູ້ຊົນຊັ້ນ,  

ກໍ່​ຖື​ວ່າ​ມີ່​ແຕ່​(ພັກ​ ແລະ ລັດ​)ເທົ່າ​ນັ້ນທີ່ສາມາດ​ນຳ​ໃຊ້​ເຄື່ອງມື​ເຫຼົ່ານີ້​ໄດ້,ສ່ວນ​ປະຊາຊົນ​(ມະ​ຫາ​ຊົນ)ກໍ່​ບໍ່​ສາມາດນຳ​ໃຊ້​ໄດ້​ເພາະ​ສື່ບໍ່​ແມ່​ນເຄື່ອງມື​ຂອງ​​ປະຊາຊົນ.

​​​​ແຕ່​ເຮົາ​ມາ​ເບິ່ງ​ກົດໝາຍ​ສື່​ມວນ​ຊົນ 4 ມາ​ຕານນີ້ລຸ່ມ​ແລ້ວ​ເຫັນ​ວ່າ​ປະຊາຊົນພົນລະ​ເມືອງ​ລາວ​ກໍ່​ສາມາດ​ນຳ​ໃຊ້​ສື່​ໄດ້.

ສຳລັບທ່ານເຂົ້າໃຈແນວໃດ?ມັນຂັດກັນຫຼືບໍ່?

ມາດຕາ 14.   ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ລາວ​ດ້ານ​ ສື່​ມວນ​ຊົນ.

     ພົນລະ​ເມືອງ​ລາວ​ມີ​ສິດ​ເສລີພາບ ດ້ານ​ສື່​ມວນ​ຊົນ​ດ້ວຍ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ, ສະ​ແດງ​ທັດສະນະ​ທີ່​ບໍ່ຂັດ​ກັບ​ລະບຽບກົດໝາຍ, ສິດຜົນປະ​ໂຫຍ​ດຂອງ​ຊາດ, ຂອງ​ປະຊາຊົນ ແລະ ການ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ກ່ຽວກັບ​ສະພາບ​ການ​ພາຍ​ໃນ ແລະ ຕ່າງປະ​ເທດ, ສາລະ​ຄວາມ​ຮູ້, ສາລະ​ບັນ​ເທີ​ງ ​ແລະ ບັນຫາ​ອື່ນໆທີ່​ເປັນ​ປະ​ໂຫຍ​ດ.

ມາດຕາ 15. ສິດ​ເສລີພາບ​ຂອງ​ຜົນລະ​ເມື​ອງລາວ ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ.

        ພົນລະ​ເມືອງ​ລາວ​ມີ​ສິດ​ເສລີພາບ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ​ກ່ຽວ​ກັບ :

<!--ການ​ສ້າງ ​ແລະ ຈັດຕັ້ງປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບກົດໝາຍຂອງ​ລັດ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ.

<!-ທັດສະນະ​ຕໍ່ສະພາບ​ການ​ພາຍ​ໃນ ແລະ ຕ່າງປະ​ເທດ.

<!--ການ​ຕຳ​ນິຕິ​ຊົມ​ແບບ​ສ້າງສັນ ຕໍ່ບຸກຄົນ ​ແລະ ການຈັດຕັ້ງ.

ມາດຕາ 16. ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ລາວ ກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ.

       ພົນລະ​ເມືອງ​ລາວ​ ​ມີ​ສິດ​ເສລີ​ພາບ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ​ຜ່ານ​ສື່​ມວນ​ຊົນ​ດັ່ງນີ້ :

<!--ເຂົ້າເຖິງ ແລະ ໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບສະພາບການພາຍໃນ ແລະ ຕ່າງປະເທດ, ສາລະຄວາມຮູ້, ສາລະບັນເທີງ ແລະ ອື່ນໆ.

<!-ສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນຢ່າງຖືກຕ້ອງ, ຊັດເຈນ, ທັນການ ແລະ ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບ ເນື້ອໃນຂໍ້ມູນຂ່າວສານນັ້ນ.

ມາດຕາ 17. ປະຕິບັດສິດເສລີພາບຂອງພົນລະເມືອງລາວ.

       ພົນລະເມືອງລາວໄດ້ຮັບການປະຕິບັດສິດເສລີພາບ ຂອງຕົນຜ່ານສື່ມວນຊົນ ດ້ວຍການລົງ ຫລື ກະຈາຍ ຂ່າວ, ບົດ, ຄຳເຫັນ, ກະຈາຍພາບ, ຕອບຂໍ້ສະເໜີ, ຂໍ້ຂ້ອງໃຈຂອງຕົນໂດຍສື່ມວນຊົນເອງ ຫລື ການຈັດຕັ້ງ ແລະ ບຸກຄົນທີ່ກ່ຽວຂ້ອງ. ໃນ​ກໍລະນີ​ທີ່​ບໍ່ສາມາດ​ລົງ​ພິມ, ກະຈາຍ ຫລື ຕອບ​ໄດ້​ນັ້ນ ສື່​ມວນ​ຊົນ​ຕ້ອງ​ແຈ້ງ​ເຫດຜົນ​ໃຫ້​ພົນລະ​ເມືອງ​ຮັບ​ຊາຍ​ຢ່າງ​ເປັນ​ທາງ​ການ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

1.​ເປັນ​ຫຍັງ​ຈິ່ງ​ວິຈານ?

      ອາດ​ເປັນ​ນຳ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້ອຍ​ຕໍ່​ກັບ​ຄຳ​ວ່າ: ວິຈານ ແຕກ​ຕ່າງ​ຈາກ​ຄົນ​ອື່ນ.

ຕອນ​ຂ້ອຍ​ຮຽນ​ (ມ3) ອາຈານ​ຖາມ​ສໍ້​ຂ້ອຍວ່າ: ​ເປົ້າໝາຍ​ຂອງ​ການ​ວິຈານ​ແມ່ນ​ຫຍັງ?​ແຕ່​ທຸກ​ຄົນ​ໃນ​ຫ້ອງ​ 26 ຄົນໃຜໆກໍ່​ຕອບ​ບໍ່​ໄດ້​ ຈົນ​ເພີ່ນ​ໄດ້​ສະ​ເລີຍ​ຄຳ​ຖາມ​ເອງ,​ເພີ່ນ​ບອກ​ວ່າ: ວິຈານ​ສິ່ງ​ທີ່​ກ້າ​ໜ້າ ​ແລະ ຫຼ້າຫຼັງ ຫຼື ວິຈານ​ສິ່ງທີ່​ຖຶກຕ້ອງ ​ແລະ ຜິດພາດ ຫຼື ວິຈານ​ສີ່​ງດີ ແລະ ຊົ່ວ.

ຄຳ ​ວ່າ: ວິຈານ ເພີ່ນບອກ​ວ່າ​ບໍ່​ແມ່ນ​ຄຳ​ສັບ​ທີ່​ຊົ່ວ​ຮ້າຍ ຫຼື ວ່າ​ບໍ່​ດີ​ແຕ່​ປະການ​ໃດ ຫຼື ໜ້າລ້າງກຽດຢ້ານກົວແຕ່ຢ່າງໃດເລີຍ,​ມັນ​ໝາຍ​ເຖິງ​ການ​ຊ່ອງ​ແສງ​​ເຫດ​ຫານນັ້ນ​ເອງ,​ເຊິ່ງປະ​ກອບ​ດ້ວຍ​ການ​ອະທິບາຍ,ພິສູດ ​ແລະ ວິ​ເຄາະ...

ຈາກ​ນັ້ນມາ​ຂ້ອຍ​ເຂົ້າ​ໃຈ​ວ່າ​ເປັນ​ຄຳ​ສັບ​ທຳມະ​ດາ​ໃຊ້​ໄດ້ທົ່ວ​ໄປ.

2. ເປັນຫຍັງ​​ຈິ່ງ​ຟຸ່ງ​ເປົ້າ​ໄປ​ທີ່​ສື່ ?

​-     ສື່ ​ແມ່ນຕົວ​ແບບ​ຂອງ​ສັງຄົມ,ສື່​ເປັນ​ຜູ້​ອອກ​ໜ້າ​ກ່ອນໝູ່​ໃນ​ສັງຄົມ,ສື່​ເປັນ​ຜູ້​ເວົ້າ,​ເປັນ​ຜູ້ສັ່ງສອນ,​ເປັນ​ຫູ​ເປນຕາ​ໃຫ້​ສັງຄົມ,(ຮູ້​ທຸກ​ບັນຫາ,ຍິນ​ທຸກ​ສຽງ​ສະທ້ອນ ແລະ ​ເຫັນ​ທຸກ​ເຫດການ) ,ສື່​ເປັນ​ທັງ​ຜູ້​ອອກ​ໜ້າ,​ເປັນ​ທັງ​ຜູ້​ກວດກາ ​ແລະ ​ເປັນ​ທັງ​ຜູ້​ສະຫຼຸບ.

-     ກ່ອນ​ຈະ​ຕຳ​ນິຄົນ​ອື່ນ ກ່ອນ​ອື່ນ​ໝົດ​ເຮົາຕ້ອງ​ຕຳນິ​ິຜູ້ທີ່ເປັນຕົວ​ແບບ​ນຳພາ​ສາກ່ອນ,ຖ້າ​ຜູ້​ເປັນ​ຕົວ​ແບບ​ນຳພາ​ເຮັດ​ບໍ່​ໄດ້​ຄົນ​ອື່ນ​ເຂົາ​ກໍ່​ຈະ​ບໍ່​ເຊື່ອ​ຟັງ ​ແລະ ບໍ່​ປະຕິບັດ​ຕາມ.

-     ສື່ ກໍ່​ເປັນ​ມະນຸດ(ຄົນ)ຄົນກິນ​ເຂົ້າຄື​ກັນ​ກັບພວກ​ເຮົາ,ສາມາດ​ເກີດ​ຂໍ້​ຜິ ດ​ພາດ​ໄດ້ສະ​ເໝີ​ຄື​ກັນ​ກັບ​ພວກ​ເຮົາ ​ແລະ ຄວາມ​ຜິດພາດ​ນັ້ນຫາກ​ພວກ​ເຮົາ​ບໍ່​ທັກ​ທ້ວງ​​ ເຂົາ​ກໍ່​ບໍ່​ຮູ້​ຈຸດ​ຜິດ(ບູຮານ​ເວົ້າວ່າ​ຂີ້ໝິນໝໍ້​ຕິ​ດໜ້າ​ພາກຕົນ​ເອງ ຄັນ​ຜູ້​ອື່ນ​ບໍ່​ບອກ​ກໍ່​ບໍ່​ຮູ້).

3. ເປັນ​ຫຍັງ​ວິຈານ​ບໍ່​ຄົບ,​ເນັ່ນທີ່​ຈຸດ​ຜິດພາດ​ຫຼາຍ​ກວ່າ?

-     ​ເບື້ອງຜົນງານ​ຂອງ​ສື່​ນັ້ນ​ເຮົາ​ເຄີຍ​ຮູ້,​ເຄີຍເຫັນ ແລະ ​ເຄີຍ​ຝັງແລ້ວ ຈາກ​ການ​ເບິ່ງ​ໂທລະພາບ,ຟັງ​ວິທະຍຸ ​ແລະ ໜັງສື​ພີ​ມຕ່າງໆ..​ແຕ່​ດ້ານ​ອ່ອນ,ຂໍ້ຄົງຄ້າງ ​ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ຂອງ​ສື່ນັ້ນ ບໍ່ຄ່ອຍ​ເຫັນ​ສື່​ຍົກ​ມາ ຫຼື ຍົກ​ມາ​ກໍ່​ຍັງ​ບໍ່​ໄຈ້​ແຍກ​ເຖິງ​ບັນຫາ,ປະກົດ​ການ

-     ​ດ້ານ​ຜົນງານ​ເຖິງ​ວ່າ​ສຳຄັນ​ຫຼາຍ​ກໍ່​ຈິງ ​ແຕ່​ມັນ​ກໍ່​ບໍ່​ແມ່ນ​ເລື່ອງອັນຕະລາຍ​ເປັນຕາ​ຍຂອງ​ຊີວິດ​ມະນຸດ​ເຮົາ​,ສ່ວນຄວາມ​ຜິດພາດມັນເປັນ​ບົດຮຽນ​ຊີວິດ(​ບາງ​ທິດ​ສະ​ດີບ​ອກວ່າ: ຄວາມ​ຜິດພາດ​ຄື​ຄວາມ​ຕາຍ)

-     ຖ້າ​ຍົກ​ດ້ານ​ຜົນງານ​ຂອງ​ສື່ໃນ​ທີ່​ພັນ​ລາວ ມັນ​ອາດ​ຊ້ຳ​ກັນ​ກັບ​ບັນດາ​ສື່​ອື່ນ,​ບົດ​ຈະ​ຍາວ ​ແລະ ຄຳ​ຄານ​ແກ່​ຜູ້​ອ່ານ.

(ນີ້ເປັນເຫດຜົນສ່ວນຕົວຂອງຜູ້ຂຽນເທົ່ານັ້ນ ສ່ວນທ່ານອື່ນມີເຫດຜົນແນວໃດກໍ່ເພີ່ມເຕີມດ້ວຍນະ ຂໍຂອບໃຈ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ວັນທີ່ 13 ສິງຫາ ເປັນວັນສ້າງແນວລາວສ້າງຊາດ

ແລະ ວັນສື່ມວນຊົນລາວ ໃນປີ 2011 ນີ້ຄົບຮອບ 61 ປີ,

ບັນດາທ່ານທັງຫຼາຍກໍ່ຄົງຈະປະຕິບັດຕາມເຄີຍທຸກໆປີ

ຄື:ການຟັງປະຖະກະຖາເລົ່າມູນເຊື໊ອຂອງວັນດັ່ງກ່າວ.

ແຕ່ຢາກຖາມບັນດາທ່ານກ່ຽວກັບມູນເຊື້ອຂອງແນວລາວສ້າງຊາດເທົ່ານັ້ນ:

 

1. ໄລຍະປີໃດທີ່ແນວລາວສ້າງຊາດຖືກວິກການ

ຫຼື ເອີ້ນວ່າມີຄວາມຫຍຸ້ງຍາກສັບສົນກວ່າໄລຍະອື່ນໆ?

 

2. ເນື້ອໃນເອກະສານທີ່ນຳມາປະຖະກະຖາໃນປີນີ້ຄົງຈະເປັນເນຶ້ອໃນອັນດຽວກັນ,

 

ເອກະພາບກັນທົ່ວປະເທດ,ນັບແຕ່ສູນກາງຮອດທ້ອງຖິ່ນ,

ໃນນັ້ນມີບ່ອນໜຶ່ງ(ປະມານວ່າສອງແຖວຂອງເຈ້ຍອ່າ 4 )ຜິດ ແລະ ຄວນປັບປຸງໃໝ່

 

ຢາກຖາມວ່າ:

 

ທ່ານເຫັນເຫັນບ່ອນທີ່ຜິດຂອງເນຶ້ອໃນເອກກະສານນັ້ນບໍ່?ຈົ່ງບອກບ່ອນຜິດນັ້ນມາເບິ່ງ?

 

( ໝາຍວ່າເນື້ອໃນບ່ອນທີ່ຄວນປັບປຸງ ຫຼື ປ່ຽນແປງ)?

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ທລະພາບກອງທັບບົກຊ່ອງ 7 ຂອງໄທລາຍງານຂ່າວໃນຕອນທ່ຽງຂອງວັນທີ່ 9 ສິງຫາ 2011ນີ້ວ່າ:
 
ເຮືອບັນທຸກເຮືອບິນສູ້ຮົບຂອງມາເມລິກາທີ່ມີຊື່ວ່າ: (ຈອຊວໍຊິງຕັ່ນ)
 
ເຊິ່ງເປັນເຮືອບັນທຸກເຮືອນບິນທີ່ໃຫຍ່ທີ່ສຸດໃນໂລກ,ສາມມາດບັນຈຸເຮືອບິນສູ້ຮົບທີ່ທັນສະໄໝຕ່າງໆໄດ້ເຖິງຮ້ອຍກວ່າລຳ
 
ໄດ້ບັນທຸກເຮືອບິນສູ້ຮົບພ້ອມອຸປະກອນສົງຄາມຕ່າງໆ ມາຈອດທຽບທ່າຂອງໄທເປັນຄັ້ງປະຫວັດສາດ ແລະ
 
ອ້າງວ່າມາເພື່ອຢ້ຽມຢາມມິຕະພາບກັບໄທ,ຫຼັງຈາກນັ້ນຈະໄປປະຈຳການທີ່ຍີ່ປຸ່ນ.
 
ເຊິ່ງໝາຍຄວາມວ່າອາເມລິກາສ້າງຖານທັບເພີ່ມຂຶ້ນອີກ 1 ແຫ່ງໃນອາຊີ
 
ເບິ່ງແລ້ວເໝືອນກັບວ່າອາເມລິກາກຳລັງສົ່ງສັນຍານໃດໜຶ່ງທີ່ບໍ່ມີຄວາມປອດໄພມາໃຫ້ຊາວອາຊີ ແລະ
 
ເປັນການຂົ່ມຂູ່ຊາວອາຊີຫຼາຍກວ່າຈຸດປະສົງອື່ນ.

ຊາວອາຊີເຮົາ ແລະ ຊາວໂລກຜູ້ຮັກສັນຕິພາບມີຂໍ້ຄິດເຫັນແນວໃດຕໍ່ປະກົດການນີ້?.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

 

ກົດໝາຍ​ສື່​ມວນ​ຊົນ ອອກ ​ເມື່ອ​ວັນ​ທີ່ 25 ກໍລະກົດ 2008 ລວມມີ XI ໝວດ ​ແລະ 67 ມາ​ຕາ ​ມາ​ຮອດ​ປະຈຸ​ບັນ​ຫາກໍ່​ຄົບຮອບ 3 ປີ​ເມື່ອ​ວັນ​ທີ່ 25 ກໍລະກົດ 2011 ຜ່ານ​ມາ ​ເຖິງວ່າ​ກົດໝາຍ​ສະບັບ​ນີ້ມີ​ອາຍຸ 3 ປີ​ແລ້ວ​ກໍ່​ຈິງ ​ແຕ່ມັນ​ກໍ່ບໍ່​ໄດ້​ສ້າງ​ຜົນ​ງານ​ທີ່​ເປັນປະ​ໂຫຍ​ດໂດດ​ເດັ່ນ​ໄປ​ຈາກ​ເດີມ​ກ່ອນ​ກົດໝາຍ​ສະບັບ​ນີ້ບໍ່​ທັນ​​ອອກ​ມາ​ຄື 2008 ຄືນ​ຫຼັງ. ອັນ​ເນື່ອງ​ມາ​ຈາກ​ການ​ໂຄສະນາ​ເຜີຍ​ກົດໝາຍ​ຂອງ​ບັນດາ​ສື່​ຕ່າງໆບໍ່​ທັນ​ກວ້າງຂວາງ,​ເລິກ​​ເຊິ່ງ​ເຖິງ​ຖອງ.

ມວນ​ຊົນ​ລາວອາດ​ບໍ່​ເຂົ້າ​ໃຈ​ຊ້ຳ​ວ່າ​ກົດໝາຍສື່​ມວນ​ຊົນ​ນີ້​ແມ່ນ​ເປັນ​ແນວ​ໃດ?,ປົກ​ປ້ອງ​ໃຜ?,ນຳ​ໃຊ້ແນວ​ໃດ?ຫາກ​ຄິດ​ເປັນ​ສ່ວນ​ຮ້ອຍ​ກໍ່​ຖື​ວ່າ​ນ້ອຍ​ທີ່​ສຸດ,ບໍ່​ວ່າ​ແຕ່​ທົ່ວ​ສັງຄົມ​ເທົ່າ​ນັ້ນ​ ຖ້າ​ມີ​ການ​ສຳ​ຫຼວດຕົວ​ຈິງ​ສະ​ເພາະ​ຢູ່​ໃນວົງ​ການ​ສື່​ເອງ​ກໍ່​ອາດ​ບໍ່​ເຂົ້າ​ໃຈ​ເລິກ​ເຊິ່ງ​ຮອດ 50% ກໍ່​ເປັນ​ໄດ້. ເຊິ່ງມັນ​ໄດ້​ສະ​ແດງ​ອອກ​ຢູ່​ບ່ອນ​ວ່າຄວາມ​ຮູ້ສຶກ​ຂອງມ​ວນຊົນ​ໃນ​​ລາວບໍ່​ມີ​ການ​ປ່ຽນ​ແປງ​ໄປ​ຈາກ​ເດີມ,ຍັງ​ເໝືອນ​ເດີມ,ບໍ່​ສົນ​ໃຈ​ຕໍ່​ສື່​ມວນ​ຊົນ​ເລີຍ,ບໍ່ຕິດຕາມ​ຂ່າວ​ຄາວ​ເຫດ​ບ້ານ​ການ​ເມືອງ​ເທົ່າ​ທີ່​ຄວນ,ບໍ່ເປັນ​ເຈົ້າການ​ແຈ້ງ​ຂໍ້​ມູນ​ຂ່າວສານ​ຜ່ານ​ສື່,​ເຮັດ​ໃຫ້​ບັນດາ​​ເຫດ​ການ​ຕ່າ​ງໆທີ່​ເກີດ​ຂຶ້ນ​ໃນ​ສັງຄົມລາວ​ບໍ່​ໄດ້​ນຳ​ມາສະ​ເໜີ​ຜ່ານ​ສື່​ໃຫ້​ຄົບ​ຖ້ວນ,ຊັດ​ເຈັນ ແລະ  ທັນ​ເຫດການ.

ອີກ​ອັນ​ໜຶ່ງ​​ໄລຍະ​ຜ່ານ​ມາບັນດາ​ສື່​ທຸກ​ສຳນັກບໍ່​ວ່າ​ວິທະຍຸ,​ໂທລະພາບ,ໜັງສື​ພີ​ມ ບໍ່​ຄ່ອຍ​ເຫັນ​​ນຳ​ສະ​ເໜີກົດໝາຍ​ສະບັບ​ນີ້​​ເພື່ອ​ໃຫ້​ສັງຄົມ​ໄດ້​ເຊື່ອ​ຊືມທັ້ງທີ່ຕົນ​ເອງ​ເປັນ​ເຈົ້າການ ແລະ ມີ​ຄວາມ​ພ້ອມ​ທີ່​ສຸດ.ສ່ວນ​ໃຫຍ່​ເຫັນ​ແຕ່​ໂຄສະ​ນາ​ສິນຄ້າ.​ແມ່ນ​ແຕ່​ວັນ​ຄົບຮອບ 3 ປີ​ຂອງ​ກົດໝາຍ​ຕົວ​ເອງ​ກໍ່​ຍັງ​ບໍ່​ມີ​ສື່​ໃດໆອອກ​ມາສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ສັງຄົມ​ຕໍ່​ກົດໝາຍສື່,ໝາກຜົນ​ຂອງ​ກົດໝາຍທ່ີ​ສັງຄົມ​ໄດ້​ຮັບ​ພາຍຫຼັງ​ອອກ​ກົດໝາຍ​​ແລະ​ມີ​ການຈັດຕັ້ປະຕິບັດ​ມີ​ຄື​ແນວ​ໃດ?.

ນີ້ສະ​ແດງ​ເຖິງ​ຄວາມ​​ເຂົ້າ​ໃຈ​ຂອງ​ບັນດາ​ສື່​ຕໍ່​ກັບກົດໝາຍ​ສື່​ເອງ,ທັງ​ເປັນ​ການລະເລີງ​ຂາດ​ຄວາມ​ຮັບຜິດຊອບ​ຕໍ່​ໜ້າ​ທີ່ ໆ​ຕົນ​ໄດ້ຮັບ​ມອບ​ໝາຍ,ຫາກ​ວ່າ​ສື່​ໃນ​ນາມ​ທີ່​ເປັນ​ຕົວ​ແບບ,ເປັນນັກ​ສະ​ແດງ​ ​ແຕ່​ສະ​ແດງໂຕ​ແບບ​ນີ້​ແລ້ວ​ ຜູ້​ອື່ນ​ໃນ​ນາມ​ເປັນ​ຜູ້​ເບິ່ງ​ຜູ້​ຊົມ,ຜູ້​ຟັງ​ ​ແລະ ຜູ້​ປະຕິບັດ​ຕາມຈະ​ເປັນ​ແນວ​ໃດ?

 

ຂໍ​ຝາກ​ຄຳ​ຖາມ​ນີ້ກັບ​ບັນດາ​ທ່ານ​ຜູ້​ອ່ານ​ໂດຍ​ສະ​ເພາະ​ແມ່ນ​ສື່​ມວນ​ຊົນ​ລາວ​ຊ່ວຍ​ອອກ​ຄຳ​ເຫັນດ້ວຍ​ນະ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 7, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ກົດໝາຍ​ສະບັບ​ນີ້​ມີ 11 ໝວດ ແລະ 67 ມາຕາແຕ່ໃນນັ້ນ 4 ມາຕາເຫັນ​ວ່າ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ກັບ​ຊີ​ວິການ​ເຄື່ອນ​ໄຫວ​ຂອງ​ພວກ​ເຮົາ​ໃນ​ຍຸກ​ແຫ່ງ​ຂໍ້​ມູນ​ຂ່າ​ນສານ​ໄຮ້​ພົມ​ແດນ​ຄື​ປະຈຸ​ບັນ(ເອີ້ນວ່າຕັບບີຂອງກົດໝາຍສະບັບນີ້).

ກົດໝາຍ​ສະບັບ​ນີ້ບໍ່​ແມ່​ນປົກ​ປ້ອງ​ພຽງ​ແຕ່​ສື່​ມວນ​ຊົນ​ເທົ່າ​ນັ້ນ ​ແຕ່​ມັນ​ຍັງ​ປົກ​ປ້ອງ​ພົນລະ​ເມືອງ​ລາວ​ທຸກ​ຄົນ,ຜ່ານ​ມາຍ້ອນ​ພວກ​ເຮົາ​ບໍ່​ເຂົ້າ​ໃຈ​ເຖິງ​ກົດໝາຍ​ລະອຽດ ພວກ​ເຮົາ​ຈິງ​ຢ້ານ​ກົວ,ຢ້ານ​ແຕ່​ຜິດ​ກົດໝາຍ,ບໍ່​ກ້າ​ແຈ້ງ​ຂໍ້​ມູນ​ຂ່າວ​ຜ່ານ​ສື່,​ແມ່ນ​ແຕ່​ການ​ອອກ​ຄຳ​ເຫັນ​ ຫຼື ມີ​ເຫດການ​ເກີດ​ຂຶ້ນກໍ່​ບໍ່​ມີ​ໃຜ​ໂທ​ຫາ​ສື່​ເລີຍ,ບາດນີ້​ເຮົາ​ຄວນ​ເຂົ້າ​ໃຈ​ວ່າ​ສື່​ແມ່ນ​ທີ່​ເພີ່ງ​ຂອງ​ພວກ​ເຮົາ,ຫາກ​ມີ​ອັນ​ໃດ​ເກີດຂ​ຶ້ນຕ້ອງ​ໂທ​ຫາ​ສື່,ຖ້າ​ສື່​ບໍ່​ເຮັດ​ວຽກ​ ​ເຮົາ​ກໍ່​ສາມາດ​ຟ້ອງ​ສື່​ໄດ້​ຕາມມາ​ຕາ​ຕ່າງໆ​ໄດ້​ດ້ານ​ລຸ່ມນີ້ ເຊິ່ງເປັນໝາກຫົວໃຈຂອງກົດໝາຍສື່ທີ່ພົນລະເມືອງລາວຄວນຈຳ

ໝວດທີ III

ສິດ​ເສລີພາບ​ຂອງ​ຜົນລະ​ເມືອງ​ລາວ​ດ້ານ​ສື່​ມວນ​ຊົນ

ມາດຕາ 14.   ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ລາວ​ດ້ານ​ ສື່​ມວນ​ຊົນ.

     ພົນລະ​ເມືອງ​ລາວ​ມີ​ສິດ​ເສລີພາບ ດ້ານ​ສື່​ມວນ​ຊົນ​ດ້ວຍ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ, ສະ​ແດງ​ທັດສະນະ​ທີ່​ບໍ່ຂັດ​ກັບ​ລະບຽບກົດໝາຍ, ສິດຜົນປະ​ໂຫຍ​ດຂອງ​ຊາດ, ຂອງ​ປະຊາຊົນ ແລະ ການ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ກ່ຽວກັບ​ສະພາບ​ການ​ພາຍ​ໃນ ແລະ ຕ່າງປະ​ເທດ, ສາລະ​ຄວາມ​ຮູ້, ສາລະ​ບັນ​ເທີ​ງ ​ແລະ ບັນຫາ​ອື່ນໆທີ່​ເປັນ​ປະ​ໂຫຍ​ດ.

ມາດຕາ 15. ສິດ​ເສລີພາບ​ຂອງ​ຜົນລະ​ເມື​ອງລາວ ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ.

        ພົນລະ​ເມືອງ​ລາວ​ມີ​ສິດ​ເສລີພາບ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ຜ່ານ​ສື່​ມວນ​ຊົນ​ກ່ຽວ​ກັບ :

1.   ການ​ສ້າງ ​ແລະ ຈັດຕັ້ງປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບກົດໝາຍຂອງ​ລັດ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ.

2.   ທັດສະນະ​ຕໍ່ສະພາບ​ການ​ພາຍ​ໃນ ແລະ ຕ່າງປະ​ເທດ.

3.   ການ​ຕຳ​ນິຕິ​ຊົມ​ແບບ​ສ້າງສັນ ຕໍ່ບຸກຄົນ ​ແລະ ການຈັດຕັ້ງ.

ມາດຕາ 16. ສິດ​ເສລີພາບ​ຂອງ​ພົນລະ​ເມືອງ​ລາວ ກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ.

       ພົນລະ​ເມືອງ​ລາວ​ ​ມີ​ສິດ​ເສລີ​ພາບ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວສານ​ຜ່ານ​ສື່​ມວນ​ຊົນ​ດັ່ງນີ້ :

1.   ເຂົ້າເຖິງ ແລະ ໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບສະພາບການພາຍໃນ ແລະ ຕ່າງປະເທດ, ສາລະຄວາມຮູ້, ສາລະບັນເທີງ ແລະ ອື່ນໆ.

2.   ສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນຢ່າງຖືກຕ້ອງ, ຊັດເຈນ, ທັນການ ແລະ ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບ ເນື້ອໃນຂໍ້ມູນຂ່າວສານນັ້ນ.

ມາດຕາ 17. ປະຕິບັດສິດເສລີພາບຂອງພົນລະເມືອງລາວ.

       ພົນລະເມືອງລາວໄດ້ຮັບການປະຕິບັດສິດເສລີພາບ ຂອງຕົນຜ່ານສື່ມວນຊົນ ດ້ວຍການລົງ ຫລື ກະຈາຍ ຂ່າວ, ບົດ, ຄຳເຫັນ, ກະຈາຍພາບ, ຕອບຂໍ້ສະເໜີ, ຂໍ້ຂ້ອງໃຈຂອງຕົນໂດຍສື່ມວນຊົນເອງ ຫລື ການຈັດຕັ້ງ ແລະ ບຸກຄົນທີ່ກ່ຽວຂ້ອງ. ໃນ​ກໍລະນີ​ທີ່​ບໍ່ສາມາດ​ລົງ​ພິມ, ກະຈາຍ ຫລື ຕອບ​ໄດ້​ນັ້ນ ສື່​ມວນ​ຊົນ​ຕ້ອງ​ແຈ້ງ​ເຫດຜົນ​ໃຫ້​ພົນລະ​ເມືອງ​ຮັບ​ຊາຍ​ຢ່າງ​ເປັນ​ທາງ​ການ.

ອ່ານທັງໝົດຂອງກົດໝາຍສະບັບນີ້ໄດ້ທີ່

www.na.gov.la/docs/lao/laws/soc_cult/media121108.pdf

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 

ນິຍາມ​ຕົວ​ຈິງ​ຂອງ​ກົດໝາຍ​ເຮົາ​ເອງ​ກໍ່​ບໍ່​ຮູ້​ຄື​ກັນ ຫາກ​ໃຜ​ຮູ້​ກໍ່​ບອກ​ແດ່. ແຕ່​ເຮົາ​ເຂົ້າ​ໃຈ​ວ່າ: ກົດໝາຍ​ປຽບ​ເໝືອນ “​ຫ້ອງ​ນອນທີ່​ໄດ້​ມາ​ຕະຖານ” ໝາຍ​ຄວາມ​ວ່າຝາ​ຫ້ອງ​ຕ້ອງ​ແໜ້ນໜາ,ປະຕູ​ມີ​ໄລ​ກອນ​ສຳລັບ​ລັອກ,​ໃນ​ຫ້ອງ​ປະກອບ​ມີ​ເຄື່ອງ​ບ່ອນ​ນອນ​ຄົບ​ຊຸດ​ເຊັ່ນ: ຕຽງ​ນອນ,​ເຊື່ອ​ປູ,ຜ້າ​ປູ,ຜ້າ​ຫົ່ມ,ໜອນ​ໝູນ ແລະ ມຸ້ງ ຫາກ​ທ່ານ​ໃດ​ໄດ້​ເຂົ້າ​ໄປ​​ໃນ​ຫ້ອງ,ສຳ​ພັດ​ສິ່ງ​ເຫຼົ່ານັ້ນ​ແລ້ວ​ຈະ​ຮູ້ສຶກ​ສະບາຍ,ປອດ​ໄພ ​ແລະ ມີ​ຄວາມສຸກ​ທີ່​ສຸດ.

ໄລຍະ​ຜ່ານ​ມາ​ການ​ເຜີຍ​ແຜ່​ກົດໝາຍ​ຢູ່​ໃນ​ປະ​ເທດ​ລາວ​ເຮົາ​ຍັງ​ບໍ່​ທັນ​ກວ້າງຂວາງ,​ເລິກ​ເຊິ່ງ​ເຖິງ​ຖອງ ຈິ່ງ​ເຮັດ​ໃຫ້​ປະຊາຊົນ​ພວກ​ເຮົາ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ກົດໝາຍ​ບ້ານ​ເມືອງ,​ເຫັນ​ກົດໝາຍ​ເປັນ​ເລື່ອງ​ຄໍ​ຂາດ​ບາດຕາ​ຍ,​ກາຍ​ເປັນ​ສີ່​ງຢ້ານ​ກົວ ​ເຊິ່ງມັນ​ໄດ​ສະ​ແດ​ງອອກ​ຢູ່​ບ່ອນ​ວ່າ: ປະຊາຊົນ​ລາວ​ພວກ​ເຮົາ​ບໍ່​ກ້າ​ເຂົ້າ​ໃກ້,​ບໍ່​ກ້າແຕະຕ້ອງ​ສຳ​ພັດ​ກັບ​ກົດໝາຍ​ເລີຍ,​ເຮັດ​ໃຫ້​ພວກ​ເຮົາ​ຫ່າງ​ເຫີ​ນຈາກ​ກົດ​ໝາດ,ບໍ່​ສະ​ແວງ​ສຶກສາ​ຮຽນ​ຮູ້​ກ່ຽວ​ກັບ​ກົດໝາຍ ​ເມື່ອ​ເປັນເຊັ້ນນັ້ນຈິ່ງ​ເຮັດ​ໃຫ້​ພວກ​ທີ່ສວຍ​ໂອກາດ​ຫຼອກ​ລວງ,ສໍ້​ໂກງ,​ເອົາ​ລັດ​ເອົາ​ປຽບ ​ແລະ ສ້າງ​ຄວາມ​ບໍ່​ຍຸຕິ​ທຳ​ຢູ່​ໃນ​ສັງຄົມ​ລາວ​ຂອງ​ພວກ​ເຮົາ ​ເປັນຕົ້ນ​ແມ່ນ​ເກີດ​ມີ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ​ເພີ່ມ​ຂຶ້ນ​ເລື່ອຍໆ​ແຕ່​ໄກ້​ໄຂ​ບໍ່​ຕົກ.

ສະນັ້ນ: ມັນ​ເຖິງ​ເວລາ​ແລ້ວ​ທີ່​ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ໄດ້​ປ່ຽນ​ຄວາມ​ຮູ້ສຶກ​ອັນ​ເກົ່າ​ນັ້ນຫັນມາ​ໃຊ້​ຄວາມ​ຮູ້ສຶກ​ອັນ​ໃໝ່,ກົດໝາຍມັນ​ຄື: “​ຫ້ອງ​ນອນທີ່​ໄດ້​ມາ​ຕະຖານ” ດ້ວຍ​ການ​ເຂົ້າ​ໄປ​ສຳ​ພັກ​ກົດໝາຍ,​ສຶກສາ​ຮຽນ​ຮູ້​ກົດໝາຍ​​ ​ແລະ ນຳ​ໃຊ້ມັນໃຫ້​ຫຼາຍ​ຂຶ້ນ.

ຫາກພວກເ​ຮົາໝົດ​ທຸກ​ຄົນ​ໃນ​ສັງຄົມ​ ​​ເຮັດ​ໄດ້​ຄື​ແນວ​ນັ້ນ​ເຊື່ອ​ວ່າ ພວກ​ເຮົາຈະ​ຮູ້​ທັນ,ຮູ້​ກັນ,ຮູ້​ແກ້ ຕໍ່​ບັນຫາ​ບັນ​ຕ່າໆ​ທີ່​​ເກີດ​ຂຶ້ນກັບ​ພວກ​ເຮົາ​ໃນ​ໄລຍະ​ຜ່ານ​ມາ,ປະຈຸ​ບັນ ແລະ ​ໃນຕໍ່ໜ້າ.

​ເອົາລະ​ເວົ້າສ່ຳ​ນີ້ກ່ອນ ບົດ​ໜ້າ​ຈະ​ນຳ​ເອົາ​ກົດໝາ​ຍບາງ​ສະບັບ​ທີ່​ເຫັນ​ວ່າ​ສຳ​ຄັນຈຳ​ເປັນຕໍ່​ກັບ​ການ​ເຄື່ອນ​ໄຫວ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ພວກ​ເຮົາ​ມາສະ​ເໜີ.ໃຜຮູ້ອັນໃດກໍ່ນຳມາແລກກັນເນາະ?

ຂໍຂອບໃຈ

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2011 | ມີ 21 ຄຳເຫັນ ແລະ 0 trackback(s)

 

ຕອງ​ສະໜອງ​ຕາມ​ສຽງ​ໂຫວດ​ການ​ສຳ​ຫຼວດ​ໃນ​ພັນ​ລາວ​ກ່ຽວ​ກັບ​ການ​ຕັ້ງກຸ່ມ​ນັກ​ຂ່າວ​ສະມັກ​ຫຼີ້ນ​ໂດຍ​ສົມມຸດ ​ເຊິ່ງສຽງ​ໂຫວດ​ສ່ວນ​ໃຫຍ່​ແມ່ນ​ເຫັນ​ດີ​ສະ​ນັບ​ສະ​ໜຸນໃຫ້​ຕັ້ງກຸ່ມ,ສ່ວນ​ສຽງ​ໂຫວດ​ບໍ່​ເຫັນ​ດີ​ໃຫ້​ຕັ້ງກໍ່​ມີ​ສຽງ​ຂ້າງ​ນ້ອຍ​ເທົ່າໆ​ກັບ​ສຽງ​ໂຫວດ​ຕາມ​ໃຈ,ເຮົາໃສ່ຊື່ກຸ່ມນີ້ວ່າ:” ອິນຊີຂ່າວ” ຕາມຄຳແນະນຳຂອງເພື່ອນພັນລາວທ່ານໜຶ່ງ

ກຸ່ມ​ນັກ​ຂ່າວ​ສະມັກ​ຫຼີ້ນຂອງ​ພວກ​ເຮົາສ້າງ​ຂຶ້ນ​ເພື່ອ​ໃຫ້​ສະມະ​ຊິກໃນ​ກຸ່ມ​ໄດ້​ສຶກສາ​ຄົ້ນຄວ້າ​ແລກປ່ຽນ​ບົດຮຽນ​ດ້ານ​ສື່​ມວນ​ຊົນ​ທັງ​ພາຍ​ໃນ ແລະ ນອກ ​ເປັນຕົ້ນ: ບົດບາດ​ສື່​ມວນ​ຊົນ,ພາລະ​ສື່​ມວນ​ຊົນ,ຄວາມ​ພ້ອມກ່ອນ​ຈະ​ກ້າວ​ເຂົ້າສູ່​ວົງ​ການ​ສື່​ມວນ​ຊົນ,ຈັນ​ຍາ​ບັນ​ສື່​ມວນ​ຊົນ,ກົດໝາຍ​ສື່​ມວນ​ຊົນ.. ຈາກ​ນັ້ນກໍ່​ຈະ​ໄດ້​ທົດ​ລອງ​ສະ​ເໜີ​ຂ່າວ​ພາຍ​ໃນ​ກຸ່ມ(ວົງ​ແຄບໆ​ສາກ​ອ່ນ)ຫາກ​ເຫັນ​ວ່າ​ພໍ​ໄດ້ແລ້ວ​ກໍ່ສາມາດ​ສະ​ເໜີ​ຂ່າວ​ຕາມ​ສື່​ຕ່າງໆ​ຕາມ​ທີ່​ຕົນ​ເອງ​ມີເງື່ອນໄຂ​.

ນອກ​ນັ້ນສະມະ​ຊິກ​ຍັງ​ສາມາດ​ແລກປ່ຽນ​ບົດຮຽນ​ດ້ານ​ອື່ນ​ເຊັ່ນ:ວິທະຍາສາດ,ຊີວິດ​ວັທະນະ​ທຳ​...ເຊີ່ງ​ກັນ​ແລະ​ກັນ

      ອີກ​ຢ່າງ​ໜຶ່ງ​ກໍ່​ເປັນ​ການ​ເປີດ​ໂລກ​ເຊື່ອມ​ສຳ​ພັນ​ໃຫ້ມະນຸດ​ເຮົາ​ເຂົ້າ​ໃຈ​ກັນ​ຫຼາຍ​ຂຶ້ນກ່ອນ​ຈະ​ຈັບ​ມື​ກັນ​ກັນ​ກ້າວ​ໄປ​ຂ້າງ​ໜ້າຕາມ​ຍຸກ​ແຫ່ງ​ຂໍ​ມູນ​ຂ່າວສານ​ໄຮ້​ພົມ​ແດນ.

​# ເງຶ່​ອນ​ໄຂ​ຜູ້​ສະມັ

      ​​ບໍ່​ຈຳກັດ​ຕຳ​ແໜ່​ງ,ບໍ່​ຈຳກັດ​​ເພດ,​ໄວ,ຊົນ​ຊາດ​ຊົນ​ເຜົ່າ,ຊົນ​ຊັ້ນວັນນະ,​ເຊື້ອ​ຊາດ​ສາສໜາ,ສັນຊາດ ,ຖິ່ນ​ກຳ​ເນີ​ດ ​ແລະ ທີ່ຢູ່​ອາ​​ໄສຈະ​ເປັນ​ພາຍ​ໃນ ຫຼື ນອກ​ປະ​ເທດ ​ແຕ່​ຄວນ​ລະບຸ​ແຂວງ  ຫຼື ປະ​ເທດ​ໃຫ້​ຖືກຕ້ອງ​ເພາະວ່າ​ເພື່ອນໆ​ຈະ​ຖາມ​ຂໍ້​ມູນ​ບາງ​ຢ່າງທີ່ໃກ້​ຕົວ​ທ່ານ.

      ​ເປັນ​ຜູ້​ທີ່​ມັກ ​ແລະ ມີ​ຄວາມ​ສົນ​ໃຈ​ດ້ານ​ສື່​ມວນ​ຊົນ,ຂ່າວສານ​ບ້ານ​ເມືອງ ຫຼື ຢ່າງ​ນ້ອຍຕ້ອງ​​ເປັນ​ຄົນ​ມັກ​ອ່ານ,ມັກ​ຖາມ,ມັກ​ຕອບ,ສະ​ລອກ​ກອກຊອກຮູ້​ຊອກ​ເຫັນ(ຂີ້ດື້​ແບບ​ເຂົ້າທ່າຫັ່ນ​ນ່າ! ອິ..ອິ..ອິ..) ແລະ ​ເຂົ້າ​ໃຈ​ພາສາ​ລາວ​ເລັກ​ນ້ອຍ-​ໄປ​ຫາ​ຫຼາຍ​ຍິ່ງ​ດີ ...555

​-     ສະຖານ​ທີ່​ ​ແລະ ຊົວ​ໂມງ​ເຮັດ​ວຽກ​ບໍ່​ຈຳກັດ​ຕາມ​ໃຈ​ທີ່​ມັກ ​ແລະມີ​ຄວາມ​ສາມາດ ​ເຮັດ​ໄດ້

-     ພາຫະນະ​ຮັບ​ໃຊ້,ທີ່​ພັກ​ອາ​ໃສ​ ​ແລະ ອຸປະກອນ​ສື່​ມວນ​ຊົນ ແມ່ນກຸ້ມຕົນ​ເອງ(ຫຼື​ໃຊ້​ຕົວ​ຊ່ວຍ​ກໍ່​ດີ)

​-     ເງິນ​ເດຶອ​ນ,ເງິນອຸດໜຸນ​ເພີ່ມ​ໂມງ ​ແລະ ສະ​ວັດ​ດີກາ​ນຕ່າງໆ​ບໍ່​ຈຳກັດ​ ອະນຸ​ນາດຈ່າຍ​ຕາມ​ໃຈ​ມັກ​ ​ແລະ ​ເທົ່າທີ່ທ່ານຊອກຫາ​ມາ​ໄດ້.

-     ບໍ່​ຈຳກັດ​ເວລາ​ໃນ​ການ​ສະມັກ ຫຼື ລາອອກຈາກ​ກຸ່ມ ​ເງິນ​ ອຸດໜຸນ​ປີ​ການ​,ບຳ​ເນ​ດບຳນານ.. ໝັ່ນ​ຫາ​ຈີ່​ງ​ໄດ້

# ຂໍ້​ສຳຄັນ​ໃຫ້​ເຂົ້າ​ໃຈ​ວ່າ: “ ​ເຮົາ​ເປັນ​ນັກ​ຂ່າວ​ສະມັກ​ຫຼີ້ນ​ໂດຍ​ສົມມຸດ​ໃນ​ພັນ​ລາວ ”  ເທົ່າ​ນັ້ນ..ວ່າວ..

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ທລະພາບລາວຊ່ອງ 3 ລາວ(ທຊລ)ລາຍການຊີວິດວັດທະນະທຳເວລາປະມານ 20 ໂມງຂອງວັນທີ່ 01.ສິງຫາ 2011​ໄດ້ນຳສະເໜີຂ່າວກ່ຽວກັບພິທີຮັບຮອງກຸ່ມບ້ານວັທະນະທຳແຫ່ງທຳອິດຂອງເມືອງຈອມເພັດ,ແຂວງຫລວງພະບາງ

ພິທີດັ່ງກ່າວຈັດໄດ້ດີຫຼາຍ ແຕ່ມີຂໍ້ສັງເກດຢູ່ບ່ອນໜຶ່ງນັ້ນຄື: ບັນດາປ້າຍບ້ານຕ່າງໆທີ່ຈັບແຮ່ເຂົ້າສູ່ພິທີນັ້ນເປັນພື້ນສີແດງ,ຕົວໜັງສືສີຂາວ,ຂອບສີຂາວ

ບໍ່ຮູ້ວ່າຜິດ ຫຼື ຖືກ, ຮູ້ແຕ່ວ່າໃນຕອນເຊົ້າຂອງວັນດຽວກັນນີ້ ພະນັກງານວັດທະນະທຳເມືອງລົງເຜີນແຜ່ ແລະ ອອກອະນຸຍາດປ້າຍໃຫ້ປະຊາຊົນ ເພີ່ນບອກວ່າ:

-       ປ້າຍຂອງກອງທັບເປັນພື້ນສີແດງ,ຕົວໜັງສືສີຂາວ,ຂອບສີຂາວ

-       ປ້າຍຂອງລັດຝ່າຍປົກຄອງພື້ນສີຟ້າຕົວໜັງສືສີຂາວ,ຂອບສີຂາວ

-       ປ້າຍເອກຊົນພື້ນສີເຫຼືອງ,ຕົວໜັງສືສີແດງ,ຂອບສີແດງ

ພີ່ນຍັງເນັ້ນວ່າ: ນີ້ແມ່ນກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເປັນຜູ້ກຳນົດອອກວ່າຊັ້ນ.

ບໍ່ຮູ້ວ່າດຽວນີເພີ່ນປັບປຸງການຈັດຕັ້ງໃໝ່(ມີທ່ອງທ່ຽວເຂົ້າຕື່ມ)ນັບແຕ່ຂັ້ນກະຊວງລົງຮອດຂັ້ນເມືອງ ຫຼື ວ່າເພີ່ນປ່ຽນແປງທັງລະບຽບການຄຸ້ມຂອງປ້າຍໃໝ່ແລ້ວບໍ? ເພາະວ່າ ໃນງານດັ່ງກ່າວມີທ່ານ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວກໍ່ເຂົ້າຮ່ວມນຳເພີ່ນກໍ່ບໍ່ສະແດງຂໍ້ຄິດເຫັນໃດໆ? ຫຼືວ່າເພີ່ນລືມເບິ່ງ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ຄີຍມີຂໍ້ຄວາມສັ້ນສົ່ງມາໃສ່ໂທສະສັບເລື່ອຍໆ,ເບີທີ່ສົ່ງມາບາງເບີກໍ່ຮູ້ຈັກແລະບາງເບີກໍ່ບໍ່ຮູ້ເລີຍ

ເນື້ອຄວາມຂຽນວ່າ: ພະແກ້ວມໍລະກົດຄິດຮອດແຜ່ນດິນລາວ ແລະ ອວຍພອນໃຫ້ປະເທດລາວ,ຄົນລາວທຸກຄົນມີຄວາມສຸກຕະຫຼອດການ.

ໃນທ້າຍບົດເນັ້ນວ່າ: ຈົ່ງສົ່ງຕໍ່ໃຫ້ຄົບ 10 ສະບັບ,ໃຜບໍ່ສົ່ງໃຫ້ມີອັນເປັນໄປຕະຫຼອດການ

ສຸດທ້າຍຂຽນໃນວົງເລັບ(ສົ່ງຕໍ່ຕາມກະແສເດີ) ແລະນອກວົງເລັບຂຽນວ່າ: ໂທດມັນຈຳເປັນ

ຖືວ່າເປັນຄຳໂຄສະນາຊວນເຊື່ອທີ່ດີຫຼາຍ,ໜ້າເຊື່ອຖື ແຕ່ເຊື່ອຖືບໍ່ໄດ້ ອັນເນື່ອງມາຈາກຄຳວ່າ:ໃຜບໍ່ສົ່ງໃຫ້ມີອັນເປັນໄປຕະຫຼອດການ

ສາດສະໜາພຸດບໍ່ມີຂໍ້ບັງຂັບໃດທັ້ງສິ້ນວ່າໃຫ້ປະຕິບັດຫຼືບໍ່ປະຕິບັດ ການໂຄສະນາແບບນີ້ນອກຈາກບໍ່ເຊື່ອຖືໄດ້ແລ້ວຍັງເຮັດໃຫ້ເຊື່ອມເສຍສັດທາຂອງອົງພະແກ້ວ ແລະ ສາສະໜາພຸດນຳອີກ

ດັ່ງນັ້ນ: ພວກເຮົາຄວນລະວັງ ຫາກທ່ານໃດມີຈຸດປະສົງຈະສົ່ງຂໍ້ຄວາມໃນທຳນອງນີ້ຕ້ອງຄິດໃຫ້ຖີ່ຖ້ວນ,ບໍ່ຄວນໃສ່ຂໍ້ບັງຂັບໃດໆໃນບົດ
ເພື່ອຄວາມໜ້າເຊື່ອຖືຂອງບົດ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ບົດນິ້ບໍ່ແມ່ນສອນນັກຂ່າວນະ ແຕ່ເປັນຂໍ້ຄິດຂອງຂ້ອຍ

ເຮົາ​ມັກ​ເຫັນຄຳ​ສັບ​ບາງ​ປະ​ໂຫຍ​ກ​ໃນ​ບົດ​ຂ່າວ​ຂອງ​ສື່​ມວນ​ຊົນ​ລາວ​ທີ່​ເຄີຍ​ໃຊ້​ມາຕະລອດ​ເຫັນ​ວ່າ​ຄວນ​ປັບປຸງ​​ໃນ​ຍຸກ​ປະຈຸ​ບັນ​

 ຂໍສົມມຸດບົດ​ຂ່າວທີ່​ມີ​ຫົວຂໍ້ (ທ່ານ ​ອາຊາ​ງ ລາວ​ລີ ຢ້ຽມຢາມ ກວດກາ​ນ້ຳ​ຖ້ວມ)​

​ເນຶ້ອ​ໃນ​ບາງ​ຕອນ: ​ໃນ​ວັນ​ທີ່ 1 ກໍລະ​ກົດ 2011 ນີ້ທ່ານ ອາຊາ​ງ ລາວ​ລີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຮອງ​ນາຍົກ​ພ້ອມ​ຄະນະ​ໄດ້​ເດີນທາງ​ເຄື່ອນ​ໄຫວ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ບໍລິ​ຄຳ​ໄຊ ​ໂດຍ​ການ​ຕ້ອນຮັບ​ຈາກ​ທ່ານ ປ້ານ​ນ້ອຍ​ມະນີ ກຳມະການ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ ​ເຈົ້າ​ແຂວງ​ບໍລິ​ຄຳ​ໄຊ ພ້ອມ​ຄະນະ.ທ່ານ ຮອງນາຍົກລັດຖະມົນຕີໄດ້ເຄື່ອນໄຫວ .....(​ເນື້ອ​ໃນ​ຂອງ​ບົດ: ຈຸດປະສົງ​ໃນ​ການ​ມາ​ຂອງ​ທ່ານຮອງ​ນາຍົກມາຄັ້ງນີ້​ແມ່ນ​ກ​ວດກາ​ເບິ່ງ​ສະພາບ​ນ້ຳຖວ້ມພາຍ​ໃນ​ແຂວງ​ບໍລິ​ຄຳ​ໄຊ​ວ່າ​ເສຍ​ຫາຍ​ຫຍັງ​ແດ່,ຈຳນວນ​ເທົ່າ​ໃດ? ແລະ ​ເບື້ອງຕົນ​ຈະ​ຊ່ວຍ​ຫຍັງ​,​ໄລຍະ​ຕໍ່​ໄປ​ຈະ​ຊ່ວຍ​ຫຍັງ​ແກ່​ປະຊາຊົນ?​ເທົ່າ​ນັ້ນ,ບໍ່​ໄດ້​ໄປ​ເຮັດ​ວຽກ​ຫຼື​ຢ້ຽມຢາມ​ບ່ອນ​ອຶ່ນ)

ຄຳ​ສັບ​ບາງ​ປະ​ໂຫຍ​ກທີ່​ຄວນ​ປັບປຸງ​ແມ່ນ​ບ່ອນ​ເປັນ​ສີ​ຄາມ​ນັ້ນລະ(​ເປັນ​ຫຍັງ​ຈິ່ງ​ຄວນ?)

​1 .ເຮົາ​ຕ້ອງ​ແຍກ​ໃຫ້​ອອກ​ວ່າ​ເພີ່ນ​ມາ​ເຮັດ​ຫຍັງ?(​ເວົ້າ​ເຈາະ​ຈົງ​ຫົວຂໍ້ດຽວ​ກໍ່​ພໍ ຈະເຮັດໃຫ້ບົດເດັ່ນຂຶ້ນ)

-     ຖ້າມາ​ຢ້ຽມຢາມ​ແມ່ນ​ຕ້ອງ​ໄປ​ເລາະ​ເບິ່ງ​ບ່ອນ​ທຳ​ການການ​ຜະລິດປຸກ​ຝັງ​ລ້ຽງສັດ,​ໂຮງ​ຈັກ​ໂຮງງານ ຫຼື ຄົນທີ່​ພວມ​ມີ​ຜົນສຳ​ເລັດ... ​ຈິ່ງ​​ມີ​ການ​ຮັບ​ຕ້ອນ​ຢ່າງ​ອົບ​ອຸ່ນ​ຈິງ​ໃຈ(ຄຳ​ວ່າ​​ຢ້ຽມຢາມ ​ຕ່າງ​ຈາກ​ຄຳ​ວ່າ: ​ກວດ​ເບິ່ງ)

-     ຖ້າ​ມາກວດ​ເບິ່ງ​ນ້ຳ​ຖ້ວມ​ຕ້ອງ​ລົງ​ຫາ​ຈຸດ​ທີ່​ມີ​ນ້ຳ​ຖ້ວມ

-     ຖ້າ​ມາ​ເຮັດ​ວຽກ​ອື່ນ​ຕ້ອງ​​ໄປ​ຫາ​ພາກສ່ວນອື່ນ​ຕາມ​ໜ້າ​ວຽກ

ຄັນ​ເຮົາ​ເວົ້າກວມ​ລວມ​ແບບ​ນີ້​ເຮັດ​ໃຫ້​ຜູ້​ອ່ານ​​ເຂົ້າ​ໃຈ​ວ່າ​ທ່ານ​ຮອງ​ນາຍົກ​ຍັງ​ຖື​ເບົາ​ຕໍ່​ເຫດການ​ທີ່​ເກີດ​ຂຶ້ນກັບ​ປະຊາຊົນ ເພາະວ່າ​ທ່ານ​ມາ​ຮອດ​ແລ້ວ​ຍັງ​​ໄປ​ເຮັດ​ວຽກ,​ໄປ​ ຢ້ຽມຢາມບ່ອນ​ອື່ນ​ທີ່​ບໍ່​ເກີດ​ເຫດ,ມີ​ການ​ຕ້ອນຮັບ​ເປັນ​ທາງ​ການ​ຈາກ​ເຈົ້າ​ແຂວງ​ພ້ອມ​ຄະນະສຳ​ເລັດ​ແລ້ວ​ຈິ່ງ​ລົງ​ໄປ​ຫາ​ບ່ອນ​ເກີດ​ເຫດ(ຜູ້​ອ່ານ​ອາດ​ເຂົ້າ​ໃຈ​ວ່າການ​ຕ້ອນຮັບ​ຕ້ອງ​ມີ​ພາ​ເຂົ້າສາມັກຄີ​ເຊິ່ງ​ເປັນ​ປະ​ເພນີ​ຂອງຄົນ​ລາວ​ເຮົາຢູ່​ແລ້ວ​) ບໍ່​ເໝາະ​ກັບ​ບັນຍາກາດ​ແບບ​ນີ້​ເລີຍ.

ຫາກກໍລະນີເພີ່ນລົງມາຄັ້ງນີ້ເຮັດວຽກຫຼາຍອັນນັກຂ່າວຄວນຂຽນເທື່ອລະຂ່າວ ຈະເຮັດໃຫ້ເນື້ອໃນເຈາະເລິກເຂົ້າຫາປະເດັນໄດ້ດີກວ່າ,ຕອບສະໜອງແກ່ຜູ້ອ່ານດີກວ່າ

(ມີທັງ: ຢ້ຽມຍາມ,ກວດການ້ຳຖວ້ມ,ເຮັດວຽກ ແລະ ເຄື່ອນໄຫວ ໃນບົດດຽວ ມັນສັບສົນຫຼາຍ)

2. ບັນດາທ່ານ​ມີ​ສອງ​ຕຳ​ແໜ່​ງຄຶ: ຕຳ​ແໜ່​ງພັກ ​ແລະຕຳ​ແໜ່​ງ ລັດ(​ເຮົາ​ຄວນ​ແຍກ​ຕຳ​ແໜ່​ງຕາມ​ໜ້າ​ວຽກ​ທີ່​​ເພີ່ນ​ລົງ​ໃນ​ຕອນ​ນັ້ນ).

-     ຖ້າ​ລົງ​ວຽກ​ພັກ​ກໍ່ຄວນ​ໃສ່​ຕຳ​ແໜ່​ງພັກຢ່າງ​ດຽວ

-     ຖ້າ​ລົງ​ວຽກ​ລັດ​ກໍ່​ຄວນ​ໃສ່​ຕຳ​ແໜ່​ງລັດຢ່າງ​ດຽວ

ຖ້າ​ເຮົາ​ໃສ​່ສອງຕຳ​ແໜ່​ງຂວບ​ກັນ​ເປັນ​ແນວ​ໃດທັ່ງ​ທີ່​ເພີ່ນ​ມີ​ສອງ​ຕຳ​ແໜ່​ງ?

ທ່ານເລນິນຂຽນໄວ້ວ່າ: ພັກນຳພາ ບໍ່ໄດ້ໝາຽຄວາມວ່າ: ຕ້ອງໄປນັ່ງບັນຊາໃນກົງຈັກຂອງລັຖ. ຖ້າມື້ໃດອຳນາດຂອງພັກເຂົ້າຢູ່ໃນກົງຈັກຂອງລັຖ ຈະເຮັດໃຫ້ເກີດພະຍາດອາຍາສິດຂຶ້ນ. ຖ້າເກີດພະຍາດອາຍາສິດໃນກົງຈັກບໍລິຫານ, ຈະເຮັດໃຫ້ການສ້າງ ສັງຄົມນິຍົມ ບໍ່ປະສົບຜົນສຳເລັດ

ກ.    ມີ​ສອງ​ຕຳ​ແໜ່​ງກໍ່​ຈິງ​ແຕ່​ເວລາ​ເພີ່ນ​ເຮັດ​ວຽກ​ເພີ່ນ​ຕ້ອງ​ແຍກ(​ເຮັດ​ເທື່ອ​ລະ​ວຽກ) ສະນັ້ນນັກ​ຂ່າວ​ກໍ່​ຕ້ອງ​ໄດ້​ແຍກ​ເອີ້ນ​ຕຳ​ແໜ່​ງຕາມ​ໜ້າ​ວຽກ, ຖ້າ​​ເຮົາບໍ່​ແຍກ​ຜູ້​ອ່ານ​ກໍ່​ເຂົ້າ​ໃຈ​ວ່າພັກ​ເຂົ້າ​ໄປບັນຊາ​ໂດຍ​ກົງ​ໃນ​ກົງຈັກ​ຂອງ​ລັດ ​ແລະ ບັນດາ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ​ທີ່​ເກີດ​​ຂຶ້ນໃນ​ກົງຈັກ​ລັດ​ນັ້ນ​ແມ່ນພັກ​ເປັນ​ຜູ້​ບົ່ງ​ການຫຼືມີສ່ວນຮູ້ເຫັນເປັນໃຈນຳກັນ,​ເຮັດ​ໃຫ້​ປະຊາຊົນ​ຂາດ​ຄວາມ​ເຊື່ອ​ໝັ້ນຕໍ່​ແນວທາງນະ​ໂຍບາຍ ​ແລະ ກາ​ນນຳພາ​ຂອງ​ພັກ

ຂ.    ​ເນື້ອ​ໃນ​ຍາວ​ໂພດ,ຊ້ຳເກົ່າ ​ແລະ ບໍ່​ແມ່ນ​ຈຸດ​ສົນ​ໃຈ​ຂອງ​ຜູ້​ອ່ານ​ທີ່​ບໍ່​ຢູ່​ໃນ​ພັກ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 24, 2011 | ມີ 23 ຄຳເຫັນ ແລະ 0 trackback(s)

ໃຜກໍ່ເຂົ້າໃຈວ່າ: ສະພາ ແມ່ນຕົວແທນຂອງປະຊາຊົນ

(ເປັນຜູ້ກວດກາ,ແກ້ບັນຫາປະກົດການຕ່າງໆທີ່ເກີດຂຶ້ນກັບປະຊາຊົນ ແທນປະຊາຊົນ)

ແຕ່ໃນຜ່ານມາການລົງເຮັດວຽກຂອງສະພາບໍ່ລົງເລິກເຖິງປະຊາຊົນເລີຍ,

ສ່ວນຫຼາຍລົງຮອດແຕ່ອຳນາດການປົກຄອງຂັ້ນເມືອງເທ່ົານັ້ນ,

ບໍ່ລົງຫາປະຊາຊົນຕົວຈິງບໍ່ຮູ້ເລິກເຊິ່ງເຖິງຖອງເຖິງແນວຄິດ,

ຊີວິດຈິງຂອງເຂົາເຈົ້າ,ເວລາລົງບ້ານປະຊາຊົນສ່ວນໃຫຍ່ອຳນາດການປົກຄອງຂັ້ນເມືອງ

ເລືອກເອົາບ້ານທີ່ດີໆເປັນຕົວແບບ ແລະ ຜູ້ທີ່ມາລາຍງານສະພາບນັ້ນບໍ່ວ່າຂັ້ນເມືອງ,

ຂັ້ນບ້ານກໍ່ເລືອກແຕ່ຄຳດີໆມາລາຍງານຕໍ່

ສ່ວນບັນຫາປະກົດການຫຍໍ້ທໍ້ທີ່ເກີດກັບປະຊາຊົນບໍ່ເວົ້າເລີຍ

ມີແຕ່ຂໍທຶນສ້າງນັ້ນ,ສ້າງນີ້ລຽນຕິດ

ບາດວ່າບັນຫາສິ່ງທີ່ສ້າງມາແລ້ວ,ເສຍເງິນຫຼາຍຕື້ແລ້ວບໍ່ໄດ້ນຳໃຊ້

ຫຼື ນຳໃຊ້ກໍ່ບໍ່ສົມລາຄາ(ບໍ່ມີຄຸນະພາບ) ເຊັ່ນ ການກໍ່ສ້າງເໝືອງຝາຍ,ນ້ຳລິນ...

ເກີດເຕັມບ້ານເຕັມເມືອງພັດບໍ່ເວົ້າ ແລະ ອື່ນໆຫຼາຍບັນຫາອີກທີ່ບໍ່ເວົ້າ

ສະນັ້ນ:ຂໍ້ມູນທີ່ສະພາໄດ້ຮັບເປັນພຽງການພັນລະນາເທົ່ານັ້ນ,ຍັງມີຫຼາຍບັນຫາທີ່ສະພາບໍ່ຮູ້ບໍ່ເຫັນ,

ສ່ວນປະຊາຊົນກໍ່ບໍ່ມີໂອກາດຂຶ້ນຫາສະພາ ແລະ ອີກຢ່າງໜຶ່ງຄວາມຮັບຮູ້ເຂົ້າໃຈ,

ຄວາມສາມາດກໍ່ຈຳກັດ ຢ້ານແຕ່ຜິດ ແລະ ກໍ່ບໍ່ຮູ້ທີ່ໄປທີ່ມາຫຍັງເລີຍໄດ້ແຕ່ພາກັນຈົ່ມຕາມບ້ານ,

ຕາມໄຮ່ຕາມນາເທົ່ານັ້ນ

ຖ້າສະພາຍັງລົງວຽກແບບເກົ່ານີ້ ສະພາກໍ່ບໍ່ຮູ້ສະພາບອັນລະອຽດ ແລະ

ປະກົດການຕ່າງທີ່ເກີດກໍ່ຈະບໍ່ຖຶກນຳສະເໜີຕໍ່ລັດຖະບານເພື່ອແກ້ໄຂແຕ່ຢ່າງໃດ

ດີທີສຸດແມ່ນຄວນແຕ່ງຕັ້ງພະນັກງານກວດກາສະເພາະຂອງສະພາລົງເກັບກຳຂໍ້ມູນ

ຢູ່ນຳປະຊາຊົນ,ໃກ້ຊິດຕິດແທດ,ຢູ່ກິນຮ່ວມກັບປະຊາຊົນຢ່າງເລິກເຊິ່ງ

ເພາະປະຊາຊົນເຮົາສ່ວນໃຫຍ່ແມ່ນບໍ່ກ້າລາຍງານຢ້ານແຕ່ຖືກໂທດ

ຫາກບໍ່ໃຊ້ເວລາເຈາະຈີ້ມແບບເປັນກັນເອງຂໍ້ມູນບາງຢ່າງແມ່ນຖືກປິດບັງໝົດ

ບໍ່ວ່າແຕ່ປະຊາຊົນພະ ນັກງານກໍ່ປິດບັງຄືກັນ

ເວລາລວມໃຜກໍ່ບໍ່ກ້າເວົ້າ ບາດຢູ່ບ່ອນອ່ືນເວົ້າພັດເວົ້າໄດ້

ນີ້ແມ່ນຂໍ້ຄິດໜຶ່ງໃນນາມພົນລະເມືອງລາວໃນລະບອບປະຊາທິປະໄຕ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 23, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 

ໃນ​ໂອກາດ​ທ່ານ ​ສົມ​ພັນ​ແພງ​ຄຳ​ມີ  ກຳມະການສູນກາງພັກ,ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດຊຸດທີ່ VII

ລົງ​ຢ້ຽມຢາມ​ເມືອງ​ວຽງ​ທອງ ​ແຂວງ​ບໍ​ຄຳ​ໄຊ ​ໃນຕອນເຊົ້າ​ວັນ​ທີ່ 23 ກໍລະກົດ 2011 ນີ້ .

ພາຍຫຼັງ​ທ່ານ​ສົງກາ​ ​ໄສ​ມະນີ ຮອງ​ເຈົ້າ​ເມືອງ​ລາຍ​ງານ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໂດຍຫຍໍ້

​ເມືອງ​ວຽງ​ທອງ​ມີ 47 ບ້ານ​,ປະຊາກອນ 23 ພັນ​ກວ່າ​ຄົນ,ພົ້ນທຸກແລ້ວ 16 ບ້ານ ກວມເອົາປະຊາກອນປະມານ 40%. ສະເລຍ່ລາຍຮັບ 700

ກວ່າດອນລ່າຕໍ່ຄົນຕໍ່ປີ

ສິນຄ້າສົ່ງອອກມີໄມ້,ເຄື່ອງປ່າຂອງດົງ,ຜະລິດຕະພັນກະສິກຳ(ເຂົ້າ,ສັດໃຫຍ່).

​ແລະ ​ໃນ​ສະພາບ​ນ້ຳ​ຖ້ວມ​ປີນີ້​ເສຍ​ຫາຍນາ 100 ກວ່າເຮັກ​ຕ່າ,ທາງ,ຄອງ​ເໝືອງ,ສັດລ້ຽງ...​ມູນ​ຄ່າ 5 ຕື້ກວ່າກີບ

ຈາກ​ນັ້ນ ທ່ານ​ສົມ​ພັນ​ແພງ​ຄຳ​ມີ​ ຮອງປະທານສະພາແຫ່ງຊາດ ກໍ່​ໃຫ້​ກຽດ​ໂອ້​ລົມຕໍ່​ພະນັກງານ​ຫຼັກ​ແຫຼ່ງພາຍ​ໃນ​ເມືອງ

ອ້າຍ ​ເລ່ ຜູ້​ໄດ້ໄປ​ຟັງ​ລາວ​ບໍ່​ຈື່ຢ່າງ​ອື່ນ​ລາວ​ຈື່​ແຕ່​ຄຳ​ຖາມ​ຂອງ​ທ່ານບາງ​ຄຳ​ຖາມ​ເທົ່າ​ນັ້ນຄຶທ່ານຖາມວ່າ:

1 ເຮັດ​ແນວ​ໃດ​ປະຊາຊົນ​ຈິ່ງ​ຮັ່ງມີ?

2  ຕົວ​ເລກຊີ້ແຈງວ່າ 700 ດອນ​ລ່າ​ຕໍ່​ຄົນ​ຕໍ່​ປີ​ແມ່ນ​ຕົວ​ເລກ​​ຈິງ​ຫຼື​ບໍ່?,ເອົາຫຍັງມາຄິດໄລ່?,

ຖ້າ​ເປັນ​ຕົວ​ຈິງ​ກໍ່​ຖື​ວ່າ​​ໄດ້​ມາດຖານ​ຂອງ​ສາກົນ​ທີ່​ກຳນົດ 2 ດອນ​ລ່າ​ຕໍ່​ວັນ 

​ແລະ ຊີວິ​ດຈິງ​ຂອງ​ສັງຄົມ​ແມ່ນພາຍ​ໃນ​ເປັນ​ໄປ​ຕາມ​ມາດຖານ​ນັ້ນ​ແທ້​ບໍ່?

3  ການ​ຊຸກຍູ້​ການ​ຜະລິດ​​ເປັນ​ສິນຄ້າ​ໄດ້​ມີ​ມາ​ຕະການ​ຄ້ຳປະກັນ​ໃຫ້​ແກ່​ປະຊາຊົນ​ແລ້ວ​ບໍ່?

-  ດ້ານ​ເຕັກນິກ​ເຮັດ​ແນວ​ໃດ?

-  ການ​ຕະຫຼາດ​ເຮັດ​ແນວ​ໃດ?

-  ບັນດາ​ກົນ​ໄກ​ການ​ຄຸ້ມ​ຄອງ​ທີ່​ບໍ່​ສອດຄ່ອງ​ຖືກ​ແກ້​ໄຂ​ແລ້ວ​ບໍ່?

4 ຜູ້​ປະສົບ​ໃພພິບັດ​ໄດ້​ຊ່ວຍ​ເຫຼືອ​ແນວ​ໃດ​​ແດ່ ​ໃນ​ນາມ​ຄົນ​ລາວ​ມີ​ຄວາມ​ສາມັກຄີ,​ເອື້ອ​ເຟື້ອ​ເພື່ອ​ແຜ່?

ພ້ອມ​ນັ້ນທ່ານ​ຮອງ​ສະພາ​ແຫ່ງ​ຊາດ​ຍັງ​ໄດ້​ມອບ​ເງິນ​ຊ່ວຍ​ເຫຼືອ​ແກ່​ຜູ້​ປະສົບ​ໄພພິບັດ​ຖ້າ​ຖ້ວມ​ຈຳນວນ 30 ລ້ານ​ກີບ ແລະ ນ້ຳດື່ມ 30 ແກັດ

ຢາກ​ຮູ້​ວ່າ​ເມືອງ​ອື່ນ​ເພີ່ນ​ຖາມ​ແບບ​ນີ້ບໍ່? ​ແລະ ມີ​ຄຳ​ຕອບ​ແນວໃດ?

ສ່ວນ​ເມືອງ​ຂອງ​ຂ້ອຍ​ບໍ່​ທັນ​ມີ​ຄຳ​ຕອບ ​ແມ່ນ​ແຕ່​ຂໍ້​ທີ່ 4 ກໍ່​ຕອບ​ໄດ້​ພຽງ​ແຕ່​ວ່າ:​ໄດ້​ສົ່ງ​ພະນັກງານ​ລົງ​ໄປ​ເກັບ​ກຳ​ຂໍ້​ມູນ​ແລ້ວ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກ່ອນ​ວັນ​ເຂົ້ພັນ​ສາ​ປີີນີ້ 1 ເດື່ອນຂ້ອຍ​ຍັງ​ໂທ​ຫາ​ຊາຍ​ຄົນທີ່​ຂ້ອຍ​ເຄີຍ​ຮັກ ​ແລະ ກໍ່​ຮັກ​ທີ່​ສຸດ​ໃນ​ຫົວ​ໃຈ

​ຂອງ​ຂ້ອຍນັ້ນ ​ເຂົາ​ກໍ່​ຕອບ​ຕົກລົງ​ວ່າ​ຈະ​ມາ​ຫາ​ຂ້ອຍ ​ແລະ ຈະ​ພາ​ຂ້ອຍ​ໄປ​ຕັດ​ບາດ​ເໝືອນ​ປີ​ກາຍ​ຜ່ານ​ມາ ​

ປີ 2553  ຂ້ອຍ ​ແລະ ​ເຂົາ​ໄປ​ໃສ່​ບາດ​ຮ່ວມ​ກັນ​ຢ່າງ​ມີ​ຄວາມສຸກ​ໃຈ ​ເໝືອນ​ຄົນ​ອື່ນໆ​ທີ່​ໄດ້​ທຳ​ບຸນ​ໄປ​ແລ້ວ

​ມີ​ຄວາມສຸກ,ດີ​ໃຈ​ຄື​ກັບ​ວ່າ​ຕົນ​ເອງ​ຈະ​ປະສົບ​ຜົນສຳ​ເລັດ​ໃນ​ສີ່​ທີ່​ຕົນ​ປາດ​ຖາ​ໜາ​ໄວ້,ຂ້ອຍ​ອະທິຖານ​ຕອນ​ຢາດ

ນ້ຳ​ວ່າ (ຂໍ​ໃຫ້​ຜູ້​ຂ້າ​ຮຽນ​ໄດ້) ສ່ວນ​ແຟນຂອງ​ຂ້ອຍ​ກໍ່​ອະທິຖານ​ວ່າ( ຂໍ​ໃຫ້​ຂ້ອຍ​ຮຽນ​ຈັບ).

 

​ແຕ່​ພໍ​ໃກ້​ວັນ​ເຂົາ​ພັນ​ສາປີນີ້ຂ້ອຍໂທ​ຫາ​ລາວ ຍາມ​ໃດ​ກໍ່​ວ່າ​ມາ​ບໍ່​ໄດ້​ງານ​ນີ້​ເປັນ​ຂອງ​ເພີ່ນ​ວ່າ​ຊັ້ນ

ແລະ ຮອດ​ວັນ​ເຂົາ​ພັນ​ສາ​ຕົວ​ຈິງ​ເຂົາ​ກໍ່​ບໍ່​ມາ​ອີ່ຫຼີ. ເຂົາຄົງໄປ​ກັບ​ເມຍ​ເຂົາ​ແນ່ນອນ ເພາະ​ເຂົາ​ກໍ່​ບອກ​ຄວາມ​

ຈິງ​ແລ້ວ​ວ່າ​ງານ​ນີ້​ແມ່ນ​ທີ່​ຂອງ​ເພີ່ນ. ຄວາມ​ເຈັບ​ປວດ​ທີ່​ໝາກ​ຫົວ​ໃຈ​ຄົງ​ບໍ່​ມີ​ຫຍັງ​ມາ​ທຽບ​ເທົ່າ​ໄດ້, ​ໂອ່..ຜູ້ຍິງ​

ທີ​ໂງ້ ​ແລະ ອ່ອນ​ແອ​ມັນ​ເປັນ​ແບບ​ນີ້​ເນາະ?,ຈະ​ເກີດ​ຮ່ວມ​ໃຜ,ຊົນ​ຊັ້ນ​ໃດ,ຢູ່​ບ່ອນ​ໃດ ​ແລະ ​ເວລາ​ໃດ​ມັນ​ກໍ່​

ເສຍປຽບ​ໃຫ້​ກັບ​ຜູ້​ຊາຍ​ຢູ່​ສະ​ເໝີ.

 

 ມື້​ເຂົ້າພັນ​ສາ​ປີນີ້ໝູ່​ຂອງ​ຂ້ອຍ​ຕ່າງ​ຄົນກໍ່​ຍີ້ມ​ແຍ້ມ​ແຈ່ມ​ໃສ,ພາກັນ​ຈັດ​ແຈງ​ເຄື່ອງ​ໃສ່​ບາດ​ຢ່າງ​ພຖີີ​

ພິຖັນ​ເພື່ອ​ລໍຖ້າ​ແຟນມາ​ຮັບ​ແລ້ວ​ໄປ​ໃສ່​ບາດ​ຮ່ວມ​ກັນ ມັນ​ກົງກັນຂ້າມ​ກັບ​ຂ້ອຍ​ເຫຼືອ​ເກີນ ຂ້ອບໄດ້​ແຕ່​ກອດ

​ໝອນຮ້ອງ​ໄຫ້ພີ​ກຂວາ​ມພີ​ກງາຍ​ຢູ່​ໃນ​ຫ້ອງ​ແມ່ນ​ແຕ່​ໜ້າ​ກໍ່​ບໍ່​ສາມາດ​ເງີຍ​ຂຶ້ນ​ໃຫ້​ໝູ່​ເຫັນໄດ້ ຂ້ອຍ​ກິນ​

ຢາລະງັບ​ສອງ​ເມັດ​ແລ້ວ​ນອນ​ປົກ​ຜ້າ​ໝົດ​ທັງ​ຕົວ ທຳທ່າ​ເປັນ​ໄຂ້ ເພາະ​ຢາກ​ຢູ່​ຄົນ​ດຽວ​ງຽບໆ​ ​ແຕ່​ກັບ​ກາຍ

​ມາ​ເປັນ​ການ​ຫ່ວງ​ໄຍສົນ​ໃຈຂອງ​ໝູ່ ໃນ​ທີ່​ສຸດຈີ່​ງ​ໄດ້​ທຳ​ຕົວ​ວ່າ​ຫາຍ​ໄຂ້​ແລ້ວ ​ແລະ ພາ​ໝູ່​ອອກ​ໄປ​ດຶ່ມ​ເບຍ​ຢູ່​

ຂ້າງ​​ຫໍ​ພັກ ຂ້ອຍ​ດື່ມ​ຄົນ​ດຽວ​ປະມານ 1 ຂວດ ​ເຖິງ​ວ່າ​ຂ້ອຍ​ຍັງ​ບໍ່​ເມົາ ​ແຕ່​ຂ້ອຍ​ຕ້ອງ​ໄດ້​ທຳທ່າ​ເມົາ​ຈົນ​ເອົາ​

ຕົວ​ບໍ່​ລອດ​​ແລ້ວ​ໃຫ້​ໝູ່​ເມືອ​ສົ່ງ ​ເພື່ອ​ອາ​ໃສ​ໂອກາດ​ຄວາມ​ເມົາ​ນັ້ນຮ້ອງ​ໄຫ້ ຫວັງ​ຈະ​ເຮັດ​ໃຫ້​ນ້ຳຕາ​ໄຫຼ​ແຫ້ງ​

ຈົນ​ໝົດ​ໄປ​ສາ​ ແຕ່ຮ້ອງ​ໄຫ້​ປານ​ໃດ​ມັນ​ກໍ່​ບໍ່​ໝົດ​ເປັນ​ຈັກ​ເທື່ອ

 

ວັນ​ເຂົ້າພັນ​ສາ​ປີນີ້ມັນ​ກົງກັນຂ້າມ​ກັບ​ປີ​ກາຍ ​ແລະ ກົງກັນຂ້າມ​ກັບ​ໝູ່​ຜູ້​ອື່ນໆ​ທີ່​ເຂົາ​ເປັນ​ວັນ​ແຫ່ງ​

ຄວາມສຸກ​ທີ່​ໄດ້​ທຳບຸນ​ກິນ​ທານ.​ແຕ່​ເຮົາມັນ​ເປັນ​ວັນ​ທີ່​ແສນເຈັບ​ປວດທໍລະມານເຫຼືອ​ເກີນ, ມັນ​ຄົງ​ເປັນ​ເວນ​

ກຳ​ຂອງ​ຂ້ອຍ​ທີ່​ສ້າງ​ໄວ້​ນັບ​ທັງ​ຊາດ​ກ່ອນ ແລະ ຊາດ​ນີ້​ໂຮມ​ເຂົາ​ກັນຈີ່​ງ​ເຮັດ​ໃຫ້​ຂ້ອຍ​ທໍລະມານ​ປານ​ນີ້.

 ຊາດ​ກ່ອນ​ຂ້ອຍ​ຈຳ​ບໍ່​ໄດ້​ວ່າ​ໄດ້​ສ້ງກຳ​ຫຍັງ​ໄວ້ ແຕ່​ຊາດ​ນີ້ຂ້ອຍ​ຢູ່​ວ່າ​ຂ້ອຍ​ໄດ້​ຫຼົງ​ຮັກ​ຜົວ​ເຂົາ ​ເຊິ່ງມັນ​ຝືນ​ກັບ​

ຮີດຄອງ ​ແລະ ຄຳ​ສອນ​ຂອງ​ພະພຸດທະ​ເຈົ້າ ນີ້ລະ​ນໍ່​ເພີ່ນ​ວ່າ​ບາບບຸນ,ຄຸນ​ໂທດ​ມີ​ຈິງ ​ແລະ ສະໜອງ​ຢ່າງ​

ທັນຕາ​ເຫັນ,

 

ພໍ່​ແມ່​ທີ່​ສົ່ງ​ມາ​ຮຽນ​ເຂົາ​ຄົງ​ຫວັງ​ວ່າ​ຂ້ອຍ​ຮຽນ​ໄດ້​ດີ,ບໍ່​ດົນ​ກໍ່​ຈົບ ​ແລະ ຈະມີໜ້າ​ທີ່​ການ​ງານ​ດີໆ​ພໍ​ຈະ​

ເປັນ​ທີ່​ເພີ່ງ​ແກ່​ພີ່​ນ້ອງ​ປ້ອງ​ປາຍ,ກ່ອນ​ມື້​ໄປ​ຮຽນ​ເພີ່ນ​ກໍ່​ທຳ​ພີ​ທີ​ບາສີສູ່​ຂັວນ​ໃຫ້​ຕາມ​ຮີບ​ຄອງ ​ແຕ່​ຂ້ອຍ​ກັບ​ມາ​

ເປັນ​ເມຍ​ນ້ອຍ​ເຂົາ, ຂ້ອຍ​ຈະ​ສ້າງ​ບຸນ​ອັນ​ໃດ​ຈິ່ງ​ຈະ​ພົ້ນບາບກຳທີ່​ໃຫຍ່​ໂຕ​ປານ​ນີ້ ແລະ ສ້າງບຸນ​ອັນ​ໃດ​ຈິ່ງ​

ຈະ​ລືມ​ເຂົາ​ໄດ້ ຫຼື ວ່າຈະ​ສ້າງ​ບຸນ​ສ່ຳ​ໃດ​ກໍ່​ຈະ​ບໍ່​ມີ​ວັນພົ້ນປາບກຳ​ອີກ​ບໍ່​ນໍ່ຊາດ​ນີ້?.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ເນື້ອໃນຂ່າວ ກັບສື່ມວນຊົນລາວໃນຍຸກແຫ່ງຂໍ້ມູນ-ຂ່າວສານ

Date of News ວັນທີ 13/07/2011 - ເວລາ 10:21:33 www.ecom.org.la/teen/khao/4/2734

   ໃນ​ຍຸກ​ໂລ­ກາ​ພິ​ວັດສັງ­ຄົມໂລກ​ໄດ້​ປ່ຽນ­ແປງ​ໄປ​ຢ່າງ​ໄວ­ວາທັງ​ທາງ​ດ້ານ​ ສັງ­ຄົມ, ເສດ​ຖະກິດ ແລະ ວິ­ທະ­ຍາ­ສາດ​ເຕັກ​ໂນໂລ​ຊີໂດຍ​ສະ­ເພາະ​ເຕັກ​ໂນ​ໂລຢີ​ການ​ສື່­ສານ​ທີ່​ມີ​ການ ​ພັດ​ທະນາ​ຢູ່​ຕະ­ຫລອດ​ເວ­ລາ​ສົ່ງ​ຜົນ​ເຮັດໃຫ້​ປະ­ເທດ​ຕ່າງໆ​ໃນ​ໂລກ​ນີ້​ ຕ້ອງ ເພິ່ງ​ພາ​ອາ­ໄສ​ເຊິ່ງ​ກັນ ແລະ ກັນ, ມີ​ການ​ເຊື່ອມ​ໂຍງ​ເຂົ້າ​ຫາ​ກັນຫລາຍ​ຂຶ້ນ​ໂລກ​ທີ່​ເຄີຍ​ກວ້າງໃຫຍ່​ໄພ­ສານ​ ເບິ່ງ​ຄື​ຈັ່ງ​ວ່າ​ມັນ​ໄດ້ແຄບ​ລົງ, ດິນ­ແດນ​ແຕ່​ລະ​ປະ­ເທດທີ່­ຢູ່​ຫ່າງ​ໄກ​ກັນ​ອັນ​ມີ​ພູ­ເຂົາ, ທະເລ​ທີ່​ເຄີຍ​ເປັນ​ອຸ­ປະ­ສັກ​ໃນ​ການຕິດ­ຕໍ່​ສື່­ສານ, ໄປ­ມາ­ຫາ­ສູ່​ກັນ​ມັນໄດ້​ກາຍ­ເປັນ​ໂລກ​ທີ່​ບໍ່​ມີ​ພົມ​ແດນທຸກ​ຢ່າງ​ຢູ່​ພຽງ​ ທີ່​ປາຍ​ນີ້ວ­ມື​ຂອງຄົນ​ເທົ່າ​ນັ້ນ​ຢາກ​ເຫັນ, ຢາກອ່ານ, ຢາກ​ຟັງ ຫລື ຕ້ອງ­ການສິ່ງ​ໃດ​ພຽງ​ໃຊ້​ມື​ຄລິກ​ເຂົ້າ​ໄປ​ບໍ່​ພໍ​ເທົ່າ­ໃດ​ວິ­ນາ­ທີ​ກໍ່​ ປາ­ກົດ​ໃນ​ຫນ້າ​ຈໍ​ຄອມ​ພິວ​ເຕີ​ໃຫ້​ເຫັນ​ດັ່ງ​ໃຈ​ຕ້ອງ­ການ​ໄດ້​ທັນ­ທີ.

   ດັ່ງ­ນັ້ນ ໃນ​ຍຸກ​ນີ້​ຈິ່ງ​ຖື​ໄດ້​ວ່າ ເປັນ​ຍຸກ​ແຫ່ງ​ຂໍ້​ມູນ-ຂ່າວ­ສານ​ທີ່ບໍ່​ມີ​ພົມ​ແດນ, ເປັນ​ຍຸກ​ທີ່​ທຸກ​ຄົນຕ້ອງ​ໄດ້​ເພິ່ງ​ພາ​ຂໍ້​ມູນ-ຂ່າວສານ​ໃນ​ການ​ດຳ­ລົງ​ ຊີ­ວິດ​ປະ­ຈຳວັນ​ຂອງ​ຜູ້​ທີ່​ຕ້ອງ­ການ​ສະ­ແຫວງຫາ​ຂໍ້​ມູນ-ຂ່າວ­ສານ, ການ​ສຶກສາ​ຄົ້ນ­ຄວ້າ, ການ​ຕິດ­ຕໍ່​ສື່­ສານ ແລະ ອື່ນໆ.

   ໃນ​ຂະ­ນະ​ທີ່ ໂລກ​ອິນ​ເຕີເນັດ​ໄດ້​ເຂົ້າ​ມາ​ມີ​ບົດ­ບາດ​ໃນການ​ເຜີຍ­ແຜ່​ຂໍ້​ ມູນ-ຂ່າວ­ສານເຮັດ​ໃຫ້​ຜູ້​ຄົນ​ໃນ​ສັງ­ຄົມ​ເຂົ້າເຖິງ​ຂໍ້​ມູນ-ຂ່າວ­ສານ​ງ່າຍ​ ຂຶ້ນ ແລະ ມີ​ທາງ​ເລືອກ​ໃນ​ການ​ເປີດຮັບ​ຂໍ້​ມູນ-ຂ່າວ­ສານ​ຫລາຍ​ຂຶ້ນ ເຊິ່ງ​ການ​ເປີດ​ຮັບ​ຂໍ້​ມູນ-ຂ່າວສານ​ໃນ​ອິນ​ເຕີ​ເນັດ​ເຮັດ​ໃຫ້​ຜູ້​ຮັບສານ​ ສາ­ມາດ​ຕອບ​ໂຕ້​ກັບ​ໃນ​ທັນທີ​ທັນ­ໃດ​ໄດ້ ຈິ່ງ​ເຮັດ​ໃຫ້​ຄົນ​ຈຳນວນ​ບໍ່​ຫນ້ອຍ​ເລືອກ​ຮັບ​ຂ່າວສານ​ທາງ​ອິນ​ເຕີ​ເນັດ.

   ສຳ​ຫລັບ​ຢູ່​ປະ­ເທດ​ລາວ​ເຮົາອິນ​ເຕີ​ເນັດ​ກໍ່​ໄດ້​ເຂົ້າ​ມາ​ມີ​ບົດບາດ​ໃນ​ ການ​ດຳ­ລົງ​ຊີ­ວິດ​ຂອງຄົນ​ໃນ​ສັງ­ຄົມ​ເຊັ່ນ​ດຽວ​ກັນ​ແຕ່ຍັງ​ຈຳ­ກັດ​ຢູ່​ຕາມ​ ຕົວ​ເມືອງໃຫຍ່ໆ ເນື່ອງ​ຈາ​ກວ່າ​ອິນ​ເຕີ​ເນັດຢູ່​ບ້ານ​ເຮົາ​ມີ​ລາ­ຄາ​ສູງ​ຖ້າ​ທຽບກັບ​ປະ­ເທດ​ ໃກ້​ຄຽງ​ບວກ​ກັບ​ຄວາມ​ຮັບ​ຮູ້​ດ້ານ​ອິນ​ເຕີ​ເນັດຂອງ​ປະ­ຊາ­ຊົນ​ລາວ ​ຍັງ​ຂ້ອນຂ້າງ​ຈຳ­ກັດ​ ຢ່າງ­ໃດ​ກໍ່​ຕາມ ​ຜູ້ຂຽນ​ຄິດ​ວ່າ​ໃນ​ອະ­ນາ­ຄົດ​ຂ້າງຫນ້າ​ນີ້​ອິນ​ເຕີ​ເນັດ​ອາດ​ຈະ​ແພ່​ລາມ​ ອອກ​ສູ່​ຊົນ­ນະ­ບົດ​ຢ່າງ​ແນ່ນອນ.

   ເມື່ອ​ໂລກ​ອິນ​ເຕີ​ເນັດ​ໄດ້​ເຂົ້າມາ​ມີ​ບົດ­ບາດ​ຕໍ່​ການ​ດຳ­ລົງ​ຊີ­ວິດຂອງ​ ຄົນ​ໃນ​ສັງ­ຄົມ​ທີ່​ໄດ້​ກ່າວ​ໄປຂ້າງ​ຕົ້ນ​ແລ້ວ​ນັ້ນ ຄົນ​ບາງ​ສ່ວນໃນ​ສັງ­ຄົມ ໂດຍ​ສະ­ເພາະ​ກຸ່ມ​ຄົນທີ່​ມັກ​ໃຊ້​ອິນ​ເຕີ​ເນັດ ຈິ່ງ​ມີ​ຄຳຖາມ​ວ່າ ເມື່ອ​ຂໍ້​ມູນ-ຂ່າວ­ສານເຂົ້າ​ມາ​ມີ​ບົດ­ບາດ​ຕໍ່​ການ​ດຳ­ລົງ​ຊີ­ວິດ​ຂອງ​ຄົນ​ ໃນ​ສັງ­ຄົມແລ້ວ ເປັນ​ຫຍັງ​ສື່​ມວນ​ຊົນ​ລາວ​ຈິ່ງ​ບໍ່​ມີ​ການ​ປ່ຽນ­ແປງ​ຮູບ​ແບບ​ການ​ນຳສະ­ເຫນີ ລວມ​ທັງ​ເນື້ອ​ໃນ​ການນຳ​ສະ­ເຫນີ ເພື່ອ​ດຶງ​ດູດ​ໃຈ​ຜູ້ອ່ານ, ຜູ້​ຂຽນ​ໄດ້​ມີ​ໂອ­ກາດ​ເສວະນາ​ກັບ​ຜູ້​ອ່ານ​ຈຳ­ນວນ​ຫນຶ່ງ ​ເຊິ່ງສ່ວນ​ຫລາຍ​ເປັນ​ພະ­ນັກ­ງານ​ລັດຖະ​ກອນ​ເພິ່ນ​ບອກ​ວ່າ​ຂ່າວ​ທີ່​ສື່ມວນ​ ຊົນ​ນຳ​ສະ­ເຫນີ​ທຸກ​ມື້­ນີ້ ເກືອບ​ວ່າ​ຄ້າຍ­ຄື​ກັນ​ທັງ​ຫມົດ ເນື້ອ​ໃນ​ບໍ່​ດຶງ​ດູດ​ໃຈ ​ບໍ່​ເປັນ­ຕາອ່ານ. ບໍ່​ທັນ​ສ່ອງ​ແສງ​ເຖິງ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ສັງຄົມ​ຜູ້​ຂຽນ​ ໃນ​ນາມ​ເປັນ​ສື່​ມວນຊົນ​ຜູ້​ຫນຶ່ງ​ຍອມ­ຮັບ​ວ່າ​ຮູບ​ແບບການ​ນຳ​ສະ­ເຫນີ​ຂ່າວ​ ຂອງ​ສື່ມວນ​ຊົນ​ລາວ ໂດຍ​ສະ­ເພາະ​ສື່ຫນັງ­ສື­ພິມ​ລາຍ​ວັນ​ພາ­ສາ​ລາວ ສ່ວນ​ຫລາຍ​ນຳ​ສະ­ເຫນີ​ຂ່າວ​ພິ­ທີການ​ຫລາຍ​ກວ່າ​ ບໍ່​ປາ­ກົດ​ມີ​ຂ່າວ ເຈາະ​ໃນ​ຫນ້າ​ຫນັງ­ສື­ພິມ ແລະ ໃນ​ການ​ຂຽນ​ຍັງ​ບໍ່​ຖືກ​ຕາມ​ໂຄງສ້າງ​ຂອງ​ຂ່າວ, ຂ່າວ​ທີ່​ປາ­ກົດໃນ​ຫນ້າ​ຫນຶ່ງ​ຂອງ​ຫນັງ­ສື­ພິມທຸກ​ມື້­ນີ້​ ສ່ວນ​ຫລາຍ​ຍັງ​ບໍ່​ມີ​ວັກນຳ (Lead) ແລະ ການ​ຂຽນເນື້ອ​ໃນ​ແທນ​ທີ່​ຈະ​ອະ­ທິ­ບາຍ​ໄປ ແຕ່​ລະ​ປະ­ເດັນ ຫລື ຂຽນ​ເປັນ ແຕ່ລະ​ຫຍໍ້​ຫນ້າ ເພື່ອ​ໃຫ້​ຜູ້​ອ່ານ​ເຂົ້າໃຈ­ງ່າຍ​ ແຕ່ຫລັງ​ຈາກ​ພາດ​ຫົວ­ຂໍ້ຂ່າວ​ແລ້ວ​ຂຽນ​ເນື້ອ​ໃນ​ລວດດຽວ​ຈົບ​ເລີຍ​ບໍ່​ເປັນ​ ວັກ ເປັນ​ຕອນຫຍັງ ຈິ່ງ​ເຮັດ​ໃຫ້​ຜູ້​ອ່ານ​ສັບ­ສົນ​ ນີ້ເປັນ​ພຽງ​ລີ­ລາ​ການ​ຂຽນ​ຍັງ​ບໍ່ເວົ້າ​ເຖິງ​ພາ­ສາ​ຊວນ​ອ່ານ.

   ສ່ວນ​ການ​ນຳ​ສະ­ເຫນີ​ເນື້ອໃນ​ຍັງ​ບໍ່​ເລິກ​ບໍ່​ກວ້າງ​ເທົ່າ​ທີ່ ຄວນເນື່ອງ​ຈາກ​ເປັນ​ຂ່າວ​ພິ­ທີ­ການລ້ວນໆ ຈິ່ງ​ບໍ່​ມີ​ເນື້ອ​ຫາ​ສາ­ລະ​ໃດໆທີ່​ເປັນ​ປະ­ໂຫຍດ​ຕໍ່​ຜູ້​ອ່ານ​ເທົ່າ​ທີ່ຄວນ ແລະ ໃນ​ບາງ​ຂ່າວ​ຜູ້​ອ່ານ​ບໍ່ເຂົ້າ­ໃຈ​ຊ້ຳ​ວ່າ ນັກ​ຂ່າວ​ຕ້ອງ­ການສື່​ສິ່ງ​ໃດ​ອອກ​ມາ​ໃຫ​ຜູ້​ອ່ານ​ໄດ້ຮັບ​ຮູ້ ຈິ່ງ​ບໍ່​ສາ­ມາດ​ທີ່​ຈະ​ດຶງ​ດູດໃຈ​ຜູ້​ອ່ານ​ໄດ້ ເນື່ອງ​ຈາ​ກວ່າ: ຂ່າວທີ່​ປາ­ກົດ​ໃນ​ຫນ້າ​ຫນັງ­ສື­ພິມທຸກມື້­ນີ້ເປັນ​ພຽງ​ການ ​ແຈ້ງ “ຂ່າວ” ບໍ່​ແມ່ນ “ຂ່າວ” (News) ຜູ້​ຂຽນບໍ່​ໄດ້​ຕັ້ງ­ໃຈ​ວິ­ພາກ​ວິ­ຈານ ເນີ! ແຕ່​ໃຫ້​ຄິດ​ວ່າ​ນີ້ ຄື​ຄວາມ​ເປັນ​ຈິງຂອງ​ສື່​ມວນ​ຊົນ​ລາວ​ຂອງ​ພວກເຮົາ ແລະ ພຽງ​ແຕ່​ຢາກ​ໃຫ້​ສື່ມວນ​ຊົນ​ທຸກ​ສຳ­ນັກ​ກັບ​ໄປ​ພິ​ຈາລະ​ນາ​ຫາ​ວິ­ທີ​ແກ້​ໄຂ ໂດຍ​ສະ­ເພາະໃນ​ຍຸກ​ແຫ່ງ​ຂໍ້​ມູນ​ຂ່າວ­ສານ​ຄື​ປະຈຸ​ບັນ​ນີ້ ເຮັດ​ໃຫ້​ຜູ້​ບໍ­ລິ­ໂພກ​ຂ່າວ​ມີຫລາຍ​ທາງ​ເລືອກ​ໃນ​ການ​ເປີດຮັບ​ຂໍ້​ມູນ​ ຂ່າວ­ສານ ເຊິ່ງ​ທຸກ​ຄົນ​ທີ່​ເປີດ​ຮັບ​ຮູ້​ຂໍ້​ມູນ​ຂ່າວ­ສານ​ຈະ​ມີການ​ເລືອກ­ເຟັ້ນ​ຮັບ ​ສະ­ເພາະ​ແຕ່ຂ່າວ​ທີ່​ຫນ້າ​ສົນ­ໃຈ, ຫນ້າ​ອ່ານ, ເປັນ​ປະ­ໂຫຍດ ແລະ ຫນ້າ​ເຊື່ອ​ຖືໄດ້​ເທົ່າ​ນັ້ນ.

   ຢ່າງ­ໃດ​ກໍ່​ຕາມ ທັງ​ຫມົດ​ທັງປວງ​ທີ່​ກ່າວ​ມາ​ນັ້ນ ອາດ​ຈະ​ມີ​ທັງປັດ​ໄຈ​ພາຍ​ໃນ ແລະ ພາຍ​ນອກທີ່​ເຮັດ​ໃຫ້­ການ​ນຳ​ສະ­ເຫນີ​ຂ່າວຂອງ​ສື່​ມ່ວນ​ຊົນ​ລາວ​ເປັນ​ຢ່າງ ທຸກ​ມື້­ນີ້ ໂດຍ​ປັດ​ໄຈ​ພາຍ​ໃນ​ໄດ້ແກ່​ພາ­ລະ​ບົດ­ບາດ​ຂອງ​ສື່​ມ່ວນຊົນ ແຕ່​ລະ​ສຳ­ນັກ​ມີ​ສ່ວນ​ຄື​ກັນ ແລະ ມີ​ສ່ວນ​ຕ່າງ​ກັນ ນອກ­ຈາກນີ້ ພະ­ນັກ­ງານ ຫລື ນັກ​ຂ່າວ​ທີ່​ບໍ່ໄດ້​ຮຽນ​ຈົບ​ຈາກ​ສະ​ຖາ​ບັນ​ການສຶກ​ສາ​ສະ­ເພາະ​ດ້ານ (ດ້ານ​ການ ສື່­ສານ​ມວນ​ຊົນ) ແຕ່​ເປັນ​ການສະ​ສົມ​ປະ­ສົບ​ການ​ໂດຍ​ຜ່ານການ​ເຮັດ​ວຽກ​ງານ​ດ້ານ​ຂ່າວ ມາ​ເປັນ​ເວ­ລາ​ຫລາຍ​ປີ ເປັນ​ການສືບ​ທອດ​ຈາກ​ຮຸ່ນ​ສູ່​ຮຸ່ນ ດັ່ງ­ນັ້ນ ການ​ລາຍ​ງານ​ຂ່າວ ຫລື ການຂຽນ​ຂ່າວ​ຈິ່ງ​ເປັນ​ການ​ສືບ​ທອດຈາກ​ຮຸ່ນ​ສູ້​ຮຸ່ນ​ເຊັ່ນ​ດຽວ​ກັນ​ບໍ່​ ມີຄວາມ​ພະ­ຍາ­ຍາມ​ໃນ​ການ​ພັດທະ​ນາ​ຕົນ​ເອງ ດັ່ງ­ນັ້ນ ຮູບ​ແບບການ​ນຳ​ສະ­ເຫນີ​ຂ່າວ​ຈິ່ງ​ຍັງ​ຄົງຢຶດ​ຕິດ​ຢູ່​ກັບ​ຮຸ່ນ​ກ່ອນໆ​ທີ່​ ເຄີຍ​ປະຕິ​ບັດ​ມາ ແລະ ປະ­ຕິ­ບັດ​ສືບ­ຕໍ່​ກັນມາ​ຈົນ​ເຖິງ​ປະ­ຈຸ​ບັນ ແລະ ອີກ​ປັດໄຈ​ຫນຶ່ງ​ຄື ຂາດ​ສິ່ງ​ຈູງ​ໃຈ​ບາງຢ່າງ​ຈິ່ງ​ບໍ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ທີ່​ຈະແຂ່ງ­ຂັນ​ໃນ ​ເຊີງ​ການ​ຕະ­ຫລາດ ສ່ວນ​ປັດ​ໄຈ​ພາຍ​ນອກ​ຄື ບັນ­ຫາຂອງ​ແຫລ່ງ​ຂ່າວ​ທີ່​ບໍ່​ຄ່ອຍ​ໃຫ້ຄວາມ​ສຳ­ຄັນ ຫລື ໃຫ້​ຄວາມ​ຮ່ວມມື​ກັບ​ນັກ​ຂ່າວ​ເທົ່າ​ທີ່​ຄວນ​ນີ້ ເປັນພຽງ​ສ່ວນ​ຫນຶ່ງ​ເປັນ​ປະ​ເດັ່ນ​ທີ່​ຜູ້ຂຽນ​ຍົກ​ມາ​ວິ­ເຄາະ​ແນ່­ນອນ​ຍັງ ມີ​ປັດ​ໄຈ​ຫລາຍໆ​ຢ່າງ​ທີ່​ບໍ່​ໄດ້ ກ່າວ​ເຖິງ​ໃນ​ບົດ​ຄວາມ​ນີ້ ເນື່ອງຈາກ​ມີ​ຂໍ້​ຈຳ­ກັດ​ບາງ​ຢ່າງ ແລະ ຕ້ອງ­ການ​ໃຫ້​ຜູ້​ອ່ານ​ວິ­ພາກ​ວິຈານ ຫລື ຕຳ​ນິ­ຕິ​ຊົມ​ເພື່ອ​ຕໍ່​ຍອດໃນ​ບົດ​ຕໍ່ໆ​ໄປ.

   ດັ່ງ­ນັ້ນ ບົດ​ຄວາມ​ນີ້ ຈິ່ງ​ບໍ່ອາດ​ຫລີກ​ລຽງ​ຄວາມ​ຂາດ​ຕົກບົກ​ຜ່ອງ​ໄດ້ ຜູ້​ຂຽນ​ຂໍ​ນ້ອມ​ຮັບຄຳ​ຕຳ​ຫນິ­ຕິ​ຊົມ​ຈາກ​ຜູ້​ອ່ານ ຖ້າ­ວ່າຜູ້​ອ່ານ​ທ່ານ​ໃດ​ຕ້ອງ­ການ​ສະແດງ​ຄວາມ​ຄິດ​ເຫັນ​ໃດໆກະລຸ ນາ​ສົ່ງ​ຄຳ​ຕຳ​ນິ­ຕິ​ຊົມ​ມາ​ໄດ້​ທີ່ k_khampasith@hotmail.com ຜູ້​ຂຽນ​ຈະ​ຮັບຟັງ​ທຸກ​ຄວາມ​ຄິດ​ເຫັນເພື່ອ​ນຳໄປ​ປັບ­ປຸງ​ໃນ​ບົດ​ຕໍ່ໆ​ໄປ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

ສຳນັກງານ​ປົກຄອງ​ເມືອງ​ຫຼັງ​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ​ລາວ

ຕັ້ງຢູ່ໃນເທດສະບານເມືອງທອງແຂວງບໍລິຄຳໄຊ

ຫ່າງຈາກເທດສະບານແຂວງໄປທາງທິດຕາເວັນອອກປະມານ 200 ກວ່າໂກໂລແມັດ

ຕັ້ງປິ່ນໜ້າໄປສູ່ທິດຕາເວັນອອກ ,ຢູ່ຕໍ່ໜ້າຕຶກໄດ້ຕັດພູປັບເປັນເດີ່ນກ້າງຂວາງ

ແລະ ມີອະນຸສະຖານໄກສອນພົມວິຫານຕັ້ງຢູ່ເທິງພູູນ້ອຍທີ່ຕິດກັບເດີ່ນ

 

 

ຕຶກຫຼັງ​ນີ້ມີ​ຂະໜາດ​ກ້ວາງ,ຍາວ 35 x 80 ແມັດ,ສູງ 3 ຊັ້ນ

 

ປະກອບ​ມີ 76 ຫ້ອງ​ໃຊ້​ເປັນ​ຫ້ອງການ, 1 ສະ​ໂມ​ສອນ(ຫ້ອງ​ປະຊຸມ​ໃຫຍ່) ແລະ 1 ຫ້ອງ​ປະຊຸມ​ນ້ອຍ

ພາຍ​ໃນ​ຫ້ອງ​ປະກອບ​ເຄື່ອງ​ເຟີ​ນີ​ເຈີຄົບ​ຊຸດ,ມີຜ້າກັ້ງຫຼູຫຼາລາຄາ​ແພງ​ມູນ​ຄ່າ​ຂອງ​ຜ້າກັ້ງບໍ່​ຕ່ຳ​ກວ່າ ລ້ານ​ບາດ

ຕິດປິດ​ເປີດຕາມ​ປະຕູ ແລະ ປ່ອງຢ້ຽມທຸກຫ້ອງ, ມີລະບົ​ບໄຟ້າ​ຄົບ​ຖ້ວນ

ບັນດາ​ຫ້ອງການ​ຕ່າງໆ​ໂຂງ​ເຂດ​ປົກຄອງ​ອ້ອມ​ຂ້າງ​ເມືອງ ນອກຈາ​ສຶກສາ,ສາທາ ​

ແລະ ​ໂຍທາ​ທິການ​ແລ້ວ​ແມ່ນເຂົ້າ​ປະຈຳການ​ທີ່​ຕຶກ​ຫຼັງ​ນີ້ໝົດ​ເລີຍ

ຕຶກ​ຫຼັງ​ນີ້ອອກ​ແບບ ​ແລະ ກໍ່ສ້າງ​ໂດຍ​ວິຊາ​ວະ​ກອນ ​ແລະ ຄົນ​ງານ​ຊາວ​ຫວຽດມານ

​ໃຊ້​ເວລາ​ສຳ​ຫຼວດອອກ​ແບບ 1 ປີ,ບຸກ​ເບີກ​ສະຖານ​ທີ່ 1 ປີ ​ແລະ​ ກໍ່ສ້າງ 3 ປີ ມອບ​ຮັບ​ໃນ ປີ 2005

ມີມູນຄ່າ 6.400 ກ່ວາລ້ານກີບ(ຫົກຕື້ສີ່ຮ້ຽກວ່າລ້ານກີບ)

​ເມື່ອປີ 2009 ໃນໄລຍະກະກຽມເປີດກອງປະຊຸມໃຫຍ່ຄັ້ງທີ່ v ອົງຄະນະພັຫເມືອງວຽງທອງ

ຕຶກ​ຫຼັງ​ນີ້​ໄດ້​ມີ​ການ​ສ້ອມ​ແຊມ​ໃໝ່​ເປັນຕົ້ນລະບົບ​ໄຟຟ້າ,ຕິດ​ກະ​ໂລ​ບາງ​ບ່ອນ​ທີ່​ແຕກ​ຂຸ​,ຕາບ​ຈູ​ນເພດານ

 ແລະ ຫຼັງຄາ​ບ່ອນ​ທີ່​ຮົ້ວ​ຊືມ,ທາສີຄືນໃໝ່ ມູນຄ່າ 100  ກວ່າ​ລ້ານ

ປະຈຸ​ບັນ​ອັນ​ອື່ນ​ກໍ່​ປົກກະຕິ​ທຳ​ມະ​ດາ ​ຕ່າງ​ແຕ່​ວ່າ​ຫ້ອງ​ນ້ຳ​ບໍ່​ມີ​ນ້ຳ​ເກືອບ ​3 ປີ​ມາ​ແລ້ວ

 

 

ແນ່ນອນ​ຕ້ອງ​ມີ​ຄວາມ​ຫຍຸ້ງຍາກ​ແກ່​ຜູ້​​ເຂົ້າປະຈຳການ​ທັງ​ປົກກະຕິ

ແລະ ບັນດາ​ແຂກ​ຄົນທີ່ມາ​ພົວພັນ​ວຽກ

 

 ຕະລອດ​ຮອດ​ບັນດາ​ແຂກ​ທີ່​ເຂົ້າຮ່ວມ​ປະຊຸມ ຫຼື ມາຝຶກ​ອົບຮົມຊົ່ວຄາວທີ່ຕຶກຫຼັງນີ້.

ປະທານ​ໂຮ່ຈິ​ມິນ​ເວົ້າວ່າ: ຢາກ​ກວດກາ​ຄວາມ​ສະອາດ,​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ຄົນ​

ກ່ອນ​ອື່ນ​ຕ້ອງກວດກາ​ທີ່​ຫ້ອງ​ນ້ຳ,ຖ້າ​ຫ້ອງ​ນ້ຳ​ສະອາດ​ແລ້ວ​ຖື​ວ່າ​ທຸກ​ຢ່າງກໍ່​ຈະ​ດີ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 

ຫາກທ່ານບໍ່ເຊື່ອກໍ່ລອງພິສູດດ້ວຍຕົວເອງເບິ່ງນະ

ເວລາເຮົາແກງຫອຍກໍ່ແກງທຳມະດາ ແລະ ເວລາກິນກໍ່ກິນທຳມະດາ,

ບໍ່ໃຫ້ຕັ້ງໃຈນັບ

ແລະ ບໍ່ໃຫ້ຫອຍທີ່ເຮົາກິນນັ້ນໝົດ

ເມື່ອກິນອີ່ມແລ້ວຈິ່ງມານັບເປັນຄູ່ໆຕາມຫຼັງຈະເຫັນໄດ້ວ່າ:

ທຸກເທື່ອ, ທຸກຄົນທີ່ກິນຫອຍລ້ວນແຕ່ບໍ່ມີໂຕຄີກເລີຍ,ມັນຈະເປັນຄູ່ຢູ່ສະເໝີ

(ບໍ່ນັບໂຕທີ່ບໍ່ໄດ້ກິນ ແລະ ໂຕທີ່ກິນບໍ່ໄດ້)

ຂ້ອຍພິສູດມາແລ້ວເຫັນວ່າເປັນຕາເຊື່ອ

ລະ ອີກອັນໜຶ່ງຈະບອກ ວິທີຕ່ອຍຫອຍໃຫ້ຈູບອອກງ່າຍ

ເຮົາຄວນຕ່ອຍຫອຍບໍ່ໃຫ້ກົ້ນຂອງມັນຂາດ(ບໍ່ໃຫ້ກຸດ)

ດ້ວຍການໃຊ້ມີດ ຫຼື ພ້າ ສັບທີ່ກົ້ນສ້ວຍຂອງຫອຍພໍໃຫ້ເປັນຮູນ້ອຍໆກໍ່ພໍ

ເວລາເຮົາກິນ,ເຮົາຈູບ ເຮັດຈະໃຫ້ອາກາດລ່ວງໄດ້ດີກວ່າ ແລະ ຫອຍຈະອອກມາງ່າຍໆ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ມູນຄ່າຄ້າໄມ້ຫລາຍ ແຕ່ລັດຍັງອັບປະໂຫຍດ, ການຄ້າຮຽກຮ້ອງທຸກພາກສ່ວນຮ່ວມເປັນເຈົ້າການ

Date of News ວັນທີ 11/07/2011 - ເວລາ 09:08:13 

ຂ່າວ: ຈັນ​ສີ

   ຊັບ­ພະ­ຍາ­ກອນ​ໄມ້​ໃນ​ດິນແດນ​ລາວ​ຖືກ​ສົ່ງ​ຂາຍ​ໄປ​ຕ່າງ​ປະເທດ​ເປັນ​ຈຳ­ນວນ​ ຫລາຍ​ຈົນ​ພໍ່­ຄ້າໄມ້​ຮັ່ງ ແຕ່​ລາຍ​ຮັບ​ທີ່​ເຂົ້າ​ງົບ​ປະມານ​ຂອງ​ລັດ​ມີ​ບໍ່​ເຖິງ​ເຄິ່ງ, ຂະແຫນງ​ກ່ຽວ­ຂ້ອງ​ຊີ້​ປ່າ­ໄມ້​ແມ່ນ​ຊັບພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ຜົນປະ­ໂຫຍດ​ຂອງ​ປະ­ເທດ ຖ້າ​ຢາກ​ໃຫ້​ຕົ້ນ­ໄມ້​ທີ່​ຖືກ​ຕັດ​ສົມ ຄຸນ­ຄ່າ​ທຸກ​ພາກ­ສ່ວນ​ຕ້ອງ​ຮ່ວມເປັນ​ເຈົ້າ​ການ​ຕິດ­ຕາມ​ຄຸ້ມ​ຄອງ.

   ທ່ານ ດຣ. ນາມ ວິ​ຍະ​ເກດ ລັດຖະ​ມົນ­ຕີ​ວ່າ­ການ​ກະ­ຊວງ​ອຸດ​ສະຫະ​ກຳ ແລະ ການ​ຄ້າ ກ່າວ​ເມື່ອ​ບໍ່ດົນ​ມາ​ນີ້​ວ່າ: ບັນ­ດາ​ປະ­ເທດ​ໃກ້ຄຽງ​ແຈ້ງ​ຜົນ​ການ​ຈ່າຍ​ເງິນ​ຊື້​ໄມ້ ຈາກ​ລາວ​ແຕ່​ລະ​ປີ​ຈຳ­ນວນ​ຫລວງຫລາຍ ແຕ່​ລັດ­ຖະ­ບານ​ຍັງ​ອັບ​ປະໂຫຍດ, ເສຍ­ປຽບ​ທາງ​ການ​ຄ້າ ຍ້ອນ​ບໍ່​ສາ­ມາດ​ຄຸ້ມ​ຄອງ​ໄດ້, ຖ້າຫາກ​ທຸກ​ພາກ­ສ່ວນ​ເຫັນ​ບັນ­ຫາ​ນຳກັນ​ການ​ຕິດ­ຕາມ​ຄຸ້ມ​ຄອງ​ຈະ​ງ່າຍ ແລະ  ຊັດ​ເຈນ​ຂຶ້ນ.

   ທ່ານ ລັດ­ຖະ­ມົນ­ຕີ ໄດ້​ເປີດ­ເຜີຍເຖິງ​ຕົວ​ເລກ​ເງິນ​ທີ່​ໄດ້​ຈາກ​ການຄ້າ​ໄມ້ໂດຍ​ທ່ານ​ກ່າວ​ວ່າ: ການຂາຍ​ໄມ້​ຕາມ​ຕົວ​ເລກ​ຈິງ​ທີ່​ກະຊວງ​ໄດ້​ເກັບ​ກຳ​ສົກ 2007-Œ2008 ໄດ້ 24 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ ຫລື ເທົ່າ​ກັບ 16%, ສົກ 2008Œ2009 ມີ 22,8 ລ້ານ​ໂດ​ລາ​ສະ­ຫະລັດ ກວມ 15% ຂອງ​ຍອດ​ມູນ​ຄ່າການ​ສົ່ງ​ອອກ​ທັງ​ຫມົດ ແລະ 2009-Œ2010 ແມ່ນ 8,3 ລ້ານໂດ​ລາ ​ສະ­ຫະ­ລັດ.

   ໃນ​ເວ­ລາ​ດຽວ​ກັນ​ຜະ­ລິດ​ຕະພັນ​ໄມ້​ສົ່ງ​ໄປ​ຈີນ 2008 ມີ​ຈຳນວນ 4,3 ລ້ານ​ໂດ​ລາ​ສະ­ຫະ­ລັດ, 2009 ແມ່ນ 1,5 ລ້ານ​ໂດ​ລາ​ສະຫະ​ລັດ ແລະ ປີ 2010 ຂາຍ​ໄດ້ 2,8 ລ້ານ​ໂດ​ລາ​ສະ­ ຫະ­ລັດ, ຂະ­ນະທີ່​ຜະ­ລິດ​ຕະ​ພັນ​ໄມ້​ທີ່​ສົ່ງ​ໄປ​ຫວຽດນາມ 2008 ມີ 24 ລ້ານ​ໂດ​ລາສະ­ຫະ­ລັດ, 2009 ຂາຍ​ໄດ້ 22,8 ລ້ານ​ໂດ​ລາ​ສະ­ຫະ­ລັດ ສ່ວນ 2010 ແມ່ນ 8,3 ລ້ານ​ໂດ​ລາ​ສະ­ຫະ­ ລັດ.

   ນີ້ ແມ່ນ​ຕົວ​ເລກ​ທີ່​ເກັບ​ກຳ​ໄດ້ ແລະ ມາ​ຜ່ານ​ບັນ­ຊີ​ຂອງ​ຂະ­ແຫນງການ​ຄ້າ. ແຕ່​ຕົວ​ເລກ​ທີ່​ຈີນŒຫວຽດນາມ, ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ແຈ້ງ ໃຫ້​ກະ­ຊວງ​ຊາບ​ວ່າ: ໄມ້​ທີ່​ຫວຽດນາມ​ນຳ​ເຂົ້າ​ຈາກ​ລາວ 2009 ມີ  95,9 ໂດ​ລາ​ສະ­ຫະ­ລັດ ແລະ 162,7 ລ້ານ​ໂດ​ລາ​ສະ­ຫະ­ລັດ ໃນປີ 2010.

   ສຳ­ລັບ ສປ ຈີນ 2008 ນໍາ​ເຂົ້າໄມ້​ຈາກ​ລາວ​ທັງ​ຫມົດ 21,7 ລ້ານໂດ​ລາ​ສະ­ຫະ­ລັດ 2009 ນໍາ​ເຂົ້າ 67,5 ລ້ານ​ໂດ​ລາ​ສະ­ຫະ­ລັດ.

   ບໍ່​ພຽງ​ເທົ່າ​ນັ້ນ ການ​ຄ້າ​ໄມ້​ໃນປີ​ນີ້ ໂດຍ​ນັບ​ແຕ່​ເດືອນ​ມັງ­ກອນ​ຫາເດືອນ​ເມ­ສາ ປີ 2011 ຫວຽດນາມ​ນຳ​ເຂົ້າ​ໄມ້​ຈາກ​ລາວ​ຫລາຍ ເຖິງ 107 ລ້ານ​ໂດ​ລາ​ສະ­ຫະ­ລັດ, ແຕ່​ຝ່າຍ​ລາວ​ຍັງ​ບໍ່​ທັນ​ມີ​ໃນ​ບັນ­ຊີ.

   ນັ້ນ​ຫມາຍ​ຄວາມ​ວ່າ: ຂະ​ບວນການ​ລັກ­ລອບ​ຄ້າ​ໄມ້​ບໍ່​ຖືກ​ກົດຫມາຍ​ເກີດ​ຂຶ້ນ​ຢ່າງ​ແພ່​ ຫລາຍກາຍ­ເປັນ​ຈຸດ​ເສຍ­ປຽບ​ທາງ​ດ້ານການ​ຄ້າ​ໄມ້​ຂອງ​ປະ­ເທດ​ເຮົາ​ທີ່​ ບໍ່ສາ­ມາດ​ຄຸ້ມ​ຄອງ​ໄດ້, ຈາກ​ບັນ­ຫານີ້ ເຫັນ​ໄດ້​ວ່າ ການ​ຄ້າ​ໄມ້​ເປັນ​ບັນຫາ​ຫລໍ່​ແຫມ​ທີ່​ສຸດ ດ້ານ​ຊັບ​ພະ­ຍາກອນ​ທຳ​ມະ​ຊາດ ແລະ ຜົນ​ປະໂຫຍດ​ຂອງ​ຊາດ​ເຮົາ, ຖ້າ​ພວກເຮົາ​ບໍ່​ຄຸ້ມ​ຄອງ​ດີ, ບໍ່​ເຫັນ​ບັນ­ຫານຳ​ກັນ​ບໍ່​ເອົາ­ໃຈ­ ໃສ່​ຄຸ້ມ​ຄອງ​ຕິດຕາມ​ກວດ­ກາ ແລະ ຮັກ­ສາ ຍິ່ງ​ຈະເຮັດ​ໃຫ້​ປະ­ເທດ​ຊາດ​ສູນ​ເສຍ​ຜົນປະ­ໂຫຍດ ແລະ ເປັນ​ການ​ເພີ່ມ​ຈຳນວນ​ເງິນ​ຈໍ​ລະ​ຈອນກໍ່​ຄືເງິນ​ໃຊ້ຈ່າຍ​ໃນ​ສັງ­ຄົມ​ຫລາຍ​ ອັນ​ເປັນ​ສາເຫດ ​ໃຫ້​ເກີດ​ໄພ​ເງິນ​ເຟີ້​ໃນ​ປະ­ເທດເຮົາ, ທ່ານ ດຣ. ນາມ ວິ​ຍະ​ເກດ ກ່າວ​ເນັ້ນ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2011 | ມີ 22 ຄຳເຫັນ ແລະ 0 trackback(s)

ເມື່ອວັນເສົາ ວັນທີ່ 09. 07. 11 ນີ້ໄດ້ຍິນສຽງຈົ່ມຈາກໂຕະເບຍໂຕະໜຶ່ງໃນຮ້ານທີ່ຮ້ອຍເສີບເບຍເປັນປະຈຳ.

ໃນໂຕະນັ້ນມີຜູ້ຊາຍ 6 ຄົນນັ່ງດື່ມແຕ່ເຊົ້າຈົນຮອດສວາຍຄົງປະຕິເສດບໍ່ໄດ້ຄຳວ່າບໍ່ເມົາຈັກນ້ອຍ,

ເຂົາເລົ່ານັ້ນອາດຢູ່ເມືອງພູດອຍຫ່າງໄກສອກຫຼີຂອງແຂວງບໍລິຄຳໄຊ.

ເພາະເຂົາຈົ່ມວ່າ: ໂຄຕ່າ ໄປຮຽນ ທິດສະດີການເມືອງການປົກຄອງປີນີ້ເພີ່ນໃຫ້ 3 ເມືອງພູດອຍຄື: ຄຳເກີດ,ວຽງທອງ ແລະ ໄຊຈຳພອນ ທີ່ເປັນເມືອງພູດອຍ ເມືອງລະ 3 ທຶນ ແຕ່ລະເມືອງ ມີທຶນປະຣິນຍາໂທ 1 , ປະຣິນຍາຕີ 1 ແລະ ຊັ້ນສູງ 1

ມີຊາຍຄົນໜຶ່ງໃນໂຕະເວົ້າຂຶ້ນວ່າ: ຢູ່ເມືອງຂອງລາວຢູ່ນັ້ນຜູ້ທີ່ສົ່ງປະຫວັດໄປນັ້ນເປັນຫຼານຂອງນາຍ ຫາກໍ່ຮຽນສະນັບສະໜຸນພັກພຽງມື້ດຽວ ແລະ ມື້ທີ່ສອງກໍ່ຮັບເຂົ້າພັກສົມບຸນເລີຍ ພ້ອມປະກອບປະຫວັດສົ່ງໄປຮຽນ.

ເຂົ້າເວົ້າຕໍ່ວ່າ: ຍັງມີບຸກຄົນອື່ນທີ່ມີເງື່ອນໄຂດີໆ ຄົບຖ້ວນທຸກມາດຖານທັງອາຍຸຄົນ,ອາຍຸການ,ອາຍຸພັກ ແລະ ສ້າງມາຫຼາຍປີ ແຕ່ບຸກຄົນເຫຼົ່ານັ້ນບໍ່ໄດ້ໄປ.

ຂ້ອຍຄັນປາຢາກຖາມວ່າ:

- ຫຼັກການຂອງພັກມີແນວໃດ?,

- ການຮັບເອົາສະມະຊິກມີຂັ້ນຕອນໃດແດ່?

- ເງຶ່ອນໄຂມາດຖານຂອງຈັດຕັ້ງແຂວງວາງມາມີແນວໃດໃນການສົ່ງພະນັກງານໄປຮຽນ?

ແຕ່ບໍ່ມີໂອກາດຖາມ ແລະ ບໍ່ຮູ້ວ່າໃຜເປັນເປັນຄົນຄິດຜິດກັບເລື່ອງນີ້ ແຕ່ພໍສະຫຼຸບໄດ້ວ່າຄົນເມົາມັກເວົ້າຄວາມຈິງ

ແຕ່ບໍ່ຄວນເຊື່ອຄົນເມົາ

ທ່ານອື່ນຄິດວ່າ ກໍລະນີແບບນີ້ເຄີຍມີບໍ່ຢູ່ໃນພັກປະຊາຊົນປະຕິວັດລາວ ?

 

 

 

 


« ໜ້າກ່ອນນີ້  |  ສະແດງຂໍ້ມູນ 1-50 ຈາກທັງໝົດ 103  |  ໜ້າຕໍ່ໄປ »