ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 26, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

 ຄຳວ່າ: ຮັກແທ້ມີພຽງແຕ່ 12 ເດືອນ ຍິນຄຳນີ້ແລ້ວຟັງບໍ່ຂຶ້ນ,ຫຼາຍທ່ານກໍ່ໂຕ້ຖຽງກັນໄປມາວ່າບໍ່ເປັນຄວາມຈິງ ຮັກແທ້ຕ້ອງຊົ່ວນິລັນດອນ.

ແຕ່ທ່ານ ຄູວ່າງ ເປັນອາຈານສອນວິຊາເຕັກນິກບໍລິຫານ ໄດ້ຍົກເຫດຜົນວ່າ: ຄົນເຮົາຕອນຮັກກັນທຳອິດແມ່ນເສຍສະລະທຸກຢ່າງ,ເອົາໃຈ,ລະມູນລະໄມ,ຄອຍຊ່ວຍເຫຼືອທຸກປະການ ນັບທັງການເຢັນນ້ຳໃຫ້ກັນຫຼັງກິນເຂົ້າ,ໄປຕ້ອນຮັບຈັບຂອງຊ່ວຍເວລາກັບແຕ່ຕະຫຼາດ ຫຼື ແມ່ນແຕ່ສະແດງຄວາມຮ່ວງໄຍເມື່ອຢູ່ງຫ່າງໄກ.

 

ແຕ່ພໍເມືອແຕ່ງດອງໄປໄດ້ 12 ເດືອນ ສິ່ງທີ່ເຄີຍປະຕິບັດຜ່ານໆມາ ກໍ່ເລີ່ມຫ່າງຫາຍໄປກັບການເວລາເທື່ອລະນ້ອຍ,ຈົນເຖິງຂັ້ນນອກໃຈກັນໄປຫາຄົນ,ລົດຮັກທີ່ເປັນຮັກແທ້ນັ້ນກໍ່ຄ່ອຍຈືງຈາງໄປຕາມການເວລາ,

 

ທິດສະດີຈູງໃຈຂອງທ່ານ: ມາສະໂລ( abraham H.MASLOW ) ຂຽນໄວ້ດັ່ງນີ້:

1. ຄົນທຸກຄົນລ້ວນແຕ່ມີຄວາມຕ້ອງການ,ຄວາມຕ້ອງການນີ້ຈະມີຢູ່ຕະລອດເວລາ ແລະບໍ່ມີມື້ສິ້ນສຸດນັບແຕ່ມື້ເກີດຈົນຮອດມື້ຕາຍ.

2. ຄວາມຕ້ອງການທີ່ໄດ້ຮັບການຕອບສະໜອງແລ້ວຈະບໍ່ແມ່ນສິ່ງທີ່ຈະຈູງໃຈຕໍ່ພຶກຕິກຳໄດ້ອີກ ໝາຍວ່າຄວາມຕ້ອງການຈະມີອິດທິພົນຕໍ່ພຶດຕິກຳ ຈະຕ້ອງເປັນຄວາມຕ້ອງການທີ່ບໍ່ທັນໄດ້ຮັບການຕອບສະໜອງ,ຄວາມຕ້ອງການໃດໆ ຫາກໄດ້ຮັບການຕອບສະໜອງແລ້ວກໍ່ຈະບໍ່ມີຄວາມໝາຍສຳລັບບຸກຄົນນັ້ນອີກ ແລະຄວາມຕ້ອງການອັນດັບຕໍ່ໄປເທົ່ານັ້ນຈິ່ງຈະມີອິດທິພົນຕໍ່ບຸກຄົນດັ່ງກ່າວ.

3. ຄວາມຕ້ອງການຂອງຄົນຈະມີລັກສະນະເປັນລຳດັບຂັ້ນຈາກຕ່ຳໄປຫາສູງ, ເມື່ອຄວາມຕ້ອງການລະດັບຕ່ຳໄດ້ຮັບການຕອບສະໜອງແລ້ວ ຄວາມຕ້ອງການທີ່ສູງຂຶ້ນໄປກໍ່ຈະຕິດຕາມມາ

 

ສຳລັບທ່ານເດ່ ແຕ່ງດອງດົນແລ້ວບໍ່? ຄັນຄົບ 12 ເດືອນເມື່ອໃດຢ່າລືມຄິດເຖິງຂໍ້ທີ່ 3 

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 - ທະຫານ ແມ່ນລູກຫຼານຂອງປະຊາຊົນ.

- ທະຫານ ມີໜ້າທີ່ປ້ອງກັນຊາດ(ຂ໊າສັຕູຂອງຊາດ)

- ປະຊາຊົນ ມີໜ້າທີ່ສ້າງສາພັດທະນາປະເທດຊາດ.

 

ຜ່ານມາຄວາມສຳພັນຂອງທະການກັບປະຊາຊົນແມ່ສະນິດແໜ້ນ ຈົນມີຂະໜານນາມວ່າ: ທະຫານ ກັບປະຊາຊົນເໝືອນປາກັບນ້ຳ

 

ຕົກມາຮອດປະຈຸບັນສັງຄົມແກ້ງແຍ່ງແຂ່ງຂັນສູງ,ມີບາງທ້ອງຖິ່ນ,ບາງບ້ານ,ບາງເຂດ,ບາງກອງ,ບາງໝວດໝູ່.

ໄດ້ສວຍໃຊ້ຈັ່ງວະ,ກາລະໂອກາດ,ໜ້າທີ່ຕຳແໜ່ງ ນາບຂູ່,ຮັບສິນບົນ,ຢຶດຈ່ອງວັຖຸຸອຸປະກອນ,ເຄຶ່ອງຂອງທຳມາຫາກິນ,ສິນຄ້າບາງສະນິດທີ່ປະຊາຊົນຫາໄດ້.

ມາເປັນຂອງຕົນ ແລະພັກພວກ.

ຈາກພຶດຕິກຳດັ່ງກ່າວໄດ້ເຮັດໃຫ້ຄວາມຮູ້ສຶກຂອງປະຊາຊົນຢູ່ບາງທ້ອງຖີ່ນປ່ຽນໄປ,ຈົນມີຂະໜານນາມໃໝ່: (ທະຫານກັບປະຊາຊົາ ເໝືອນໝາກເພັດກັບແກ່ນຕາ).

ອັນໄດ້ສ້າງພາບພົດບໍ່ດີແກ່ທະຫານ.(ໂດຍທົ່ວໄປແລ້ວຍັງຮັກສາໄດ້ດີ ແຕ່ມີບາງກອງ,ບາງໝວດໝູ່ ຫຼື ຈຸທີ່ມີໜ້າທີ່ກວດກາ)

 

ເລນິນໄດ້ຂຽນໄວ້ວ່າ: ທະຫານບໍ່ຄວນເຂົ້າຫຍຸ້ງກ່ຽວກັບເສດຖະກິດ,ຫາກທະຫານເຂົ້າກ່ຽວພັນກັບເສດທຖະກິດຍາມໃດພວກເຂົາຈະລືມໜ້າທີ່ຂອງເຂົາເຈົ້າ.

 

ສັງເກດແລ້ວທິດສະດີນີ້ແມ່ນຖືກຕ້ອງ,ເພາະປະກົດການທີ່ວ່ານີ້ມັກເກີດຢູ່ກັບຈຸທະຫານຕາມຈຸກກວດກາ,ໂດຍມັກອ້າງວ່າກວດກາເພາະມີສະພາບ ແຕ່ຕົວຈິງແລ້ວແມ່ນກວດສະເພາະລົດທີ່ມີການສົງໃກວ່າແມ່ນລົດແກ່ໄມ້ຂະຍຸງ

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

ນາງ ໄມປັນ .ເຈົ້າຂອງຮ້ານຕົວແທນຈຳໜ່າຍບັດທຸກເຄືອຄ່າຍ,ຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊ ໄດ້ເວົ້າວ່າ:  ນັບແຕ່ເດືອນ 10 / 2012 ເປັນຕົ້ນມາ ( ETL )ໄດ້ຜະລິດບັດໃໝ່ອອກມາຈຳໜ່າຍເຊິ່ງມີຮູບຮ່າງລັກສະນະສີສັນຕ່າງຈາກບັດລຸ້ນເກົ່າຫຼາຍ,ໂດຍສະເພະາະບັດໃໝ່ນີ້ມີຂະໜາດໜ້ອຍເທົ່າກັບ 1 ສ່ວນ 2 ຂອງບັດລຸ່ນເກົ່າ ແຖມບັນຈຸດຫຸ້ມຫໍ່ໃສ່ຊອງ 2 ບັດເຂົ້າໃນຊອງດຽວກັນ,ອັນເປັນຕົ້ນເຫດໃຫ້ຕົວແທນຈຳໜ່າຍຫຼາຍລາຍທ່ານມີຄວາມສັບສົນໃນການຂາຍ,ບາງຄັ້ງຂາຍຫຼົງ,ລູກຂາຍຊື້ 1 ບັດ ຈີກໃຫ້ລູກຄ້າ 1 ຊອງພັດມີສອງບັດ,ມີຕົວແທນຈຳໜ່າຍຫຼາຍຮ້ານເວົ້າວ່າ: ຫາກຜູ້ສຳຄັນບໍ່ຢູ່ຮ້ານມື້ໃດແມ່ນຈຳເປັນຕ້ອງໄດ້ເຊື່ອງບັດ ( ETL ) ໄວ້ບໍ່ໃຫ້ພະນັກງານ ຫຼື ລູກຫຼານຄົນອື່ນຂາຍ ເພາະເຄີຍຂາຍຫຼົງມາແລ້ວ ແລະອີກຢ່າງໜຶ່ງປະຈຸບັນນີ້ລູກຄ້າສ່ວນໃຫຍ່ໃຊ້ຫຼາຍເບີຢູ່ແລ້ວ ບໍ່ມີຢ່າງນີ້ເຂົາກໍ່ໃຊ້ຢ່າງອື່ນ,ຈາກບັນຫານີ້ມັນໄດ້ສົ່ງຜົນໃຫ້ຍອດຂາຍບັດ( ETL )ຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊໄດ້ລຸດລົງຢ່າງເຫັນໄດ້ຊັດ,ກ່ອນໜ້ານີ້ ( ETL ) ຄອງຍອດຂາຍຢູ່ປະມານ 30%, ເອມໂຟນ 35% ແລະ ຢູ່ນີເທວ 35%.ປະຈຸບັນນີ້ ( ETL ) ຄອງຍອດຂາຍພຽງ 10% ,ເອມໂຟນ 45% ແລະ ຢູນີເທວ 45%.

 

ນາງບອກວ່າ: ຢາກໃຫ້ຜູ້ຜະລິດບັດທຸກລຸ້ນ,ທຸກຊະນິດ ກ່ອນຜະລິດບັດໃຫ້ຄຳນຶງເຖິງຂໍ້ສະດວກໃຫ້ແກ່ຜູ້ຂາຍເປັນຫຼັກ,ເປັນຕົ້ນຄວນຮັກສາຄວາມເປັນເອກະລັກຂອງບັດແຕ່ລະຊະນິດ,ແຕ່ລະລາຄາ,ໂດຍສະເພາະແມ່ນສີ ແລະ ຂະໜາດຂອງບັດ ນັບທັງດ້ານໜ້າ ແລະດ້ານຫຼັງຄວນຮັກສາແບບເດີມ,ສ່ວນຮູບພາບ,ເນື້ອຄວາມຕ່າງໆໃນບັດບໍ່ໄດ້ສົ່ງຜົນກະທົບຫຍັງກັບການຂາຍ,ສົມມຸດບັດ ( ETL ) 10 ພັນໃຫ້ເປັນສີສົ້ມ ແລະແຕກຕ່າງຈາກບັດຊະນິດອຶ່ນໆ,ທັງນີ້ຜູ້ຂາຍຈະຊອກຫາໄດ້ງ່າຍເມືອມີລູກຄ້າຖາມຊື້,ເພາະຜ່ານມາມີບັດບາງຊະນິດ,ບາງລາຄາມີສີສັນຄ້າຍຄືກັນເຫຼືອເກີນ,ເວລາລູກຄ້າຖາມຊື້ໄດ້ຊອກຄົ້ນປີ້ນໄປ

ປີ້ນມາກໍ່ບໍ່ເຫັນທັ້ງໆທີ່ບັດນັ້ນຄົນໄປມາຫຼາຍຮອບກໍ່ຍັງບໍ່ຮູ້

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 

ທ້າວ ແກ້ວ ອາ­ຍຸ 62 ປີ ອາ­ຊີບ​ກຳ­ມະ­ກອນ​ຢູ່​ບ້ານ​ທ່າ​ນາ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຖືກ​ເຈົ້າ​ໜ້າ­ທີ່ ປກສ ເມືອງ​ນາ​ຊາຍ​ທອງ ຈັບ​ກຸມ​ຕົວ​ເປັນ​ຄັ້ງ​ທີ 3  ວັນ​ທີ 24 ກໍ­ລະ­ກົດ 2012.

ຜ່ານ​ມາ ທ້າວ ແກ້ວ ກໍ່​ມີ​ປະ­ຫວັດ​ລັກ​ເລັກ​ຂະ­ໂມຍ​ນ້ອຍ​ຢູ່​ຕາມ​ສະ­ຖານ­ທີ່​ກໍ່­ສ້າງ​ຕ່າງໆ ເຊັ່ນ: ລັກ​ເຫຼັກ​ເສັ້ນ​ຢູ່​ແຄມ​ທາງ​ແຖວ T2 ຈຳ­ນວນ 33 ຄັ້ງ ຄັ້ງ​ລະ 15-20 ກິ​ໂລ​ກຼາມ ຂາຍ​ໄດ້ 30.000-40.000 ກີບ ພໍ­ໄດ້​ເງິນ​ມາ​ກໍ່​ໄປ​ຊື້​ຢາ​ບ້າ​ມາ​ເສບ ແລະ ຫຼິ້ນ​ກິນ​ຟຸມ​ເຟືອຍ​ຈົນ​ໝົດ .

ຂໍ້ມູນຈາກ ວຽງຈັນໃໝ່

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດ­ຖະ­ມົນ­ຕີ​ວ່າ­ການ ກະ­ຊວງ​ການ​ເງິນ ຫົວ­ໜ້າ​ອະ­ນຸ​ກຳ­ມະ­ການ​ງົບ­ປະ­ມານ​ລາຍ​ຈ່າຍ ແລະ ຈັດ​ຊື້​ພາ­ຫະ­ນະ ໄດ້​ຖະ­ແຫຼງ​ຕໍ່​ສື່​ມວນ​ຊົນ​ຂະ­ແໜງ­ການ​ຕ່າງໆ ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ກະ­ກຽມ​ຂອງ​ອະ­ນຸ​ກຳ­ມະ­ການ​ດັ່ງ­ກ່າວ ໃນ​ການ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ສຸດ​ຍອດ ອາ­ຊີ-ເອີ​ຣົບ (ASEM) ຄັ້ງ​ທີ 9 ວ່າ​ບໍ່​ກະ­ທົບ​ເຖິງ​ລາຍ​ຈ່າຍ​ຮ່ວງ​ອື່ນໆ ລວມ​ໄປ​ເຖິງ​ການ​ປະ­ຕິ­ບັດ​ເງິນ­ເດືອນ​ໃໝ່​ຂອງ​ພະ­ນັກ­ງານ ລັດ­ຖະ­ກອນ.

ພິ­ທີ​ຖະ­ແຫຼງ​ຂ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກັນ­ຍາ 2012 ທີ່​ກະ­ຊວງ​ການ​ເງິນ ຊຶ່ງ​ມີ​ບາງ​ຕອນ ທ່ານ ພູ​ເພັດ ຄຳ​ພູນ​ວົງ ໄດ້​ກ່າວ​ວ່າ: ສຳ­ລັບ​ອະ­ນຸ​ກຳ­ມະ­ການ​ໃນ​ການ​ກະ­ກຽມ​ເປັນ​ເຈົ້າ­ພາບ​ກອງ​ປະ­ຊຸມ​ຄັ້ງ​ນີ້ ມາ​ຮອດ​ປັດ­ຈຸ­ບັນ ດ້ານ​ງົບ­ປະ­ມານ​ແມ່ນ​ມີ​ຄວາມ​ກຽມ­ພ້ອມ ຊຶ່ງ​ໃນ​ການ​ສະ­ຫຼຸບ​ຄວາມ​ຕ້ອງ­ການ​ກໍ​ມີ​ຢ່າງ​ຫຼວງ­ຫຼາຍ ແຕ່​ຜ່ານ​ການ​ປະ­ສານ​ງານ​ການ​ຄິດ­ໄລ່​ກັບ​ບັນ­ດາ​ກະ­ຊວງ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ ເຫັນ​ວ່າ​ຕົວ​ເລກ​ຢູ່​ໃນ​ລະ­ດັບ 240 ຕື້​ກີບ ນີ້​ແມ່ນ​ສະ­ເພາະ​ງົບ­ປະ­ມານ​ພາຍ​ໃນ ຊຶ່ງ​ໃນ​ນັ້ນ​ແມ່ນ​ງົບ­ປະ­ມານ​ທີ່​ຂຶ້ນ​ໄວ້ ໃນ​ສົກ​ປີ 2011-2012ມີ​ຢູ່ 175ຕື້​ກີບ ສ່ວນ​ທີ່​ເຫຼືອ​ແມ່ນ​ຈັດ​ສັນ​ເຂົ້າ​ໃນ​ສົກ​ປີ 2012-2013ມາ​ຮອດ​ປັດ­ຈຸ­ບັນ ດ້ານ​ງົບ­ປະ­ມານ​ໃນ​ການ​ກະ­ກຽມ​ມີ​ພຽງ­ພໍ ແລະ ຍັງ​ຮັກ­ສາ​ໄວ້​ເພື່ອ​ເປັນ​ງົບ​ສຸກ​ເສີນ ໃນ​ນັ້ນ​ແບ່ງ​ເປັນ​ງົບ​ໃຊ້​ຈ່າຍ​ວຽກ​ງານ​ບໍ­ລິ­ຫານ​ຂອງ​ບັນ­ດາ​ອະ­ນຸ​ກຳ­ມະ­ການ​ຕ່າງໆ ແລະ ການ​ຈັດ​ຊື້​ພາ­ຫະ­ນະ​ເພື່ອ​ມາ​ຮັບ​ໃຊ້​ກອງ​ປະ­ຊຸມ ປັດ­ຈຸ­ບັນ ພວກ​ເຮົາ​ສາ­ມາດ​ຈັດ​ຊື້​ພາ­ຫະ­ນະ ແລະ ນຳ​ເຂົ້າ​ມາ​ໄດ້​ຢ່າງ​ຄົບ​ຖ້ວນ​ໝົດ​ແລ້ວ.

ນອກ­ຈາກ​ນີ້ ພວກ​ເຮົາ​ຍັງ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ປະ­ເທດ​ເພື່ອນ​ມິດ ເຊັ່ນ: ຊ່ວຍ­ເຫຼືອ​ເຂົ້າ​ໃນ​ການ​ກະ­ກຽມ ເປັນ­ຕົ້ນ​ແມ່ນ ຫໍ​ປະ­ຊຸມ ວັດ­ຖຸ​ອຸ​ປະ­ກອບ​ຮັບ​ໃຊ້​ກອງ​ປະ­ຊຸມ​ຈຳ­ນວນ​ໜຶ່ງ ຊຶ່ງ​ຕົວ​ເລກ​ໃນ​ການ​ຊ່ວຍ­ເຫຼືອ​ປະ­ກອບ​ມີ ສ.ສ ຫວຽດ­ນາມ ໃຫ້­ການ​ຊ່ວຍ­ເຫຼືອ 500.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 4 ຕື້​ກີບ ແລະ ຍັງ​ມີ​ວັດ­ຖຸ​ອຸ­ປະ­ກອນ​ຈຳ­ນວນ​ໜຶ່ງ ສປ.ຈີນ ໄດ້​ຊ່ວຍ​ເປັນ​ປະ­ເພດ​ຊ່ວຍ­ເຫຼືອ​ລ້າ ປະ­ມານ 450 ລ້ານ​ຢວນ (ເງິນ​ຈີນ) ຫຼື ປະ­ມານ 566 ຕື້​ກີບ ຊ່ວຍ­ເຫຼືອ​ໃນ​ຮູບ​ການ​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ 37 ລ້ານ​ໂດ​ລາ​ສະ­ຫະ­ລັດ ປະ­ມານ 296 ຕື້​ກີບ ແລະ ຍັງ​ໄດ້​ຊ່ວຍ­ເຫຼືອ​ລົດ­ເມ ລົດ​ບັດ ຈຳ­ນວນ 10 ຄັນ ລົດ​ຮັບ​ໃຊ້​ວຽກ​ງານ ປກສ ລົດ​ສະ­ຫຼາມ 4 ຄັນ ນອກ­ຈາກ​ນັ້ນ​ຍັງ​ມີ​ຍີ່­ປຸ່ນ ທີ່​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ເປັນ​ຈຳ­ນວນ​ເງິນ ປະ­ມານ 1.935 ລ້ານ​ເຢັນ ຫຼື ປະ­ມານ 196 ຕື້​ກີບ ແລະ 3 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 24 ຕື້​ກີບ ໄທ 190 ລ້ານ​ບາດ ຫຼື ປະ­ມານ 47 ຕື້​ກີບ ໃນ​ນີ້ ການ​ຊ່ວຍ­ເຫຼືອ​ລ້າ​ປະ­ມານ 30% ສ່ວນ​ທີ່​ເຫຼືອ​ແມ່ນ​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ຮູບ​ການ​ກູ້​ຢືມ​ດອກ​ເບ້ຍ​ຕ່ຳ ບຣູ​ໄນ​ໃຫ້­ການ​ຊ່ວຍ­ເຫຼືອ​ປະ­ມານ 500.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 4 ຕື້​ກີບ ສະ­ຫະ­ພາບ​ເອີ​ຣົບ​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ຮູບ​ການ​ໄປ​ທັດ­ສະ­ນະ​ສຶກ​ສາ ຖອດ​ຖອນ​ບົດ­ຮຽນ​ໃນ​ການ­ຈັດ­ຕັ້ງ​ກອງ​ປະ­ຊຸມ​ຢູ່​ບັນ­ດາ​ປະ­ເທດ​ທີ່​ເຂົາ­ເຈົ້າ​ເຄີຍ​ຈັດ​ມາ​ແລ້ວ ໃນ​ຂົງ­ເຂດ​ເອີ​ຣົບ ເປັນ​ມູນ​ຄ່າ 100.000 ກວ່າ​ໂດ​ລາ​ສະ­ຫະ­ລັດ ປະ­ມານ 800 ລ້ານ​ກີບ ແລະ ຍັງ​ໄດ້​ສະ­ໜອງ​ພາ­ສາ​ແປ ມີ​ຢູ່ 6 ພາ­ສາ ແຕ່​ລະ​ພາ­ສາ​ມີ 3 ຄົນ ນອກ​ນັ້ນ​ຍັງ​ມີ​ອົດ​ສະ​ຕຣາ​ລີ ທີ່​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ແງ່​ຂອງ​ການ​ເຝິກ​ອົບ​ຮົບ​ພາ­ສາ​ອັງ­ກິດ ວຽກ​ງານ​ພິ­ທີ­ການ​ສຳ­ລັບ​ການ​ຈັດ​ກອງ​ປະ­ຊຸມ ສິງ­ກະ­ໂປ​ສ່ວນ​ໃຫຍ່​ແມ່ນ​ໃຫ້­ການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ການ​ເຝິກ­ອົບ­ຮົມ​ໃຫ້​ແກ່​ການ​ກະ­ກຽມ ການ​ຈັດ​ກອງ​ປະ­ຊຸມ​ໃນ​ລະ­ດັບ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ ການ​ແປ​ພາ­ສາ ການ​ຈັດ​ປຶ້ມ​ຄູ່​ມື ການ​ສະ­ໜອງ​ອຸ­ປະ­ກອນ​ເຄື່ອງ​ສຽງ​ຕ່າງໆ ແລະ ຍັງ​ມີ​ປາ​ກິດ​ສະ­ຖານ ນຳ​ອີກ.

ທ່ານ ພູ​ເພັດ ຄຳ​ພູນ​ວົງ ກ່າວ​ຕື່ມ​ວ່າ: ການ​ນຳ​ໃຊ້​ງົບ­ປະ­ມານ​ໃນ​ການ​ຈັດ​ກອງ​ປະ­ຊຸມ​ຄັ້ງ​ນີ້ ທີ່​ຫຼາຍ​ຄົນ​ອາດ​ຄິດ​ໃສ່​ວ່າ​ຈະ​ກະ­ທົບ​ໃສ່​ກັບ​ຮ່ວງ​ເງິນ​ອື່ນໆ ການ​ຂະ­ຫຍາຍ­ຕົວ​ຂອງ GDP ນັ້ນ ແມ່ນ​ບໍ່​ໃຫ້​ເປັນ​ຫ່ວງ ເນື່ອງ​ຈາ​ກວ່າ​ວຽກ​ງານ​ກະ­ກຽມ​ການ​ເປັນ​ເຈົ້າ­ພາບ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ນີ້ ລັດ­ຖະ­ບານ​ໄດ້​ມີ​ການ​ກະ­ກຽມ​ເປັນ​ເວ­ລາ​ຍາວ​ນານ​ພໍ​ສົມ­ຄວນ ທຸກ​ຢ່າງ​ແມ່ນ​ຈັດ​ເຂົ້າ​ໃນ​ແຜນ​ງົບ­ປະ­ມານ​ທັງ​ໝົດ​ແລ້ວ ດັ່ງ­ນັ້ນ ການ​ນຳ​ໃຊ້​ງົບ­ປະ­ມານ​ເຂົ້າ​ໃນ​ການ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ ແມ່ນ​ບໍ່​ກະ­ທົບ​ໃສ່​ຮ່ວງ​ເງິນ​ອື່ນໆ ລວມ​ໄປ​ເຖິງ​ແຜນ­ການ​ປະ­ຕິ­ບັດ​ເງິນ­ເດືອນ​ໃໝ່​ຂອງ​ພະ­ນັກ­ງານ ແມ່ນ​ຕ້ອງ​ໄດ້​ເບີກ​ຈ່າຍ​ໃນ​ເດືອນ​ຕຸ­ລາ​ນີ້​ຢ່າງ​ແນ່­ນອນ.

ວຽວຈັນໃໝ່ ວັນທີ 19 ກັນຍາ 2012 - ເວລາ 11:19:03

ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດ­ຖະ­ມົນ­ຕີ​ວ່າ­ການ ກະ­ຊວງ​ການ​ເງິນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ຫຼາຍໆທ່ານຄົງຮູ້ຈັກດີວ່າແມ່ທ້ອງເຂັມເປັນໂຕແນວໃດ?,ມັນອັນຕະລາຍແນວໃດ?,ແຕ່ບາງທ່ານອາດຍັງບໍ່ຮູ້ເຖິງວິທີກຳຈັດແມ່ທ້ອງຊະນິດທີ່ວ່ານີ້ໂດຍບໍ່ຕ້ອງໃຊ້ຢາ ແຕ່ໄດ້ຮັບຜົນ 100% .

ທ່ານ: ດຣ.ບຸນໄຊ ເວົ້າສູ່ຟັງວ່າ:ແມ່ທ້ອງເຂັມມັກຢູ່ໃນລຳໄສ້ແກ່,ປາກຮູທວານຂອງເດັກນ້ອຍ(ອາຍຸ 1-3 ປີມັກເປັນອັນຕະລາຍ),

ມັນມີຮອບວຽນຊີວິດຢູ່ປະມານ 1 ສັບປະດາ,ພາຍຫຼັງວາງໄຂ່ແລ້ວມັນກໍ່ຈະຕາຍໄປເອງ,ເວລາມັນປະສົມພັນ ແລະວ່າງໄຂ່ມັນຈະອອກມາໄຂ່ຢູ່ປາກຮູທວານໃນຕອນກາງຄຶນ,ມັນຈະະຊີກົ້ນຂອງເດັກນ້ອຍ,ເຮັດໃຫ້ເດັກນອນບໍ່ໄດ້

 

ເມື່ອເວລາເຮົາກິນຢາຊະນິດຕ່າງໆລົງໄປສ່ວນໃຫຍ່ມັນຈະລອຍຕົວຢູ່ນອກອາຈົມ ຫຼື້ ປາກຮູທວານເຮັດໃຫ້ມັນບໍ່ໄດ້ຮັບລິດຂອງຢາທີ່ເຮົາກິນລົງໄປ,

ດັ່ງນັ້ນການກຳຈັດດ້ວຍການໃຊ້ຢາບາງຄັ້ງຈຶ່ງບໍ່ໄດ້ຜົນເລີຍ.

ອາການ:ສັງເກດອາກນຂອງເດັກນ້ອຍເວລານອນກາງຄືນມັນຈະດີ້ນລົນ,ນອນບໍ່ໄດ້ນັ້ນສະແດງວ່າມີແມ່ທ້ອງອອກມາລົບກວນ,

ຖ້າເຮົາຄ່ອຍໆພີ່ເບິ່ງກໍ່ເຫັນໂຕແມ່ທ້ອງເຂັມເປັນໆເລີຍໃນຕອນນັ້ນ.

 

ລາວເວົ້າຕື່ມວ່າ: ການກຳຈັດທີ່ໄດ້ຜົນ 100% ມີແຕ່ວິທີດຽວຄື: ຖ້າຫາກເຮົາພີ່ເບິ່ງເຫັນໂຕແມ່ທ້ອງເຂັມ ເຮົາຄວນເອົາສຳລີອ່ອນໆຂ່ຽອອກ,ຈາກນັ້ນໃຊ້ສຳລີຈຸມນ້ຳແຟບ ຫຼື ສະບູພໍເຂັ້ມຂົ້ນ,ໄປເນັບວາງໄວໃນຮູ້ທວາຍຂອງເດັກ,ເວລາແມ່ທ້ອງມາວາງໄຂ່ຈະເຮັດໃຫ້ໄຂ່ຂອງມັນເຊື່ອມສະມັດຕະພາບ

(ໄຂ່ຮ້ວນ,ບໍ່ສາມາດແຜ່ໄດ້),ເຮົາເຮັດແບບນັ້ນຕິດຕໍ່ກັນເຖິງ 3 ຄຶນ ຈະເຫັນຜົນ100% ,(ແຕ່ບໍ່ໄດ້ໝາຍວ່າແມ່ທ້ອງເຂັມຈະກໍ່ເກີດກັບເດັກອີກ,ຫາກມີການຕິດແປດໃໝ່ເຮົາຕ້ອງໄດ້ກຳຈັດໃໝ່ອີກ).

 

ທ່ານບອກວ່າ: ບົດຮຽນນີ້ ຊ່ຽວສານຄົນຫວຽດນາມກໍ່ຍອມຮັບ.

 

ຂໍ້ມູນນີ້ອາດບໍ່ຄົບຖ້ວນຫາກໃຜມີຂໍ້ມູນດີໆກ່ຽວກັບແມ່ທ້ອງເຂັມກໍ່ເພີ່ມເຕີມດ້ວຍ,

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

 ຂ້ອຍແມ່ນຄົນໜຶ່ງທີ່ເບິ່ງໂລກໃນແງ່ຮ້າຍ,ມັນສະແດງອອກໃນບົດທີ່ພົດລົງໃນພັນລາວ,ສ່ວນໃຫຍ່ຕຳນິວິຈານ,ກາວປະນາມປະກົດການຕ່າງໆທີ່ເກີດຂຶ້ນໃນສັງຄົມຕ່າງໆນາໆ,

ເວົ້າແຕ່ຄົນອື່ນເປັນແນວນັ້ນແນວນີ້,ສັບພະປິມີແຕ່ເລື່ອງວຸ້ນວາຍຫຍຸ້ງຍາກ,ເບິ່ງຄຳເວົ້າຄືວ່າໂຕເອງຮູ້ທຸກອັນ,ເຫັນທຸກຢ່າງ,ມີທຸກສິ່ງ ແລະພ້ອມທຸກດ້ານ,

ແຕ່ແລ້ວ...ໂຄດວ່າໂງ້ຫຼາຍ,ຂາດທຸກໆຢ່າງກວ່າຄົນອື່ນໆເຂົາ,(ເອົາໂຕຍັງບໍ່ລອດ) ມັນສະແດງອອກໃນບົດໜຶ່ງທີ່ຂ້ອຍພົດລົງວ່າ(ຮ້ອນເງິນ,ຈະເຮັດທຸກຢ່າງເພື່ອຫາເງິນຮຽນ),

ເປັນແບບນີ້ຍັງກ້າຊ່ອງແສງສັງຄົມວ່າຈັ່ງຊັ້ນຈັ່່ງຊີ້. (ເວົ້າມາປວດ.....).

ເປັນຈັ່ງໃດກໍ່ຕາມຂໍໂທດນຳເພື່ອນພັນລາວທຸກຄົນ,ຫວັງວ່າຈະໃຫ້ອະໄພແກ່ຄົນສື່ບື້ຢ່າງຂ້ອຍ,ໃຫ້ເວລາປັບຕົວ,ຄິດວ່າຈະຊົ່ວຫຼືດີກໍ່ຍັງເປັນມະນຸດຮ່ວມໂລກດ້ວຍກັນ ແລະຈົ່ງຊ່ວຍແນະນຳຕຳນິຕິຊົມແກ່ຂ້ອຍຕໍ່ໄປດັ່ງຜູ້ໃຫຍ່ເພີ່ນເຄີຍສອນວ່າ: ປາບພະຍາດເອົາຄົນ:

 

ຂໍກາບທຸກໆ ທ່ານ:............

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 
 

ໃນ​ປັດ­ຈຸ­ບັນ​ນີ້ ເຖິງ​ວ່າ​ວົງ​ການ​ສື່​ມວນ​ຊົນ ນັກ​ປະ­ພັນ ນັກ​ກະ­ວີ ພວກ​ເຮົາ​ມີ​ຄວາມ​ເຕີບ​ໃຫຍ່​ທາງ​ດ້ານ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ​ກໍ​ຈິງ ແຕ່​ຜົນ­ງານ​ການ­ເຄື່ອນ­ໄຫວ​ຜ່ານ​ມາ ສ່ວນ​ໃຫຍ່​ຍັງ​ຕິດ​ພັນ ແຕ່​ຢູ່​ຂັ້ນ​ສູນ​ກາງ​ຈິ່ງ​ເຮັດ​ໃຫ້​ເນື້ອ​ໃນ​ຂ່າວ ບົດ​ຂຽນ​ຍັງ​ຫ່າງ​ເຫີນ​ຈາກ​ປະ­ຊາ­ຊົນ​ເຂດ​ທ້ອງ­ຖິ່ນ​ຊົນ­ນະ­ບົດ ເຊິ່ງ​ເຂົາ­ເຈົ້າ​ເຫຼົ່າ­ນັ້ນ​ມີ​ປັດ​ໄຈ​ພົ້ນ​ເດັ່ນ​ໃນ​ການ​ຜະ­ລິດ ແລະ ທ່າ­ແຮງ​ຫຼາຍ​ຢ່າງ​ໃນ​ແບບ­ແຜນ​ການ​ດຳ­ລົງ​ຊີ­ວິດ​ທີ່​ຄວນ​ຈະ​ໄດ້​ຮັບ​ການ​ໂຄ­ສະ­ນາ​ເຜີຍ­ແຜ່.

ທ່ານ ເຈືອງ ສົມ­ບູນ​ຂັນ ເລ­ຂາ­ທິ­ການ​ສູນ​ກາງ​ພັກ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ ໄດ້​ກ່າວ​ໃນ​ພິ­ທີ​ສະ­ຫຼຸບ​ການ​ກວດ​ສອບ ແລະ ປະ­ດິດ​ແຕ່ງ​ວັນ­ນະ­ຄະ­ດີ ກ່ຽວ​ກັບ​ການ​ລຶ­ບລ້າງ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ວ່າ: ຜ່ານ​ມາ​ການ​ສະ­ເໜີ​ຂ່າວ ແລະ ເນື້ອ​ໃນ​ບົດ​ປະ­ພັນ​ວັນ­ນະ­ຄະ­ດີ​ຍັງ​ບໍ່​ທັນ​ຕິດ​ພັນ​ກັບ​ປະ­ຊາ­ຊົນ​ຢ່າງ​ແທ້​ຈິງ ນັກ​ຂ່າວ ນັກ​ຂຽນ ສ່ວນ​ໃຫຍ່ ແມ່ນ​ເຮັດ​ໜ້າ­ທີ່​ແຕ່​ຢູ່​ຂັ້ນ​ສູນ​ກາງ ສະ­ນັ້ນ ເນື້ອ​ຂ່າວ​ຈິ່ງ​ວົນ­ວຽນ​ແຕ່​ກອງ​ປະ­ຊຸມ ການ​ຮັບ­ແຂກ ຂ່າວ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຂອງ​ກະ­ຊວງ ກົມ​ກອງ ຫ້ອງ­ການ​ໃດ​ໜຶ່ງ ນັ້ນ​ກໍ​ເປັນ​ເລື່ອງ​ທີ່​ດີ​ຢູ່ ແຕ່​ເຮັດ​ໃຫ້­ການ​ສ່ອງ​ແສງ​ຂ່າວ​ຍັງ​ຂາດ​ຄວາມ​ສົມ​ດູນ​ລະ­ຫວ່າງ​ສູນ​ກາງ ແລະ ທ້ອງ­ຖິ່ນ ເຫດ​ທີ່​ເປັນ​ແນວ​ນັ້ນ ຍ້ອນ​ພວກ​ເຮົາ​ຍັງ​ເຮັດ​ບໍ່​ທັນ​ໄດ້​ກ່ຽວ​ກັບ​ໜ້າ­ທີ່​ບົດ­ບາດ​ຂອງ​ສື່​ມວນ​ຊົນ ໃນ​ຫ້າ​ຄຸນ​ລັກ­ສະ­ນະ ຄື: ລັກ­ສະ­ນະ​ພັດ ລັກ­ສະ­ນະ​ຄວາມ​ຈິງ ລັກ­ສະ­ນະ​ມະ­ຫາ­ຊົນ ລັກ­ສະ­ນະ​ວ່ອງ­ໄວ ແລະ ລັກ­ສະ­ນະ​ກະ­ທັດ​ຮັດ​ຈະ­ແຈ້ງ ໃນ​ນັ້ນ ການ​ສ່ອງ​ແສງ​ຂ່າວ​ໄລ­ຍະ​ຜ່ານ​ມາ ຍັງ​ຂາດ​ລັກ­ສະ­ນະ​ມະ­ຫາ­ຊົນ ການ​ລົງ​ຕິດ­ຕາມ​ເຫດ­ການ ວິ­ຖີ​ຊີ­ວິດ ການ​ສ້າງ­ສາ​ພັດ­ທະ­ນາ​ຢູ່​ເຂດ​ຊົນ­ນະ­ບົດ​ແມ່ນ​ຍັງ ໜ້ອຍ​ຫຼາຍ ສະ­ນັ້ນ ເນື້ອ​ຫາ​ຂ່າວ​ຈິ່ງ​ບໍ່​ເປັນ​ທີ່​ສົນ­ໃຈ​ຂອງ​ປະ­ຊາ­ຊົນ​ເຂດ​ທ້ອງ­ຖິ່ນ ເພາະ​ຊົນ­ນະ­ບົດ ແມ່ນ​ບ່ອນ​ເຕົ້າ­ໂຮມ​ຂອງ​ປະ­ຊາ­ກອນ​ສ່ວນ​ໃຫຍ່ ແມ່ນ​ບ່ອນ​ທຳ​ການ​ຜະ­ລິດ​ແມ່ນ​ບ່ອນ​ສ້າງ​ຜະ­ລິດ​ຕະ​ພັນ​ຕ່າງໆ ທັງ​ແມ່ນ​ບ່ອນ​ກຳ­ເນີດ​ມູນ­ເຊື້ອ​ສິ­ລະ​ປະ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ ສະ­ນັ້ນ ຮູບ​ແບບ​ວິ­ຖີ​ຊີ­ວິດ ໃນ​ການ​ພັດ­ທະ­ນາ​ຂອງ​ເຂົາ­ເຈົ້າ ຄວນ​ຈະ​ຕ້ອງ​ໄດ້​ຮັບ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ໃຫ້​ຄຽງ​ຄູ່ ແລະ ສົມ​ດູນ ກັບ​ການ­ເຄື່ອນ­ໄຫວ​ລະ­ຫວ່າງ​ຂັ້ນ​ເທິງ​ຢ່າງ​ສົມ­ສ່ວນ​ກັນ.

ຢາກ​ເຮັດ​ໄດ້​ແນວ​ນັ້ນ ນັກ​ຂ່າວ ນັກ​ຂຽນ ຕ້ອງ​ໄດ້​ຮັບ​ການ​ຍົກ​ລະ­ດັບ​ທາງ​ດ້ານ​ການ­ເມືອງ-ແນວ​ຄິດ ຮຽນ​ຮູ້​ວິ­ທີ​ການ​ນຳ​ສະ­ເໜີ​ຂ່າວ​ໃຫ້​ເລິກ­ເຊິ່ງ ພ້ອມ​ນັ້ນ ນັກ​ຂ່າວ ນັກ​ຂຽນ ກໍ​ຄວນ​ວາງ​ເປົ້າ​ໝາຍ ໂຄງ​ສ້າງ​ການ­ເຄື່ອນ­ໄຫວ ເນື້ອ​ຫາ​ຂ່າວ ພື່​ອ​ຫັນ​ທິດ​ສູ່​ການ​ພັດ­ທະ­ນາ ແລະ ຮັບ​ໃຊ້​ປະ­ຊາ­ຊົນ​ຢ່າງ​ກວ້າງ­ຂວາງ ສະ­ນັ້ນ ອາ­ຊີບ​ນັກ​ຂ່າວ ນັກ​ຂຽນ ແມ່ນ​ຂົວ​ຕໍ່​ສຳ­ຄັນ​ໃນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ແນວ­ທາງ​ລະ­ຫວ່າງ​ຂັ້ນ​ເທິງ ແລະ ປະ­ຊາ­ຊົນ ຢາກ​ເຮັດ​ໄດ້​ແນວ​ນັ້ນ ອົງ­ການ​ທີ່​ກ່ຽວ­ຂ້ອງ​ກໍ​ຕ້ອງ​ຍົກ​ສູງ​ພາ­ລະ​ບົດ­ບາດ​ນັກ​ຂ່າວ-ນັກ​ຂຽນ​ຂຶ້ນ​ຕື່ມ​ອີກ​ບາດ­ກ້າວ​ໜຶ່ງ ສະ­ໜອງ​ນະ­ໂຍ­ບາຍ ງົບ­ປະ­ມານ ເຄື່ອງ­ມື​ອຸ­ປະ­ກອນ​ທີ່​ຈຳ­ເປັນ ເພື່ອ​ສະ­ດວກ​ໃນ​ການ­ເຄື່ອນ­ໄຫວ ພ້ອມ​ທັງ​ໃຫ້­ການ​ຮ່ວມ​ມື​ເປັນ​ຢ່າງ​ດີ.

ທ່ານ ເຈືອງ ສົມ­ບູນ​ຂັນ ຍັງ​ໄດ້​ຢ້ຳ​ເຖິງ​ການ​ນຳ​ສະ­ເໜີ​ຂ່າວ​ອີ​ກວ່າ: ຜ່ານ​ມາ​ຂ່າວ​ພວກ​ເຮົາ​ເວົ້າ​ແຕ່​ດ້ານ​ບວກ ຄວາມ​ຈິງ​ແລ້ວ ແບບ­ແຜນ​ສັງ­ຄົມ​ຍ່ອມ​ມີ​ສອງ​ດ້ານ​ຄຽງ​ຄູ່​ກັນ ຫາກ​ສະ­ເໜີ​ແຕ່​ດ້ານ​ດຽວ ກໍ​ເທົ່າ​ກັບ​ວ່າ ຂ່າວ​ຍັງ​ຂາດ​ທັດ­ສະ­ນະ​ຄວາມ​ຈິງ ສະ­ນັ້ນ ອັນ​ທີ່​ເປັນ​ສິ່ງ​ຫຍໍ້­ທໍ້​ກໍ​ຄວນ​ກ່າວ​ເຖິງ ແຕ່​ນັກ​ຂ່າວ​ກໍ​ຕ້ອງ​ມີ​ວິ­ໄສ​ທັດ​ໃນ​ການ​ສະ­ເໜີ​ສິ່ງ​ຫຍໍ້­ທໍ້​ເຫຼົ່າ­ນັ້ນ​ຢ່າງ​ສ້າງ­ສັນ ຖືກ­ຕ້ອງ ສອດ­ຄ່ອງ​ກັບ​ແນວ­ທາງ​ນະ­ໂຍ­ບາຍ ລະ­ບຽບ​ກົດ­ໝາຍ ປັດ​ໄຈ​ສຳ­ຄັນ​ທີ່​ຈະ​ຮ່ວມ​ແກ້​ໄຂ​ບັນ­ຫາ​ທີ່​ກ່າວ​ມາ​ນັ້ນ ກ່ອນ​ອື່ນ​ໝົດ​ຕ້ອງ​ຍົກ​ລະ­ດັບ​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ​ຂອງ​ນັກ​ຂ່າວ ນັກ​ຂຽນ ໃຫ້​ກຳ​ໄດ້​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ຮຽນ​ຮູ້​ເຕັກ­ນິກ​ວິ­ຊາ​ການ​ຢ່າງ​ເປັນ​ປະ­ຈຳ ທຸກ​ສຳ­ນັກ​ຂ່າວ​ຕ້ອງ​ຮູ້​ວາງ​ໂຄງ​ສ້າງ​ຂ່າວ ເພື່ອ​ຮັບ​ໃຊ້​ການ­ເຄື່ອນ­ໄຫວ​ໃນ​ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ​ໃຫ້​ສົມ​ດູນ​ກັນ ຂຶ້ນ​ແຜນ​ງົບ­ປະ­ມານ​ໃນ​ການ­ເຄື່ອນ­ໄຫວ​ຢ່າງ​ເໝາະ​ສົມ ທຸກ​ຝ່າຍ​ທີ່​ກ່ຽວ­ຂ້ອງ​ກໍ​ຄວນ​ໃຫ້­ການ​ສະ­ໜັບ­ສະ­ໜູນ ທັງ​ກຳ­ລັງ​ແຮງ ກຳ­ລັງ​ຊັບ ແລະ ສະ­ຕິ​ປັນ­ຍາ ເພື່ອ​ໃຫ້​ວຽກ​ງານ​ຂະ­ແໜງ​ດັ່ງ­ກ່າວ​ໄດ້​ເຮັດ​ບົດ­ບາດ ໃນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ​ຮັບ​ໃຊ້​ພັກ ຮັບ​ໃຊ້​ປະ­ຊາ­ຊົນ​ຢ່າງ​ແທ້​ຈິງ.

ໂດຍ: ບຸນ​ທະ­ວີ ຈຳ​ປາ­ທອງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

* ພັກ-ລັດຖະບານ​ບານ​ໄດ້​ຖື​ເອົາວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບ​ລ້າງ​ຄວາມທຸກ​ຍາກ​ເປັນ​ວຽກ​ງານ​ຍຸດ​ທະ​ສາດ​ສຳຄັນ ​ໃນ​ການ​ພັດທະ​ນາ​ປະ​ ເທດ​ໂດຍ​ໄດ້​ສຸມ​ໃສ່​ການ​ຊຸກ​ຍູ້​ຕິດຕາມ​ການຈັດຕັ້ງປະຕິບັດ​ບັນດາ​ໂຄງການ​ພັດທະນາ​ຊົນນະບົດ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ, ການຈັດ​ສັນພູ​ມລຳ​ເນົາ ​ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຖາວອນ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ, ການ​ພັດທະນາ​ຊາຍ​ແດນ, ​ໂຄງການ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ, ການ​ປ່ອຍ​ສິນ​ເຊື່ອ​ຂອງ​ທະ ນາຄານ ​ນະ​ໂຍບາຍ, ກອງ​ທຶນ​ພັດທະນາ​ບ້ານ ​ແລະ ​ໂຄງການ​ອື່ນໆ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ພ້ອມກັນນັ້ນກໍ​ໄດ້​ ເອົາ​ໃຈ​ ໃສ່​ຈັດຕັ້ງ​ໂຄສະນາ​ເຜີຍ​ແຜ່ ​ແລະ ​ເຊື່ອມ​ຊຶມ​ກ່ຽວ​ກັບ​ທິດ​ທາງ​ຄາດໝາຍ​ສູ້​ຊົນ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ, ປັບປຸງ​ການ ຈັດ​ຕັ້ງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານ​ຂອງ​ຕົນ​ເປັນ​ເຈົ້າ​ການ​ປະສານ​ງານ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ​ຂອງ​ບັນດາ​ຂະ​ແໜງ​ການ.

​ໃນທ້າຍ​ສົກ​ປີ 2011-2012 ຄາ​ດວ່າ​ອັດຕາ​ຄວາມທຸກ​ຍາກ​ຍັງ​ເຫລືອ​ປະມານ 22% ຂອງ​ຈຳນວນ​ປະຊາກອນ​ທັງ​ໝົດ ໃນ​ສົກ​ປີ 2010-2011 ປະມານ 24%, ອັດຕາ​ຄົວ​ເຮືອນ​ທຸກ​ຍາກ​ຍັງ​ເຫລືອ​ປະມານ 17% ຂອງ​ຈຳນວນ​ຄົວ​ເຮືອນ​ທັງ​ໝົດ(​ໃນ​ສົກ​ປີ 2010-2011 ປະມານ 19%) ສຸມ​ໃສ່​ຈັດ​ສັນພູ​ມລຳ​ເນົາ ​ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຖາວອນ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ເພື່ອ​ແກ້​ໄຂ​ບັນຫາ​ການ​ເຄື່ອນ​ຍ້າຍ​ແບບ​ຊະຊາຍ​ຂອງ​ພົນລະ​ເມືອງ, ​ໄດ້​ມີ​ການ​ປະສານ​ສົມທົບ​ກັບ​ຂະ​ແໜງ​ ການ​ທີ່​ກ່ຽວຂ້ອງ​ຈັດຕັ້ງປະຕິບັດ​ວຽກ​ງານ​ດັ່ງກ່າວ​ຢ່າງ​ມີ​ເປົ້າ​ໝາຍ ​ແລະ ສອດຄ່ອງ​ກັບ​ສະພາບ​ທ້ອງ​ຖິ່ນ​ເປັນຕົ້ນ​ຢູ່​ແຂວງ​ບໍ່​ແກ້ວ​ໄດ້​ປະຕິບັດ 3 ຈຸດ​ລວມມີ 13 ບ້ານ, 502 ຄອບຄົວ 1.336 ຄົນ, ​ເອົາ​ໃຈ​ໃສ່​ຈັດຕັ້ງຜັນ​ຂະຫຍາຍ​ຄຳ​ສັ່ງ​ເລກທີ 03/ກມສພ ບັນດາ​ແຂວງ ​ແລະ ​ເມືອງ​ໄດ້​ຮີບ​ຮ້ອນ​ກຳນົດ​ບ້ານ​ໃຫຍ່​ທີ່​ຈະ​ສ້າງ​ ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ສ້າງ​ແຜນ​ງານ​ໂຄງການ​ພັດທະນາ​ບໍລິ​ເວນ​ດັ່ງກ່າວ​ໃຫ້​ກາຍ​ເປັນ​ໃຈກາງ​ທາງ​ດ້ານ​ເສດ ຖະກິດ-ວັດທະນະ​ທຳ-ສັງ ຄົມ, ປກສ-ປກຊ, ທະນາຄານ​ນະ​ໂຍບາຍ​ໄດ້​ຂະຫຍາຍ​ສາຂາ​ກວມ 47 ຕົວ​ເມືອງ​ທຸກ​ຍາກ​ເຊິ່ງ​ແຕ່ລະ​ເມືອງ​ມີ​ຫ້ອງການ ​ແລະ ມີ​ພະນັກງານ​ປະ​ຈຳ​ໃນ​ສົກ​ປີ 2011-2012 ມີ​ແຜນ​ປ່ອຍ​ສິນ​ເຊື່ອ​ທັງ​ໝົດ 532 ຕື້ກີບ, ​ໄລຍະ 6 ​ເດືອນ​ຜ່ານ​ມາ​ສາມາດປະຕິບັດ​ໄດ້ 137,6 ຕື້ກີບ​ເທົ່າ​ກັບ 26%ຂອງ​ແຜນການ./.

ຂໍ້ມູນຈາ (ຂປລ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 

 

*  ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 5 ວັນ​ແລ້ວ ( 20-26 ມິຖຸນາ 2012) ຊຶ່ງ​ທ່ານ ດຣ ບົວ​ສີ ລໍ​ວັນ​ໄຊ ປະ ທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ລາຍ​ງານ​ຜົນການ​ກວດ​ສອບຕໍ່​ກອງ​ປະຊຸມ​ຄັ້ງ​ນີ້​ມີ 5 ບັນຫາ​ຕົ້ນຕໍ​ຄື: ການ​ປັບປຸງ​ບົດ​ສະຫລຸບ​ຂາດ​ຕົວ​ການຈັດ​ຕັ້ງ​ປະຕິ​ບັດ​ ແຜນ​ງົບປະມານ​ແຫ່ງ​ລັດ​ ປະ​ຈຳ​ສົກ​ປີ 2009-2010; ບັນຫາ​ທີ່​ເປັນສາ​ເຫດ​ເຮັດ​ໃຫ້​ໃບ​ດຸ່ນດ່ຽງ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ​ປະ​ຈຳ​ນະຄອນຫລວງ​ວຽງ​ຈັນ​ສົກ​ປີ 2009 -2010 ມີ​ຕົວ​ເລກ​ລວມຍອດ​ເຫລືອ​ບັນຊີ​ ເບື້ອງ​ໜີ້​ຫລາຍ​ກວ່າ ຫລື ຜິ​ດດ່ຽງ​ກັບ​ເບື້ອງ​ມີ​ເປັນ​ເງິນ 90 ຕື້​ກວ່າ​ກີບ; ປະຕິບ​ັດມາດ​ຕະການ​ຫັນ 20% ສຳລັບ​ຫົວໜ່ວຍ​ງົບປະມານ ທີ່​ກວດ​ເຫັນ​ການ​ກະທຳ​ຜິດ​ເປັນ​ຄັ້ງ​ທຳ​ອິດ ​ແລະ ຫັກ 25% ສຳລັບ​ລົບ​ຫົວໜ່ວຍ​ງົບປະມານ​ທີ່​ກວດ​ເຫັນ​ການ​ກະທຳ​ຜິດ​ສອງ​ຄັ້ງ​ຂຶ້ນ​ໄປ​ຂອງ​ເງິນ​ລາຍ​ຮັບ​ວິຊາ​ການ; ​ເງິນ​ຂາຍ​ໄມ້ ​ແລະ ​ເງິນ​ກອງ​ທຶນ ຊຶ່ງ​ບໍ່​ໄດ້​ມອບ​ເຂົ້າ​ງົບປະມານ, ​ແຕ່​​ເອົາ​ໄປ​ຈ່າຍ​ກ່ອນ​ ອອກຈາກ​ແຜນ​ງົບປະມານ​ສົກ​ປີ 2011-2013 ຂອງ​ຫົວໜ່ວຍ​ງົບປະມານ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ດັ່ງກ່າວ; ການ​ມອບ​ເງິນ​ລາຍ​ຮັບ​ວິຊາ​ການ, ​ເງິນ​ຂາຍ​ໄມ້ ​ແລະ ​ເງິນ​ກອງ​ທຶນ​ທີ່​ເປົ້າ​ໝາຍກວດ​ສອບ​ເກັບ​ໄດ້​ໃນ​ສົກ​ປີ 2009-2010 ຊຶ່ງ​ຮັບ​ສາ​ໄວ້​ໃນ​ບັນຊີ​ຂອງ​ຕົນ​ຮອດ​ມື້​ທີ່​ມະຕິ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ​ທີ VII ມີ​ຜົນ​ສັກສິດ​ນຳ​ໃຊ້​ເຂົ້າ​ເປັນ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2011-2012; ລາຍ​ຈ່າຍ​ວິຊາ​ການ​ລວມ​ເປັນ​ເງິນ 105 ,48ຕື້​ກີບ ທີ່​ບໍ່​ສາມາດ​ເອົາ​ເຂົ້າ​ແຜນ​ງົບປະມານ​ສົກ​ປີ 2010-2011.

ທ່ານ ດຣ ບົວ​ສີ ລໍ​ວັນ​ໄຊ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ​ໄດ້​ຜ່ານ​ການ​ປັບປຸງ ​ແລະ ສະຫລຸບ​ຂາດ​ຕົວ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປະ​ຈຳ​ສົກ​ປີ 2009- 2010 ມີ​ດັ່ງ​ນີ້: ລາຍ​ຮັບ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2009-2010 ຕາມ​ການ​ສະຫລຸບ​ລາຍ​ງານ​ຂອງ​ກະຊວງ​ການ​ເງິນ​ລວມ​ເປັນ​ເງິນ 12.517,03 ຕື້​ກີບ, ​ແຕ່​ຜ່ານ​ມາ​ການ ກວດ​ສອບ​ຄືນ​ໄດ້​ກວດ​ເຫັນ​ລາຍ​ຮັບ​ວິຊາ​ການ, ​ເງິນ​ກອງ​ທຶນ ​ແລະ ​ເງິນ​ຂາຍ​ໄມ້​ທີ່​ຍັງ​ເຄື່ອນ​​ໄຫວ​ຢູ່​ນອກ​ລະບົບ​ບັນຊີ​ງົບປະມານ​ແຫ່ງ​ລັດ​ລວມ​ເປັນ​ເງິນ 487,18 ຕື້​ກີບ ສະ​ນັ້ນລາຍ ​ຮັບ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2009-2010 ລວມ​ເຂົ້າກັນ​ເປັນ​ເງິນ 13.004,21 ຕື້​ກີບ; ລາຍ​ຈ່າຍ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2009-2010 ຕາມ​ການ​ສະຫລຸບ​ ຂອງ​ກະຊວງ ​ການ​ເງິນ​ເປັນ​ເງິນ 13.987,74 ຕື້​ກີບ ​ແຕ່​ຜ່ານ​ການກວດ​ສອບ​ຄືນ​ໄດ້​ກວດ​ເຫັນ​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ ​ທີ່​ຍັງ​ເຄ່ືອ​ນ​ໄຫວ​ຢູ່​ນອກ​ລະບົບ​ບັນຊີ​ງົບປະມານ​ແຫ່ງ​ລັດ ​ລວມ​ເປັນ​ເງິນ 285,96 ຕື້​ກີບ ສະ​ນັ້ນ ລາຍ​ຈ່າຍ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2009-2010 ລວມ​ເຂົ້າກັນ​ເປັນ​ເງິນ 14.273,70 ຕື້​ກີບ. ສະຫລຸບ​ລວມ​ແລ້ວ ຜົນ​ການ​ ປັບປຸງ​ບົດ​ສະຫລຸບຂາດ​ຕົວ​ຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປະ​ຈຳປີ 2009-2010 ທີ່​ໄດ້​ຮັບ​ການກວດ​ສອບ​ເຮັດ​ໃຫ້​ລາຍ​ຮັບ​ງົບປະມານ​ເພີ່ມ​ຂຶ້ນ 487,18 ຕື້​ກີບ ໝາຍວ່າ​ ເພີ່ມ​ຈາກ 12.517,03 ຕື້​ກີບ ມາ​ເປັນ 13.004,21 ຕື້​ກີບ ​ແລະ ​ເຮັດ​ໃຫ້​ຕົວ​ເລກ​ຂາດ​ດຸນ​ງົບປະມານ​ແຫ່ງ​ລັດ​ຫລຸດ​ລົງ 201,22 ຕື້​ກີບ ໝາຍວ່າຫລຸດ​ລົງ​ຈາກ 1.470,71 ຕື້​ກີບ ມາ​ເປັນ 1.269,49 ຕື້​ກີບ. ​ແນວ​ໃດ​ກໍ​ດີ ຜ່ານ​ການ​ປັບປຸງ​ໃບ​ດຸ່ນດ່ຽງ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ​ປະ​ຈຳ​ນະຄອນຫລວງ​ວຽງ​ຈັນ​ເຫັນ​ວ່າ: ຕົວ​ເລກ​ລວມຍອດ​ເຫລືອ​ບັນຊີ​ເບື້ອງ​ໜີ້ ​ແລະ ​ເບື້ອງ​ມີ​ດຸ່ນດ່ຽງ​ກັນ​ເບື້ອງ​ລະ 284,36 ຕື້​ກີບ, ອີກ​ບັນຫາ​ໜຶ່ງ​ກ່ຽວ​ກັບ​ການກວດ​ສອບ​ຄືນ​ເງິນ​ຜິ​ດດ່ຽງ 94,83 ຕື້​ກີບ​ນັ້ນ​ຍ້ອນ​ການ​ຖື​ບັນຊີ, ການ​ເກັບ​ມ້ຽນ​ເອກະສານ​ຂອງ​ ຄັງ​ເງິນ​ແຫ່ງ​ຊາດ​ປະ​ຈຳ​ນະຄອນຫລວງ ​ບໍ່​ເປັນ​ລະບົບ​ເຮັດ​ໃຫ້​ບໍ່​ສາມາດ​ຕອບ​ສະໜອງ​ຂໍ້​ມູນ ​ແລະ ​ເອກະສານ​ຕາມ​ການສະ​ເໜີ​ຂອງ​ຄະນະກວດກາ​ຕື່ມ​ອີກ ຈາກ​ນັ້ນ​ຈຶ່ງ​ຈະ​ໄດ້​ລາຍ​ງານ​ ໃຫ້​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ຮັບ​ຊາບ​ໃນ​ທີ​ຫລັງ.

ຂໍ້​ສະ​ເໜີ ​ແລະ ຕອ້ງການ​ໃຫ້​ມີ​ການ​ປັບປຸງ​ເພີ່ມ​ຕື່ມ​ຕໍ່​ກອງ​ປະຊຸມ​ສະພາ​ຄັ້ງ​ນີ້​ມີ 5 ບັນຫາ​ຄື: ສະ​ເໜີ​ໃຫ້​ກອງ​ປະຊຸມ​ມີ​ມະຕິ​ເພື່ອ​ຊຸກຍູ້​ໃຫ້​ລັດຖະບານ​ຊີ້​ນຳ​ຫົວໜ່ວຍ​ງົບປະມານ ​ເອົາ​ໃຈ​ໃສ່​ປະຕິບັດ​ລະບຽບ​ກົດໝາຍ​ໂດຍ​ສະ​ເພາະ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ ​ແລະ ກົດໝາຍ​ວ່າ​ດ້ວຍ​ບັນຊີ​ຢ່າງ​ເຂັ້ມ​ງວດ ພ້ອມ​ເນັ້ນ​ໃຫ້​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ ຄົ້ນຄວ້າ ​ແລະ ປັບປຸງ​ຄືນ​ບາງ​ກົດໝາຍ​ທີ່​ຮອງ​ຮັບ​ໄປ​ແລ້ວ​ນັ້ນ ຊຶ່ງ​ເຫັນວ່າ​ຍັງ​ມີ​ຊ່ອງ​ຫວ່າງ​ບໍ່​ທັນ​ສອດ​ຄອງ; ສະ​ເໜີ​ໃຫ້​ເປົ້າ​ໝາຍ​ຖືກ​ກວດ​ສອບ​ເອົາ​ໃຈ​ໃສ່​ປະຕິບັດ​ຕາມ​ຄຳ​ແນະ​ນຳ​ ຜົນ​ການ​ກວດ​ສອບ​ຂອງ​ອົງການ​ກວດ​ສອບ​ແຫ່ງລັດ​ຢ່າງ​ເຂັ້ມ​ງວດ​ເຊັ່ນ: ​ເງິນ​ຂາຍ​ໄມ້, ​ເງິນ​ວິຊາ​ການ,​ ເງິນ​ກອງ​ທຶນ​ຕ້ອງ​ໄດ້​ມອບ​ເຂົ້າ​ງົບປະມານ​ຢ່າງ​ຄົບ​ຖ້ວນ​ຕາມ​ກົດໝາຍ​ທີ່​ໄດ້​ກຳ ນົດ​ໄວ້; ສະ​ເໜີ​ໃຫ້​ກະຊວງ​ການ​ເງິນ ​ແລະ ຄະນະ​ປັບປຸງ​ທຸລະ​ກິດ​ແຫ່ງ​ຊາດ​ຄົ້ນຄວ້າ​ກົນ​ໄກ, ລະບຽບການ​ກຳນົດ​ໝາຍ​ການ​ໃຊ້​ຈ່າຍ​ບໍລິຫານ​ເປັນ​ຕົ້ນ​ແມ່ນ​ລາຍ​ຈ່າຍ​ຊຸກຍູ້​ສັງຄົມ,​ ເງິນ​ ນະ​ໂຍບາຍ​ຂອງ​ທະນາຄານ, ລັດວິ​ສາ​ຫະກິດ, ​ວິ​ສາ​ຫະກິດປະສົມ​ໃຫ້​ຢູ່​ໃນ​ຂອບ​ເຂດ​ທີ່​ເໝາະ​ສົມ. ​ເພາະ​ໄລຍະ​ຜ່ານ​ມາ​ໄປ​ກວດ​ສອບ,ລາຍ​ຈ່າຍ​ດັ່ງກ່າວ​ເຫັນ​ວ່າ: ສູງ​ຫລາຍ​ອັນ​ ເຮັດ​ໃຫ້ການ​ມອບ​ພັນທະ​ເຂົ້າ​ງົບປະມານ​ແຫ່ງ​ລັດ​ບໍ່​ໄດ້​ຕາມ​ລະດັບ​ຄາດໝາຍ​ທີ່​ກຳນົດ​ໄວ້; ສະ​ເໜີ​ໃຫ້​ລັດຖະບາ​ນຈົ່ງ​ໃຫ້​ອຳນວຍ​ສະດວກ​ໃນ​ການສະ​ໜອງ​ງົບປະມານ, ພື້ນຖານ​ວັດຖຸ​ ເຕັກນິກ ​ແລະ ປະຕິ ບັດ​ນະ​ໂຍບ​າຍຕ່າງໆ​ຕໍ່​ຂົງ​ເຂດ​ວຽກ​ງານ​ກວດ​ສອບ ຊຶ່ງ​ຜ່ານ​ມາ​ການ​ກວດ​ສອບ​ລັດ​ວິ​ສາ​ຫະກິດ, ວິ​ສາ​ຫະກິດ​ປະສົມ ​ແລະ ​ໂຄງການ​ເງິນ​ກູ້​ຢືມ ​ແລະ ຊ່ວຍ ​ເຫລືອ​ລ້າ​ ​ແລະ ຜ່ານ​ການ​ລົງ​ໄປ​ຕິດຕາມ​ກວດກາ​ນຳ​ຄະນະ​ກວດ​ສອບ​ແຕ່​ລະ​ຄັ້ງ​ໃນ​ສົກ​ປີ 2011-2012 ​ເຫັນ​ວ່າ: ບັນຫາ​ທີ່​ພົ້ນ​ເດັ່ນ​ນັ້ນ​ແມ່ນ​ການ​ຈ່າຍ​ເງິນ​ວິຊາ​ການ, ​ເງິນ​ກອງ​ທຶນ, ​ເງິນ​ຂາຍ​ໄມ້​ນອກ​ແຜນ ​ແລະ ການ​ປະຕິບັດ​ໂຄງການ​ນອກ​ແຜນ ຊຶ່ງ​ເປັນ​ບັນຫາ​ຊ້ຳ​ເຮື້ອ ​ແລະ ​ແກ້​ໄຂ​ບໍ່​ທັນ​ຕົກ.

ຂໍ້ມູນຈາກ: (ຂປລ)

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 

 

*(ຂປລ) ລັດຖະບານແຫ່ງ ສປປ ລາວຈະບໍ່ອະນຸຍາດໃຫ້ກຸ່ມຄົນ ຫລື ນິຕິບຸກຄົນໃດຢືນ ຫລື ຂໍລົງທຶນໃໝ່ໃນໂຄງການບໍ່ແຮ່ ແລະ ສໍາປະທານປູກຢາງພາລາ - ຕົ້ນໄມ້ວິກ ທົ່ວ ປະເທດຈົນຮອດວັນທີ 31 ທັນວາ 2015, ການສັ່ງໂຈະ ແລະ ງົດໃຫ້ສໍາປະທານ ຫລື ລົງທຶນຄັ້ງນີ້ແມ່ນຄວາມພະຍາຍາມຂອງ ລັດຖະບານເພື່ອຈະທົບທວນຄືນບັນດານະໂຍ ບາຍຕ່າງໆ ແລະ ປະສິດທິຜົນຂອງໂຄງການລົງທຶນຕ່າງໆ ໃນຂອບເຂດທົ່ວປະເທດລາວນັ້ນເອງ .

ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ປະກາດ ແລະ ແຈ້ງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ VII ໄດ້ສະຫລຸບ ແລະ ຕີລາ ຄາໃນວັນທີ 25 ມິຖຸນາ 2012 ນີ້ວ່າ : ລັດຖະບານແຫ່ງ ສປປ ລາວ ຈະບໍ່ອະນຸຍາດ ແລະ ບໍ່ພິຈາລະນາໃຫ້ກຸ່ມຄົນ ຫລື ນິຕິບຸກຄົນໃດຢືນ ຫລື ຂໍລົງທຶນໃໝ່ໃນໂຄງການ ບໍ່ແຮ່ ແລະ ສໍາປະທານປູກຢາງພາລາ - ຕົ້ນໄມ້ວິກ ທົ່ວປະເທດຈົນຮອດວັນທີ 31 ທັນວາ 2015 ຊຶ່ງການສັ່ງໂຈະ ແລະ ງົດໃຫ້ສໍາປະທານ ຫລື ລົງທຶນຄັ້ງນີ້ແມ່ນຄວາມພະຍາຍາມ ຂອງລັດຖະບານເພື່ອຈະທົບທວນຄືນບັນດານະໂຍບາຍຕ່າງໆ ແລະ ປະສິດທິ ຜົນຂອງໂຄງການລົງທຶນຕ່າງໆໃນຂອບເຂດທົ່ວປະເທດລາວນັ້ນເອງ . ພ້ອມດຽວກັນນັ້ນ ທ່ານ ນາຍົກ ຍັງກ່າວວ່າ: ຖ້າໂຄງການໃດທີ່ໄດ້ອະນຸຍາດໄປແລ້ວ ແຕ່ເຫັນວ່າບໍ່ໄປບໍ່ມາ ແລະ ບໍ່ມີປະສິດທິຜົນຈະຖືກສັ່ງໂຈະບໍ່ໃຫ້ດໍາເນີນ ສ່ວນໂຄງການທີ່ໄດ້ອະນຸຍາດແລ້ວນັ້ນ ຫາກ ມີຄວາມຕັ້ງໃຈ ແລະ ມີການດໍາເນີນໄປຢ່າງມີປະສິດທິຜົນສາມາດສືບຕໍ່ໄດ້.

ໄລຍະຜ່ານມາເຫັນວ່າຫລາຍໂຄງການທີ່ໄດ້ອະນຸມັດໄປກ່ອນໜ້ານັ້ນບໍ່ມີປະສິດທິພາບເທົ່າທີ່ຄວນ ຊຶ່ງໄດ້ສ້າງບັນຫາເຮັດໃຫ້ມີຫາງສຽງ ແລະ ກະທົບຕໍ່ເນື້ອທີ່ປ່າໄມ້ ລວມເຖິງ ການດໍາເນີນຊີວິດຄົນ ແລະ ຊີວະນາໆພັນບໍ່ໜ້ອຍ. ນັບປີ 1998 ລັດຖະບານແຫ່ງ ສປປ ລາວ ໄດ້ມີການອະນຸມັດ 4.470 ໂຄງການລົງທຶນດ້ວຍມູນຄ່າທັງໝົດ 24 ຕື້ກວ່າ ໂດລາສະຫະລັດ ໃນນັ້ນໂຄງການລົງທຶນ ຂະໜາດໃຫຍ່ແມ່ນຂະແໜງບໍ່ແຮ່ກວມເອົາ 5.5 ຕື້ໂດລາ , ພະລັງງານໄຟຟ້າມີມູນຄ່າ 5 ຕື້ໂດລາ ແລະ ກະສິກໍາ 2.6 ຕື້ໂດລາ. ແນວ ໃດກໍດີ ໃນຂົງເຂດການລົງທຶນທີ່ນັກລົງທຶນໃຫ້ຄວາມສົນໃຈຫລາຍກວ່າ ຂະແໜງການອື່ນນັ້ນແມ່ນຂະແໜງການບໍ່ແຮ່ ຊຶ່ງລັດຖະບານໄດ້ມີການອະນຸມັດໄປແລ້ວປະມານ 171 ໂຄງການ ສໍາລັບຂະແໜງການກະສິກໍາທີ່ລັດຖະບານໄດ້ອະນຸຍາດນັ້ນມີທັງໝົດ 57 ໂຄງການໃນນັ້ນສ່ວນໃຫຍ່ ແມ່ນການປູກຕົ້ນໄມ້ອຸດສາຫະກໍາເປັນຕົ້ນແມ່ນຢາງພາລາ ແລະ ໄມ້ວິກ 

 

ຂໍ້ມູນຈາກ kpl

ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 

 ພໍ່ເຖົ້າ ທ້າວສົມ,ພ້ອມດ້ວຍຍາດພີ່ນ້ອງ,ການຈັດຕັ້ງບ້ານວັງໝາກ,ເມືອງວຽງທອງ,ແຂວງບໍລິຄຳໄຊ.

 

ໄດ້ຝາກສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຜ່ານພັນລາວ ໄປຍັງບັນດາການຈັດຕັ້ງທຸກພາກສ່ວນ,ພີ່ນ້ອງລາວ ແລະໄທ ທີ່ມີສ່ວນຮ່ວມຊອກຄົ້ນຫາລູກ

ແລະຫຼານສາວທີ່ໄດ້ຫາຍໂຕເຂົ້າປະເທດໄທຢ່າງໄຮ້ຂໍ້ມູນນັບແຕ່ເດືອນ ມີຖຸນາປີ 2011 ,ເຊິ່ງຂ້ອຍໄດ້ນຳມາພົດລົງທີ່ພັນລາວເພື່ອຂໍຄວາມຊ່ວຍຈາກພີ່ນ້ອງພັນລາວໃນການຊອກຄົ້ນ.

 

ປະຈຸບັນທາງການຂອງໄທ ແລະລາວໄດ້ຄົ້ນຫາ ແລະນຳຕົວພວກກ່ຽວທັງ 3 ຄົນກັບເຖິງອ້ອມອົກຂອງພໍ່ແມ່ ແລະຍາດພີ່ນ້ອງເປັນທີ່ຮຽບຮ້ອຍແລ້ວໃນລະຫວ່າງທ້າຍເດືອນມີຖຸນາ 2012ນີ້ເອງ

 

(ຂໍໃຫ້ຊາດລາວ ແລະໄທຈົ່ງຍືນຍົງ ແລະຮັກສາມິດຕະພາບ,ການຮ່ວມມື ແລະຄວາມສາມັກຄີອັນດີໄວ້ຕະຫຼອດໄປ)

 

 

 

-ພະນະ​ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ, ນາຍົກລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ​ໄທ ​ແລະ ຄະນະ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 16 ກັນຍາ 2011 ນີ້. ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ​ໄດ້​ຈັດ​ຂຶ້ນຢ່າງ​ສົມ​ກຽດ ທີ່​ຫ້ອງ​ວ່າການ​ລັດຖະບານ ​ໂດຍມີພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ,

ພາບຈາກ kpl

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເຄີຍໄດ້ຟັງເພັງອັດຕະປືແດນງາມ,ຮູ້ສຶກວ່າມ່ວນ,ເນື້ອນໃນສ່ອງແສງຖືກຕ້ອງ...

 

ແຕ່ຍັງບໍ່ເຂົ້າໃຈປະໂຫຍກໜຶ່ງ: ( ງາມຫຼາຍ ຍະ ເອີ....ອັດຕະປືຂາຍຄຳແລກໄກ່).

 

ຄຳວ່າ: ຍະເອີ...ແປລາວວ່າແນວໃດ?,ມັນມີຄວາມແນວໃດ?,ໝາຍວ່າແນວໃດ?

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 YASA .(ຍາຊ່າ) ທ່ານໜຶ່ງເປີດເຜີຍວ່າ: ເມື່ອວັນທີ່ 27 ພຶດສະພາ 2012 ນີ້ຢູ່ທີ່ບ້ານນາແພງ,ເມືອງໂພນໂຮງ,ແຂວງວຽງຈັນ ໄດ້ສຳເລັດການຍິງລູກສອນບັ້ງໄຟຂຶ້ນສູ່ທ້ອງຟ້າ ເຊິ່ງມີລູກສອນບັ້ງບັ້ງໄຟຈາກພາກສ່ວນຕ່າງຈາກພາຍໃນ ແລະຕ່າງປະເທດເຊັ່ນ: ແຂວງບໍ່ແກ້ວ,ໄຊຍະ,ບໍລິຄຳໄຊ,ບ້ານນາແພງ,ຍະໂສທອນ(ປະເທດໄທ),ຊາວໜຸ່ມບ້ານທາດຫຼວງ...ທີ່ບໍ່ໄດ້ເອີ່ຍຊື່ເຂົ້າມາລົງທະບຽນທີ່ສະໜາມປະມານ 100 ລູກ,ລູກບັ້ງໄຟມີຂະໜາດນ້ຳໜັກຕ່ຳສຸດ 5 ກິໂລກຣາມ - 60 ກິໂລກຣາມ.

YASA .(ຍາຊ່າ ກ່າວວ່າ:ການຍິງລູກສອນບັ້ງໄຟຄັ້ງນີ້ບໍ່ໄດ້ຂົ່ມຂູ່ໂລກແຕ່ຢ່າງໃດ,ເປັນການປະຕິບັດຕາມປະເພີນີປະຈຳປີຂອງຊາວພຸດ ເມື່ອເຖິງເດືອນຫົກແລ້ວກໍ່ຕ້ອງສົ່ງບັ້ງໄຟຂຶ້ນສູ້ທ້ອງຟ້າເພື່ອຂໍນ້ຳຝົນຈາກແຖນລົງມາຫົດພືພັນຕາມຄວາມເຊື່ອເທົ່ານັ້ນ

ແລະປີນີ້ໄດ້ຈຳນວນ ແລະນ້ຳໜັກຂອງບັ້ງໄຟລົງເພື່ອເປັນຕົວແບບແກ່ບັນດາປະເທດມະອຳນາດທີ່ກຳລັງຊ່ວງເສັງດ້ານລູກສອນໄພທຳລາຍ.

ຂ່າວແຈ້ງຕື່ມວ່າ: ເມື່ອວັນທີ່ 2.6.12 ທີ່ບ້ານກ້ວຍ,ເມືອງປາກຊັນ,ແຂວງບໍລິຄຳໄຊກໍ່ສຳເລັດການຍິງລູກສອນບັ້ງໄຟເຊັ້ນດຽວກັນ ແຕ່ຄັ້ງນີ້ມີຮອດບັ້ງໄຟແສນວ່າຊັ້ນ...

(ຍາຊ່າ ແມ່ນພະອາຈານທີ່ມີຕແໜ່ງກວ່າຄູບາທົ່ວໄປ)

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ທ່ານ ພັນຕຳຫຼວດໂທ ດຣ ທັກສິນ ຊິນນະວັດ ເຄີຍເວົ້າຕະຫຼອດວ່າ: (ຄິດໃໝ່ທຳ,ທຳໃໝ່)

 

ຄຳເວົ້ານັ້ນມັນຊ່ອງແສງເຖິງຈິນຕະນາການຂອງມະນຸດເຮົາ,

ໝາຍວ່າ: ເຖິງເວລາແລ້ວທີ່ທຸກຄົນຄວນປ່ຽນແປງໃໝ່,ຢ່າຢຶດຕິດກັບແນວຄິດ ແລະການກະທຳແບບເກົ່າໆ

ທີ່ຊັກຊ້າ,ຫຼ້າຫຼັງ,ຝືນກົດເກນຂອງມະນຸດ

 

ເວົ້າງ່າຍ ຕ້ອງປ່ຽນແນວຄິດແບບອະນຸລັກນິຍົມ ຫັນໄປຮັບຮູ້ແນວຄິດພັດທະນາ

ຕາມກົດເກນການຂະຫຍາຍຕົວຂອງມວນມະນຸດ

ເພື່ອປະເທດຊາດບ້ານເມືອງຈະໄດ້ຈະເລີນໄວ

 

 

 

 

 

 

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 22, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 - ຄັ້ງໜຶ່ງໄດ້ມາພົບນາດນ້ອງ                             ຍອດສະຫງ່າສາວຄົນສວຍ

ຜົມເປັນມວຍດົກດຳ                                          ສະເໜ່ງາມຍາມນ້ອງຍີ້ມ

ແມນເມື່ອເບິ່ງໃບໜ້າ                                         ຂາວນວນເໝືອນດັ່ງໄຂ່

ໃຈປະສົງຢາກໝາຍມາຮ່ວມຮຽງນ້ອງ                 ຄົນຜູ້ຮູ້ສາວປາກຊັນແທ້ເດ

 

- ແພງເອີຍ ຫຼືວ່ານ້ອງເກີດວັນທິດ                      ແມ່ນ້ອງຈັງຫັນຊັ່ນບໍ?

ຫຼືນ້ອງເກີດວັນຈັນ                                             ແມ່ນາງໄປໃສ່ບາດ

ຊາດນີ້ບຸນຈິ່ງນຳຕາມເຈົ້າ                                 ໃຫ້ຮູບຮ່າງສວຍສະຫງ່າ

ວາດສະໜາຄືບ່າວອ້າຍ                                    ຊິພໍໄດ້ແຕ່ພຽງຝັນ   ຊັ້ນແລ້ວ

 

- ເສຍດາຍເດ່ນໍ່ນ້ອງ                                         ອ້າຍມາພົບພຽງທີ່ຫຼັງ

ຄົງບໍ່ມີຫວັງແລ້ວນາງ                                        ຈະໄດ້ຮ່ວມຮຽງຄຽງຊ້ອນ

ໄດ້ແຕ່ວອນຈາເວົ້າ                                             ເໝືອນສາລີກາຮຽກຫາຄູ່

ແສຍຊິຮ້ອງຮຽກເອີ້ນ                                         ສຽງນັ້ນກໍ່ເລົ່າກາ

 

- ຢາກຖາມເດ່ນວນນາດນ້ອງ                           ບ້ານນ້ອງຢູ່ແດນໃດ ?

ເປັນລູກສາວໃຜເດ່ນາງ                                     ຊ່າງມາງາມປານແຕ້ມ

ແຖມໃຈດີພຽບພ້ອມ                                       ຍາມນ້ອງຍີ້ແກ້ມບ່ອງ

ຢາກຂໍຈອງເມືອເປັນໄພ້ແມ່ອ້າຍ                     ຖິ່ນກ້ຳແດນສະຫວັນ  ພຸ້ນໄດ

 

- ຢ້ານແຕ່ນ້ອງຕິບ່າວອ້າຍ                             ຄົນຮູບກ່ຳດຳໝອງ

ຢ້ານບໍ່ສົມນວນເນື້ອທອງ                               ແດນສາວງາມຄົນເຂົາຊ່າ

ໃຜມາເຫັນກໍ່ກ່າວຂານຍົກຍ້ອງ                       ສາວປາກຊັນຜູ້ງາມເດັ່ນ

ສົມແລ້ວເປັນດັ່ງເພັງເພີ່ນຮ້ອງ                       ກຸຫຼາບປາກຊັນແດນງາມ

 

- ນ້ອງເອີ່ຍ ເພີ່ນຍັງຝົນຕົກຍັງຮູ້ເອື້ອນ            ກົບກິນເດືອນຍັງຮູ້ອິ່ມ

ບາດພິຊາຍຄິດເປັນຫ່ວງນຳນາດນ້ອງ             ບໍ່ມີມື້ຊິຊວ່າງຫາຍ

ຫຼືວ່າເປັນນຳບຸນພາລາສ້າງ                              ຕົວພິຊາຍມັນຕ້ອຍຕ່ຳ

ຈິ່ງເປັນກຳໃຫ້ມາພົບພຽງຄັ້ງ                            ໃຫ້ຫວົໃຈອ້າຍຫວ່ງແຕ່ນາງ  ນ້ອງເອີຍ

ໂດຍ:  ຈິນດາ ມະນີວົງສີ

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 

ໄມ້ປູດຕົ້ນນີ້ເປັນປະເພດໄມ້ດູ່ແກນຫຼ້ອນ

ເອີ້ນຕາມຊະນິດປູດວ່າ: ປູດໜາມໝາກມີ້.

ຄວາມໜາຂອງປູດ 15 ຊັງຕີ

ໜ້າຕັດທາງປາຍ 60 ຊັງຕີ

ໜ້າຕັດທາງກົກ 80 ຊັງຕີ

ຄວາມສູງຈຸດເປັນປູດ 2.5ແມັດ

ຄົນພົບເມື່ອວັນທີ່ 4.5.12

ຂໍ້ມູນອື່ນຂໍສະຫງວນໄວ້ກ່ອນ

 

ຫາກທ່ານໃດສົນໃຈຈະສົ່ງຂໍ້ຄວາມຫຼັງໄມ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ມີທະຫານທ່ານໜຶ່ງໄປຫາໝໍເພື່ອກວດກາເບິ່ງອາການເຈັບຂອງຕົນ

 

ໝໍ: ເຈົ້າເປັນຫຍັງ?

ຄົນເຈັບ: ເປັນທະຫານ

ໝໍ: ເຈົ້າເຈັບຢູ່ໃສ?

ຄົນເຈັບ: ເຈັບຢູ່ຄ້າຍພຸ້ນ

ໝໍ: ເຈົ້າເຈັບຢູ່ບ່ອນໃດ?

ຄົນເຈັບ: ເຈັບຢູ່ບ່ອນທ່ານ້ຳ

ໝໍ: ສຸກກະພາບເຈົ້າເປັນແນວໃດ?

ຄົນເຈັບ: ໂອ...ຂ້ອຍເຈັບທີ່ເອິກ, ເພາະຂ້ອຍພະລາດລົ້ມຢູ່ຄ້າຍບ່ອນທ່ານ້ຳ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 5, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 24, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 ເອີ້ນຊື່ວ່າກອງທັບປະຊາຊົນລາວກໍ່ຈີງ ແຕ່ວ່າ:

 

ທະຫານ ເພີ່ນກໍ່ເອີ້ນວ່າເຈົ້າໜ້າທີ່ທະຫານ.

 

ຕຳຫຼວດ ເພີ່ນກໍ່ເອີ້ນວ່າເຈົ້າໜ້າທີ່ຕຳຫຼວດ.

 

ແຕ່ບໍ່ເຄີຍມີໃຜເອີ້ນວ່າ: ເຈົ້າໜ້າທີ່ຂອງປະຊາຊົນ.

 

ຫາກເປັນແບບນີ້ ສົມມຸດເກີດເຫດໃດໜຶ່ງຂຶ້ນມາປະຊາຊົນຈະເພີ່ງໃຜກ່ອນ?

ຂຽນເມື່ອ ຂຽນເມື່ອ: ມ.ສ.. 24, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

 ກອງທັບແດງຂອງ ອະດີດສະຫະພາບໂຊວຽດມີກຳລັງພົນຫຼາຍລ້ານຄົນ  ແລະໄດ້ບັນທຶກໃນປະຫວັດເປັນເພດຊາຍ

 

ແຕ່ບໍ່ເຄີຍໄດ້ຍິນໃຜເອີ້ນວ່າ( ພໍ່ທັບ ). ກັບມາເອີ້ນວ່າ ແມ່ທັບແດງ...

 

ສົງໃສວ່າ ແມ່ນກະເທີຍຫຼືບໍ່?

ຂຽນເມື່ອ ຂຽນເມື່ອ: ມ.ສ.. 16, 2012 | ມີ 23 ຄຳເຫັນ ແລະ 0 trackback(s)

 ຫຼາຍໆຄົນຄິດວ່າ: ອ້າຍເຂີຍ ກັບນ້ອງເມຍແມ່ນພີ່ນ້ອງກັນ,

ບາງຄົນກໍ່ເວົ້າວ່າ:ນ້ອງເມຍຄືນ້ອງເຮົາ, ອ້າຍເຂີຍຄືອ້າຍເຮົາ.

ນີ້ເປັນການເຂົ້າໃຈຜິດ  ແລະບໍ່ຄວນເຊື່ອ.

ຄວາມຈິງແລ້ວອ້າຍເຂີຍ ແລະນ້ອງເມຍບໍ່ແມ່ນພີ່ນ້ອງກັນ,ຫາກທ່ານໃດບໍ່ເຊື່ອກໍ່ລອງໄປເຊັກເບິ່ງນາມສະກຸນຂອງເຂົາໂລດສ່ວນໃຫຍ່ນາມສະກຸນຈະແຕກຕ່າງກັນ

ເຫດການບໍ່ໜ້າເຊື່ອນີ້ເກີດຂຶ້ນໃນຊ່ວງສົງການເມື່ອປີກາຍ.

ອ້າຍ ບົວພາ...(ນາມສົມມຸດວ່າຈິງ) ລາວເລົ່າສູ່ຟັງຕອນສົງການນີ້ວ່າ: ສົງການປີຜ່ານມາບໍ່ມວນເພາະຄອບຄົວຂອງໝູ່ເກີດຄວາມວຸ້ນວາຍຢູ່ໃນເວລາວົງຊຸມແຊວກັນ (ລະວ່າງ ໝູ່ກັບ ເມຍໝູ່ ແລະນ້ອງເມຍໝູ່),

ໂດຍຜູ້ເປັນເມຍຈັບມີດໄລ່ແທ່ງຜົວ ແລະນ້ອງເມຍເພາະຄົນທັງສອງມີຫຍັງນຳກັນແບບລັບໆໆລີ້ໆ.

ໃຄແດ່ແຕ່ມີໝູ່ຫຼາຍຄົນຊ່ວຍປົກປ້ອງ ແລະເອົາຄົນທັງສອງໄປເຊື້ອງໄວ້ບ່ອນປອດໄພ.

ຕາມທີ່ອ້າຍບົວພາຮູ້ ເລື່ອງມັນເກີດຂຶ້ນໄດ້ຈັງຊີ້

 

ຜູ້ເປັນນ້າສາວອາຍຸປະມານ 16 ປີ ,ນາງເປັນຄົນງາມຕິຕາພວກຜີພົງ,ເປັນຄົນບໍ່ຄ່ຽມປານໃດ,ບໍ່ຄ່ອຍຈົ່ງຈຽມອ້າຍເຂີຍ,ມີມື້ໜຶ່ງນ້າສາວນອນບໍ່ລະມັດລະວັງ,ບໍ່ຫົມຜ້າ,ປະຕິນສິ້ນ

,ຜູ້ເປັນອ້າຍເຂີຍກໍ່ເລີຍເອົາບິກແດງແຕ້ມແຕ່ປີແຂງຂຶ້ນຈົນຈຳກົກຂາບ່ອນສຸດໆ,

ພໍຕື່ນມື້ໃໝ່ມາອ້າຍເຂີຍກໍ່ຫຼອກວ່າ: ມື້ຄືນນີ້ຂ້ອຍນອນກັບເຈົ້າ,ມີຫຍັງກັບເຈົ້າສຳເລັດຮຽບຮ້ອຍ ເຈົ້າຮູ້ສຶກຫຍັງບໍ່?,ຄັນບໍ່ເຊື່ອລອງເປີດເບິ່ງແມ່.

ນ້ອງເມຍກໍ່ຕົກໃຈ,ຟ້າວເຂົ້າເປີດເບິ່່ງຢູ່ບ່ອນນອນກໍ່ເຫັນຮອຍນັ້ນຈິງ,ຄິດວ່າເປັນຄວາມຈິງ

ໃນທີ່ສຸດນ້ອງເມຍຈິ່ງຕົກລົງໃຫ້ອ້າຍເຂີຍລອງອີກຄັ້ງ ເພາະອ້າຍເຂີຍເຍາະອອຍຫຼາຍເລື່ອງ ຄິດວ່າຈັ່ງໃດມັນກໍ່ເສຍໄປແລ້ວ ແລະຕົນເອງກໍ່ຍັງບໍ່ຮູ້ລົດຊາດເລື່ອງເຊັກວ່າເປັນຊັ້ນໃດຊ້ຳ.

ຜ່ານການລອງນັ້ນນີ້ມັນເປັນການລອງຕົວຈິງ,ຮູ້ໄດ້ລົດຊາດ,ມັນກາຍເປັນຈຸດເລີມໃຫ້ອ້າຍເຂີຍ ແລະນ້ອງເມຍມີຄວາມສຳພັນກັນຫຼາຍຂຶ້ນ ແລະກໍ່ແປນອອກຈົນຊາວບ້ານຂ້າງນອກກໍ່ຮູ້ເຫັນ,

ຜູ້ເປັນເມຍກໍ່ເລີ່ມຕິດຕາມ ແລະກໍ່ຈັບຄາໜັງຄາເຂົາ,ຈິງເກີດເລືອງຂຶ້ນໃນມື້ນັ້ນ

ສ່ວນການແກ້ໄຂນັ້ນເພີ່ນບໍ່ເລົ່າມາເລີຍ ບອກພຽງແຕ່ວ່າໄດ້ເອົາໝູ່ໄປເຊື່ອງໄວ້ຄັນບໍ່ຊັ້ນແມ່ນໄດ້ຝັງຄົນຄັກໆ

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ເມືອງວຽງທອງມີໂຮງງານເຝີນີເຈີຄົບວົງຈອນ 10 ແຫ່ງ ແຕ່ຂ້ອຍບໍ່ເຂົ້າໃຈຄຳວ່າ ໂຮງງານເຝີນີເຈີຄົບວົງຈອນ ແມ່ນແນວໃດ?

ເຫັນແຕ່ເຂົາຂຸດຄົ້ນ,ແປຮູບໄມຂະໜາດຍັກ ແລະສົ່ງອອກຕ່າງປະເທດ,

ຜະລິຕະພັນທີ່ບັນດາໂຮງານຕອບສະໜອງສັງຄົມພາຍໃນເມືອງມີແຕ່ໄມ້ເສດ,

  ໝອກໄມ້ແຕ້ຮໍ 800,000 ກີບຕໍ່ແມັດກ້ອນ

  ໜອກໄມ້ຮຳ 1,200,000 ກີບ

  ໝອກໄມ້ແຄນ 2,500,000 ກີບ

  ຖ່ານ 20.000 ກີບໍຕໍ່ເປົາ

ແລະກໍ່ມີພຽງບາງໂຮງງານເທົ່ານັ້ນທີ່ມີຂາຍບາງຄັ້ງຄາວ(ບໍ່ມີສະເໝີໄປ),

ບາງໂຮງງານສະໜອງໄດ້ແຕ່ຂີ້ເລື່ອຍ

 

ສ່ວນຜະລິດຕະພັນອຶ່ນບໍ່ມີຫຍັງ,ມີແຕ່ພວກເຝີນິເຈີນ້ອຍໆໃນເມື່ອກ່ອນເຂົ້າໄປແປະປອມໜັງສື ແລະເຮັດວົງກົບ,ບານປະຕູ

ເລື່ອງການປູກປ່າແຮ່ງບໍ່ຄິດເຖິງເລີຍ,ບາງໂຮງານມີໂຄຕ່າ 500 ຄີວແຕ່ຕັດໄມ 3 ໂນນພູ,ໃຊ້ເວລາ 3 ປີຍັງວ່າໄມ້ຕົກຄ້າງສະໜາມ

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2012 | ມີ 49 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

(ສະເພາະຢູ່ເມືອງວຽງທອງ,ແຂວງບິລິຄຳໄຊ,ບ່ອນອື່ນບໍ່ຮູ້)

 ໃນງານແຈກພາຍຫຼັງໃສ່ບາດແລ້ວຄູບາມັກເທດໃຫ້ຟັງກ່ອນການຢາດນ້ຳ,

ຄຳເທດບາງຕອນໄດ້ກ່າວວ່າ:

 ທານຜີຮ້ອຍຄັ້ງພັນຄັ້ງບໍ່ໄດ້ບຸນເທົ່າທານສັດຄັ້ງດຽວ,

ທານສັດຮ້ອຍຄັ້ງ,ພັນຄັ້ງບໍ່ໄດ້ບຸນເທົ່າທານມະນຸດຄັ້ງດຽວ,

ທານມະນຸດຮ້ອຍຄັ້ງພັນຄັ້ງບໍ່ໄດ້ບຸນເທົ່າທານພະພິຂຸຄັ້ງດຽວ,

ທານພະພິຂຸຮ້ອຍຄັ້ງພັນຄັ້ງບໍ່ໄດ້ບຸນເທົ່າທານພະພຸດທະເຈົ້າຄັ້ງດຽວ 

              ໃນງານບຸນວັດ ອັນທີ່ຂາດບໍ່ໄດ້ກໍ່ຄືການຊ່ຽງຊີ ແລະປ່ອນບາດສະຫວັນ:

ຄູບາໄດ້ຕິດໂທລະໂຄ່ງໃຫຍ່,ດັງກ້ອງໄກທົ່ວບໍລິເວນເພື່ອສຽງໃຫ້ພອນແກ່ຜູ້ມາທານໄດ້ຍິນທົ່ວເຖິງ,

       ຈາກການຟັງສຳນຽງສຽງ ແລະຄຳໃຫ້ພອນມີລັກສະນະໂຄສະນາຊວນເຊື່ອເກີນຂອບ

ຄູບາມັກອະທິບາຍໃນໂທລະໂຄ່ງວ່າ:

ການທານແມ່ນບໍ່ຕ່າງຫຍັງກັບເຮົາຝາກທະນາຄານ,ເງິນທຸກກີບບໍ່ເສຍຫາຍ ຈະໄດ້ຊົມໃຊ້ໃນຊາດໜ້າ

ດັ່ງທີ່ເຮົາເຫັນທຸກມື້ນີ້ຜູ້ເຂົາມີເງິນຄຳ ຮັ່ງມີດີໄດ້ລ້ວນແຕ່ໄດ້ສ້າງບຸນກຸສົນໄວ້ແຕ່ຊາດກ່ອນ,

ຫາກໃຜບໍ່ສືບຕໍ່ກິນທານ ພາຍຫຼັງໝົດບຸນເກົ່າແລ້ວ ກໍ່ຈະຕົກທຸກໄດ້ຍາກອີກ

ນອກນັ້ນ: ຍັງອ່ານຊື່່ສຽງລຽງນາມ,ທີ່ຢູ່ ແລະຈຳນວນເງິນທີ່ອອກຕົນຍາດຍົມມາທານຜ່ານໂທລະໂຄ່ງເພື່ອກະຕຸ້ນໃຫ້ການທານເປັນຂະບວນ

ການໂຄສະນາຂອງພະສົງເກີນຂອບເຂດແບບນີ້ເປັນຄຳສອນຂອງພະພຸດທະເຈົ້າ ຫຼື ບໍ່?,ຜິດວິໃນສົງ ຫຼືບໍ່?

ແຕ່ສຳລັບຂ້ອຍຄິດວ່າມັນຜິດ ເພາະເຮັດໃຫ້ປະຊາຊົນສ່ວນໜຶ່ງກິນທານດ້ວຍຄວາມຫຼົງ

ເຫດຜົນມີດັ່ງນີ້

ທີ່ງານບຸນວັດຢູ່ບ້ານຂ້ອຍເອງ

ເຫນຊາວບ້ານລັ່ງໄຫຼກັນປ່ອນບາດສັວນ ແລະຊ່ຽງຊີ,

ໃຜປ່ອນແລ້ວເພີ່ນອ່ານອອກໂທລະໂຄ່ງ

ທຳອິດມີຜູ້ປ່ອນ 5.000 ກີບ,ຕໍ່ມາ 10.000 ກີບ,ຕໍ່ມາ 20.000 ກີບ,50.0000 ກີບ, 100.000 ກີບ, ........ຫຼາຍຂຶ້ນ

ແຕ່ສ່ວນໃຫ່ຍແລ້ວຢູ່ລະຫວ່າງ 50.000-200.000 ກີບ

ພິເສດມີຄອບຄົວໜຶ່ງອາດມີຄວາມຕັ້ງໃຈໄປສ້າງບຸນ,ໄປພ້ອມທັງຜົວ ທັງເມຍ ແລະລູກສອງຄົນ,ຖືເງິນໄປ 200.000 ກີບ,

ພໍເຫັນຄົນອື່ນເຂົາທານຫຼາຍ ແລະອອກຊື່ໃນໂທລະໂຄ່ງ ຜູ້ເປັນຜົວກໍ່ເລີຍຈົກອອກທານ 200.000 ໝົດກ້ຽງ ແລ້ວຄູບາເພີ່ນກໍ່ອ່ານອອກໂທລະໂຄ່ງເໝືອນຄົນອື່ນ

ແຕ່ພາຍຫຼັງເດີນອອກຈາກວັດກໍ່ເລີ່ມສັບສົນເມື່ອລູກນ້ອຍທັງສອງບໍ່ຍອມກັບເມືອເຮືອນ,ທັງຮ້ອງໄຫ້ແອ່ວວອນດີ້ນລົງກາງພື້ນ

ຢາກກິນລູກຊີ້ນ,ໝາກໄມ້ ແລະຂອງຫຼີ້ນ.

ຜູ້ເປັນເມຍເລີ່ມໃຈຮ້າຍ ອົດບໍ່ໄດ້ເລີຍຕີລູກຜູ້ໃຫຍ່ ເພື່ອລະງົບຄວາມວຸ້ນວາຍແຕ່ບໍ່ໄດ້ຜົນ,ຍິ່ງເພີ່ມຄວາມວຸ້ນວາຍຕາພາສາເດັກໄຮ້ດຽງສາ

ໃນທີ່ສຸດມີຊາຍຄົນໜຶ່ງ(ທີ່ບໍ່ເຄີຍເຫັນໜ້າມາກ່ອນ).

ເຫັນສະຖານະການຈິ່ງໄດ້ເຂົາຊ່ວຍ, ໂດຍຊື້ລູກຊີ້ນ,ໝາກໄມ້ ແລະຂອງຫຼີນ ມູນຄ່າລວມ 60.000 ກີບໃຫ້ແກ່ເດັກທັງສອງ

ແລ້ວສະຖານະການກໍ່ສະງົບລົງ

 

ຈາກເຫດຜົນນີ້ຈິ່ງເວົ້າໄດ້ວ່າ: ຄົນລາວສ່ວນໜຶ່ງກິນທານດ້ວຍຄວາມຫຼົງ

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2012 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

 ຂ້ອຍຮູ້ຈັກພັນລາວຈາກຄູເກິລ ແລະພະຍາຍາມສະມັກດ້ວຍຕົນເອງ ໃຊ້ເວລາເກືອບ 3 ເດຶອນ,ສະມັກສຳເລັດຜົນໃນທ້າຍ 2010 

ຈາກນັ້ນກໍ່ເລີ່ມຕິດພັນກັບພັນລາວ,ເພາະຖືກໃຈຫຼາຍກວ່າເວບອື່ນໆເທົ່າທີ່ຕົນເຄີຍໃຊ້ມາ ນອກນັ້ນຍັງແນະນຳໝູ່ຫຼາຍທ່ານໃຫ້ຮູ້ຈັກພັນ,

ເຄີຍສະມັກໃຫ້ໝູ່ມາແລ້ວປະມານ 5 ຄົນ(ສຳເລັດ).

 

ພໍມາຮອດຕົ້ນເດຶອນເມສາ 2012 ນີ້ກໍ່ສະມັກໃຫ້ເພື່ອອີກ 2 ຄົນ ແຕ່ເກີນວ່າຍາກຊາຕາຍເອົາແທ້ເອົາວ່າ(ຕອນນີ້ຍັງບໍ່ໄດ້)

ຂັ້ນຕອນອື່ນຜ່ານໄປໝົດແລ້ວ ຍັງຄາແຕ່ຈີແມວທີ່ສະມັກນັ້ນບໍ່ທັນຖືກຢຶນຢັນຈາກທີມງານ,

ບໍ່ຈັກວ່າເກີດຍຫຍັງຂຶ້ນກັບທີມງານເພີ່ນຈິ່ງບໍ່ສົ່ງອີແມວກັບມາຫາ

ເພື່ອຈະໄດ້ດຳເນີນຂັ້ນຕອນຕໍ່ໄປ


ຫາກບອກໄດ້ຂ້ອຍຢາກບອກໃຫ້ທິມງານພັນລາວປັບປຸງຂັ້ນຕອນການສະມັກໃຫ້ສັ້ນເຂົ້າ,ງ່າຍເຂົ້າ

ເພື່ອໃຫ້ເພື່ອນໆເຂົ້າເຖິງພັນລາວໄດ້ຢ່າງເຕັມໃຈ


ຕອນນີ້ທິມງານພັນລາວຮູ້ຫຼືບໍ່ວ່າຍັງມີເພື່ອນອີກຈຳນວນນຶ່ງເຂົ້າມາເຖິງພັນລາວໂດຍບັງເອີນ ແລະສົນໃຈຢາກພົດກະທູ້ດີໆລົງພັນລາວແຕ່ສະມັກບໍ່ເປັນ,ສະມັກບໍ່ໄດ້

ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 

 

 

 

ຜູ້ໄດ້ຮັບລາງວັນນີ້ຊື່ ນາງ ດົວວື່,ອາຍຸ 18 ປີ,ເປັນປະຊາຊົນ,ເກີດທີ່ບ້ານວັງພຽງ,ເມືອງວຽງທອງ,ແຂວງບໍລິຄຳໄຊ.

            ນາງເລົ່າວ່າ: ນາງໄດ້ມັກຮັກກັບທ້າວ.ຊູ້ຄ້າງ.ຢູ່ບ້ານນາຍາງ,ເມືອງ ແລະແຂວງດຽວກັນ.

ເຊິ່ງຕອນນັ້ນແຟນຮັກຍັງເປັນນັກຮຽນກົດໝາຍແຫ່ງໜຶ່ງທີ່ນະຄອນຫຼວງ.

 

ໃນໂອກາດວັນແມ່ຍິງສາກົນເມື່ອປີ 2010 ຜ່ານມາ ນາງໄດ້ມອບເນື້ອທະຫວາຍຕົວໃຫ້ແກ່ແຟນຮັກສຳພັດລົດຮັກ(ຮັກຮ່ວມເພດ) ຢ່າງບໍ່ນຶກບໍ່ຝັນວ່າຈະມີຫຍັງເກີດຂຶ້ນໃນຂ້າງໜ້າ. ນາງຄິດແຕ່ວ່າຄົນອື່ນກໍ່ຍັງສົມຫວັງໄດ້ ແລະນາງກໍ່ຕ້ອງສົມຫວັງຄືກັບເຂົາ.

                ຕໍ່ມານາງເລີ່ມຕັ້ງຄັນ,ພໍໄດ້ 5 ເດືອນກໍ່ບໍ່ເຫັນພໍ່ແມ່ເຈົ້າບ່າວມາຂໍຕາມຄຳສັນຍາ,ຜູູ້ບ່າວກໍ່ບໍ່ມາໃກ້ໂດຍອ້າງເຫດຜົນວ່າຍັງຄາຮຽນ, ໃນທີ່ສຸດຍ້ອນຢ້ານບໍ່ສົມຫວັງນາງຈິງຕັດສິນໃຈອອກຈາກເຮືອພໍ່ແມ່ຂອງຕົນໄປຢູ່ໃນເຮືອນພໍ່ແມ່ຂອງແຟນ ລໍຖ້າການກັບມາຂອງແຟນ

 

ສ່ວນທ້າວ.ຊູ້ຄ້າງ ກໍ່ບໍ່ນຶກບໍ່ຝັນວ່ານາງດົວວື່ ..ໄດ້ລັກມາຢູ່ເຮືອນຖ້າແຕ່ດົນແລ້ວ.

 

            ພາຍຫຼັງເປັນແບບນັ້ນເຖົ້າແກ່ການຈັດຈັດທັງສອງຝ່າຍມາໂອ້ລົມ.

            ການປຶສາຫາລື ເລື່ອງນັ້ນບໍ່ຕົກລົງກັນໄດ້,ຝ່າຍຊາຍບໍ່ຍອມຮັບ ແລະຝ່າຍຍິງກໍ່ບໍ່ຍອມປ່ອຍວາງ,ໃນທີ່ສຸດທ້າວ.ຊູ້ຄ້າງ ກໍ່ກິນຢາຂ້າໂຕຕາຍເພື່ອໜີບັນຫາ,ເຮັດໃຫ້ເຫດການຈົບລົງບໍ່ສົມບຸນ.

 

            ອິງຕາມຮີດຄອງຂອງເຜົ່າມົ້ງທີ່ເຄີຍປະຕິບັດມາ ຖ້າເກີດກໍລະນີແບບນີ້ເອີ້ນວ່າ: ຜົວຂອງນາງ ຕາຍໄປແລ້ວ ແລະນາງກໍ່ກາຍເປັນໝາຍສະນັ້ນ: ນາງ...ຈິງຕ້ອງໄດ້ຢູ່ເຮືອນພໍ່ແມ່ຜົວ(ກັບເມືອເຮືອນຂອງພໍ່ແມ່ຕົນບໍ່ໄດ້),ນາງຕ້ອງຕົກເປັນສິດຂອງຜູ້ເປັນພໍ່ແມ່ຜົວເປັນຜູ້ປົກຄອງຕັດສິນເລື່ອງຕ່າງໆນັບທັງເລື່ອຈະເອົາຜົວໃໝ່,

(ສ່ວນໃຫຍ່ເຂົາຈະມອບໃຫ້ອ້າຍ ຫຼື ນ້ອງຊາຍຂອງຜົວເປັນຜູ້ເອົາຕໍ່,ຖ້າມີເມຍແລ້ວກໍ່ຕ້ອງໄດ້ເອົາເປັນເມຍນ້ອຍ)

            ນາງເວົ້າວ່າ: ຢູ່ກັບເຮືອນພໍ່ປູ່ແມ່ຍ່າເຖິງວ່າບໍ່ທຸກເລື່ອງກາຍ ແຕ່ກໍ່ທຸກເລື່ອງຈິດໃຈ,ບໍ່ຮູ້ວ່າຈະຢູ່ໄປຮອດໃສ,ຢູ່ລໍຖ້າຫຍັງ,ຕອນນີ້ລູກທີ່ຕັ້ງທ້ອງກັບທ້າວຊູ້ຄ້າງກໍ່ຂອດອອກມາ,ອາຍຸ 1 ປີກວ່າແລ້ວ,ຊື່ທ້າວ ນູ.

ນາງຢາກກັບເມືອຢູ່ນຳພໍ່ແມ່,ນາງຢາກມີອິສະລະທາງຈິດໃຈຄືກັບຜູ້ຍິງຄົນອື່ນໆທີ່ມີລູກ ແຕ່ບໍ່ມີຜົວ ແຕ່ເປັນໄປບໍ່ໄດ້ເພາະຮີດຄອງ,ຈຳຕ້ອງໄດ້ທົນຕໍ່ໄປບໍ່ຮູ້ວ່າຂອດເຂດຂອງມັນຢູ່ບ່ອນໃດພໍຈະໄດ້ສູ້ຊົນ,ຮີບຟ້າວກ້າວໄປໃຫ້ມັນພົ້ນ.

            ນາງຢາກໃຫ້ໃຜຈັກຄົນເຂົ້າໃຈເຖິງຊີວິດຂອງແມ່ຍິງທີ່ມີລູກແຕ່ບໍ່ຂາດຜົວດູແລ,ຂາດຄວາມຄວາມອົບອຸ່ນວ່າ ມັນທຸກໃຈສ່ຳໃດ?,ຄິດມາແຮງໆຍາມໃດ ທາງອອກຂອງນາງມີແຕ່ຂໍເມືອຢາມພໍ່ແມ່ຢູ່ບ້ານວັງພຽງເຊິ່ງຫ່າງກັບປະມານ 15 ກິໂລແມັດ ແຕ່ກໍ່ເມືອຖີ່  ແລະຢູ່ດົນບໍ່ໄດ້,ຕ້ອງໄດ້ກັບມາເຮືອພໍ່ປູ່ແມ່ຍ່າ,ມີບາງຄັ້ງນາງໄດ້ຈັບເປ້ຟືນ ແລະເຈ່ຍເອົາລູກເຂົ້າປ່າຕັດຟືນ ແລ້ວກໍອາໃສເວລານັ້ນຮ້ອງໄຫ້,ທັງສະອຶ້ນ,ທັງຍີ້ມໃຫ້ລູກ,ທັງຫຼັ່ງນ້ຳຕາ ແລະກອດລູກແໜ້ນໆ,ແຫງນຄໍຂຶ້ນຟ້າວິງວອນຟ້າດິນຊ່ວຍພິກປີ້ນແຜ່ນດິນໃຫ້ນາງຕົກໄປຢູ່ໂລກໜ່ວຍໃໝ່ທີ່ປາສະຈາຮີດຄອງແບບນີ້.

            ນາງໄດ້ແຕ່ຄິດວ່າ: ນີ້ຄືລາງວັນໃນໂອກາດວັນແມ່ຍິງສາກົນທີ່ ສັງຄົງລາວບາງສ່ວນມອບໃຫ້,ນາງ ຄິດດ່າຕົວເອງວ່າໂງ້ເກີນ,ເປັນຫຍັງຈິງມາຮັບເອົາລາງວັນແບບນີ້.

ໂດຍ: ພັນທະຫົວໃຈ

 

 

 ບ່ອນໝາຍສີແດງນັ້ນຂ້ອຍພິມຜິດເດີ່

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 ຮຽນບັນດາທ່ານພະນັກງານຝ່າຍການຕະຫຼາດ ແລະເຕັກນິກຂອງເອມັໂຟນ,ຂໍມີຄຳເຫັນບາງດ້ານກ່ຽວກັບການບໍລິການຂອງທ່ານບາງສູນບໍລິການ.

1.ສຳລັບການຈູນເບີໃໝ່(ເບີເກົ່າເສຍຫາຍ ແລ້ວຕ້ອງການເປີດໃຊ້ຄຶນ)

ຜ່ານມາເຫັນວ່າຫຍຸ້ງຍາກສັບສົນ,ຊັກຊ້າໃນການຈູນເບີຄືນ,ເພາະຊີມມີຫຼາຍລະບົບເກີນໄປ

ເຊັ່ນ: H ເອັມໂຟນ, H ອາໂຫຼ ; E ເອັມໂຟນ,E ອາໂຫຼ; S ເອັມໂຟນ S ອາໂຫຼ ລວມແລ້ວມີ 6 ຊະນິດຊີມ.ມັນມີຂໍ້ເສຍຄື

- ໄດ້ເລືອກກັບໄປກັບມາສັບສົນ,ແມ່ນແຕ່ພະນັກງານເອັມໂຟນເອງກໍ່ຍັງຫຼົງ,ມີບາງເທື່ອຈູນໃຫ້ລູກຄ້າຈົນວ່າເຂົາເມືອຮອດບ້ານເປີດນຳໃຊ້ບໍ່ໄດ້ ໂທກັບຫາຜູ້ຈູນຈິ່ງຮູ້ວ່າເລືອກຊີມບໍ່ຖືລະບົບ,

ເຮັດລູກຄ້າເສຍເວລາ,ບໍ່ສະດວກ,ບໍ່ທັນສະພາບການ.

- ຊີມຫຼາຍລະບົບ ມັນເປັາການກັກຕູນຕົ້ນທຶນ ເພາະຕ້ອງໄດ້ຊື້ຊີມເປົ່າມາແຮເຖິງ 6 ຊະນິດ (ສົມມຸດຊະນິດລະ 10 ອັນກໍ່ເປັນ 60 ແທນທີ່ຈະຕ້ອງຊື້ພຽງແຕ່ 10 ອັນ)

2. ການຈູນຍັງບໍ່ລວມສູນເອກະພາບ,ຕ່າງເຂດຕ່າງເຮັດຂອງໃຜຂອງມັນ.

- ສົມມຸດຊື້ຊີມເປົ່າຢູ່ປາກຊັນກໍ່ຕ້ອງແມ່ນສູນປາກຊັນເປັນຜູ້ຈູນ(ສູນອື່ນຈູນແທນບໍ່ໄດ້)

ແບບນີ້ກໍ່ຊັກຊ້າ,ບາງເທືອພະນັກງານສູນປາກຊັນບໍ່ຢູ່(ອອກວຽກນອກ)ຕ້ອງໄດ້ລໍຖ້າຈົນເຂົາກັບມາຫ້ອງການເປັນມື້ ຫຼື ສອງມື້.

3. ການບໍລິການອິນເຕີເນັດ,(ລາຍເດຶອນ,ຈ່່າຍລ່ວງໜ້າ)

- ເວລາເຄືອຂ່າຍຕິດຄັດພະນັກງານສູນບໍ່ຕິດຕາມກວດກາ,ບໍ່ເອົາໃຈໃສ່ແກ້ໄຂບັນຫາໃຫ້ລູກຄ້າ,ລໍຖ້າແຕ່ລູກຄ້າໂທມາທວງ,ໂທມາເວົ້າ,ຮ້າຍ,ດ່າ.

- ບໍ່ເຄີຍເຫັນພະນັກງານສູນໂທມາແຈ້ງບັນຫາຂໍ້ສະດວກ,ຫຍຸ້ງຍາກຂອງເຄຶອຍຂ່າຍ,ຖ້າໂທກໍ່ແມ່ນຖາມເງິນຄ່າຕາມບິນລາຍເດືອນໂລດ,

ແຕ່ບໍ່ເຄິຍຫັກເວລາທີ່ເຄືອຂ່າຍຂັດຂ້ອງນັ້ນອອກຈັກເທື່ອ ແບບນີ້ກໍ່ເວົ້າໄດ້ວ່າຂີ້ກົງ,ບໍລິການບໍ່ເຕັມເດືອນ ແຕ່ເກັບເງິນເຕັມເດຶອນ(ລູກຄ້າບໍ່ພໍໃຈ).

- ການເຮັດວຽກຂອງພະນັກງານບໍລິສັດຄືກັບວ່າບໍ່ແມ່ນເຮັດໃຫ້ຕົນເອງ,ເຮັດພໍໄດ້ເງິນເດືອນເທົ່ານັ້ນ,ບໍ່ແມ່ນເຮັດບໍລິການສັງຄົມ

ສິງທີ່ລູກຄ້າຕ້ອງການຄື:

1.ລະບົບຊີມຕ້ອງລວມຕົວເຂົ້າເປັນອັນດຽວ,(ໃຊ້ຊີມດຽວຈູນໄດ້ທຸກລະບົບຂອງເອມໂຟນ,ຄືກັນກັບຂອງ ອີທີແອວ....)

2.ການຈູນຕ້ອງຈູນຜ່ານໄດ້ທຸກສູນ,ທຸກສາຂາ, ນັບທັງສູນ 101 (ບໍ່ຢາກໄດ້ຍິນຄຳວ່າ: ກ້າວກາຍສູນອື່ນບໍ່ໄດ້)

3. ໃຫ້ກວດສອບ ແລະບັນທຶກເວລາທີ່ເຄືອຂ່າຍອິນເຕີເນັດຂັດຂ້ອງ,ຮູ້ແລ້ວໃຫ້ຮີບໄປແກ້ໄຂ,ຫາກແກ້ໄຂດ່ວນບໍ່ທັນໄດ້ກໍ່ຕ້ອງໂທແຈ້ງເຫດຜົນໃຫ້ລູກຄ້າຊາບ.

4. ການເກັບຄ່າບໍລິການລາຍເດືອນ ຄວນຄິດໄລ່ເປັນ 30 ວັນ,ຖ້າເຄືອຂ່າຍຕິດຂັດໄປ 10 ວັນຄວນຈະທົດແທນເວລາໃຫ້ລູກຄ້າໃນເດຶອນຕໍ່ໄປ 10 ວັນ.

5. ຄວາມໄວຂອງອິນເຕີເນດຄວນປັບປຸງໃຫ້ຖືກຕ້ອງ,ຊັດເຈນຕາມການໂຄສະນາ ແລະຕົກລົງກັບລູກຄ້າ(ສົມມຸດ 128 ຫຼື້ 256 ກໍ່ໃຫ້ເຕັມຕາມກຳນົດ

6. ໃຫ້ຄິສະເໝີວ່າການບໍລິການທີດີຂອງທ່ານແມ່ນການພັດທະນາປະເທດຊາດ,ແມ່ນການຊ່ວຍເຫຼືອສັງຄົມ ແລະເປັນຕົວແບບຢ່າງຍິ່ງໃຫ້ແກ່ຄົນລາວ.

ໂດຍ: ພັນທະຫົວໃຈ

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ເຫັນຫຼາຍຄົນໄປຊື້ເຄື່ອງຕາມຕະຫຼາດບໍ່ວ່າຈະເປັນຮ້ານຂອງຄົນຮູ້ຈັກລື້ງເຄີຍ ຫຼື ບໍ່ກໍ່ຕາມ,ມັກເວົ້າວ່າ: ຂໍຊື້ໄປໃຊ້ຈັກອັນ - ຈັກສອງ ເພາະມີຄວາມຈຳເປັນແນວນັ້ນແນວນີ້,ຫຼາຍທ່ານອາດຄິດວ່າເປັນການອ້ອນວອນໃຫ້ຜູ້ຂາຍລຸດລາຄາຕາມເຫັນຜົນອັນສົມຄວນ, ແຕ່ໃນຕົວຈິງແລ້ວເປັນການເຂົ້າໃຈຜິດ,ການເວົ້າແບບນັ້ນຍິ່ງເຮັດໃຫ້ຄົນຂາຍໄດ້ປຽບ,ເຂົາຈະຕີລາຄາວ່າ ເວລານັ້ນແມ່ນທ່ານຈຳເປັນ,ຈະຖືກ ຫຼື ແພງທ່ານກໍ່ຕ້ອງຊື້ຢູ່ແລ້ວ,ຄົນຂາຍເຂົາຍິ່ງເພີມເລ່ລຽມ,ຍົກເຫດຜົນອື່ນທີ່ດີໆມາຍົນໃສ່ທ່ານ,ຈົນທ່ານຍອມຈ່າຍເງິນໃນລາທີ່ສູງກວ່າປົກະຕິ.

            ຫາກຕ້ອງການຊື້ເຄື່ອງໃນລາຄາຖືກກວ່າເຮົາຕ້ອງ:

ຫາກວ່າຮ້ານທີ່ບໍ່ລື້ງກັນ:

ເຮົາຄວນວາງໂຕແບບວ່າເປັນແມ່ຄ້າ ຫຼື ພໍ່ຄ້າຄົນໜຶ່ງ ແລະເຮົາຕ້ອງເວົ້າວ່າ: ມີລູກຄ້າສັ່ງ,ເຮົາຈະຊຶື້ໄປຂາຍຕໍ່,ຈະຈົ່ງໄວ້ໃຫ້ຂ້ອຍກິນເທົ່າໃດ?,ຄິດລາຄາສົ່ງເທົ່າໃດ ຫຼື ລາຄາຊ່າງເທົ່າໃດ?.(ຖ້າເປັນປະເພດອາໄລາ)

- ເລລານັ້ນເຂົາຈະລຸດລົງຕາມທີ່ເຂົາເຄີຍຂາຍສົ່ງທັນທີ,

2. ຫາກເຂົາຖາມເຖິງທີ່ຢູ່:

ເຮົາຄວນຕອບວ່າຢູ່ອ່າວໄກແດ່,ເພາະນັກການຕະຫຼາດທັງຫຼາຍຈະເອົາໃຈໃສ່ລູກຄ້າໜ້າໃໝ່ ແລະຢູ່ໄກໆເພື່ອດູດລູກຄ້າ.(ແລ້ວເຂົາຈະແນະນຳສິນຄ້າຂອງເຂົາ,ພ້ອມລຸດລາຄາພິເສດ)

            3. ຫາກເປັນຮ້ານທີ່ເຂົາຮູ້ຈັກ:

ເຂົາຮູ້ແລ້ວວ່າເຮົາບໍ່ໄດ້ເປັນແມ່ຄ້າ ຫຼື ພໍ່ຄ້າແຕ່ຢ່າງໃດ,ເຮົາຕ້ອງເວົ້າຖາມລາຄາຂອງທີ່ຮ້ານຈັກ 2-3 ລາຍການພໍໃຫ້ຮູ້ລາຄາ ພ້ອມທັງປະມານເບິ່ງວ່າຖືກ ຫຼື ແພງກວ່າຮ້ານອື່ນ,ເຮົາຈະຊື້ໄດ້ສ່ຳໃດ?

 ແລ້ວຕ້ອງເວົ້າວ່າ: ຄົນອື່ນຝາກເງິນມາພຽງແຕ່ນ້ອຍດຽວເທົ່ານີ້.....(ເວົ້າໃສ່ຕາມລາຄາທີ່ເຮົາຈະຊື້ໄດ້).

- ເວາລນັ້ນເຂົາຈະບອກເຈົ້າວ່າເອົາສາ,ຂາຍໃຫ້ພິເສດເດີ່.

ການນຸ່ງຖືເຂົ້າຮ້ານເຂົ້າຮ້ານ:

ສຳລັບຮ້າຍຂາຍເຄື່ອງຍ່ອຍ,ເສື້ອຜ້າ.....ປະເພດລາຄາບໍ່ສູງ

ກ.ລາຄາເຄື່ອງບໍ່ສູງ ແຕ່ຖ້າຊື້ຫຼາຍມູນຄ່າມັນກໍ່ສູງ, ເຮົາຄວນນຸ່ງຖືທຳມະດາ,ບໍ່ໂກ້ເກ້ໄຮໂຊປານໃດ,ເພາະຄົນຂາຍຈະສັງເກດອອກວ່າເຮົາຈະຊື້ໄປຂາຍ ຫຼື ໄປໃຊ້.(ຄົນທີ່ຊື້ໄປຂາຍເຂົາມັກນຸ່ງທຳມະດາ ຫຼື ຊຸດນຸ່ງອອກແຮງານທຳນອງນີ້.

ແຕ່ຫາກເຮົາຊື້ໄປໃຊ້ຄວນນຸ່ງເຄືອງງາມແດ່,ເພາະຖ້ານຸ່ງບໍ່ງາມເກີນໄປ,ຄົນຂາຍອາດຄິດວ່າເຮົາບໍ່ເຄີຍຊື້ເຄື່ອງ,ບໍ່ຮູ້ລາຄາ ຫຼື ເອີ້ນວ່າ ເຫງິກ

 

ສຳລັບຮ້ານຂາຍເຄື່ອງລາຄາສູງ:

ເປັນປະເພດລົດ,ໃຫຍ່,ລົດຈັກ,ຕູ້ເຢັນ,ໂທລະພາບ,ເຄື່ອງສຽງ.........ແນວລາຄາສູງ,

ເຮົາຄວນນຸ່ງເຄື່ອງສຸພາບ(ບໍ່ແມ່ນຊຸດອອກແຮງງານ ແຕ່ກໍ່ບໍ່ໂກ້ເກີນໄປ).

ເພາະຄົນຂາຍຈະສັງເກດອອກວ່າ: ຄົນຊື້ໃນລະດັບນີ້ສ່ວນໃຫຍ່ຈະບໍ່ອອກແຮງງານດ້ວຍຕົນເອງ(ມີຄົນຊ່ວຍ),

ແຕ່ຖ້ານຸ່ງເຄື່ອງໂກ້ເກເກີນໄປ ຄົນຂາຍຈະອ່ານວ່າເປັນພວກມີເງິນ ຫຼື ຫາເງິນງ່າຍໆ ແລະຈຳພວກນີ້ຈະຈ່າຍເງິນບໍ່ຄ່ອຍສົນລາຄາ.

ຂໍ້ຫ້ມາສຳລັບຜູ້ຊາຍ:

ເວລາຕັ້ງໃຈຈະຊື້ເຄື່ອງຫ້າມເດີນໃກ້ຜູ້ຍິງທີ່ໄປກັບເຮົາ,ຄວນຢ່າງໄກໆພໍແມນເຫັນ, ຖ້າທ່ານຢ່າງໃກ້ຜູ້ຍິງ ທ່ານຈະໄດ້ຈ່າຍໃນຈຳນວນຫຼາຍ ແລະລາຄາສູງຜິດປົກະຕິ, ເພາະຜູ້ຂາຍຮູ້ວ່າຜູ້ຊາຍບໍ່ກ້າຕໍ່ລາຄາ,ຈັງໃດກໍ່ຕ້ອງໄດ້ຊື້ເພາະເກັງໃຈຄົນທີ່ຢ່າງທຽມຂ້າງ.(ອິດສາເດ)

ແຕ່ຢ່າລືມຕ້ອງເອົາເງິນໃຫ້ຜູ້ຍິງ,ຢາກໄດ້ຫຍັງເຂົາຊື້ເອງ,ຫາກບໍ່ພໍຈິ່ງມາຕື່ມໃຫ້ເຂົາ.

(ເຮັດແບບນີ້ຈະໄດ້ເຄື່ອງຂອງລາຄາຖືກ)

 ໂດຍ: ພັນທະຫົວໃຈ 

 ບົດນີ້ບໍ່ແນ່ນອນສະເໝີໄປທີ່ສຳຄັນຂຶ້ນກັບເຕັກນິກການຊື້ຂາຍຂອງໃຜມັນ

ຫາກໃຜມີຂໍມູນດີໆກໍ່ປະກອບຕື່ມ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

 ເຫັນເພີ່ນຂຽນຫຍໍ້ວ່າ: ຖວທ. ທຳອິດກໍ່ງົງໆ ແປວ່າຫຍັງ?

ຮູ້ພາຍຫຼັງມາເພີນແປວ່າ: ຖົງແວັບແທ້ !

ສື່ມວນຊົນເປັນຂະແໜງໜຶ່ງທີ່ມີບົດບາດສຳຄັນໃນການໂຄສະນາ,ປຸກລະດົມຂົນຂວາຍມະຫາຊົນໃຫ້ເດີນຕາມແນວທາງ

ນະໂຍບາຍຂອງພັກ,ຕໍ່ສູ້ຊົນຊັ້ນ,ຕ້ານສັຕູ,ຊ່ອງແສງປະກົດການ ຫຼື ວິຈານສັງຄົມ ແລະກໍ່ສ້າງຊີວິດໃໝ່

ໃນນັ້ນມີພາຫະນະສື່ມວນຊົນເປັນອາວຸດ.

            ສະນັ້ນ: ບັນດານັກຮົບສື່ທັງຫຼາຍຈິ່ງເອົາໃຈໃສພິທິພິທັນຕໍ່ກັບອຸປະກອນຮັບໃຊ້ຂອງເຂົາເຈົ້າ,

ເພາະວ່າຖ້າຫາກຝ່າຍໃດມີອາວຸດແຫຼມຄົມກວ່າ,ທັນສະໄໝກວ່າ ແລະພຽງພໍກວ່າ ຖືວ່າເປັນຝ່າຍໄດ້ປຽບ

ແລະມີໂອກາດໄດ້ຮັບໄຊຊະນະ

            ນັກສື່ມວນຊົນລາວທ່ານໜຶ່ງເວົ້າວ່າ: ຫາກມີງານໃຫຍ່ໆເກີດຂຶ້ນເມື່ອໃດ ຖືວ່າແມ່ນບັ້ນຮົບເກີດຂຶ້ນ,

ຂະແໜງສື່ມວນຊົນຕ້ອງເຈັບຫົວໜັກ,ບໍ່ວ່າຈະເປັນຂັ້ນສູນກາງ ຫຼື ທ້ອງຖິ່ນ. ເນື່ອງຈາກວ່າ

ຂະແໜງນີ້ເປັນຂະແໜງທີ່ບໍ່ມີລາຍຮັບສູງຄືຜູ້ອື່ນ,ບາງແຂວງ,ບາງເມືອງທີ່ຫາງໄກຊອກຫຼີກຮອດບໍ່ມີລາຍຮັບເລີຍ.

ອາໃສແຕ່ຫງົບປະມານຂອງລັດ,ການປະກອນສ່ວນຂອງນັກທຸລະກິດ ແລະປະຊາຊົນ....ກໍ່ບໍ່ພຽງພໍ,ເພາະວ່າອຸປະກອນສື່ມວນຊົນທຸກຊີ້ນລ້ວນແຕ່ມີລາຄາແພງຫຼາຍ

            ທ່ານເລົ່າສູ່ຟັງວ່າ: ວຽງຈັນເກມ 25 ຜ່ານມານັ້ນ

ລັຖະບານໄດ້ທຸ່ມເງິນຫຼາຍລ້ານໂດລາເຂົ້າໃນຂະແໜງນີ້ ນັບທັງເຝິກອົບຮົມບຸກຄະລະກອນຫຼາຍຊຸດ,ສ້ອມແຊມ

ແລະຊື້ອຸປະກອນຫຼາຍລາຍການ, ແຕ່ລະລາຍການລ້ວນແຕ່ແພງບໍ່ໜ້າເຊື່ອ.

            ທ່ານເວົ້າວ່າ ສົມມຸດຖ່າຍທອດສົດເຕະບານຕ້ອງໃຊ້ກ້ອງ 25 -37 ໜ່ວຍໃນໜຶ່ງສະໜາມ,

(ບໍ່ນັບລົດເຄື່ອນທີ່), ລາຄາກ້ອງປະມານ 250,000 –  600,000 ໂດລາຕໍ່ໜ່ວຍ

            ໃນຊີເກມຜ່ານມາສະເພາະແຕ່ລົດຖ່າຍທອດສົດເຄື່່ອນທີ່ຕ້ອງໃຊ້ 16 ຄັນ,ໃນນັ້ນເພື່ອນບ້ານມາຊ່ວຍ

( ໝາຍວ່າຢືມ) ຈາກຫວຽດນາມ 6 ຄັນ,ຈາກໄທ 6 ຄັນ ແລະລາວເຮົາຊື້ 4 ຄັນ, ໃນລາຄາ 5 ລ້ານໂດລາຕໍ່ 1 ຄັນ.

                ເຖິງປານນັ້ນຖ້າທຽບໃສ່ມາດສາກົນແລ້ວກໍ່ພຽງແຕ່ວ່າສົມບຸນ ແຕ່ບໍ່ເຖິງຂັ້ນດີເລີດ.

ທ່ານເວົ້າວ່າ: ໃຜບໍ່ລອງຈະບໍ່ຮູ້,ໃຜບໍ່ຮູ້ຈະບໍ່ເຂົ້າໃຈວ່າໜ້າວຽກຂອງສື່ມັນຫຍຸ້ງຍາກສ່ຳໃດ

ສ່ວນໃຫຍ່ສັງຄົມມັກມອງວ່າສື່ເປັນຄົນລວຍ,ເຮັດວຽກສະບາຍ

            ແຕ່ຕົວຈິງແລ້ວ: ໄປຄືເສດຖີ,ອອກເວທີຄືພະເອກ,ບາດກັບບ້ານເຄັດເລດຈ້ຳແຈ່ວກັບເມຍ.

 (ຈົບ).

ໂດຍ: ພັນທະຫົວໃຈ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 29, 2012 | ມີ 17 ຄຳເຫັນ ແລະ 0 trackback(s)

 ຈຸດອື່ນກໍ່ດີຢູ່ ແຕ່ຈຸດທີ່ຢາກໃຫ້ປັບປຸງຄື: ຄວາມໄວຂອງການໂອນເງິນ,ສະເພາະຢູ່ຕົວເມືອງໃຫຍ່ເຊັ່ນ: ນະຄອນຫຼວງ,ສະຫວັນນະເຂດ,ປາກເຊ.....ເຊີ່ງມີສາຂາຂອງທະນາຄານແຈກຢາຍຢູ່ຫຼາຍແຫ່ງ,ການໂອນເງິນ,ແຟັກເງິນ ເຫັນວ່າຊັກຊ້າຫຼາຍ ອັນເນື່ອງມາຈາກການໂອນເງິນເຂົ້າອອກຂອງບັນດາສາຂາເລົ່ານັ້ນຕ້ອງຜ່ານສູນສຳນັກງານໃຫຍ່ ຫຼື ຜ່ານແຂວງສາກອນຈິ່ງຈະສົ່ງໄປຫາສາຂາຍ່ອຍໄດ້ (ການສົ່ງເງິນຕາມບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ)

ເຮັດແບບນີ້ຄ້າງຄາຫຼາຍຈຸດຫຼາຍບ່ອນ,ເວລາເງິນບໍ່ເຖິງຈຸດໝາຍກໍ່ຕ້ອງໂທເຊັດຫຼາຍບ່ອນຕາມຈຸດເຮັດໃຫ້ລູກຄ້າສິນເປຶອງເງິນ,ເປືອງເວລາ ແລະບໍ່ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄມເທົ່າທີ່ຄວນ,

ຫາກເປັນໄປໄດ້ຄວນຈະສົ່ງຕົງຈາກຕົ້ນທາງເຖິງປາຍທາງບາດດຽວ,ບໍ່ຜ່ານສຳນັກງານໃຫຍ່ ຫຼື ສົ່ງຜ່ານລະຫັດລັບຄືກັບຢູ່ຕ່າງປະເທດ,ເຮັດໃຫ້ລູກຄ້າມີຫຼາຍທາງເລືອກ.

ອາດຊ່ວຍລຸດຜ່ອນການສິ້ນເປືອງເວລາຂອງລູກຄ້າໄດ້ຫຼາຍ,ຕອບສະໜອງສັງຄົມໄດ້ໄວຂຶ້ນ ແລະກໍ່ສົມກັບວ່າ ບຸກທະລຸທັງສີ່ດ້ານທີ່ພັກເຮົາກຳນົດອອກ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 29, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 ຜູ້ຍິງທີ່ນອກໃຈຜົວບໍ່ຂໍກ່າວເຖິງ ວ່າເປັນຮູບຮ່າງລັກສະນະ,ໜ້າຕາຜິວພັນແບບໃດເພາະທີ່ເຄີຍພົບມາແມ່ນເກີດຂຶ້ນໄດ້ທຸກລັກສະນຜິວພັນເລີຍ.

ແຕ່ກໍ່ພໍສັງເກດອອກໄດ້ຢູ່ທີ່ຜົວຂອງເຂົາ ສ່ວນຫຼາຍເປັນຄົນສຸຂຸມໃນໜ້າທີ່ການງນ,ຂະຫຍັນຫາເງິນ,ຕັ້ງໜ້າຮ່ຳຮຽນ,ຮັກເມຍ,ທູ່ມເທເພື່ອເມຍ ຫຼື ຫຼີ້ນກິນຟູມເຟືອຍເກີນໄປ,ຈົນຫ່າງເຫີນຈາກຄອບຄົວເປັນເວລາຍາວນານ.

ຜູ້ຊາຍແບບນີ້ມີຄວາມສ່ຽງສູງທີ່ເມຍຈະນອກໃຈ ເພາະເປັນຜູ້ຊາຍທີ່ແຍກແຍະຄວາມສຸກບໍ່ອອກ,ຈິງແລ້ວຄວາມສຸກເກີດມາຈາກ (ວັຖຸ,ກາຍ,ວາຈາ ແລະຈິດໃຈ), ນັ້ນກໍ່ຄື: ເງິນຄຳວັຖຸເຄືອງໃຊ້,ສຸກກະພາບ,ຄວາມອົບອຸ່ນ,ໃກ້ຊິດ,ເສີມບັນຍາກາດ ແລະກຳລັງໃຈ.

ແຕ່ຜູ້ຊາຍສ່ວນໃຫຍ່ມັກແລເຫັນແຕ່ດ້ານດຽວຄື: ດ້ານວັຖຸ,ເລີຍລືມຢ່າງອື່ນໄປ ເປັນສາຍເຫດໃຫ້ຕົນເອງຫ່າງເຫິນຈາກຄອບຄົວຈົນບໍ່ຄິດເຖິງຄວາມສ່ຽງໃດໆເຊັ່ນ: ໄປທຳທຸລະກິດຄ້າຂາຍ,ໄປເຮັດວຽກງານ,ໄປຮຽນວີຊາຕ່າງໆຫ່າງເຫີນເມຍເປັນຫຼາຍເດືອ,ຫຼາຍປີ ເພື່ອຫວັງຈະມອບສິ່ງໂຕຄິດວ່າເປັນຄວາມສຸກນັ້ນໃຫ້ກັບຄອບຄົວ

ແຕ່ຮູ້ ຫຼື ບໍ່ວ່າສິ່ງນັ້ນມັນເປັນຂອງນອກກາຍ, ຄວາມສຸກຢູ່​ ’’ ນອກກາຍ,ນອກໃຈ ‘’ ຈະສຸກລົ້ນຟ້າເຫຼືອດິນກໍ່ຈິງມັນຍັງບໍ່ເທົ່າຄວາມສຸກຢູໃນ ກາຍແລະໃຈ ພຽງຄາວຄຶນ.

ເຫັນມາຫຼາຍຄູ່ແລ້ວ,ເມຍຫຼີ້ນບ່າວ,ຫຼີ້ຊູ້

ບາງຄູ່ຜົວຮູ້ ແລ້ວແຍກທາງກັນ,

ບາງຄູ່ຜົວບໍ່ຮູ້ກໍ່ສືບຕໍ່ດຳເນີນໄປ

ບາງຄູ່ຜົວຮູ້ແຕ່ຫາຫຼັກຖານບໍ່ໄດ້ ກໍ່ຕ້ອງທຳໃຈທໍລະມານຕໍ່ໄປ

ບາງຄູ່ຜົວຮູ້,ຈັບໄດ້ຄາໜັງຄາເຂົາ ແຕ່ແຍກທາງກັນບໍ່ໄດ້ຍ້ອນສົງສານລູກ ແລະອື່ນໆ

ບາງຄູ່ ຜູ້ເປັນເມຍກິນຢາຕາຍ

ບາງຄູ່ ເມຍລັກເອົາເງິນໜີນຳຊາຍຊູ້ເລີຍ,ບາງຄົນໄປບໍ່ລອດກັບມາຢູ່ນຳຜົວຄຶນ.

ບາງຄູ່ເມຍວາງແຜນທຳຮ້າຍຮ່າງກາຍ,ຊີວິດຂອງຜົວ ຕ່າງໆນາໆ.

 

ຜູ້ຊາຍກໍ່ຮູ້ວ່າຍິງສະໄໝນີ້ເປັນແນວໃດ,ເປັນຫຍັງໄວ້ວາງໃຈເອົາແທ້ເອົາວ່າ:ຢ່າຄິດເທາະວ່າຫາກຮູ້ແລ້ວຈະເຕະຖີ້ມ ຫຼື ຈະປະກັນໄດ້ງ່າຍໆ,ເຖິງຈະປະໄດ້ກໍ່ຈິງ ແຕ່ນານໆກໍ່ເຫັນນ້ຳຕາຊຶມເບົ້າຜູ້ຊາຍເຊັ່ນກັນ,ຍ້ອນສົງສານພະຍານຮັກຄື: ລູກ.

            ກັບໃຈສາຜູ້ຊາຍ,ຢາງນ້ອຍຕ້ອງເຂົ້າໃຈວ່າ: ເມຍກໍ່ມີຫົວໃຈ ,ເຖິງງານຈະຫຍຸ້ງສັບສົຍປານໃດກໍ່ຕາມໃຫ້ຍາດເວລາມາກິນເຂົ້າກັບເມຍສັບປະດາລະ 1 ເທື່ອ ຫຼື ເດືອນລະເທື່ອ ແມ່ນເປັນການດີ,ຫາກຍາວກວ່ານັ້ນ ລະວັງເມຍນອກໃຈ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ຫຼາຍທ່ານກໍ່ອາດເຄີຍພົບພໍ້ມາແລ້ວຕໍ່ກັບການກົງມູນຄ່າໃນໃບບິນ,ບັນຫານີ້ມັກເກີດມີຢູ່ຮ້ານອາຫານ,ກິນດຶ່ມ,ບັນເທິງ,

ຄາຣາໂອເກະ.....ທີມີຂອງມຶນເມົາ ແລະໃນເວລາທີ່ລູກຄ້າມຶນເມົາ,ເວລາມີແຂກຄົນຈຳນວນຫຼາຍສັບສົນ, ເພາະເຈົ້າຂອງບາງຮ້ານ

ຈະສັງເກດເຫັນນິໄສຂອງຄົນລາວມັກງ່າຍ,ຂີ້ອາຍ ແລະມັກກຽດແຕ່ບໍ່ຖືກຽດ(ບໍ່ໃສ່ໃຈເລື່ອງກຽດສັກສີຄືຄົນຕ່າງປະເທດ).

ປະເພດເມນູທີ່ມັກກົງຫຼາຍທີ່ສຸດແມ່ນເຫຼົ້າເບຍຂອງມຶນເມົາ,ເຄື່ອງດຶມ,ຂອງແກ້ມ ແລະອາຫານບາງຄັ້ງຄາວ.

ມູນຄ່າໃນບິນທີ່ເຄີນຖືກກົງແມ່ນປະມານ 1 ແສນ, 2 ແສນ, 3 ແສນ.....ຂຶ້ນໄປ,ຄົນທີ່ກົງແມ່ນຜູ້ທີ່ຂຽນບິນເຊິ່ງບາງເທື່ອກໍ່ບໍ່ແມ່ນເຈົ້າຂອງຮ້ານ.

ເວລາເຂົາກົງແມ່ນພາຍຫຼັງແຂກສັ່ງເຊັກບິນ,ຜູ້ຂຽນບິນຈະມອບໃຫ້ຄົນເສີບເປັນຜູ້ສົ່ງບິນໃຫ້ແຂກ,

ຫາກໃຜບໍ່ໃສ່ໃຈກໍ່ຈ່າຍເງິນໄປເລີຍເກັບແຕ່ໃບບິນໄວ້ ຫຼື ບາງທ່ານກໍ່ບໍ່ເກັບຮອດບິນຊ້ຳ,ມາຄິດຄຶນພາຍຫຼັງຫາຍເມົາຈິງນຶກອອກວ່າຕົນຖືກກົງແຕ່ກໍ່ສາຍໄປແລ້ວ.

ວິທີແກ້.

1.ເຖິງວ່າເຮົາຈະເມົາ ຫຼື ບໍ່ເມົາກໍ່ຕາມຕ້ອງຕັ້ງສະຕິດີໆ,ເວລາສັ່ງທຸກຢ່າງຕ້ອງນັບ ແລະຈົດຈື່ໃຫ້ໄດ້ວ່າມີຫຍັງແດ່?, ຈຳນວນເທົ່າໃດ?

2. ຫາກບໍ່ຈືຄັກ ເວລາທີ່ຄົນເສີບຍື້ນບິນມາໃຫ້ ເຮົາຄວນຈັບມາກວດເຊັກຄືນວ່າມີເທົ່າໃດ?,

3. ຄວນຈັບບິນ ແລະທຳທ່າກວດບິນອ່າວດົນແດ່ເພື່ອໃຫ້ຜູ້ຂຽນບິນໄດ້ແນມເຫັນວ່າເຮົາກວດກາບິນລະອຽດ.

4. ບໍ່ຄວນຍຶ້ນບິນໃຫ້ຫວົໜ້າ,ເຖົ້າແກ່ ຫຼື ການເງິນ ຈັບບິນກ່ອນການກວດກາຂອງເຮົາ ເພາະເພີ່ນຈະຮັກສາພາບພົດທີ່ດີຈະບໍ່ກວດກາຫຍັງເລີຍ

5. ຫາກຮູ້ວ່າມູນຄ່າໃນບິນຖືກກົງ,ແຕ່ບໍ່ກ້າທ້ວງ ເຮົາກໍ່ບໍ່ຄວນໂວຍວາຍ ຫຼື ຊີ້ແຈງແນວນັ້ນແນວນີ້ເພາະຄົນອື່ນຈະຫຼຽວເບິ່ງໜ້າເຮົາ,ເຂົາອາດເຂົ້າໃຈຜິດວ່າເຮົາບໍ່ສະປອດ,

6. ເຮົາຄວນສົ່ງບິນນັ້ນໃຫ້ເຂົາຄຶນ ແລະເວົ້າວ່າ: ຂໍໃຫ້ນ້ອງໄລ່ບິນຄຶນໃໝ່,ບິນບໍ່ຖືກ: ເວົ້າເທົ່ານັ້ນມັນສຸພາບກວ່າ ແລະຜູ້ຂຽນບິນກໍ່ເກງກົວເພາະເຂົາຮູ້ສຶກຜິດທັນທີ

ແລ້ວເຂົາຈະກັບໄປຂຽນບິນໃໝ່ຢ່າງໄວວາ ແລະບິນໃໝ່ນັ້ນລາຄາຈະຖືກຕ້ອງຕາມຕົວຈິງທີ່ເຮົາສັ່ງ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 

*(ຂປລ): ປັດຈຸບັນ ມີຄົນບໍ່ດີຈຳນວນໜຶ່ງ ນຳເອົາທະນະບັດປອມ (ເງິນປອມ) ປະເພດໃບ 100 ໂດລາ ສະຫະລັດ ແລະ ສະກຸນເງິນຕາຕ່າງປະເທດອື່ນໆ ເຂົ້າ ມາໃຊ້ຈ່າຍ

ແລະ ແລກປ່ຽນຊື້-ຂາຍ ຢູ່ພາຍໃນ ສປປ ລາວ ຊຶ່ງບໍ່ຖືກຕ້ອງ ແລະ ຜິດຕໍ່ລະບຽບກົດໝາຍ ເປັນຈຳນວນຫລາຍສົມຄວນ ອັນເປັນປະກົດ ການຫຍໍ້ທໍ້ອັນ ໜຶ່ງໃນສັງຄົມ

ທີ່ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫລວດ, ຊາວຄ້າ ຂາຍ, ນັກທຸລະກິດ ແລະ ອົງ ການຈັດຕັ້ງສາກົນຕ່າງໆ ທີ່ຕັ້ງຢູ່ ສປປ ລາວ.

ສະນັ້ນ ກົມເງິນຕາ-ຄັງສາງ ທະນາຄານ ແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 0105/ກງຕສ ລົງວັນທີ 15 ກຸມພາ 2012 ໂດຍມີເນື້ອໃນ ດັ່ງນີ້:

1.- ໃຫ້ທຸກພາກສ່ວນເປັນເຈົ້າການ ຮ່ວມມື ແລະ ຊ່ວຍເຫລືອ ສະກັດກັ້ນການ ເຄື່ອນໄຫວນຳໃຊ້ ທະນະບັດປອມ ຂອງກຸ່ມຄົນດັ່ງກ່າວ ໂດຍແຈ້ງຕໍ່ເຈົ້າ ໜ້າທີ່ຕຳຫລວດ

(ຖ້າພົບເຫັນ).

2.- ເພື່ອຫລີກເວັ້ນການເສຍຫາຍຊັບສິນ ຈາກການແລກປ່ຽນ ຊື້-ຂາຍ ເງິນປອມດັ່ງກ່າວ ຂໍໃຫ້ບັນດາທ່ານຫລຸດຜ່ອນການຊຳລະເປັນເງິນສົດ ແລ້ວຫັນ ມາຊຳລະຜ່ານລະບົບທະນາຄານ ໂດຍມອບເງິນເຂົ້າ ຜ່ານທະນາຄານ ຫລື ໂອນຊຳລະດ້ວຍລະບົບຊຳລະມູນຄ່າສູງ (RTGS), ໂອນຊຳລະດ້ວຍແຊັກ, ໂອນ ລະ ຫວ່າງ ບັນຊີ ຫາ ບັນຊີ, ຖ້າເປັນການຊຳລະດ້ວຍເງິນສົດ ກໍຄວນຊຳລະດ້ວຍເງິນກີບ ຈຶ່ງຈະມີຄວາມປອດໄພ.

3.- ໃຫ້ທຸພາກສ່ວນນຳໃຊ້ເງິນກີບລາວ ຊຶ່ງເປັນເງິນຕາຂອງຊາດ ເປັນພະຫະນະໃນການແລກ ປ່ຽນ ແລະ ຊ-ື້ຂາຍ ຢູ່ໃນ ສປປ ລາວ./.

ຂໍມູນຈາກ ຂ່າວສານປະເທດລາວ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2012 | ມີ 21 ຄຳເຫັນ ແລະ 0 trackback(s)

 ທີ່ຮ້ານອາຫານແຫ່ງໜຶ່ງ,ນະຄອນຫຼວງວຽງຈັນ,ເຈົ້າຂອງຮ້ານໄດ່ໄລ່ເດັກເສບໜີຈາກຮ້ານຈຳນວນ 3 ຄົນ,ເປັນຍິງ 1 ຄົນ ,

ໃນນັ້ນເປັນຜູ້ແປພາສາອັງກິ 1 ຄົນ,ຈ່າຍອາຫານ 1 ຄົນ ແລະເສີບ 1 ຄົນ

ທຸກຄົນລ້ວນແຕ່ໜ້າຕາດີ ບໍ່ໜ້າເຊື່ອວ່າຈະເປັນຄົນຂະໂມຍອາຫານຂອງແຂກ.

ເດັກເສບທັງສາມໄດ້ສະມັກງານໃນຮ້ານດັ່ງກ່າວໄດ້ປະມານ 3 ເດືອນ,

ພວກເຂົາຍອມຮັບວ່າພວກຕົນໄດ້ຮ່ວມຫົວກັນລັກຂະໂມຍອາຫານປະເພດຂາໄກ່ທອດຈາກຈານອາຫານທີ່ຕົນນຳໄປເສີບທີ່ໂຕະແຂກ

ໃນເວລາທີ່ຈັບຈານອາຫານໄປວາງໃສ່ໂຕະຂອງແຂກ,ຂາໄກ່ທອດທີ່ຮ້ານນັ້ນປົກກະຕິຈະມີຈານລະ 4 ຂາ,

ແຕ່ເວລາຈັບໄປວາງໃສ່ໂຕະ ພວກເຂົາໄດ້ລັກປ່ອນຂາໄກ່ໃສ່ຖົງຢາງທີ່ກຽມໄວ້ຢູ່ຕາມຊ່ອງທາງທີ່ຕົນເດີນຜ່ານຈານລະ 1 ຂາ,

ເຫຼືອພຽງຈານລະ 3 ຂາ, ຂາໄກ່ທີລັກມາໄດ້ຈະເກັບໄວ້ກິນ ແລະໄປຂາຍໃຫ້ຮ້ານອື່ນບ່ອນໄກໆ.

ມື້ທີຮູ້ຕົວຈິງອາດແມ່ນຜີຂາຍໜ້າຄົນຂະໂມຍ,ບັງເອີນແຂກເຂົ້າຮ້ານເປັນຊາວຕ່າງປະເທດມາສັ່ງອາຫານແຕ່ບໍ່ເຂົ້າໃຈແຈ້ງເລື່ອງເມນູອາຫານທີ່ເອີ້ນເປັນພາສາລາວວ່າແນວໃດ?,

ເຈົ້າຂອງຮ້ານຈິ່ງຢ່າງໄປຫາໂຕະຂອງແຂກເພື່ອອະທິບາຍໃຫ້ເຂົ້າໃຈ ເລີຍເສືອດເຫັນຂາໄກ່ໃນຈານມີພຽງ 3 ຂາ,

ເຈົ້າຂອງຮ້ານຖາມແຂກຄົນນັ້ນກໍ່ຢຶນຢັນວ່າມີ 3 ຂາເທົ້ານັ້ນ ຈິ່ງຮູ້ໄດ້ວ່າເດັກເສີບເປັນຄົນຂະໂມຍຂາໄກ.

ເຖິງຢ່າງກໍ່ດີເພາະເຈົ້າຂອງຮ້ານນັ້ນບໍ່ໄດ້ເອົາຜິດກັບພວກກ່ຽວ,ພຽງແຕ່ໄລ່ອອກຈາກຮ້ານ ແລະຍັງແຖມເງິນແຮງງານປະຈຳເດືອນນັ້ນໃຫ້ຄົນລະ 400,000 ກີບ.

ນັບວ່າເປັນເລື່ອງແປກໃນເມືອງລາວ ແລະກໍ່ເປັນສິ່ງທີ່ຄວນລະວັງສຳລັບເຈົ້າຂອງຮ້ານ ແລະທຸກຄົນທີ່ມີໂອກາດເຂົ້າໃຊ້ບໍລິການໃນຮ້ານອາຫານ

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ທ່ານ ດຣ. ບໍ່ແສງຄຳ ເວົ້າວ່າ: ຄົນບໍ່ເກັ່ງ,ເພີ່ນຍົກຕົວຢ່າງມາພິສູດ ຂ້ອຍແຕ່ບໍ່ເຊື່ອ

ຈົາມາຮອດວັນທີ່ 23.02.12 ມີພະນັກງານ ຖວທ ເມືອງວຽງທອງ ແຈ້ງຕໍ່ປະຊາຊົນ(ພວກຂ້ອຍທີ່ເຄີຍເປັນອາສາສະມັກ)

ວ່າ: ທາງທີມງານ ທຊລ ສົມທົບກັບພະແນກ ຖວທ ແຂວງ ຈະລົງເຮັດວຽກຢູ່ເຂດຈອມທອງ,ເມືອງວຽງທອງໃນວັນທີ່

24-25.ຈຸດປະສົງແມ່ນລົງເກັບກຳຂໍ້ມູນຂ່າວການພັດທະນາຂອງເມືອງແລະຂຸດຄົ້ນຫາສິລະປະວັດທະນະທຳທ້ອງຖິ່ນ,

ພິດເສດແມ່ນຂັບເຜົ່າເມີ້ຍ,ເພາະເຄີຍຂະໜານນາມວ່າເປັນເອກະລັກຂອງເມືອງວຽງທອງ,ເພີ່ນຈະເດິນທາງຜ່ານເມືອງບໍລິຄັນ,

ຊຽງລື ແລະນັດພົບຢູ່ບ້ານທາດພູວຽງ,ເຂດຈອມທອງ ໂດຍທາງພະແນກແນະນຳມອບໃຫ້ເຂດຈອມທອງ,ພະນັກງານຮາກຖານ,

ບ້ານທາດພູວຽງ ແລະຈອມທອງກະກຽມຕ້ອນຮັບແລ້ວ

ເມື່ອໄດ້ຮັບແຈ້ງແບບນົັ້ນທີມງານອາສາສະມັກຂອງບ້ານນ້ຳຢ້າງ,ນ້ຳງອມກໍ່ພາກັນກະກຽມຈັດສົ່ງຕາມຄຳຂໍຂອງພະນັກງານຖວ ເມືອງ

( ມີແຄນ,ຊຸດນຸ່ງຍິງ-ຊາຍເຜົ່າເມີ້ຍ,ໝໍແຄນ,ໝໍລຳ ແລະລົດ 1 ຄັນ ພ້ອມນຳມັນເຕັມຖັງ)

ກະວ່າໄປສົມທົບ,ສ້າງບັນຍາກາດດີໆ,ຂຸດຄົ້ນເອົາວັທະນະທຳດີຂອງບັນດາເຜົ່າທີ່ນັບວັນຍິ່ງຟັງເລິກລົງໄປນັ້ນຟື້ນພູຂຶ້ນມາຮັກສາໄວ້.

ບໍ່ຈັກວ່າພະນັກງານ ຖວ ເມືອງເພີ່ນປະສານງານແບບໃດກັນແທ້,ບໍ່ລະອຽດຮັດກຸມ.ທຊລ ເດິນທາງແຕ່ປາກຊັນຫາບ້ານວຽງ

ປະມານ 200 ກິໂລ,ຮອດ12 ໂມງຂອງວັນທີ່ 24 ,ແຕ່ທິມງານຂອງເມືອງໄດ້ອອກເດີນທາງແຕ່ນເທດສະບານເມືອງວຽງທອງຫາ

ບ້ານວຽງປະມານ 36 ກິໂລແມັດ 5 ໂມງແລງຈິງຮອດ,ການເດິນທາງແມ່ນກະຕຸກະຕັກ,ກັບໄປກັບມຕ້ອນຜູ້ນັ້ນຕ້ອງຜູ້ນີ້,

ຕ້ອນແຕ່ລະບ່ອນຕ້ອງລໍຖ້າຈອກນັ້ນຈອກນິີ້.ພໍໄປຮອດກໍ່ເຫັນຊາວບ້ານປູສາດໃສ່ກາງບ້ານນັ່ງລວມນັງຟັງລຳເມີ້ຍກັນຢູ່ກ່ອນແລ້ວ

ແຕ່ຕອນນັ້ນບໍ່ທັນມີແຄນ,ພວກຂ້ອຍດີໃຈຄິດວ່າຈັ່ງໃດກໍ່ຈະເອົາຄັກໆ ໃຫ້ໄດ້ອອກໂທລະພາບ,ເຜີຍແຜ່ຂັບເມີ້ຍອອກສູ່ສັງຄົມ,

ພວກຂ້ອຍລົງຈາກລົດທັກທາຍທີມງານ ແລະຊາວບ້ານທຸກພາກສ່ວນແລ້ວກໍ່ເອົາແຄນອອກມາຈາກລົດເປົ່າໃຫ້ເຂົາທັນທີ,ທຳມະດາການຂັບລຳເຜົ່າເມີ້ຍ

ແບບດັ່ງເດີມຈະຄ້າຍກັບລຳຂັບງຶ່່ມ,ມີເປີດຫົວເລື່ອງ,ເດີນເລື່ອງ ແລະສະຫຼຸບເລື່ອງ

(ທຳອິດກ່າວສົມມາ,ກ້າວເຂົ້າລຳກ້ຽວແບບ່າວ-ສາວ ແລະສຸດທ້າຍກ່າວອຳລາ).

ແຕ່ການບັນທຶກພາບຂອງ(ທຊລ)ເບິ່ງແລ້ວຄືຊິເຮັດຫຼອກລວງພໍບໍ່ໃຫ້ຊາວບ້ານ ແລະພວກຂ້ອຍເສຍໃຈເທົ່ານັ້ນ

ເພາະທີວ່າເພີ່ນບັນທຶກນ້ອຍດຽວ,ບໍ່ທັນເຂົ້າເລື່ອງເຂົ້າລາຍຫຍັງ,ເປີດຫົວເລື່ອງບໍ່ທັນໝົດຊ້ຳ ທາງທີມງານກໍ່ກ່າວຄຳອຳລາ ໂດຍອ້າງວ່າຍັງມີວຽກຢູ່ຂ້າງໜ້າ,

ເຫດຜົນນີ້ຟັງບໍ່ຂຶ້ນ ຫາກມີວຽກອື່ນຢູ່ຂ້າງໜ້າກໍ່ບໍ່ຄວນນັດໝາຍ ຫຼື ບໍ່ຄວນລົງເມືອງວຽງທອງເລີຍ ເບິ່ງແລ້ວບໍ່ເຂົ້າໃຈວ່າ

(ທຊລ)ລົງໄປເຮັດຫຍັງ? ແລະໄດ້ຫຍັງແດ່?,ເພາະໄປຟ້າວ ແລະບໍ່ເຫັນຖາມຂໍ້ມູນຫຍັງພໍຈະເປັນຂ່າວ,ມີທ່ານໜຶ່ງໃນທິມງານລຸດອອກປາກວ່າຟ້າວໄປດອງ,

ໄດ້ຍິນແລ້ວພໍຢາກສະເອິະ,ນີ້ນໍ່ບູຮານເພີ່ນວ່າລ້ຽງມ້າກິນຂີ້ມ້າ,ລ້ຽງຊ້າງກິນຂີ້ຊ້າງ,ເຮັດອັນໃດກິນນຳອັນນັ້ນ,

ບໍ່ວ່າພະນັກງານຂັ້ນໃດກໍ່ຄືກັນໝົດ,ເຮັດນຳເວລາກໍ່ສໍ້ກົງເວລາ,ສວຍໂອກາດເອົາເວລາເຮັດວຽກທາງການໄປວຽກສ່ວນຕົວ


ຜົນໄດ້ຮັບຈາກການລົງວຽກຄັ້ງນັ້ນ

1 ສິ້ນເປຶອງຫງົບລັຖະບານ ແລະເປືອງສະບຽງອາຫານຂອງປະຊາຊົນ

2 ເສຍເວລາເຮັດວຽກອື່ນຂອງພະນັກງານລັດ ແລະປະຊາຊົນ

3 ຂາດຄວາມສາມັກຄີຕ່າງທຝ່າຍຕ່າງບໍ່ບໍ່ເຊື້ອໝັ້ນກັນ(ທຊລ - ຖວ ເມືອງ - ເຂດ - ປະຊາຊົນ)

ເພາະມື້ນັ້ນຕ່າງຄົນຕ່າງແຕກໄປໃຜໄປມັນບໍ່ໄດ້ຄອບລາກັນເລີຍ

 

ສົມພໍ  ທ່ານ ດຣ ບໍ່ແສງຄຳ ເວົ້າວ່າ: ຄົນບໍ່ເກັ່ງ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 26, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ໂທລະພາບແຫ່ງຊາດລາວ (ທຊລ) ອ້າງເຫດຜົນວ່າ: ສາຍເຫດທີ່ (ທຊລ) ບໍ່ເດີນໜ້າເທົ່າທີຄວນ,

ບໍ່ຕອບສະໜອງຕາມຄວາມຮຽກຮ້ອງຂອງສັງຄົມ:

ມັນຍ້ອນຂາດທຶນຮອນ,ພາຫະນະ ແລະອຸປະກອນຮັບໃຊ້ໃນໂຂງເຂດວຽກງານ,

ແຕ່ທ່ານ ດຣ ບໍ່ແສງຄຳ ວົງດາຣາ ລັຖະມົນຕີກະຊວງ ຖວທ ເພີ່ນຢຶນຢັນວ່າບໍ່ແມ່ນ:ຄວາມຈິງ

ເພີ່ນບອກວ່າ: ຄົນບໍ່ເກັ່ງ.

ເພີ່ນຍົກຕົວຢ່າງວ່າ: ລາວສະຕາເຊີແນວ ເຂົາລົງທຶນເອງໝົດທຸກຢ່າງ, ນັບທັງຕັ້ງສະຖານີ,ຊື້ພາຫະນະ ,

ອຸປະກອນຮັບ(ພາຫະນະສື່ມວນຊົນ ແລະເງິນເດືອນພະນັກງານ,ເງິນບໍລິຫານທຸກຢ່າງ ແຕ່ເຂົາຍັງໄປດ້ດີ.

 

ສ່ວນໂທລະພາບແຫ່ງຊາດລາວບໍ່ໄດ້ລົງທຶນຫຍັງຈັກຢ່າງ,ເປັນທຶນຂອງລັດທຸ່ມເທໃຫ້ 100% ນັບທັງສະຖານີ້,

ພາຫະນະຮັບໃຊ້,ອຸປະກອນສື່ມວນຊົນ ແລະເງິນບໍລິຫານຕ່າງໆ ແຕ່ຍັງເຮັດບໍ່ໄດ້.

ໄດ້ຍິນເພີ່ນເວົ້າແນວນັ້ນຂ້ອຍກໍ່ລໍການພິສູດຄຳເວົ້າຂອງທ່ານມາຫຼາຍເດື່ອນເພື່ອຍາກຮູ້ວ່າຈິງຫຼືບໍ່

ໃນທີ່ສຸດກໍ່ພົບຫຼັກຖານຄວາມຈິງໃນເມືອວັນທີ່ 23.02.12 ທີມງານ(ທຊລ)ລົງເຮັດວຽກຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊ

ມັນເຂົ້າກັບຄຳເວົ້າຂອງເພີ່ນ

 

ເລື່ອງລາວເປັນແບບໃດ ບົດໜ້າຈະນຳມາເລົ່າສູ່ຟັງ,ໃນຫົວຂໍ້ '' ພິສູດຄຳເວົ້າຂອງ ດຣ ບໍ່ແສງຄຳ''

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2012 | ມີ 18 ຄຳເຫັນ ແລະ 0 trackback(s)

 ພິທີປະດັບຫຼຽນໃຫ້ແກ່ພາກສ່ວນ ແລະບຸກຄົນທີ່ມີຜົນງານດີເດັ່ນໃນການຫັນລົງກໍ່ສ້າງຮາກຖານການເມືອງ,ພັດທະນາຊົນນະບົດຮອບດ້ານ

ໄດ້ຈັດຂຶ້ນເມື່ອວັນທີ່ 16.02.12,ຢູ່ສະໂມສອນເມືອງວຽງທອງ,ແຂວງບໍລິຄຳໄຊ.

ໂດຍການເຂົ້າຮ່ວມທ່ານ ດຣ. ກອງແກ້ວ ໄຊສົງຄາມ,ຮອງເລຂາພັກແຂວງ,ຫົວໜ້າຈັດຕັ້ງແຂວງ.ພິທີນີ້ໄດ້ປະດັບຫຼຽນຕ່າງໆ:

ຫຼຽນໄຊແຮງງານຊັ້ນ I ຈຳນວນ  2 ກົມກອງ ແລະ 5 ທ່ານ

ຫຼຽນໄຊແຮງງານຊັ້ນ I I ຈ/ນ 3 ບ້ານ ແລະ 15 ທ່ານ,

ຫຼຽນໄຊແຮງງານຊັ້ນ  I I I  ຈ/ນ 3 ບ້ານ ແລະ 28 ທ່ານ,

ຫຼຽນກາແຮງານ 45 ທ່ານ

ໃບຍ້ອງຍໍລັຖະບານ  6 ທ່ານ.

ນອກນັ້ນໃນວາລະດຽວກັນກໍ່ໄດ້ປະກາດການຈັດຕັ້ງຂັ້ນເມືອງພ້ອມ,

ໂດຍແຕ່ງຕັ້ງ ທ່ານ ຄຳມອນ ໄຊພົມມິ ເປັນຮອງເຈົ້າເມືອງຜູ້ທີ່ໜຶ່ງ,

ແຕ່ງຕັ້ງທ່ານ ພັດທະຈອນ ແກ້ວພຸດທະວົງ ເປັນຮອງເຈົ້າເມືອງຜູ້ທີ່ສອງ.

ໃນການແຕ່ງຕັ້ງຮອງເຈົ້າເມືອງຄັ້ງນີ້ແມ່ອີງຕາມສະພາບປ່ຽນແປງກະທັນຫັນນັ້ນກໍ່ຄື:

ທ່ານ ສົງກາໄສມະນີ ຮອງເລຂາ,ຮອງເຈົ້າເມືອງຜູ້ເກົ່າໄດ້ເຖິງແກ່ມໍລະນະກຳ ໃນວັນທີ່ 02.02.12

 

 

-   ພາຍຫຼັງເສັດພິທີກໍ່ຕ້ອງຕະລຶງຈົນເກືອບຊັອກເມື່ອຈັດຕັ້ງພິທີກ່າວວ່າ: ຂໍໂທດນຳບັນດາທ່ານຫຼາຍໆ

ຫຼຽນທີ່ປະດັບໄປວ່າງກີ້ນີ້ມີການຜິດພາດ,ຄືວ່າຜູ້ເຂົ້າຮ່ວມພິທີມື້ນີ້ມີສອງທ່ານທີ່ຊື່ຄືກັນ,ສະນັ້ນຂໍຫຼຽນຈາກທ່ານ.......(ຂໍສະຫງວນຊື່)

ທີ່ຂຶ້ນຮັບນັ້ນ ຄຶນໄປໃຫ້ທ່ານ ......ທີ່ບໍ່ໄດ້ຂຶ້ນຮັບນີ້.

ທ່ານທີຮັບຫຼຽນໄປນັ້ນຈຳຕ້ອງປົດຫຼຽນອອກຈາໜ້າເອິກ ທັງສັ່ນທັງເຊັນ,ທຸກຄົນກໍ່ເຂີນໄປຕາມໆກັນ

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 18, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ປະຊາຊົນຫຼາຍບ້ານຢູ່ເມືອງວຽງທອງ,ແຂວງບໍລິຄຳໄຊຈົ່ມວ່າ: ປີນີ້ຕ່າງປີກາຍ,ມີເຂົ້າເຫຼືອເລົ້າແຕ່ບໍ່ໄດ້ຂາຍເພາະບໍ່ມີຄົນຕ່າງເມືອງເຂົ້າໄປຊື້.

ບາງຄອບຄົວຢາກຂາຍ 2-3 ໂຕນ ເພື່ອຊື້ສິ່ງປຸກສ້າງ,ສົ່ງລູກຮຽນ ຫຼື ແກ້ໄຂຄວາມຈຳເປັນໃນຄົວເຮືອນກໍ່ໝົດຫວັງໄປ.

ພວກເຂົາເວົ້າວ່າ: ເຈົ້າໜ້າທີ່ຂອງລັດຢູ່ຈຸດກວດກາເຂົ້າອອດເມືອງບໍ່ໃຫ້ນຳເຂົ້າເປືອກອອກນອກເມືອງ,ຖ້າໃຜນຳອອກຈະຖຶດຢຶດ,ປັບໄໝ,

ຫາກມີຄວາມຈຳເປັນຈະເອົາໄປກິນຕ້ອງມີໜັງສືຢັ້ງຢຶນຈາກບ້ານ, ແຕ່ບໍ່ເກີນ 3 ເປົາ

ເຫດຜົນທີ່ເຈົ້າໜ້າທີ່ລັດເຮັດແບບນີ້:

1 ປ້ອງກັນບໍ່ໃຫ້ລາຄາເຂົ້າຖີບຕົວ,ຈະທະທົບຕໍ່ພົນລະເມືອງພາຍໃນ.

2 ເຂົ້າທີ່ ປ/ຊຜະລິດໄດ້ສ່ວນໃຫ່ຍເປັນເຂົ້າໄຮ່, ຫາກປ່ອຍອອກກໍ່ຖືເປັນການສົ່ງເສົມໃຫ້ ປ/ຊ ຖາງປ່າເຮັດໄຮ່

ລາຄາເຂົ້າເປືອກນຳສົ່ງຮອດໃນເທດສະບານເມືອງວຽງທອງ ຕອນນີ້ 2.500 ກີບ/1ກິໂລ,

ເຂົ້າສານຈ່າວ ແລະໜຽວ  4.000 ກີບ/1ກິໂລ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ໃນທ້າຍເດືອນພະຈິ 2011 ຜ່ານ ເກີດເຫດໄຟໄໝ້ທີ່ເຮືອໄມ້ຫຼັງໜຶ່ງຢູ່ບ້ານນ້ຳຢ້າງເມືອງວຽງທອງ,ແຂວງບໍລິຄຳໄຊ

 

ຕອນເກີດເຫດບໍ່ມີຄົນຢູ່ເຮືອນຫຼັງນັ້ນ,ພໍໄດ້ຮັບໂທລະຊັບວ່າໄຟໄໝ້ຂ້ອຍແລ່ນມາບ່ອນເກີດເຫດ,

ເຫັນແປວໄພລຸກໄໝ້ຂຶ້ນສູງພໍສົມຄວນ ຄິດວ່າຄົງບໍ່ມີຫຍັງມາກັ້ນມັນຢູ່ອີກແລ້ວ,ແຕ່ກໍ່ໂຊກດີ ມີຊ່າງເຮັດເຮືອນ ທີ່ເປັນຄົນລາວ,

ຄົນຫວຽດ ແລະນັກຮຽນ ຢູ່ແຖວນນັ້ນ ຫຼາຍກວ່າ 300 ຄົນມມາຊ່ວຍ,ມີຊາຍະກກັນທ່ານໜຶ່ງໃສ່ໝວກກັນທະທົບຂອງລົດຈັກເປັນເຄື່ອງປ້ອງຕັກຕົວ,ທະລຸປະຕູເຂົ້າໄປໃນເຮຶອນ,ທະລຸຝາແປັນອອກຢ່າງໄວວາ,

ໄຟລວກຕົວໝອກຂອງເຂົາຈົບຍູບຕົວເຂົ້າ ແຕ່ຕົວເຂົາບາດເຈັບເລັກນ້ອຍ

ໃນທີ່ສຸດແປວໄຟກໍ່ຄ່ອຍອ່ອນຕົວລົງແລະມອດໄດ້ສຳເລັດ.

ຊາວບ້ານມາຊ່ວຍມອດຫຼາຍໆຄົນສົນທະນາກັນຫຼາຍຢ່າງ,ບາງທ່ານເວົ້າວ່າ: ເມື່ອ 2 ປີຫຼັງກໍ່ເກີດມີໄຟ້ເຮຶອນຢູ່ບ້ານນ້ຳຢ້າງ 3 ຫຼັງໝົດກ້ຽງ ມູນຄ່າການສຽຍຫາຍ 1 ຕຶ້ກວ່າ,ຫາກມີລົດມອດໄຟມາຊ່ວຍຈະກູ້ເອົາຊັບສິນຂອງປະຊາຊົນໄດ້ເກືອບໝົດ.

ປີນີ້ກໍ່ເກີດຂຶ້ນອີກຫາກໂຊກບໍ່ດີຄົງໝົດເປັນຕຶ້ອີກເພາະຢູ່ຂ້າງໆນັ້ນມີເຮຶອນໃຫຍ່ຫຼາຍຫຼັງ,

ປານນັ້ນພັກ-ລັດບໍ່ໃສ່ໃຈ,ບໍ່ມອງເຫດຈຸດສຳຄັນໃນການບໍລິການປະຊາຊົນ,ເປັນຕົ້ນລົດມອດໄຟ,ລົດສົ່ງຄົນເຈັບປະຈຳໂຮງໝໍບໍ່ເຄີຍສົນໃຈ(ບໍ່ມີ)

ແຕ່ໄປເນັ້ນເລື່ອງລົດປະຈຳຕຳແໜ່ງລາຄາແພງ ໃຫ້ແກ່ຄະນະພັກ.

ຫຼາຍຄົນຖາມກັນວ່າ: ແບບນີ້ແມ່ນແນວໃດ?,ລໍຖ້າເບິ່ງວ່າ ພັກເຮົາຈະຫັນປ່ຽນໄປຮອດໃສກັນແທ້,ລັດເຮົາຈະເປັນລັດຂອງໃຜແທ້?.(ເປັນຂອງປະຊາຊົນ ຫຼື ເປັນຂອງໃຜ)

ສ່ວນປະຊາຊົນເຮົາເຖິງເວລາແລ້ວຕ້ອງໄດ້ຕັ້ງໃຈ,ໃສ່ໃຈຕິດຕາມວຽກບ້ານການເມືອງໃຫ້ຫຼາຍຂຶ້ນ,

ແລະກ້າຫານໃນການສະແດງຂໍຄິດເຫັນຜ່ານການຈັດຕັ້ງ,ຜ່ານສື່ມວນຊົນຕ່າງ

ເພື່ອແລກປ່ຽນບົດຮຽນໃນເອົາຕົວລອດໃນຍຸກແຫ່ງການຫັນປ່ຽນ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ພໍຂ້ອຍໃຫ່ຍ,ຮູ້ຈັກຄວາມຂຶ້ນມາກໍ່ໄດ້ຍິນຜູ້ເຖົ້າຜູ້ແກ່,ຜູ້ໃຫຍ່ຫຼາຍໆຄົນເວົ້າສູ້ກັນຟັງມາຕະຫຼອດວ່າ:

ຢູ່ທີ່ດົງປ່າຊ້າຂ້າງບ້ານນ້ຳຢ້າງ ມີສັດຕົວໜຶ່ງທີ່ມັກຮ້ອງອອກຄືສຽງບ່າງລົ້ວ( ຫູ່.......ຫງອກ...)

ມັນມັກຮ້ອງຕອນກາງຄຶນ,ມັນຮ້ອງເທື່ອໃດຕ້ອງມີຄົນແຖວນັ້ນຕາຍ,ບາງເທື່ອກໍ່ຕາຍຢູ່ໂຮງໝໍເຊິ່ງຕັ້ງຢູ່ບໍ່ໄກຈາກດົງນັ້ນ,

ບາງຄັ້ງກໍ່ຕາຍຢູ່ບ້ານແຖວນັ້ນ.ຂ້ອຍບໍ່ເຄີຍເຊື່ອເລື່ອງນັ້ນ

ແຕ່ຂ້ອຍກໍ່ລັກສັງເກດມາຕະຫຼອດ ປີ 2 000 ຄຶນຫຼັງບ່າງຕົວນັ້ນຍັງມັກຮ້ອງຢູ່,ຫາກມັນຮ້ອງ 1 ສຽງກໍ່ແມ່ນ 1 ມື້ຕໍ່ມາມີຄົນຕາຍ,

ຮ້ອງ 2 ສຽງກໍ່ແມ່ນ 2 ມື້ ຫາກຮ້ອງເທົ່າໃດສຽງກໍ່ແມ່ນເທົ່ານັ້ນມື້ແມ່ນມີຂ່າວຄົນຕາຍ.

ເບື້ອງຕົ້ນຊາວບ້ານແຖວນັ້ນຄິດວ່າແມ່ນໂຕບ່າງລົ້ວ, ພວກເຂົາກໍ່ພະຍາມຫາວິທີຂ້າບ່າງລົ້ວຕົວນັ້ນຖີ້ມ

ໂດຍໃຊ້ໂຄມໄຟສາຍຫາກ້ານໃນເວລາທີມີສຽງຮ້ອງຂອງມັນດັງຂຶ້ນ ພວກຊາວບ້ານກໍ່ພາກັນເຍືອງໄຟສາຍໄປໃສຕົ້ນໄມ້ທີ່ມີສຽງມັນຮ້ອງ ແຕ່ກໍ່ບໍ່ພົບຕົວມັນຈັກເທຶອ່,

ກົງກັນຂ້າມ              ທັນທີທັນໃດມັນພັດໄປຮ້ອງຢູ່ຕົ້ນອື່ນ,ທັ້ງທີ່ຕົ້ນໄມຢູ່ແຖວນັ້ນຕັ້ງຢູ່ຫ່າງກັນນັບ 100 ແມັດ, 200 ແມັດ  ແລະກໍ່ມີບໍ່ຫຼາຍຕົ້ນປານໃດ,

ດົງທີ່ວ່ານີ້ ອ້ອມຮອບດົງຄົງບໍ່ມີບ່າງຕົວໃດສາມາດເຈີດໄປເຖິງປ່າແຖວນັ້ນໄດ້,

ຊາວບ້ານໂສກັນວ່າມັນອາດເປັນນົກຊະນິດໜຶ່ງທີ່ບໍ່ຮູ້ຊື່ເພາະບໍ່ເຄີຍເຫັນຕົວມັນ,ມັນຈິງສາມມາດບິນໄປໄກ ແລະໄວໄດ້.

ນັບແຕ່ປີ 2.000 ເປັນຕົ້ນມາບ່າງຕົວນັ້ນກໍ່ຫງຽບຫາຍໄປ ຄິດວ່າເປັນຕຳນານໄປແລ້ວ,ຊາວບ້ານຕ່າງກໍ່ດີໃຈ ແລະພາກັນເລົ່າລືກັນກັນໄປວ່າ

ປະຈຸບັນບ້ານເມືອມີການສ້າງສາພັດທະນາຂຶ້ນຫຼາຍ ມັນຄົງໝົດຍົກບ່າງລົ້ວໄປແລ້ວ.

ແຕ່ກໍ່ໜ້າແປກຕົກມາຮອດຄຶນວັນທີ່ 26 ມັງກອນ 2012 ສຽງບ່າງລົ້ວນັ້ນກໍ່ເກີດຂຶ້ນອີຄັ້ງປະມານ 7 ສຽງ ,

ຕອນເຊົ້າມື້ໃໝ່ຢູ່ທີ່ຮ້ານກາເຟບ້ານນ້ຳຢ້າງກໍ່ມີຜູ້ສົນທະນາຂຶ້ນມາວ່າ ສຽງບ່າງຮ້ອງແຖວນີ້ມັນຫງຽບໄປດົນແລ້ວ

ແຕ່ເປັນຫຍັງພັດກັບມາໄດ້ຍິນໃໝ່,ສົງໄສຈະມີຂ່າວບໍ່ດີ.

7 ມື້ຕໍ່ມາຄືວັນທີ່  02 .02.12 ກໍ່ມີຂ່າວເສົ້າມາບອກຊາວບ້ານແທ້ໆ ນັ້ນກໍ່ຄື ການເສຍຊີວິດຂອງ ທ່ານ ສົງກາ ໄສມະນີ ອະດີດຮອງເລຂາ,ຮອງເຈົ້າເມືອງ.

ຕົກມາຮອດຄຶນວັນທີ່ 07.02.12 ສຽງບ່າງລົວກໍ່ດັງຂຶ້ນຕອນປະມານ 12 ໂມງກາງຄຶນ

ແລະພໍຮອດຕອນກາງຄຶນວັນທີ່ 08.02.12 ກໍ່ມີຂ່າວເສົ້າມາອີກນັ້ນຄືການເສຍຊີວິດຂອງ ທ່ານ ສົມດີ ຂຸນມະບານ,ອະດີດປະທານນັກຮົບເກົ່າເມືອງ.

ບາງຄົນກໍ່ສົນທະນາວ່າ ສຽງທີ່ຄືບ່າງລົ້ວນັ້ນມັນແມ່ນສຽງຫຍັງກັນແທ້, ຫຼື ເປັນເປັນສຽງຜີລຶກລັບຕົວເກົ່າກັບຄຶນມາໃໝ່ອີກ

ແຕ່ຊາວບ້ານສ່ວນໃຫຍ່ກໍ່ບໍ່ໄດຄິດຫຍັງ,ບໍ່ໄດ້ຊອກຄົ້ນຫາທີ່ມາຂອງສຽງຄືແຕ່ກ່ອນ,ຄິດວ່າເປັນລະດູການປະສົມພັນສອງສັດປ່າທີ່ຫວງຫ້າມ

ແລະຄິດວ່າ ໄລຍະ 10 ກວ່າປີທີ່ບ່າງລົ້ວຫງຽບໄປນັ້ນ ກໍ່ຍັງມີຄົນຕາຍຄືກັນ

 

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2012 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ຄຳປະກາດຮັບພະນັກງານເຂົ້າສັງກັດລັດໃນຫ້ອງການວັດທະນະທຳຈະເປັນຂັ້ນເມືອງ,ຂັ້ນແຂວງ,

ຂັ້ນກະຊວງ ຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ (ບໍ່ລວມຂະແໜງອື່ນ)ລ້ວນແຕ່ວາງເງຶ່ອນໄຂມາດຖານມາລະອຽດຈະແຈ້ງ,

ໂດຍສະເພາະແມ່ນດ້ານວຸດທິການສຶກສາຕ້ອງຈົບ ມ ປາຍ,ມີລະດັບວິຊາສະເພາະໃດໜຶ່ງທີ່ແນ່ນອນ ຫຼື ຊັ້ນກາງ,

ສູງຂຶ້ນໄປ(ຕ້ອງມີໃບປະກາດວິຊາສະເພາະໃດໜຶ່ງເປັນເອກະພາບກັບຄືກັນກັບຂະແໜງອື່ນ).

ຄຳປະກາດແບບນີ້ລ້ວນແຕ່ຂັດກັບສະພາບຕົວຈິງຂອງສັງຄົມ

ແລະຂັດກັບໜ້າວຽກວັດທະນະທຳຕົວຈິງຂອງສັງຄົມລາວເຮົາ ເຫດຜົນມີດັ່ງນີ້:

ເຄີຍໄດ້ອ່ານບົດຂຽນຂອງບັນດາທ່ານທີ່ເຮັດວຽກວັດທະນະທຳເຊັ່ນ:

ທ່ານ: ດຣ. ຍິງ ດາຣາ ກັນລະຍາ ອະດີດກົວໜ້າກົມວັດທະນະທຳມະຫາຊົນ, ທ່ານ:ບົວບານ ວໍລະຂຸນ,

ທ່ານ: ກໍແກ້ວ ອໍລະບຸນ ອະດີດລັຖະມົນຕີກະຊວງ ຖວ ແລະທ່ານອື່ນໆ ທີ່ບໍ່ໄດ້ເອີ່ຍຊື່ ຕ່າງກໍ່ອະທິບາຍແບບດຽວກັນວ່າ:

‘’ ວັດທະນະທຳບໍ່ມີໂຮງຮຽນ, ວັດທະນະທຳບໍ່ຫ້ອງຮຽນ ແລະວັດທະນະທຳບໍ່ມີໃບປະກາດຊັ້ນໃດມາທຽບໄດ້ ’’

( ບໍ່ມີຊັ້ນຕົ້ນ,ຊັ້ນກາງ,ຊັ້ນສູງ ຫຼື ປະຣິນຍາ...).

ສະນັ້ນ: ຄຳປະກາດຮັບເອົາພະນັກງານຂອງລັດສັງກັດວຽກວັດທະນະທຳເຊິ່ງລັດໄດ້ວາງເງື່ຶອນໄຂເອົາໃບປະກາດວິຊາສະເພາະ

ມາເປັນບັນທັດຖານເຫັນວ່າ ບໍ່ຖືກ,ບໍ່ເໝາະ,ຂັດກັບຄວາມຈິງ,ເຮັດໃຫ້ການຮັບພະນັກງານບໍ່ຖືກເປົ້າ,ຫຼອກລວງປະຊາຊົນ,

ພະນັກງານເຮັດວຽກບໍ່ໄດ້ຕາມເປົ້າໝາຍທີ່ປະຊາຊົນຄອງຄອຍຢາກໄດ້.

ເພາະວ່າ:ພະນັກງານວັດທະນະທຳທຸກໆເມືອງໃນທົ່ວປະເທດລາວຄົງບໍ່ມີໃຜມີໃບປະກາດຊັ້ນໃດໆທີ່ຈົບວັດທະນະທຳ,

ມີພຽງໃບປະກາດວິຊາຢ່າງອື່ນ.

 

ໃນສະພາບສັງຄົມຕົວຈິງ

ຂ້ອຍເຄີຍເຫັນພະນັກງານຫ້ອງການວັດທະນະທຳເມືອງໜຶ່ງໃນນັ້ນມີພະນັກງານອາສາສະມັກ 2 ຄົນ,ເປັນຊາຍທັງສອງ,

ຄົນໜຶ່ງຈົບປະຣິນຍາຕີ ດ້ານຊີວະສາດ ແລະອີກຄົນທີ່ສອງ ບໍ່ມີຊັ້ນ,ເຄີຍຮຽນຄູແຕ່ບໍ່ຈົບ,ເຄີຍເປັນນາຍບ້ານ,

ເຄີຍລົງວຽກຮາກຖານ,ພອນສະຫວັນຜູ້ກ່ຽວທະນັດຄັບລຳທ້ອງຖິ່ນ.

            ທັງສອງໄດ້ຍື້ນຄຳຮ້ອງສະມັງວຽກໃນຫ້ອງການ ຖວ ເມືອງ,ໄດ້ລົງເຝິກງານຮ່ວມກັບພະນັກງານສົມບຸນນຳກັນເພື່ອລໍໂຄຕ່າລັຖະກອນ,ໃນຖານະອາສາສະມັກ

(ລົງສ້າງຂະບວນການເພື່ອຈັດພິທີຮັບຮອງບ້ານວັດທະນະທຳ), ຜ່ານການລົງຕົວຈິງພາຍຫຼັງສຳເລັດງານແລ້ວກໍ່ສະຫຼຸບຖອດຖອນບົດຮຽນ.

 

ຄົນທີ່ 1 ທີ່ຈົບປະຣິນຍາຕີ: ເຮັດວຽກບໍ່ເປັນ,ຊາວບ້ານສົ່ງຂ່າວເລື່ອງການເຄື່ອນໄຫວຕ່າງໆມາເຖິງຫ້ອງການຫຼາຍຢ່າງ,ຄວາມບໍ່ເປັນແບຢ່າງ,

ໄດ້ແຕ່ໂມ້ວ່າຮຽນສູງ.ຄົນນີ້ລົງວຽກເທື່ອດຽວບໍ່ສາມາດນຳໃຊ້ຕໍ່ໄດ້ອີກ(ປະຈຸບັນຫົວໜ້າສັ່ງໂຈະບໍ່ໃຊ້ງານທາງອ້ອມ).

ຄົນທີ່ 2 ບໍ່ມີຊັ້ນ: ຮູ້ຈັກປາກເວົ້າ,ຮູ້ຕ່ຳຈັກສູງ,ຮູ້ຊີນຳ,ນຳພາປະຊາຊົນໄດ້,ຂະບວນການໄປດີ,ສັງຄົມຍົກຍ້ອງ,ວຽກສຳເສັດ.

ລົງຄັ້ງດຽວສາມາດມອບວຽກໃຫ້ເຮັດສຳເລັດດ້ວຍຕົນເອງ(ປະຈຸບັນສືບຕໍ່ໃຊ້ງານຕໍ່ໄປ)

 

ເຂົາທັງສອງຍັງບໍ່ທັນໄດ້ຮັບເຂົ້າເປັນລັຖະກອນເທື່ອ.

ຄົນທີ່ 1 : ມີເງື່ອນໄຂ ແຕ່ຂາດມາດຖານ(ຮັບບໍ່ໄດ້).

ຄົນທີ່ 2 : ໄດ້ມາດຖານ ແຕ່ບໍ່ຄົບເງື່ອນໄຂ(ຮັບບໍ່ໄດ້ຂັດກັບລະບຽບລັຖະກອນໃໝ່).

 

ຈາກເຫດຜົນນີ້ທ່ານມີຄຳເຫັນແນວໃດຊ່ວຍປະກອບແດ່

 

<!->ພັກວາງນະໂຍບາຍແນວໃດຕໍ່ກັບພະນັກງານວັດທະທຳ? ຖືກຕ້ອງແລ້ວບໍ່?(

 

ລັດວາງເງື່ອນໄຂແນວໃດໃນການຮັບພະນັກງານໃໝ່? ຄຳປະກາດແບບນີ້ຖືກຕ້ອງແລ້ວບໍ່?

 

ມີວີທີໃດແດ່ທີ່ຊ່ວຍໃຫ້ພະນັກງານບໍ່ມີຊັ້ນແຕ່ເຮັດວຽກໄດ້ດີ,ໄດ້ເຂົ້າເປັນລັຖະກອນ?

 

ຂອບໃຈ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 15, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ທາງເລກ 1D ແຕ່ປ່າຄາເມືອງຄຳເກີດ,ແຂວງບໍລິຄຳໄຊ-ເມືອງຄຸນ,ແຂວງຊຽງຂວາງມີຄວາມຍາວ 270 ກິໂລແມັດ,ມູນຄ່າການກໍ່ສ້າງຕາມການສຳຫຼວກເບື້ອງຕົນ 97 ລ້ານໂດລ່າສະຫະລັດ

ເປັນທາງປູຢາງ 2 ຊັ້ນ, ກ້ວງ 8- 13 ແມັດ,ທໍ່ ແລະຂົວເປຕົ່ງເສີມເຫຼັກ,ມີຮ່ອງລະບາຍນຳ,ກັນເຈື່ອນ,ໄລຍະຮັບປະກັນ 1 ປີ ກັບ 6 ເດືອນ

ໂຄງການນີ້ມີອາຍຸຂອງສັນຍາການກໍ່ສ້າງ 4 ປີຄື 15/01/2008-15/01/2012 ແລະ ໄດ້ຄົບຮອບ 4 ປີເຕັມຕາມສັນຍາໃນວັນທີ່ 15/01/12 ແຕ່ການກໍ່ສ້າງປູຢາງຊັ້ນດຽວກໍ່ບໍ່ທັນສຳເລັດ

ສະເລ່ຍປະມານ 80% , ບາງບ່ອນທີ່ປູຢາງຊັ້ນທີ່ 1 ໄປແລ້ວນັ້ນກໍ່ເປ່ເພໄປນຳ ນັບຈຸດບໍ່ໄດ້ ແລະແປງໄປນຳ

 

ມື້ອື່ນຈະນຳພາບມາລົງ

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 15, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

 ​-​ໃນ​ວັນ​ທີ 3/01/12 ຜ່ານ​ມາ​ນີ້​ ພະນັກງານ​ຂັບ​ລົດ​ຈົກດີ​ນ ຊື່

 

ທ້າວ​ພອນ ​ເຊີ່ງ​ເປັນ​ພະນັກງານຂອງ​ບໍລິສັດ​​ເພັດ​ສະໝອນກໍ່​ສ້າງ​​

 

ຂົວ-ທາງ​ຈຳກັດ ໄດ້​ຂຸດ​ພົບ​ລູກ​ລະ​ເບີດ UXO (Bomb GP 500 Lbs USA

 

made) ລະ​ເບີດ​ດັ່ງກ່າວ​ແມ່ນ​ພົບ​ຢູ່​ຕໍ່ໜ້າ​ວັດ ບ້ານ​ອຸດົມ ​

 

ເມືອງ​ຄຳ​ເກີດ​ແຂວງ​ບໍລິ​ຄຳ​ໄຊ. ພາຍຫຼັງ​ຊ່ຽວຊານ​ດ້ານ​ລະ​ເບີດປະຈຳ​

 

ໂຄງການ​ໂຊ​ດີ 2 ​ທ່ານຄື:ທ່ານ ຣອບບີ​ດີ​ຮົນ ​ແລະ​ທ່ານ​ຢອກ ອີ​

 

ມບຣາຮຳ ໄດ້​ກວດ​ສອບ​ແລ້ວ​ພົບ​ວ່າ​ເປັນ​ລະ​ເບີດ​ເວລາ ຟີ​ວ M103 ​ແລະ​

 

ຟີ​ວM123 ,ລະ​ເບີດ​ດັ່ງກ່າວ​ຫາກ​ມີ​ການ​ລົບ​ກວນ​​ໂດຍ​ການ​ເຄື້ອ​ນ​

 

ຍ້າຍ​ທີ່​ມີ​ການ​ກະທົບ​ ຈະ​ເກີດ​ການ​ຫ້າງ​ໂດຍ​ທັນທີ . ສະ​ນັ້ນ​

 

ພາຍຫຼັງ​ໄດ້​ສອບ​ຖາມ​ຈາກ ທ້າວ ພອນ ພະນັກງານ​ຂັບ​ລົດຈົກ ລາວ​ໄດ້​

 

ໃຫ້ການ​ວ່າ​ສຽມ​ຈົກລົດ​ຈົກ​ໄດ້​ກະທົບ​ຖືກ​ລະ​ເບີດ​ດັ່ງກ່າວ​ນີ້​

 

ສອງ​ຫຼື​ສາມ​ເທື່ອ ​ເພາະ​ຄິດ​ວ່າ​ເປັນ​ກ້ອນ​ຫີນ ​ແຕ່​ພາຍຫຼັງ​ປ່ຽນ​

 

ມູມຈົກ​ດີ​ນງັດ​ຂື້ນ​ມາ​ພັດ​ແມ່ນ​ລູກ​ລະ​ເບີດ.ຈາກ​ນັ້ນ​ຜູ້ກ່ຽວ​

 

ກໍ​ຮີບ​ໜີ​​ໄປ​ແລ້ວ​ແຈ້ງ​ໃຫ້​ທາງ​ອົງການ​ເກັ​ບກູ້​ໂຊ​ດີ​ມາກ​ວດສອບ​

 

ເບີ່​ງ.ສະ​ນັ້ນ​ປະຈຸ​ບັນ​ນີ້​ທາງ​ໂຄງການ​ພວກ​ເຮົາ​ໄດ້ສ້າງ​ກຳ​ແພງ​

 

ກັນດ້ວຍກະສອບ​ດີ​ນຊາຍ​ປະມານ 4000 ກະສອບ. ​ແລະ​ປະສານ​ງານ​ກັບ​ຄະນະ​

 

ຊີ້​ນຳ​ຂັ້ນ​ເມືອງ​ເພື່ອ​ຮັບ​ຮູ້​ເຖີງ​ໄພ​ອັນຕະລາຍ​ແລະ​ກະກຽມ​ເຄື້ອ​

 

ນຍ້າຍ​ປະຊາຊົນ​ໄປ​ບອນ​ທີ່​ປອດ​ໄພ.ຖ້າ​ລະ​ເບີດ​ດັ່ງກ່າວ​ທຳ​ງານ​ແມ່ນ​

 

ມີ​ຄວາມ​ແຮງ​ລ້າງຜານ​ໄປ​ເຖີງ2ກິ​ໂລ​ແມັດ.ບໍ່​ວ່າ​ຄົນ,ອາຄານແລະ​ສັບ​

 

ສີນ​ສີ່​ງຂອງ​ອື່ນໆ ປະຈຸ​ບັນ​ນີ້​ທາງ​ໂຄງການ​ພວກ​ເຮົາ​ໄດ້​ປະສານ​ງານ​

 

ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ ​ໂຄງການ​​ເຈ​ມັດສ ​ໂດຍ​ຜ່ານ​ທາງ​ຄຄຊ​​ເພື່ອ​ນຳ​

 

ເຄື່ອງມື​ທີ່​ທັນ​ສະ​ໃໝ​ມາ​ຊ່ວຍ​ເຫຼືອ​ໃນ​ການ​ກຳຈັດ​ລະ​ເບີດ​ລູກ​

 

ນີ້​ໂດຍ​ບໍ່​ໃຫ້​ມີ​ການລະ​ເບີດ​ແຮງ​ສູງ​ແລະ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​

 

ໃຫ້​ໄດ້​ສູງ​ສຸດ​ເທົ່າ​ທີ່​ຄວນ.ວັນ​ທີ 5/1/2012 ​ໄດ້​ປະຊຸມ​ສຸກ​ເສີນ​

 

ທີ່​ຫ້ອງວ່າການປົກຄອງ​ເມືອງ​ເພື່ອ​​ລາຍ​ງານ​ການ​ພົບ​ເຫັນ​ລູກ​ລະ​

 

ເບີດ ​ແລະ​ລະບົບ​ກົນ​ໄກ​ການ​ທຳ​ງານ​ຂອງ​ລູກ​ບົມ​ເຊີ່ງ​ພາຍຫຼັງ​ການ​ວິ​

 

ເຄາະ​ໄດ້​ຮູ້​ວ່າ​ບົມໜ່ວຍ​ດັ່ງກ່າ​ວ​ແມ່ນ​ໄດ້​ຜະລິດ​ຂື້ນ​ໃນ​ຊ່ວງ​

 

ສົງຄາມ​ໂລກ​ຄັ້ງ​ທີ​ສອງ ​ເປັນ​ບົມ​ເວລາ​ທີ່​ມີ​ກົນ​​ໄກການ​ທຳ​ງານ​

 

ໂດຍສານ​ເຄມີ​ເປັນ​ຕົວ​ເຊື່ອມ​ໃນ​ການ​ເຜົາ​ໄໝ້ ​ເມື່ອ​ມີ​ການ​ກະທົບ ​.​

 

ໂດຍ​ອີງ​ໃສ່​ມາດຕະຖານ​ດ້ານ​ເຕັກນິກ ລູກ​ບົມອາດ​ສາມາດ​ແຕກ​ຂື້ນ​

 

ໄດ້​ພາຍ​ໃນ 144​ ຊົ່ວ​ໂມງ ​ເລີ່​ມຈາກ​ມີ​ການ​ກະທົບ .

 

ສະ​ນັ້ນ, ທາງ​ຫົວໜ້າ​ໂຄງການ​ໂຊ​ດີ ຈີ່​ງ​ໄດ້​ອອກ​ຄຳ​ສັ່ງ​ໃຫ້ມີ​

 

ການ​ລໍຖ້າ​ໂດຍ​ບໍ່​ອະນຸຍາດ​ໃຫ້ ບຸກຄົນ​ໃດ ​ເຂົ້າ​ໄປ​ໃນ​ບໍລິ​ເວນ​

 

ນັ້ນ​ຈົນ​ເຖີງວັນ​ທີ 16/01/2012 ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ລູກ​

 

ບົມດັ່ງກ່າວ​ແມ່ນ​ຍັງ​ບໍ່​ມີ​ການ​ທຳ​ງານ .ນອກຈາກ​ນີ້​ຍັງ​ໄດ້​

 

ແນະນຳຂັ້ນ​ຕອນ​ຂອງ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ພ້ອມ​ທັງ​ໄດ້​ແນະນຳ​

 

ກ່ຽວ​ກັບ​ຜົນ​ກະທົບ​ທີ່​ອາດ​ຈະ​ເກີດ​ຂື້ນ​ຕໍ່​ຊີວິດ​ແລະ​ຊັບ​

 

ສີນ​ຂອງ​ປະຊາຊົນ, ​ແລະໄດ້​ສັ່ງ​ປິດ​ໂຮງຮຽນ​ຈຳນວນ 3 ຫຼັງ​ທີ່ຢູ່​

 

ໃກ້​ຄຽງ​ບໍລິ​ເວນ​ນັ້ນ ປະຈຸ​ບັນ​ນີ້​ທາງພາກສ່ວນ​ເມືອງ​ແມ່ນ​ໄດ້​

 

ເອົາ​ໃຈ​ໃສ່​ສົ່ງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຈາກ​ພາກສ່ວນ ປກສ ​ແລະ​

 

ກອງທັບ​ລົງ​ເວນຍາມ​​ເພື່ອ​ບໍ່​ໃຫ້​ປະຊາຊົນ​ຜ່ານ​ເຂົ້າ​ໃກ້​ບໍລິ​

 

ເວນ​ທີ່​ລະ​ເບີດ​ຢູ່​ ຕະຫຼອດ 24ຊົ່ວ​ໂມງ.ນອກຈາກ​ນັ້ນ​ໜ່ວຍ​

 

ງານ​ໂຄສະນາ​ສື​ກສາ​ຂອງ​ໂຄງການ​ໂຊ​ດີ​ກໍ່​ໄດ້​ລົງ​ເຄື່ອນ​ໄຫວ​ແນະນຳ​

 

ຫ້ອງການ ປກສ ​,ທະຫານ​ເມືອງ​ແລະປະຊາຊົນ​​ບ້ານ​ອຸດົມເພື່ອ​​ແຈ້ງ​

 

ການ​ເລື່ອງເຄື່ອນ​ຍ້າຍປະຊາຊົນ​ອອກ​ຈາກ​ພື້ນທີ່ໆ​ຢູ່​ໃກ້​ຄຽງ

 

ຈົນ​ກວ່າ ມີ​ຄວາມ​ປອດ​ໄພ ​ແລ້ວ​ຈີ່​ງອະນຸຍາດ​​ໃຫ້​ປະຊາຊົນ​ເຂົ້າ​

 

ມາ​ພື້ນ​ທີ່​​ເດີມ ຕາມ​ການ​ກຳນົດ​ທາງ​ວິຊາ​ການ​ແມ່ນ​​ເລີ່​ມ​ແຕ່​

 

ມີ​ການ​ກະທົບ​ຄືວັນ​ທີ3/01/2012 ຫາ 16/01/2012 .ປະຈຸ​ບັນ​ນີ້​ໄດ້​

 

ເຄື້ອ​ນຍ້າຍ​ປະຊາຊົນ​​ແລະ​ພະສົງ​ສຳມະ​ເນນອອກ​ຈາກ​ເຂດ​ດັ່ງກ່າວ​ໄດ້​

 

ຫຼາຍ​ຄອບ​ຄົວ ​ແຕ່​ຍັງ​ມີ​ບາງ​ຄອບ​ຄົວ​ທີ່​ບໍ່​ຢາກ​​ເຄື້ອ​ນຍ້າຍ​

 

ໜີ​ເທື່ອ ​ເນື່ອງ​ຈາກ ​ເປັນຫ່ວງນຳ​ຊັບ​ສີນ​ແລະ​ອ້າງ​ວ່າ​ບໍ່​ມີ​

 

ບ່ອນ​ພັກ​ເຊົາ.

 

ຫຼັກ​ຊາວ​,ວັນທີ 06/01/2012

 

ຮອງ​ຜູ້​ຈັດການ​ອົງການ​ໂຊດີ

 

ນວນ​ທອງ ອີນທາ​ທີລາ​ດ/